ກອງປະຊຸມຝຶກອົບຮົມ “ການຄຸ້ມຄອງການສົ່ງອອກສຳລັບສິນຄ້າທີ່ສາມາດນຳໃຊ້ໄດ້ສອງທາງ” ໄດ້ຈັດຂື້ນ ໃນລະຫວ່າງວັນທີ 21-25 ພະຈິກ 2016, ທີ່ໂຮງແຮມແລນມາກ ໂດຍກົມການນຳເຂົ້າ ແລະ ສົ່ງອອກ ຮ່ວມກັບໂຄງການ EU CBRN CoE Project 47. ກອງປະຊຸມຝຶກອົບຮົມຄັ້ງນີ້ ໄດ້ຮັບກຽດເປັນປະທານໂດຍ ທ່ານ ນາງ ມະນີວອນ ວົງໄຊ, ຮອງຫົວໜ້າກົມການນຳເຂົ້າ ແລະ ສົ່ງອອກ, ແລະ ການເຂົ້າຮ່ວມເປີດງານຂອງ ທ່ານ Mr. Bryan Fornari, ຫົວໜ້າພະແນກການຮ່ວມມື ເພື່ອການພັດທະນາ ຂອງຫ້ອງການອີຢູປະຈຳ ສປປ ລາວ ເຊິ່ງມີຜູ້ເຂົ້າຮ່ວມທີ່ມາຈາກຂະແໜງການຄຸ້ມຄອງການນຳເຂົ້າ-ສົ່ງອອກຈຳນວນ 35 ທ່ານ.

ຈຸດປະສົງຂອງກອງປະຊຸມຝຶກອົບຮົມດັ່ງກ່າວ ແມ່ນເພື່ອສ້າງຄວາມເຂົ້າໃຈ ກ່ຽວກັບ ລະບອບການຄຸ້ມຄອງການສົ່ງອອກສິນຄ້າ ທີ່ມີຄວາມສ່ຽງ ແລະ ສາມາດນຳໃຊ້ໄດ້ສອງດ້ານ ເຊັ່ນ: ສານເຄມີ, ແຮ່ທາດບາງປະເພດທີ່ສາມາດປ່ອຍກຳມັນຕະພາບລັງສີ ແລະ ອື່ນໆ ເຊິ່ງເປັນສິນຄ້າທີ່ສາມາດນຳໃຊ້ເພື່ອໄປພັດທະນາເປັນອາວຸດທຳລາຍລ້າງໄດ້ . ພ້ອມດຽວກັນນີ້ ກໍເປັນເວທີສົນທະນາແລກປ່ຽນບົດຮຽນ ແລະ ປະສົບການໃນການຄຸ້ມຄອງສິນຄ້າທີ່ມີຄວາມສ່ຽງຕ່າງໆ ຂອງບັນດາປະເທດທີ່ນອນໃນໂຄງການ EU P2P Programme on Export Control of Dual-Use Goods. ການຈັດຊຸດຝຶກອົບຮົມໃນຄັ້ງນີ້ ເປັນຜົນມາຈາກການປຶກສາຫາລື ເພື່ອກຳນົດບູລິມະສິດກິດຈະກຳທີ່ໄດ້ຈັດຂື້ນໃນວັນທີ 4-5 ເມສາ 2016 ທີ່ຜ່ານມາ ຊື່ງການສ້າງຄວາມເຂົ້າໃຈ ແມ່ນນອນໃນໜຶ່ງວຽກບູລິມະສິດຂອງໂຄງການ.

ເນື່ອງຈາກວ່າ ການກໍ່ການຮ້າຍໃນຫຼາຍໆເມືອງໃນທົ່ວໂລກ ມີປັດໄຈໜຶ່ງແມ່ນມາຈາກການເຂົ້າເຖິງສິນຄ້າ, ວັດສະດຸ, ອຸປະກອນ ຫຼື ເຕັກໂນໂລຊີ ທີ່ສາມາດນຳໃຊ້ເພື່ອໄປພັດທະນາເປັນອາວຸດທຳລາຍລ້າງ.  ດັ່ງນັ້ນ, ສະພາຄວາມໝັ້ນຄົງຂອງສະຫະປະຊາຊາດ (UNSC) ຈື່ງໄດ້ອອກ ມະຕິກອງປະຊຸມ1540 (Resolution 1540) ເພື່ອມາເປັນບ່ອນອີງໃນການຄຸ້ມຄອງສິນຄ້າກຸ່ມດັ່ງກ່າວ.

