“ກອງປະຊຸມນໍາສະເໜີ ການຈັດຕັ້ງ ແລະ ເຄື່ອນໄຫວຂອງໜ່ວຍງານມາດຕະການທາງດ້ານການຄ້າທີ່ບໍ່ແມ່ນພາສີ (NTMs-WG) ຄັ້ງທີ 1 ແລະ ຜົນການຈັດຕັ້ງປະຕິບັດວຽກງານໄລຍະຜ່ານມາ” ໄດ້ຈັດຂື້ນ ໃນວັນທີ 11 ພະຈິກ 2016, ທີ່ ໂຮງແຮມເມີກຽວ, ນະຄອນຫຼວງວຽງຈັນ ໂດຍ ກົມການນຳເຂົ້າ ແລະ ສົ່ງອອກ ພາຍໃຕ້ທຶນສະໜັບສະໜູນ ຈາກໂຄງການຊ່ວຍເຫຼືອລ້າຫຼາຍຝ່າຍ ເພື່ອການພັດທະນາດ້ານການຄ້າ (TDF2). ກອງປະຊຸມນີ້ ໄດ້ຮັບກຽດເປັນປະທານໂດຍ ທ່ານ ນາງ ບານສະຕິ ເທບພະວົງ, ຫົວໜ້າກົມການນຳເຂົ້າ ແລະ ສົ່ງອອກ, ຮອງຫົວໜ້າກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ເຊິ່ງມີຜູ້ເຂົ້າຮ່ວມທີ່ເປັນຈຸດປະສານງານທັງໝົດຈຳນວນ 50 ທ່ານ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອແຈ້ງໃຫ້ບັນດາຈຸດປະສານຂອງໜ່ວຍງານມາດຕະການທາງດ້ານການຄ້າທີ່ບໍ່ແມ່ນພາສີ (NTMs) ຊາບກ່ຽວກັບການສ້າງຕັ້ງຢ່າງເປັນທາງການຂອງໜ່ວຍງານ NTMs ພ້ອມທັງເປັນກອງປະຊຸມຝຶກອົບຮົມເພື່ອສ້າງຄວາມເຂົ້າໃຈ ກ່ຽວກັບວິທີການປະເມີນຜົນກະທົບ RIA ຊຶ່ງທີມງານ NTMs ໄດ້ນໍາສະເໜີຜົນການປະເມີນ RIA ສຳລັບພາຫະນະ ແລະ ນໍ້າມັນເຊື້ອໄຟ ເພື່ອເປັນຕົວແບບໃຫ້ບັນດາຈຸດປະສານງານ (NTMs).

ວຽກງານ NTMs ໄດ້ຖືກຈັດຕັ້ງປະຕິບັດມາແລ້ວ 03 ປີ, ຊຶ່ງກົມການນໍາເຂົ້າ ແລະ ສົ່ງອອກ (ກຂອ), ກະຊວງອຸດສາຫະກໍາ ແລະ ການຄ້າ ໃນນາມເປັນໜ່ວຍງານຈັດຕັ້ງປະຕິບັດວຽກງານດ່ັງກ່າວ ໄດ້ເຮັດສໍາເລັດຫຼາຍກິດຈະກໍາ ເປັນຕົ້ນ ການຈັດຝຶກອົບຮົມ, ກອງປະຊຸມປຶກສາຫາລື, ລວມທັງການໄປແລກປ່ຽນ ແລະ ຖອດຖອນບົດຮຽນ ກັບບັນດາປະເທດອາຊຽນ ກ່ຽວກັບການຈັ້ດຕັ້ງປະຕິບັດວຽກງານ NTMs. ແຕ່ເຖິງຢ່າງໃດກໍ່ຕາມ, ການເຮັດວຽກຮ່ວມກັນລະຫວ່າງ ກຂອ ແລະ ຂະແໜງການລັດທີ່ກ່ຽວຂ້ອງ ໃນໄລຍະຜ່ານມາ ຍັງບໍ່ທັນມີປະສິດທິພາບດີເທົ່າທີ່ຄວນ ເນື່ອງຈາກບໍ່ມີນິຕິກໍາທີ່ເປັນບ່ອນອີງ ໃນການຈັດຕັ້ງປະຕິບັດວຽກງານ NTMs ແລະ ບາງຄັ້ງຂະແໜງການຕ່າງໆ ໄດ້ແຕ່ງຕັ້ງພະນັກງານຄົນໃໝ່ທີ່ບໍ່ໄດ້ເປັນຈຸດປະສານງານຂອງ NTMs ເຂົ້າຮ່ວມກອງປະຊຸມ ຈຶ່ງເຮັດໃຫ້ວຽກງານບໍ່ມີຄວາມຕໍ່ເນື່ອງ ແລະ ບໍ່ສາມາດບັນລຸຕາມແຜນການທີ່ວາງໄວ້.

ປະຈຸບັນ, ໜ່ວຍງານມາດຕະການທາງດ້ານການຄ້າທີ່ບໍ່ແມ່ນພາສີ (NTMs-WG) ໄດ້ຮັບການສ້າງຕັ້ງຂຶ້ນ ເປັນທີ່ຮຽບຮ້ອຍແລ້ວ ອີງຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງ ອຸດສາຫະກຳ ແລະ ການຄ້າ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ໜ່ວຍງານມາດຕະການທາງດ້ານການຄ້າທີ່ບໍ່ແມ່ນພາສີ ເລກທີ 1558/ອຄ, ລົງວັນທີ 31 ສິງຫາ 2016 ຊຶ່ງເປັນໜ່ວຍງານໜຶ່ງທີ່ນອນໃນກອງເລຂາອໍານວຍຄວາມສະດວກທາງດ້ານການຄ້າ (ກຂອຄ) ແລະ ໄດ້ກໍານົດຂອບເຂດສິດ ແລະ ໜ້າທີ່ ຢ່າງຊັດເຈນ. ໜຶ່ງໃນໜ້າວຽກສໍາຄັນທີ່ສະມາຊິກຂອງໜ່ວຍງານ NTMs ຈະຕ້ອງໄດ້ສຸມໃສ່ໃນຕໍ່ໜ້າ  ແມ່ນວຽກງານປະເມີນຜົນກະທົບດ້ານລະບຽບການ (RIA) ຂອງແຕ່ລະຂະແໜງການ ເພື່ອນໍາສະເໜີໃຫ້ກອງເລຂາອໍານວຍຄວາມສະດວກທາງດ້ານການຄ້າ ພິຈາລະນາຮັບຮອງ.

