ອີງຕາມບົດຖະແຫຼງຂ່າວຂອງ ທ່ານ ປອ ດຣ. ຈະເລີນ ເຢຍປາວເຮິ, ລັດຖະມົນຕີປະຈຳຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ໂຄສົກລັດຖະບານທີ່ໄດ້ຖະແຫຼງຕໍ່ສື່ມວນຊົນວ່າ ໃນວັນທີ 29 ສິງຫາ 2016 ກອງປະຊຸມນາຍົກ - ຮອງນາຍົກ ໄດ້ຮັບຟັງການລາຍງານຂອງຄະນະສະເພາະກິດຂັ້ນສູນກາງ ກ່ຽວກັບ ການຈັດຕັ້ງປະຕິບັດຄຳສັ່ງເລກທີ 15/ນຍ ໃນຂອບເຂດທົ່ວປະເທດ. ໂດຍທີ່ປະຊຸມໄດ້ຮັບຟັງຜົນສຳເລັດຂອງການຈັດຕັ້ງປະຕິບັດ ຄໍາສັ່ງດັ່ງກ່າວ ເປັນຕົ້ນແມ່ນ ໄດ້ຕີລາຄາສູງ ແລະ ຊົມເຊີຍຕໍ່ອົງການຈັດຕັ້ງລັດທຸກຂັ້ນ ທີ່ໄດ້ຕັ້ງໜ້າກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດ ຄຳສັ່ງເລກທີ 15/ນຍ, ລວມເຖິງ ຜູ້ປະກອບການ ແລະ ປະຊາຊົນບັນດາເຜົ່າ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດຄໍາສັ່ງດັ່ງກ່າວ. ຢ່າງໃດກໍຕາມ ກໍຍັງມີຈຸດອ່ອນຈໍານວນໜຶ່ງທີ່ຕ້ອງໄດ້ສືບຕໍ່ແກ້ໄຂ ເຊັ່ນ: ໃນເບື້ອງຕົ້ນ ການຈັດຕັ້ງຜັນຂະຫຍາຍຄໍາສັ່ງດັ່ງກ່າວໃນບາງທ້ອງຖິ່ນ ຍັງມີຄວາມຊັກຊ້າ; ການຮໍ່າຮຽນ, ເຊື່ອມຊຶມ, ບໍ່ທົ່ວເຖິງ, ແລະ ເລິກເຊິ່ງ.

ໃນໂອກາດດຽວກັນນີ້, ກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ ໄດ້ຕົກລົງຮັບຮອງໂດຍຫຼັກ ການ ຕໍ່ການສະເໜີຂອງກະຊວງອຸດສາຫະກຳ ແລະ ການຄ້າ ກ່ຽວກັບລາຍການຜະລິດຕະພັນໄມ້ ທີ່ອະນຸມັດໃຫ້ສົ່ງອອກ ແລະ ຫ້າມສົ່ງອອກ ດັ່ງນີ້:

    ລາຍການຜະລິດຕະພັນໄມ້ທໍາມະຊາດ ແລະ ໄມ້ປູກ ທີ່ອະນຸຍາດໃຫ້ສົ່ງອອກ ປະກອບມີ
-    ຜະລິດຕະພັນໄມ້ຂີ້ເລື່ອຍອັດແທ່ງ ແລະ ອັດເມັດ;
-    ຜະລິດຕະພັນຖ່ານໄມ້ (ຖ່ານຂາວ);
-    ຜະລິດຕະພັນໄມ້ປັກເກ້, ໄມ້ປູພື້ນ ສໍາລັບພາຍໃນ;
-    ຜະລິດຕະພັນໄມ້ອັດ;
-    ເຄື່ອງໃຊ້ສອຍທີ່ເຮັດດ້ວຍໄມ້;
-    ຜະລິດຕະພັນໄມ້ປະກອບໃນອາຄານ;
-    ເຄື່ອງຫັດຖະກໍາ ທີ່ເຮັດດ້ວຍໄມ້;
-    ເຄື່ອງເຟີນີເຈີທີ່ເຮັດດ້ວຍໄມ້;
-    ຜະລິດຕະພັນທີ່ເຮັດດ້ວຍໄມ້ໄຜ່ ແລະ ຫວາຍ;
-    ໄມ້ປູກສຳລັບເຮັດໄມ້ຄໍ້າແບບ, ໄມ້ຮົ້ວ, ໄມ້ຂ້າວ, ໄມ້ວິກ ແລະ ໄມ້ກະຖິນນະລົງ ທີ່ມີໜ້າຕ່າງ 12 (ຊັງຕີແມັດລົງມາ ລວມທັງຜະລິດຕະພັນໄມ້ທຸກຊະນິດ.
-    ຜະລິດຕະພັນເຫຍື່ອໄມ້ຈາກໄມ້ປູກ;
-    ໄມ້ເກດສະໜາທີ່ສັບເປັນປ່ຽງນ້ອຍໆ ແລະ ບົດເປັນຝຸ່ນ;
-    ໄມ້ປ່ອງ ແລະ ຜະລິດຕະພັນໄມ້ປ່ອງ.

