ສາລະບານ

ໝວດທີ 1 - ບົດບັນຍັດທົ່ວໄປ

ມາດຕາ 1. ຈຸດປະສົງ
ມາດຕາ 2. ການອະທິບາຍຄໍາສັບ
ມາດຕາ 3. ຂອບເຂດການນໍາໃຊ້

ໝວດທີ 2 - ຫລັກການພື້ນຖານ

ມາດຕາ 4. ຫລັກການກ່ຽວກັບການອອກໃບອະນຸຍາດນໍາເຂົ້າ
ມາດຕາ 5. ຫລັກການກ່ຽວກັບການຍື່ນໃບຄໍາຮ້ອງ ແລະ ການຂໍຕໍ່ໃບອະນຸຍາດນໍາເຂົ້າ

ໝວດທີ 3 - ຮູບແບບຂອງຂັ້ນຕອນການອອກໃບອະນຸຍາດນຳເຂົ້າ

ມາດຕາ 6. ຂັ້ນຕອນການອອກໃບອະນຸຍາດນຳເຂົ້າ ແບບອັດຕະໂນມັດ
ມາດຕາ 7. ຂັ້ນຕອນການອອກໃບອະນຸຍາດນຳເຂົ້າ ແບບບໍ່ອັດຕະໂນມັດ

ໝວດທີ 4 - ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຜູ້ລະເມີດ

ມາດຕາ 8. ນະໂຍບາຍຕໍ່ຜູ້ມີຜົນງານ
ມາດຕາ 9. ມາດຕາຕໍຜູ້ລະເມີດ

ໝວດທີ 5 - ບົດບັນຍັດສຸດທ້າຍ

ມາດຕາ 10. ການຈັດຕັ້ງປະຕິບັດ
ມາດຕາ 11. ຜົນສັກສິດ


ສາທາລະ­ນະລັດ ປະຊາທິປະໄຕ ປະຊາຊົ­ນລາວ
ສັ­ນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນ­ະຖາວອນ­

ສຳນັກງານນາຍົກລັດຖະມົນຕີ   ເລກທີ 180/ນຍ
ນະຄອນຫລວງວຽງຈັນ, ວັນທີ 07 ກໍລະກົດ 2009

ດໍາລັດ
ວ່າດ້ວຍຂັ້ນຕອນການອອກໃບອະນຸຍາດນໍາເຂົ້າສິນຄ້າ

  • ອີງຕາມ ກົດໝາຍວ່າດ້ວຍລັດຖະບານແຫ່ງ ສປປ ລາວ ສະບັບເລກທີ 02/ສພຊ, ລົງວັນທີ 6 ພຶດສະ ພາ 2003;
  • ອີງຕາມ ໜັງສືສະເໜີຂອງລັດຖະມົນຕີວ່າການກະຊວງອຸດສາຫະກຳ ແລະ ການຄ້າ ສະບັບເລກທີ 1318/ອຄ.ກຂອ, ລົງວັນທີ 30 ມິຖຸນາ 2009.

ນາຍົກລັດຖະມົນຕີແຫ່ງ ສປປ ລາວ ອອກດຳລັດ:

ໝວດທີ 1
ບົດບັນຍັດທົ່ວໄປ

ມາດຕາ 1. ຈຸດປະສົງ
   ດໍາລັດສະບັບນີ້ກໍານົດຫລັກການ, ລະບຽບການ ແລະ ຂັ້ນຕອນກ່ຽວກັບການອອກໃບອະນຸຍາດນຳເຂົ້າສິນ ຄ້າໃຫ້ມີຄວາມເປັນເອກະພາບ, ກະທັດຮັດ, ໂປ່ງໃສ ແລະ ສອດຄອ່ງກັບສົນທິສັນຍາສາກົນທີ່ ສປປ ລາວ ເປັນພາຄີ ແນໃສ່ການສົ່ງເສີມການເຄື່ອນຍ້າຍສິນຄ້າລະຫວ່າງປະເທດ, ປະກອບສ່ວນພັດທະນາເສດຖະກິດແຫ່ງ ຊາດ ແລະ ລົບລ້າງຄວາມທຸກຍາກຂອງປະຊາຊົນ ຕາມລະດັບຄາດໝາຍທີ່ລັດຖະບານໄດ້ກຳນົດໄວ້. ຂ້າງເທິງ

ມາດຕາ 2. ການອະທິບາຍຄຳສັບ
   ຄໍາສັບຕ່າງໆທີ່ນໍາໃຊ້ໃນດໍາລັດສະບັບນີ້ມີຄວາມໝາຍດັ່ງນີ້:

