ສາລະບານ
I. ຄວາມສໍາຄັນຂອງກົດໝາຍວ່າດ້ວຍປ່າໄມ້
1. ຄວາມສໍາຄັນຂອງປ່າໄມ້ ແລະ ທີ່ດິນປ່າໄມ້
2. ຄວາມສໍາຄັນຂອງກົດໝາຍວ່າດ້ວຍປ່າໄມ້
3. ຈຸດປະສົງຂອງກົດໝາຍວ່າດ້ວຍປ່າໄມ້
II. ກົດໝາຍວ່າດ້ວຍປ່າໄມ້ອະນຸຍາດໃຫ້ ບຸກຄົນ ແລະ ນິຕິບຸກຄົນດັ່ງນີ້:
1. ນະໂຍບາຍກ່ຽວກັບປ່າໄມ້ ແລະ ທີ່ດິນປ່າໄມ້
2. ປະເພດປ່າໄມ້ ແລະ ທີ່ດິນປ່າໄມ້
3. ກໍາມະສິດກ່ຽວກັບປ່າໄມ້ ແລະ ທີ່ດິນປ່າໄມ້
4. ສິດຂອງບຸກຄົນ ແລະ ນິຕິບຸກຄົນທີ່ມີຕໍ່ປ່າໄມ້ ແລະ ທີ່ດິນປ່າໄມ້
5. ພັນທະຂອງບຸກຄົນ ແລະ ນິຕິບຸກຄົນຕໍ່ກັບປ່າໄມ້ ແລະ ທີ່ດິນປ່າໄມ້
6. ການນໍາໃຊ້ປ່າໄມ້ ແລະ ທີ່ດິນປ່າໄມ້ມີ 4 ຢ່າງ
6.1. ການນໍາໃຊ້ປ່າໄມ້ ເພື່ອສາທາລະນະປະໂຫຍດຂອງບ້ານ
6.2. ການນໍາໃຊ້ປ່າໄມ້ເພື່ອຄອບຄົວ
6.3. ການນໍາໃຊ້ປ່າໄມ້ ແລະ ທີ່ດິນໄມ້ ເພື່ອທຸລະກິດ
6.4. ການນໍາໃຊ້ປ່າໄມ້ຕາມປະເພນີ
7.1. ການຫັນປ່ຽນທີ່ດິນປ່າໄມ້ ສໍາລັບທີ່ດິນປ່າຊຸດໂຊມ
7.2. ການຫັນປ່ຽນທີ່ດິນປ່າໄມ້ ສໍາລັບທີ່ດິນປ່າປອກໂຫຼ້ນ
8. ການເຊົ່າ ຫຼື ສໍາປະທານທີ່ດິນປ່າໄມ້
8.1. ສໍາລັບທີ່ດິນປ່າຊຸດໂຊມ
8.2. ສໍາລັບທີ່ດິນປ່າປອກໂຫຼ້ນ
III. ກົດໝາຍວ່າດ້ວຍປ່າໄມ້ ຫ້າມບໍ່ໃຫ້ການຈັດຕັ້ງ ແລະ ບຸກຄົນເຮັດຫຍັງແດ່?
IV. ຖ້າລະເມີດກົດໝາຍວ່າດ້ວຍປ່າໄມ້ ຈະໄດ້ຮັບໂທດຄືແນວໃດ
1. ກໍລະນີເບົາແມ່ນການກະທໍາຜິດທີ່ມີມູນຄ່າ ຕໍ່າກວ່າ 1.000.000 (ໜຶ່ງລ້ານ) ກີບ
2. ກໍລະນີທີ່ບໍ່ເຂັດຫຼາບ ຫຼື ສະຖານໜັກ ແມ່ນການກະທໍາຜິດທີ່ມູນຄ່າການເສັຍຫາຍ ເກີນກວ່າ 1.000.000 (ໜຶ່ງລ້ານ) ກີບຂຶ້ນໄປ
ຄວາມຮູ້ພື້ນຖານກ່ຽວກັບກົດໝາຍວ່າດ້ວຍປ່າໄມ້
I. ຄວາມສໍາຄັນຂອງກົດໝາຍວ່າດ້ວຍປ່າໄມ້
1. ຄວາມສໍາຄັນຂອງປ່າໄມ້ ແລະ ທີ່ດິນປ່າໄມ້
ຕັ້ງແຕ່ໃດມາປ່າໄມ້ ແລະ ທີ່ດິນປ່າໄມ້ ແມ່ນຕິດພັນກັບການດໍາລົງຊີວິດ ຂອງປະຊາຊົນລາວບັນດາເຜົ່າ ໃນການສະໜອງໄມ້ເພື່ອການສ້າງສາ, ຢາປົວພະຍາດ, ເຄື່ອງນຸ່ງຫົ່ມ, ອາຫານ, ເຮັດຟືນ, ເປັນແຫຼ່ງວັດຖຸດິບໃຫ້ແກ່ການຜະລິດ ອຸດສາຫະກໍາໄມ້, ເປັນບ່ອນທ່ອງທ່ຽວທໍາມະຊາດ ການຄົ້ນຄວ້າວິທະຍາສາດ ແລະ ເປັນທີ່ຢູ່ອາໄສຂອງສັດປ່າ.
ນອກຈາກນັ້ນ ປ່າໄມ້ມີຄຸນປະໂຫຍດທີ່ສໍາຄັນ ຕໍ່ການດໍາລົງຊີວິດ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃຫ້ຂະຫຍາຍຕົວຂຶ້ນເລື້ອຍໆ, ປ່າໄມ້ຍັງປົກປັກຮັກສາສິ່ງແວດລ້ອມເຊັ່ນ: ດັດປັບອາກາດ, ເປັນແຫຼ່ງດູດຊຶມຊັບອາຍກາກບອນນິກ, ປົກປັກຮັກສາແຫຼ່ງນໍ້າ ແລະ ນໍ້າໃຕ້ດິນ, ຮັກສາຄຸນນະພາບຂອງດິນ, ຮັບປະກັນຄວາມເປັນປົກກະຕິ ໃຫ້ແກ່ການຜະລິດກະສິກໍາ, ຊົນລະປະທານ ແລະ ພະລັງງານໄຟຟ້ານໍ້າຕົກ, ປ່າໄມ້ຍັງມີຄວາມສໍາຄັນ ຕໍ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຄື: ເປັນຊາຍແດນລະຫວ່າງຊາດ ຊຶ່ງໃນໄລຍະຕໍ່ສູ້ກູ້ຊາດພວກເຮົາຍັງອາໄສ ປ່າໄມ້ເປັນບ່ອນຢູ່ອາໄສ ຊຶ່ງບົດບາດອັນສໍາຄັນນີ້ ແມ່ນບໍ່ມີສິ່ງອື່ນໃດຈະເຮັດແທນໄດ້.
