ສາລະບານ

ໝວດທີ I - ບົດບັນຍັດທົ່ວໄປ

ມາດຕາ 1. ຈຸດປະສົງ
ມາດຕາ 2. ປ່າປ້ອງກັນ
ມາດຕາ 3. ການອະທິບາຍຄໍາສັບ
ມາດຕາ 4. ນະໂຍບາຍກ່ຽວກັບປ່າປ້ອງກັນ ແລະ ທີ່ດິນປ່າປ້ອງກັນ
ມາດຕາ 5. ຫຼັກການ ການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນໍາໃຊ້ປ່າປ້ອງກັນ ແລະ ທີ່ດິນປ່າປ້ອງກັນ

ໝວດທີ II - ການກໍານົດເຂດ, ການຮັບຮອງ ແລະ ປະກາດເຂດປ່າປ້ອງກັນ

ມາດຕາ 6. ການກໍານົດເຂດ ແລະ ລະດັບປ່າປ້ອງກັນ
ມາດຕາ 7. ການຈັດແບ່ງເຂດ ໃນປ່າປ້ອງກັນ ແລະ ທີ່ດິນປ່າປ້ອງກັນ
ມາດຕາ 8. ມາດຕະຖານປ່າປ້ອງກັນ
ມາດຕາ 9. ຂັ້ນຕອນການກໍານົດຂອບເຂດປ່າປ້ອງກັນ ແລະ ທີ່ດິນປ່າປ້ອງກັນ
ມາດຕາ 10. ການຢັ້ງຢືນຂອບເຂດປ່າປ້ອງກັນ ແລະ ທີ່ດິນປ່າປ້ອງກັນ
ມາດຕາ 11. ການຮັບຮອງປ່າປ້ອງກັນ ແລະ ທີ່ດິນປ່າປ້ອງກັນ

ໝວດທີ III - ກິດຈະການປ່າປ້ອງກັນ ແລະ ທີ່ດິນປ່າປ້ອງກັນ

ມາດຕາ 12. ກິດຈະການປ່າປ້ອງກັນ ແລະ ທີ່ດິນປ່າປ້ອງກັນ
ມາດຕາ 13. ການສໍາຫຼວດປ່າປ້ອງກັນ ແລະ ທີ່ດິນປ່າປ້ອງກັນ
ມາດຕາ 14. ການວາງແຜນຈັດສັນປ່າປ້ອງກັນ ແລະ ທີ່ດິນປ່າປ້ອງກັນ
ມາດຕາ 15. ການຄົ້ນຄວ້າທົດລອງ
ມາດຕາ 16. ການປົກປັກຮັກສາ
ມາດຕາ 17. ການນໍາໃຊ້ປ່າໄມ້, ຜະລິດຕະຜົນປ່າໄມ້ ແລະ ທີ່ດິນປ່າໄມ້
ມາດຕາ 18. ການພັດທະນາ ແລະ ຟື້ນຟູປ່າປ້ອງກັນ ແລະ ທີ່ດິນປ່າປ້ອງກັນ
ມາດຕາ 19. ການຫັນປ່ຽນປ່າປ້ອງກັນ ແລະ ທີ່ດິນປ່າປ້ອງກັນ
ມາດຕາ 20. ການກວດກາລາດຕະເວນ

ໝວດທີ IV - ການຄຸ້ມຄອງປ່າປ້ອງກັນ ແລະ ທີ່ດິນປ່າປ້ອງກັນ

ມາດຕາ 21. ການຄຸ້ມຄອງປ່າປ້ອງກັນ ແລະ ທີ່ດິນປ່າປ້ອງກັນ
ມາດຕາ 22. ການແບ່ງຂັ້ນຄຸ້ມຄອງປ່າປ້ອງກັນ ແລະ ທີ່ດິນປ່າປ້ອງກັນ
ມາດຕາ 23. ອົງການຄຸ້ມຄອງປ່າປ້ອງກັນ ແລະ ທີ່ດິນປ່າປ້ອງກັນ
ມາດຕາ 24. ສິດ ແລະ ໜ້າທີ່ຂອງກະຊວງກະສິກໍາ ແລະ ປ່າໄມ້
ມາດຕາ 25. ສິດ ແລະ ໜ້າທີ່ຂອງພະແນກກະສິກໍາ ແລະ ປ່າໄມ້ແຂວງ, ນະຄອນ
ມາດຕາ 26. . ສິດ ແລະ ໜ້າທີ່ຂອງຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ, ເທດສະບານ
ມາດຕາ 27. ສິດ ແລະ ໜ້າທີ່ຂອງໜ່ວຍງານປ່າໄມ້ບ້ານ

ໝວດທີ V - ຜົນປະໂຫຍດ ແລະ ພັນທະຂອງຜູ້ນໍາໃຊ້ປ່າປ້ອງກັນ ແລະ ທີ່ດິນປ່າປ້ອງກັນ

ມາດຕາ 28. ຜົນປະໂຫຍດຈາກປ່າປ້ອງກັນ ແລະ ທີ່ດິນປ່າປ້ອງກັນ
ມາດຕາ 29. ພັນທະຂອງຜູ້ນໍາໃຊ້ປ່າປ້ອງກັນ ແລະ ທີ່ດິນປ່າປ້ອງກັນ

ໝວດທີ VI - ແຫຼ່ງທຶນ ແລະ ການປະຕິບັດພັນທະໃນການຄຸ້ມຄອງ, ປົກປັກຮັກສາ, ພັດທະນາປ່າປ້ອງກັນ ແລະ ທີ່ດິນປ່າປ້ອງກັນ

ມາດຕາ 30. ແຫຼ່ງທຶນ
ມາດຕາ 31. ການປະຕິບັດພັນທະຂອງບັນດາໂຄງການ

ໝວດທີ VII - ບົດບັນຍັດສຸດທ້າຍ

ມາດຕາ 32. ການຈັດຕັ້ງປະຕິບັດ
ມາດຕາ 33. ຜົນສັກສິດ


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ສໍານັກງານນາຍົກລັດຖະມົນຕີ  ເລກທີ 333/ນຍ
ນະຄອນຫຼວງວຽງຈັນ, ວັນທີ 19 ກໍລະກົດ 2010

ດໍາລັດວ່າດ້ວຍປ່າປ້ອງກັນ

- ອີງຕາມກົດໝາຍວ່າດ້ວຍລັດຖະບານແຫ່ງ ສປປລາວ ສະບັບປັບປຸງໃໝ່ ເລກທີ 02/ສພຊ, ລົງວັນທີ 06 ພຶດສະພາ 2003;
- ອີງຕາມກົດໝາຍວ່າດ້ວຍປ່າໄມ້ ສະບັບເລກທີ 06/ສພຊ, ລົງວັນທີ 24 ທັນວາ 2007;
- ອີງຕາມໜັງສືສະເໜີຂອງລັດຖະມົນຕີ ວ່າການກະຊວງກະສິກໍາ ແລະ ປ່າໄມ້ ສະບັບເລກທີ 0061/ກປ, ລົງວັນທີ 06 ກໍລະກົດ 2010.

ນາຍົກລັດຖະມົນຕີແຫ່ງ ສປປລາວ ອອກດໍາລັດ:

ໝວດທີ I
ບົດບັນຍັດທົ່ວໄປ

ມາດຕາ 1. ຈຸດປະສົງ
   ດໍາລັດສະບັບນີ້ ກໍານົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຄຸ້ມຄອງ, ການປົກປັກຮັກສາ, ການພັດທະນາ ແລະ ການນໍາໃຊ້ປ່າປ້ອງກັນແບບຍືນຍົງ, ແນໃສ່ເຮັດໃຫ້ປ່າປ້ອງກັນ ແລະ ທີ່ດິນປ່າປ້ອງກັນ ມີຄວາມອຸດົມສົມບູນ ຮັບປະກັນການປົກປັກຮັກສາສິ່ງແວດລ້ອມ, ຮັກສາແຫຼ່ງນໍ້າ, ປ້ອງກັນການເຊາະເຈື່ອນ ແລະ ຮັກສາຄຸນນະພາບຂອງດິນ, ເຂດຍຸດທະສາດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ລວມທັງການຟື້ນຟູບູລະນະ, ການຊຸກຍູ້, ຕິດຕາມ, ກວດກາ ແລະ ການປະເມີນຜົນ ການຈັດຕັ້ງປະຕິບັດ ເພື່ອປະກອບສ່ວນເຂົ້າໃນການປັບປຸງຊີວິດການເປັນຢູ່ ຂອງປະຊາຊົນບັນດາເຜົ່າ ແລະ ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ. ຂ້າງເທິງ

ມາດຕາ 2. ປ່າປ້ອງກັນ
   ປ່າປ້ອງກັນຂອງ ສປປລາວ ແມ່ນປ່າໄມ້ ແລະ ທີ່ດິນປ່າໄມ້ທີ່ໄດ້ກໍານົດໄວ້ຢູ່ ເຂດຍອດນໍ້າ, ແຫຼ່ງນໍ້າ, ເຂດປ່າໂຄກ, ບໍລິເວນປ່າແຄມນໍ້າ, ປ່າແຄມທາງ, ລວມທັງປ່າໄມ້ທີ່ມີຢູ່ໃນ ແລະ ປ່າອ້ອມຕົວເມືອງ, ເທດສະບານ ຫຼື ຊານເມືອງ, ປ່າສັກສິດ ແລະ ປ່າຊ້າຂອງບ້ານ. ປ່າປ້ອງກັນມີເນື້ອທີ່ທັງໝົດ 8.200.000 ເຮັກຕາ (ແປດລ້ານສອງແສນເຮັກຕາ) ຊຶ່ງໄດ້ກໍານົດໄວ້ ເພື່ອຮັກສາແຫລ່ງນໍ້າ, ປົກປັກຮັກສາສິ່ງແວດລ້ອມທໍາມະຊາດ, ປ້ອງກັນການເຊາະເຈື່ອນຂອງດິນ, ປ້ອງກັນໄພທໍາມະຊາດ, ນໍາໃຊ້ເປັນເຂດຍຸດທະສາດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະອື່ນໆຕາມທີ່ໄດ້ຈັດສັນ. ຂ້າງເທິງ

ມາດຕາ 3. ການອະທິບາຍຄໍາສັບ
   ຄໍາສັບຕ່າງໆ ທີ່ນໍາໃຊ້ໃນດໍາລັດສະບັບນີ້ ມີຄວາມໝາຍດັ່ງນີ້:

  1. ເຂດປ່າຍອດນໍ້າໝາຍເຖິງ ເນື້ອທີ່ປ່າໄມ້ ແລະ ທີ່ດິນປ່າໄມ້ ຊຶ່ງເປັນເຂດຕົ້ນກໍາເນີດຂອງສາຍນໍ້າທີ່ນອນຢູ່ ໃນເຂດອ່າງຮັບນໍ້າ ຫຼື ອ່າງໂຕ່ງ;
  2. ແຫຼ່ງນໍ້າໝາຍເຖິງບໍ່ນໍ້າ, ສະຖານທີ່ບ່ອນທີ່ມີການເຕົ້າໂຮມ, ພັກຕົວ ຫຼື ເຄື່ອນໄຫຼແບບຖາວອນ ຫຼື ຊົ່ວຄາວຂອງນໍ້າທໍາມະຊາດ ທີ່ມີຢູ່ເທິງໜ້າດິນ, ໃຕ້ດິນ ແລະ ໃນອາກາດ;
  3. ອ່າງຮັບນໍ້າ ຫຼື ອ່າງໂຕ່ງໝາຍເຖິງຂອບເຂດເນື້ອທີ່ປ່າໄມ້ ແລະ ເນື້ອທີ່ດິນທຸກຕອນ ຕັ້ງແຕ່ຍອດນໍ້າຈົນຮອດປາກນໍ້າ, ຕັ້ງແຕ່ບ່ອນທີ່ມີສັນປັນນໍ້າ ແລະ ບ່ອນທີ່ເມັດຝົນຕົກລົງມາໄຫຼໂຮມກັນ ເຂົ້າເປັນລະບົບແຫຼ່ງນໍ້າ;
  4. ອ່າງເກັບນໍ້າໝາຍເຖິງ ບ່ອນເກັບກັກນໍ້າ ເພື່ອຈຸດປະສົງການຊົນລະປະທານ, ການປະມົງ, ເພື່ອບໍລິໂພກ, ອຸປະໂພກ, ຜະລິດພະລັງງານໄຟຟ້າ ແລະ ການທ່ອງທ່ຽວ;
  5. ການວາງແຜນຈັດສັນປ່າປ້ອງກັນໝາຍເຖິງ ການກໍານົດພື້ນທີ່ປ່າປ້ອງກັນ ໂດຍອີງໃສ່ຂໍ້ມູນທີ່ເກັບກໍາໄດ້ ຈາກການສໍາຫຼວດຕົວຈິງ;
  6. ການຄຸ້ມຄອງໝາຍເຖິງ ການດໍາເນີນກິດຈະການກ່ຽວກັບປ່າໄມ້ເຊັ່ນ: ການສໍາຫຼວດ, ການວາງແຜນຈັດສັນ, ການຄົ້ນຄວ້າທົດລອງ, ການນໍາໃຊ້ຜະລິດຕະຜົນຈາກປ່າໄມ້ ຕາມແຜນຈັດສັນ;
  7. ການຟື້ນຟູໝາຍເຖິງການປົກປັກຮັກສາປ່າໄມ້ ແລະ ທີ່ດິນປ່າໄມ້ ທີ່ຢູ່ໃນສະພາບເສື່ອມໂຊມທີ່ໄດ້ຈັດແບ່ງໄວ້ ເພື່ອບູລະນະໃຫ້ກາຍເປັນປ່າໄມ້ທໍາມະຊາດ ທີ່ສົມບູນຄືນ ໂດຍນໍາໃຊ້ເຕັກນິກທີ່ເໝາະສົມ ຕາມແຕ່ກໍລະນີຂອງພື້ນທີ່;
  8. ການປົກປັກຮັກສາໝາຍເຖິງ ການດໍາເນີນກິດຈະການຕ່າງໆ ກ່ຽວກັບປ່າໄມ້ ເພື່ອການຮັກສາແຫຼ່ງນໍ້າ, ປ້ອງກັນການເຊາະເຈື່ອນ ແລະ ຄຸນນະພາບຂອງດິນ. ເຂດຍຸດທະສາດ ປ້ອງກັນຊາດ, ປ້ອງກັນໄພທໍາມະຊາດ, ສິ່ງແວດລ້ອມ ແລະອື່ນໆ.
  9. ການພັດທະນາໝາຍເຖິງ ການປູກ ແລະ ການຟື້ນຟູປ່າໄມ້ ແລະ ທີ່ດິນປ່າໄມ້ຊຸດໂຊມ, ການປັບແປງທີ່ດິນຄືນ ພາຍຫຼັງການຂຸດຄົ້ນແຮ່ທາດ ໃນເຂດປ່າປ້ອງກັນ ແລະ ທີ່ດິນປ່າປ້ອງກັນ ໃຫ້ກາຍເປັນປ່າໄມ້ທີ່ອຸດົມສົມບູນຄືນ ໂດຍນໍາໃຊ້ຊະນິດພັນໄມ້ພື້ນເມືອງ ຫຼື ພັນໄມ້ທີ່ເກີດມີຢູ່ໃນທ້ອງຖິ່ນ ຫຼື ເຂດດັ່ງກ່າວປູກຄຸມໜ້າດິນ, ປູກເສີມ ຫຼື ຟື້ນຟູຕາມທໍາມະຊາດ;
  10. ປ່າແຄມທາງໝາຍເຖິງ ປ່າໄມ້ທີ່ກໍານົດໄວ້ ເພື່ອປ້ອງກັນການເຊາະເຈື່ອນຂອງດິນແຄມທາງ, ຮັກສາລະບົບນິເວດວິທະຍາປ່າໄມ້ ຕາມແຄມທາງ ລວມທັງປ່າໄມ້ທີ່ມີຢູ່ໃນເຂດສະຫງວນຂອງທາງ ຊຶ່ງນັບແຕ່ແຄມທາງອອກໄປເບື້ອງລະຢ່າງໜ້ອຍ 50 ແມັດ (ຫ້າສິບແມັດ) ຂຶ້ນໄປ;
  11. ປ່າແຄມນໍ້າໝາຍເຖິງປ່າໄມ້ທີ່ກໍານົດໄວ້ຕາມແຄມນໍ້າ, ຫ້ວຍຮ່ອງ, ໜອງບຶງ ຊຶ່ງມີລັກສະນະສະເພາະທາງດ້ານລະບົບນິເວດ ຂອງປ່າໄມ້, ປ້ອງກັນການສະລ້າງ, ການກັດເຊາະດິນແຄມນໍ້າ, ຫຼຸດຜ່ອນໄຫຼ່ບ່າຂອງນໍ້າ ແລະ ການຕະກອນລົງໃສ່ແມ່ນໍ້າ, ອ່າງເກັບນໍ້າ ຊຶ່ງນັບແຕ່ແຄມນໍ້າອອກໄປ ເບື້ອງລະຢ່າງໜ້ອຍ 50 ແມັດ (ຫ້າສິບແມັດ) ຂຶ້ນໄປ;
  12. ປ່າໂຄກໝາຍເຖິງປ່າໄມ້ທໍາມະຊາດ ທີ່ບໍ່ຕຶບໜາ ແລະ ມີລະບົບນິເວດປ່າໄມ້ສະເພາະຕົວ; ຮັກສານໍ້າໃຕ້ດິນ, ຊັ້ນດິນຕື້ນ ແລະ ມີຫີນດານຕາມໜ້າດິນ. ຊະນິດພັນໄມ້ທີ່ເກີດຂຶ້ນ ສ່ວນໃຫຍ່ເປັນຊະນິດພັນໄມ້ທີ່ມີເປືອກໜາ, ລໍາຕົ້ນບໍ່ໃຫຍ່ ຊຶ່ງມີຄວາມທົນທານຕໍ່ຄວາມແຫ້ງແລ້ງ ແລະ ໄຟປ່າ, ນອກຈາກນັ້ນກໍຍັງເປັນຄັງອາຫານ, ຢາປົວພະຍາດ ແລະອື່ນໆ ຂອງປະຊາຊົນ;
  13. ປ່າປ້ອງກັນຊາຍແດນໝາຍເຖິງ ປ່າໄມ້ທີ່ກໍານົດໄວ້ຢູ່ລຽບຕາມຊາຍແດນລະຫວ່າງປະເທດ ຊຶ່ງນັບເອົາຈາກຊາຍແດນເຂົ້າມາ ຢ່າງໜ້ອຍ 05 ກິໂລແມັດ (ຫ້າກິໂລແມັດ);
  14. ປ່າຢູ່ໃນ ແລະ ອ້ອມຕົວເມືອງໝາຍເຖິງ ປ່າໄມ້ທີ່ເກີດຂຶ້ນຕາມທໍາມະຊາດ ຫຼື ປ່າທີ່ໄດ້ປູກໃຫ້ເປັນເນື້ອທີ່ປ່າໄມ້ ແລະ ໄດ້ກໍານົດເປັນປ່າປ້ອງກັນ ເພື່ອຈຸດປະສົງປ້ອງກັນມົນລະພິດທາງອາກາດ ໃນຕົວເມືອງ, ປ້ອງກັນໄພພິບັດທາງທໍາມະຊາດ, ການສຶກສາຄົ້ນຄວ້າ, ການພັກຜ່ອນ ແລະ ການທ່ອງທ່ຽວທາງທໍາມະຊາດ;
  15. ເຂດຫວງຫ້າມເດັດຂາດໝາຍເຖິງ ເຂດປ່າປ້ອງກັນ ແລະ ທີ່ດິນປ່າປ້ອງກັນທີ່ໄດ້ຈັດສັນ, ແບ່ງຂອບເຂດສະເພາະ ຊຶ່ງມີຄວາມຄ້ອຍຊັນສູງກວ່າ 35 ອົງສາ, ເຂດຕົ້ນກໍາເນີດຂອງແມ່ນໍ້າ, ປ່າລຽບແຄມນໍ້າ, ແຄມທາງ, ເຂດທີ່ມີຄວາມສ່ຽງສູງຕໍ່ການເຊາະເຈື່ອນ, ປ່າໄມ້ລຽບຕາມຊາຍແດນ ລະຫວ່າງປະເທດ. ເຂດດັ່ງກ່າວຈະກວມເອົາສາຍນໍ້າ, ພູ, ຜາ, ປ່າໄມ້ທໍາມະຊາດ, ພືດພັນນາໆຊະນິດ, ຮ່ອງຮອຍປະຫວັດສາດ ແລະ ວັດທະນະທໍາ ລວມທັງສິ່ງທີ່ມີຊີວິດ ແລະ ບໍ່ມີຊີວິດ;
  16. ເຂດຄຸ້ມຄອງນໍາໃຊ້ໝາຍເຖິງເຂດປ່າໄມ້ ແລະ ທີ່ດິນປ່າໄມ້ທີ່ຢູ່ໃນພື້ນທີ່ປ່າປ້ອງກັນ ແລະ ທີ່ດິນປ່າປ້ອງກັນ ຊຶ່ງໄດ້ຈັດແບ່ງ ແລະ ກໍານົດໄວ້ ເພື່ອໃຫ້ປະຊາຊົນທີ່ອາໄສ ແລະ ດໍາລົງຊີວິດຢູ່ໃນເຂດນັ້ນ ໄດ້ນໍາໃຊ້ປ່າໄມ້ ແລະ ຜະລິດຕະຜົນປ່າໄມ້ແບບຍືນຍົງຕາມປະເພນີ ໂດຍບໍ່ໃຫ້ມີຜົນກະທົບຕໍ່ໂຄງສ້າງ ທາງທໍາມະຊາດຂອງປ່າໄມ້. ການນໍາໃຊ້ປ່າໄມ້ ແລະ ຜະລິດຕະຜົນປ່າໄມ້ ໃນເຂດທີ່ດິນຈັດສັນໃຫ້ເທົ່ານັ້ນ ຊຶ່ງປະກອບມີ: ປ່າຊົມໃຊ້, ປ່າປ້ອງກັນ, ປ່າສັກສິດ, ປ່າຊ້າຂອງບ້ານ ແລະອື່ນໆ;
  17. ການຫັນປ່ຽນປ່າປ້ອງກັນໝາຍເຖິງ ການປ່ຽນແປງປ່າໄມ້ ແລະ ທີ່ດິນປ່າໄມ້ ໃນເຂດປ່າປ້ອງກັນໄປນໍາໃຊ້ ເພື່ອຈຸດປະສົງອື່ນໆ. ຂ້າງເທິງ

