ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ລັດຖະບານ     ເລກທີ 410/ລບ
ນະຄອນຫຼວງວຽງຈັນ, ວັນທີ 10 ພະຈິກ 2016

ດຳລັດ
ວ່າດ້ວຍນ້ຳມັນເຊື້ອໄຟຊີວະພາບ

-   ອີງຕາມ ກົດໝາຍວ່າດ້ວຍລັດຖະບານ ສະບັບເລກທີ 069/ສພຊ, ລົງວັນທີ 15 ທັນວາ 2015;
-   ອີງຕາມການຮັບຮອງ ແລະ ປະກາດໃຊ້ ຍຸດທະສາດພັດທະນາພະລັງງານທົດແທນຂອງ ສປປ ລາວ ສະບັບເລກທີ 324/ລບ, ລົງວັນທີ 11 ຕຸລາ 2011;
-   ອີງຕາມໜັງສືສະເໜີຂອງລັດຖະມົນຕີີກະຊວງພະລັງງານ ແລະ ບໍ່ແຮ່ ສະບັບເລກທີ 0969/ພບ, ລົງວັນທີ 27 ພຶດສະພາ 2016.

ລັດຖະບານອອກດຳລັດ

ໝວດທີ 1
ບົດບັນຍັດທົ່ວໄປ

ມາດຕາາ 1  ຈຸດປະສົງ

     ດໍາລັດສະບັບນີ້ ກໍານົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການສົ່ງເສີມ, ການຄຸ້ມຄອງ, ການກວດກາ, ການເຄື່ອນໄຫວໃນການຜະລິດ, ການປຸງແຕ່ງ ແລະ ການຈຳໜ່າຍນ້ຳມັນເຊື້ອໄຟຊີວະພາບເປັນລະບົບຖືກຕ້ອງ ຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ເພ່ືອການສຶກສາຄວາມເປັນໄປໄດ້ ໃນການພັດທະນາທ່າແຮງດ້ານວັດຖຸດິບທີ່ມີີພາຍໃນປະເທດ ແລະ ນຳໃຊ້ຊັບພະຍາກອນທຳມະຊາດຢ່າງປະຢັດ, ຍົກສູງມູນຄ່າຜະລິດຕະພັນກະສິກຳ, ຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ພັດທະນາຕາມທິດທີ່ຍືນຍົງ, ປະກອບສ່ວນຊຸກຍູ້ການປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໃຫ້ດີີຂຶ້ຶ້ນ. ຂ້າງເທິງ

ມາດຕາ 2  ນ້ຳມັນເຊື້ອໄຟຊີວະພາບ

     ນ້ຳມັນເຊື້ອໄຟຊີວະພາບ ແມ່ນ ເຊື້ອເພີງທີ່ເປັນທາດແຫຼວ ທີ່ສະກັດມາຈາກ ຊີວະມວນ, ພືດພະລັງງານ, ໄຂມັນສັດ ແລະ ສິ່ງເສດເຫຼືອຈາກອຸດສາຫະກຳການກະເສດ, ສະບຽງອາຫານ ທີ່ມີໂຄງສ້າງທາງດ້ານເຄມີເທົ່າກັບ ຜະລິດຕະພັນນ້ຳມັນປີໂຕລຽມ ໂດຍຜ່ານກຳມະວິທີ ແລະ ຂະບວນການຜະລິດສະເພາະ.

ມາດຕາ 3  ການອະທິບາຍຄຳສັບ

     ຄໍາສັບທີ່ໃຊ້ໃນດໍາລັດສະບັບນີ້ ມີຄວາມໝາຍ ດັ່ງນີ້:

1.    ຜະລິດຕະພັນນ້ຳມັນປີໂຕລ້ຽມ (Petrolium) ໝາຍເຖິງ ຜະລິດຕະພັນນ້ຳມັນ ທີ່ໄດ້ຈາກການກັ່ນ ຂອງແຫຼ່ງນ້ຳມັນດິບເຊັ່ນ: ນ້ຳມັນອັດຊັງ, ນ້ຳມັນກະຊວນ ແລະ ນ້ຳມັນອື່ນ;
2.    ເຫຼົ້າໃບໂອເອຕາໂນນ (Bioethanol: C2H5OH: EE100) ໝາຍເຖິງ ທາດທີ່ເປັນເຊື້ອໄຟ ຫຼື ພະລັງງານທີ່ສະອາດ ແລະ ເປັນພະລັງງານທົດແທນຊະນິດໜຶ່ງ ເຊິ່ງຜະລິດຈາກພືດກະສິກຳທີ່ເປັນທາດແປ້ງ, ນ້ຳຕານ ແລະ ແຫຼ່ງຊີວະພາບອື່ນໆ ໂດຍຜ່ານຂະບວນການກຳມະວິທີທາງເຄມີ ທີ່ໄດ້ມາດຕະຖານແຫ່ງຊາດ ຫຼື ມາດຕະຖານສາກົນ;
3.    ນ້ຳມັນແອັດຊັງຊີວະພາບ (Gasohol): ໝາຍເຖິງ ນ້ຳມັນທີ່ໄດ້ມາຈາກການປະສົມຂອງນ້ຳມັນເຊື້ອໄຟ C6H6 ກັບເອຕາໂນນ (ເຫຼົ້າໄບໂອເອຕາໂນນ) C2H5OH ຕາມສັດສ່ວນ ຫຼື ອັດຕາສ່ວນປະສົມ ທີ່ກຳນົດໄວ້;
4.    ນ້ຳມັນແອັດຊັງຊີວະພາບ ອີສິບ (E10): ໝາຍເຖິງ ນ້ົມັນທີ່ມີສ່ວນປະສົມຂອງນ້ຳມັນແອັດຊັງເກົ້າສິບສ່ວນຮ້ອຍ (90%) ແລະ ເຫຼົ້າໄບໂອເອຕາໂນນສິບສ່ວນຮ້ອຍ (10%);
5.    ນ້ຳມັນແອັດຊັງຊີວະພາບ ອີຊາວ (E20): ໝາຍເຖິງ ນ້ຳມັນທີ່ມີສ່ວນປະສົມຂອງນ້ຳມັນແອັດຊັງແປດສິບສ່ວນຮ້ອຍ (80%) ແລະ ເຫຼົ້າໄບໂອເອຕາໂນນຊາວສ່ວນຮ້ອຍ (20%);
6.    ນ້ຳມັນແອັດຊັງຊີວະພາບ ອີແປດສິບຫ້າ (E85): ໝາຍເຖິງ ນ້ຳມັນທີ່ມີສ່ວນປະສົມຂອງນ້ຳມັນແອັດຊັງແປດສິບສ່ວນຮ້ອຍ (85%) ແລະ ເຫຼົ້າໄບໂອເອຕາໂນນແປດສິບຫ້າສ່ວນຮ້ອຍ (15%);
7.    ນ້ຳມັນໄບໂອດີເຊວ ບໍລິສຸດ (Biodiesel: B100): ໝາຍເຖິງ ເຊື້ອໄຟແຫຼວທີ່ຜະລິດໄດ້ຈາກນ້ຳມັນພືດ ແລະ ໄຂມັນສັດເຊັ່ນ: ປາມນ້ຳມັນ, ໝາກພ້າວ, ໝາກເກົາ, ໝາກເຍົາ, ຖົ່ວເຫຼືອງ, ດອກຕາເວັນ, ເສດນ້ຳມັນປຸງແຕ່ງອາຫານ, ສິ່ງເສດເຫຼືອ ໂດຍຜ່ານຂະບວນການທາງເຄມີ ທີ່ແປຮູບມາເປັນນ້ຳມັນໄບໂອດີເຊວບໍລິສຸດ ທີ່ໄດ້ມາດຕະຖານແຫ່ງຊາດ ຫຼື ມາດຕະຖານສາກົນ;
8.    ນ້ຳມັນກະຊວນຊີວະພາບປະສົມ: ໝາຍເຖິງ ນ້ຳມັນທີ່ໄດ້ມາຈາກການປະສົມລະຫວ່າງນ້ຳມັນກະຊວນ (Diesel) ກັບໄບໂອດີເຊວບໍລິສຸດ (B100) ຕາມສັດສ່ວນ ຫຼື ອັດຕາສ່ວນທີ່ກຳນົດໄວ້;
9.    ນ້ຳມັນກະຊວນຊີວະພາບ ບີຫ້າ (B5): ໝາຍເຖິງ ນ້ຳມັນທີ່ມີສ່ວນປະສົມນ້ຳມັນໄບໂອດີເຊວບໍລິສຸດຫ້າສ່ວນຮ້ອຍ (5%) ແລະ ນ້ຳມັນກາຊວນ ເກົ້າສິບຫ້າສ່ວນຮ້ອຍ (95%);
10. ນ້ຳມັນກະຊວນຊີວະພາບ ບີສິບ (B10): ໝາຍເຖິງ ນ້ຳມັນທີ່ມີສ່ວນປະສົມນ້ຳມັນໄບໂອດີເຊວບໍລິສຸດສິບສ່ວນຮ້ອຍ (10%) ແລະ ນ້ຳມັນກາຊວນ ເກົ້າສິບສ່ວນຮ້ອຍ (90%);
11. ວັດຖຸດິບທີ່ຕ້ອງນຳເຂົ້າມາປະສົມ ເປັນນ້ຳມັນເຊື້ອໄຟແອັດຊັງຊີວະພາບ: ໝາຍເຖິງ ນ້ຳມັນແອັດຊັງເຄິ່ງສຳເລັດຮູບ ພື້ນຖານທີ່ໄດ້ຈາກການກັ່ນ ທີ່ມີອັດຕາການເຜົາໃໝ້ (Octan) ສູງສຸດບໍ່ເກີນເຈັດສິບ (70%) ໂດຍບໍ່ມີການປຸງແຕ່ງດ້ວຍສານເພີ່ມຄຸນນະພາບ (MTBE);
12. ວັດຖຸດິບທີ່ຕ້ອງນຳເຂົ້າມາປະສົມ ເປັນນ້ຳມັນເຊື້ອໄຟກາຊວນຊີວະພາບ: ໝາຍເຖິງ ນ້ຳມັນກາຊວນທີ່ສຳເລັດຮູບແລ້ວ;
13. ສານເຄມີ ທີ່ນຳເຂົ້າມາຜະລິດນ້ຳມັນກາຊວນຊີວະພາບ ບໍລິສຸດ: ໝາຍເຖີງ ສານເຄມີທີ່ໃຊ້ໃນຂະບວນການຜະລິດ ປະກອບມີ: ເມຕາໂນນ, ໂປຕາຊຽມໄຮດົກໄຊ, ຊຸນຟູລິກອາຊິດ, ຟົດສະຟໍຣິກອາຊິດ, ຊີທຣິກ, ໄຮໂດຣໂຄລິກ, ບຣິດຊິງເອີດ, ໂຊດາໄຟ, ແອນຕີອອກຊີເດັນ;
14. ສານເຄມີ ທີ່ຈຳເປັນນຳເຂົ້າມາຜະລິດເຫຼົ້າໄບໂອເອຕາໂນນ: ໝາຍເຖິງ ຫົວເຊື້ອ: Yeast, ເອັນຊາຍ: Enzyme, ສານລະລາຍ: Dilute ແລະ ອື່ນໆ;
15. ພືດພະລັງງານ ທີ່ນຳມາຜະລິດໄບໂອເອຕາໂນນ: ໝາຍເຖິງ ຜະລິດຕະພັນກະສິກຳທີ່ເປັນທາດແປ້ງ, ທາດນ້ຳຕານ ເຊັ່ນ: ສາລີ, ມັນຕົ້ນ, ອ້ອຍ, ເຂົ້າ ແລະ ພືດອື່ນໆ;
16. ພືດພະລັງງານ ທີ່ນຳມາຜະລິດໄບໂອດີເຊວ ບໍລິສຸດ: ໝາຍເຖິງ ຜະລິດຕະພັນກະສິກຳປະກອບດ້ວຍ: ປາມນ້ຳມັນ, ໝາກເກົາ, ໝາກເຍົາ, ໝາກພ້າວ, ໝາກເຄືອນ້ຳມັນ;
17. ສິ່ງເສດເຫຼືອ ທີ່ສາມາດຜະລິດ ເປັນນ້ຳມັນເຊື້ອໄຟຊີວະພາບ: ໝາຍເຖິງ ສິ່ງທີ່ມີຊີວິດທີ່ສາມາດແປຮູບມາເປັນພະລັງງານເຊື້ອໄຟເຊັ່ນ: ສິ່ງເສດເຫຼືອຈາກຕົວເມືອງ, ໂຮງງານອຸດສາຫະກຳ ແລະ ກະສິກຳ, ໄຂມັນສັດ ເສດນ້ຳມັນທີ່ເຫຼືອຈາກການປຸງແຕ່ງອາຫານ ແລະ ອື່ນໆ;
18. ຮູບແບບລະບົບ 2+3: ໝາຍເຖິງ ປະຊາຊົນເປັນແຮງງານ ແລະ ເນືອທີ່ດິນ, ບໍລິສັດເປັນທຶນ, ເຕັກນິກ ແລະ ການຕະຫຼາດ. ຂ້າງເທິງ