  1. ການອອກໃບອະນຸຍາດນຳເຂົ້າ ໝາຍເຖິງຂັ້ນຕອນທາງດ້ານບໍລິຫານທີ່ຮຽກຮ້ອງໃຫ້ຜູ້ຂໍອະນຸຍາດນຳເຂົ້າສິນຄ້າ ຕ້ອງຍື່ນຄຳຮ້ອງພ້ອມດ້ວຍເອກະສານທີ່ກ່ຽວຂ້ອງ ຕໍ່ອົງການອອກໃບອະນຸຍາດນຳເຂົ້າກ່ອນນຳສິນຄ້າມາເຂດ ແດນພາສີຂອງ ສປປ ລາວ;
  2. ສິນຄ້າທີ່ຕ້ອງການຂໍອະນຸຍາດນຳເຂົ້າ ໝາຍເຖິງສິນຄ້າທີ່ຜູ້ຂໍອະນຸຍາດຕ້ອງໄດ້ຍືນຄຳຮ້ອງ ເພື່ອຂໍອະນຸຍາດ ນຳເຂົ້າຈາກອົງການອອກໃບອະນຸຍາດນຳເຂົ້າ ກ່ອນການນຳເຂົ້າສິນຄ້າ ໂດຍມອບໃຫ້ກະຊວງອຸດສາຫະກຳ ແລະ ການຄ້າສົມທົບກັບກະຊວງທີ່ກ່ຽວຂ້ອງ ອອກແຈ້ງການຕ່າງຫາກກ່ຽວກັບບັນຊີລາຍການສິນຄ້າທີ່ຂໍອະນຸ ຍາດນຳເຂົ້າ;
  3. ອົງການອອກໃບອະນຸຍາດນຳເຂົ້າ ໝາຍເຖິງອົງການບໍລິຫານຂອງລັດ ທີ່ມີສິດໜ້າທີ່ໃນການອອກໃບອະນຸຍາດ ນຳເຂົ້າສິນຄ້າຕາມລະບຽບກົດໝາຍ;
  4. ຜູ້ຂໍອະນຸຍາດນຳເຂົ້າໝາຍເຖິງບຸກຄົນ, ອົງການຈັດຕັ້ງ ຫຼື ນິຕິບຸນຄົນ ທີ່ມີສິດນຳເຂົ້າສິນຄ້າຕາມລະບຽບກົດ ໝາຍຂອງ ສປປ ລາວ;
  5. ການອອກໃບອະນຸຍາດ ນຳເຂົ້າແບບອັດຕະໂນມັດ ໝາຍເຖິງ ການອອກໃບອະນຸຍາດນຳເຂົ້າໂດຍທັນທີ ຫຼື ຢ່າງຊ້າບໍ່ໃຫ້ເກີນສິບວັນລັດຖະການໃຫ້ແກ່ຜູ້ຂໍອຸະນຸຍາດນຳເຂົ້າທີ່ໄດ້ປະກອບເອກະສານຢ່າງຄົບຖ້ວນ ແລະ ຖືກຕ້ອງ;
  6. ການອອກໃບອະນຸຍາດນເຂົ້າແບບບໍ່ອັດຕະໂນມັດ ໝາຍເຖິງການອອກໃບອະນຸຍາດທີ່ບໍ່ນອນຢູ່ໃນ ຂໍ້ 5 ຂອງ ມາດຕານີ້. ໂດຍທົ່ວໄປການອອກໃບອະນຸຍາດນຳເຂົ້າແບບບໍ່ອັດຕະໂນມັດ ຈະຖືກນຳໃຊ້ເພື່ອຈຸດປະສົງຂອງ ການຈຳກັດປະລິມານ (ໂກຕ້າ) ນຳເຂົ້າສິນຄ້າ. ຂ້າງເທິງ

ມາດຕາ 3. ຂອບເຂດການນຳໃຊ້
   ດໍາລັດສະບັບນີ້ນໍາໃຊ້ກັບສິນຄ້າທີ່ຕ້ອງຂໍອະນຸຍາດນໍາເຂົ້າໂດຍບຸກຄົນ, ອົງການຈັດຕັ້ງ ຫຼື ນິຕິບຸກຄົນໃດໜຶ່ງ ທີ່ມີສິດນຳເຂົ້າສິນຄ້າປະເພດດັ່ງກ່າວ.
   ການນໍາເຂົ້າສິນຄ້າທີ່ຄວບຄຸ້ມມາດຕະການສຸຂະອະນາໄມພືດ ແລະ ສັດ ແລະ ມາດຕະການເຕັກນິກທີ່ເປັນ ອຸປະສັກຕໍ່ການຄ້າ ແມ່ນບໍ່ນອນຢູ່ຂອບເຂດການນຳໃຊ້ຂອງດຳລັດສະບັບນີ້ ເຊິ່ງລາຍລະອຽດຈະໄດ້ກຳນົດໄວ້ ໃນລະບຽບການຕ່າງຫາກ. ຂ້າງເທິງ