ທ່ານ ນາງ ບານສະຕິ ເທບພະວົງ ກ່າວວ່າ: “ສະເພາະກົມການນໍາເຂົ້າ ແລະ ສົ່ງອອກ ໄດ້ເລີ່ມຈັດຕັ້ງປະຕິບັດວຽກງານການປະເມີນ RIA ສຳລັບສິນຄ້າ ທີ່ກົມ ເປັນຜູ້ຄຸ້ມຄອງຄື: ການອອກອະນຸຍາດນໍາເຂົ້າຍານພາຫະນະ ແລະ ນໍາ້ມັນເຊື້ອໄຟ ໂດຍການວິເຄາະເຫດຜົນຂອງການນໍາໃຊ້, ຄ່າໃຊ້ຈ່າຍ, ເວລາ ແລະ ຜົນປະໂຫຍດຂອງການອອກອະນຸຍາດນໍາເຂົ້າຂອງພາກລັດ ລວມທັງ ສັງລວມບັນດາຂໍ້ຄິດເຫັນຂອງພາກທຸລະກິດເພື່ອປັບປຸງມາດຕະການດັ່ງກ່າວໃຫ້ດີຂຶ້ນ ເພື່ອໃຫ້ເຫັນໄດ້ຕົວແບບທີ່ຈະແຈ້ງ. ນອກຈາກນີ້, ກົມການນຳເຂົ້າ ແລະ ສົ່ງອອກ ກໍໄດ້ປັບປຸງຂັ້ນຕອນການອອກອະນຸຍາດນໍາເຂົ້າ ໃຫ້ມີຄວາມກະທັດຮັດຂຶ້ນ ເພື່ອໃຫ້ສອດຄ່ອງກັບ ການທົດລອງການອອກອະນຸຍາດນໍາເຂົ້າຍານພາຫະນະເພື່ອມາຈໍາໜ່າຍ ໂດຍຜ່ານລະບົບແຈ້ງພາສີແບບປະຕູດຽວ (LNSW) ເຊິ່ງຖືວ່າເປັນທາງເລືອກໜຶ່ງໃນການປັບປຸງ NTMs. ມາຮອດປະຈຸບັນ, ກົມການນໍາເຂົ້າ ແລະ ສົ່ງອອກ ສາມາດອອກອະນຸຍາດຜ່ານລະບົບດັ່ງກ່າວ ໄດ້ 43 ຊຸດ ແຕ່ເຫັນວ່າຍັງຕ້ອງໄດ້ທົບທວນ ແລະ ປັບປຸງຕື່ມ ໃຫ້ກະທັດຮັດງ່າຍດາຍ ເຫັນໄດ້ການປ່ຽນແປງຈາກການບໍລິການດ້ວຍມື ມາເປັນ ລະບົບ paperless services (automation) ຢ່າງແທ້ຈິງ”.

ກອງປະຊຸມດັ່ງກ່າວ ໄດ້ດໍາເນີນໄປຕາມວາລະຄື ພາກເຊົ້າ ແມ່ນເປັນການດໍາເນີນກອງປະຊຸມຄັ້ງປະຖົມມະເລີກຂອງໜ່ວຍງານ NTMs ຊຶ່ງອະທິບາຍເຖິງບົດບາດ, ໜ້າທີ່ ແລະ ຂອບເຂດສິດຂອງໜ່ວຍງານດັ່ງກ່າວ. ນອກຈາກນັ້ນ ຜູ້ເຂົ້າຮ່ວມກໍໄດ້ຮັບຟັງການນໍາສະເໜີ ກ່ຽວກັບ ສະພາບລວມ ແລະ ຜົນການຈັດຕັ້ງປະຕິບັດວຽກງານ NTMs ຂອງກົມການນຳເຂົ້າ ແລະ ສົ່ງອອກໃນໄລຍະຜ່ານມາ. ສໍາລັບພາກບ່າຍ, ແມ່ນເປັນການຝຶກອົບຮົມໃຫ້ພະນັກງານທີ່ເປັນຈຸດປະສານງານ NTMs ກ່ຽວກັບວິທີການປະເມີນ RIA ຂອງບັນດາ NTMs ແລະ ການນໍາສະເໜີຜົນການປະເມີນການອອກອະນຸຍາດນໍາເຂົ້າຍານພາຫະນະ ແລະ ນໍາ້ມັນເຊື້ອໄຟ ຊຶ່ງແມ່ນຊ່ຽວຊານ NTMs ເປັນຜູ້ບັນຍາຍ. ພ້ອມນີ້, ໃນວາລະສຸດທ້າຍຂອງກອງປະຊຸມ ກໍໄດ້ມີການປຶກສາຫາລື ກ່ຽວກັບ ການກໍານົດແຜນວຽກ ແລະ ຈັດລຽງບູລິມະສິດບັນດາ NTMs ສໍາລັບການປະເມີນ RIA.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.