ກອງປະຊຸມ ກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າ ຄັ້ງທີ V ໄດ້ຈັດຂື້ນ ໃນວັນທີ 31 ສິງຫາ 2016, ທີ່ ໂຮງແຮມດອນຈັນພາເລດ ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ເຂັມມະນີ ພົນເສນາ, ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ຫົວໜ້າກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າ. ໂດຍມີຜູ້ເຂົ້າຮ່ວມທີ່ເປັນສະມາຊິກ ກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າ (ກຂອຄ) ຈາກ 18 ຂະແໜງການພາກລັດ ແລະ ພາກທຸລະກິດເຂົ້າຮ່ວມ.

ກອງປະຊຸມດັ່ງກ່າວ ໄດ້ດຳເນີນການໄປເປັນເວລາເຄິ່ງວັນ ໂດຍມີຈຸດປະສົງເພື່ອ: (1) ລາຍງານຄວາມຄືບໜ້າຂອງການຈັດຕັ້ງປະຕິບັດແຜນຍຸດທະສາດການອຳນວຍຄວາມສະດວກທາງດ້ານການຄ້າ ໃນໄລຍະ 01 ປີຜ່ານມາ ແລະ ຮັບຮອງແຜນ 06 ເດືອນທ້າຍປີ 2016; (2) ນຳສະເໜີໂຄງຮ່າງການຈັດຕັ້ງ ແລະ ພາລະບົດບາດຂອງ ກຂອຄ ທີ່ສະເໜີປັບປຸງໃໝ່ ແລະ ສະເໜີຮັບຮອງ; ແລະ (3) ນຳສະເໜີຮ່າງແຜນວຽກຂອງການສ້າງແຜນດຳເນີນງານຂອງ ສັນຍາອຳນວຍຄວາມສະດວກທາງດ້ານການຄ້າ ໃນຂອບອົງການການຄ້າໂລກ.

ກອງປະຊຸມຄັ້ງນີ້ ໄດ້ມີການທົບທວນຄືນສະພາບການຈັດຕັ້ງປະຕິບັດຍຸດທະສາດອຳນວຍຄວາມສະດວກທາງດ້ານການຄ້າ 2011-2015 ໃນໄລຍະ 01 ປີຜ່ານມາ ໂດຍໄດ້ຊີ້ໃຫ້ເຫັນວ່າ: ໃນປີ 2016 ສປປ ລາວ ຖືກຈັດເປັນອັນດັບທີ 134 ຈາກທັງໝົດ 189 ປະເທດ ເຊິ່ງດີຂື້ນ 05 ອັນດັບ ທຽບໃສ່ປີ 2015 ຈາກການຈັດອັນດັບປະເທດທີ່ດຳເນີນທຸລະກິດງ່າຍຂອງທະນາຄານໂລກ. ແຕ່ເມື່ອທຽບໃສ່ບັນດາປະເທດອາຊຽນ ສປປ ລາວ ຍັງນຳຫຼັງ ສສ ຫວຽດນາມ, ລຊ ກຳປູເຈຍ, ແລະ ປະເທດອື່ນໆ ໃນພາກພື້ນ, ຢູ່ໃນອັນດັບທີ່ດີກວ່າພຽງແຕ່ ສ ມຽນມາ ເທົ່ານັ້ນ. ສິ່ງດັ່ງກ່າວແມ່ນການປະເມີນຈາກສາຍຕາພາຍນອກ ແຕ່ສາຍຕາຂອງພາຍໃນໂດຍສະເພາະແມ່ນພາກທຸລະກິດຂອງລາວ ພວກເຮົາຍັງຕ້ອງໄດ້ເອົາໃຈໃສ່ບຸກບືນສືບຕໍ່ປັບປຸງໃນຫຼາຍໆວຽກງານອຳນວຍຄວາມສະດວກທາງດ້ານການຄ້າ ເປັນຕົ້ນແມ່ນ ການສ້າງຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດລະບຽບການດ້ານການຄ້າ; ການປັບປຸງ ແລະ ຈັດລະບົບການອອກອະນຸຍາດໃຫ້ກະທັດຮັດ, ໂປ່ງໃສ ແລະ ວ່ອງໄວ; ການສ້າງແນວຄວາມຄິດອຳນວຍຄວາມສະດວກໃຫ້ແກ່ພະນັກງານລັດ; ການເຜີຍແຜ່ຂໍ້ມູນຂ່າວສານທາງດ້ານການຄ້າ, ແລະ ການປັບປຸງອຸປະກອນເຄື່ອງມືຮັບໃຊ້ໃຫ້ທັນສະໄໝ.