ມາດຕາ 4. ນະໂຍບາຍກ່ຽວກັບປ່າປ້ອງກັນ ແລະ ທີ່ດິນປ່າປ້ອງກັນ
   ລັດມີນະໂຍບາຍລົງທຶນໃສ່ການຄຸ້ມຄອງ, ການປົກປັກຮັກສາ, ພັດທະນາ, ຟື້ນຟູບູລະນະປ່າໄມ້ທໍາມະຊາດ ແລະ ປູກໄມ້ ເພື່ອປົກປັກຮັກສາສິ່ງແວດລ້ອມ ໃນເຂດທີ່ດິນປ່າປ້ອງກັນໂດຍຕິດພັນກັບ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ສ້າງພື້ນຖານວັດຖຸເຕັກນິກ ເພື່ອປົກປັກຮັກສາເຂດປ່າຍອດນໍ້າ, ປ່າແຫລ່ງນໍ້າ, ຄວາມຫຼາກຫຼາຍທາງດ້ານຊີວະນາໆພັນ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ລວມທັງການຈັດສັນອາຊີບຄົງທີ່.
   ລັດສົ່ງເສີມໃຫ້ບຸກຄົນ, ຄອບຄົວ ແລະ ການຈັດຕັ້ງຄຸ້ມຄອງ, ປົກປັກຮັກສາ, ຟື້ນຟູບູລະນະປ່າໄມ້ ແລະ ທີ່ດິນປ່າໄມ້, ປູກໄມ້ໃນເຂດປ່າປ້ອງກັນດ້ວຍຊະນິດພັນໄມ້ພື້ນເມືອງ ຫຼື ຊະນິດພັນໄມ້ທີ່ມີໃນທ້ອງຖິ່ນ ເປັນຕົ້ນຕໍຕາມລະບຽບການ.
   ລັດສົ່ງເສີມໃຫ້ມີການນໍາໃຊ້ປ່າປ້ອງກັນ ໂດຍທາງອ້ອມເຊັ່ນ: ເປັນແຫຼ່ງທ່ອງທ່ຽວທໍາມະຊາດ, ສະຖານທີ່ພັກຜ່ອນ, ບ່ອນຄົ້ນຄວ້າທົດລອງ, ຕະຫຼາດກາກບອນ ແລະອື່ນໆ ທີ່ບໍ່ກະທົບເຖິງໂຄງສ້າງຂອງປ່າໄມ້ ຢູ່ໃນເຂດທີ່ໄດ້ຈັດສັນໃຫ້ຕາມລະບຽບກົດໝາຍ. ຂ້າງເທິງ

ມາດຕາ 5. ຫຼັກການ ການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນໍາໃຊ້ປ່າປ້ອງກັນ ແລະ ທີ່ດິນປ່າປ້ອງກັນ
   ການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນໍາໃຊ້ປ່າປ້ອງກັນ ແລະ ທີ່ດິນປ່າປ້ອງກັນ ໃຫ້ປະຕິບັດຕາມຫຼັກການຕົ້ນຕໍດັ່ງນີ້:

  1. ຮັບປະກັນການຄຸ້ມຄອງປ່າປ້ອງກັນ ແລະ ທີ່ດິນປ່າປ້ອງກັນຢ່າງລວມສູນ ແລະ ເປັນເອກະພາບໃນທົ່ວປະເທດ;
  2. ຮັບປະກັນການຄຸ້ມຄອງປ່າປ້ອງກັນ ໃຫ້ສອດຄ່ອງກັບແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ແຜນຍຸດທະສາດປ່າໄມ້, ແຜນແມ່ບົດ ແລະ ແຜນການນໍາໃຊ້ປ່າປ້ອງກັນ ແລະ ທີ່ດິນປ່າປ້ອງກັນ;
  3. ຮັບປະກັນການປົກປັກຮັກສາປ່າປ້ອງກັນ, ປ່າຍອດນໍ້າ, ປ່າແຫຼ່ງນໍ້າ, ຊີວະນາໆພັນ ແລະ ສິ່ງແວດລ້ອມໃຫ້ອຸດົມສົມບູນ ດ້ວຍການເຂົ້າຮ່ວມຂອງປະຊາຊົນ;
  4. ຮັບປະກັນການພັດທະນາປ່າປ້ອງກັນ ດ້ວຍການຟື້ນຟູບູລະນະ, ປັບແປງດິນຄືນ, ປູກໄມ້, ປັບປຸງຄຸນນະພາບຂອງດິນ ໃຫ້ອຸດົມສົມບູນ ແລະ ສົມດູນກັບລະບົບນິເວດຂອງປ່າໄມ້;
  5. ຮັບປະກັນຜົນປະໂຫຍດລວມຂອງລັດ, ການຈັດຕັ້ງ, ນິຕິບຸກຄົນ ແລະ ບຸກຄົນທີ່ໄດ້ຄຸ້ມຄອງ, ປົກປັກຮັກສາ ແລະ ພັດທະນາຕາມລະບຽບກົດໝາຍ;
  6. ຮັບປະກັນການນໍາໃຊ້ປ່າປ້ອງກັນ ຕາມແຜນຈັດສັນແບບຍືນຍົງ ມີປະສິດທິຜົນສູງ ແລະ ບໍ່ມີຜົນກະທົບອັນບໍ່ດີຕໍ່ສິ່ງແວດລ້ອມ ແລະ ໂຄງສ້າງຂອງປ່າໄມ້;
  7. ສົມທົບການຄຸ້ມຄອງ, ປົກປັກຮັກສາ ແລະ ພັດທະນາປ່າປ້ອງກັນ ແລະ ທີ່ດິນປ່າປ້ອງກັນຂອງ ສປປລາວ ກັບພາກພື້ນ ແລະ ສາກົນ. ຂ້າງເທິງ

ໝວດທີ II
ການກໍານົດເຂດ, ການຮັບຮອງ ແລະ ປະກາດເຂດປ່າປ້ອງກັນ

ມາດຕາ 6. ການກໍານົດເຂດ ແລະ ລະດັບປ່າປ້ອງກັນ
   ປ່າປ້ອງກັນ ແລະ ທີ່ດິນປ່າປ້ອງກັນຂອງ ສປປລາວ ໄດ້ກໍານົດ, ຈັດສັນ ແລະ ແບ່ງອອກເປັນສອງເຂດຄື: ເຂດຫວງຫ້າມເດັດຂາດ ແລະ ເຂດຄຸ້ມຄອງນໍາໃຊ້. ການຄຸ້ມຄອງ, ປົກປັກຮັກສາ ແລະ ພັດທະນາຂອງສອງເຂດປ່າປ້ອງກັນດັ່ງກ່າວ ໃຫ້ປະຕິບັດຕາມມາດຕາ 23, 59 ແລະ ມາດຕາ 82 ຂອງກົດໝາຍວ່າດ້ວຍປ່າໄມ້ ສະບັບເລກທີ 06/ສພຊ, ລົງວັນທີ 24 ທັນວາ 2007 ຢ່າງເຂັ້ມງວດ.
   ປ່າປ້ອງກັນຢູ່ໃນ ສປປລາວ ໄດ້ແບ່ງອອກເປັນສີ່ລະດັບຄື:

  1. ປ່າປ້ອງກັນລະດັບຊາດ;
  2. ປ່າປ້ອງກັນລະດັບແຂວງ, ນະຄອນ;
  3. ປ່າປ້ອງກັນລະດັບເມືືອງ, ເທດສະບານ;
  4. ປ່າປ້ອງກັນລະດັບບ້ານ. ຂ້າງເທິງ

ມາດຕາ 7. ການຈັດແບ່ງເຂດ ໃນປ່າປ້ອງກັນ ແລະ ທີ່ດິນປ່າປ້ອງກັນ
   ປ່າປ້ອງກັນ ແລະ ທີ່ດິນປ່າປ້ອງກັນໄດ້ຈັດແບ່ງເປັນເຂດຫວງຫ້າມເດັດຂາດ ແລະ ເຂດຄຸ້ມຄອງການນໍາໃຊ້.
   ເຂດຫວງຫ້າມເດັດຂາດ ແມ່ນເຂດປ່າໄມ້ ແລະ ທີ່ດິນປ່າໄມ້ທີ່ມີຄວາມຄ້ອຍຊັນສູງກວ່າ 35 ອົງສາ, ເຂດຕົ້ນກໍາເນີດຂອງສາຍນໍ້າ, ປ່າລຽບຊາຍແດນລະຫວ່າງປະເທດ, ປ່າລຽບແຄມນໍ້າ, ປ່າແຄມທາງ ແລະເຂດອື່ນໆ ທີ່ມີຄວາມສ່ຽງສູງຕໍ່ສິ່ງແວດລ້ອມ. ໃນເຂດນີ້ຕ້ອງໄດ້ປົກປັກຮັກສາຢ່າງເຂັ້ມງວດ ແລະ ບໍ່ອະນຸຍາດໃຫ້ດໍາເນີນກິດຈະການຕ່າງໆເຊັ່ນ: ການຖາງປ່າເຮັດໄຮ່, ສວນ, ຕັດ, ທໍາລາຍ, ຈູດເຜົາ, ເຄື່ອນຍ້າຍຕົ້ນໄມ້, ຕັດໄມ້ຟືນ, ເອົາສັດເຂົ້າໄປລ້ຽງ, ຕັ້ງບ້ານເຮືອນ, ກໍ່ສ້າງກິດຈະການອື່ນໆ ນັບທັງການຂຸດຄົ້ນດິນ, ຫີນ, ບໍ່ແຮ່ ແລະ ເກັບກູ້ເຄື່ອງປ່າຂອງດົງ.
   ປ່າປ້ອງກັນ ແລະ ທີ່ດິນປ່າປ້ອງກັນ ໄດ້ຈັດແບ່ງເປັນເຂດຄຸ້ມຄອງການນໍາໃຊ້ ຊຶ່ງແມ່ນເຂດປ່າໄມ້ ທີ່ບໍ່ມີຜົນກະທົບຕໍ່ສິ່ງແວດລ້ອມ ແລະ ໂຄງສ້າງຂອງປ່າໄມ້ ໃນເຂດນີ້ຕ້ອງໄດ້ປົກປັກຮັກສາຄືກັບເຂດຫວງຫ້າມເດັດຂາດ ແຕ່ອະນຸຍາດໃຫ້ປະຊາຊົນນໍາໃຊ້ໄມ້ ແລະ ຜະລິດຕະຜົນປ່າໄມ້ຕາມແຜນຈັດສັນ. ຂ້າງເທິງ

ມາດຕາ 8. ມາດຕະຖານປ່າປ້ອງກັນ
   ເນື້ອທີ່ປ່າໄມ້ ແລະ ທີ່ດິນປ່າໄມ້ໃດໜຶ່ງ ທີ່ຈະກໍານົດເປັນເຂດປ່າປ້ອງກັນ ຕ້ອງມີບາງເງື່ອນໄຂດັ່ງນີ້:

  1. ພື້ນທີ່ປ່າໄມ້ ແລະ ທີ່ດິນປ່າໄມ້ທີ່ບໍ່ລວມເອົາເຂດປ່າສະຫງວນ, ເຂດປ່າຜະລິດແຫ່ງຊາດ;
  2. ພື້ນທີ່ປ່າໄມ້ ແລະ ທີ່ດິນປ່າໄມ້ທີ່ມີເນື້ອທີ່ຢ່າງໜ້ອຍ 0,5 ເຮັກຕາ (ເຄິ່ງເຮັກຕາ);
  3. ພື້ນທີ່ປ່າໄມ້ ແລະ ທີ່ດິນປ່າໄມ້ຢູ່ລຽບຕາມຊາຍແດນ ລະຫວ່າງປະເທດ ນັບຈາກຊາຍແດນເຂົ້າມາຢ່າງໜ້ອຍ 05 ກິໂລແມັດ (ຫ້າກິໂລແມັດ);
  4. ພື້ນທີ່ປ່າໄມ້ ແລະ ທີ່ດິນປ່າໄມ້ທີ່ກໍານົດເປັນປ່າປ້ອງກັນ ມົນລະພິດທາງອາກາດ, ເຂດປ່າໄມ້ທີ່ກໍານົດໄວ້ເພື່ອການຄົ້ນຄວ້າ, ສວນພຶກສາດ, ເພື່ອການພັກຜ່ອນ, ປ່າໄມ້ຢູ່ໃນ ແລະ ອ້ອມຕົວເມືອງ, ເທດສະບານ, ຊານເມືອງ, ປ່າຊົມໃຊ້, ປ່າສັກສິດ, ປ່າຊ້າຂອງບ້ານ ແລະອື່ນໆ;
  5. ພື້ນທີ່ປ່າໄມ້ ແລະ ທີ່ດິນປ່າໄມ້ທີ່ກໍານົດເປັນເຂດປ່າຍອດນໍ້າ, ແຫຼ່ງນໍ້າ, ອ່າງຮັບນໍ້າ ຫຼື ອ່າງໂຕ່ງເຂດປ່າໂຄກ, ເຂດປ່າໄມ້ ແລະ ທີ່ດິນປ່າໄມ້ ທີ່ມີຄວາມຄ້ອຍຊັນສູງ ແຕ່ 35 ອົງສາຂຶ້ນໄປ;
  6. ພື້ນທີ່ປ່າໄມ້ ແລະ ທີ່ດິນປ່າໄມ້ທີ່ກໍານົດເປັນປ່າແຄມແມ່ນໍ້າ, ສາຍຫ້ວຍ ເບື້ອງລະຢ່າງໜ້ອຍ 50 ແມັດ (ຫ້າສິບແມັດ) ຂຶ້ນໄປ;
  7. ພື້ນທີ່ປ່າໄມ້ ແລະ ທີ່ດິນປ່າໄມ້ທີ່ກໍານົດເປັນປ່າແຄມທາງ ລວມທັງປ່າໄມ້ທີ່ມີຢູ່ໃນເຂດສະຫງວນຂອງທາງ ຊຶ່ງນັບແຕ່ແຄມທາງອອກໄປ ເບື້ອງລະ 50 ແມັດ (ຫ້າສິບແມັດ) ຂຶ້ນໄປ;
  8. ພື້ນທີ່ປ່າໄມ້ ແລະ ທີ່ດິນປ່າໄມ້ທີ່ນອນຢູ່ ໃນເຂດຍຸດທະສາດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ພື້ນທີ່ຢູ່ລຽບຕາມຊາຍແດນລະຫວ່າງປະເທດ, ເຂດປ້ອງກັນໄພທໍາມະຊາດ, ປ້ອງກັນສິ່ງແວດລ້ອມ, ເຂດທີ່ມີຄວາມສໍາຄັນທາງດ້ານປະຫວັດສາດ ແລະ ວັດທະນະທໍາ-ສັງຄົມ;
  9. ພື້ນທີ່ປ່າໄມ້ ແລະ ທີ່ດິນປ່າໄມ້ຊຶ່ງມີຂອບເຂດຊາຍແດນຢ່າງຊັດເຈນ ເປັນຕົ້ນແມ່ນສັນປັນນໍ້າ (ສັນພູ), ສາຍນໍ້າ ແລະ ເສັ້ນທາງ. ໃນກໍລະນີບໍ່ມີເຂດແດນທໍາມະຊາດ ກໍຕ້ອງໄດ້ປັກຫຼັກໝາຍ ເພື່ອໃຫ້ແທດເໝາະກັບສະພາບຄວາມເປັນຈິງຂອງພື້ນທີ່. ຂ້າງເທິງ

ມາດຕາ 9. ຂັ້ນຕອນການກໍານົດຂອບເຂດປ່າປ້ອງກັນ ແລະ ທີ່ດິນປ່າປ້ອງກັນ
   ການກໍານົດຂອບເຂດປ່າປ້ອງກັນ ແລະ ທີ່ດິນປ່າປ້ອງກັນ ໃຫ້ປະຕິບັດຕາມຂັ້ນຕອນດັ່ງນີ້:

  1. ກໍານົດຂອບເຂດເບື້ອງຕົ້ນໃນແຜນທີ່ພູມີປະເທດ ແລະ ຂໍ້ມູນການປ່ຽນແປງ ຄວາມປົກຫຸ້ມປ່າໄມ້ ຈາກການແປພາບຖ່າຍດາວທຽມ ຫຼື ພາບຖ່າຍທາງອາກາດ;
  2. ສົມທົບກັບອົງການທີ່ກ່ຽວຂ້ອງຂັ້ນທ້ອງຖິ່ນ ເພື່ອເປັນເອກະພາບກ່ຽວກັບການກໍານົດຂອບເຂດ ແລະ ສ້າງນິຕິກໍາຮອງຮັບ;
  3. ສ້າງແຜນທີ່ຂອບເຂດປ່າປ້ອງກັນ ແລະ ທີ່ດິນປ່າປ້ອງກັນ ແລ້ວນໍາສະເໜີລັດຖະບານພິຈາລະນາຮັບຮອງ;
  4. ນໍາສະເໜີຕໍ່ອົງການຄຸ້ມຄອງທີ່ດິນແຫ່ງຊາດ ອອກໃບຕາດິນ. ຂ້າງເທິງ

ມາດຕາ 10. ການຢັ້ງຢືນຂອບເຂດປ່າປ້ອງກັນ ແລະ ທີ່ດິນປ່າປ້ອງກັນ
   ການຢັ້ງຢືນຂອບເຂດປ່າປ້ອງກັນ ແລະ ທີ່ດິນປ່າປ້ອງກັນ ຕ້ອງໄດ້ຜ່ານການເຫັນດີ ໂດຍອົງການປົກຄອງຂັ້ນຕ່າງໆດັ່ງນີ້:

  1. ຂອບເຂດປ່າປ້ອງກັນ ແລະ ທີ່ດິນປ່າປ້ອງກັນ ລະດັບຊາດ ຫຼື ລະດັບແຂວງ, ນະຄອນທີ່ໄດ້ກໍານົດຂຶ້ນຢູ່ແຂວງ, ນະຄອນ ແມ່ນເຈົ້າແຂວງ, ເຈົ້າຄອງນະຄອນເປັນຜູ້ຢັ້ງຢືນຮັບຮູ້ ຕາມການສະເໜີຂອງອົງການຄຸ້ມຄອງທີ່ດິນປະຈໍາແຂວງ, ນະຄອນ ໂດຍເປັນເອກະພາບກັບພະແນກກະສິກໍາ ແລະ ປ່າໄມ້ແຂວງ, ນະຄອນ;
  2. ຂອບເຂດປ່າປ້ອງກັນ ແລະ ທີ່ດິນປ່າປ້ອງກັນ ລະດັບເມືອງ, ເທດສະບານທີ່ໄດ້ກໍານົດຂຶ້ນຢູ່ໃນເມືອງ ຫຼື ເທດສະບານ ແມ່ນເຈົ້າເມືອງ ຫຼື ຫົວໜ້າເທດສະບານເປັນຜູ້ຢັ້ງຢືນຮັບຮູ້ ຕາມການສະເໜີຂອງອົງການຄຸ້ມຄອງທີ່ດິນ ປະຈໍາເມືອງ ຫຼື ເທດສະບານ ໂດຍເປັນເອກະພາບກັບຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ຫຼື ເທດສະບານ;
  3. ຂອບເຂດປ່າປ້ອງກັນ ແລະ ທີ່ດິນປ່າປ້ອງກັນ ລະດັບບ້ານ ທີ່ໄດ້ກໍານົດຂຶ້ນຢູ່ໃນບ້ານ ແມ່ນນາຍບ້ານເປັນຜູ້ຢັ້ງຢືນຮັບຮູ້ ຕາມການສະເໜີຂອງໜ່ວຍງານຄຸ້ມຄອງທີ່ດິນ ປະຈໍາບ້ານ, ໂດຍເປັນເອກະພາບກັບໜ່ວຍງານປ່າໄມ້ບ້ານ. ຂ້າງເທິງ

ມາດຕາ 11. ການຮັບຮອງປ່າປ້ອງກັນ ແລະ ທີ່ດິນປ່າປ້ອງກັນ
   ປ່າປ້ອງກັນ ແລະ ທີ່ດິນປ່າປ້ອງກັນທີ່ໄດ້ຢັ້ງຢືນ ຕາມມາດຕາ 10 ຂອງດໍາລັດສະບັບນີ້ ຕ້ອງໄດ້ປະກາດຢ່າງເປັນທາງການດັ່ງນີ້:

  1. ປ່າປ້ອງກັນ ແລະ ທີ່ດິນປ່າປ້ອງກັນລະດັບຊາດ ທີ່ມີຂອບເຂດເນື້ອທີ່ແຕ່ 50.000 (ຫ້າສິບພັນ) ເຮັກຕາຂຶ້ນໄປ ຊຶ່ງອາດກວມເອົາຫຼາຍແຂວງ, ນະຄອນ ແມ່ນສະພາແຫ່ງຊາດ ເປັນຜູ້ຕົກລົງຮັບຮອງ ຕາມການສະເໜີຂອງລັດຖະບານ;

   ກໍລະນີປ່າປ້ອງກັນ ແລະ ທີ່ດິນປ່າປ້ອງກັນລະດັບຊາດ ທີ່ມີເນື້ອທີ່ຕໍ່າກວ່າ 50.000 (ຫ້າສິບພັນ) ເຮັກຕາ ແຕ່ກວມເອົາຫຼາຍແຂວງ, ນະຄອນ ແມ່ນຄະນະປະຈໍາສະພາແຫ່ງຊາດ ເປັນຜູ້ຕົກລົງຮັບຮອງ ຕາມການສະເໜີຂອງລັດຖະບານ;

  1. ປ່າປ້ອງກັນ ແລະ ທີ່ດິນປ່າປ້ອງກັນລະດັບແຂວງ, ນະຄອນ ທີ່ມີຂອບເຂດເນື້ອທີ່ອາດກວມເອົາຫຼາຍເມືອງ ແມ່ນລັດຖະບານເປັນຜູ້ຮັບຮອງ ຕາມການສະເໜີຂອງອົງການຄຸ້ມຄອງທີ່ດິນແຫ່ງຊາດ ໂດຍເປັນເອກະພາບກັບກະຊວງກະສິກໍາ ແລະ ປ່າໄມ້;

   ປ່າປ້ອງກັນ ແລະ ທີ່ດິນປ່າປ້ອງກັນລະດັບແຂວງ, ນະຄອນ ທີ່ບໍ່ກວມເອົາຫຼາຍເມືອງ ແມ່ນເຈົ້າແຂວງ, ເຈົ້າຄອງນະຄອນ ເປັນຜູ້ຮັບຮອງຕາມການສະເໜີຂອງ ອົງການຄຸ້ມຄອງທີ່ດິນປະຈໍາແຂວງ, ນະຄອນ ໂດຍເປັນເອກະພາບກັບພະແນກກະສິກໍາ ແລະ ປ່າໄມ້ແຂວງ, ນະຄອນ;

  1. ປ່າປ້ອງກັນ ແລະ ທີ່ດິນປ່າປ້ອງກັນລະດັບເມືອງ, ເທດສະບານ ແມ່ນເຈົ້າແຂວງ, ເຈົ້າຄອງນະຄອນ ເປັນຜູ້ຮັບຮອງຕາມການສະເໜີຂອງ ອົງການຄຸ້ມຄອງທີ່ດິນປະຈໍາແຂວງ, ນະຄອນ ໂດຍການເປັນເອກະພາບກັບພະແນກກະສິກໍາ ແລະ ປ່າໄມ້ແຂວງ, ນະຄອນ;
  2. ປ່າປ້ອງກັນ ແລະ ທີ່ດິນປ່າປ້ອງກັນລະດັບບ້ານ ແມ່ນເຈົ້າເມືອງ, ຫົວໜ້າເທດສະບານເປັນຜູ້ຮັບຮອງ ຕາມການສະເໜີຂອງອົງການຄຸ້ມຄອງທີ່ດິນ ປະຈໍາເມືອງ, ເທດສະບານ ໂດຍເປັນເອກະພາບກັບຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ, ເທດສະບານ. ຂ້າງເທິງ