ຖ້າຫາກວ່າປ່າໄມ້ຖືກທໍາລາຍ ຈະເກີດມີໄພທໍາມະຊາດ ດິນຟ້າອາກາດມີການປ່ຽນແປງ ເຮັດໃຫ້ນໍ້າຖ້ວມ, ແຫ້ງແລ້ງ, ລົມພະຍຸ, ການເຊາະເຈື່ອນຂອງດິນ, ເຮັດໃຫ້ດິນກາຍເປັນທະເລຊາຍ ຊຶ່ງຈະສົ່ງຜົນກະທົບຕໍ່ການດໍາລົງຊີວິດ ເປັນຕົ້ນແມ່ນບໍ່ມີນໍ້າກິນ ນໍ້າໃຊ້, ບໍ່ມີຟືນດັງ, ສັດນໍ້າ ແລະ ສັດປ່າອາດຈະສູນພັນ, ບໍ່ມີເຄື່ອງປ່າຂອງດົງເຊັ່ນ: ເຫັດ, ໜໍ່ໄມ້, ໝາກໄມ້, ຫົວ, ເຄືອ, ຮາກໄມ້ ແລະອື່ນໆ. ຂ້າງເທິງ
2. ຄວາມສໍາຄັນຂອງກົດໝາຍວ່າດ້ວຍປ່າໄມ້
ຍ້ອນເຫັນໄດ້ບົດບາດຄວາມສໍາຄັນຂອງປ່າໄມ້ ທີ່ກ່າວມາຂ້າງເທິງນັ້ນ, ຍາມໃດພັກ ແລະ ລັດຖະບານ ກໍມີຄວາມເປັນຫ່ວງເປັນໃຍ ແລະ ໄດ້ວາງແນວທາງນະໂຍບາຍ ກໍຄືລະບຽບກົດໝາຍແນໃສ່ຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນໍາໃຊ້ປ່າໄມ້, ຊັບພະຍາກອນປ່າໄມ້ ແລະ ທີ່ດິນປ່າໄມ້ໃຫ້ຍືນນານ. ກົດໝາຍວ່າດ້ວຍປ່າໄມ້ ສະບັບເລກທີ 06/ສພຊ, ລົງວັນທີ 24 ທັນວາ 2007 ປະກອບດ້ວຍ 12 ພາກ, 130 ມາດຕາ, ຊຶ່ງແມ່ນໜຶ່ງໃນລະບົບກົດໝາຍຂອງລັດ ທີ່ໄດ້ສ້າງຂຶ້ນບົນພື້ນຖານ ຂອງລັດຖະທໍາມະນູນແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ຂ້າງເທິງ
3. ຈຸດປະສົງຂອງກົດໝາຍວ່າດ້ວຍປ່າໄມ້
ກົດໝາຍວ່າດ້ວຍປ່າໄມ້ ໄດ້ກໍານົົດຫຼັກການ, ລະບຽບການ ແລະ ມາດຕະການພື້ນຖານກ່ຽວກັບການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ, ນໍາໃຊ້ ແລະ ກວດກາຊັບພະຍາກອນປ່າໄມ້ ແລະ ທີ່ດິນປ່າໄມ້ແບບຍືນຍົງ, ສົ່ງເສີມການຟື້ນຟູ, ປູກ ແລະ ຂະຫຍາຍຊັບພະຍາກອນປ່າໄມ້ຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແນໃສ່ເຮັດໃຫ້ທໍາມະຊາດມີຄວາມສົມດຸນ, ເຮັດໃຫ້ປ່າໄມ້ ແລະ ທີ່ດິນປ່າໄມ້ເປັນແຫຼ່ງທໍາມາຫາກິນ ແລະ ນໍາໃຊ້ຂອງປະຊາຊົນໂດຍບໍ່ບົກແຫ້ງ, ຮັບປະກັນການປົກປັກຮັກສາສິ່ງແວດລ້ອມ, ແຫຼ່ງນໍ້າ, ປ້ອງກັນການເຊາະເຈື່ອນ, ຮັກສາຄຸນນະພາບຂອງດິນ, ປົກປັກຮັກສາແນວພືດພັນ, ຕົ້ນໄມ້, ສັດນໍ້າ ແລະ ສັດປ່າ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃຫ້ຂະຫຍາຍຕົວຂຶ້ນເລື້ອຍໆ. ຂ້າງເທິງ
II. ກົດໝາຍວ່າດ້ວຍປ່າໄມ້ອະນຸຍາດໃຫ້ ບຸກຄົນ ແລະ ນິຕິບຸກຄົນດັ່ງນີ້:
1. ນະໂຍບາຍກ່ຽວກັບປ່າໄມ້ ແລະ ທີ່ດິນປ່າໄມ້
ລັດສົ່ງເສີມໃຫ້ບຸກຄົນ ແລະ ນິຕິບຸກຄົນ ຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນໍາໃຊ້ປ່າໄມ້ໃຫ້ຍືນຍົງ ໂດຍເລັ່ງໃສ່ການຟື້ນຟູ, ການບູລະນະປ່າໄມ້, ປູກປ່າໃນເຂດທີ່ດິນປ່າຊຸດໂຊມ ແລະ ທີ່ດິນປ່າປອກໂຫຼ້ນໃຫ້ອຸດົມສົມບູນ ເພື່ອປົກປັກຮັກສາສິ່ງແວດລ້ອມ, ໃຫ້ເປັນແຫຼ່ງທ່ອງທ່ຽວ, ສະຖານທີ່ພັກຜ່ອນ, ບ່ອນຄົ້ນຄວ້າທົດລອງ, ຕະຫຼາດກາກບອນ,ປູກໄມ້ເປັນວັດຖຸດິບປ້ອນໂຮງງານອຸດສາຫະກໍາ ແລະ ຫັດຖະກໍາ ຊຶ່ງລັດມີນະໂຍບາຍຕ່າງໆເຊັ່ນ: ນະໂຍບາຍສິນເຊື່ອ, ຍົກເວັ້ນ ຫຼື ຫຼຸດຜ່ອນພາສີ, ອາກອນຕາມລະບຽບການ.
ຖ້າມີຈຸດປະສົງໃນການດໍາເນີນທຸລະກິດ ກ່ຽວກັບປ່າໄມ້ ແລະ ຜະລິດຕະຜົນປ່າໄມ້ ເປັນຕົ້ນແມ່ນການກ້າເບັ້ຍໄມ້ ແລະ ເຄື່ອງປ່າຂອງດົງ ປູກໄມ້ ແລະ ເຄື່ອງປ່າຂອງດົງ, ຕັດໄມ້ທີ່ປູກ, ຂຸດຄົ້ນໄມ້ ແລະ ຜະລິດຕະຜົນປ່າໄມ້, ປຸງແຕ່ງໄມ້ ແລະ ຜະລິດຕະຜົນປ່າໄມ້, ຈໍາໜ່າຍເຄື່ອງປ່າຂອງດົງ ແລະ ຜະລິດຕະຜົນປ່າໄມ້, ນໍາເຂົ້າ ແລະ ສົ່ງອອກໄມ້ ແລະ ຜະລິດຕະຜົນປ່າໄມ້, ເຄື່ອນຍ້າຍໄມ້ ແລະ ຜະລິດຕະຜົນປ່າໄມ້, ທ່ອງທ່ຽວທໍາມະຊາດ ແຕ່ຕ້ອງໄດ້ຮັບຄວາມເຫັນດີ ຈາກອົງການຄຸ້ມຄອງປ່າໄມ້ ແລະ ທີ່ດິນປ່າໄມ້ ແລະ ຂຶ້ນທະບຽນວິສາຫະກິດນໍາຂະແໜງການກ່ຽວຂ້ອງ. ຂ້າງເທິງ
2. ປະເພດປ່າໄມ້ ແລະ ທີ່ດິນປ່າໄມ້
ປ່າທໍາມະຊາດ ໄດ້ແບ່ງອອກເປັນ 03 ປະເພດຄື: ປ່າປ້ອງກັນ, ປ່າສະຫງວນ ແລະ ປ່າຜະລິດ.
ສໍາລັບປ່າປ້ອງກັນ ແລະ ປ່າສະຫງວນປະກອບມີ 4 ລະດັບຄື: ລະດັບຊາດ, ແຂວງ, ເມືອງ ແລະ ບ້ານ. ສ່ວນປ່າຜະລິດ ແມ່ນມີແຕ່ລະດັບຊາດເທົ່ານັ້ນ.
ສໍາລັບປ່າໄມ້ໃນຂອບເຂດບ້ານຮັບຜິດຊອບນັ້ນ ໄດ້ຈັດແບ່ງອອກເປັນ ສາມປະເພດປ່າຄື: (1) ປ່າປ້ອງກັນ ລວມມີປ່າປ້ອງກັນຍອດນໍ້າ, ປ່າປ້ອງກັນແຄມນໍ້າ ແລະ ປ່າປ້ອງກັນແຄມທາງ; (2) ປ່າສະຫງວນລວມມີ ປ່າສັກສິດ ແລະ ປ່າຊ້າ; ແລະ (3) ປ່າຊົມໃຊ້ຂອງບ້ານ. ນອກນັ້ນ ຍັງມີເຂດທີ່ດິນເປົ່າຫວ່າງ ທີ່ໄດ້ກໍານົດເປັນເຂດຜະລິດ. ຂ້າງເທິງ
3. ກໍາມະສິດກ່ຽວກັບປ່າໄມ້ ແລະ ທີ່ດິນປ່າໄມ້
- ປ່າທໍາມະຊາດ ແລະ ທີ່ດິນປ່າໄມ້ ເປັນກໍາມະສິດຂອງວົງຄະນາຍາດແຫ່ງຊາດ ຊຶ່ງລັດເປັນຕົວແທນໃນການຄຸ້ມຄອງ ແລະ ແບ່ງປັນການຊົມໃຊ້ໃຫ້ບຸກຄົນ ແລະ ການຈັດຕັ້ງ.
- ສໍາລັບປ່າໄມ້ ແລະ ຕົ້ນໄມ້ທີ່ບຸກຄົນ ຫຼື ການຈັດຕັ້ງໄດ້ປູກ ຫຼື ຟື້ນຟູດ້ວຍເຫື່ອແຮງ ຫຼື ທຶນຮອນຂອງຕົນ ດ້ວຍການຮັບຮູ້ຈາກອົງການຄຸ້ມຄອງປ່າໄມ້ ແລະ ທີ່ດິນປ່າໄມ້ ແມ່ນກໍາມະສິດຂອງຜູ້ປູກ ຫຼື ຜູ້ຟື້ນຟູ. ຂ້າງເທິງ
4. ສິດຂອງບຸກຄົນ ແລະ ນິຕິບຸກຄົນທີ່ມີຕໍ່ປ່າໄມ້ ແລະ ທີ່ດິນປ່າໄມ້
- ສໍາລັບອົງການປົກຄອງບ້ານ ມີສິດນໍາໃຊ້ປ່າໄມ້ ແລະ ທີ່ດິນປ່າໄມ້ຂອງລັດ ຢ່າງຍາວນານ ແລະ ມີຄວາມສະຫງົບເປັນປົກກະຕິ ຕາມແຜນຈັດສັນ ແລະ ລະບຽບກົດໝາຍຕາມການຕົກລົງຂອງອົງການ ທີ່ມີສິດໜ້າທີ່ກ່ຽວຂ້ອງ.
- ບຸກຄົນ, ຄອບຄົວທີ່ດໍາລົງຊີວິດໃນເຂດທີ່ດິນປ່າໄມ້ ທີ່ລັດໄດ້ຈັດສັນໃຫ້ມີສິດນໍາໃຊ້ຢ່າງຍາວນານ ແລະ ມີຄວາມສະຫງົບເປັນປົກກະຕິຕາມສັນຍາ ແລະ ລະບຽບກົດໝາຍ.
- ບຸກຄົນ, ຄອບຄົວ ແລະ ການຈັດຕັ້ງທີ່ນໍາໃຊ້ປ່າປູກ ແລະ ທີ່ດິນປ່າໄມ້ ມີສິດປົກປັກຮັກສາ, ໃຊ້, ໄດ້ຮັບໝາກຜົນ, ໂອນສິດນໍາໃຊ້ ແລະ ສືບທອດສິດນໍາໃຊ້.