ນອກຈາກນັ້ນ ກໍມີການນຳສະເໜີໂຄງຮ່າງຈັດຕັ້ງ ແລະ ພາລະບົດບາດຂອງກອງເລຂາອຳນວນຄວາມສະດວກທາງດ້ານການຄ້າ ທີ່ສະເໜີປັບປຸງໃໝ່ ຍ້ອນອີງໃສ່ສະພາບການການປ່ຽນແປງໃໝ່ ໂດຍສະເພາະແມ່ນການປັບປຸງນິຕິກຳທີ່ເປັນບ່ອນອີງຂອງ ກຂອຄ ຄື ດຳລັດ ຄະນະກຳມະການປະສານງານລະດັບຊາດ ວ່າດ້ວຍ ການເຊື່ອມໂຍງເສດຖະກິດກັບສາກົນ, ແລະ ການລວມວຽກມາດຕະການທາງດ້ານການຄ້າທີ່ບໍ່ແມ່ນພາສີ (NTMs) ເຂົ້າໃນວຽກງານ ກຂອຄ ເຊິ່ງກອງປະຊຸມກໍໄດ້ເຫັນດີເປັນເອກະພາບໃຫ້ສືບຕໍ່ມີ ກຂອຄ ໂດຍໄດ້ເນັ້ນວ່າ ຕ້ອງມີການຊີ້ນຳຈາກຂັ້ນເທິງ ເຊັ່ນ: ຂັ້ນນາຍົກ ຫຼື ຮອງນາຍົກຢ່າງໄກ້ຊິດ ເພື່ອຊ່ວຍແກ້ໄຂ ແລະ ປັບປຸງວຽກງານອຳນວຍຄວາມສະດວກທາງດ້ານການຄ້າໃຫ້ທ່ວງທັນກັບສະພາບການ.

ທ່ານ ນາງ ເຂັມມະນີ ພົນເສນາ  ກ່າວວ່າ: “ພວກເຮົາ ຍັງຕ້ອງໄດ້ສືບຕໍ່ເອົາໃຈໃສ່ປັບປຸງປະສິດທິຜົນຂອງກົນໄກການປະສານງານ ແລກປ່ຽນຂໍ້ມູນຂ່າວສານ ລະຫວ່າງສະມາຊິກ ກຂອຄ ດ້ວຍກັນ, ລະຫວ່າງ ກຂອຄ ກັບ ພາກທຸລະກິດ, ແລະ ລະຫວ່າງ ກຂອຄ ກັບອຳນາດການປົກຄອງທ້ອງຖິ່ນ ເພື່ອເຮັດແນວໃດໃຫ້ສາມາດຊ່ວຍກັນແກ້ໄຂບັນຫາຫຍຸ້ງຍາກຂອງພາກທຸລະກິດໄດ້ທັນກັບສະພາບການ. ທັງໝົດນັ້ນ ກໍເພື່ຶອສ້າງຄວາມເຊື່ອໝັ້ນຂອງພາກທຸລະກິດ ຕໍ່ກັບ ໜ່ວຍງານຂອງລັດ ໃນການຈັດຕັ້ງຜັນຂະຫຍາຍ ລະບຽບກົດໝາຍຂອງລັດ ແລະ ແນວທາງນະໂຍບາຍຂອງພັກ”.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.