ໝວດທີ III
ກິດຈະການປ່າປ້ອງກັນ ແລະ ທີ່ດິນປ່າປ້ອງກັນ

ມາດຕາ 12. ກິດຈະການປ່າປ້ອງກັນ ແລະ ທີ່ດິນປ່າປ້ອງກັນ
   ການຄຸ້ມຄອງປ່າປ້ອງກັນ ແລະ ທີ່ດິນປ່າປ້ອງກັນ ປະກອບດ້ວຍກິດຈະການຕ່າງໆເຊັ່ນ: ການສໍາຫຼວດ, ການວາງແຜນຈັດສັນ, ການຄົ້ນຄວ້າທົດລອງ, ການປົກປັກຮັກສາ, ການພັດທະນາ, ການຫັນປ່ຽນປ່າປ້ອງກັນ, ການນໍາໃຊ້ຜະລິດຕະຜົນປ່າໄມ້ ແລະ ການກວດກາລາດຕະເວນ. ຂ້າງເທິງ

ມາດຕາ 13. ການສໍາຫຼວດປ່າປ້ອງກັນ ແລະ ທີ່ດິນປ່າປ້ອງກັນ
   ການສໍາຫຼວດປ່າປ້ອງກັນ ແລະ ທີ່ດິນປ່າປ້ອງກັນ ໃຫ້ປະຕິບັດດັ່ງນີ້:

  1. ເກັບກໍາຂໍ້ມູນ, ຕີລາຄາສະພາບປ່າໄມ້, ຄວາມປົກຫຸ້ມປ່າໄມ້, ການປ່ຽນແປງການນໍາໃຊ້ປ່າໄມ້, ຊະນິດພັນໄມ້, ບໍລິມາດໄມ້, ໄມ້ສືບພັນ, ເຄື່ອງປ່າຂອງດົງ, ຊີວະນາໆພັນ, ສະພາບພື້ນທີ່, ແຫຼ່ງນໍ້າ, ສະພາບເສດຖະກິດ-ສັງຄົມ ແລະອື່ນໆ;
  2. ກໍານົດຂອບເຂດ, ການປັກຫຼັກໝາຍ ແລະ ການຈັດແບ່ງເຂດປ່າປ້ອງກັນ ແລະ ທີ່ດິນປ່າປ້ອງກັນ;
  3. ສ້າງແຜນທີ່ນໍາໃຊ້ທີ່ດິນປ່າປ້ອງກັນ. ຂ້າງເທິງ

ມາດຕາ 14. ການວາງແຜນຈັດສັນປ່າປ້ອງກັນ ແລະ ທີ່ດິນປ່າປ້ອງກັນ
   ການວາງແຜນຈັດສັນປ່າປ້ອງກັນ ແລະ ທີ່ດິນປ່າປ້ອງກັນ ແມ່ນການກໍານົດພື້ນທີ່ປ່າປ້ອງກັນ ແລະ ທີ່ດິນປ່າປ້ອງກັນ ໂດຍອີງໃສ່ຂໍ້ມູນທີ່ເກັບກໍາໄດ້ ຈາກການສໍາຫຼວດຕົວຈິງ, ການວາງແຜນຈັດສັນ ໃຫ້ດໍາເນີນຕາມຫຼັກການຕົ້ນຕໍດັ່ງນີ້:

  1. ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມ, ຍຸດທະສາດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຍຸດທະສາດປ່າໄມ້ ແລະ ແຜນການນໍາໃຊ້ທີ່ດິນປ່າໄມ້;
  2. ຮັບປະກັນຄວາມເປັນເອກະພາບ ໃນການວາງແຜນປົກປັກຮັກສາ ແລະ ພັດທະນາປ່າປ້ອງກັນແບບຍືນຍົງ;
  3. ຮັບປະກັນການນໍາໃຊ້ຜະລິດຕະຜົນປ່າໄມ້ ແບບຍືນຍົງ, ບໍ່ບົກແຫ້ງ, ບໍ່ກະທົບເຖິງໂຄງສ້າງຂອງປ່າໄມ້, ຮັບປະກັນການສືບພັນໄມ້ ແລະ ເຄື່ອງປ່າຂອງດົງຕາມທໍາມະຊາດ;
  4. ຮັບປະກັນການປົກປັກຮັກສາແຫຼ່ງນໍ້າ, ຊີວະນາໆພັນໃຫ້ອຸດົມສົມບູນ ລວມທັງການປົກປັກຮັກສາສິ່ງແວດລ້ອມ. ຂ້າງເທິງ

ມາດຕາ 15. ການຄົ້ນຄວ້າທົດລອງ
   ລັດອະນຸຍາດໃຫ້ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງດໍາເນີນການສຶກສາ, ຄົ້ນຄວ້າ, ທົດລອງທາງດ້ານວິຊາການ ໃນເຂດປ່າປ້ອງກັນ ແລະ ທີ່ດິນປ່າປ້ອງກັນ ເພື່ອຊອກຫາຮູບແບບ ແລະ ມາດຕະຖານເຕັກນິກເຊັ່ນ: ການສຶກສາຮູບແບບຟື້ນຟູປ່າໄມ້, ການດູດຊັບທາດກາກໂບນິກ (CO2) ຈັດສັນແຫຼ່ງແກ່ນພັນໄມ້ພື້ນເມືອງ, ພັນພືດ, ຊະນິດພັນໄມ້ທໍາມະຊາດ, ຈັດສັນແຫຼ່ງນໍ້າ, ສັດນໍ້າ, ສັດປ່າ, ການຕົກຕະກອນຂອງດິນ, ສິ່ງເສດເຫຼືອຕ່າງໆ ແລະອື່ນໆ ຕາມລະບຽບຫຼັກການ. ຂ້າງເທິງ

ມາດຕາ 16. ການປົກປັກຮັກສາ
   ການປົກປັກຮັກສາປ່າປ້ອງກັນ ແລະ ທີ່ດິນປ່າປ້ອງກັນ ແມ່ນການຮັກສາແຫຼ່ງນໍ້າ, ປ້ອງກັນການເຊາະເຈື່ອນ ແລະ ຄຸນນະພາບຂອງດິນ, ເຂດຍຸດທະສາດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ປ້ອງກັນໄພທໍາມະຊາດ, ປົກປັກຮັກສາສິ່ງແວດລ້ອມ ແລະອື່ນໆ. ວາງແຜນຈັດສັນ ແລະ ກໍານົດມາດຕະການຄຸ້ມຄອງ ເພື່ອສະກັດກັ້ນທຸກເຫດການທີ່ຈະເກີດຂຶ້ນ ຫຼື ພວມເກີດຂຶ້ນຊຶ່ງເປັນສາເຫດ ເຮັດໃຫ້ທີ່ດິນປ່າປ້ອງກັນມີການເຊາະເຈື່ອນ, ດິນເສື່ອມຄຸນນະພາບ, ການປ່ຽນແປງລະບົບນິເວດຂອງດິນບໍລິເວນນໍ້າ, ແຫຼ່ງນໍ້າບົກແຫ້ງ, ການກະທົບເຂດຍຸດທະສາດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ສິ່ງແວດລ້ອມ.
   ສໍາລັບປ່າໄມ້ໃນຂອບເຂດບ້ານຮັບຜິດຊອບນັ້ນ ໄດ້ຈັດແບ່ງອອກເປັນສາມປະເພດປ່າໄມ້ຄື: ປ່າປ້ອງກັນຂອງບ້ານ ລວມມີປ່າສັກສິດ, ປ່າຊ້າ ແລະ ປ່າຊົມໃຊ້ຂອງບ້ານ. ນອກນັ້ນ ຍັງມີເຂດທີ່ດິນເປົ່າຫວ່າງ ທີ່ໄດ້ກໍານົດເປັນເຂດຜະລິດ. ຂ້າງເທິງ

ມາດຕາ 17. ການນໍາໃຊ້ປ່າໄມ້, ຜະລິດຕະຜົນປ່າໄມ້ ແລະ ທີ່ດິນປ່າໄມ້
   ການນໍາໃຊ້ປ່າໄມ້ ແລະ ຜະລິດຕະຜົນປ່າໄມ້ ໃນເຂດຄຸ້ມຄອງນໍາໃຊ້ປ່າປ້ອງກັນ ແມ່ນອະນຸຍາດໃຫ້ນໍາໃຊ້ສະເພາະແຕ່ໄມ້ ແລະ ຜະລິດຕະຜົນປ່າໄມ້ ປະເພດບໍ່ຫວງຫ້າມ, ເກັບກູ້ເຄື່ອງປ່າຂອງດົງ, ຕົ້ນໄມ້ ແລະ ພືດທີ່ເປັນຢາ, ໄມ້ໃຊ້ສອຍພາຍໃນຄອບຄົວຕາມປະເພນີ. ແຕ່ຕ້ອງປະຕິບັດຕາມແຜນຈັດສັນ, ລະບຽບການກ່ຽວກັບປ່າປ້ອງກັນ ແລະ ທີ່ດິນປ່າປ້ອງກັນ, ລະບຽບກົດໝາຍກ່ຽວກັບປ່າໄມ້ ເພື່ອບໍ່ໃຫ້ມີຜົນກະທົບຕໍ່ໂຄງສ້າງຂອງປ່າໄມ້.
   ການນໍາໃຊ້ທີ່ດິນເຂດຄຸ້ມຄອງນໍາໃຊ້ປ່າປ້ອງກັນ ແມ່ນອະນຸຍາດໃຫ້ນໍາໃຊ້ສະເພາະ ແຕ່ເພື່ອການທ່ອງທ່ຽວທໍາມະຊາດ, ສະຖານທີ່ພັກຜ່ອນຕາມເຂດທີ່ຈັດສັນໃຫ້. ຂ້າງເທິງ

ມາດຕາ 18. ການພັດທະນາ ແລະ ຟື້ນຟູປ່າປ້ອງກັນ ແລະ ທີ່ດິນປ່າປ້ອງກັນ
   ການພັດທະນາ ແລະ ຟື້ນຟູປ່າປ້ອງກັນ ແລະ ທີ່ດິນປ່າປ້ອງກັນ ແມ່ນທຸກການເຄື່ອນໄຫວເພື່ອເຮັດໃຫ້ປ່າໄມ້ ແລະ ທີ່ດິນປ່າໄມ້ ໃນເຂດປ່າປ້ອງກັນທີ່ຊຸດໂຊມ ໃຫ້ອຸດົມສົມບູນຂຶ້ນ ດ້ວຍການບູລະນະເຂດປ່າໄມ້ຊຸດໂຊມ, ປ່າເຫຼົ່າ, ພື້ນທີ່ປ່າປອກໂຫຼ້ນ, ທີ່ດິນຊຸດໂຊມ ດ້ວຍການຟື້ນຟູປ່າແບບທໍາມະຊາດ, ປູກໄມ້ເສີມ, ປັບແປງດິນຄືນ ຫຼັງການຂຸດຄົ້ນແຮ່ທາດ, ປູກໄມ້ ແລະ ພືດຄຸມໜ້າດິນ ໂດຍການນໍາໃຊ້ຊະນິດພັນໄມ້ພື້ນເມືອງ ຫຼື ພັນໄມ້ທີ່ມີໃນທ້ອງຖິ່ນ ລວມທັງເຄື່ອງປ່າຂອງດົງ ດ້ວຍການນໍາໃຊ້ມາດຕະຖານດ້ານເຕັກນິກ ແລະ ວິທະຍາສາດທີ່ເໝາະສົມ ເພື່ອເຮັດໃຫ້ສະພາບປ່າໄມ້ ແລະ ທີ່ດິນປ່າໄມ້ ໃນເຂດປ່າປ້ອງກັນ ແລະ ທີ່ດິນປ່າປ້ອງກັນ ມີຄວາມອຸດົມສົມບູນດີຂຶ້ນ, ມີມູນຄ່າສູງ ແລະ ສົມດູນກັບລະບົບນິເວດຂອງປ່າໄມ້. ຂ້າງເທິງ