- ມີສິດໄດ້ຮັບໝາກຜົນ ແມ່ນໄດ້ຈາກປ່າປູກ ແລະ ທີ່ດິນປ່າໄມ້ ທີ່ຕົນໄດ້ພັດທະນາຈາກການໃຫ້ເຊົ່າ, ການເອົາເປັນຫຼັກຊັບຄໍ້າປະກັນ ຫຼື ເປັນຮຸ້ນ.
- ມີສິດປົກປັກຮັກສາປ່າປູກ ແລະ ທີ່ດິນປ່າໄມ້ຕາມລະບຽບກົດໝາຍ.
- ມີສິດໃຊ້ ລວມທັງພັດທະນາປ່າປູກ ແລະ ທີ່ດິນປ່າໄມ້ ເຂົ້າໃນເປົ້າໝາຍໃດໜຶ່ງຕາມແຜນຈັດສັນໃຫ້ ເພື່ອຕອບສະໜອງຄວາມຕ້ອງການຂອງຕົນ.
- ໂອນສິດນໍາໃຊ້ປ່າປູກ ແລະ ທີ່ດິນປ່າໄມ້ ແມ່ນອະນຸຍາດໃຫ້ໂອນໄດ້ ດ້ວຍການຂາຍ, ການມອບ ຫຼື ການແລກປ່ຽນ ແຕ່ຕ້ອງປະຕິບັດໃຫ້ຖືກຕ້ອງຕາມລະບຽບກົດໝາຍທີ່ກ່ຽວຂ້ອງ. ສໍາລັບປ່າໄມ້ທໍາມະຊາດ ແມ່ນບໍ່ມີສິດໂອນ.
- ສືບທອດສິດນໍາໃຊ້ປ່າປູກ ແລະ ທີ່ດິນປ່າໄມ້ ແມ່ນອະນຸຍາດໃຫ້ສືບທອດໄດ້ໄປຍັງລູກ, ຜົວ ຫຼື ເມຍ, ພໍ່, ແມ່, ຫຼານ ຫຼື ຍາດຕິພີ່ນ້ອງ ພາຍຫຼັງຜູ້ນໍາໃຊ້ສິດດັ່ງກ່າວໄດ້ເສຍຊີວິດແລ້ວ. ການສືບທອດ ຕ້ອງໃຫ້ປະຕິບັດຕາມລະບຽບກົດໝາຍ. ສໍາລັບປ່າໄມ້ທໍາມະຊາດ ແມ່ນບໍ່ອະນຸຍາດ.
- ສິດປ່າໄມ້ບ້ານໃນການຄຸ້ມຄອງປ່າໄມ້, ທີ່ດິນປ່າໄມ້ ແລະ ກິດຈະການປ່າໄມ້ມີດັ່ງນີ້:
- ສະເໜີໃຫ້ອົງການປົກຄອງບ້ານ ອອກກົດລະບຽບການນໍາໃຊ້ປ່າໄມ້ ຂັ້ນບ້ານຕາມປະເພນີ ໂດຍສອດຄ່ອງກັບລະບຽບກົດໝາຍກ່ຽວກັບປ່າໄມ້;
- ຕິດຕາມ, ເກັບກໍາສະພາບການປ່ຽນແປງຂອງປ່າໄມ້, ສິ່ງແວດລ້ອມ ແລະ ສະພາບການເຄື່ອນໄຫວວຽກງານປ່າໄມ້ ໃນຂອບເຂດບ້ານຂອງຕົນ ແລ້ວລາຍງານໃຫ້ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ, ເທດສະບານ;
- ສະກັດກັ້ນ ແລະ ຕ້ານການເຄື່ອນໄຫວ ອັນບໍ່ດີທີ່ມີຜົນກະທົບຕໍ່ປ່າໄມ້, ເຄື່ອງປ່າຂອງດົງ, ປ່າຍອດນໍ້າ ແລະ ສິ່ງແວດລ້ອມເຊັ່ນ: ການລັກລອບຕັດໄມ້, ຈູດປ່າ ແລະ ການກະທໍາທີ່ເປັນການທໍາລາຍປ່າໄມ້ຢ່າງທັນການ;
- ຈັດຕັ້ງປະຊາຊົນຄຸ້ມຄອງ, ປົກປັກຮັກສາປ່າໄມ້ ແລະ ທີ່ດິນປ່າໄມ້, ປ່າຍອດນໍ້າ, ເຄື່ອງປ່າຂອງດົງ ແລະ ສິ່ງແວດລ້ອມພາຍໃນບ້ານ ໃຫ້ຖືກຕ້ອງກັບສະພາບຕົວຈິງຂອງບ້ານຕົນ ແລະ ປະຕິບັດສິດອື່ນໆ ຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ. ຂ້າງເທິງ
5. ພັນທະຂອງບຸກຄົນ ແລະ ນິຕິບຸກຄົນຕໍ່ກັບປ່າໄມ້ ແລະ ທີ່ດິນປ່າໄມ້
- ພົນລະເມືອງລາວທຸກຄົນ, ຄອບຄົວ, ການຈັດຕັ້ງ ແລະ ທຸກພາກສ່ວນທີ່ອາໄສຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ລ້ວນແຕ່ມີພັນທະປະກອບສ່ວນເຂົ້າ ໃນການປົກປັກຮັກສາ, ພັດທະນາປ່າໄມ້, ຊັບພະຍາກອນປ່າໄມ້, ທີ່ດິນປ່າໄມ້, ແຫຼ່ງນໍ້າ, ສັດນໍ້າ, ສັດປ່າຊີວະນາໆພັນ ແລະ ສິ່ງແວດລ້ອມ, ປ້ອງກັນບໍ່ໃຫ້ປ່າໄມ້ເສື່ອມໂຊມ, ບົກແຫ້ງ, ປ້ອງກັນບໍ່ໃຫ້ໄຟໄໝ້ປ່າ ແລະ ທີ່ດິນປ່າໄມ້ ເຂົ້າຮ່ວມໃນການວາງແຜນ ແລະ ຈັດສັນ, ຄຸ້ມຄອງ, ຟື້ນຟູ, ປູກຕົ້ນໄມ້ໃຫ້ເປັນປ່າ.
- ນອກຈາກພັນທະລວມແລ້ວ ສໍາລັບຜູ້ທີ່ນໍາໃຊ້ ຫຼື ຜູ້ໄດ້ຜົນປະໂຫຍດຈາກປ່າໄມ້ ແລະ ທີ່ດິນປ່າໄມ້ຕ້ອງປະຕິບັດພັນທະດັ່ງນີ້:
- ປະຕິບັດນະໂຍບາຍ ແລະ ລະບຽບກົດໝາຍກ່ຽວກັບວຽກງານປ່າໄມ້;
- ປູກ, ຟື້ນຟູ ແລະ ພັດທະນາປ່າໄມ້ ແລະ ທີ່ດິນປ່າໄມ້ໃຫ້ອຸດົມສົມບູນຕະຫຼອດໄປ;
- ປົກປັກຮັກສາປ່າໄມ້, ທີ່ດິນປ່າໄມ້, ປ່າຍອດນໍ້າ, ສິ່ງແວດລ້ອມ, ສັດນໍ້າ ແລະ ສັດປ່າ;
- ບູລະນະທີ່ດິນ, ປູກໄມ້ ແລະ ຟື້ນຟູປ່າໄມ້ຄືນ ໃນກໍລະນີທີ່ໄດ້ຂຸດຄົ້ນແຮ່ທາດ ແລະ ກິດຈະກໍາຕ່າງໆ;
- ນໍາໃຊ້ປ່າໄມ້ ແລະ ທີ່ດິນປ່າໄມ້ໃຫ້ຖືກຕ້ອງຕາມເປົ້າໝາຍ ທີ່ໄດ້ກໍານົດໃຫ້ ແລະ ຖືກຕ້ອງຕາມສັນຍາ ແລະ ລະບຽບກົດໝາຍ;
- ເສຍຄ່າຊັບພະຍາກອນ, ຄ່າທໍານຽມປ່າໄມ້, ຄ່າເຊົ່າ ຫຼື ສໍາປະທານທີ່ດິນປ່າໄມ້ ແລະ ພັນທະອື່ນກ່ຽວກັບປ່າໄມ້ ແລະ ທີ່ດິນປ່າໄມ້ຕາມລະບຽບກົດໝາຍ;
- ປະກອບສ່ວນ ແລະ ຂົນຂວາຍທຶນຮອນທັງພາຍໃນ ແລະ ຕ່າງປະເທດເຂົ້າໃນກອງທຶນພັດທະນາປ່າໄມ້ ແລະ ຊັບພະຍາກອນປ່າໄມ້;
- ໃຫ້ຂໍ້ມູນການນໍາໃຊ້ປ່າໄມ້ ແລະ ທີ່ດິນປ່າໄມ້, ປະສານສົມທົບ ແລະ ໃຫ້ຄວາມຮ່ວມມືກັບອົງການທີ່ກ່ຽວຂ້ອງ;
- ນໍາໃຊ້ທຸກວິທີການ ເພື່ອສະກັດກັ້ນການທໍາລາຍປ່າໄມ້, ປ້ອງກັນໄຟໄໝ້ລາມປ່າ, ລັກລອບຂຸດຄົ້ນໄມ້, ເຄື່ອງປ່າຂອງດົງ, ສັດນໍ້າ ແລະ ສັດປ່າ;
- ປະຕິບັດພັນທະອື່ນໆ ທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ. ຂ້າງເທິງ
6. ການນໍາໃຊ້ປ່າໄມ້ ແລະ ທີ່ດິນປ່າໄມ້ມີ 4 ຢ່າງ
6.1. ການນໍາໃຊ້ປ່າໄມ້ ເພື່ອສາທາລະນະປະໂຫຍດຂອງບ້ານ
- ການນໍາໃຊ້ໄມ້ ເພື່ອປຸກສ້າງສາທາລະນະປະໂຫຍດຂອງບ້ານເຊັ່ນ: ຫ້ອງການ, ສະໂມສອນ, ໂຮງຮຽນ ແລະ ສຸກສາລາຂອງບ້ານ ຕ້ອງດໍາເນີນຕາມຂັ້ນຕອນດັ່ງນີ້:
- ອົງການປົກຄອງບ້ານ ສະເໜີແຜນຄວາມຕ້ອງການນໍາໃຊ້ໄມ້ ສໍາລັບປຸກສ້າງສາທາລະນະປະໂຫຍດ ຂອງບ້ານ ເຖິງຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ຫຼື ເທດສະບານ.
- ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ຫຼື ເທດສະບານ. ສັງລວມຄວາມຕ້ອງການນໍາໃຊ້ໄມ້ ຂອງບັນດາບ້ານ ເພື່ອສະເໜີຕໍ່ພະແນກກະສິກໍາ ແລະ ປ່າໄມ້ແຂວງ ຫຼື ນະຄອນ.
- ພະແນກກະສິກໍາ ແລະ ປ່າໄມ້ແຂວງ ຫຼື ນະຄອນ ສັງລວມແຜນຄວາມຕ້ອງການ ການນໍາໃຊ້ໄມ້ ເພື່ອປຸກສ້າງສາທາລະນະປະໂຫຍດຂອງບ້ານ ທີ່ເມືອງ ຫຼື ເທດສະບານສະເໜີມານັ້ນ ເຂົ້າໃນແຜນລວມທົ່ວແຂວງ ຫຼື ນະຄອນ ແລ້ວນໍາສະເໜີລັດຖະບານອະນຸມັດ.
- ພາຍຫຼັງທີ່ລັດຖະບານອະນຸມັດແລ້ວ ຈຶ່ງສາມາດຂຸດຄົ້ນໄດ້, ແຕ່ໄມ້ຕ້ອງໄດ້ຂຸດຄົ້ນມາຈາກປ່າຊົມໃຊ້ ຂອງບ້ານ ຕາມການມອບດິນ-ມອບປ່າ ທີ່ໄດ້ຈັດສັນໃຫ້ເທົ່ານັ້ນ ແລະ ບໍ່ອະນຸຍາດໃຫ້ຂຸດຄົ້ນໄມ້ມາຈາກເຂດປ່າອື່ນ.
- ການນໍາໃຊ້ຜະລິດຕະຜົນປ່າໄມ້ ທີ່ບໍ່ເປັນສິນຄ້າ ເພື່ອເປັນຢາປົວພະຍາດ, ການປະດັບປະດາ, ການວາງສະແດງ ແລະອື່ນໆ ແມ່ນໃຫ້ເກັບກູ້ຕາມເຂດປ່າໄມ້ທີ່ໄດ້ຈັດສັນໃຫ້. ຂ້າງເທິງ
6.2. ການນໍາໃຊ້ປ່າໄມ້ເພື່ອຄອບຄົວ
- ປະຊາຊົນພາຍໃນບ້ານ ນໍາໃຊ້ໄມ້ປະເພດບໍ່ຫວງຫ້າມ ຈາກປ່າຊົມໃຊ້ຂອງບ້ານ ເພື່ອປຸກສ້າງ ແລະ ສ້ອມແປງເຮືອນສະເພາະຄອບຄົວທີ່ຈໍາເປັນເຊັ່ນ: ຄອບຄົວທີ່ບໍ່ທັນມີເຮືອນຢູ່, ເຮືອນເກົ່າແກ່, ເປ່ເພ ຫຼື ຖືກເສັຍຫາຍຈາກໄພພິບັດ ແມ່ນອົງການປົກຄອງບ້ານນໍາສະເໜີ ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ, ເທດສະບານ ເພື່ອຂໍອະນຸມັດຕາມຂັ້ນຕອນ.
- ສໍາລັບໄມ້ທໍາມະຊາດປະເພດຫວງຫ້າມ, ໄມ້ພິເສດ ແລະ ໄມ້ຄຸ້ມຄອງຊຶ່ງຢູ່ຕາມດິນນາ, ດິນສວນທີ່ລັດໄດ້ມອບສິດນໍາໃຊ້ທີ່ດິນໃຫ້ ຢ່າງຖືກຕ້ອງແລ້ວນັ້ນ ຕ້ອງໄດ້ແຈ້ງຕໍ່ໜ່ວຍງານປ່າໄມ້ບ້ານ ເພື່ອກວດກາ ແລະ ຄຸ້ມຄອງການນໍາໃຊ້ ບຸກຄົນ ແລະ ຄອບຄົວດັ່ງກ່າວ ມີສິດນໍາໃຊ້ ແລະ ໄດ້ຮັບຜົນປະໂຫຍດກ່ຽວກັບໄມ້ນັ້ນຕາມລະບຽບການ.
- ສໍາລັບໄມ້ທີ່ໄດ້ປູກເອງແມ່ນສາມາດຕັດ ແລະ ເຄື່ອນຍ້າຍໄດ້ ຖ້າເປັນໄມ້ປະເພດຫວງຫ້າມ ແລະ ໄມ້ພິເສດຕ້ອງລາຍງານຕໍ່ໜ່ວຍງານປ່າໄມ້ບ້ານ ເພື່ອກວດກາ ແລະ ຄຸ້ມຄອງຕາມລະບຽບກົດໝາຍ. ຂ້າງເທິງ
6.3. ການນໍາໃຊ້ປ່າໄມ້ ແລະ ທີ່ດິນໄມ້ ເພື່ອທຸລະກິດ
- ສໍາລັບການທ່ອງທ່ຽວ ແລະ ສະຖານທີ່ພັກຜ່ອນ ດໍາເນີນໄດ້ຕາມເຂດທີ່ຈັດສັນໃຫ້.
- ສໍາລັບການຂຸດຄົ້ນໄມ້ ແລະ ຜະລິດຕະຜົນປ່າໄມ້ ເພື່ອເປັນສິນຄ້າໃຫ້ດໍາເນີນໃນເຂດກໍ່ສ້າງ ພື້ນຖານໂຄງລ່າງ, ເຂດປ່າຜະລິດ ແລະ ຕ້ອງຂຸດຄົ້ນໃຫ້ຖືກຕ້ອງຕາມຫຼັກການ ດັ່ງໄດ້ກໍານົດໄວ້ໃນມາດຕາ 49 ຂອງກົດໝາຍວ່າດ້ວຍປ່າໄມ້ສະບັບປັດຈຸບັນນີ້.
- ສໍາລັບໄມ້ຄໍ້າແບບ ແລະ ເປັນພະລັງງານ ໃຫ້ດໍາເນີນໄດ້ໃນເຂດທີ່ລັດອະນຸຍາດ ໃຫ້ດໍາເນີນການກໍ່ສ້າງພື້ນຖານໂຄງລ່າງ ແລະ ເຂດບຸກເບີກເນື້ອທີ່ ເພື່ອທໍາການຜະລິດເທົ່ານັ້ນ. ສໍາລັບດິນປ່າໄມ້ ແມ່ນອະນຸຍາດ ແລະ ດໍາເນີນໄດ້ໃນເຂດທີ່ດິນປ່າຊຸດໂຊມ ແລະ ທີ່ດິນປ່າປອກໂຫຼ້ນ ທີ່ບໍ່ສາມາດຟື້ນຟູຕາມທໍາມະຊາດ ດ້ວຍຕົວມັນເອງໄດ້ ຕາມທີ່ໄດ້ຈັດສັນໃຫ້ເທົ່ານັ້ນ ແລະ ໃຫ້ສອດຄ່ອງກັບກົດໝາຍວ່າດ້ວຍ ວິສາຫະກິດ ແລະ ກົດໝາຍອື່ນທີ່ກ່ຽວຂ້ອງ. ຂ້າງເທິງ
6.4. ການນໍາໃຊ້ປ່າໄມ້ຕາມປະເພນີ
ແມ່ນການຊົມໃຊ້ປ່າໄມ້ ແລະ ຜະລິດຕະຜົນປ່າໄມ້ປະເພດບໍ່ຫວງຫ້າມ ເພື່ອຊົມໃຊ້ໃນຄອບຄົວ ແຕ່ບໍ່ໃຫ້ມີຜົນກະທົບອັນບໍ່ດີຕໍ່ປ່າໄມ້, ຊັບພະຍາກອນປ່າໄມ້, ສິ່ງແວດລ້ອມ ແລະ ບໍ່ໃຫ້ແຕະຕ້ອງເຖິງສິດຜົນປະໂຫຍດ ຂອງບຸກຄົນ ຫຼືຶ ການຈັດຕັ້ງອື່ນ ແລະ ໃຫ້ປະຕິບັດຕາມແຜນຈັດສັນ ແລະ ກົດລະບຽບຂອງບ້ານທີ່ສອດຄ່ອງກັບ ລະບຽບກົດໝາຍກ່ຽວກັບປ່າໄມ້. ຂ້າງເທິງ
- ທີ່ດິນປ່າໄມ້ທີ່ລັດຄຸ້ມຄອງຈະຫັນປ່ຽນ ໄປເປັນທີ່ດິນປະເພດອື່ນທີ່ມີຜົນປະໂຫຍດສູງສຸດ ໃຫ້ແກ່ຊາດ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ຫຼື ນອນໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ສາມາດດໍາເນີນໄດ້ໃນເຂດທີ່ໄດ້ຈັດສັນໄວ້ເທົ່ານັ້ນ.