ໝວດທີ 2
ຫລັກການພື້ນຖານ

ມາດຕາ 4. ຫລັກການກ່ຽວກັບການອອກໃບອະນຸຍາດນຳເຂົ້າ

  1. ຂັ້ນຕອນການອອກໃບອະນຸຍາດນຳເຂົ້າຕ້ອງໄດ້ຮັບການກຳນົດ ແລະ ຈັດຕັ້ງປະຕິບັດແບບກະທັດຮັດ, ບໍ່ລຳ ອຽງ, ໂປ່ງໃສ, ເປັນທຳ ແລະ ທ່ຽງທຳ.
  2. ຜູ້ຂໍອະນຸຍາດນຳເຂົ້າທັງພາຍໃນ ແລະ ຕ່າງປະເທດ ລ້ວນແລ້ວແຕ່ໄດ້ຮັບການປະຕິບັດແບບສະເໝີພາບຕໍ່ໜ້າ ກົດໝາຍ ໃນການຍື່ນຄຳຮ້ອງ ແລະ ໄດ້ຮັບໃບອະນຸຍາດນຳເຂົ້າ.
  3. ອົງການອອກໃບອະນຸຍາດນຳເຂົ້າ ຕ້ອງເຜີຍແຜ່ລະບຽບການ ແລະ ທຸກຂໍ້ມູນຂ່າວສານທີ່ກ່ຽວຂ້ອງກັບຂັ້ນຕອນ ການອອກໃບອະນຸຍາດນຳເຂົ້າ ລວມທັງເງື່ອນໄຂຂອງຜູ້ຂໍອະນຸຍາດນຳເຂົ້າ, ອົງການອອກໃບອະນຸຍາດນຳ ເຂົ້າ ແລະ ລາຍການສິນຄ້າທີ່ຕ້ອງຂໍອະນຸຍາດຜ່ານໜັງສືພິມ ຫຼື ສື່ທາງການຂອງລັດໃນການກຳນົດເວລາ 21 (ຊາວເອັດ) ວັນ ກ່ອນວັນທີ່ລະບຽບການດັ່ງກ່າວຂັ້ນເທິງ ມີຜົນບັງຄັບໃຊ້ຕາມເງື່ອນເອື້ອອຳນວຍ. ໃນທຸກກໍລະ ນີການເຜີຍແຜ່ດັ່ງກ່າວ ຕ້ອງດຳເນີນກ່ອນວັນທີ່ລະບຽບການມີຜົນບັງຄັບໃຊ້. ຖ້າວ່າຂັ້ນຕອນການອອກໃບອະນຸ ຍາດນຳເຂົ້າ ຫຼື ລາຍການສິນຄ້າທີ່ຕ້ອງການຂໍອະນຸຍາດນຳເຂົ້ານັ້ນຫາກຖືກປັບປຸງໃໝ່ ອົງການອອກໃບອະນຸ ຍາດນຳເຂົ້າຕ້ອງດຳເນີນການເຜີຍແຜ່ຄືກັນກັບວິທີການ ແລະ ກຳນົດເວລາທີ່ໄດ້ກ່າວມາຂ້າງເທິງ ເພື່ອໃຫ້ ພາກສວ່ນທີ່ກ່ຽວຂ້ອງຂອງລັດ ແລະ ຜູ້ດຳເນີນທຸລະກິດທີ່ກ່ຽວຂ້ອງຮັບຊາບ. ຂ້າງເທິງ

ມາດຕາ 5. ຫລັກການ ກ່ຽວກັບການຍື່ນໃບຄຳຮ້ອງ ແລະ ການຂໍຕໍ່ໃບອານຸຍາດນ້ຳເຂົ້າ.

