ສາລະບານ

ໝວດທີ I - ບົດບັນຍັດທົ່ວໄປ

ມາດຕາ 1. ຈຸດປະສົງ
ມາດຕາ 2. ມາດຕະຖານກະສິກໍາທີ່ດີກ່ຽວກັບສຸຂະພາບ, ຄວາມປອດໄພ ແລະ ສະຫວັດດີການສັງຄົມຂອງຜູ້ອອກແຮງງານ
ມາດຕາ 3. ອະທິບາຍຄໍາສັບ
ມາດຕາ 4. ຂອບເຂດການນໍາໃຊ້

ໝວດທີ II - ສຸຂະພາບ, ຄວາມປອດໄພ ແລະ ສະຫວັດດີການສັງຄົມຂອງຜູ້ອອກແຮງງານ

ມາດຕາ 5. ການນໍາໃຊ້ສານເຄມີທີ່ກ່ຽວຂ້ອງກັບສຸຂະພາບ ແລະ ຄວາມປອດໄພຂອງຜູ້ອອກແຮງງານ
ມາດຕາ 6. ການເກັບກ່ຽວ ແລະ ການຮັກສາຜົນຜະລິດ
ມາດຕາ 7. ເງື່ອນໄຂຂອງການອອກແຮງງານ
ມາດຕາ 8. ສະຫວັດດີການຕໍ່ຜູ້ອອກແຮງງານ
ມາດຕາ 9. ການຝຶກອົບຮົມໃຫ້ແກ່ຜູ້ອອກແຮງງານ
ມາດຕາ 10. ເອກະສານອ້າງອີງ ແລະ ບົດບັນທຶກຕ່າງໆ
ມາດຕາ 11. ການທົບທວນຄືນກ່ຽວກັບການປະຕິບັດ ຕໍ່ຜູ້ອອກແຮງງານ

ໝວດທີ III - ການໃຊ້ກາໝາຍ ແລະ ສະຫຼາກ

ມາດຕາ 12. ການໃຊ້ກາໝາຍກະສິກໍາທີ່ດີ ກ່ຽວກັບສຸຂະພາບ, ຄວາມປອດໄພ ແລະ ສະຫວັດດີການສັງຄົມ ຂອງຜູ້ອອກແຮງງານ
ມາດຕາ 13. ການໃຊ້ສະຫຼາກ ກ່ຽວກັບສຸຂະພາບ, ຄວາມປອດໄພ ແລະ ສະຫວັດດີການສັງຄົມ ຂອງຜູ້ອອກແຮງງານ

ໝວດທີ IV - ການອອກໃບຢັ້ງຢືນກະສິກໍາທີ່ດີ ກ່ຽວກັບສຸຂະພາບ, ຄວາມປອດໄພ ແລະ ສະຫວັດດີການສັງຄົມ ຂອງຜູ້ອອກແຮງງານ

ມາດຕາ 14. ການອອກໃບຢັ້ງຢືນກະສິກໍາທີ່ດີ ກ່ຽວກັບສຸຂະພາບ, ຄວາມປອດໄພ ແລະ ສະຫວັດດີການສັງຄົມ ຂອງຜູ້ອອກແຮງງານ

ໝວດທີ V - ນະໂຍບາຍຕໍ່ຜູ້ທີ່ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 15. ນະໂຍບາຍຕໍ່ຜູ້ທີ່ມີຜົນງານ
ມາດຕາ 16. ມາດຕະການຕໍ່ຜູ້ລະເມີດ

ໝວດທີ VI - ບົດບັນຍັດສຸດທ້າຍ

ມາດຕາ 17. ການຈັດຕັ້ງປະຕິບັດ
ມາດຕາ 18. ຜົນສັກສິດ


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງກະສິກໍາ ແລະ ປ່າໄມ້   ເລກທີ 0540/ກປ
ນະຄອນຫຼວງວຽງຈັນ, ວັນທີ 09/02/2011

ຂໍ້ຕົກລົງຂອງລັດຖະມົນຕີ
ວ່າດ້ວຍມາດຕະຖານກະສິກໍາທີ່ດີກ່ຽວກັບສຸຂະພາບ, ຄວາມປອດໄພ ແລະ ສະຫວັດດີການສັງຄົມຂອງຜູ້ອອກແຮງງານ