- ຜູ້ທີ່ໄດ້ຮັບອະນຸຍາດ ໃຫ້ຫັນປ່ຽນທີ່ດິນປ່າໄມ້ ຕ້ອງໄດ້ຮັບຜິດຊອບຈ່າຍຄ່າສິ້ນເປືອງບໍລິການ ທາງດ້ານວິຊາການ, ເສຍຄ່າບູລະນະ, ຄ່າທໍານຽມການຫັນປ່ຽນ. ໃນກໍລະນີທີ່ຫັນປ່ຽນຊົ່ວຄາວ ເປັນຕົ້ນແມ່ນການຂຸດຄົ້ນແຮ່ທາດ ແລະ ການຜະລິດອື່ນ ຕ້ອງປັບແປງທີ່ດິນ ແລະ ປູກຕົ້ນໄມ້ແທນຄືນ.
- ໃນກໍລະນີທີ່ລັດຕ້ອງການຫັນປ່ຽນທີ່ດິນປ່າໄມ້ ທີ່ລັດໄດ້ມອບໃຫ້ບຸກຄົນ ຫຼື ການຈັດຕັ້ງໃດໜຶ່ງນໍາໃຊ້ ຕາມເປົ້າໝາຍທີ່ໄດ້ກໍານົດໃຫ້ນັ້ນ ເພື່ອໄປຮັບໃຊ້ເປົ້າໝາຍອື່ນ ທີ່ມີຜົນປະໂຫຍດສູງສຸດແກ່ຊາດນັ້ນ ລັດຈະຊົດເຊີຍຕາມລະບຽບກົດໝາຍ.
- ສໍາລັບປ່າໄມ້ ແລະ ຊັບພະຍາກອນປ່າໄມ້ ທີ່ມີຢູ່ໃນເຂດດັ່ງກ່າວ ຊຶ່ງໄດ້ຕັດ ຫຼື ຂຸດຄົ້ນນັ້ນ ຍັງເປັນກໍາມະສິດຂອງລັດ. ຂ້າງເທິງ
7.1. ການຫັນປ່ຽນທີ່ດິນປ່າໄມ້ ສໍາລັບທີ່ດິນປ່າຊຸດໂຊມ
- ອົງການປົກຄອງແຂວງ, ນະຄອນ ອະນຸຍາດໄດ້ແຕ່ ໜຶ່ງຮ້ອຍເຮັກຕາລົງມາ ຕໍ່ກິດຈະການໜຶ່ງຕາມການສະເໜີ ຂອງອົງການຄຸ້ມຄອງທີ່ດິນປະຈໍາແຂວງ, ນະຄອນ ໂດຍເປັນເອກະພາບກັບພະແນກກະສິກໍາ ແລະ ປ່າໄມ້ແຂວງ, ນະຄອນ;
- ລັດຖະບານອະນຸຍາດໄດ້ຫຼາຍກວ່າ ໜຶ່ງຮ້ອຍເຮັກຕາ ຫາ ໜຶ່ງພັນເຮັກຕາ ຕໍ່ກິດຈະການໜຶ່ງຕາມການສະເໜີຂອງ ອົງການຄຸ້ມຄອງທີ່ດິນແຫ່ງຊາດ ໂດຍເປັນເອກະພາບກັບກະຊວງກະສິກໍາ ແລະ ປ່າໄມ້ ແລະ ອົງການປົກຄອງແຂວງ, ນະຄອນ; ຖ້າເກີນກວ່າໜຶ່ງພັນເຮັກຕາ ຕ້ອງໄດ້ຮັບການຮັບຮອງຈາກ ຄະນະປະຈໍາສະພາແຫ່ງຊາດ. ຂ້າງເທິງ
7.2. ການຫັນປ່ຽນທີ່ດິນປ່າໄມ້ ສໍາລັບທີ່ດິນປ່າປອກໂຫຼ້ນ
- ອົງການປົກຄອງເມືອງ, ເທດສະບານອະນຸຍາດໄດ້ຕໍ່າກວ່າ ສາມສິບເຮັກຕາ ຕໍ່ໜຶ່ງກິດຈະການ ຕາມການສະເໜີຂອງອົງການຄຸ້ມຄອງທີ່ດິນປະຈໍາເມືອງ, ເທດສະບານ ໂດຍເປັນເອກະພາບກັບ ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ, ເທດສະບານ;
- ອົງການປົກຄອງແຂວງ, ນະຄອນ ອະນຸຍາດໄດ້ຫຼາຍກວ່າ ສາມສິບເຮັກຕາຫາສອງຮ້ອຍເຮັກຕາ ຕໍ່ໜຶ່ງກິດຈະການຕາມການສະເໜີ ຂອງອົງການຄຸ້ມຄອງທີ່ດິນປະຈໍາແຂວງ, ນະຄອນ ໂດຍເປັນເອກະພາບກັບພະແນກກະສິກໍາ ແລະ ປ່າໄມ້ແຂວງ, ນະຄອນ;
- ລັດຖະບານອະນຸຍາດໄດ້ຫຼາຍກວ່າ ສອງຮ້ອຍເຮັກຕາ ຫາ ສິບພັນເຮັກຕາ ຕໍ່ກິດຈະການໜຶ່ງຕາມການສະເໜີຂອງ ອົງການຄຸ້ມຄອງທີ່ດິນແຫ່ງຊາດ ໂດຍເປັນເອກະພາບກັບກະຊວງກະສິກໍາ ແລະ ປ່າໄມ້ ແລະ ອົງການປົກຄອງແຂວງ, ນະຄອນ; ຖ້າເກີນກວ່າສິບພັນເຮັກຕາ ຕ້ອງໄດ້ຮັບການຮັບຮອງຈາກ ຄະນະປະຈໍາສະພາແຫ່ງຊາດ. ຂ້າງເທິງ
8. ການເຊົ່າ ຫຼື ສໍາປະທານທີ່ດິນປ່າໄມ້
ການເຊົ່າ ຫຼື ການສໍາປະທານທີ່ດິນປ່າໄມ້ ເພື່ອຟື້ນຟູປ່າ, ປູກປ່າ, ຕົ້ນໄມ້ອຸດສາຫະກໍາ ແລະ ເຄື່ອງປ່າຂອງດົງ ໃຫ້ດໍາເນີນໃນເຂດທີ່ດິນປ່າຊຸດໂຊມ ທີ່ບໍ່ສາມາດຟື້ນຟູຄືນເອງໄດ້ ແລະ ທີ່ດິນປ່າປອກໂຫຼ້ນ ທີ່ໄດ້ຈັດສັນໄວ້ເທົ່ານັ້ນ ຂອບເຂດສິດອະນຸມັດໃຫ້ເຊົ່າ ຫຼື ສໍາປະທານ ໃຫ້ປະຕິບັດດັ່ງນີ້: ຂ້າງເທິງ
- ອົງການປົກຄອງແຂວງ, ນະຄອນ ມີສິດຕົກລົງໃຫ້ເຊົ່າ ຫຼື ສໍາປະທານບໍ່ເກີນໜຶ່ງຮ້ອຍຫ້າສິບເຮັກຕາ ຕໍ່ໜຶ່ງໂຄງການ ແລະ ກໍານົດເວລາການເຊົ່າ ຫຼື ສໍາປະທານສູງສຸດບໍ່ເກີນສາມສິບປີ ແລະ ສາມາດຕໍ່ໄດ້ແລ້ວແຕ່ກໍລະນີ ຕາມການສະເໜີຂອງ ອົງການຄຸ້ມຄອງທີ່ດິນປະຈໍາແຂວງ, ນະຄອນ ໂດຍເປັນເອກະພາບກັບພະແນກກະສິກໍາ ແລະ ປ່າໄມ້ແຂວງ, ນະຄອນ;
- ລັດຖະບານມີສິດຕົກລົງໃຫ້ເຊົ່າ ຫຼື ສໍາປະທານຫຼາຍກວ່າໜຶ່ງຮ້ອຍຫ້າສິບເຮັກຕາ ຫາສິບຫ້າພັນເຮັກຕາ ຕໍ່ໜຶ່ງໂຄງການ ແລະ ກໍານົດເວລາການເຊົ່າ ຫຼື ສໍາປະທານເກີນກວ່າສາມສິບປີແຕ່ສູງສຸດບໍ່ໃຫ້ເກີນ ສີ່ສິບປີ ແລະ ສາມາດຕໍ່ໄດ້ ແລ້ວແຕ່ກໍລະນີ ຕາມການສະເໜີ ຂອງອົງການຄຸ້ມຄອງທີ່ດິນແຫ່ງຊາດ ໂດຍເປັນເອກະພາບກັບກະຊວງ ກະສິກໍາ ແລະ ປ່າໄມ້, ຖ້າເກີນກວ່າສິບຫ້າພັນເຮັກຕາຕ້ອງໄດ້ ມີການຮັບຮອງຈາກຄະນະ ປະຈໍາສະພາແຫ່ງຊາດ ຕາມການສະເໜີຂອງລັດຖະບານ. ຂ້າງເທິງ
- ອົງການປົກຄອງແຂວງ, ນະຄອນ ມີສິດຕົກລົງໃຫ້ເຊົ່າ ຫຼື ສໍາປະທານ ບໍ່ເກີນຫ້າຮ້ອຍເຮັກຕາຕໍ່ໜຶ່ງໂຄງການ ແລະ ກໍານົດເວລາການເຊົ່າ ຫຼື ສໍາປະທານສູງສຸດບໍ່ເກີນ ສີ່ສິບປີ ແລະ ສາມາດຕໍ່ໄດ້ແລ້ວແຕ່ກໍລະນີ ຕາມການສະເໜີຂອງອົງການຄຸ້ມຄອງທີ່ດິນປະຈໍາແຂວງ, ນະຄອນ ໂດຍເປັນເອກະພາບກັບພະແນກກະສິກໍາ ແລະ ປ່າໄມ້ແຂວງ, ນະຄອນ;
- ລັດຖະບານມີສິດຕົກລົງໃຫ້ເຊົ່າ ຫຼື ສໍາປະທານຫຼາຍກວ່າຫ້າຮ້ອຍເຮັກຕາ ຫາສາມສິບພັນເຮັກຕາ ຕໍ່ໜຶ່ງໂຄງການ ແລະ ກໍານົດເວລາການເຊົ່າ ຫຼື ສໍາປະທານເກີນກວ່າສີ່ສິບປີ ແຕ່ສູງສຸດບໍ່ໃຫ້ເກີນຫົກສິບປີ ແລະ ສາມາດຕໍ່ໄດ້ແລ້ວແຕ່ກໍລະນີ ຕາມການສະເໜີຂອງອົງການຄຸ້ມຄອງທີ່ດິນແຫ່ງຊາດ ໂດຍເປັນເອກະພາບກັບກະຊວງ ກະສິກໍາ ແລະ ປ່າໄມ້, ຖ້າເກີນກວ່າສາມສິບພັນເຮັກຕາ ຕ້ອງໄດ້ມີການຮັບຮອງຈາກ ຄະນະປະຈໍາສະພາແຫ່ງຊາດ ຕາມການສະເໜີຂອງລັດຖະບານ.