  1. ແບບຟອມຂອງໃບຄຳຮ້ອງຂໍອະນຸຍາດນຳເຂົ້າແລະແບບຟອມຂອງໃບຄຳຮ້ອງຂໍຕໍ່ອາຍຸໃບອະນຸຍາດຂໍນຳເຂົ້າ ລວມທັງ ຂັ້ນຕອນການຍື່ນໃບຄຳຮ້ອງ ແລະ ການຕໍ່ອາຍຸ ໃບອະນຸຍາດນຳເຂົ້າຕ້ອງກະທັດຮັດ. ຜູ້ຂໍ ອະນຸຍາດນ້ຳເຂົ້າ ຕ້ອງມີເວລາ ເພື່ອຍື່ນຄຳຮ້ອງ ຂໍໃບອານຸຍາດນຳເຂົ້າ. ໃນກໍລະນີທີ່ມີການກຳນົດ ວັນປິດຮັບໃບຄຳຮ້ອງ ໄລຍະເວລາ ສຳລັບການ ຍື່ນໃບຄຳຮ້ອງ ຕ້ອງໄດ້ຮັບການກຳນົດຢ່າງໜ້ອຍ 21 (ຊາວແອັດ) ວັນນັບແຕ່ວັນປະກາດເປັນຕົ້ນ ໄປ ແລະ ສາມາດຕໍ່ເວລາໄດ້ອີກ ຖ້າວ່າຈໍານວນ ໃບຄຳຮ້ອງທີ່ໄດ້ຮັບ ຫາກຍັງບໍ່ທັນພຽງພໍ ໃນໄລຍະເວລາດັ່ງກ່າວ.
  2. ຜູ້ຂໍອານຸຍາດນຳເຂົ້າ ຕ້ອງຍື່ນຄຳຮ້ອງຕໍ່ອົງການອອກໃບອານຸຍາດນຳເຂົ້າ ພຽງແຕ່ ອົງການດຽວເທົ່ານັ້ນ. ໃນກໍລະນີທີ່ມີຄວາມຈຳເປັນ ຜູ້ຂໍອະນຸຍາດນຳເຂົ້າ ອາດຍື່ນຄຳຮ້ອງ ຜ່ານຫລາຍອົງການ ແຕ່ບໍ່ໃຫ້ເກີນ ສາມ ອົງການ. ກະຊວງອຸດສາຫະກຳ ແລະ ການຄ້າ ປະສານສົມທົບກັບຂະແໜງກ່ຽວຂ້ອງ ອອກແຈ້ງການຕ່າງຫາກ ກ່ຽວກັບອົງການ ທີ່ມີສິດ ອອກໃບອະນຸຍາດ ນຳເຂົ້າສິນຄ້າ ແຕ່ລະລາຍການ.
  3. ໃບຄຳຮ້ອງຂໍອະນຸຍາດ ນຳເຂົ້າສິນຄ້າ ຈະບໍ່ຖືກປະຕິເສດ ຍ້ອນຄວາມຜິດພາດພຽງ ເລັກໜ້ອຍຕາມເອກະສານ ຊຶ່ງບໍ່ໄດ້ປ່ຽນແປງຂໍ້ມູນພື້ນຖານ ທີ່ສະແດງຢູ່ໃນເອກະສານນັ້ນ. ການນຳໃຊ້ມາດຕະການອັນເນື່ອງມາຈາກ ຄວາມຜິດ ພາດນີ້ ອາດເປັນພຽງການຕັກເຕືອນ ຖ້າວ່າຄວາມຜິດດັ່ງກ່າວ ຫາກບໍ່ມີຈຸດປະສົງ ເພື່ອຫລອກລວງ ຫຼື ແມ່ນຍ້ອນ ຄວາມບໍ່ເອົາໃຈໃສ ທີ່ເຫັນໄດ້ຢາງຈະແຈ້ງ.
  4. ສິນຄ້າທີ່ໄດ້ຮັບການອະນຸຍາດນຳເຂົ້າແລ້ວ ຈະບໍ່ຖືກປະຕິເສດ ໃຫ້ນຳເຂົ້າຍ້ອນມູນຄ່າ, ປະລິມານ ຫຼື ນ້ຳໜັກ ແຕກ ຕ່າງ ເລັກນ້ອຍ ຈາກຈຳນວນທີ່ໄດ້ລະບຸໄວ້ໃນໃບອະນຸຍາດ ນຳເຂົ້າ ໂດຍສ່ອດຄ່ອງ ກັບກາປະຕິບັດ ແບບປົກກະຕິ ທາງການຄ້າ.
  5. ການແລກປ່ຽນເງິນຕາຕ່າງປະເທດທີ່ຈຳເປັນ ເພື່ອຊຳລະການນຳເຂົ້າສິນຄ້າທີ່ຕ້ອງ ຂໍອານຸຍາດ ນຳເຂົ້າ ຈະຖືກ ຈັດສັນບົນພື້ນຖານທີ່ເທົ່າທຽມກັນກັບ ການນຳເຂົ້າສິນຄ້າ ທີ່ບໍ່ຮຽກຮ້ອງໃຫ້ມີໃບອານຸຍາດນຳເຂົ້າ.