- ອີງຕາມກົດໝາຍວ່າດ້ວຍ ກະສິກໍາ ສະບັບເລກທີ 01/98 ສພຊ, ລົງວັນທີ 10 ຕຸລາ 1998;
- ອີງຕາມດໍາລັດຂອງ ນາຍົກລັດຖະມົນຕີ ສະບັບເລກທີ 148/ນຍ, ລົງວັນທີ 10 ພຶດສະພາ 2007 ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງ ກະຊວງກະສິກໍາ ແລະ ປ່າໄມ້;
- ອີງຕາມໜັງສືສະເໜີ ຂອງກົມປູກຝັງ ສະບັບເລກທີ 1176/ກປຝ, ລົງວັນທີ 09 ພະຈິກ 2010.

ໝວດທີ I
ບົດບັນຍັດທົ່ວໄປ

ມາດຕາ 1. ຈຸດປະສົງ
   ຂໍ້ຕົກລົງສະບັບນີ້ວາງອອກ ເພື່ອເປັນເຄື່ອງມືໃນການປົກປ້ອງສຸຂະພາບ, ຄວາມປອດໄພ ແລະ ສະຫວັດດີການສັງຄົມຂອງ ຜູ້ອອກແຮງງານທີ່ເຮັດການຜະລິດກະສິກໍາທີ່ດີ. ຂ້າງເທິງ

ມາດຕາ 2. ມາດຕະຖານກະສິກໍາທີ່ດີກ່ຽວກັບສຸຂະພາບ, ຄວາມປອດໄພ ແລະ ສະຫວັດດີການສັງຄົມຂອງຜູ້ອອກແຮງງານ
   ມາດຕະຖານກະສິກໍາທີ່ດີກ່ຽວກັບສຸຂະພາບ, ຄວາມປອດໄພ ແລະ ສະຫວັດດີການສັງຄົມຂອງຜູ້ອອກແຮງງານ ແມ່ນໄດ້ພັດທະນາຂຶ້ນບົນພື້ນຖານ ມາດຕະຖານກະສິກໍາທີ່ດີຂອງອາຊຽນ ຊຶ່ງກວມເອົາຂໍ້ກໍານົດຕ່າງໆທີ່ຕ້ອງປະຕິບັດ ຕໍ່ຜູ້ອອກແຮງງານ ທັງນີ້ເພື່ອປົກປ້ອງສິດຜົນປະໂຫຍດ, ສຸຂະພາບ, ຄວາມປອດໄພ ແລະ ສະຫວັດດີການຂອງຜູ້ອອກແຮງງານຢູ່ໃນ ສປປລາວ. ຂ້າງເທິງ

ມາດຕາ 3. ອະທິບາຍຄໍາສັບ
   ຄໍາສັບຕ່າງໆທີ່ໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍດັ່ງນີ້:

  1. ມາດຕະຖານໝາຍເຖິງ: ການກໍານົດຄຸນລັກສະນະສະເພາະ ຂອງຜະລິດຕະພັນ, ສິນຄ້າ, ການບໍລິການ, ຂະບວນການ, ສິ່ງແວດລ້ອມ ແລະອື່ນໆທີ່ກ່ຽວຂ້ອງກັບຄຸນນະພາບ;
  2. ການຜະລິດກະສິກໍາທີ່ດີ (Good Agriculture Practice ‘’GAP”) ໝາຍເຖິງ: ການນໍາໃຊ້ວິທີການເພື່ອປ້ອງກັນ ຫຼື ຫຼຸດຜ່ອນຄວາມສ່ຽງ ທີ່ເປັນອັນຕະລາຍອາດເກີດຂຶ້ນ ໃນລະຫວ່າງການຜະລິດ, ການເກັບກ່ຽວ ແລະ ຫຼັງການເກັບກ່ຽວ;
  3. ສານເຄມີໝາຍເຖິງ: ຝຸ່ນເຄມີ, ຢາປາບສັດຕູພືດ, ຢາຂ້າຫຍ້າ, ຮໍໂມນ, ສານເຄືອບຜິວ ແລະ ແຮ່ທາດບໍາລຸງດິນ;
  4. ເຄມີອື່ນໆໝາຍເຖິງ: ນໍ້າມັນເຊື້ອໄຟ, ນໍ້າມັນເຄື່ອງ ແລະສິ່ງອື່ນໆ;
  5. ການເຮັດອານາໄມ/ທໍາຄວາມສະອາດໝາຍເຖິງ: ການລ້າງ, ເປົ່າ, ເຊັດ, ກວາດ ແລະ ຖູເອົາດິນ, ສິ່ງເປິເປື້ອນ ແລະ ສິ່ງແປກປອມອອກຈາກຜົນຜະລິດ, ສະຖານທີ່ປຸງແຕ່ງເບື້ອງຕົ້ນ ແລະ ສະຖານທີ່ເກັບມ້ຽນຜົນຜະລິດ;
  6. ອົງກອນທີ່ມີອໍານາດໝາຍເຖິງ: ການຈັດຕັ້ງລັດ ຫຼື ເອກະຊົນທີ່ຖືກຮັບຮອງ ເປັນອົງການທີ່ມີສິດອໍານາດ ໃນການພັດທະນາ ຫຼື ກວດກາມາດຕະຖານ ແລະ ຫຼັກການຈັດຕັ້ງປະຕິບັດກົດລະບຽບ ແລະ ນະໂຍບາຍຕ່າງໆ. ຍົກຕົວຢ່າງ: ກົດລະຫັດອາຫານ (CODEX) ແມ່ນກົມອາຫານ ແລະ ຢາ, ກົມປູກຝັງ;
  7. ຊື່ຜະລິດຕະພັນໝາຍເຖິງ: ຊື່ການຄ້າຂອງຜະລິດຕະພັນ;
  8. ຜູ້ນໍາໃຊ້ໝາຍເຖິງ: ຜູ້ຈັດຕັ້ງປະຕິບັດຕົວຈິງ ກ່ຽວກັບການນໍາໃຊ້ຝຸ່ນ, ຢາ ແລະ ສານເຄມີ. ຂ້າງເທິງ

4. ຂອບເຂດການນໍາໃຊ້
   ຂໍ້ຕົກລົງສະບັບນີ້ ມີຜົນບັງຄັບປະຕິບັດ ສໍາລັບບຸກຄົນ, ນິຕິບຸກຄົນ, ຄອບຄົວ ແລະ ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດທີ່ມີຈຸດປະສົງດໍາເນີນທຸລະກິດ ດ້ານການປູກພືດຕາມມາດຕະຖານ ກະສິກໍາທີ່ດີຢູ່ ສປປລາວ. ຂ້າງເທິງ