- ສໍາລັບເຂດຊົນນະບົດ, ຫ່າງໄກສອກຫຼີກກໍານົດເວລາການເຊົ່າ ຫຼື ສໍາປະທານແມ່ນເກີນກວ່າສີ່ສິບປີ ແຕ່ສູງສຸດບໍ່ໃຫ້ເກີນເຈັດສິບປີ ແລະ ສາມາດຕໍ່ໄດ້ແລ້ວແຕ່ກໍລະນີ. ຂ້າງເທິງ
III. ກົດໝາຍວ່າດ້ວຍປ່າໄມ້ ຫ້າມບໍ່ໃຫ້ການຈັດຕັ້ງ ແລະ ບຸກຄົນເຮັດຫຍັງແດ່?
ຕາມກົດໝາຍວ່າດ້ວຍປ່າໄມ້ ໄດ້ຈັດແບ່ງອອກເປັນ ສີ່ ຂໍ້ຫ້າມຄື: ຂໍ້ຫ້າມສໍາລັບພະນັກງານ ແລະ ເຈົ້າໜ້າທີ່ປ່າໄມ້, ຂໍ້ຫ້າມສໍາລັບນັກທຸລະກິດ, ຂໍ້ຫ້າມສໍາລັບປະຊາຊົນ ແລະ ຂໍ້ຫ້າມສໍາລັບການຈັດຕັ້ງ ແລະ ບຸກຄົນອື່ນມີດັ່ງນີ້:
- ຂໍ້ຫ້າມສໍາລັບພະນັກງານ ແລະ ເຈົ້າໜ້າທີ່ປ່າໄມ້
ຫ້າມພະນັກງານປ່າໄມ້ ແລະ ເຈົ້າໜ້າທີ່ປ່າໄມ້ມີພຶດຕິກໍາດັ່ງນີ້:
- ສວຍໃຊ້ໜ້າທີ່ຕໍາແໜ່ງ ແລະ ຮັບສິນບົນ ເພື່ອຜົນປະໂຫຍດສ່ວນຕົວ;
- ໃຊ້ສິດໜ້າທີ່ເກີນຂອບເຂດ ຊຶ່ງກໍ່ຄວາມເສັຍຫາຍໃຫ້ແກ່ຜົນປະໂຫຍດຂອງລັດ, ລວມໝູ່ ຫຼື ສິດ ແລະ ຜົນປະໂຫຍດຂອງປະຊາຊົນ;
- ປະລະໜ້າທີ່ ແລະ ຄວາມຮັບຜິດຊອບຕໍ່ວຽກງານປ່າໄມ້ ທີ່ການຈັດຕັ້ງມອບໝາຍໃຫ້;
- ເປີດເຜີຍຄວາມລັບຂອງລັດ ແລະ ຂອງລັດຖະການກ່ຽວກັບປ່າໄມ້;
- ປອມແປງເອກະສານເຊັ່ນ: ປອມແປງລາຍເຊັນ, ຕາປະທັບ ແລະ ບັນຊີໄມ້, ການວັດແທກໄມ້, ການຈັດຊັ້ນຄຸນນະພາບໄມ້, ຂໍ້ມູນການສໍາຫຼວດ ແລະ ກວດກາປ່າໄມ້ ແລະ ການຕີກາໄມ້;
- ດໍາເນີນ ຫຼື ເຂົ້າຮ່ວມ ການດໍາເນີນທຸລະກິດກ່ຽວກັບການຂຸດຄົ້ນ, ຊື້-ຂາຍໄມ້ ແລະ ຜະລິດຕະຜົນປ່າໄມ້;
- ມອບຄ້ອນຕີກາໄມ້ໃຫ້ນັກທຸລະກິດ ແລະ ປະຊາຊົນ ລວມທັງພະນັກງານທີ່ບໍ່ມີໜ້າທີ່ຮັບຜິດຊອບ;
- ຍ້າຍ, ປ່ຽນແປງ ຫຼື ທໍາລາຍເຄື່ອງໝາຍເຂດແດນປ່າປ້ອງກັນ, ປ່າສະຫງວນ ແລະ ປ່າຜະລິດ;
- ໃຊ້ຄວາມຮຸນແຮງ, ບັງຄັບ, ນາບຂູ່ ແລະ ນໍາໃຊ້ມາດຕະການອື່ນທີ່ບໍ່ຖືກຕ້ອງຕາມກົດໝາຍ;
- ມີໄວ້ໃນຄອບຄອງ ເຄື່ອງຈັກຂຸດຄົ້ນໄມ້ ແລະ ພາຫະນະລາກແກ່ໄມ້;
- ພຶດຕິກໍາອື່ນທີ່ເປັນຂໍ້ຫ້າມຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.
- ຂໍ້ຫ້າມສໍາລັບນັກທຸລະກິດ
ຫ້າມນັກທຸລະກິດພາຍໃນ ແລະ ຕ່າງປະເທດມີພຶດຕິກໍາດັ່ງນີ້:
- ດໍາເນີນການສໍາຫຼວດປ່າໄມ້, ຊັບພະຍາກອນປ່າໄມ້, ຂຸດຄົ້ນໄມ້ ແລະ ເຄື່ອງປ່າຂອງດົງ ເວັ້ນເສັຍແຕ່ໄດ້ຮັບອະນຸຍາດ;
- ສ້າງຕັ້ງໂຮງຊອຍ, ໂຮງເລື່ອຍ, ໂຮງເຟີນິເຈີ ແລະ ໂຮງງານປຸງແຕ່ງໄມ້ ແລະ ເຄື່ອງປ່າຂອງດົງ ໂດຍບໍ່ໄດ້ຮັບອະນຸຍາດ ແລະ ຢູ່ໃນ ຫຼື ຢູ່ໃກ້ປ່າໄມ້ທຸກປະເພດ;
- ບຸກລຸກທໍາລາຍປ່າໄມ້ ແລະ ຊັບພະຍາກອນປ່າໄມ້ ໃນເຂດຫວງຫ້າມເດັດຂາດຂອງປ່າປ້ອງກັນ ແລະ ປ່າສະຫງວນ, ເຂດເຊື່ອມຕໍ່ລະຫວ່າງປ່າສະຫງວນດ້ວຍກັນ ຫຼື ລະຫວ່າງປ່າສະຫງວນ, ປ່າໄມ້ປະເພດອື່ນ ແລະ ເຂດອື່ນໆ;
- ຈັບຈອງຕົ້ນໄມ້, ປ່າໄມ້ ຫຼື ເຄື່ອງປ່າຂອງດົງ ແລະ ທີ່ດິນປ່າໄມ້, ຕັດໄມ້ທົດແທນ ແຜນການຂຸດຄົ້ນໄມ້ຂອງສົກປີຜ່ານມາ ແລະ ຕັດໄມ້ກ່ອນໄດ້ຮັບອະນຸຍາດ;
- ບຸກເບີກປ່າໄມ້ ແລະ ທີ່ດິນປ່າໄມ້ ນອກເຂດທີ່ອະນຸຍາດ;
- ຍ້າຍ, ປ່ຽນແປງ ຫຼື ທໍາລາຍເຄື່ອງໝາຍເຂດແດນປ່າປ້ອງກັນ, ປ່າສະຫງວນ ແລະ ປ່າຜະລິດ;
- ນໍາເຂົ້າແຮງງານ, ພາຫະນະລາກແກ່ໄມ້, ເຄື່ອງຈັກ ແລະ ອຸປະກອນຂຸດຄົ້ນໄມ້ ໂດຍບໍ່ໄດ້ຮັບອະນຸຍາດ;
- ຕັດ, ຊື້-ຂາຍ ແລະ ເຄື່ອນຍ້າຍໄມ້ທໍາມະຊາດ ປະເພດຫວງຫ້າມ ແລະ ໄມ້ພິເສດທີ່ໃກ້ສູນພັນ ໂດຍບໍ່ໄດ້ຮັບອະນຸຍາດຈາກລັດຖະບານເຊັ່ນ: ໄມ້ດູ່ລາຍ, ໄມ້ຂະຍຸງ, ໄມ້ປະດົງ, ໄມ້ຄໍາພີ້, ໄມ້ໂລ່ງເລ່ງ, ໄມ້ຈໍາປາປ່າ;
- ເຄື່ອນຍ້າຍໄມ້ ແລະ ເຄື່ອງປ່າຂອງດົງເກີນນໍ້າໜັກ, ເກີນຈໍານວນ, ເກີນຂະໜາດ ແລະ ໃນໄລຍະເວລາທີ່ເກືອດຫ້າມ ຫຼື ບໍ່ຖືກກັບເອກະສານ;
- ຊື້ຈ້າງ, ໃຫ້ສິນບົນແກ່ພະນັກງານ, ເຈົ້າໜ້າທີ່ ແລະ ປະຊາຊົນ;
- ປອມແປງເອກະສານ, ຕາປະທັບ ແລະ ຄ້ອນຕີກາໄມ້;
- ໃຊ້ຄວາມຮຸນແຮງ ແລະ ແອບອ້າງຊື່ຜູ້ອື່ນ ເພື່ອມານາບຂູ່ພະນັກງານ, ເຈົ້າໜ້າທີ່ ຫຼື ປະຊາຊົນ;
- ພຶດຕິກໍາອື່ນທີ່ເປັນຂໍ້ຫ້າມ ຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.