ມາດຕາາ 4  ນະໂຍບາຍຂອງລັດກ່ຽວກັບນ້ຳມັນເຊື້ອໄຟຊີວະພາບ

     ລັດຊຸກຍູ້, ສົ່ງເສີມການລົງທຶນທຸກພາກສ່ວນນັບທັງພາຍໃນ ແລະ ຕ່າງປະເທດເພື່ອພັດທະນາການຜະລິດນ້ຳມັນເຊື້ອໄຟຊີວະພາບດ້ວຍຮູບການສົ່ງເສີມການປູກ, ການຜະລິດ, ການປຸງແຕ່ງ ຫຼື ປະສົມ, ການຈຳໜ່າຍ, ການເກັບຊື້ວັດຖຸດິບ, ການເຂົ້າຫາແຫຼ່ງທຶນ, ການເຂົ້າເຖິງຕະຫຼາດ, ເຕັກໂນໂລຊີ ແລະ ອຳນວຍຄວາມສະດວກອື່ນໆ ແກ່ຜູ້ປະກອບການນ້ຳມັນເຊື້ອໄຟຊີວະພາບ.

ມາດຕາາ 5  ຫຼັກການຄຸ້ມຄອງ ແລະ ນຳໃຊ້ນ້ຳມັນເຊື້ອໄຟຊີວະພາບ

     ໃນການດຳເນີນທຸລະກິດນ້ຳມັນເຊື້ອໄຟຊີວະພາບ ໃຫ້ປະຕິບັດຕາມຫຼັກການພື້ນຖານ ດັ່ງນີ້:

1.    ສອດຄ່ອງກັບແນວທາງນະໂຍບາຍ, ກົດໝາຍ ແລະ ລະບຽບການ;
2.    ສອດຄ່ອງກັບຍຸດທະສາດພັດທະນາພະລັງງານທົດແທນຂອງ ສປປ ລາວ;
3.    ຮັບປະກັນຄວາມປອດໄພໃຫ້ແກ່ສັງຄົມ, ມີປະສິດທິຜົນ, ປະຢັດ, ມີຄຸນນະພາບ, ໄດ້ມາດຕະຖານແຫ່ງຊາດ ແລະ ສາກົນ;
4.    ປົກປັກຮັກສາສິ່ງແວດລ້ອມທຳມະຊາດ ແລະ ສັງຄົມ ໄປພ້ອມກັນກັບການພັດທະນາແບບຍືນຍົງ;
5.    ຮັບປະກັນຄວາມຮັບຜິດຊອບຂອງຜູ້ຜະລິດຕໍ່ຜູ້ຊົມໃຊ້.

ມາດຕາ 6  ການຮ່ວມມືສາກົນ

     ລັດສົ່ງເສີມການພົວພັນຮ່ວມືກັບຕ່າງປະເທດ, ພາກພື້ນ ແລະ ສາກົນ ກ່ຽວກັບ ການຄົ້ນຄວ້າ, ການແລກປ່ຽນຂໍ້ມູນຂ່າວສານ, ການສ້າງຄວາມເຂັ້ມແຂງທາງດ້ານວິຊາການ, ການພັດທະນາເຕັກໂນໂລຊີໃໝ່ເຂົ້າໃນການຜະລິດ, ການປຸງແຕ່ງ, ການຈຳໜ່າຍນ້ຳມັນເຊື້ອໄຟຊີວະພາບ ບົນພື້ນຖານຂອງສັນຍາ ສາກົນ ແລະ ສົນທິສັນຍາ ທີ່ ສປປ ລາວ ເປັນພາຄີ.

ມາດຕາ 7  ການປະກາດໃຊ້ອັດຕາສ່ວນປະສົມນ້ຳມັນເຊື້ອໄຟຊີວະພາບ

     ລັດຖະບານເປັນຜູ້ປະກາດໃຊ້ອັດຕາສ່ວນປະສົມ ນ້ຳມັນເຊື້ອໄຟຊີວະພາບໃນຂອບເຂດທົ່ວປະເທດ ເປັນແຕ່ລະໄລຍະຕາມການສະເໜີຂອງ ກະຊວງພະລັງງານ ແລະ ບໍ່ແຮ່ ໂດຍຜ່ານການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ. ເຊັ່ນດຽວກັນ ຜູ້ດຳເນີນທຸລະກິດປຸງແຕ່ງນ້ຳມັນເຊື້ອໄຟຂີວະພາບ ຕ້ອງປະຕິບັດຕາມແຈ້ງການຂອງລັດຖະບານ ເປັນແຕ່ລະໄລຍະ.

ມາດຕາາ 8  ຂອບເຂດການນຳໃຊ້ດຳລັດ

     ດຳລັດສະບັບນີ້ນຳໃຊ້ສຳລັບບຸກຄົນ, ນິະຕິບຸກຄົນ ຫຼື ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດທີ່ເຄື່ອນໄຫວກ່ຽວກັບນ້ຳມັນເຊື້ອໄຟຊີວະພາບ ລວມທັງພາກສ່ວນຄຸ້ມຄອງທີ່ພົວພັນກັບການຜະລິດ, ການສະໜອງວັດຖຸດິບ, ການປຸງແຕ່ງ, ການຈຳໜ່າຍ, ການບໍລິການ ແລະ ນຳໃຊ້ນ້ຳມັນເຊື້ອໄຟຊີວະພາບຢູ່ໃນ ສປປ ລາວ. ຂ້າງເທິງ

ໝວດທີ 2
ກິດຈະການນ້ຳມັນເຊື້ອໄຟຊີວະພາບ

ມາດຕາ 9  ກິດຈະການນ້ຳມັນເຊື້ອໄຟຊີວະພາບ

     ກິດຈະການນ້ຳມັນເຊື້ອໄຟຊີວະພາບປະກອບດ້ວຍ ແຜນການພັດທະນາ, ການວາງແຜນ, ການສຳຫຼວດເກັບກຳຂໍ້ມູນ, ການປູກພືດເປັນວັດຖຸດິບ, ການເກັບຊື້ວັດຖຸດິບ, ການຜະລິດ, ການປຸງແຕ່ງ, ການເກັບຮັກສາ, ການຈຳໜ່າຍ, ການສົ່ງອອກ, ການນຳເຂົ້າ, ການບໍລິການ ແລະ ການຄົ້ນຄ້ວາກ່ຽວກັບນ້ຳມັນເຊື້ອໄຟຊີວະພາບ.

ມາດຕາ 10  ແຜນພັດທະນານ້ຳມັນເຊື້ອໄຟຊີວະພາບ

     ການສ້າງແຜນພັດທະນານ້ຳມັນເຊື້ອໄຟຊີວະພາບ ຕ້ອງປະຕິບັດ ດັ່ງນີ້:

1.    ຮັບປະກັນຫຼັກການນຳໃຊ້ແຫຼ່ງວັດຖຸດິບຢ່າງເໝາະສົມ, ປະຢັດ, ມີປະສິດທິຜົນ ແລະ ແບບຍືນຍົງ;
2.    ກຳນົດເປົ້າໝາຍ, ທິດທາງ, ກົນໄກ ແລະ ວິທີການພັດທະນາພື້ນຖານເຕັກນິກຂອງກິດຈະການນ້ຳມັນເຊື້ອໄຟຊີວະພາບ ເພື່ອຮັບປະກັນການສະໜອງນ້ຳມັນເຊື້ອໄຟຊີວະພາບຢ່າງປອດໄພ ແລະ ຮັບປະກັນດ້ານຄຸນນະພາບ, ຈຳກັດຜົນກະທົບທາງດ້ານສິ່ງແວດລ້ອມ ແລະ ສັງຄົມ;
3.    ຮັບປະການການສະໜອງນ້ຳມັນເຊື້ອໄຟຊີວະພາບ ຕາມການເຕີບໃຫຍ່ຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ ໃນແຕ່ລະໄລຍະ ແລະ ສອດຄ່ອງກັບນະໂຍບາຍພັດທະນາເສດຖະກິດ-ສັງຄົມຂອງຊາດ;
4.    ການປູກພືດເປັນວັດຖຸດິບ ເພື່ອສະໜອງໃຫ້ແກ່ການຜະລິດນ້ຳມັນເຊື້ອໄຟຊີວະພາບ ຕ້ອງເຮັດບົນພື້ນຖານການສ້າງວຽກເຮັດງານທຳໃຫ້ແກ່ທ້ອງຖິ່ນ, ເປັນແບບຄົບວົງຈອນ ແລະ ຕ່ອງໂສ້ເພື່ອຮັບປະກັນຄວາມຍືນຍົງ;
5.    ການພັດທະນານ້ຳມັນເຊື້ອໄຟຊີວະພາບ ຕ້ອງເຮັດແບບຄົບວົງຈອນແບບຍືນຍົງ ແລະ ຫຼີກລ້ຽງຜົນກະທົບທາງສິ່ງແວດລ້ອມ ແລະ ສັງຄົມ.