  6. ໃບອະນຸຍາດນຳເຂົ້າມີອາຍຸນຳໃຊ້ 1 (ໜຶ່ງ) ປີ ແລະ ຈະໝົດອາຍຸການນຳໃຊ້ໂດຍອັດ ຕະໂນມັດ ຖ້າວ່າກຳນົດ ເວລາດັ່ງ  ກ່າວ ຫາກສິນສຸດລົງ. ໃນກໍລະນີທີ່ມີໃບອານຸຍາດນຳເຂົ້າ ຫາກບໍ່ຖືກນຳໃຊ້ ຫຼື ຖືກນຳໃຊ້ແລ້ວແຕ່ປະຕິບັດ ຍັງບໍ່ໄດ້ສຳເລັດ ພາຍໃນກຳນົດເວລາ ທີ່ລະບຸໄວ້ ຜູ້ຂໍອະນຸຍາດນຳເຂົ້າ ຕ້ອງຍື່ນຄຳຮ້ອງຂໍຕໍ່ ອາຍຸການນຳໃຊ້ ໃບອະນຸຍາດນຳເຂົ້າ ໂດຍຄັດຕິດໃບອະນຸຍາດນຳເຂົ້າ ສະບັບຕົ້ນຍັງນຳໃຊ້ ໄດ້. ອົງການອອກໃບອະນຸຍາດນຳເຂົ້າ ຕ້ອງລົບລ້າງໃບອານຸຍາດນຳເຂົ້າສະບັບເກົ່າ ແລະ ອອກໃບອະນຸຍາດນຳເຂົ້າສະບັບໃໝ່. ການຕໍ່ອາຍຸໃບອະນຸຍາດ ແມ່ນສາມາດຕໍ່ໄດ້ ແລະ ມີກຳນົດເວລາບໍ່ເກີນ 3 (ສາມ) ເດືອນ.
  7. ຜູ້ຂໍອະນຸຍາດນຳເຂົ້າ ບໍ່ສາມາດປ່ຽນເນື້ອໃນຂອງໃບຂໍອະນຸຍາດນຳເຂົ້າ ໂດຍບໍ່ໄດ້ ຮັບອານຸຍາດ ຈາກອົງ ການອອກໃບອະນຸຍາດນຳເຂົ້າ. ໃນກໍລະນີທີ່ມີຄວາມຈຳເປັນຜູ້ຂໍອະນຸຍາດນຳເຂົ້າສາມາດສະເໜີ ຕໍ່ອົງການ ອອກໃບອານຸຍາດນຳເຂົ້າ ເພື່ອພິຈາລະນາແກ້ໄຂ. ແຕ່ການ ຮ້ອງຂໍຈະຖືກພິຈາລະນາຖ້າວ່າ ໃບອານຸຍາດນຳເຂົ້ານັ້ນ ຫາກໄດ້ໝົດອາຍຸການນຳໃຊ້.
  8. ໃນກໍລະນີທີ່ໃບອະນຸຍາດນຳເຂົ້າ ເສຍຫາຍຜູ້ຂໍອະນຸຍາດນຳເຂົ້າ ຕ້ອງແຈ້ງ ເຫດຜົນຂອງການເສຍຫາຍ ໃຫ້ອົງການ ອອກໃບອະນຸຍາດນຳເຂົ້າທັນທີ. ອົງການອອກໃບອານຍາດ ນຳເຂົ້າ ອາດຈະຍົກເລີກໃບອານຸຍາດນຳເຂົ້າ ສະ ບັບຕ້ົນ ແລະ ອອກໃບອະນຸຍາດ ນຳເຂົ້າ ສະບັບໃໝ່ ພາຍຫຼັງທີ່ມີການກວດກາຄວາມເປັນຈິງແລ້ວ.
  9. ຖ້າວ່າຄຳຮ້ອງຂໍໃບອານຸຍາດນຳເຂົ້າ ຫາກຖືກປະຕິເສດ ຜູ້ຂໍອານຸຍາດນຳເຂົ້າ ຈະໄດ້ຮັບ ການຊີ້ແຈ້ງ ກ່ຽວກັບ ເຫດຜົນການປະຕິເສດ ຢ່າງເປັນລາຍລັກອັກສອນ ຕາມການຮ້ອງຂໍ ໃນກໍລະນີທີ່ ຜູ້ຂໍອານຸຍາດນຳເຂົ້າ ບໍ່ພໍໃຈ ຕໍ່ການຊີ້ແຈ້ງດັ່ງກ່າວ ຜູ້ກ່ຽວ ມີສິດສະເໜີຕໍ່ອົງການບໍລິຫານ ຂັ້ນເທິງ ທັດໄປນັ້ນ ຫຼື ຮ້ອງຟ້ອງຕໍ່ສານ ເພື່ອພິຈາລະນາ ແກ້ໄຂຕາມລະ ບຽບ ກົດໝາຍຂອງ ສປປ ລາວ. ຂ້າງເທິງ

