ໃນວັນທີ 22 ສິງຫາ 2016 ທີມງານວິຊາການສັດຕະວະແພດເມືອງເຊໂປນ ແຂວງສະຫວັນນະເຂດ ໄດ້ລົງເຄື່ອນໄຫວຈັດຕັ້ງປະຕິບັດວຽກງານ ຕາມສາຍທາງເລກ 9 ເພື່ອສະກັດກັ້ນການນໍາເຂົ້າຜະລິດຕະພັນສິນຄ້າທີ່ເປັນອັນຕະລາຍຕໍ່ຜູ້ບໍລິໂພກຈາກຕ່າງປະເທດ ມາຈໍາໜ່າຍໃນທ້ອງຕະຫຼາດຂອງເມືອງ ແລະ ສາມາດຢຶດຜະລິດຕະພັນສັດປະເພດເຄື່ອງໃນງົວຂອງແມ່ຄ້າຊາວຫວຽດນາມ ບັນທຸກໃສ່ລົດຈັກ ເຂົ້າມາຈໍານວນ 46 ກິໂລກຼາມ ທີ່ພົບສານປະເພດຟອກມາລີນເຈືອປົນຢູ່.

ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງເຊໂປນ ໄດ້ແຈ້ງໃຫ້ຮູ້ວ່າ:  ສິນຄ້າດັ່ງກ່າວ ບໍ່ມີເອກະສານນໍາເຂົ້າ ຫລື ເອກະສານໃດໆ ກ່ຽວກັບສິນຄ້ານັ້ນ ແລະ ເປັນສິນຄ້າທີ່ຖືກລັກລອບ ຂົນ ເຄື່ອນຍ້າຍ ແບບຜິດກົດໝາຍ. ໝາຍຄວາມວ່າ ບໍ່ໄດ້ຜ່ານດ່ານ ທີ່ມີການກວດກາຂອງເຈົ້າໜ້າທີ່ກ່ຽວຂ້ອງກວດກາ ເຊິ່ງຂັດກັບ ກົດໝາຍ ວ່າດ້ວຍ ການລ້ຽງສັດ ແລະ ການສັດຕະວະແພດ ເລກທີ 03/ສພຊ, ລົງວັນທີ 25 ກໍລະກົດ ແລະ ດໍາລັດ ວ່າດ້ວຍ ການຄຸ້ມຄອງ ການເຄື່ອນຍ້າຍສັດ ແລະ ຜະລິດຕະພັນສິນຄ້າກ່ຽວກັບສັດ ເລກທີ 230/ລບ, ລົງວັນທີ 4 ມິຖຸນາ 2012.

ນອກຈາກນີ້, ຜ່ານການນໍາໃຊ້ເຄື່ອງວິໄຈແບບດ່ວນ (Rapid Test Kit) ໄດ້ພົບວ່າ ສິນຄ້າດັ່ງກ່າວປົນເປື້ອນສານຟອກມາລີນ ເປັນຈໍານວນຫຼວງຫຼາຍ. ເຊິ່ງຜົນວິໄຈພົບວ່າ ການບໍລິໂພກອາຫານທີ່ມີສານເຈືອປົນດັ່ງກ່າວເປັນຈໍານວນຫຼາຍ ສາມາດເຮັດໃຫ້ເຈັບທ້ອງ, ຮາກ, ບໍ່ຮູ້ສຶກໂຕ ຫຼື ສະລົບ, ເຮັດໃຫ້ເກີດຄວາມເສຍຫາຍຕໍ່ກັບໝາກໄຂ່ຫລັງ ຫຼື ຮ້າຍແຮງໄປກວ່ານັ້ນ ກໍອາດເຮັດໃຫ້ເສຍຊີວິດໄດ້.

ດັ່ງນັ້ນ, ໃນຕອນແລງຂອງວັນດຽວກັນ ຫ້ອງການກະສີກໍາ-ປ່າໄມ້ ເມືອງເຊໂປນ ແຂວງສະຫວັນນະເຂດ ຈິ່ງໄດ້ຈັດພິທີທໍາລາຍຜະລິດຕະພັນເຄື່ອງໃນສັດດັ່ງກ່າວໂດຍການຝັງຖິ້ມ. ເຂົ້າຮ່ວມພິທີທໍາລາຍຄັ້ງນີ້ມີ ທ່ານ ວົງໄຊ ໄຊຍະຈັກ ຮອງເຈົ້າເມືອງໆເຊໂປນ, ທ່ານ ສີຄູນ ບານມະນີວົງ ຫົວໜ້າຫ້ອງການສົ່ງເສີມ ກະສີກໍາ-ປ່າໄມ້ເມືອງ, ຄະນະກໍາມະການສະກັດກັ້ນຂັ້ນເມືອງ ແລະ ຫ້ອງການ ທີ່ກ່ຽວຂ້ອງເປັນສັກຂີພິຍານ.

ແຫຼ່ງທີ່ມາ:

- ກົົມລ້ຽງສັດ ແລະ ການປະມົງ, ກະຊວງກະສິກຳ ແລະ ປ່າໄມ້;
- ໜັງສືພິມ ປະຊາຊົນ ເສດຖະກິດ ສັງຄົມ, ສະບັບວັນທີ 30 ສິງຫາ 2016. 

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.