     ແຜນພັດທະນານ້ຳມັນເຊື້ອໄຟຊີວະພາບປະກອບດ້ວຍແຜນຍຸດທະສາດ, ແຜນໄລຍະຍາວ, ໄລຍະກາງ ແລະ ໄລຍະສັ້ນ.
    ກະຊວງພະລັງງານ ແລະ ບໍ່ແຮ່ ເປັນເຈົ້າການປະສານສົມທົບກັບ ບັນດາອົງການທີ່ກ່ຽວຂ້ອງສ້າງແຜນການພັດທະນານ້ຳມັນເຊື້ອໄຟຊີວະພາບ ແລະ ນຳສະເໜີຕໍ່ລັດຖະບານພິຈາລະນາຮັບຮອງ. ຂ້າງເທິງ

ມາດຕາ 11  ການວາງແຜນ

     ການວາງແຜນແມ່ນການຄົນຄວ້າບາດກ້າວ ຂັ້ນຕອນການພັດທະນາ ກ່ອນຈະດຳເນີນການສຳຫຼວດເກັບກຳຂໍ້ມູນ, ການປູກພືດເປັນວັດຖຸດິບ, ການຜະລິດ, ການປຸງແຕ່ງ, ການເກັບຮັກສາ, ການຈຳໜ໋າຍຂອງໂຄງການພັດທະນານ້ຳມັນເຊື້ອໄຟຊີວະພາບ.

ມາດຕາ 12  ການສຳຫຼວດເກັບກຳຂໍ້ມູນ

     ການສຳຫຼວດເກັບກຳຂໍ້ມູນເບື້ອງຕົ້ນທາງດ້ານເສດຖະກິດ-ສັງຄົມ, ພື້ນທີ່ໂຄງການ ແລະ ກຳນົດເຂດບູລິມະສິດ ເພື່ອພັດທະນາໂຄງການນ້ຳມັນເຊື້ອໄຟຊີວະພາບ ບົນພື້ນຖານຄວາມສາມາດບົ່ມຊ້ອນຂອງທ້ອງຖິ່ນ, ໂດຍແມ່ນຂະແໜງພະລັງງານ ແລະ ບໍ່ແຮ່ ເປັນຜູ້ຮັບຜິດຊອບ ປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງອື່ນ ແລະ ອົງການປົກຄອງທ້ອງຖິ່ນ ເພື່ອເປັນບ່ອນອີງທາງດ້ານເຕັກນິກວິຊາການ ໃນການປະເມີນຜົນກະທົບທາງດ້ານເສດຖະກິດ-ເຕັກນິກຂອງໂຄງການ.

ມາດຕາ 13  ການຜະລິດນ້ຳມັນເຊື້ອໄຟຊີວະພາບ

     ການຜະລິດນ້ຳມັນເຊື້ອໄຟຊີວະພາບໃຫ້ປະຕິບັດດັ່ງນີ້:

1.    ການຜະລິດນ້ຳມັນເຊື້ອໄຟຊີວະພາບທຸກຂະໜາດຕ້ອງຜ່ານຂະບວນການ, ກຳມະວິທີ ແລະ ວິທີການຜະລິດຕາມມາດຕະຖານເຕັກນິກ ແລະ ຮັບປະກັນຄວາມປອດໄພທີ່ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ວາງອອກແຕ່ລະໄລຍະ;
2.    ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ແລະ ເໝາະສົມເຂົ້າໃນການຜະລິດ, ການປຸງແຕ່ງນ້ຳມັນເຊື້ອໄຟຊີວະພາບ ທັງຮັບປະກັນຄວາມຍືນຍົງ ແລະ ມີຜົນກະທົບຕໍ່ສິ່ງແວດລ້ອມໜ້ອຍທີ່ສຸດ;
3.    ສ້າງລະບົບ ແລະ ກົນໄກທີ່ເໝາະສົມ ໃນການຮັບປະກັນການສະໜອງວັດຖຸດິບໃຫ້ແກ່ການຜະລິດ ຕາມແຕ່ລະຂະໜາດຂອງການຜະລິດ;
4.    ຮັບປະກັນໃຫ້ນ້ຳມັນເຊື້ອໄຟຊີວະພາບໄດ້ມາດຕະຖານແຫ່ງຊາດ ທີ່ທາງລັດຖະບານ (ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ) ວາງອອກ ຫຼື ມາດຕະຖານສາກົນ;
5.    ຜູ້ຜະລິດນ້ຳມັນເຊື້ອໄຟຊີວະພາບ ຕ້ອງມີຫ້ອງທົດລອງເພື່ອກວດກາຄຸນນະພາບ;
6.    ກ່ອນເຄື່ອນຍ້າຍ ຫຼື ຂົນສົ່ງເຫຼົ້າໄບໂອເອຕາໂນນ ຈາກໂຮງງານຜະລິດໄປໂຮງງານປຸງແຕ່ງເປັນນ້ຳມັນ ແອັດຊັງຊີວະພາບນັ້ນ; ຜູ້ຜະລິດຕ້ອງປະສົມນ້ຳມັນແອັດຊັງ ຢ່າງໜ້ອຍໜຶ່ງສ່ວນຮ້ອຍ (1%) ເພື່ອຫຼີກລ້ຽງການນຳເອົາເຫຼົ້າໄບໂອເອຕາໂນນ ດັ່ງກ່າວໄປນຳໃຊ້ໃນເປົ້າໝາຍອື່ນ. ຂ້າງເທິງ

ມາດຕາ 14  ການເກັບຮັກສາ ແລະ ສາງສຳຮອງ

     ຜູ້ດຳເນີນທຸລະກິດນ້ຳມັນເຊື້ອໄຟຊີວະພາບ ຕ້ອງໄດ້ເກັບຮັກສານ້ຳມັນເຊື້ອໄຟຊີວະພາບໄວ້ ໃນສະຖານທີ່ທີ່ປອດໄພ, ໄດ້ມາດຕະຖານ ແລະ ຕ້ອງມີສາງສຳຮອງທີ່ຜ່ານການຮັບຮອງດ້ານຄຸນນະພາບ ການອອກແບບ ແລະ ການກໍ່ສ້າງຈາກ ຂະແໜງການພະລັງງານ ແລະ ບໍ່ແຮ່ ແລະ ຂະແໜງການອື່ນທີ່ກ່ຽວຂ້ອງ.

ມາດຕາ 15  ການສະໜອງ ແລະ ຈຳໜ່າຍນ້ຳມັນເຊື້ອໄຟຊີວະພາບ

     ການສະໜອງ ແລະ ຈຳໜ່າຍນ້ຳມັນເຊື້ອໄຟຊີວະພາບ ໃຫ້ປະຕິບັດຕາມລະບຽບການສະເພາະ ທີ່ກະຊວງພະລັງງານ ແລະ ບໍ່ແຮ່ ວາງອອກໃນແຕ່ລະໄລຍະ ແລະ ຕ້ອງໄດ້ປະຕິບັດຕາມກົດໝາຍ ແລະ ລະບຽບການຂອງຂະແໜງການທີ່ກ່ຽວຂ້ອງ.

ມາດຕາ 16  ການສົ່ງອອກວັດຖຸດິບ ແລະ ນ້ຳມັນເຊື້ອໄຟຊີວະພາບ

     ຜູ້ຜະລິດ, ປຸງແຕ່ງນ້ຳມັນເຊື້ອໄຟຊີວະພາບສາມາດສົ່ງອອກວັດຖຸດິບ ແລະ ນ້ຳມັນເຊື້ອໄຟຊີວະພາບໄປຍັງຕ່າງປະເທດ ບົນພື້ນຖານການໃຫ້ບູລິມະສິດໃນການສະໜອງແກ່ການຜະລິດ, ການຊົມໃຊ້ນ້ຳມັນເຊື້ອໄຟຊີວະພາບ ພາຍໃນປະເທດ. ການສົ່ງອອກດັ່ງກ່າວໃຫ້ປະຕິບັດຕາມກົດໝາຍ ແລະ ລະບຽບການກ່ຽວຂ້ອງທີ່ປະກາດໃຊ້ໃນແຕ່ລະໄລຍະ. ຂ້າງເທິງ

ມາດຕາ 17  ການນຳເຂົ້າວັດຖຸດິບ ແລະ ນ້ຳມັນເຊື້ອໄຟຊີວະພາບ

     ຜູ້ດຳເນີນທຸລະກິດນ້ຳມັນເຊື້ອໄຟຊີວະພາບ ສາມາດນຳເຂົ້າວັດຖຸດິບ, ນ້ຳມັນເຊື້ອໄຟເພື່ອມາປະສົມຕາມອັດຕາສ່ວນທີ່ຜະລິດ ຫຼື ແຜນການຜະລິດນ້ຳມັນເຊື້ອໄຟຊີວະພາບ, ນຳເຂົ້ານ້ຳມັນເຊື້ອໄຟຊີວະພາບ ເຊິ່ງການນຳເຂົ້າດັ່ງກ່າວຕາມທີ່ລະບຸໄວ້ໃນມາດຕາ 3 ຂໍ້ 11 ຫາ 14 ຂອງດຳລັດສະບັບນີ້ ຕ້ອງໄດ້ປະຕິບັດຕາມລະບຽບການສະເພາະ. ມອບໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງອອກລະບຽບການດັ່ງກ່າວ.

ມາດຕາ 18  ມາດຕະຖານນ້ຳມັນເຊື້ອໄຟຊີວະພາບ

     ການຜະລິດ, ການປຸງແຕ່ງ ແລະ ການຈຳໜ່າຍ ນ້ຳມັນເຊື້ອໄຟຊີວະພາບຕ້ອງ ສອດຄ່ອງກັບມາດຕະຖານນ້ຳມັນເຊື້ອໄຟຊີວະພາບແຫ່ງຊາດ ຫຼື ມາດຕະຖານສາກົນ.
    ຜູ້ຜະລິດນ້ຳມັນເຊື້ອໄຟຊີວະພາບ ຕ້ອງຮັບປະກັນຜົນຜະລິດຂອງຕົນ ສອດຄ່ອງກັບມາດຕະຖານນ້ຳມັນເຊື້ອໄຟຊີວະພາບແຫ່ງຊາດ ແລະ ພ້ອມດຽວກັນນັ້ນຕ້ອງຮັບປະກັນບັນຫາລຸ່ມນີ້:

1.    ການຈັດສົ່ງນ້ຳມັນເຊື້ອໄຟຊີວະພາບ ຕ້ອງຮັບປະກັນຄຸນນະພາບ ແລະ ຄວາມປອດໄພ;
2.    ຖັງບັນຈຸນ້ຳມັນເຊື້ອໄຟຊີວະພາບຕ້ອງມີຄວາມເໝາະສົມ ແລະ ປະກອບມີເລກລະຫັດການຢັ້ງຢືນຄຸນນະພາບ ຈາກຂະແໜງການວິທະຍາສາດ ແລະ ເຕັກໂນໂລຊີ, ວັນທີ່ຜະລິດ, ວັນທີ່ໝົດອາຍຸການນຳໃຊ້ ແລະ ອື່ນໆ;
3.    ຜູ້ຜະລິດນ້ຳມັນເຊື້ອໄຟຊີວະພາບ ຕ້ອງໄດ້ສ້າງລະບົບການຄຸ້ມຄອງບໍລິຫານຂອງຕົນ, ເຊິ່ງປະກອບມີຝ່າຍກວດກາຄຸນນະພາບ, ການບໍລິຫານຈັດການດ້ານສິ່ງແວດລ້ອມ ແລະ ສຸຂະພາບ ແລະ ມາດຕະຖານຄວາມປອດໄພ;

     ມອບໃຫ້ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງອອກມາດຕະຖານນ້ຳມັນເຊື້ອໄຟຊີວະພາບແຫ່ງຊາດ. ຂ້າງເທິງ

ໝວດທີ 3
ທຸລະກິດນ້ຳມັນເຊື້ອໄຟຊີວະພາບ

ມາດຕາ 19 ທຸລະກິດນ້ຳມັນເຊື້ອໄຟຊີວະພາບ

     ທຸລະກິດນ້ຳມັນເຊື້ອໄຟຊີວະພາບປະກອບດ້ວຍ ການປູກພືດເພື່ອເປັນວັດຖຸດິບ, ການເກັບຊື້, ການຜະລິດການປຸງແຕ່ງ, ການຈຳໜ່າຍ ແລະ ທຸລະກິດອື່ນໆ ທີ່ຕິດພັນເປັນຕົ້ນແມ່ນ ການແປຮູບສິ່ງເສດເຫຼືອຈາກການຜະລິດນ້ຳມັນເຊື້ອໄຟຊີວະພາບມາເປັນພະລັງງານໃນຮູບແບບອື່ນ, ປຸ໋ຍຊີວະພາບ ແລະ ອື່ນໆ.

ມາດຕາ 20  ທຸລະກິດປູກພືດນ້ຳມັນເປັນວັດຖຸດິບ

     ລັດຖະບານ ໄດ້ກຳນົດເອົາບັນດາປະເພດພືດທີ່ເປັນວັດຖຸດິບ ເພື່ອສະໜອງໃຫ້ແກ່ໂຮງງານຜະລິດນ້ຳມັນເຊື້ອໄຟຊີວະພາບເປັນຕົ້ນ: ປາມນ້ຳມັນ, ໝາກເກົາ, ໝາກນ້ຳມັນ, ມັນຕົ້ນ, ອ້ອຍ, ສາລີ.
    ບຸກຄົນ, ນິຕິບຸກຄົນສາມາດດຳເນີນທຸລະກິດການປູກພືດນ້ຳມັນ ເພື່ອເປັນວັດຖຸດິບສະໜອງໃຫ້ແກ່ໂຮງງານຜະລິດນ້ຳມັນເຊື້ອໄຟຊີວະພາບ ໃນຮູບແບບ ສົ່ງເສີມປະຊາຊົນ, ຮູບແບບ 2+3 ແລະ ການລົງທຶນຂອງພາກເອກະຊົນ ໃນຮູບແບບທຸລະກິດລວມໝູ່, ສະຫະກອນ ແລະ ອື່ນໆ ຕາມກົດໝາຍ ແລະ ລະບຽບການ.

ມາດຕາ 21 ທຸລະກິດການເກັລຊື້ ແລະ ເກັບຮັກສາວັດຖຸດິບ

     ບຸກຄົນ, ນິຕິບຸກຄົນ ສາມາດດຳເນີນທຸລະກິດການເກັບຊື້, ເກັບຮັກສາວັດຖຸດິບ ໃຫ້ໄດ້ຄຸນນະພາບເພື່ອສະໜອງໃຫ້ແກ່ການຜະລິດນ້ຳມັນເຊື້ອໄຟຊີວະພາບ ຢ່າງພຽງພໍ ໂດຍປະຕິບັດຕາມກົນໄກເສດຖະກິດຕະຫຼາດ. ທຸລະກິດການເກັບຊື້ ແລະ ເກັບຮັກສາວັດຖຸດິບ ປະກອບມີ: ການເກັບຊື້ກັບຊາວກະສິກອນ, ສ້າງ ແລະ ບໍລິການສາງເກັບຮັກສາວັດຖຸດິບໃຫ້ໄດ້ຄຸນນະພາບ. ຂ້າງເທິງ

ມາດຕາ 22  ທຸລະກິດຜະລິດນ້ຳມັນເຊື້ອໄຟຊີວະພາບ

     ບຸກຄົນ, ນິຕິບຸກຄົນ ສາມາດດຳເນີນທຸລະກິດຜະລິດນ້ຳມັນເຊື້ອໄຟຊີວະພາບ ເປັນຕົ້ນແມ່ນ ໄບໂອດີເຊວບໍລິສຸດ (B100), ເຫຼົ້າໃບໂອເອຕາໂນນ (E100) ທີ່ຍັງບໍ່ທັນໄດ້ປະສົມກັບນ້ຳມັນເຊື້ອໄຟ ເພື່ອສະໜອງໃຫ້ແກ່ທຸລະກິດປະສົມ ຫຼື ປຸງແຕ່ງເປັນນ້ຳມັນເຊື້ອໄຟ ຕາມອັດຕາສ່ວນການປະກາດໃຊ້ ຂອງລັດຖະບານ ແຕ່ລະໄລຍະ.
    ທຸລະກິດຜູ້ຜະລິດນ້ຳມັນເຊື້ອໄຟຊີວະພາບ ເປັນຜູ້ຂາຍຍົກໃຫ້ ທຸລະກິດປຸງແຕ່ງ ນ້ຳມັນເຊື້ອໄຟຊີວະພາບ ຫຼື ສາມາດປຸງແຕ່ງເອງ ຕາມການອະນຸຍາດຂອງລັດຖະບານ ໂດຍສອດຄ່ອງຕາມກົດໝາຍ ແລະ ລະບຽບການ.

ມາດຕາ 23  ການນຳເຂົ້ານ້ຳມັນເຊື້ອໄຟ ເພື່ອມາປະສົມເປັນນ້ຳມັນເຊື້ອໄຟຊີວະພາບ

     ບຸກຄົນ, ນິຕິບຸກຄົນ ສາມາດດຳເນີນທຸລະກິດປະສົມ ຫຼື ປຸງແຕ່ງນ້ຳມັນເຊື້ອໄຟຊີວະພາບ ຕ້ອງສອດຄ່ອງກັບນະໂຍບາຍກ່ຽວກັບການປະກາດໃຊ້ນ້ຳມັນເຊື້ອໄຟຊີວະພາບ ຂອງລັດຖະບານແຕ່ລະໄລຍະຕາມການອະນຸຍາດ ທາງດ້ານວິຊາການຂອງຂະແໜງພະລັງງານ ແລະ ບໍ່ແຮ່.
    ລັດຖະບານອະນຸຍາດໃຫ້ຜູ້ດຳເນີນ ທຸລະກິດປະສົມ ຫຼື ປຸງແຕ່ງນ້ຳມັນເຊື້ອໄຟຊີວະພາບ ນຳເຂົ້ານ້ຳມັນເຊື້ອໄຟ ຕາມອັດຕາສ່ວນການຜະລິດນ້ຳມັນເຊື້ອໄຟຊີວະພາບທີ່ຜະລິດພາຍໃນປະເທດ ແລະ ຄວາມຕ້ອງການພະລັງງານນ້ຳມັນເຊື້ອໄຟ ພາຍໃຕ້ການຄຸ້ມຄອງຂອງຂະແໜງພະລັງງານ ແລະ ບໍ່ແຮ່ ແລະ ຂະແໜງການກ່ຽວຂ້ອງ.
    ລັດຖະບານຖືເອົາທຸລະກິດ ປະສົມ ຫຼື ປຸງແຕ່ງນ້ຳມັນເຊື້ອໄຟຊີວະພາບ ເປັນບູລິມະສິດຫຼັກໃຫ້ແກ່ວິສາຫະກິດຂອງລັດ ເພື່ອດຳເນີນທຸລະກິດ ປະສົມເປັນນ້ຳມັນເຊື້ອໄຟຊີວະພາບ ໃນຮູບແບບ ລັດ, ລັດ-ເອກະຊົນ ແລະ ເອກະຊົນ ຕາມການອະນຸຍາດ ທາງດ້ານວິຊາການ ຂອງຂະແໜງພະລັງງານ ແລະ ບໍ່ແຮ່. ຂ້າງເທິງ

ມາດຕາ 24  ທຸລະກິດຈຳໜ່າຍນ້ຳມັນເຊື້ອໄຟຊີວະພາບ

     ຜູ້ຜະລິດນ້ຳມັນເຊື້ອໄຟຊີວະພາບ ສາມາດຈຳໜ່າຍ ນ້ຳມັນເຊື້ອໄຟຊີວະພາບຮ້ອຍສ່ວນຮ້ອຍ (100%) ໃຫ້ແກ່ທຸລະກິດປະສົມ ຫຼື ປຸງແຕ່ງເອງ ເປັນນ້ຳມັນເຊື້ອໄຟຊີວະພາບ ທີ່ມີສ່ວນປະສົມກັບນ້ຳມັນເຊື້ອໄຟຕາມນະໂຍບາຍຂອງລັດຖະບານ.
    ຜູ້ປະສົມ ຫຼື ປຸງແຕ່ງນ້ຳມັນເຊື້ອໄຟຊີວະພາບຕ້ອງຕອບສະໜອງ ແລະ ຈຳໜ່າຍນ້ຳມັນເຊື້ອໄຟຊີວະພາບ ໃຫ້ແກ່ບຸກຄົນ, ນິຕິບຸກຄົນ ທີ່ເຮັດໜ້າທີ່ບໍລິການໃຫ້ແກ່ຜູ້ຊົມໃຊ້ຕາມກົດໝາຍ ແລະ ລະບຽບການ.
    ຜູ້ປະສົມ ຫຼື ປຸງແຕ່ງນ້ຳມັນເຊື້ອໄຟຊີວະພາບຕ້ອງຕອບສະໜອງ ແລະ ຈຳໜ່າຍນ້ຳມັນເຊື້ອໄຟຊີວະພາບ ໃຫ້ແກ່ ບຸກຄົນ, ນິຕິບຸກຄົນ ທີ່ເຮັດໜ້າທີ່ບໍລິການໃຫ້ແກ່ຜູ້ຊົມໃຊ້ຕາມກົດໝາຍ ແລະ ລະບຽບການ.