ໝວດທີ II
ສຸຂະພາບ, ຄວາມປອດໄພ ແລະ ສະຫວັດດີການສັງຄົມຂອງຜູ້ອອກແຮງງານ

ມາດຕາ 5. ການນໍາໃຊ້ສານເຄມີທີ່ກ່ຽວຂ້ອງກັບສຸຂະພາບ ແລະ ຄວາມປອດໄພ
ຂອງຜູ້ອອກແຮງງານ

  1. ຜູ້ອອກແຮງງານຕ້ອງມີຄວາມຮູ້ ແລະ ປະສົບການໃນການຄຸ້ມຄອງ ແລະ ນໍາໃຊ້ສານເຄມີ;
  2. ຕ້ອງເກັບຮັກສາສານເຄມີໄວ້ໃນສະຖານທີ່ ທີ່ເໝາະສົມ ແລະ ຫ້າມບຸກຄົນທີ່ບໍ່ມີສ່ວນກ່ຽວຂ້ອງ ເຂົ້າໃນສະຖານທີ່ເດັດຂາດ. ຕ້ອງຈັດວາງໂຄງສ້າງ, ສິ່ງກໍ່ສ້າງ ແລະ ປະກອບສິ່ງອໍານວຍຄວາມສະດວກ ເພື່ອປ້ອງກັນໃນກໍລະນີມີເຫດການ ສານເຄມີຕົກເຮ່ຍ;
  3. ຕ້ອງເກັບຮັກສາສານເຄມີ ໄວ້ໃນພາຊະນະເດີມ ແລະ ຕິດເຄື່ອງໝາຍ, ຂໍ້ປະຕິບັດ ຫຼື ຄູ່ມືການນໍາໃຊ້ໃຫ້ເຫັນຊັດເຈນ. ໃນກໍລະນີປ່ຽນຖ່າຍສານເຄມີ ໄປສູ່ພາຊະນະໃໝ່ ຕ້ອງຕິດເຄື່ອງໝາຍ, ຊື່, ອັດຕາການນໍາໃຊ້ ແລະ ໄລຍະເວລາສິ້ນສຸດການນໍາໃຊ້ ໃຫ້ເຫັນຢ່າງຈະແຈ້ງ;
  4. ຕ້ອງມີຄູ່ມື ແລະ ຂໍ້ແນະນໍາກ່ຽວກັບຄວາມປອດໄພໃນການນໍາໃຊ້ສານເຄມີ, ໃນກໍລະນີມີຄວາມສ່ຽງຈາກການປົນເປື້ອນຂອງສານເຄມີ ຕໍ່ຜູ້ອອກແຮງງານ;
  5. ຕ້ອງມີສິ່ງອໍານວຍຄວາມສະດວກ ແລະ ມາດຕະການປະຖົມພະຍາບານເບື້ອງຕົ້ນ ຕໍ່ຜູ້ອອກແຮງງານທີ່ຖືກຜົນກະທົບ ຈາກສານເຄມີ;
  6. ຕ້ອງມີຂໍ້ແນະນໍາຕິດໄວ້ ໃນສະຖານທີ່ໆເຫັນງ່າຍໆ ຢູ່ພາຍໃນ ຫຼື ໃກ້ໆກັບສະຖານທີ່ເກັບມ້ຽນສານເຄມີ ໃນກໍລະນີເກີດອຸປະຕິເຫດກະທັນຫັນ;
  7. ຕ້ອງມີເຄື່ອງນຸ່ງ ແລະ ອຸປະກອນປ້ອງກັນສານເຄມີ ສໍາລັບຜູ້ນໍາໃຊ້ສານເຄມີເຂົ້າໃນການຜະລິດ;
  8. ຕ້ອງອະນາໄມ ແລະ ເກັບເຄື່ອງນຸ່ງປ້ອງກັນສານເຄມີ ແຍກອອກຈາກອຸປະກອນອື່ນໆ;
  9. ພື້ນທີ່ ທີ່ນໍາໃຊ້ສານເຄມີໃຫ້ຕິດປະກາດ ຫ້າມເຂົ້າໃນພື້ນທີ່ດັ່ງກ່າວຕາມໄລຍະເວລາ ຂອງສານເຄມີທີ່ນໍາໃຊ້. ໃນກໍລະນີຈໍາເປັນຕ້ອງເຮັດເຄື່ອງໝາຍເຕືອນໄພ ໃນພື້ນທີ່ໆຄົນເຂົ້າເຖິງໄດ້ງ່າຍ. ຂ້າງເທິງ