ມາດຕາ 19. ການຫັນປ່ຽນປ່າປ້ອງກັນ ແລະ ທີ່ດິນປ່າປ້ອງກັນ
   ໃນກໍລະນີຈໍາເປັນ ມີການຫັນປ່ຽນປ່າປ້ອງກັນໄປຮັບໃຊ້ເປົ້າໝາຍອື່ນ ທີ່ມີຜົນປະໂຫຍດສູງສຸດໃຫ້ແກ່ປະເທດຊາດນັ້ນ ໃຫ້ປະຕິບັດດັ່ງນີ້:

  1. ການຫັນປ່ຽນປ່າປ້ອງກັນລະດັບຊາດ ແລະ ປ່າປ້ອງກັນລະດັບແຂວງ ຕ້ອງໄດ້ຮັບຮອງຈາກຄະນະປະຈໍາສະພາແຫ່ງຊາດ ຕາມການສະເໜີຂອງລັດຖະບານ;
  2. ການຫັນປ່ຽນປ່າປ້ອງກັນລະດັບເມືອງ, ເທດສະບານຕ້ອງໄດ້ຮັບຮອງຈາກລັດຖະບານ ຕາມການສະເໜີຂອງອົງການຄຸ້ມຄອງທີ່ດິນແຫ່ງຊາດ ໂດຍການເຫັນດີເປັນເອກະພາບກັບກະຊວງກະສິກໍາ ແລະ ປ່າໄມ້;
  3. ການຫັນປ່ຽນປ່າປ້ອງກັນລະດັບບ້ານ  ຕ້ອງໄດ້ຮັບຮອງຈາກອົງການປົກຄອງແຂວງ, ນະຄອນ ຕາມການສະເໜີຂອງອົງການຄຸ້ມຄອງທີ່ດິນ ປະຈໍາແຂວງ, ນະຄອນ ໂດຍການເຫັນດີເປັນເອກະພາບ ກັບພະແນກກະສິກໍາ ແລະ ປ່າໄມ້ແຂວງ, ນະຄອນ. ຂ້າງເທິງ

ມາດຕາ 20. ການກວດກາລາດຕະເວນ
   ອົງການຄຸ້ມຄອງປ່າປ້ອງກັນ ແລະ ທີ່ດິນປ່າປ້ອງກັນ ມີໜ້າທີ່ດໍາເນີນການກວດກາລາດຕະເວນ ໃນເຂດປ່າປ້ອງກັນ ເພື່ອສະກັດກັ້ນການບຸກລຸກ ທໍາລາຍປ່າປ້ອງກັນ ແລະ ທີ່ດິນປ່າປ້ອງກັນເຊັ່ນ: ຖາງປ່າເຮັດໄຮ່, ການລັກລອບຕັດໄມ້ທໍາລາຍປ່າ, ການບຸກເບີກເນື້ອທີ່ດິນປ່າປ້ອງກັນ, ການລ່າ, ການຄ້າ-ຂາຍສັດປ່າ, ເຄື່ອງປ່າຂອງດົງ ແລະ ກິດຈະກໍາອື່ນໆ ທີ່ລະເມີດລະບຽບກົດໝາຍ. ໃນກໍລະນີມີຄວາມຈໍາເປັນ ຕ້ອງໄດ້ສ້າງຕັ້ງດ່ານກວດກາຢູ່ ພາຍໃນເຂດປ່າປ້ອງກັນ ແລະ ທີ່ດິນປ່າປ້ອງກັນ. ຂ້າງເທິງ

ໝວດທີ IV
ການຄຸ້ມຄອງປ່າປ້ອງກັນ ແລະ ທີ່ດິນປ່າປ້ອງກັນ

ມາດຕາ 21. ການຄຸ້ມຄອງປ່າປ້ອງກັນ ແລະ ທີ່ດິນປ່າປ້ອງກັນ
   ກະຊວງກະສິກໍາ ແລະ ປ່າໄມ້ ເປັນເຈົ້າການປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖິ່ນຈັດຕັ້ງໜ່ວຍງານສະເພາະ ພື່ອຮັບຜິດຊອບຄຸ້ມຄອງປ່າປ້ອງກັນ ແລະ ທີ່ດິນປ່າປ້ອງກັນ ຢູ່ໃນແຕ່ລະແຂວງ. ໂດຍປະກອບພະ
 ນັກງານວິຊາການ ຢ່າງໜ້ອຍ 20 ຄົນ ພ້ອມທັງປະກອບເຄື່ອງມື, ອຸປະກອນ, ພາຫະນະ ແລະ ຈັດສັນງົບປະມານຮັບໃຊ້ການເຄື່ອນໄຫວ ໂດຍຖືເອົາກໍາລັງຂອງປະຊາຊົນເປັນຕົ້ນຕໍ ໃນການດໍາເນີນການຈັດຕັ້ງປະຕິບັດວຽກງານ. ຂ້າງເທິງ

ມາດຕາ 22. ການແບ່ງຂັ້ນຄຸ້ມຄອງປ່າປ້ອງກັນ ແລະ ທີ່ດິນປ່າປ້ອງກັນ
   ກະຊວງກະສິກໍາ ແລະ ປ່າໄມ້ ເປັນເຈົ້າການປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖິ່ນ ໃນການຄຸ້ມຄອງປ່າປ້ອງກັນ ແລະ ທີ່ດິນປ່າປ້ອງກັນລະດັບຊາດ.
   ພະແນກກະສິກໍາ ແລະ ປ່າໄມ້ແຂວງ, ນະຄອນ ເປັນເຈົ້າການປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖິ່ນ ໃນການຄຸ້ມຄອງປ່າປ້ອງກັນ ແລະ ທີ່ດິນປ່າປ້ອງກັນລະດັບແຂວງ, ນະຄອນ.
   ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ, ເທດສະບານ ເປັນເຈົ້າການປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖິ່ນ ໃນການຄຸ້ມຄອງປ່າປ້ອງກັນ ແລະ ທີ່ດິນປ່າປ້ອງກັນລະດັບເມືອງ, ເທດສະບານ.
   ໜ່ວຍງານປ່າໄມ້ບ້ານ ເປັນເຈົ້າການປະສານສົມທົບກັບ ພາກສ່ວນທີ່ກ່ຽວຂ້ອງ ແລະ ອົງການຈັດຕັ້ງຕ່າງໆພາຍໃນບ້ານ, ກຸ່ມບ້ານ ໃນການຄຸ້ມຄອງປ່າປ້ອງກັນ ແລະ ທີ່ດິນປ່າປ້ອງກັນລະດັບບ້ານ. ຂ້າງເທິງ

ມາດຕາ 23. ອົງການຄຸ້ມຄອງປ່າປ້ອງກັນ ແລະ ທີ່ດິນປ່າປ້ອງກັນ
   ລັດຖະບານ ຄຸ້ມຄອງປ່າປ້ອງກັນ ແລະ ທີ່ດິນປ່າປ້ອງກັນຢ່າງລວມສູນ ແລະ ເປັນເອກະພາບ ໃນຂອບເຂດທົ່ວປະເທດ ໂດຍມອບໃຫ້ກະຊວງກະສິກໍາ ແລະ ປ່າໄມ້ ເປັນໃຈກາງປະສານສົມທົບ ກັບອົງການຄຸ້ມຄອງທີ່ດິນແຫ່ງຊາດ, ອົງການຊັບພະຍາກອນນໍ້າ ແລະ ສິ່ງແວດລ້ອມ, ກະຊວງພະລັງງານ ແລະ ບໍ່ແຮ່, ກະຊວງໂຍທາທິການ ແລະ ຂົນສົ່ງ, ອົງການທ່ອງທ່ຽວແຫ່ງຊາດ, ອົງການປົກຄອງທ້ອງຖິ່ນ ແລະ ພາກສ່ວຍອື່ນໆທີ່ກ່ຽວຂ້ອງ.
   ອົງການຄຸ້ມຄອງປ່າປ້ອງກັນ ແລະ ທີ່ດິນປ່າປ້ອງກັນ ປະກອບດ້ວຍ:

  1. ກະຊວງກະສິກໍາ ແລະ ປ່າໄມ້ ໂດຍແມ່ນກົມປ່າໄມ້ເປັນເສນາທິການ;
  2. ພະແນກກະສິກໍາ ແລະ ປ່າໄມ້ແຂວງ, ນະຄອນ;
  3. ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ, ເທດສະບານ;
  4. ໜ່ວຍງານປ່າໄມ້ບ້ານ. ຂ້າງເທິງ

ມາດຕາ 24. ສິດ ແລະ ໜ້າທີ່ຂອງກະຊວງກະສິກໍາ ແລະ ປ່າໄມ້
   ໃນການຄຸ້ມຄອງປ່າປ້ອງກັນ ແລະ ທີ່ດິນປ່າປ້ອງກັນ ກະຊວງກະສິກໍາ ແລະ ປ່າໄມ້ ມອບໃຫ້ກົມປ່າໄມ້ ເປັນຜູ້ຈັດຕັ້ງປະຕິບັດ ຊຶ່ງມີສິດ ແລະ ໜ້າທີ່ດັ່ງນີ້:

  1. ຜັນຂະຫຍາຍ ແລະ ໂຄສະນາເຜີຍແຜ່ແນວທາງ, ແຜນຍຸດທະສາດ, ແຜນນະໂຍບາຍ, ນະໂຍບາຍຕ່າງໆ ແລະ ບົດບັນບັດຂອງບັນດາສົນທິສັນຍາສາກົນ ທີ່ກ່ຽວຂ້ອງຊຶ່ງ ສປປລາວ ເປັນພາຄີໃຫ້ກາຍເປັນແຜນງານ, ໂຄງການລະອຽດ ເພື່ອປົກປັກຮັກສາ ແລະ ພັດທະນາປ່າປ້ອງກັນ ແລະ ທີ່ດິນປ່າປ້ອງກັນ ໃນຂອບເຂດທົ່ວປະເທດ;
  2. ກໍານົດຫຼັກການ, ລະບຽບການ, ຄໍາສັ່ງ, ຄໍາແນະນໍາທີ່ສອດຄ່ອງກັບລະບຽບກົດໝາຍ ກ່ຽວກັບປ່າປ້ອງກັນ ແລະ ທີ່ດິນປ່າປ້ອງກັນ;
  3. ໂຄສະນາເຜີຍແຜ່, ຊີ້ນໍາ, ຕິດຕາມ, ກວດກາການຈັດຕັ້ງປະຕິບັດລະບຽບກົດໝາຍ ກ່ຽວກັບປ່າປ້ອງກັນ ແລະ ທີ່ດິນປ່າປ້ອງກັນ ແລະ ບົດບັນຍັດຂອງບັນດາ ສົນທິສັນຍາສາກົນທີ່ກ່ຽວຂ້ອງຊຶ່ງ ສປປລາວ ເປັນພາຄີ;
  4. ຄົ້ນຄວ້າວິທະຍາສາດເຕັກນິກດ້ານປ່າປ້ອງກັນ, ສ້າງຕາໜ່າງສູນສະຖິຕິ ແລະ ຂ່າວສານ, ບໍາລຸງ ແລະ ຍົກລະດັບວິຊາການປ່າປ້ອງກັນ ແລະ ທີ່ດິນປ່າປ້ອງກັນ;
  5. ປະສານສົມທົບກັບອົງການອື່ນທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດວຽກງານ ປ່າປ້ອງກັນ ແລະ ທີ່ດິນປ່າປ້ອງກັນ ເປັນຕົ້ນການສໍາຫຼວດ, ການວາງແຜນຈັດສັນ, ການອະນຸມັດນໍາໃຊ້;
  6. ພົວພັນ ແລະ ຮ່ວມມືກັບຕ່າງປະເທດກ່ຽວກັບ ກິດຈະການປ່າປ້ອງກັນ ແລະ ທີ່ດິນປ່າປ້ອງກັນ;
  7. ສະຫຼຸບ, ລາຍງານຜົນການຈັດຕັ້ງປະຕິບັດ ວຽກງານປ່າປ້ອງກັນ ແລະ ທີ່ດິນປ່າປ້ອງກັນໃນທົ່ວປະເທດ ໃຫ້ລັດຖະບານຢ່າງເປັນປົກກະຕິ;
  8. ປະຕິບັດສິດ ແລະ ໜ້າທີ່ອື່ນໆ ຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ. ຂ້າງເທິງ