ໝວດທີ 3
ຮູບແບບຂອງຂັ້ນຕອນການອອກໃບອະນຸຍາດນຳເຂົ້າ

ມາດຕາ 6. ຂັ້ນຕອນການອອກໃບອະນຸຍາດນຳເຂົ້າ ແບບອັດຕະໂນມັດ

  1. ຜູ້ຂໍອະນຸຍາດນຳເຂົ້າສີນຄ້າແບບອັດຕະໂນມັດ ລ້ວນແລ້ວແຕ່ໄດ້ຮັບການປະຕິບັດ ແບບສະເໜີພາບ ໃນການຢື່ນຄຳຮ້ອງ ແລະ ການໄດ້ຮັບໃບອະນຸຍາດນຳເຂົ້າ.
  2. ຜູ້ຂໍອະນຸຍາດນຳເຂົ້າມີສິດຍືນຄຳຮ້ອງຕໍ່ອົງການ ອອກໃບອະນຸຍາດນຳເຂົ້າ ເພື່ອຂໍໃບອະນຸຍາດນຳເຂົ້າ ແບບອັດຕະໂນມັດ ໃນວັນລັດຖະການ ກ່ອນຈະນຳສີນເຂົ້າໄປ ແຈ້ງເສຍພາສີເພື່ອນຳເຂົ້າ.
  3. ໃບຄຳຮ້ອງທີ່ຖືກຕ້ອງ ແລະ ຄົບຖ້ວນ ຕ້ອງໄດ້ຮັບການພິຈາລະນາໂດຍທັນທີ ຫຼື ຢ່າງຊ້າບໍ່ໃຫ້ເກີນ 10 (ສິບ) ວັນ ລັດຖະການ ນັບແຕ່ວັນໄດ້ຮັບໃບຄໍາຮ້ອງເປັນຕົ້ນໄປ. ສໍາລັບໃບຄໍາຮ້ອງ ແລະ ເອກະສານ ຕິດຄັດຈະມີລະບຽບການ ຕ່າງຫາກ ຊຶ່ງກະຊວງອຸດສາຫະກຳ ແລະ ການຄ້າ ສົມທົບກັບອົງການ ອອກໃບອະນຸຍາດນຳເຂົ້າ ທີ່ກ່ຽວຂ້ອງເປັນຜູ້ກຳນົດ .
  4. ກະຊວງອຸດສາຫະກຳ ແລະ ການຄ້າ ປະສານສົມທົບກັບກະຊວງທີ່ກ່ຽວຂ້ອງເພື່ອກຳນົດ ລາຍການສີນຄ້າ ທີ່ຕ້ອງຂໍອະນຸຍາດນຳເຂົ້າ ແບບອັດຕະໂນມັດ. ກະຊວງອຸດສາຫະກຳ ແລະ ການຄ້າ ຈະເປັນຜູ້ແຈ້ງໃຫ້ຫົວໜ່ວຍທຸລະກິດຊາບ ກ່ຽກັບລາຍການສີນຄ້າ ດັ່ງກ່າວໂດຍຜ່ານເວບໄຊຂອງຕົນ ພ້ອມທັງຕິດປະກາດ ຢູ່ຫ້ອງການຂອງ ອົງການອອກໃບອະນຸຍາດນຳເຂົ້າ.

ການອອກໃບອະນຸຍາດນຳເຂົ້າແບບອັດຕະໂນມັດ ຈະຖືກຍົກເລີກໂດຍທັນທີ ຖ້າຫາກເຫັນ ວ່າມາດຕະການດັ່ງກ່າວບໍ່ມີຄວາມຈຳເປັນແລ້ວ. ຂ້າງເທິງ

ມາດຕາ 7. ຂັ້ນຕອນການອອກໃບອະນຸຍາດນຳເຂົ້າ ແບບບໍ່ອັດຕະໂນມັດ.

