ກອງປະຊຸມ ສຳມະນາ ກ່ຽວກັບ “ແນວທາງປັບປຸງ ວຽກງານອຳນວຍຄວາມສະດວກທາງດ້ານການຄ້າ” ໄດ້ຈັດຂື້ນ ໃນວັນທີ 24 ພະຈິກ 2016, ທີ່ໂຮງແຮມເມືອງທັນ ໂດຍ ຫ້ອງການປະຈຳກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າ, ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ເຊິ່ງໄດ້ຮັບກຽດເປັນປະທານໂດຍ ທ່ານ ນາງ ບານສະຕິ ເທບພະວົງ, ຫົວໜ້າກົມການນຳເຂົ້າ ແລະ ສົ່ງອອກ, ຮອງຫົວໜ້າກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າ ແລະ ມີຜູ້ຕາງໜ້າຈາກສະມາຊິກກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າເຂົ້າຮ່ວມ ຈຳນວນ 40 ທ່ານ.

ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອສ້າງຄວາມເຂົ້າໃຈ ໃຫ້ບັນດາສະມາຊິກກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າ ຮັບຊາບ ກ່ຽວກັບຄວາມຈຳເປັນ ແລະ ຄວາມສຳຄັນຂອງວຽກງານປະຕິຮູບຂັ້ນຕອນ, ລະບຽບການທາງດ້ານການຄ້າ ແລະ ການປັບປ່ຽນທັດສະນະຂອງການບໍລິຫານ ແລະ ຄຸ້ມຄອງ ເພື່ອຈັດຕັ້ງຜັນຂະຫຍາຍສັນຍາອຳນວຍຄວາມສະດວກທາງດ້ານການຄ້າ ໃນຂອບອົງການການຄ້າໂລກ ທີ່ ສປປ ລາວ ໄດ້ໃຫ້ສັດຕະຍາບັນ ຢ່າງມີປະສິດທິຜົນ.

ສປປ ລາວ ໄດ້ແຈ້ງໃຫ້ສັດຕະຍາບັນແກ່ ສັນຍາ ອຳນວຍຄວາມສະດວກທາງດ້ານການຄ້າ (ສັນຍາ ອຄ) ແກ່ອົງການການຄ້າໂລກ  ໃນປີ 2015 ແລະ ໄດ້ແຈ້ງບັນດາມາດຕະການທີ່ສາມາດຈັດຕັ້ງປະຕິບັດໄດ້ ທີ່ນອນໃນໝວດ A ຈຳນວນ 13/36 ມາດຕະການ, ເຮັດໃຫ້ ສປປ ລາວ ເປັນປະເທດສະມາຊິກ WTO ທີ 18 ທີ່ແຈ້ງເຂົ້າຮ່ວມສັນຍາດັ່ງກ່າວຢ່າງເປັນທາງການ. ປະຈຸບັນ ສັນຍາ ອຄ ຍັງບໍ່ທັນມີຜົນບັງຄັບໃຊ້ເທື່ອ ເນື່ອງຈາກຕ້ອງລໍຖ້າ 2/3 ຂອງຈຳນວນປະເທດສະມາຊິກ WTO ຮັບຮອງເອົາສັນຍາດັ່ງກ່າວ ຈຶ່ງຈະມີຜົນບັງຄັບໃຊ້. ປະຈຸບັນ ມີ 90% ຫຼື 98 ປະເທດ ໄດ້ແຈ້ງໃຫ້ສັດຕະຍາບັນແກ່ ສັນຍາ ອຄ.

ເພື່ອກະກຽມຈັດຕັ້ງປະຕິບັດພັນທະຂອງ ສັນຍາອຳນວຍຄວາມສະດວກທາງດ້ານການຄ້າ (ສັນຍາ ອຄ) ສປປ ລາວໄດ້ຈັດແບ່ງມາດຕະການອອກເປັນ 3 ໝວດຄື: ໝວດ A, B, ແລະ C. ໃນນັ້ນ ໝວດ A ແມ່ນມາດຕະການທີ່ສາມາດຈັດຕັ້ງປະຕິບັດໄດ້ເລີຍ. ໝວດ B ແມ່ນມາດຕະການທີ່ຍັງຕ້ອງການເວລາໃນການປັບປຸງບັນດານິຕິກຳ ແລະ ກະກຽມຄວາມພ້ອມໃນການຈັດຕັ້ງປະຕິບັດສັນຍາ. ແລະ ໝວດ  C ເປັນມາດຕະການທີ່ຕ້ອງການເວລາ ແລະ ຕ້ອງການຂໍຄວາມຊ່ວຍເຫຼືອຈາກຕ່າງປະເທດ.

ທ່ານ ນາງ ບານສະຕິ ເທບພະວົງ ກ່າວວ່າ: “ເພື່ອເປັນການກະກຽມການຈັດຕັ້ງຜັນຂະຫຍາຍສັນຍາ ອຄ ພາຍໃຕ້ອົງການການຄ້າໂລກ ກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າ (ກຂອຄ) ໄດ້ສ້າງແຜນດໍາເນີນງານ ສັນຍາ ອຄ ຊຶ່ງໄດ້ກວດຄືນບັນດາມາດຕະການທີ່ນອນຢູ່ໃນໝວດ B ມາດຕະການທີ່ຍັງຕ້ອງການເວລາໃນການປັບປຸງບັນດານິຕິກຳ ແລະ ຄວາມພ້ອມໃນການຈັດຕັ້ງປະຕິບັດສັນຍາ ອຄ, ແລະ ໝວດ C ເປັນບັນດາມາດຕະການທີ່ຕ້ອງການເວລາ ແລະ ຕ້ອງການຂໍຄວາມຊ່ວຍເຫຼືອຈາກຕ່າງປະເທດ” .

ທີ່ປະຊຸມ, ນັກສຳມະນາກອນ ໄດ້ສະແດງຄວາມກະຕືລືລົ້ນໃນການຮັບຟັງ ແລະ ຕັ້ງຄຳຖາມຕໍ່ ການນຳສະເໜີຫຼາຍບັນຫາທີ່ສຳຄັນ ເຊັ່ນການຄຸ້ມຄອງການປ່ຽນແປງ, ການນຳພາການປ່ຽນແປງ, ຄວາມສຳຄັນຂອງການປຶກສາຫາລື ແລະ ຮ່ວມມືລະຫວ່າງພາກລັດ ແລະ ທຸລະກິດ, ການບໍລິຫານຄວາມສ່ຽງ, ແລະ ການອອກອະນຸຍາດດ້ວຍຕົນເອງຂອງຜູ້ປະກອບການ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.