ມາດຕາ 6. ການເກັບກ່ຽວ ແລະ ການຮັກສາຜົນຜະລິດ

  1. ຜູ້ອອກແຮງງານຊາວຕ່າງດ້າວ ຫຼື ພາຍໃນ ຕ້ອງມີສຸຂະພາບທີ່ແຂງແຮງ;
  2. ຜູ້ອອກແຮງງານ ຕ້ອງໄດ້ຝຶກອົບຮົມ ແລະ ມີຄວາມຮູ້ກ່ຽວກັບການອະນາໄມສ່ວນບຸກຄົນ;
  3. ຕ້ອງຂຽນຂໍ້ແນະນໍາກ່ຽວກັບການອະນາໄມສ່ວນບຸກຄົນ  ແລະ ຕິດໄວ້ບ່ອນທີ່ຜູ້ອອກແຮງງານເຫັນໄດ້ງ່າຍ;
  4. ຕ້ອງມີຫ້ອງນໍ້າ, ອຸປະກອນລ້າງມືໃຫ້ຜູ້ອອກແຮງງານ ແລະ ບົວລະບັດຮັກສາໃຫ້ສະອາດຢູ່ເລື້ອຍໆ;
  5. ບໍ່ໃຫ້ຖິ້ມນໍ້າເປື້ອນໃນບ່ອນ ທີ່ມີຄວາມສ່ຽງຂອງການປົນເປື້ອນ ຕໍ່ຜູ້ອອກແຮງງານ;
  6. ຜູ້ນໍາໃຊ້ແຮງງານ ຕ້ອງຈັດຫາຢາ ແລະ ສິ່ງປ້ອງກັນຮ່າງກາຍໃຫ້ແກ່ຜູ້ອອກແຮງງານ, ໃນກໍລະນີມີບັນຫາເກີດຜົນກະທົບຮ້າຍແຮງ ດ້ານສຸຂະພາບຕໍ່ຜູ້ອອກແຮງງານ, ຜູ້ນໍາໃຊ້ແຮງງານ ຕ້ອງລາຍງານໂດຍດ່ວນໃຫ້ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ;
  7. ຜູ້ອອກແຮງງານຊາວຕ່າງດ້າວ ຕ້ອງໄດ້ກວດສຸຂະພາບ ແລະ ມີໃບຢັ້ງຢືນຈາກແພດຢ່າງຄົບຖ້ວນ;
  8. ຕ້ອງນໍາໃຊ້ມາດຕະການຕ່າງໆ ເພື່ອຫຼຸດຜ່ອນຈໍານວນສັດຕູພືດ ແລະ ສິ່ງນໍາເຊື້ອພະຍາດຢູ່ໃນພື້ນທີ່ທໍາການຜະລິດ, ສະຖານທີ່ປະຕິບັດງານ, ສະຖານທີ່ຫຸ້ມຫໍ່ ແລະ ສາງເກັບມ້ຽນ. ຂ້າງເທິງ

ມາດຕາ 7. ເງື່ອນໄຂຂອງການອອກແຮງງານ

  1. ຕ້ອງມີເງື່ອນໄຂທີ່ເໝາະສົມ ສໍາລັບຜູ້ອອກແຮງງານ, ໃນບ່ອນທີ່ເປັນອັນຕະລາຍຕໍ່ຜູ້ອອກແຮງງານ ຕ້ອງສະໜອງເຄື່ອງນຸ່ງປ້ອງກັນໃຫ້ແກ່ເຂົາເຈົ້າ;
  2. ອຸປະກອນ, ກົນຈັກ, ເຄື່ອງມືຕ່າງໆ ລວມທັງເຄື່ອງໄຟຟ້າ ແລະ ພາຫະນະທຸກຄັນ ທີ່ຢູ່ໃນຟາມຄວນ ໄດ້ຮັບການຄຸ້ມຄອງ, ການກວດກາ ແລະ ບົວລະບັດຮັກສາເປັນປົກກະຕິ, ເພື່ອຮັບປະກັນບໍ່ໃຫ້ເປັນອັນຕະລາຍ ຕໍ່ຜູ້ນໍາໃຊ້;
  3. ຕ້ອງປະຕິບັດຕາມຄູ່ມືກ່ຽວກັບຄວາມປອດໄພ ໃນການປະຕິບັດໜ້າທີ່ ເພື່ອຫຼຸດຜ່ອນຄວາມສ່ຽງທີ່ເປັນອັນຕະລາຍ ຈາກການຍົກສິ່ງຂອງໜັກ, ການຫັນກຽວແໜ້ນເກີນໄປ ແລະ ການເຄື່ອນຍ້າຍສິ່ງຂອງ. ຂ້າງເທິງ

ມາດຕາ 8. ສະຫວັດດີການຕໍ່ຜູ້ອອກແຮງງານ

  1. ໃນສະຖານທີ່ ທີ່ມີຫໍພັກໃຫ້ຜູ້ອອກແຮງງານຢູ່, ຜູ້ນໍາໃຊ້ແຮງງານ ຕ້ອງປະກອບເຄື່ອງໃຊ້ ແລະ ສິ່ງອໍານວຍຄວາມສະດວກທີ່ຈໍາເປັນ;
  2. ຜູ້ອອກແຮງງານ ຕ້ອງມີອາຍຸສູງກວ່າ 15 ປີຂຶ້ນໄປ ຕາມລະບຽບກົດໝາຍຂອງ ສປປລາວ. ຂ້າງເທິງ

