ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ວໍຊິງຕັນ ດີຊີ, ສະຫະລັດອາເມລິກາ ແຈ້ງ ໜັງສືກ່ຽວກັບ ການປັບປຸງລະບຽບການນຳເຂົ້າອາຫານ, ເຄື່ອງດື່ມ ແລະ ອາຫານເສີມ ຂອງ ສະຫະລັດອາເມລິກາ. ທີ່ລະບຸ ກ່ຽວກັບ ການແຈ້ງໃຫ້ປັບປຸງສະຫຼາກສິນຄ້າ, ລະບຽບການຄວາມປອດໄພທາງດ້ານອາຫານ ແລະ ການຕໍ່ທະບຽນຂອງບໍລິສັດ.

ອົງການຄຸ້ມຄອງອາຫານ ແລະ ຢາ ຂອງ ສະຫະລັດອາເມລິກາ ໄດ້ຮອງຮັບເອົາ 2 ລະບຽບການທີ່ມີການປ່ຽນແປງຄັ້ງສຳຄັນ ກ່ຽວກັບ ສະຫຼາກສໍາລັບອາຫານ, ເຄື່ອງດື່ມ, ແລະ ອາຫານເສີມ ເຊິ່ງຮຽກຮ້ອງໃຫ້ມີຂໍ້ມູນເພີ່ມເຕີມທາງດ້ານເຕັກນິກ ແລະ ອື່ນໆ. ບັນດາຜູ້ຜະລິດ ແລະ ຜູ້ນຳເຂົ້າ ຈະຕ້ອງໄດ້ປັບປຸງຂໍ້ມູນນີ້ໃຫ້ສຳເລັດພາຍໃນສອງປີ ນັບແຕ່ວັນທີ 26 ກໍລະກົດ 2016. ຖ້າມີສະຫຼາກຂໍ້ມູນ ກ່ຽວກັບ ໂພສະນາການທີ່ບໍ່ຖືກຕ້ອງຕາມຂໍ້ກຳນົດໃນສິນຄ້ານຳເຂົ້າ ເຈົ້າໜ້າທີ່ທີ່ກ່ຽວຂ້ອງຈະຍຶດສິນຄ້າດັ່ງກ່າວ.

ນອກຈາກນີ້, ລະບຽບການຄວາມປອດໄພທາງດ້ານອາຫານສະບັບໃໝ່ ປີ 2011(The 2011 FDA Food Safety Modernization Act, “FSMA”) ໄດ້ກຳນົດໃຫ້ໂຮງງານອາຫານທີ່ຈົດທະບຽນສ່ວນໃຫຍ່ ຂຽນ ແລະ ຈັດຕັ້ງປະຕິບັດແຜນຄວາມປອດໄພຂອງອາຫານພາຍໃນເດືອນກັນຍາປີນີ້. ເຖິງແມ່ນວ່າໂຮງງານຈະມີລະບົບມາດຕະຖານອາຫານເຊັ່ນ HACCP, ISO 22000, ຫຼື BRC ກໍ່ຕາມ ແຕ່ວ່າການຂຽນ ແລະ ຈັດຕັ້ງປະຕິບັດແຜນຄວາມປອດໄພທາງດ້ານອາຫານ ຕາມລະບຽບການຂອງອົງການຄຸ້ມຄອງອາຫານ ແລະ ຢາ ແມ່ນຂໍ້ກໍານົດໃໝ່ ແລະ ແຕກຕ່າງຈາກມາດຕະຖານອື່ນໆ.

ລະບຽບການດັ່ງກ່າວ ກໍຍັງໄດ້ຮຽກຮ້ອງໃຫ້ບັນດາໂຮງານອາຫານຕໍ່ທະບຽນ ກັບອົງການຄຸ້ມຄອງອາຫານ ແລະ ຢາ ໃນລະຫວ່າງ ວັນທີ 1 ຕຸລາ 2016 ເຖິງ 31 ທັນວາ 2016. ການຂົນສົ່ງອາຫານຈາກ ສປປ ລາວ ໄປຍັງສະຫະລັດອາເມລິກາ ອາດຈະຖືກປະຕິເສດ ຖ້າຫາກວ່າໂຮງງານອາຫານບໍ່ໄດ້ຮັບການຕໍ່ທະບຽນຢ່າງຖືກຕ້ອງ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.