- ຂໍ້ຫ້າມສໍາລັບປະຊາຊົນ
ຫ້າມປະຊາຊົນມີພຶດຕິກໍາດັ່ງນີ້:
- ທໍາລາຍປ່າໄມ້ດ້ວຍການບຸກລຸກ, ບຸກເບີກຖາກຖາງປ່າໄມ້, ຈູດປ່າ, ຕັດໄມ້, ການໄມ້ ຫຼື ນໍາໃຊ້ສານເຄມີ ໃຫ້ຕົ້ນໄມ້ຕາຍ ຫຼື ດ້ວຍການກະທໍາອື່ນ ທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ;
- ເຂົ້າໄປຕັ້ງຖິ່ນຖານຢູ່ເຂດປ່າປ້ອງກັນ, ປ່າສະຫງວນ ແລະ ປ່າຜະລິດ ຫຼື ທໍາການຜະລິດ ໂດຍບໍ່ໄດ້ຮັບອະນຸຍາດ;
- ຕັດ, ຊື້-ຂາຍ ແລະ ເຄື່ອນຍ້າຍໄມ້ທໍາມະຊາດ ປະເພດຫວງຫ້າມ ແລະ ໄມ້ພິເສດທີ່ໃກ້ສູນພັນ ໂດຍບໍ່ໄດ້ຮັບອະນຸຍາດຈາກລັດຖະບານເຊັ່ນ: ໄມ້ດູ່ລາຍ, ໄມ້ຂະຍຸງ, ໄມ້ປະດົງ, ໄມ້ຄໍາພີ້, ໄມ້ໂລ່ງເລ່ງ, ໄມ້ຈໍາປາປ່າ;
- ຈັບຈອງຕົ້ນໄມ້, ປ່າໄມ້, ເຄື່ອງປ່າຂອງດົງ ແລະ ທີ່ດິນປ່າໄມ້;
- ຮ່ວມມືກັບນັກທຸລະກິດ, ພະນັກງານ ຫຼື ເຈົ້າໜ້າທີ່ໃນການລັກລອບຕັດໄມ້, ບຸກລຸກທໍາລາຍປ່າໄມ້ ແລະ ຊັບພະຍາກອນປ່າໄມ້;
- ປອມແປງເອກະສານ, ຕາປະທັບ ແລະ ຄ້ອນຕີກາໄມ້;
- ໃຊ້ຄວາມຮຸນແຮງ ແລະ ແອບອ້າງຊື່ຜູ້ອື່ນ ເພື່ອມານາບຂູ່ພະນັກງານ, ເຈົ້າໜ້າທີ່ ຫຼື ຜູ້ອື່ນ;
- ຍ້າຍ, ປ່ຽນແປງ ຫຼື ທໍາລາຍເຄື່ອງໝາຍເຂດແດນປ່າປ້ອງກັນ, ປ່າສະຫງວນ ແລະ ປ່າຜະລິດ;
- ຊື້-ຂາຍໄມ້ທີ່ບໍ່ຖືກຕ້ອງຕາມກົດໝາຍ;
- ພຶດຕິກໍາອື່ນທີ່ເປັນຂໍ້ຫ້າມ ຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.
- ຂໍ້ຫ້າມສໍາລັບການຈັດຕັ້ງ ແລະ ບຸກຄົນອື່ນ
ຫ້າມການຈັດຕັ້ງ ແລະ ບຸກຄົນອື່ນມີພຶດຕິກໍາດັ່ງນີ້:
- ໃຊ້ສິດໜ້າທີ່ເກີນຂອບເຂດ, ໃຊ້ຄວາມຮຸນແຮງ ແລະ ແອບອ້າງຊື່ຜູ້ອື່ນ ເພື່ອນາບຂູ່ພະນັກງານ, ເຈົ້າໜ້າທີ່ ຫຼື ຜູ້ອື່ນ;
- ສວຍໃຊ້ໜ້າທີ່ຕໍາແໜ່ງ ເພື່ອຜົນປະໂຫຍດສ່ວນຕົວ ຫຼື ເພື່ອຜູ້ອື່ນ;
- ດໍາເນີນທຸລະກິດຂຸດຄົ້ນ, ຊື້-ຂາຍ, ເຄື່ອນຍ້າຍໄມ້ ແລະ ເຄື່ອງປ່າຂອງດົງດ້ວຍຕົນເອງ ຫຼື ມີຮຸ້ນສ່ວນໂດຍບໍ່ໄດ້ຮັບອະນຸຍາດ;
- ອະນຸມັດການຫັນປ່ຽນປະເພດປ່າໄມ້ ແລະ ທີ່ດິນປ່າໄມ້, ອະນຸມັດໃຫ້ເຊົ່າ ແລະ ສໍາປະທານທີ່ດິນປ່າໄມ້ ໂດຍບໍ່ຖືກຕ້ອງຕາມລະບຽບກົດໝາຍ ລວມທັງການເອົາໄມ້ແລກປ່ຽນກັບໂຄງການ;
- ອອກອະນຸຍາດຕັດໄມ້ ແລະ ເກັບກູ້ເຄື່ອງປ່າຂອງດົງ;
- ຂັດຂວາງການປະຕິບັດໜ້າທີ່ ຂອງເຈົ້າໜ້າທີ່ ທີ່ປະຕິບັດວຽກງານປ່າໄມ້;
- ກົດໜ່ວງຖ່ວງດຶງ ການດໍາເນີນຄະດີກ່ຽວກັບປ່າໄມ້;
- ພຶດຕິກໍາອື່ນທີ່ເປັນຂໍ້ຫ້າມ ຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ. ຂ້າງເທິງ
IV. ຖ້າລະເມີດກົດໝາຍວ່າດ້ວຍປ່າໄມ້ ຈະໄດ້ຮັບໂທດຄືແນວໃດ
ຜູ້ທີ່ລະເມີດກົດໝາຍວ່າດ້ວຍປ່າໄມ້ ຈະຖືກລົງໂທດ ແຕ່ເບົາຫາໜັກ ຕາມແຕ່ກໍລະນີທີ່ໄດ້ລະບຸໄວ້ ໃນມາດຕາ 123, 124, 125, 126, 127 ແລະ 128 ຂອງກົດໝາຍວ່າດ້ວຍປ່າໄມ້ສະບັບປັດຈຸບັນນີ້ຄື: ຂ້າງເທິງ
1. ກໍລະນີເບົາແມ່ນການກະທໍາຜິດທີ່ມີມູນຄ່າ ຕໍ່າກວ່າ 1.000.000 (ໜຶ່ງລ້ານ) ກີບ
- ສໍາລັບການຈັດຕັ້ງ ແລະ ບຸກຄົນ ຫຼື ວິສາຫະກິດ ທີ່ໄດ້ລະເມີດລະບຽບກົດໝາຍກ່ຽວກັບປ່າໄມ້ ແລະ ຂໍ້ຫ້າມທີ່ມີລັກສະນະເບົາບາງ ຊຶ່ງບໍ່ເປັນການກະທໍາຜິດທາງອາຍາ ແລະ ກໍ່ຄວາມເສັຍຫາຍທີ່ມີມູນຄ່າ ຕໍ່າກວ່າ 1.000.000 (ໜຶ່ງລ້ານ) ກີບ ແລະມີຄວາມຈິງໃຈລາຍງານ, ຮັບສາລະພາບຕໍ່ການກະທໍາທີ່ບໍ່ຖືກຕ້ອງຂອງຕົນ ແລະ ສົ່ງຊັບສິນ ຫຼື ຂອງກາງ ທີ່ໄດ້ມາໂດຍບໍ່ຖືກຕ້ອງນັ້ນຄືນຄົບຖ້ວນ ກໍຈະຖືກຕັກເຕືອນ ແລະ ສຶກສາອົບຮົມ.