ມາດຕາ 25. ສິດ ແລະ ໜ້າທີ່ຂອງພະແນກກະສິກໍາ ແລະ ປ່າໄມ້ແຂວງ, ນະຄອນ
   ໃນການຄຸ້ມຄອງປ່າປ້ອງກັນ ແລະ ທີ່ດິນປ່າປ້ອງກັນ ພະແນກກະສິກໍາ ແລະ ປ່າໄມ້ແຂວງ, ນະຄອນ ມອບໃຫ້ກອງຄຸ້ມຄອງປ່າປ້ອງກັນ ແລະ ທີ່ດິນປ່າປ້ອງກັນເປັນຜູ້ຈັດຕັ້ງປະຕິບັດ ຊຶ່ງມີສິດ ແລະ ໜ້າທີ່ດັ່ງນີ້:

  1. ຜັນຂະຫຍາຍນະໂຍບາຍ, ຍຸດທະສາດ, ມະຕິຄໍາສັ່ງ ແລະ ລະບຽບການກ່ຽວກັບການຄຸ້ມຄອງ ແລະ ນໍາໃຊ້ປ່າປ້ອງກັນ ແລະ ທີ່ດິນປ່າປ້ອງກັນ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ແລ້ວຈັດຕັ້ງປະຕິບັດ;
  2. ໂຄສະນາເຜີຍແຜ່ລະບຽບກົດໝາຍ, ປະສານສົມທົບ ແລະ ຮ່ວມມືໃນການຈັດຕັ້ງປະຕິບັດ ພັນທະສາກົນ ພາຍໃຕ້ບັນດາສົນທິສັນຍາ ສາກົນທີ່ກ່ຽວຂ້ອງ ກ່ຽວກັບປ່າປ້ອງກັນ ແລະ ທີ່ດິນປ່າປ້ອງກັນ;
  3. ຊີ້ນໍາ, ຊຸກຍູ້, ຕິດຕາມ, ກວດກາ ແລະ ປະເມີນຜົນການຈັດຕັ້ງ ປະຕິບັດວຽກງານຂອງຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ, ເທດສະບານ;
  4. ຄົ້ນຄວ້າ ແລະ ມີຄໍາເຫັນກ່ຽວກັບການຂໍອະນຸມັດນໍາໃຊ້ ປ່າປ້ອງກັນ ແລະ ທີ່ດິນປ່າປ້ອງກັນ ເພື່ອສະເໜີຕໍ່ກະຊວງກະສິກໍາ ແລະ ປ່າໄມ້ພິຈາລະນາ;
  5. ປະສານສົມທົບກັບອົງການອື່ນທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງ ປ່າປ້ອງກັນ ແລະ ທີ່ດິນປ່າປ້ອງກັນ ເປັນຕົ້ນການສໍາຫຼວດ, ການຈັດສັນ, ການອະນຸມັດນໍາໃຊ້;
  6. ສະຫຼຸບລາຍງານ ຜົນການຈັດຕັ້ງປະຕິບັດວຽກງານປ່າປ້ອງກັນ ພາຍໃນແຂວງ, ນະຄອນ ໃຫ້ກະຊວງກະສິກໍາ ແລະ ປ່າໄມ້ ແລະ ອົງການປົກຄອງແຂວງ, ນະຄອນຢ່າງເປັນປົກກະຕິ;
  7. ປະຕິບັດສິດ ແລະ ໜ້າທີ່ອື່ນໆ ຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ. ຂ້າງເທິງ

ມາດຕາ 26. ສິດ ແລະ ໜ້າທີ່ຂອງຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ, ເທດສະບານ
   ໃນການຄຸ້ມຄອງປ່າປ້ອງກັນ ແລະ ທີ່ດິນປ່າປ້ອງກັນ ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ, ເທດສະບານມີສິດ ແລະ ໜ້າທີ່ດັ່ງນີ້:

  1. ຈັດຕັ້ງປະຕິບັດບັນດາແຜນການ, ແຜນງານ, ໂຄງການ, ຂໍ້ຕົກລົງ, ຄໍາສັ່ງ, ແຈ້ງການ ແລະ ຄໍາແນະນໍາ ກ່ຽວກັບການຄຸ້ມຄອງປ່າປ້ອງກັນ ແລະ ທີ່ດິນປ່າປ້ອງກັນ;
  2. ໂຄສະນາເຜີຍແຜ່ລະບຽບກົດໝາຍກ່ຽວກັບປ່າໄມ້;
  3. ຊີ້ນໍາ, ຊຸກຍູ້, ຕິດຕາມ, ກວດກາ ການປະຕິບັດວຽກງານຂອງ ໜ່ວຍງານປ່າໄມ້ບ້ານ ເປັນຕົ້ນການປົກປັກຮັກສາ, ພັດທະນາປ່າປ້ອງກັນ ແລະ ທີ່ດິນປ່າປ້ອງກັນ;
  4. ຈັດຕັ້ງປະຊາຊົນຢູ່ຂັ້ນບ້ານຄຸ້ມຄອງ, ປົກປັກຮັກສາ, ພັດທະນາປ່າປ້ອງກັນ ແລະ ທີ່ດິນປ່າປ້ອງກັນ;
  5. ສະຫຼຸບລາຍງານ ຜົນການຈັດຕັ້ງປະຕິບັດວຽກງານປ່າໄມ້ ພາຍໃນເມືອງ, ເທດສະບານໃຫ້ພະແນກກະສິກໍາ ແລະ ປ່າໄມ້ແຂວງ, ນະຄອນ ແລະ ອົງການປົກຄອງເມືອງ, ເທດສະບານຢ່າງເປັນປົກກະຕິ;
  6. ປະຕິບັດສິດ ແລະ ໜ້າທີ່ອື່ນໆ ຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ. ຂ້າງເທິງ

ມາດຕາ 27. ສິດ ແລະ ໜ້າທີ່ຂອງໜ່ວຍງານປ່າໄມ້ບ້ານ
   ໃນການຄຸ້ມຄອງປ່າປ້ອງກັນ ແລະ ທີ່ດິນປ່າປ້ອງກັນ ໜ່ວຍງານປ່າໄມ້ບ້ານມີສິດ ແລະ ໜ້າທີ່ດັ່ງນີ້:

  1. ຄົ້ນຄວ້າ ແລະ ສະເໜີໃຫ້ອົງການປົກຄອງບ້ານ ອອກກົດລະບຽບນໍາໃຊ້ປ່າໄມ້, ປ່າປ້ອງກັນ ແລະ ທີ່ດິນປ່າປ້ອງກັນຂອງ ຂັ້ນບ້ານຕົນ ໂດຍສອດຄ່ອງກັບລະບຽບກົດໝາຍ ກ່ຽວກັບປ່າໄມ້;
  2. ເຜີຍແຜ່ຄວາມຮູ້, ລະບຽບການກ່ຽວກັບປ່າໄມ້, ເປັນຕົ້ນຄວາມສໍາຄັນ ແລະ ຄຸນປະໂຫຍດຂອງປ່າໄມ້, ທີ່ດິນປ່າໄມ້, ປ່າປ້ອງກັນ ແລະ ທີ່ດິນປ່າປ້ອງກັນ, ປ່າຍອດນໍ້າ ແລະ ສິ່ງແວດລ້ອມໃຫ້ປະຊາຊົນໃນບ້ານຂອງຕົນ;
  3. ຈັດຕັ້ງປະຕິບັດມະຕິ, ຄໍາສັ່ງ, ຄໍາແນະນໍາ, ຂໍ້ຕົກລົງ ແລະ ລະບຽບກົດໝາຍກ່ຽວກັບປ່າໄມ້;
  4. ຈັດຕັ້ງປະຊາຊົນຄຸ້ມຄອງ, ປົກປັກຮັກສາປ່າປ້ອງກັນ, ປ່າສະຫງວນຂອງບ້ານ ແລະ ການປ້ອງກັນໄຟປ່າ. ກໍານົດ ແລະ ວາງແຜນການພັດທະນາ ເປັນຕົ້ນແມ່ນການຟື້ນຟູ, ການປູກ, ການເສີມຂະຫຍາຍປ່າ, ການຮັກສາພໍ່ແມ່ພັນໄມ້, ການເກັບແກ່ນ, ການກ້າເບັ້ຍ ແລະ ການນໍາໃຊ້ປ່າໄມ້ ແລະ ເຄື່ອງປ່າຂອງດົງໃນປ່າຊົມໃຊ້ ຂອງບ້ານແບບຍືນຍົງ ໃຫ້ຖືກຕ້ອງກັບສະພາບຕົວຈິງຂອງບ້ານຕົນ;
  5. ຕິດຕາມ, ເກັບກໍາສະພາບການປ່ຽນແປງຂອງປ່າໄມ້, ສິ່ງແວດລ້ອມ ແລະ ສະພາບການເຄື່ອນໄຫວວຽກງານປ່າໄມ້ ໃນຂອບເຂດບ້ານຂອງຕົນ ແລ້ວລາຍງານໃຫ້ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ, ເທດສະບານ;
  6. ເປັນເຈົ້າການຕິດຕາມ, ສະກັດກັ້ນ ແລະ ຕ້ານການເຄື່ອນໄຫວອັນບໍ່ດີ ທີ່ມີຜົນກະທົບຕໍ່ປ່າປ້ອງກັນ ເຄື່ອງປ່າຂອງດົງ ແລະ ສິ່ງແວດລ້ອມເຊັ່ນ: ການລັກລອບຕັດໄມ້, ຈູດປ່າ ແລະ ການກະທໍາທີ່ເປັນການທໍາລາຍ ປ່າໄມ້ຢ່າງທັນການ;
  7. ສະຫຼຸບລາຍງານ ຜົນການຈັດຕັ້ງປະຕິບັດວຽກງານປ່າໄມ້ ພາຍໃນບ້ານ ໃຫ້ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ, ເທດສະບານ ແລະ ອົງການປົກຄອງບ້ານຢ່າງເປັນປົກກະຕິ;
  8. ນໍາໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນໆ ຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ. ຂ້າງເທິງ