ມາດຕາ 25  ທຸລະກິດການບໍລິການນ້ຳມັນເຊື້ອໄຟຊີວະພາບ

     ບຸກຄົນ, ນິຕິບຸກຄົນ ສາມາດດຳເນີນການບໍລິການໃຫ້ແກ່ຜູ້ຊົມໃຊ້, ຜູ້ບໍລິການນ້ຳມັນເຊື້ອໄຟຊີວະພາບ ຕ້ອງມີສະຖານທີ່ບໍລິການ (ປ້ຳ) ໃຫ້ໄດ້ມາດຕະຖານຜູ້ບໍລິການທີ່ມີສະຖານທີ່ແລ້ວ, ສາມາດຕິດຕັ້ງຫົວຈ່າຍນ້ຳມັນເຊື້ອໄຟຊີວະພາບ ຢູ່ສະຖານີບໍລິການໄດ້ ຕ້ອງໄດ້ຮັບການຢັ້ງຢືນທາງດ້ານຄຸນນະພາບ ແລະ ອະນຸຍາດຈາກຂະແໜງການທີ່ກ່ຽວຂ້ອງ.

ມາດຕາ 26  ການສ້າງຕັ້ງນ້ຳມັນເຊື້ອໄຟຊີວະພາບ

     ບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງ ທີ່ມີຈຸດປະສົງດຳເນີນທຸລະກິດນ້ຳມັນເຊື້ອໄຟຊີວະພາບ ຕາມຂະໜາດທີ່ກຳນົດໃນດຳລັດສະບັບນີ້ ຕ້ອງຍື່ນເອກະສານຂໍອະນຸຍາດຕໍ່ຂະແໜງ ພະລັງງານ ແລະ ບໍ່ແຮ່ ເພື່ອພິຈາລະນາທາງດ້ານວິຊາການ ໃນການດຳເນີນທຸລະກິດນ້ຳມັນເຊື້ອໄຟຊີວະພາບ ຈາກນັ້ນໃຫ້ປະຕິບັດຕາມກົດໝາຍອື່ນທີ່ກ່ຽວຂ້ອງ.

ມາດຕາ 27  ຂະໜາດທຸລະກິດນ້ຳມັນເຊື້ອໄຟຊີວະພາບ

     ທຸລະກິດນ້ຳມັນເຊື້ອໄຟຊີວະພາບມີ 3 ຂະໜາດດັ່ງນີ້:

1. ທຸລະກິດນ້ຳມັນເຊື້ອໄຟຊີວະພາບຂະໜາດນ້ອຍ;
2. ທຸລະກິດນ້ຳມັນເຊື້ອໄຟຊີວະພາບຂະໜາດກາງ;
3. ທຸລະກິດນ້ຳມັນເຊື້ອໄຟຊີວະພາບຂະໜາດໃຫຍ່.

     ການຜະລິດແບບບໍ່ເປັນທຸລະກິດ ທີ່ມີຈຸດປະສົງເພື່ອຮັບໃຊ້ຄອບຄົວ ບໍ່ຈຳເປັນຕ້ອງຂໍອະນຸຍາດສ້າງຕັ້ງເປັນວິສາຫະກິດ, ແຕ່ຕ້ອງຮັບປະກັນດ້ານເຕັກນິກການຜະລິດ ແລະ ເກັບຮັກສາຕາມການກຳນົດຂອງ ກະຊວງພະລັງງານ ແລະ ບໍ່ແຮ່ ວາງອອກ. ຂ້າງເທິງ

ມາດຕາ 28  ການອະນຸມັດທຸລະກິດນ້ຳມັນເຊື້ອໄຟຊີວະພາບ ແຕ່ລະຂະໜາດ

     ຜູ້ດຳເນີນທຸລະກິດນ້ຳມັນເຊື້ອໄຟຊີວະພາບຕ້ອງໄດ້ຮັບອະນຸຍາດຕາມຂັ້ນດັ່ງນີ້:

1. ການຜະລິດນ້ຳມັນເຊື້ອໄຟຊີວະພາບຂະໜາດນ້ອຍ ຊຶ່ງແມ່ນໂຮງງານທີ່ມີກຳລັງການຜະລິດຕ່ຳກ່ວາໜຶ່ງຮ້ອຍ (100) ລິດຕໍ່ວັນລົງມາ ແມ່ນເຈົ້າເມືອງ, ຫົວໜ້າເທດສະບານ, ເປັນຜູ້ພິຈາລະນາອະນຸມັດຕາມການສະເໜີຂອງຫ້ອງການແຜນການ ແລະ ການລົງທຶນຂັ້ນເມືອງ, ເທດສະບານ ໂດຍການເຫັນທີທາງດ້ານວິຊາການຈາກ ພະແນກພະລັງງານ ແລະ ບໍ່ແຮ່ແຂວງ , ນະຄອນຫຼວງ ໂດຍສົມທົບກັບຂະແໜງການກ່ຽວຂ້ອງ;
2. ການຜະລິດນ້ຳມັນເຊື້ອໄຟຊີວະພາບຂະໜາດກາງ ຊຶ່ງມີກຳລັງການຜະລິດຫຼາຍກ່ວາໜຶ່ງຮ້ອຍ (100) ລິດຂຶ້ນໄປເຖິງສິບພັນ (10,000) ລິດຕໍ່ວັນ ແມ່ນເຈົ້າແຂວງ, ເຈົ້າຄອງນະຄອນ, ເປັນຜູ້ພິຈາລະນາອະນຸມັດ ຕາມການສະເໜີຂອງພະແນກແຜນການ ແລະ ການລົງທຶນແຂວງ, ນະຄອນຫຼວງ ໂດຍການເຫັນທີທາງດ້ານວິຊາການຈາກ ຂະແໜງພະລັງງານ ແລະ ບໍ່ແຮ່ແຂວງ ໂດຍສົມທົບກັບຂະແໜງການທີ່ກ່ຽວຂ້ອງ;
3. ການຜະລິດນ້ຳມັນເຊື້ອໄຟຊີວະພາບຂະໜາດໃຫຍ່ ຊຶ່ງມີກຳລັງການຜະລິດຫຼາຍກ່ວາສິບພັນລິດ (10,000) ຕໍ່ວັນຂຶ້ນໄປ ແມ່ນລັດຖະບານເປັນຜູ້ພິຈາລະນາອະນຸມັດ ຕາມການສະເໜີຂອງກະຊວງແຜນການ ແລະ ການລົງທຶນ ໂດຍການເຫັນທີທາງດ້ານວິຊາການຈາກ ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ຂະແໜງການທີ່ກ່ຽວຂ້ອງ;

ມາດຕາ 29  ເງື່ອນໄຂການສ້າງຕັ້ງວິສາຫະກິດນ້ຳມັນເຊື້ອໄຟຊີວະພາບ

     ບຸກຄົນ, ນິຕິບຸກຄົນ ການຈັດຕັ້ງພາຍໃນ ແລະ ຕ່າງປະເທດ ທີ່ມີຈຸດປະສົງດຳເນີນທຸລະກິດນ້ຳມັນເຊື້ອໄຟຊີວະພາບ ຕ້ອງມີເງື່ອນໄຂດັ່ງລຸ່ມນີ້:

1. ມີປະສົບການໃນການດຳເນີນທຸລະກິດ;
2. ມີຖານະການເງິນທີ່ໝັ້ນຄົງ;
3. ມີນັກວິຊາການດ້ານເຕັກນິກຕາມລະບຽບການ;
4. ເງື່ອນໄຂອື່ນໆຕາມລະບຽບກົດໝາຍກຳນົດເປັນແຕ່ລະໄລຍະ. ຂ້າງເທິງ

ມາດຕາ 30  ຂັ້ນຕອນການດຳເນີນທຸລະກິດນ້ຳມັນເຊື້ອໄຟຊີວະພາບ

     ການດຳເນີນທຸລະກິດນ້ຳມັນເຊື້ອໄຟຊີວະພາບແຕ່ລະຂະໜາດ ໃຫ້ປະຕິບັດດັ່ງນີ້:

1. ທຸລະກິດນ້ຳມັນເຊື້ອໄຟຊີວະພາບ ຂະໜາດນ້ອຍ ແລະ ຂະໜາດກາງທີ່ລະບຸໄວ້ໃນມາດຕາ 28 ຂອງດຳລັດສະບັບນີ້ ຂໍ້ທີ່ 1 ແລະ 2 ໃຫ້ປະຕິບັດຕາມຮູບແບບກິດຈະການທົ່ວໄປ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 14 ຂອງກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ສະບັບເລກທີ 02/ສພຊ ລົງວັນທີ 8 ກໍລະກົດ 2009 ແລະ ກົດໝາຍອື່ນ ທີ່ກ່ຽວຂ້ອງ;
2. ທຸລະກິດນ້ຳມັນເຊື້ອໄຟຊີວະພາບ ຂະໜາດໃຫຍ່ຕາມກຳນົດໃນມາດຕາ 28 ຂໍ້ 3 ຂອງດຳລັດສະບັບນີ້ ຕ້ອງໄດ້ປະຕິບັດຕາມຂັ້ນຕອນລຸ່ມນີ້:

- ເຊັນບົດບັນທຶກຄວາມເຂົ້າໃຈເພື່ອສຶກສາຄວາມເປັນໄປໄດ້;
- ຂໍໃບອະນຸຍາດດຳເນີນທຸລະກິດນ້ຳມັນເຊື້ອໄຟຊີວະພາບ;
- ເຊັນສັນຍາສຳປະທານຕາມລະບຽບການ;
- ດຳເນີນການກໍ່ສ້າງພື້ນຖານໂຄງລ່າງຂອງໂຄງການ ແລະ ເປີດດຳເນີນທຸລະກິດນ້ຳມັນເຊື້ອໄຟຊີວະພາບ.

