ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ     ເລກທີ 1356/ຫສນຍ.ກລຂ
ນະຄອນຫຼວງວຽງຈັນ, ວັນທີ 9 ກັນຍາ 2016

ແຈ້ງການ

ຮຽນ : -   ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ທີ່ນັບຖື.

-   ທ່ານລັດຖະມົນຕີກະຊວງກະສີກຳ ແລະ ປ່າໄມ້.

-   ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ.

ເລື່ອງ : ລາຍການ (ບັນຊີ) ຜະລິດຕະພັນໄມ້ ເພື່ອສົ່ງອອກ ແລະ ຫ້າມສົ່ງອອກ.

-    ອີງຕາມ ການລາຍງານຂອງທ່ານລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ລາຍງາຍຕໍ່ກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ ຄັ້ງວັນທີ 29 ສິງຫາ 2016.

-    ອີງຕາມ ການຊີ້ນຳ ແລະ ຕົກລົງໃນກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ ຄັ້ງວັນທີ 29 ສິງຫາ 2016.

ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຂໍຖືເປັນກຽດແຈ້ງມາຍັງທ່ານຊາບ ດັ່ງນີ້ :

     “ ໂດຍພື້ນຖານແມ່ນເຫັນດີຕາມການສະເໜີຂອງກະຊວງອຸດສາຫະກຳ ແລະ ການຄ້າ ກ່ຽວກັບລາຍການຜະລິດຕະພັນໄມ້ອະນຸມັດໃຫ້ສົ່ງອອກ ແລະ ບໍ່ອະນຸມັດໃຫ້ສົ່ງອອກ, ແຕ່ໃຫ້ປັບປຸງລາຍການຜະລິດຕະພັນໄມ້ ທີ່ມີຄວາມສ່ຽງ (ເປັນຊ່ອງຫວ່າງ) ໃນການຄຸ້ມຄອງການສົ່ງອອກ ຕາມການຕົກລົງຂອງກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ. ສຳລັບການຈັດຕັ້ງປະຕິບັດຕົວຈິງ ມອບໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງກະຊິກຳ ແລະ ປ່າໄມ້ ແລະ ກະຊວງການເງິນ ເປັນຜູ່ຈັດຕັ້ງປະຕິບັດ ຕາມພາລະບົດບາດ ແລະ ຄວາມຮັບພິຊອບຂອງຂະແໜງການຕົ້ນຢ່າງເຂັ້ມງວດ.”

ດັ່ງນັ້ນ, ຈຶ່ແຈ້ງມາຍັງທ່ານເພື່ອຊາບ ແລະ ຈັດຕັ້ງປະຕິບັດຕາມເນື້ອໃນຂ້າງເທີງໃຫ້ໄດ້ຜົນດີ.

ລັດຖະມົນຕີ,
ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ
( ເຊັນ ແລະ ປະທັບຕາ )

ເພັດ ພົມພິພັກ

ຂ້າງເທິງ

# ຫົວຂໍ້ ດາວໂຫຼດ
1 Notification on the List of Wooden Products that are Permitted and Prohibited for Export No. 1356/PSPM. SO, dated 9 September 2016 PDF
2 ແຈ້ງການ ກ່ຽວກັບ ລາຍການ (ບັນຊີ) ຜະລິດຕະພັນໄມ້ ເພື່ອສົ່ງອອກ ແລະ ຫ້າມສົ່ງອອກ ສະບັບເລກທີ 1356/ຫສນຍ.ກລຂ, ລົງວັນທີ 9 ກັນຍາ 2016 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.