ມາດຕາ 9. ການຝຶກອົບຮົມໃຫ້ແກ່ຜູ້ອອກແຮງງານ

  1. ຕ້ອງໃຫ້ຄໍາແນະນໍາ ກ່ຽວກັບຄວາມສ່ຽງ ທີ່ພົວພັນຕໍ່ສຸຂະພາບ ແລະ ຄວາມປອດໄພໃຫ້ແກ່ຜູ້ອອກແຮງງານໃໝ່ ກ່ອນການເລີ່ມຕົ້ນເຮັດວຽກ;
  2. ຜູ້ອອກແຮງງານ ຕ້ອງໄດ້ຮັບການກວດສຸຂະພາບ ເປັນແຕ່ລະໄລຍະ ຫຼື ອີງຕາມຄວາມເໝາະສົມຂອງເວລາ;
  3. ຜູ້ອອກແຮງງານ ຕ້ອງໄດ້ຮັບການຝຶກອົບຮົມ ແລະ ມີຄວາມຮູ້ດ້ານ:

ກ. ການສ້ອມແປງຍານພາຫະນະ, ອຸປະກອນ ແລະ ເຄື່ອງມື;
ຂ. ອຸປະຕິເຫດ ແລະ ສິ່ງທີ່ເກີດຂຶ້ນຢ່າງກະທັນຫັນ;
ຄ. ການອະນາໄມສ່ວນບຸກຄົນ;
ງ. ການນໍາໃຊ້ສານເຄມີທີ່ປອດໄພ;
ຈ. ລະບຽບການດ້ານສະຫວັດດີການສັງຄົມ. ຂ້າງເທິງ

ມາດຕາ 10. ເອກະສານອ້າງອີງ ແລະ ບົດບັນທຶກຕ່າງໆ

  1. ຕ້ອງເຮັດ ແລະ ເກັບຮັກສາບົດບັນທຶກ ກ່ຽວກັບການປະຕິບັດກະສິກໍາທີ່ດີ ຢ່າງໜ້ອຍ 2 ປີຂຶ້ນໄປ;
  2. ຄວນນໍາໃຊ້ເອກະສານທີ່ພົວພັນກັບ ສະພາບການປະຈຸບັນເທົ່ານັ້ນ. ຂ້າງເທິງ

ມາດຕາ 11. ການທົບທວນຄືນກ່ຽວກັບການປະຕິບັດ ຕໍ່ຜູ້ອອກແຮງງານ

  1. ຕ້ອງໄດ້ທົບທວນຄືນການຈັດຕັ້ງປະຕິບັດ ຕໍ່ຜູ້ອອກແຮງງານຢ່າງໜ້ອຍປີລະຄັ້ງ ເພື່ອຮັບປະກັນວ່າການຈັດຕັ້ງປະຕິບັດ ຕໍ່ຜູ້ອອກແຮງງານ ຖືກຕ້ອງຕາມລະບຽບທີ່ກ່ຽວຂ້ອງ;
  2. ຕ້ອງເກັບຮັກສາບົດບັນທຶກ ກ່ຽວກັບການປະຕິບັດດ້ານສຸຂະພາບ ແລະ ສະຫວັດດີການສັງຄົມຕໍ່ຜູ້ອອກແຮງງານ ພ້ອມທັງວິທີການແກ້ໄຂ. ຂ້າງເທິງ

ໝວດທີ III
ການໃຊ້ກາໝາຍ ແລະ ສະຫຼາກ

ມາດຕາ 12. ການໃຊ້ກາໝາຍກະສິກໍາທີ່ດີ ກ່ຽວກັບສຸຂະພາບ, ຄວາມປອດໄພ ແລະ ສະຫວັດດີການສັງຄົມ ຂອງຜູ້ອອກແຮງງານ