     ພາຍຫຼັງກວດກາຜ່ານບົດວິພາກ ການສຶກສາຄວາມເປັນໄປໄດ້ ແລະ ເງື່ອນໄຂຂອງຜູ້ສະເໜີສຳປະທານແລ້ວ, ກະຊວງພະລັງງານ ແລະ ບໍ່ແຮ່ ຕ້ອງໄດ້ອອກໃບອະນຸຍາດດຳເນີນກິດຈະການນ້ຳມັນເຊື້ອໄຟຊີວະພາບ ໃຫ້ຜູ້ຮ້ອງຂໍ ແລະ ໃບອະນຸຍາດດັ່ງກ່າວມີອາຍຸ 5 ປີ ແລະ ຕໍ່ເທື່ອລະ 5 ປີ ບົນພື້ນຖານການດຳເນີນການສອດຄ່ອງຕາມສັນຍາສຳປະທານ ແລະ ລະບຽບກົດໝາຍຂອງ ສປປ ລາວ.
    ພາຍໃນ 24 ເດືອນ ເລີ່ມແຕ່ອອກໃບອະນຸຍາດຳເນີນທຸລະກິດ, ຜູ້ດຳເນີນທຸລະກິດຕ້ອງກໍ່ສ້າງພື້ນຖານໂຄງລ່າງຂອງໂຄງການໃຫ້ສຳເລັດ ແລະ ຖ້າຈຳເປັນສາມາດຕໍ່ໄດ້ບໍ່ເກີນ 12 ເດືອນ, ບໍ່ດັ່ງນັ້ນ, ກະຊວງພະລັງງານ ແລະ ບໍ່ແຮ່ ອາດຖອນ ຫຼື ສະເໜີຖອນໃບອະນຸຍາດດຳເນີນທຸລະກິດນ້ຳມັນເຊື້ອໄຟຊີວະພາບ.
    ການກໍ່ສ້າງພື້ນຖານໂຄງລ່າງທີ່ສຳເລັດແລ້ວ ຈະຕ້ອງຜ່ານການກວດກາທາງດ້ານເຕັກນິກ ແລະ ຮັບຮອງຈາກຂະແໜງພະລັງງານ ແລະ ບໍ່ແຮ່.
    ສຳລັບສັນຍາສຳປະທານໂຄງການອາດຕໍ່ອາຍຸໄດ້ຕາມການເຫັນດີ ຂອງລັດຖະບານ ບົນພື້ນຖານການປະຕິບັດພັນທະຢ່າງຄົບຖ້ວນ ແລະ ມີຄວາມຄືບໜ້າໃນວຽກງານຕົວຈິງ. ໃນກໍລະນີ, ຜູ້ພັດທະນາໂຄງການບໍ່ສາມາດປະຕິບັດຕາມເງື່ອນໄຂ ຕາມທີ່ກຳນົດໄວ້ໃນບົດບັນທຶກຄວາມເຂົ້າໃຈ ຫຼື ໃບອະນຸຍາດດຳເນີນກິດຈະການນ້ຳມັນເຊື້ອໄຟຊີວະພາບ, ບໍ່ສາມາດປະຕິບັດຕາມສັນຍາສຳປະທານ, ກະຊວງພະລັງງານ ແລະ ບໍ່ແຮ່ ສາມາດສະເໜີຕໍ່ລັດຖະບານເພື່ອສັ່ງຢຸດ ຫຼື ໂຈະກິດຈະການໂດຍບໍ່ມີການທົດແທນຄ່າໃຊ້ຈ່າຍ ແລະ ເສຍຫາຍໃດໆ. ຂ້າງເທິງ

ມາດຕາ 31  ການສ້າງບົດວິພາກເສດຖະກິດ-ເຕັກນິກ ແລະ ການເງິນ

     ບົດວິພາກເສດຖະກິດ-ເຕັກນິກ ແລະ ການເງິນ ປະກອບດ້ວຍເນື້ອໃນຕົ້ນຕໍດັ່ງນີ້:

1. ການກຳນົດພື້ນທີ່ໂຄງການ;
2. ຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກ ແລະ ການເງິນ;
3. ການອອກແບບທາງດ້ານເຕັກນິກຂອງໂຮງງານແບບເປັນລະບົບ;
4. ແຫຼ່ງວັດຖຸດິບຕົ້ນຕໍ;
5. ຄາດຄະເນມູນຄ່າໂຄງການ;
6. ຄາດຄະເນສຶກສາຕົ້ນທຶນການຜະລິດ;
7. ແຜນພັດທະນາການຕະຫຼາດ;
8. ແຜນດຳເນີນທຸລະກິດລວມທັງການວິເຄາະຄວາມສ່ຽງ;
9. ແຜນການ ແລະ ຂັ້ນຕອນການດຳເນີນງານ ແລະ ເວລາສຳເລັດຂອງໂຄງການ.

ມາດຕາ 32  ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ

     ຜູ້ດຳເນີນກິດຈະການນ້ຳມັນເຊື້ອໄຟຊີວະພາບຂະໜາດນ້ອຍ, ຂະໜາດກາງ ແລະ ຂະໜາດໃຫຍ່, ຍົກເວັ້ນແບບບໍ່ເປັນທຸລະກິດສຳລັບຊົມໃຊ້ຕົນເອງ ຕ້ອງດຳເນີນການ ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ, ສັງຄົມ ແລະ ທຳມະຊາດ ຕາມທີ່ລະບຸໄວ້ໃນກົດໝາຍວ່າດ້ວຍສິ່ງແວດລ້ອມ ແລະ ລະບຽບການຕ່າງໆທີ່ກ່ຽວຂ້ອງຂອງ ສປປ ລາວ.

ມາດຕາ 33  ຄວາມປອດໄພໃນການດຳເນີນງານ ແລະ ການບຳລຸງຮັກສາ

     ບຸກຄົນ, ນິຕິບຸກຄົນ ທີ່ດຳເນີນທຸລະກິດນ້ຳມັນເຊື້ອໄຟຊີວະພາບ ຕ້ອງຮັບປະກັນຄວາມປອດໄພຂອງການດຳເນີນງານ, ບຳລຸງຮັກສາ, ຂົນສົ່ງນ້ຳມັນເຊື້ອໄຟຊີວະພາບ ແລະ ສ້າງລະບຽບການກ່ຽວກັບຄວາມປອດໄພໃນການດຳເນີນງານ ແລະ ບຳລຸງຮັກສາ ນຳສະເໜີຕໍ່ຂະແໜງພະລັງງານ ແລະ ບໍ່ແຮ່ເພື່ອ ພິຈາລະນາຮັບຮອງ. ຂ້າງເທິງ

ໝວດທີ 4
ກົນໄກການສົ່ງເສີມ

ມາດຕາ 34  ລັດຖະບານໄດ້ກຳນົດກົນໄກໃນການສົ່ງເສີມຕໍ່ຜູ້ຜະລິດວັດຖຸດິບ ດັ່ງນີ້:

1. ນະໂຍບາຍຂອງລັດ
    ລັດສົ່ງເສີມການປູກພືດພະລັງງານຕາມເງື່ອນໄຂ ແລະ ທ່າແຮງໃນແຕ່ລະທ້ອງຖິ່ນ, ໂດຍນຳໃຊ້ດິນເປົ່າຫວ່າງ, ປ່າເຮື້ອ, ດິນເນີນສູງ ແລະ ປູກສັບຫວ່າງພືດຊະນິດອື່ນໆ ຕາມຄວາມເໝາະສົມ ແລະ ຮັກສາສະພາບແວດລ້ອມໃຫ້ຍືນຍົງດ້ວຍຮູບການ ສົ່ງເສີມບຸກຄົນ, ນິຕິບຸກຄົນ, ກຸ່ມຜະລິດ, ສະຫະກອນປູກພືດພະລັງງານທົດແທນໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ ເພື່ອສະໜອງໃຫ້ຜູ້ຜະລິດນ້ຳມັນເຊື້ອໄຟຊີວະພາບຂະໜາດນ້ອຍ, ຂະໜາດກາງ ແລະ ຂະໜາດໃຫຍ່.
2. ການສ້າງຄວາມເຂັ້ມແຂງດ້ານວິຊາການ
    ລັດສົ່ງເສີມໃຫ້ມີການນຳໃຊ້ເຕັກນິກວິຊາການໃໝ່ ແລະ ນຳໃຊ້ກົນຈັກກະສິກຳທີ່ແທດເໝາະກັບທ່າແຮງ ພ້ອມທັງໃຫ້ການຊ່ວຍເຫຼືອດ້ານວິຊາການຢ່າງເປັນປົກກະຕິ ໃນແຕ່ລະເຂດທີ່ມີການປູກພືດພະລັງງານ ເພື່ອສ້າງເປັນສ້າງຄອບຄົວຕົວແບບ, ກຸ່ມຜະລິດຕົວແບບ, ສະຫະກອນຕົວແບບ ໃນການປູກພືດພະລັງງານ ແລະ ເພື່ອຂັບເຄື່ອນຂະບວນວຽກປູກພືດພະລັງງານ ໃຫ້ກາຍເປັນການຜະລິດເປັນສິນຄ້າ ແລະ ຍືນຍົງ, ອອກສູ່ວົງກວ້າງຕາມທ່າແຮງຂອງແຕ່ລະເຂດ.
3. ການສ້າງກຳລັງການຜະລິດ
    ລັດສະໜັບສະໜູນການຈັດຕັ້ງກຸ່ມຮຽນຮູ້, ກຸ່ມຜະລິດ, ສະຫະກອນ ຫຼື ປັບປຸງກຳລັງການຜະລິດໃນລະດັບຊຸມຊົນເພື່ອຜະລິດເປັນສິນຄ້າ ແລະ ການເຊື່ອມໂຍງການຜະລິດກັບຕະຫຼາດ ຫຼື ສົ່ງເສີມຜູ້ຜະລິດໄດ້ເຂົ້າເຖິງຕະຫຼາດທີ່ຍືນຍົງ. ເພື່ອສ້າງຄວາມເຂັ້ມແຂງໃຫ້ກຸ່ມຜະລິດ ແລະ ສະຫະກອນໂດຍການຝຶກອົບຮົມສຳມະນາ, ທັດສະນະສຶກສາຢູ່ພາຍໃນ ແລະ ຕ່າງປະເທດຕາມເງື່ອນໄຂຕົວຈິງ.
4. ການຄັດເລືອກພືດພະລັງງານ ທີ່ເປັນບູລິມະສິດ
    ການຜະລິດຂອງກຸ່ມປູກພືດພະລັງງານ ຕ້ອງຄັດເລືອກປູກພືດທີ່ມີທ່າແຮງຂອງທ້ອງຖິ່ນ, ຂອງຕົນເອງ ແລະ ຖືກຕ້ອງກັບຄວາມຕ້ອງການຂອງຕະຫຼາດ.
5. ການເຜີຍແຜ່ຂໍ້ມູນຂ່າວສານ
    ສ້າງປື້ມຄູ່ມື, ແຜ່ນພັບ, ໂປສະເຕີ ເພື່ອເຜີຍແຜ່ຂໍ້ມູນຂ່າວສານ ດ້ານແນວພັນພືດທີ່ເໝາະສົມກັບສະພາບດິນຟ້າອາກາດໃນບ້ານເຮົາ, ເຕັກນິກການປູກພືດພະລັງງານ, ການບົວລະບັດຮັກສາ, ການເກັບກ່ຽວ, ການເກັບມ້ຽນ ແລະ ຂໍ້ມູນຂ່າສວານດ້ານການຕະຫຼາດໃຫ້ຄອບຄົວ, ກຸ່ມຜະລິດ, ສະຫະກອນ, ນິຕິບຸກຄົນ ຮັບຮູ້ຢ່າງເລິກເຊິ່ງ, ໂດຍຜ່ານທາງສື່ ໂທລະທັດ, ວິທະຍຸຊຸມຊົນ, ສິທະຍຸແຫ່ງຊາດ, ທາງອິນເຕີເນັດ ແລະ ເຄືອຂ່າຍຊາວກະສິກອນລາວ.
6. ການເຂົ້າເຖິງແຫຼ່ງທຶນ
    ລັດຊຸກຍູ້ສົ່ງເສີມກະຊວງການເງິນ, ທະນາຄານ ແລະ ສະຖາບັນການເງິນ ກຳນົດນະໂຍບາຍ ເພື່ອສົ່ງເສີມ ແລະ ອຳນວຍຄວາມສະດວກໃນການສະໜອງທຶນດອກເບ້ຍທີ່ ເໝາະສົມໃຫ້ແກ່ຄອບຄົວ, ກຸ່ມຜະລິດ, ນິຕິບຸກຄົນ ແລະ ສະຫະກອນ ທີ່ປູກພືດພະລັງງານ ໃຫ້ກະທັດຮັດ, ໂປ່ງໃສ ແລະ ວ່ອງໄວ.
7. ກົນໄກການປະສານງານ
    ຂະແໜງການກະສິກຳ, ສະຖາບັນການສຶກສາ, ຂະແໜງການພະລັງງານ ແລະ ບໍ່ແຮ່, ຂະແໜງການອຸດສາຫະກຳ ແລະ ການຄ້າ, ຜູ້ປະກອບການຕ້ອງປະສານສົມທົບກັນຄົ້ນຄວ້າ ແລະ ເລືອກເຟັ້ນເອົາແນວພັນພືດພະລັງງານທີ່ເໝາະສົມ, ມີຄຸນນະພາບດີ, ມີປະສິດທິຜົນສູງມາສົ່ງເສີມໃຫ້ບຸກຄົນ, ນິຕິບຸກຄົນ, ກຸ່ມຜະລິດ ແລະ ສະຫະກອນໄດ້ປູກ ເພື່ອຫຼີກລ້ຽງບັນຫາຕ່າງໆ ທີ່ຈະເກີດຂຶ້ນ.
    ຂະແໜງການກະສິກຳ ແລະ ປ່າໄມ້ ແລະ ຂະແໜງການພະລັງງານ ແລະ ບໍ່ແຮ່ ຕ້ອງປະສານສົມທົບກັນສ້າງເປັນໂຄງການຮ່ວມມື ເພື່ອສົ່ງເສີມການຜະລິດພືດພະລັງງານຕາມເຂດແຄ້ວນທີ່ມີທ່າແຮງ ເພື່ອຮັບປະກັນໃຫ້ຂະບວນການຜະລິດດຳເນີນໄປຢ່າງຕໍ່ເນື່ອງ ແລະ ສາມາດສ້າງອາຊີບຄົງທີ່ ແລະ ຍືນຍົງ ໃຫ້ແກ່ບຸກຄົນ, ກຸ່ມຜະລິດ ແລະ ສະຫະກອນ.
8. ສ້າງ ແລະ ເຊື່ອມໂຍງເຄືອຂ່າຍ ຜູ້ປູກພືດພະລັງງານ
    ລັດສົ່ງເສີມການສ້າງ ແລະ ເຊື່ອມໂຍງເຄືອຂ່າຍ ຜູ້ປູກພືດພະລັງງານ ແລະ ສະຖາບັນການສຶກສາ, ສະໜັບສະໜູນການຮ່ວມມືລະຫວ່າງ ຜູ້ປູກພືດພະລັງງານມີ່ເປັນທຸລະກິດ ແລະ ຜູ້ປູກພືດພະລັງງານລາຍຍ່ອຍໃຫ້ເກີດເປັນກຸ່ມການຜະລິດ ຕາມດຳລັດວ່າດ້ວຍສະຫະກອນ ສະບັບເລກທີ 036/ນຍ, ລົງວັນທີ 05 ມີນາ 2010 ແລະ ຂໍ້ຕົກລົງຂອງລັດຖະມົນຕີ ວ່າດ້ວຍ ການສ້າງຕັ້ງ ແລະ ຄຸ້ມຄອງກຸ່ມຜູ້ຜະລິດກະສິກຳ ສະບັບເລກທີ 2984/ກປ, ລົງວັນທີ 25 ກັນຍາ 2014 ແລະ ເຊື່ອມໂຍງກັບຜູ້ຜະລິດນ້ຳມັນເຊື້ອໄຟຊີວະພາບ ຜ່ານການສົ່ງເສີມໃນຮູບແບບເຄື່ອຂ່າຍວິສາຫະກິດ ແລະ ການຖ່າຍທອດເຕັກໂນໂລຊີເຊິ່ງກັນ ແລະ ກັນ, ລວມທັງອຳນວຍຄວາມສະດວກໃນການຊື້ຂາຍ ແລະ ຕະຫຼາດພືດພະລັງງານທັງພາຍໃນ ແລະ ຕ່າງປະເທດ. ຂ້າງເທິງ