- ສໍາລັບພະນັກງານ ແລະ ເຈົ້າໜ້າທີ່ ທີ່ໄດ້ລະເມີດລະບຽບກົດໝາຍ ກ່ຽວກັບປ່າໄມ້ ແລະ ຂໍ້ຫ້າມທີ່ມີລັກສະນະເບົາບາງ ຊຶ່ງບໍ່ເປັນການກະທໍາຜິດທາງອາຍາ ແະ ກໍ່ຄວາມເສັຍຫາຍທີ່ມີ ມູນຄ່າຕໍ່າກ່ວາ 1.000.000 ກໍຈະຖືກປະຕິບັດວິໄນ ຕາມແຕ່ກໍລະນີດັ່ງນີ້:
- ຕິຕຽນ, ກ່າວເຕືອນຄວາມຜິດ ໂດຍບັນທຶກໄວ້ໃນສໍານວນເອກະສານ ຊີວະປະຫວັດຂອງຜູ້ກ່ຽວ;
- ໂຈະການເລື່ອນຊັ້ນ, ຂັ້ນເງິນເດືອນ, ການຍ້ອງຍໍ;
ຜູ້ທີ່ຖືກປະຕິບັດວິໄນ ຕ້ອງສົ່ງຊັບສິນທີ່ຕົນໄດ້ມາ ໂດຍບໍ່ຖືກຕ້ອງນັ້ນ ຄືນໃຫ້ການຈັດຕັ້ງຄົບຖ້ວນ. ຂ້າງເທິງ
2. ກໍລະນີທີ່ບໍ່ເຂັດຫຼາບ ຫຼື ສະຖານໜັກ ແມ່ນການກະທໍາຜິດທີ່ມູນຄ່າການເສັຍຫາຍ ເກີນກວ່າ 1.000.000 (ໜຶ່ງລ້ານ) ກີບຂຶ້ນໄປ
- ການຈັດຕັ້ງ ແລະ ບຸກຄົນ ຫຼື ວິສາຫະກິດ ທີ່ໄດ້ລະເມີດລະບຽບກົດໝາຍ ກ່ຽວກັບປ່າໄມ້ ແລະ ຂໍ້ຫ້າມທີ່ໄດ້ກໍານົດໄວ້ໃນກົດໝາຍສະບັບນີ້ ຊຶ່ງບໍ່ເປັນການກະທໍາຜິດທາງອາຍາ ແລະ ກໍ່ຄວາມເສັຍຫາຍທີ່ມີມູນຄ່າແຕ່ 1.000.000 ກີບຂຶ້ນໄປ ກໍຈະຖືກປັບໃໝໜຶ່ງເທົ່າ ຂອງມູນຄ່າຄວາມເສັຍຫາຍຂອງໄມ້, ຜະລິດຕະພັນໄມ້ ລວມທັງຊັບພະຍາກອນປ່າໄມ້ ຕາມລາຄາທ້ອງຕະຫຼາດ.
- ໃນກໍລະນີທີ່ມີການລະເມີດ ເປັນຄັ້ງທີສອງ ຫຼື ເປັນອາຈິນກໍຈະຖືກປັບໃໝສອງເທົ່າ ຂອງມູນຄ່າຄວາມເສັຍຫາຍຂອງໄມ້, ຜະລິດຕະພັນໄມ້ ແລະ ຊັບພະຍາກອນປ່າໄມ້ ຕາມລາຄາທ້ອງຕະຫຼາດ.
- ການຈັດຕັ້ງ ແລະ ບຸກຄົນ ຫຼື ວິສາຫະກິດ ທີ່ໄດ້ລະເມີດກົດໝາຍສະບັບນີ້ ຊຶ່ງກໍ່ຄວາມເສັຍຫາຍໃຫ້ແກ່ຜົນປະໂຫຍດ ຂອງລັດ, ຄອບຄົວ ແລະ ບຸກຄົນອື່ນ ເນື່ອງມາຈາກການກະທໍາທີ່ບໍ່ຖືກຕ້ອງ ກ່ຽວກັບປ່າໄມ້ ຈະຕ້ອງໃຊ້ແທນຄ່າເສັຍຫາຍ ຕາມທີ່ຕົນໄດ້ກໍ່ຂຶ້ນ.
- ການຈັດຕັ້ງ ແລະ ບຸກຄົນທີ່ໄດ້ຕັດໄມ້, ຖາງປ່າໄມ້, ຈູດປ່າໄມ້ ຫຼື ທໍາລາຍປ່າໄມ້ ດ້ວຍວິທີການອື່ນໆ, ຂຸດຄົ້ນເຄື່ອງປ່າຂອງດົງ ໂດຍບໍ່ຖືກຕອງຕາມລະບຽບກົດໝາຍ, ມອບຄ້ອນຕີກາໄມ້ ໃຫ້ຜູ້ທີ່ບໍ່ມີສິດໜ້າທີ່ຮັບຜິດຊອບ, ຕັດ, ຊື້-ຂາຍ ແລະ ເຄື່ອນຍ້າຍໄມ້ທໍາມະຊາດປະເພດຫວງຫ້າມ ແລະ ໄມ້ພິເສດທີ່ໃກ້ຈະສູນພັນ ໂດຍບໍ່ໄດ້ຮັບອະນຸຍາດ, ກົດໜ່ວງຖ່ວງດຶງການດໍາເນີນຄະດີກ່ຽວກັບປ່າໄມ້, ອະນຸມັດການຫັນປ່ຽນປ່າໄມ້ ທໍາມະຊາດ, ຂຸດຄົ້ນ ຫຼື ອອກອະນຸຍາດຕັດໄມ້ ໂດຍບໍ່ຖືກຕ້ອງຕາມກົດໝາຍ ຈະຖືກດໍາເນີນຄະດີອາຍາ ແລະ ລົງໂທດຕັດອິດສະລະພາບ ຕາມທີ່ໄດ້ກໍານົດໄວ້ ໃນມາດຕາ 139 ແລະ 143 ຂອງກົດໝາຍອາຍາ ແລະ ປັບໃໝສອງເທົ່າ ຂອງມູນຄ່າຄວາມເສັຍຫາຍຂອງໄມ້, ຜະລິດຕະພັນໄມ້ ແລະ ຊັບພະຍາກອນປ່າໄມ້ ຕາມລາຄາທ້ອງຕະຫຼາດ.
- ສໍາລັບພະນັກງານນອກຈາກປະຕິບັດ ບັນດາມາດຕະການທີ່ກ່າວມາຂ້າງເທິງແລ້ວ ຕ້ອງປະຕິບັດເພີ່ມຕື່ມຄື:
- ປົດຕໍາແໜ່ງ ຫຼື ຍົກຍ້າຍໄປຮັບໜ້າທີ່ອື່ນ ທີ່ມີຕໍາແໜ່ງຕໍ່າກວ່າເກົ່າ;
- ໃຫ້ອອກຈາກລັດຖະການ ໂດຍບໍ່ໄດ້ຮັບນະໂຍບາຍໃດໆ.
- ມາດຕະການທາງອາຍາ
ບຸກຄົນ ລະເມີດກົດໝາຍປ່າໄມ້ ທີ່ເປັນການກະທໍາຜິດທາງອາຍາເຊັ່ນ: ຕັດໄມ້, ຖາງປ່າ ໂດຍບໍ່ຖືກຕ້ອງຕາມລະບຽບການກ່ຽວກັບປ່າໄມ້, ຈູດປ່າ ຫຼື ທໍາລາຍປ່າໄມ້ ດ້ວຍວິທີການອື່ນໆ, ຂຸດຄົ້ນເຄື່ອງປ່າຂອງດົງ ໂດຍບໍ່ຖືກຕອງຕາມລະບຽບກົດໝາຍ, ມອບຄ້ອນຕີກາໄມ້ ໃຫ້ຜູ້ທີ່ບໍ່ມີສິດໜ້າທີ່ຮັບຜິດຊອບ, ຕັດ, ຊື້-ຂາຍ ແລະ ເຄື່ອນຍ້າຍໄມ້ທໍາມະຊາດປະເພດຫວງຫ້າມ ແລະ ໄມ້ພິເສດທີ່ໃກ້ຈະສູນພັນ ໂດຍບໍ່ໄດ້ຮັບອະນຸຍາດ, ກົດໜ່ວງຖ່ວງດຶງການດໍາເນີນຄະດີກ່ຽວກັບປ່າໄມ້, ອະນຸມັດການຫັນປ່ຽນປ່າໄມ້ ທໍາມະຊາດ, ຂຸດຄົ້ນ ຫຼື ອອກອະນຸຍາດຕັດໄມ້ ໂດຍບໍ່ຖືກຕ້ອງຕາມກົດໝາຍ ຈະຖືກດໍາເນີນຄະດີອາຍາ ແລະ ລົງໂທດຕັດອິດສະລະພາບ ຕາມທີ່ໄດ້ກໍານົດໄວ້ ໃນມາດຕາ 139 ແລະ 143 ຂອງກົດໝາຍອາຍາ ແລະ ປັບໃໝສອງເທົ່າ ຂອງມູນຄ່າຄວາມເສັຍຫາຍຂອງໄມ້, ຜະລິດຕະພັນໄມ້ ແລະ ຊັບພະຍາກອນປ່າໄມ້ ຕາມລາຄາທ້ອງຕະຫຼາດ.
ນອກຈາກໂທດຕົ້ນຕໍ ທີ່ໄດ້ກ່າວມາຂ້າງເທິງນີ້ແລ້ວ ຜູ້ກະທໍາຜິດຈະຖືກປະຕິບັດໂທດເພີ່ມ ໃນການຮິບຊັບ, ພາຫະນະອຸປະກອນ ທີ່ພົວພັນກັບການກະທໍາຜິດ ເປັນຂອງລັດ ແລະ ອາດຈະຖືກໂຈະ ຫຼື ຖອນໃບອະນຸຍາດ, ຖອນສິດນໍາໃຊ້ປ່າໄມ້, ທີ່ດິນປ່າໄມ້ ແລະ ຊັບພະຍາກອນປ່າໄມ້. ຂ້າງເທິງ
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.