ທ່ານ ນາງ ມະນີວອນ ວົງໄຊ ກ່າວວ່າ: ສຳລັບ ສປປ ລາວ, ເຖິງແມ່ນວ່າການຄຸ້ມຄອງການສົ່ງອອກສີນຄ້າທີ່ມີຄວາມສ່ຽງກຸ່ມດັ່ງກ່າວ ອາດບໍ່ມີສ່ວນຕິດພັນໂດຍກົງກັບ ສປປ ລາວ. ແຕ່ເນື່ອງຈາກ ສປປ ລາວ ແມ່ນມີໂຮງງານອຸດສາຫະກຳຈຳນວນໜຶ່ງທີ່ມີການຜະລິດ ແລະ ນຳໃຊ້ສິນຄ້າກຸ່ມດັ່ງກ່າວ ໂດຍສະເພາະ ເຄມີ, ພ້ອມດຽວກັນ ສປປ ລາວ ກໍເປັນປະເທດທາງຜ່ານ ແລະ ເຊື່ອມຕໍ່ກັບຫຼາຍປະເທດ ຈຶ່ງມີໂອກາດທີ່ຈະຖືກສວຍໃຊ້ເພື່ອສົ່ງສິນຄ້າທີ່ມີຄວາມສ່ຽງໃນການ ເຄື່ອນຍ້າຍ ເຊັ່ນ : ສານເຄມີ, ປຸ໋ຍ ທີ່ສາມາດເປັນສ່ວນປະສົມທາດລະເບີດດ້ວຍຮູບການຜ່ານແດນ. ສະນັ້ນ. ລັດຖະບານເຮົາ ກໍໄດ້ໃຫ້ຄວາມສຳຄັນໃນການສະຫນັບສະຫນູນ ແລະ  ຮັບຮອງເອົາກົດໝາຍ ຫຼື ນິຕິກຳອຶ່ນໆ ເພື່ອນໍາໃຊ້ເຂົ້າໃນການຄວບຄຸມສິນຄ້າດັ່ງກ່າວ ຢ່າງຮັດກຸມ ແລະ ມີສ່ວນຮ່ວມໃນການຄຸ້ມຄອງ ເຊັ່ນ : ລາຍການສິນຄ້າເກືອດຫ້າມສົ່ງອອກ, ກົດໝາຍເຄມີ ແລະ ນິຕິກຳອື່ນໆ

ສຳລັບຊຸດຝຶກອົບຮົມໃນຄັ້ງນີ້, ບັນດາວິທະຍາກອນຈາກໂຄງການ EU CBRN CoE ໄດ້ນຳສະເໜີເຖິງຄວາມເປັນມາ ແລະ ຄວາມຈຳເປັນທີ່ຈະຕ້ອງໄດ້ຄຳນຶງ ແລະ ໃຫ້ຄວາມສຳຄັນໃນການສ້າງລະບົບການຄຸ້ມຄອງສິນຄ້າກຸ່ມສ່ຽງດັ່ງກ່າວໃຫ້ຮັດກຸມ. ບັນດາຜູ້ເຂົ້າຮ່ວມໄດ້ເອົາໃຈໃສ່ຮັບຟັງ ການນໍາສະເໜີຂອງບັນດາຊ່ຽວຊານທີ່ມານຳສະເໜີບົດຮຽນ ໃນການຄຸ້ມຄອງ. ພ້ອມນັ້ນ ກໍໄດ້ຍົກຄຳຖາມເຈາະຈີ້ມ ຕໍ່ບັນຫາທີ່ບໍ່ຈະແຈ້ງ ແລະ ແລກປ່ຽນບົດຮຽນການຄຸ້ມຄອງຕົວຈິງກັບຊ່ຽວຊານ ເຊິ່ງເຮັດໃຫ້ກອງປະຊຸມສຳມະນາດຳເນີນໄປໃນບັນຍາກາດອັນຟົດຟື້ນ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.