  1. ການອອກໃບອະນຸຍາດນຳເຂົ້າແບບອັດຕະໂນມັດ ໂດຍທົ່ວໄປແມ່ນນຳໃຊ້ ເມື່ອມີການຈຳກັດປະລິມານ (ໂກຕ້າ) ການນໍາເຂົ້າສີນຄ້າ. ນອກຈາກການຈໍາກັດ ດັ່ງກ່າວຂັ້ນຕອນການ ອອກໃບອະນຸຍາດນໍາເຂົ້າ ແບບບໍ່ອັດຕະໂນມັດ ຕ້ອງບໍ່ສ້າງອຸປະສັກ ໃຫ້ແກ່ການນຳເຂົ້າສີນຄ້າ.
  2. ຖ້າວ່າຈຸດປະສົງຂອງການຢື່ນຄຳຮ້ອງຂໍໃບອະນຸຍາດນຳເຂົ້າແບບບໍ່ອັດຕະໂນມັດ ຫາກບໍ່ແມ່ນເພື່ອ ຈຳກັດດ້ານປະລິມານການນຳເຂົ້າ ຫຼື ໃນກໍລະນີ ທີ່ມີຂໍ້ຍົກເວັ້ນໃນການອະນຸຍາດ ນຳເຂົ້າແບບບໍ່ອັດຕະໂນມັດ ອົງການອອກໃບອະນຸຍາດນຳເຂົ້າ ຕ້ອງສະໜອງຂໍ້ມູນຢ່າງພຽງພໍ ກ່ຽວກັບ ການອະນຸນາດນຳເຂົ້າສີນຄ້າ ເພື່ອໃຫ້ພາກສ່ວນທີ່ກ່ຽວຂ້ອງຂອງລັດ ແລະ ຜູ້ດຳເນີນທຸລະກິດ ທີ່ກ່ຽວຂ້ອງຮັບຊາບ ແລະ ຈັດຕັ້ງປະຕິບັດ.
  3. ໂດຍປະຕິບັດຕາມຫຼັກການ ຜູ້ໃດມາຢື່ນກ່ອນ ຈະໄດ້ຮັບພິຈາລະນາກ່ອນກຳນົດເວລາ ສຳລັບການພິຈາລະນາຄຳຮ້ອງ ແມ່ນບໍ່ໃຫ້ເກີນ 30 (ສາມສິບ)  ວັນ ນັບແຕ່ວນທີ່ໄດ້ຮັບຄຳຮ້ອງ ເປັນຕົ້ນໄປ. ໃນກໍລະນີທີ່ອົງການອອກໃບອະນຸຍາດນຳເຂົ້າພິຈາລະນາເອກະສານທີ່ກ່ຽວຂ້ອງທັງ ໜົດພ້ອມກັນ ກຳນົດເວລາທີ່ໃຊ້ສຳລັບການພິຈາລະນາຄຳຮ້ອງ ແມ່ນບໍ່ໃຫ້ເກີນ 60 (ຫົກສິບ) ວັນ ນັບແຕ່ວັນປະກາດ ປິດຄຳຮ້ອງ ເປັນຕົ້ນໄປ.
  4. ກະຊວງອຸສາຫະກຳ ແລະ ການຄ້າ ປະສານສົມທົບ ກັບອົງການອອກໃບອະນຸຍາດ ນຳເຂົ້າທີ່ກ່ຽວຂ້ອງ ເພື່ອກຳນົດລາຍການ ສີນຄ້າ ທີ່ຕ້ອງຂໍອະນຸຍາດນຳເຂົ້າ ແບບອັດຕະໂນມັດ. ກະຊວງອຸດສາຫະກຳ ແລະ ການຄ້າ ຈະເປັນຜູ້ແຈ້ງໃຫ້ຫົວໜ່ວຍທຸລະກິດຊາບກ່ຽວກັບລາຍການສີນຄ້າດັ່ງກ່າວ ໂດຍຜ່ານເວບໄຊຂອງຕົນ ພ້ອມທັງ ຕິດປະກາດຢູ່ຫ້ອງການ ຂອງອົງການອອກໃບອະນຸຍາດນຳເຂົ້ານັ້ນ.

ການອອກໃບອະຍາດນຳເຂົ້າແບບບໍ່ອັດຕະໂນມັດຈະຖືກຍົກເລີກໂດຍທັນທີ່ ຖ້າຫາກເຫັນວ່າ ມາດຕະການດັ່ງກ່າວບໍ່ມີຄວາມຈຳເປັນແລ້ວ. ຂ້າງເທິງ

ໝວດທີ 4
ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຜູ້ລະເມີດ

ມາດຕາ 8. ນະໂຍບາຍຕໍ່ຜູ້ມີຜົນງານ.
   ບຸກຄົນ, ອົງການຈັດຕັ້ງ ຫຼື ນິຕິບຸກຄົນ ທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດດໍາລັດສະບັບນີ້ ແລະ ລະບຽບທີ່ກ່ຽວຂ້ອງ ຈະໄດ້ຮັບການຍ້ອງຍໍ ແລະ ນະໂຍບາຍອື່ນໆ ຕາມຄວາມ ເໜາະສົມ. ຂ້າງເທິງ