  1. ຜົນຜະລິດທີ່ຜ່ານການກວດກາ ແລະ ຮັບຮອງມາດຕະຖານກະສິກໍາທີ່ດີ ກ່ຽວກັບສຸຂະພາບ, ຄວາມປອດໄພ ແລະ ສະຫວັດດີການສັງຄົມ ຂອງຜູ້ອອກແຮງງານຈາກ ກົມປູກຝັງເທົ່ານັ້ນຈຶ່ງມີສິດນໍາໃຊ້ກາໝາຍ ກະສິກໍາທີ່ດີກ່ຽວກັບສຸຂະພາບ, ຄວາມປອດໄພ ແລະ ສະຫວັດດີການສັງຄົມ ຂອງຜູ້ອອກແຮງງານ;
  2. ຫ້າມນໍາໃຊ້ກາໝາຍກະສິກໍາທີ່ດີ ກ່ຽວກັບສຸຂະພາບ, ຄວາມປອດໄພ ແລະ ສະຫວັດດີການສັງຄົມ ຂອງຜູ້ອອກແຮງງານ ເປັນຍີ່ຫໍ້ຂອງຜົນຜະລິດ, ກາໝາຍກະສິກໍາທີ່ດີກ່ຽວກັບສຸຂະພາບ, ຄວາມປອດໄພ ແລະ ສະຫວັດດີການສັງຄົມ ຂອງຜູ້ອອກແຮງງານ ຕ້ອງບໍ່ເດັ່ນກວ່າຍີ່ຫໍ້ຂອງຜົນຜະລິດໂດຍ ຕົວອັກສອນບົ່ງບອກການຮັບຮອງມາດຕະຖານ ແລະ ສັນຍາລັກມາດຕະຖານກະສິກໍາທີ່ດີ ກ່ຽວກັບສຸຂະພາບ, ຄວາມປອດໄພ ແລະ ສະຫວັດດີການສັງຄົມ ຂອງຜູ້ອອກແຮງງານ ຕ້ອງມີຂະໜາດບໍ່ເກີນ ¾ ຂອງຍີ່ຫໍ້ຜົນຜະລິດ. ຂ້າງເທິງ

ມາດຕາ 13. ການໃຊ້ສະຫຼາກ ກ່ຽວກັບສຸຂະພາບ, ຄວາມປອດໄພ ແລະ ສະຫວັດດີການສັງຄົມ ຂອງຜູ້ອອກແຮງງານ

  1. ພາຊະນະບັນຈຸຕ້ອງມີຊື່, ທີ່ຢູ່ຜູ້ຜະລິດ ຫຼື ຜູ້ປະກອບການ ຜູ້ຜະລິດສຸດທ້າຍທີ່ຂໍການຮັບຮອງ ຈາກກົມປູກຝັງ, ພ້ອມທັງລະບຸແຫຼ່ງທີ່ມາຂອງຜົນຜະລິດ;
  2. ກ່ອນມີການຈັດພິມສະຫຼາກ ຫຼື ວັດຖຸຫຸ້ມຫໍ່ບັນຈຸຜົນຜະລິດ ທີ່ມີກາໝາຍມາດຕະຖານກະສິກໍາທີ່ດີ ກ່ຽວກັບສຸຂະພາບ, ຄວາມປອດໄພ ແລະ ສະຫວັດດີການສັງຄົມ ຂອງຜູ້ອອກແຮງງານຕິດຢູ່, ຜູ້ຜະລິດ ຫຼື ຜູ້ປະກອບການຕ້ອງສົ່ງສໍາເນົາຕົ້ນສະບັບ ແບບສະຫຼາກ ຫຼື ວັດຖຸຫຸ້ມຫໍ່ບັນຈຸຜະລິດຕະພັນ ໃຫ້ກົມປູກຝັງກວດກາ ຄວາມຖືກຕ້ອງກ່ອນທຸກໆຄັ້ງ. ຂ້າງເທິງ

ໝວດທີ IV
ການອອກໃບຢັ້ງຢືນກະສິກໍາທີ່ດີ ກ່ຽວກັບສຸຂະພາບ, ຄວາມປອດໄພ ແລະ ສະຫວັດດີການສັງຄົມ ຂອງຜູ້ອອກແຮງງານ

