ກະຊວງການເງິນ ອອກ ຂໍ້ກຳນົດ ວ່າດ້ວຍ ການຈັດເກັບອາກອນມູນຄ່າເພີ່ມ ສຳລັບເຄື່ອງຂອງຕິດຕົວຜູ້ໂດຍສານ ໃນອັດຕາ ສິບສ່ວນຮ້ອຍ (10%) ຂອງມູນຄ່າເຄື່ອງຂອງຕິດຕົວຜູ້ໂດຍສານ ສະບັບເລກທີ 2834/ກງ, ລົງວັນທີ 30 ສິງຫາ 2016 . ເພື່ອຈັດຕັ້ງຜັນຂະຫຍາຍຂໍ້ກຳນົດດັ່ງກ່າວ, ກົມພາສີ ກະຊວງການເງິນ ອອກ ບົດແນະນຳ ວ່າດ້ວຍ ວິທີການຄຸ້ມຄອງການຈັດເກັບອາກອນມູນຄ່າເພີ່ມ ສຳລັບເຄື່ອງຂອງຕິດຕົວຜູ້ໂດຍສານ ໃນອັດຕາສິບສ່ວນຮ້ອຍ (10%) ສະບັບເລກທີ 09523/ກພສ, ລົງວັນທີ 16 ກັນຍາ 2016 ເຊິ່ງກຳນົດ ລະບຽບການ, ວິທີການ, ຂັ້ນຕອນ ແລະ ມາດຕະການ ໃນການຈັດຕັ້ງປະຕິບັດຂໍ້ກໍານົດດັ່ງກ່າວລະອຽດ.

ການຈັດເກັບອາກອນມູນຄ່າເພີ່ມນີ້ ໄດ້ກຳນົດໃຫ້ການນຳເຂົ້າເຄື່ອງຂອງ (ໃໝ່ ແລະ ຖືກນຳໃຊ້ແລ້ວ) ຕິດຕົວຜູ້ໂດຍສານ ທີ່ເປັນພົນລະເມືອງລາວ, ຄົນຕ່າງດ້າວ, ຄົນຕ່າງປະເທດ ທີ່ດຳລົງຊີວິດ ຢູ່ ສປປ ລາວ ທີ່ໄດ້ເດີນທາງເຂົ້າມາໃນ ສປປ ລາວ ຜ່ານດ່ານພາສີຊາຍແດນ ລວມທັງດ່ານສະໜາມບິນສາກົນ ຕ້ອງໄດ້ແຈ້ງເສຍອາກອນມູນຄ່າເພີ່ມ ໃນອັດຕາ 10% ຂອງມູນຄ່າເຄື່ອງຂອງ. ການເກັບອາກອນມູນຄ່າເພີ່ມດັ່ງກ່າວ ຈະຍົກເວັ້ນໃຫ້ແກ່ຜູ້ໂດຍສານທີ່ເດີນທາງເຂົ້າ ສປປ ລາວ ທີ່ມີລັກສະນະບໍ່ເປັນປະຈຳ (ບໍ່ເກີນສອງຄັ້ງຕໍ່ເດືອນ) ໂດຍເຄື່ອງຕິດໂຕຕ້ອງຂອງມີມູນຄ່າບໍ່ເກີນ 50 ໂດລາ ສະຫະລັດ, ແຕ່ສຳລັບຜູ້ໂດຍສານ ທີ່ເດີນທາງເຂົ້າມາໃນ ສປປ ລາວ ເປັນລັກສະນະປະຈຳ ແມ່ນບໍ່ໄດ້ຮັບການຍົກເວັ້ນ ແລະ ຈະຖືກຄິດໄລ່ເກັບອາກອນມູນຄ່າເພີ່ມ ຕາມມູນຄ່າຕົວຈິງຂອງເຄື່ອງຂອງທີ່ມີການນຳເຂົ້າ.

ຜູ້ໂດຍສານທີ່ຈະເດີນທາງອອກ ຫຼື ເຂົ້າ ຜ່ານດ່ານພາສີຊາຍແດນ ຕ້ອງໄດ້ປະກອບຂໍ້ມູນໃສ່ ໃບແຈ້ງເຄື່ອງຂອງຕິດຕົວຜູ້ໂດຍສານ ແລ້ວຍື່ນຕໍ່ເຈົ້າໜ້າທີ່ພາສີປະຈຳດ່ານບ່ອນຂາເຂົ້າ. ໃນກໍລະນີທີ່ເປັນເຄື່ອງຂອງໃໝ່ ຕ້ອງນຳເອົາໃບເກັບເງິນຄັດຕິດນຳ ເພື່ອຄິດໄລ່ອາກອນມູນຄ່າເພີ່ມໃຫ້ຖືກຕ້ອງ ແລະ ວ່ອງໄວ. ໃນກໍລະນີຜູ້ໂດຍສານ ມີໃບເກັບເງິນບໍ່ຄົບຖ້ວນ ຫຼື ໃບເກັບເງິນບໍ່ຊັດເຈນ ຫຼື ບໍ່ມີ, ເຈົ້າໜ້າທີ່ພາສີ ມີສິດປະເມີນມູນຄ່າເຄື່ອງຂອງດັ່ງກ່າວໃຫ້ແທດເໝາະກັບຄວາມເປັນຈິງ ເພື່ອເປັນພື້ີນຖານຄິດໄລ່ໃນການຈັດເກັບອາກອນມູນຄ່າເພີ່ມ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.