ມາດຕາ 9. ມາດຕາຕໍ່ຜູ້ລະເມີດ.
   ຜູ້ຂໍອະນຸຍາດນໍາເຂົ້າ ຫາກໄດ້ປອມແປງ, ປ່ຽນແປງ ຫຼື ຊື້ຂາຍໃບອະນຸຍາດນໍາເຂົ້າ ຈະຖືກປະຕິບັດ ມາດຕະການຕ່າງໆ ເຊັ່ນ: ກ່າວເຕືອນ, ສຶກສາອົບຮົມ, ໂຈະການເຄື່ອນໄຫວທຸລະກິດຊົ່ວຄາວ  ຫຼື ຖອນສິດໃນການເຄື່ອນໄຫວທຸລະກິດການຄ້າ ລະຫ່ວາງປະເທດ ອິງຕາມແຕ່ລະກໍລະນີ ການກະທຳຜິດ ສະຖານໜັກ ຫຼື ເບົາ. ການລະເມີດດັ່ງກ່າວ ຫາກເປັນການກະທຳຜິດທາງອາຍາ ແມ່ນຈະຖືກດຳເນີນຕາມກົດໝາຍທາງອາຍາ.
   ພະນັກງານຂອງອົງການອອກໃບອະນຸຍາດນໍາເຂົ້າຫາກໄດ້ລະເມີດດໍາລັດສະບັບນີ້ຈະຖືກ ປະຕິບັດມາດຕະການຕ່າງໆ ເຊັ່ນ: ກ່າວເຕືອນ, ສຶກສາອົບຮົມ, ຍົກຍ້າຍໜ້າທີ່, ປົ້ດຕຳແໜ່ງ ຫຼື ຖືກໄລ່ອອກຈາກລັດຖະການ ອິງຕາມແຕ່ລະກໍລະນີການກະທຳຜິດສະຖານໜັກ ຫຼື ເບົາ. ຖ້າວ່າ ການລະເມີດນັ້ນ ຫາກເປັນການກະທຳຜິດທາງອາຍາແມ່ນຈະຖືກດຳເນີນຄະດີຕາມກົດໝາຍອາຍາ. ຂ້າງເທິງ

ໝວດທີ 5
ບົດບັນຍັດສຸດທ້າຍ

ມາດຕາ 10. ການຈັດຕັ້ງປະຕິບັດ.
   ມອບໃຫ້ກະຊວງອຸດສາຫະກໍາ ແລະ ການຄ້າ ເປັນໃຈກາງປະສານງານກັບອົງການອອກ ໃບອະນຸຍາດນຳເຂົ້າອື່ນ ກ່ຽວກັບການອອກໃບອະຍາດນຳເຂົ້າ ແລະ ລາຍງານສະພາບການຈັດ ຕັ້ງປະຕິບັດດຳລັດສະບັບນີ້ ໃຫ້ລັດຖະບານຊາບ. ມອບໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ ເປັນຈຸດປະສານງານ ໃນການສະໜອງຂໍ້ມູນ ກ່ຽວກັບຂັ້ນຕອນ ການອອກໃບອະນຸຍາດນຳເຂົ້າ ໃຫ້ກອງເລຂາຂອງອົງການ ການຄ້າໂລກ ແລະ ປະເທດສະມາຊິກ ຂອງອົງການດັ່ງກ່າວໂດຍອິງໃສ່ ພັນທະທີ່ໄດ້ລະບຸໄວ້ໃນສັນຍາ ວ່າດ້ວຍຂັ້ນຕອນການອອກໃບອະນຸຍາດນຳເຂົ້າ ພາຍຫຼັງທີ່ ສປປ ລາວ ໄດ້ເຂົ້າເປັນສະມາຊິກຂອງອົງກອນນີ້.
   ກະຊວງອຸດສາຫະກໍາ ແລະ ການຄ້າ, ກະຊວງການເງິນ, ກະຊວງກະສິກໍາ ແລະ ປ່າໄມ້, ກະຊວງສາທາລະນະສຸກ, ກະຊວງຖະແຫຼງຂ່າວ ແລະ ວັດທະນາທຳ, ທະນາຄານ ແຫ່ງ ສປປ ລາວ, ອົງການໄປສະນີ ແລະ ໂທລະຄົມມະນາຄົມແຫ່ງຊາດ ແລະ ຂະແໜງການອື່ນທີ່ກາຽວຂ້ອງ ທັງຂັ້ນສູນກາງ ແລະ  ທ້ອງຖີ່ນ ຈົ່ງຮັບຮູ້ ແລະ ຈັດຕັ້ງປະຕິບັດດຳລັດສະບັບນີ້ ຢ່າງເຂັ້ມງວດ. ຂ້າງເທິງ

ມາດຕາ 11. ຜົນສັກສິດ
   ດໍາລັດສະບັບນີ້ ມີຜົນສັກສິດ ພາຍຫຼັງ 90 ວັນ ນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ. ຂໍ້ກໍານົດ ຫຼື ບົດບັນຍັດໃດທີ່ຂັດກັບດຳລັດສະບັບນີ້ ລ້ວນແລ້ວແຕ່ຖືກຍົກເລີກ. ຂ້າງເທິງ

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ

ບົວສອນ ບຸບຜາວັນ

 

ເອກະສານທິ່ກ່ຽວຂ້ອງ Relevant regulations:

 

# ຫົວຂໍ້ ດາວໂຫຼດ
1 Decree On Import Licensing Procedures No. 180/PM, dated 7 July 2009 PDF
2 ດຳລັດ ວ່າດ້ວຍ ຂັ້ນຕອນການອອກ ໃບອະນຸຍາດນຳເຂົ້າ ສິນຄ້າ ເລກທີ 180/ນຍ, ລົງວັນທີ 07 ກໍລະກົດ 2009 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.