ໝວດທີ V
ຜົນປະໂຫຍດ ແລະ ພັນທະຂອງຜູ້ນໍາໃຊ້ປ່າປ້ອງກັນ ແລະ ທີ່ດິນປ່າປ້ອງກັນ

ມາດຕາ 28. ຜົນປະໂຫຍດຈາກປ່າປ້ອງກັນ ແລະ ທີ່ດິນປ່າປ້ອງກັນ
   ປ່າປ້ອງກັນ ແລະ ທີ່ດິນປ່າປ້ອງກັນ ສາມາດຕອບສະໜອງ ຜົນປະໂຫຍດທາງກົງ ແລະ ທາງອ້ອມ ໃຫ້ແກ່ຊີວິດການເປັນຢູ່ຂອງປະຊາຊົນ, ການພັດທະນາເສດຖະກິດ-ສັງຄົມ ແລະ ການປົກປັກຮັກສາສິ່ງແວດລ້ອມ ເປັນຕົ້ນການຮັກສາຍອດນໍ້າ, ຮັກສາແຫຼ່ງນໍ້າໃຫ້ແກ່ການຊົມໃຊ້ນໍ້າ, ການຜະລິດກະແສໄຟຟ້າດ້ວຍພະລັງນໍ້າ, ການຊົນລະປະທານ ແລະ ກະສິກໍາ, ຮັກສາລະບົບນິເວດທາງທໍາມະຊາດ, ການສຶກສາຄົ້ນຄວ້າ, ຄວາມຫຼາກຫຼາຍທາງດ້ານຊີວະນາໆພັນ, ຮັກສາຄຸນນະພາບຂອງດິນ, ຕ້ານການເຊາະເຈື່ອນຂອງດິນ, ປ້ອງກັນໄພທໍາມະຊາດ, ເຂດຍຸດທະສາດ ເພື່ອປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ແຫຼ່ງທ່ອງທ່ຽວທໍາມະຊາດ, ຮ່ອງຮອຍປະຫວັດສາດ, ວັດທະນະທໍາ ແລະອື່ນໆ. ຂ້າງເທິງ

ມາດຕາ 29. ພັນທະຂອງຜູ້ນໍາໃຊ້ປ່າປ້ອງກັນ ແລະ ທີ່ດິນປ່າປ້ອງກັນ
   ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທີ່ໄດ້ຮັບອະນຸຍາດ ໃຫ້ນໍາໃຊ້ປ່າປ້ອງກັນ ແລະ ທີ່ດິນປ່າປ້ອງກັນ ໂດຍທາງກົງ ຫຼື ທາງອ້ອມຕ້ອງປະຕິບັດພັນທະ ໃນການປົກປັກຮັກສາ ແລະ ພັດທະນາປ່າປ້ອງກັນ ແລະ ທີ່ດິນປ່າປ້ອງກັນດັ່ງນີ້:

  1. ປະຕິບັດຕາມນະໂຍບາຍ ແລະ ລະບຽບກົດໝາຍກ່ຽວກັບປ່າປ້ອງກັນ ແລະ ທີ່ດິນປ່າປ້ອງກັນ;
  2. ປູກ, ຟື້ນຟູູບູລະນະ ແລະ ພັດທະນາປ່າປ້ອງກັນ ແລະ ທີ່ດິນປ່າປ້ອງກັນ ໃຫ້ອຸດົມສົມບູນຕະຫຼອດໄປ;
  3. ປົກປັກຮັກສາສິ່ງແວດລ້ອມ, ຍອດນໍ້າ, ແຫຼ່ງນໍ້າ, ເຄື່ອງປ່າຂອງດົງ, ສັດນໍ້າ ແລະ ສັດປ່າ;
  4. ໃນກໍລະນີມີການຂຸດຄົ້ນແຮ່ທາດ, ສ້າງເສັ້ນທາງ, ສ້າງເຂື່ອນໄຟຟ້າ, ອ່າງເກັບນໍ້າ, ກິດຈະການທ່ອງທ່ຽວ ຫຼື ໂຄງການພັດທະນາອື່ນໆ ຕ້ອງປະກອບສ່ວນທຶນເຂົ້າໃນການຄຸ້ມຄອງ, ປົກປັກຮັກສາປ່າປ້ອງກັນ ແລະ ທີ່ດິນປ່າປ້ອງກັນ ແລະ ປົວແປງສິ່ງແວດລ້ອມໃນເຂດດັ່ງກ່າວ;
  5. ເສຍຄ່າຊັບພະຍາກອນປ່າໄມ້, ຄ່າທໍານຽມອື່ນໆ ຕາມລະບຽບກົດໝາຍ;
  6. ປຸກລະດົມຂົນຂວາຍທຶນຮອນ ທັງພາຍໃນ ແລະ ຕ່າງປະເທດເຂົ້າໃນກອງທຶນພັດທະນາປ່າໄມ້ ແລະ ຊັບພະຍາກອນປ່າໄມ້;
  7. ປະສານສົມທົບ ແລະ ໃຫ້ຄວາມຮ່ວມມືກັບຂະແໜງການທີ່ກ່ຽວຂ້ອງ;
  8. ປະກອບສ່ວນ ແລະ ເປັນເຈົ້າການໃນການຕ້ານ ແລະ ສະກັດກັ້ນການທໍາລາຍປ່າ, ລັກລອບຂຸດຄົ້ນໄມ້ ແລະ ເຄື່ອງປ່າຂອງດົງ, ການລັກລອບລ່າສັດນໍ້າ ແລະ ສັດປ່າ, ປ້ອງກັນໄຟໄໝ້ລາມປ່າ ໃນເຂດປ່າປ້ອງກັນ;
  9. ປະຕິບັດພັນທະອື່ນໆ ຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ. ຂ້າງເທິງ

ໝວດທີ VI
ແຫຼ່ງທຶນ ແລະ ການປະຕິບັດພັນທະໃນການຄຸ້ມຄອງ, ປົກປັກຮັກສາ, ພັດທະນາປ່າປ້ອງກັນ ແລະ ທີ່ດິນປ່າປ້ອງກັນ

ມາດຕາ 30. ແຫຼ່ງທຶນ
   ແຫຼ່ງທຶນ ເພື່ອນໍາໃຊ້ເຂົ້າໃນການຈັດຕັ້ງປະຕິບັດ ວຽກງານຄຸ້ມຄອງ, ປົກປັກຮັກສາ ແລະ ພັດທະນາປ່າປ້ອງກັນ ແລະ ທີ່ດິນປ່າປ້ອງກັນໄດ້ມາຈາກແຫຼ່ງທຶນຕົ້ນຕໍດັ່ງນີ້,

  1. ງົບປະມານຂອງລັດ;
  2. ກອງທຶນພັດທະນາປ່າໄມ້ ແລະ ຊັບພະຍາກອນປ່າໄມ້ ຕາມດໍາລັດນາຍົກລັດຖະມົນຕີ ເລກທີ 38/ນຍ, ລົງວັນທີ 21 ກຸມພາ 2005;
  3. ກອງທຶນຕ່າງໆເປັນຕົ້ນ: ກອງທຶນບູລະນະ ແລະ ປົກປັກຮັກສາທາງຫຼວງ, ກອງທຶນປົກປັກຮັກສາສິ່ງແວດລ້ອມ ແລະ ກອງທຶນອື່ນໆທັງພາຍໃນ ແລະ ຕ່າງປະເທດ;
  4. ໂຄງການນໍາໃຊ້ ຊັບພະຍາກອນທໍາມະຊາດທີ່ກ່ຽວຂ້ອງ ໂດຍທາງກົງ ແລະ ທາງອ້ອມ;
  5. ການປະກອບສ່ວນຂອງບຸກຄົນ, ນິຕິບຸກຄົນ, ລວມໝູ່, ການຈັດຕັ້ງ, ອົງການຈັດຕັ້ງສັງຄົມ ທັງພາຍໃນ ແລະ ຕ່າງປະເທດ, ອົງການຈັດຕັ້ງສາກົນ ແລະອື່ນໆ. ຂ້າງເທິງ

ມາດຕາ 31. ການປະຕິບັດພັນທະຂອງບັນດາໂຄງການ
   ບັນດາໂຄງການທີ່ໄດ້ສົ່ງຜົນກະທົບ ແລະ ໄດ້ຮັບຜົນປະໂຫຍດຈາກປ່າປ້ອງກັນ ແລະ ທີ່ດິນປ່າປ້ອງກັນ ທັງທາງກົງ ແລະ ທາງອ້ອມຕ້ອງໄດ້ປະກອບທຶນ ເຂົ້າກອງທຶນພັດທະນາປ່າໄມ້ ແລະ ຊັບພະຍາກອນປ່າໄມ້ ຕາມທີ່ໄດ້ລະບຸໄວ້ໃນສັນຍາພັດທະນາໂຄງການ ເພື່ອນໍາໃຊ້ເຂົ້າໃນການຄຸ້ມຄອງ, ປົກປັກຮັກສາ, ພັດທະນາປ່າປ້ອງກັນ ແລະ ທີ່ດິນປ່າປ້ອງກັນດັ່ງນີ້:

  1. ຜູ້ພັດທະນາໂຄງການຂຸດຄົ້ນແຮ່ທາດ ຕ້ອງໄດ້ປະກອບທຶນ ເຂົ້າໃນການປັບແປງທີ່ດິນ, ປູກຕົ້ນໄມ້ແທນຄືນ;
  2. ຜູ້ພັດທະນາໂຄງການສ້າງເສັ້ນທາງ, ແລວສາຍໄຟຟ້າ ແລະ ໂຄງການພັດທະນາຕ່າງໆ ທີ່ມີການຫັນປ່ຽນປ່າປ້ອງກັນ ແລະ ທີ່ດິນປ່າປ້ອງກັນແບບຖາວອນ ຕ້ອງໄດ້ປະກອບທຶນເຂົ້າໃນການຟື້ນຟູປ່າ ແລະ ປູກຕົ້ນໄມ້ທົດແທນຄືນ ຕາມຈໍານວນເນື້ອທີ່ ທີ່ຖືກກະທົບໂດຍກົງ;
  3. ຜູ້ພັດທະນາໂຄງການ ເຂື່ອນໄຟຟ້າພະລັງນໍ້າ ຕ້ອງໄດ້ປະກອບທຶນ 1% (ໜຶ່ງສ່ວນຮ້ອຍ) ຂອງມູນຄ່າ ການຂາຍກະແສໄຟຟ້າທັງໝົດ ໃນແຕ່ລະປີ;
  4. ຜູ້ປະກອບກິດຈະການ ດ້ານການທ່ອງທ່ຽວທໍາມະຊາດ ຕ້ອງໄດ້ປະກອບທຶນ 1% (ໜຶ່ງສ່ວນຮ້ອຍ) ຂອງລາຍຮັບຈາກການທ່ອງທ່ຽວທໍາມະຊາດ ໃນແຕ່ລະປີ. ຂ້າງເທິງ

ໝວດທີ VII
ບົດບັນຍັດສຸດທ້າຍ

ມາດຕາ 32. ການຈັດຕັ້ງປະຕິບັດ
   ມອບໃຫ້ກະຊວງກະສິກໍາ ແລະ ປ່າໄມ້, ອົງການຄຸ້ມຄອງທີ່ດິນແຫ່ງຊາດ ແລະ ອົງການປົກຄອງທ້ອງຖິ່ນ ເປັນຜູ້ຈັດຕັ້ງປະຕິບັດຢ່າງເຂັ້ມງວດ.
   ບັນດາກະຊວງ, ອົງການທຽບເທົ່າກະຊວງ ແລະ ອົງການຈັດຕັ້ງຕ່າງໆ ຈົ່ງຮັບຮູ້ ແລະ ໃຫ້ຄວາມຮ່ວມມື ໃນການຈັດຕັ້ງປະຕິບັດດໍາລັດສະບັບນີ້ ໃຫ້ມີປະສິດທິຜົນ. ຂ້າງເທິງ

ມາດຕາ 33. ຜົນສັກສິດ
   ດໍາລັດສະບັບນີ້ ມີຜົນສັກສິດ ແລະ ນໍາໃຊ້ໄດ້ ນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ. ຂ້າງເທິງ

ນາຍົກລັດຖະມົນຕີແຫ່ງ ສປປ ລາວ

ບົວສອນ ບຸບຜາວັນ

 

# ຫົວຂໍ້ ດາວໂຫຼດ
1 Decree on the Protection Forest No. 333/PM, dated 19 July 2010 PDF
2 ດໍາລັດ ວ່າດ້ວຍ ປ່າປ້ອງກັນ ເລກທີ 333/ນຍ, ລົງວັນທີ 19 ກໍລະກົດ 2010 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.