ມາດຕາ 14. ການອອກໃບຢັ້ງຢືນກະສິກໍາທີ່ດີ ກ່ຽວກັບສຸຂະພາບ, ຄວາມປອດໄພ ແລະ ສະຫວັດດີການສັງຄົມ ຂອງຜູ້ອອກແຮງງານ
   ກົມປູກຝັງ, ກະຊວງກະສິກໍາ ແລະ ປ່າໄມ້ ເປັນຜູ້ຮັບຜິດຊອບໃນການປະເມີນຜົນ, ການກວດກາ ແລະ ການອອກໃບຢັ້ງຢືນ ກະສິກໍາທີ່ດີ ກ່ຽວກັບສຸຂະພາບ, ຄວາມປອດໄພ ແລະ ສະຫວັດດີການສັງຄົມຂອງຜູ້ອອກແຮງງານ ໃນສປປລາວ. ຂ້າງເທິງ

ໝວດທີ V
ນະໂຍບາຍຕໍ່ຜູ້ທີ່ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 15. ນະໂຍບາຍຕໍ່ຜູ້ທີ່ມີຜົນງານ
   ບຸກຄົນ ຫຼື ການຈັດຕັ້ງທີ່ມີຜົນງານດີເດັ່ນ ໃນການດໍາເນີນກິດຈະການ ດ້ານການຜະລິດກະສິກໍາທີ່ດີ ກ່ຽວກັບສຸຂະພາບ, ຄວາມປອດໄພ ແລະ ສະຫວັດດີການສັງຄົມຂອງຜູ້ອອກແຮງງານ ຈະໄດ້ຮັບການປະຕິບັດນະໂຍບາຍ ແລະ ການຍ້ອງຍໍຕາມຄວາມເໝາະສົມ. ຂ້າງເທິງ

ມາດຕາ 16. ມາດຕະການຕໍ່ຜູ້ລະເມີດ
      ບຸກຄົນ ຫຼື ການຈັດຕັ້ງທີ່ລະເມີດຂໍ້ຕົກລົງ ວ່າດ້ວຍມາດຕະຖານກະສິກໍາທີ່ດີ ກ່ຽວກັບສຸຂະພາບ, ຄວາມປອດໄພ ແລະ ສະຫວັດດີການສັງຄົມ ຂອງຜູ້ອອກແຮງງານສະບັບນີ້ ຈະຖືກກ່າວເຕືອນ, ສຶກສາອົບຮົມ, ປັບໃໝ ຫຼື ລົງໂທດທາງອາຍາຕາມທີ່ໄດ້ກໍານົດໄວ້ ໃນກົດໝາຍວ່າດ້ວຍກະສິກໍາຂອງ ສປປລາວ. ຂ້າງເທິງ

ໝວດທີ VI
ບົດບັນຍັດສຸດທ້າຍ

ມາດຕາ 17. ການຈັດຕັ້ງປະຕິບັດ
   ມອບໃຫ້ກົມປູກຝັງ, ກະຊວງກະສິກໍາ ແລະ ປ່າໄມ້ ເປັນເຈົ້າການຈັດຕັ້ງຜັນຂະຫຍາຍ ແລະ ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ ໃຫ້ມີປະສິດທິຜົນສູງ. ຂ້າງເທິງ

ມາດຕາ 18. ຜົນສັກສິດ
   ຂໍ້ຕົກລົງສະບັບນີ້ ມີຜົນສັກສິດນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ. ຂ້າງເທິງ

ລັດຖະມົນຕີວ່າການກະຊວງກະສິກໍາ ແລະ ປ່າໄມ້
ດຣ. ຕີ ພົມມະຈັກ

# ຫົວຂໍ້ ດາວໂຫຼດ
1 Decision of the Minister on Good Agriculture Practices for Worker Health, Safety and Welfare Standard No. 0540/MAF PDF
2 ຂໍ້ຕົກລົງ ຂອງລັດຖະມົນຕີ ວ່າດ້ວຍ ມາດຕະຖານກະສິກໍາ ທີ່ດີ ກ່ຽວກັບ ສຸຂະພາບ, ຄວາມປອດໄພ ແລະ ສະຫວັດດີການສັງຄົມ ຂອງຜູ້ອອກແຮງງານ ເລກທີ 0540/ກປ PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.