ມາດຕາ 35  ກົນໄກການເກັບຊື້ວັດຖຸດິບ ສຳລັບການຜະລິດນ້ຳມັນເຊື້ອໄຟຊີວະພາບ

     ລັດສົ່ງເສີມໃຫ້ ບຸກຄົນ, ນິຕິບຸກຄົນ ຂາຍຜົນຜະລິດໃຫ້ກັບຜູ້ຜະລິດນ້ຳມັນເຊື້ອໄຟຊີວະພາບ ໃນຮູບແບບຕ່າງໆ ດັ່ງຕໍ່ໄປນີ້:

1.  ການກຳນົດເຂດເກັບຊື້ຜົນຜະລິດ
    ຜູ້ປະກອບການ ຕ້ອງໄດ້ກຳນົດເຂດເກັບຊື້ຜົນຜະລິດ ເພື່ອສະໜອງປັດໃຈການຜະລິດ ແລະ ຮັບປະກັນການເກັບຊື້ວັດຖຸດິບທັງໝົດກັບ ບຸກຄົນ, ນິຕິບຸກຄົນ, ກຸ່ມຜະລິດ ແລະ ສະຫະກອນ ໂດຍມີສ່ວນຮ່ວມຂອງພາກລັດ.
2.  ຄຸນນະພາບຂອງຜົນຜະລິດ
    ຜູ້ປະກອບການຂະໜາດນ້ອຍ, ຂະໜາດກາງ ແລະ ຂະໜາດໃຫຍ່ ຕ້ອງໄດ້ດກຳນົດປະລິມານ ແລະ ຄຸນນະພາບໃນການເກັບຊື້ຜົນຜະລິດ ຈາກບຸກຄົນ, ນິຕິບຸກຄົນ, ກຸ່ມຜະລິດ, ສະຫະກອນແຕ່ຫົວທີໂລດ.
3.  ການຕະຫຼາດ
    ຂະແໜງອຸດສາຫະກຳ ແລະ ການຄ້າ, ຂະແໜງກະສິກຳ ຕ້ອງໄດ້ເອື້ອອຳນວຍການເຊື່ອມໂຍງການຜະລິດກັບການຕະຫຼາດ, ຊ່ວຍໃຫ້ຊາວກະສິກອນເຂົ້າເຖິງຕະຫຼາດ ແລະ ຜູ້ປະກອບການລາຍໃຫຍ່.
4.  ຮູບແບບສັນຍາຜູກພັນ (2+3)
    ຂະແໜງກະສິກຳ, ຂະແໜງອຸດສາຫະກຳ ແລະ ການຄ້າ, ຂະແໜງພະລັງງານ ແລະ ບໍ່ແຮ່, ຜູ້ປະກອບການ ແລະ ກຸ່ມຜະລິດ ຕ້ອງມີສ່ວນຮ່ວມໃນການກຳນົດລາຄາຊື້ ແລະ ຂາຍຜົນຜະລິດ ທີ່ເປັນທຳເພື່ອໃຫ້ຕ່າງຝ່າຍມີຜົນປະໂຫຍດ.
5.  ນະໂຍບາຍຂອງລັດຖະບານ
    ລັດມີນະໂຍບາຍດ້ານການສະໜອງທຶນ, ຂັ້ນຕອນການປະກອບເອກະສານໃນການຜະລິດພືດພະລັງງານຕໍ່ຜູ້ຜະລິດ ແລະ ຜູ້ປະກອບການເຮັດການບໍລິການ ຕາມກົດໝາຍ, ກົດລະບຽບ, ໃຫ້ກະທັດຮັດ, ມີຄວາມໂປ່ງໃສ ແລະ ວ່ອງໄວ.
    ຜູ້ປູກພືດພະລັງງານຂະໜາດນ້ອຍ ຫຼື ແບບຄົວເຮືອນຂາຍຜົນຜະລິດຂອງຕົນ ໃຫ້ກັບຜູ້ຜະລິດນ້ຳມັນເຊື້ອໄຟຊີວະພາບໂດຍກົງ ຫຼື ຂາຍໃຫ້ຜູ້ປະກອບການຊື້ວັດຖຸດິບ ເພື່ອປ້ອນໃຫ້ກັບຜູ້ຜະລິດນ້ຳມັນເຊື້ອໄຟຊີວະພາບ ໂດຍເຮັດສັນຍາຊື້-ຂາຍການຮັບປະກັນດ້ານລາຄາ ກັບຜູ້ຜະລິດນ້ຳມັນເຊື້ອໄຟຊີວະພາບ ຫຼື ຜູ້ປະກອບການຊື້ວັດຖຸດິບ ເພື່ອປ້ອນໃຫ້ກັບຜູ້ຜະລິດນ້ຳມັນເຊື້ອໄຟຊີວະພາບ ໂດຍການມີສ່ວນຮ່ວມຂອງພາກລັດ.
    ຜູ້ຜະລິດນ້ຳມັນເຊື້ອໄຟຊີວະພາບ ຕ້ອງຮັບປະກັນການຊື້ວັດຖຸດິບທັງໝົດ ຈາກຜູ້ຜະລິດລາຍຍ່ອຍ ແລະ ເຮັດສັນຍາຊື້-ຂາຍກັບຜູ້ປູກພືດພະລັງງານໃນໄລຍະເລີ້ມຕົ້ນ ເພື່ອເປັນບ່ອນອີງໃນການເຮັດສັນຍາຊື້-ຂາຍເປັນລາຍປີ ຕາມກົນໄກຂອງຕະຫຼາດ. ໃນແຕ່ລະປີຜູ້ຜະລິດນ້ຳມັນເຊື້ອໄຟຊີວະພາບຕ້ອງເຮັດສັນຍາຊື້-ຂາຍວັດຖຸດິບກັບຜູ້ປູກພືດພະລັງງານ ໂດຍການມີສ່ວນຮ່ວມຈາກພາກລັດໃນການກຳນົດລາຄາຊື້-ຂາຍ;
    ຜູ້ຜະລິດນ້ຳມັນເຊື້ອໄຟຊີວະພາບ ຕ້ອງເຮັດສັນຍາເພີ້ມເຕີມກັບຜູ້ຊີື້ວັດຖຸດິບ ໃນລາຄາທີ່ຊື້ຈາກຜູ້ປູກພືດພະລັງງານ ຫຼື ຊື້ໃນລາຄາໂຮງງານຜະລິດນ້ຳມັນເຊື້ອໄຟຊີວະພາບ ຫຼື ວ່າຈະມີການເຈລະຈາລາຄາຊື້ຕ່າງຫາກ. ຂ້າງເທິງ

ມາດຕາ 36  ກົນໄກການສົ່ງເສີມຜູ້ຜະລິດນ້ຳມັນເຊື້ອໄຟຊີວະພາບ

     ລັດສົ່ງເສີມ ຜູ້ດຳເນີນກິດຈະການນ້ຳມັນເຊື້ອໄຟຊີວະພາບ ດ້ວຍການວາງລະບຽບກົດໝາຍ, ຂໍ້ກຳນົດ ແລະ ລະບຽບການພ້ອມທັງນະໂຍບາຍຕ່າງໆເຊັ່ນ: ນະໂຍບາຍສິນເຊື່ອ, ນະໂຍບາຍຍົກເວັ້ນ ຫຼື ຫຼຸດຜ່ອນພາສີ, ອາກອນ ຕໍ່ການນຳເຂົ້າວັດຖຸດິບ, ສານເຄມີທີ່ຈຳເປັນສຳລັບການຜະລິດ ນ້ຳມັນເຊື້ອໄຟຊີວະພາບ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 3 ຂໍ້ 11 ຫາ 14 ແລະ ມາດຕາ 16 ຂອງດຳລັດສະບັບນີ້ ເພື່ອສົ່ງເສີມຜູ້ຜະລິດນ້ຳມັນເຊື້ອໄຟຊີວະພາບ ແລະ ຊຸກຍູ້ຕະຫຼາດຈຳໜ໋າຍພາຍໃນ ແລະ ຕ່າງປະເທດ.

