ບົດສຳຫຼວດການອຳນວຍຄວາມສະດວກທາງດ້ານການຄ້າ ຈີນ-ອາຊຽນ (ຮາຊອານາຈັກ ກຳປູເຈຍ, ສປປ ລາວ, ສ. ມຽນມາ ແລະ ສສ ຫວຽດນາມ) ໄດ້ຮັບການຄົ້ນຄວ້າ ໂດຍກອງເລຂາກອງປະຊຸມສຸດຍອດທຸລະກິດ ແລະ ການລົງທຶນຈີນ-ອາຊຽນ (CABIS) ຮ່ວມກັບ ສະຖາບັນຈີນ-ອາຊຽນ ຂອງ ມະຫາວິທະຍາໄລກວາງຊີ ຂອງ ສປ ຈີນ, ແລະ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດຂອງ ຣາຊອານາຈັກກຳປູເຈຍ, ສປປ ລາວ, ສ. ມຽນມາ, ແລະ ສສ ຫວຽດນາມ. ບົດສຳຫຼວດນີ້ ໄດ້ສຳພາດບໍລິສັດທັງພາຍໃນ ແລະ ບໍລິສັດຕ່າງປະເທດ ທີ່ເຮັດການຄ້າຢູ່ເຂດປົກຄອງຕົນເອງ ກວາງຊີຈວາງ, ແຂວງຢູນານ, ແຂວງຄານທົນ, ແລະ ເມືອງເສິນເຈິນ ປະເທດຈີນ ແລະ ຂໍ້ມູນຈາກ 507 ຫົວໜ່ວຍທຸລະກິດຈາກປະເທດກຳປູເຈຍ, ລາວ, ມຽນມາ, ແລະ ຫວຽດນາມ.

ບົດສຳຫຼວດນີ້ ແມ່ນແນໃສ່ ການເພີ່ມມູນຄ່າການຄ້າ ແລະ ການລົງທຶນ ລະຫວ່າງ ສປ ຈີນ ກັບປະເທດລຸ່ມແມ່ນໍ້າຂອງ (ຣາຊອານາຈັກກຳປູເຈຍ, ສປປ ລາວ, ສ. ມຽນມາ, ແລະ ສສ ຫວຽດນາມ ຫຼື CLMV) ຊຶ່ງ ສປ ຈີນ ຖືວ່າ ແມ່ນຍຸດທະສາດອັນສຳຄັນ ເພື່ອຈະກ້າວໄປສູ່ການພັດທະນາການຮ່ວມມືດ້ານເສດຖະກິດ ແລະ ການຄ້າ ລະຫວ່າງ ສປ ຈີນ ແລະ ອາຊຽນ ໃຫ້ໄປສູ່ລວງເລີກ. ເນື່ອງຈາກວ່າຈີນ ກັບປະເທດ CLMV ແມ່ນມີຂໍ້ໄດ້ປຽບດ້ານພູມສາດ ແລະ ມີການຮ່ວມມືກັນແຕ່ຂັ້ນຮາກຖານຂືຶື້ນມາ ຈຶ່ງເປັນທ່າແຮງໃນການຮ່ວມມືດ້ານການຄ້າ ແລະ ສາມາດກ້າວໄປສູ່ການເປັນຕົ້ນແບບຂອງຂໍ້ລິເລີ່ມ China’s belt and road. ການປັບປຸງສັນຍາ CAFTA ແລະ ການເຈລະຈາ RCEP ກຳລັງຈະສຳເລັດ ສະນັ້ນ ການຄ້າລະຫວ່າງ ສປ ຈີນ ແລະ ອາຊຽນ ຈະກ້າວໄປສູ່ຍຸກຫລັງອັດຕາພາສີ. ວຽກອຳນວຍຄວາມສະດວກທາງດ້ານການຄ້າ ຈິ່ງກາຍເປັນເປົ້າໝາຍ   ໃໝ່ຂອງພາກທຸລະກິດຂອງຈີນ ເພື່ອເຂົ້າສູ່ຕະຫລາດຂອງບັນດາປະເທດ CLMV.

ບົດສຳຫຼວດນີ້ ປຽບທຽບ ປັດໄຈຕ່າງໆ ທີ່ສົ່ງຜົນກະທົບຕໍ່ການອຳນວຍຄວາມສະດວກຕໍ່ກັບການດຳເນີນທຸລະກິດຢູ່ຈີນ ແລະ ອາຊຽນ  ໂດຍສະເພາະແມ່ນ CLMV ໂດຍຈັດແບ່ງອອກເປັນ 3 ພາກ ຄື  (1) ຄວາມເປັນມາຂອງການຄ້າຈີນ-ອາຊຽນ, ໃນນີ້ ແມ່ນເນັ້ນໃສ່ສະພາບການພັດທະນາການຄ້າຈີນ-ອາຊຽນ, ຂອບວຽກເພື່ອຈັດຕັ້ງປະຕິບັດການອຳນວຍຄວາມສະດວກທາງດ້ານການຄ້າ, ມາດຕະການສຳລັບການອໍານວຍຄວາມສະດວກທາງດ້ານການຄ້າລະຫວ່າງ ອາຊຽນ-ຈີນ ແລະ ການປະເມີນສະຖານະການການອຳນວຍຄວາມສະດວກທາງດ້ານຂອງຈີນ-ອາຊຽນ.  (2) ບັນຫາຂອງການອຳນວຍຄວາມສະດວກທາງດ້ານການຄ້າ ເຊິ່ງປະກອບມີ ບັນຫາດ້ານການແຈ້ງພາສີ, ບັນຫາດ້ານລະບຽບການ, ບັນຫາດ້ານສາງພັກສິນຄ້າ, ບັນຫາດ້ານ E-Commerce, ແລະ ບັນຫາການເຄື່ອນຍ້າຍເຂົ້າ-ອອກຂອງນັກທຸລະກິດ. ແລະ (3) ຄຳແນະນຳຕໍ່ກັບບັນຫາດັ່ງກ່າວ.

# ຫົວຂໍ້ ດາວໂຫຼດ
1 A Survey Report of China-ASEAN (Cambodia, Laos, Myanmar and Vietnam) Trade Facilitation PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.