 ປະເພດຜະລິດຕະພັນໄມ້ທໍາມະຊາດ ຫຼື ໄມ້ປູກ ທີ່ຫ້າມສົ່ງອອກ ປະກອບມີ:
ລາຍການໄມ້ ແລະ ຜະລິດຕະພັນໄມ້ທຸກປະເພດ ທີ່ບໍ່ໄດ້ບັນຈຸຢູ່ໃນລາຍການ (ບັນຊີ) ຜະລິດຕະພັນໄມ້ເພື່ອສົ່ງອອກ ຂອງ ສປປ ລາວ ແມ່ນຫ້າມສົ່ງອອກ. ລາຍການ (ບັນຊີ) ຜະລິດຕະພັນໄມ້ທີ່ຫ້າມສົ່ງອອກມີຕົວຢ່າງ ດັ່ງນີ້ :
-    ຜະລິດຕະພັນໄມ້ເສົາໂຊ;
-    ຜະລິດຕະພັນໄມ້ໂຕະ, ຕັ່ງທີ່ເປັນໜ້າໄມ້ທໍາມະຊາດແຜ່ນດຽວທີ່ມີຂະໜາດໃຫຍ່;
-    ຜະລິດຕະພັນຂຽງຂະໜາດໃຫຍ່;
-    ຜະລິດຕະພັນໄມ້ເສົາ ແລະ ຄານອັດປະສານ;
-    ໄມ້ປູກທີ່ເປັນລໍາຕົ້ນຂະໜາດໃຫຍ່ (ມີຂະໜາດໜ້າຕ່າງ 12 ຊັງຕີແມັດຂຶ້ນໄປ);
-    ຖ່ານດໍາທຸກຊະນິດ;
-    ໄມ້ປູພື້ນສຳລັບພາຍນອກ, ໄມ້ບົວ;
-    ໄມ້ປະກອບຖັງລົດ, ໂລງສົບ;
-    ລູກຕິ່ງ, ຮາວພະນັກ, ຮາວພະນັກອັດເຊື່ອມຕໍ່ປະສານ.
 ສຳລັບເຄື່ອງປ່າຂອງດົງ, ກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ ໄດ້ຕົກລົງ ດັ່ງນີ້:
-    ສຳລັບເຄື່ອງປ່າຂອງດົງທຸກຊະນິດທີ່ເປັນອາຫານ ເກີດຕາມລະດູການ ແລະ ຊົມໃຊ້ໃນຊີວິດປະຈໍາວັນຂອງປະຊາຊົນ ແມ່ນສາມາດຂຸດຄົ້ນຕາມລະດູການ ແລະ ສາມາດສົ່ງອອກໄດ້ ເປັນຕົ້ນແມ່ນ ເຫັດທີ່ເປັນອາຫານ,  ດ້ວງ, ແມ້, ນໍ້າເຜິ້ງ, ໝາກກໍ່, ດອກແຂມ, ໃບຊາ, ໜໍ່ໄມ້ (ຍົກເວັນຊະນິດເຫັດທີ່ເປັນຢາ ຕາມທີ່ໄດ້ກຳນົດໄວ້ໃນດຳລັດ 155/ນຍ, ລົງວັນທີ 30/09/2003).
-    ສຳລັບຊະນິດ ເຄື່ອງປ່າຂອງດົງ ທີ່ອະນຸຍາດ ໃຫ້ສົ່ງອອກໄດ້ ແມ່ນຊະນິດ ທີ່ບໍ່ສາມາດປຸງແຕ່ງ ພາຍໃນໄດ້ ແລະ ບໍ່ນອນໃນບັນຊີ ໝວດ 1 ແລະ ໝວດ 2 ຂອງດຳລັດ 155/ນຍ, ລົງວັນທີ 30/09/2003. ແຕ່ຕ້ອງມີແຜນການ ແລະ ໄດ້ຮັບອະນຸຍາດໃຫ້ຂຸດຄົ້ນ ແລະ ສົ່ງອອກ ເປັນແຕ່ລະປີ.
-    ສຳລັບເຄື່ອງປ່າຂອງດົງ ທີ່ສາມາດປຸງແຕ່ງ ຢູ່ພາຍໃນໄດ້ ແມ່ນສົ່ງເສີມໃຫ້ມີການປຸງແຕ່ງ ແລະ ຫ້າມສົ່ງອອກ ເປັນວັດຖຸດິບ ເຊັ່ນ: ໝາກຕາວ, ຫວາຍ, ເຄື່ອແຫມ ແລະ ຊະນິດເຄື່ອງປ່າຂອງດົງ ທີ່ເປັນ ອາຫານ ແລະ ພືດເປັນຢາ ຕາມທີ່ໄດ້ກໍານົດໄວ້ ໃນດຳລັດ 155/ນຍ, ລົງວັນທີ 30/09/2003 ລວມທັງ ດອກເຜິ້ງ ແມ່ນບໍ່ອະນຸຍາດໃຫ້ສົ່ງອອກ.

ຕໍ່ກັບການຕົກລົງເຫັນດີທາງດ້ານຫຼັກການດັ່ງກ່າວນີ້ ກະຊວງອຸດສາຫະກຳ ແລະ ການຄ້າ ຈະນຳໄປຜັນຂະຫຍາຍທາງດ້ານນິຕິກຳ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດເປັນເອກະພາບ ແລະ ໄດ້ຮັບໝາກຜົນດີໃນຂອບເຂດທົ່ວປະເທດ.

ແຫຼ່ງທີ່ມາ: ເວັບໄຊ້ຂອງຫ້ອງວ່າການລັດຖະບານ ແຫ່ງ ສປປ ລາວ, ຂໍ້ມູນຄັ້ງວັນທີ 8 ກັນຍາ 2016.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.