ເພື່ອຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍ ຄຳສັ່ງນາຍົກ ເລກທີ 15/ນຍ ວ່າດ້ວຍການເພີ້ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ ແລະ ກວດກາ ການຂຸດຄົ້ນ, ເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້. ດັ່ງນັ້ນ, ໃນໄລຍະຜ່ານມາບັນດາຂະແໜງການທີ່ກ່ຽວຂ້ອງ ກໍ່ໄດ້ເອົາໃຈໃສ່ ຈັດຕັ້ງປະຕິບັດຕໍ່ກັບບັນຫາດັ່ງກ່າວຢ່າງເຂັ້ມງວດ ເຊັ່ນ: ລົງກວດກາ ບໍລິສັດທີ່ຂຸດຄົ້ນໄມ້ເກີນແຜນອະນຸຍາດມັດ, ຂຸດຄົ້ນໄມ້ບໍ່ມີເອກະ ສານອະນຸມັດ, ຂຸດຄົ້ນໄມ້ໃນເຂດປ່າສະຫວຽນ, ປ່າປ້ອງກັນ, ລວມທັງບໍລິສັດ ແລະ ບຸກຄົນທີ່ມີສ່ວນຮ່ວມ ຢູ່ເບື້ອງຫຼັງການຊຸກຍູ້ໃຫ້ ປະຊາຊົນລັກລອບຕັດໄມ້. ກໍລະນີກວດກາພົບເຫັນມີການກະທຳຜິດ ຫຼື ລະເມີດແມ່ນໃຫ້ດຳເນີນຕາມກົດໝາຍຢ່າງເຂັ້ມງວດ ບໍ່ເລືອກ ປະຕິບັດ ແລະ ທັນເວລາ, ບໍ່ຍົກເວັ້ນ ຫຼື ໂຍະຍານກໍລະນີໃດໆທັງສິ້ນ ແລະ ສຳລັບບໍລິສັດ ທີ່ມີເຈດຕະນາກະທຳຄວາມຜິດແມ່ນໃຫ້ຖອນ ໃບອະນຸຍາດດຳເນີນທຸລະກິດ.

ຜ່ານການລົງກວດກາບັນຫາດັ່ງກ່າວຂອງຄະນະສະເພາະກິດແມ່ນມາສາດສັງລວມໄດ້ 28 ໂຮງງານປຸງແຕ່ງໄມ້ ທີ່ຕັ້ງຢູ່ໃກ້ ແລະ ຢູ່ໃນ ເຂດປ່າສະຫງວນ, ປ່າປ້ອງກັນ ແລະ ປ່າຫວງຫ້າມ ຫຼື ປ່າຜະລິດ. ດັ່ງນັ້ນ, ກະຊວງອຸດສາຫະກຳ ແລະ ການຄ້າ ຈຶ່ງໄດ້ອອກ ແຈ້ງການສະບັບເລກທີ 2076/ອຄ.ກອຫ, 14 ພະຈິກ 2016 ໃຫ້ຮີບຮ້ອນ ຮື້ຖອນ ແລະ ຍຸບເລີກ ບັນດາໂຮງງານປຸງແຕ່ງໄມ້ຈຳນວນດັ່ງກ່າວ ໂດຍມອບໃຫ້ພະແນກອຸດສາຫະກໍາ ແລະ ການຄ້າແຂວງ ອຸດົມໄຊ, ບໍລິຄຳໄຊ, ໄຊສົມບູນ, ຄໍາມ່ວນ,ສະຫວັນນະເຂດ, ສາລະວັນ ແລະ ແຂວງຈຳປາສັກ ປະຕິບັດຕາມ ແຈ້ງການ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 1345/ຫສນຍ.ກລຂ, ລົງວັນທີ 7/9/2016, ວັກ 2, ຂໍ້ 6, ພ້ອມທັງແຈ້ງໃຫ້ບັນດາເຈົ້າຂອງໂຮງງານກ່ຽວຂ້ອງຮັບຊາບ ແລະ ໃຫ້ການຮ່ວມມືໃນການຈັດຕັ້ງປະຕິບັດຢ່າງເຂັ້ມງວດ ຕາມຂັ້ນຕອນຕໍ່ໄປນີ້: 1) ແຕ່ງຕັ້ງຄະນະກຳມະການຂັ້ນແຂວງ (ຖ້າແຂວງໃດມີຄະນະກຳມະການປັບປຸງ ແລະ ດັດສົມໂຮງງານປຸງແຕ່ງໄມ້ ທີ່ໄດ້ແຕ່ງຕັ້ງຜ່ານມາແລ້ວ ກໍ່ໃຫ້ຖືເອົາຄະນະນັ້ນເລີຍ); 2) ຄະນະກຳມະການຂັ້ນແຂວງ ເຮັດບົດບັນທຶກຮ່ວມກັບເຈົ້າຂອງໂຮງງານໃຫ້ຢຸດເຊົາການດຳເນີນກິດຈະການ ແລະ ຮື້ຖອນໂຮງງານ ຕາມການຕົກລົງຂອງລັດຖະບານ ໂດຍເຜີຍແຜ່ຕື່ມບັນດາກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງໃຫ້ບັນດາເຈົ້າຂອງໂຮງງານໄດ້ຮັບຊາບ; 3)ແຈ້ງຖອນໃບທະບຽນວິສາຫະກິດ, ໃບອະນຸຍາດດຳເນີນກິດຈະການໂຮງງານ ແລະ ໃບອະນຸຍາດຕ່າງໆຂອງຂະແໜງການ ຕາມຂັ້ນຕອນຂອງກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.

ໃຫ້ບັນດາພະແນກ ອຄ ແຂວງ ທີ່ໄດ້ລະບຸໃນແຈ້ງການສະບັບນີ້ ລາຍງານຄວາມຄືບໜ້າ ຂອງການຈັດຕັ້ງປະຕິບັດຕົວຈິງ ທຸກໆວັນສຸກຂອງແຕ່ລະອາທິດ ຫາກະຊວງອຸດສາຫະກຳ ແລະ ການຄ້າ (ກົມອຸດສາຫະກຳ ແລະ ຫັດຖະກຳ) ຈົນກວ່າຈະສຳເລັດ; ໃນການຈັດຕັ້ງປະຕິບັດ ການຮື້ຖອນ ແລະ ຍຸບເລີກ ບັນດາໂຮງງານປຸງແຕ່ງໄມ້ ຈຳນວນ 28 ໂຮງງານດັ່ງກ່າວນັ້ນ ຕ້ອງໃຫ້ສໍາເລັດພາຍໃນເດືອນ 12/2016 ນີ້.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.