ໝວດທີ 5
ສິດ ແລະ ໜ້າທີ່ຂອງຜູ້ຜະລິດ, ຜູ້ຈຳໜ່າຍ ແລະ ຜູ້ຊົມໃຊ້

ມາດຕາ 37  ສິດ ແລະ ໜ້າທີ່ຂອງຜູ້ຜະລິດນ້ຳມັນເຊື້ອໄຟຊີວະພາບ ແບບຄອບຄົວ

     ຜູ້ຜະລິດນ້ຳມັນເຊື້ອໄຟຊີວະພາບແບບຄອບຄົວ ເພື່ອຊົມໃຊ້ຕົນເອງມີສິດ ດັ່ງນີ້:

1.  ຜະລິດ ແລະ ນຳໃຊ້ຜະລິດຕະພັນເພື່ອຮັບໃຊ້ຕົນເອງພາຍໃນຄອບຄົວ ຫຼື ກຸ່ມຂອງຕົນ;
2.  ໄດ້ຮັບການສະໜັບສະໜູນຈາກພາກລັດ ແລະ ການເຂົ້າຫາແຫຼ່ງທຶນ;
3.  ຂະຫຍາຍກິດຈະການຂອງຕົນ;
4.  ປົກປັກຮັກສາສິ່ງແວດລ້ອມ;
5.  ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນຕາມລະບຽບກົດໝາຍ.

ມາດຕາ 38  ສິດ ແລະ ໜ້າທີ່ຂອງຜູ້ຜະລິດນ້ຳມັນເຊື້ອໄຟຊີວະພາບ ແບບທຸລະກິດ

     ຜູ້ຜະລິດນ້ຳມັນເຊື້ອໄຟຊີວະພາບແບບທຸລະກິດ ມີສິດໜ້າທີ່ດັ່ງນີ້:

1.  ສິດຂອງຜູ້ດຳເນີນທຸລະກິດນ້ຳມັນເຊື້ອໄຟຊີວະພາບ

-   ດຳເນີນທຸລະກິດ ແລະ ດຳເນີນການຜະລິດໃຫ້ສອດຄ່ອງຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງຂອງ ສປປ ລາວ;
-   ເຊົ່າ ຫຼື ສຳປະທານເນື້ອທີ່ດິນທີ່ຈຳເປັນໃນການປູກພືດພະລັງງານ ເພື່ອເປັນວັດຖຸດິບ ແລະ ກໍ່ສ້າງໂຮງງານສຳລັບການຜະລິດນ້ຳມັນເຊື້ອໄຟຊີວະພາບ;
-   ຜະລິດ, ເກັບຮັກສາ, ຈຳໜ່າຍ, ບໍລິການ, ບຳລຸງຮັກສາ, ສ້ອມແປງເຄື່ອງຈັກ ແລະ ອຸປະກອນການຜະລິດໃຫ້ຢູ່ໃນສະພາບທີ່ດີ ຕາມກຳນົດເວລາ ແລະ ຕາມຫຼັກການເຕັກນິກ;
-   ໄດ້ຮັບການປົກປ້ອງຕາມກົດໝາຍ ແລະ ໄດ້ຮັບຜົນປະໂຫຍດຈາການດຳເນີນກິດຈະການ;
-   ໄດ້ຮັບນະໂຍບາຍສົ່ງເສີມການລົງທຶນ, ຄຳແນະນຳທາງດ້ານວິຊາການ ແລະ ເຕັກໂນໂລຊີ;
-   ສະເໜີຂໍຕໍ່ອາຍຸການສຳປະທານ ຫຼື ດຳເນີນທຸລະກິດ, ໂອນ ຫຼື ມອບທຸລະກິດໃຫ້ຜູ້ອື່ນຕາມການເຫັນດີຂອງລັດຖະບານ;
-   ການສົ່ງອອກຜົນຜະລິດຕາມການຕົກລົງເຫັນດີຂອງລັດຖະບານ ແລະ ນຳເຂົ້າວັດຖຸດິບເພື່ອຜະລິດນ້ຳມັນເຊື້ອໄຟຊີວະພາບ ຕາມທີ່ຕົນໄດ້ຮັບອະນຸຍາດ;
-   ຍົກເວັ້ນ ແລະ/ຫຼື ຫຼຸດຜ່ອນພາສີ, ອາກອນ ແລະ ຄ່າພາກຫຼວງ, ອາກອນມູນຄ່າເພີ່ມ ແລະ ອື່ນໆ ຕາມທີ່ລະບຸຕາມກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ແລະ ກົດໝາຍອື່ນທີ່ກ່ຽວຂ້ອງ;
-   ນຳໃຊ້ສິດອື່ນໆ ຕາມທີ່ໄດ້ກໄນົດໄວ້ໃນກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.

2.  ໜ້າທີ່ຂອງຜູ້ຜະລິດນ້ຳມັນເຊື້ອໄຟຊີວະພາບ

     ໜ້າທີ່ ຂອງຜູ້ຜະລິດນ້ຳມັນເຊື້ອໄຟຊີວະພາບ ປະກອບມີ:

-   ນຳທຶນມາພັດທະນາຕາມກົດໝາຍ ຫຼື ຕາມການອະນຸຍາດ ຂອງລັດຖະບານ;
-   ຖືບັນຊີຕາມກົດໝາຍວ່າດ້ວຍການບັນຊີ ຂອງ ສປປ ລາວ;
-   ຝຶກອົບຮົມ ແລະ ກໍ່ສ້າງດ້ານວິຊາການ, ຮັບປະກັນດ້ານສະຫວັດດີການຕໍ່ພະນັກງານ ແລະ ນະໂຍບາຍອື່ນ ຕາມທີ່ໄດ້ກຳນົດໄວ້ໃນ ລະບຽບກົດໝາຍ;
-   ສົ່ງບົດລາຍງານດຳເນີນກິດຈະການ ໃຫ້ແກ່ຂະແໜງພະລັງງານ ແລະ ບໍ່ແຮ່ ຕາມລະບຽບການ;
-   ປະຕິບັດໜ້າທີ່ອື່ນໆ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ. ຂ້າງເທິງ

ມາດຕາ 39  ສິດ ແລະ ໜ້າທີ່ຂອງຜູ້ຈຳໜ່າຍ

     ຜູ້ຈຳໜ່າຍມີສິດ ແລະ ໜ້າທີ່ຕົ້ນຕໍ ດັ່ງນີ້:

1.  ຈຳໜ່າຍນ້ຳມັນເຊື້ອໄຟຊີວະພາບ ທີ່ໄດ້ມາດຕະຖານໃຫ້ແກ່ຜູ້ຊົມໃຊ້;
2.  ຮັບປະກັນຄວາມປອດໄພໃຫ້ແກ່ລູກຄ້າ;
3.  ໃຫ້ຄຳແນະນຳກ່ຽວກັບການນຳໃຊ້ນ້ຳມັນເຊື້ອໄຟຊີວະພາບ;
4.  ຖ້ານ້ຳມັນບໍ່ໄດ້ຄຸນນະພາບ ຜູ້ຈຳໜ່າຍມີສິດໃນການຮ້ອງຟ້ອງຕໍ່ ຜູ້ຜະລິດ ຫຼື ຜູ້ສະໜອງ ແລະ ໄດ້ຮັບການທົດແທນຄ່າເສຍຫາຍທີ່ເກີດຂຶ້ນຕໍ່ຊັບສິນຂອງຕົນ;
5.  ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.

ມາດຕາ 40  ສິດ ແລະ ໜ້າທີ່ຂອງຜູ້ຊົມໃຊ້

     ຜູ້ຊົມໃຊ້ມີສິດ ແລະ ໜ້າທີ່ຕົ້ນຕໍດັ່ງນີ້:

1.  ໄດ້ຮັບຄວາມປອດໄພໃນການນຳໃຊ້;
2.  ໄດ້ຮັບຄຳແນະນຳກ່ຽວກັບການນຳໃຊ້ນ້ຳມັນເຊື້ອໄຟຊີວະພາບ;
3.  ຊົມໃຊ້ນ້ຳມັນເຊື້ອໄຟຢ່າງປະຢັດ ແລະ ມີປະສິດທິພາບທັງຮັກສາສິ່ງແວດລ້ອມ;
4.  ຮ້ອງຟ້ອງຕໍ່ຜູ້ຜະລິດ ຫຼື ຈຳໜ່າຍ ແລະ ໄດ້ຮັບການທົດແທນຄ່າເສຍຫາຍທີ່ເກີດຂຶ້ນຕໍ່ກັບຊັບສິນຂອງຕົນຕາມກົດໝາຍ;
5.  ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາ ແລະ ລະບຽບການທີ່ກ່ຽວຂ້ອງ. ຂ້າງເທິງ

ໝວດທີ 6
ຂໍ້ຫ້າມ

ມາດຕາ 41  ຂໍ້ຫ້າມທົ່ວໄປ

     ບຸກຄົນ, ນິຕິບຸກຄົນ ຫຼື ອົງການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ຫ້າມດຳເນີນການເຄື່ອນໄຫວດ້ານນ້ຳມັນເຊື້ອໄຟຊີວະພາບ ດັ່ງນີ້:

1. ດຳເນີນທຸລະກິດກ່ຽວກັບ ວຽກງານນ້ຳມັນເຊື້ອໄຟຊີວະພາບ ໂດຍບໍ່ມີໃບອະນຸຍາດຈາກຂະແໜງການທີ່ກ່ຽວຂ້ອງ;
2. ດຳເນີນການຄວບຄຸມ ແລະ ກວດກາວຽກງານນ້ຳມັນເຊື້ອໄຟຊີວະພາບຂອງລັດ ແລະ ເອກະຊົນໂດຍຜູ້ດຽວ;
3. ຂັດຂວາງ, ບໍ່ອຳນວຍຄວາມສະດວກ ຫຼື ບໍ່ໃຫ້ການຮ່ວມມື ໂດຍບໍ່ມີເຫດຜົນພຽງພໍແກ່ການດຳເນີນວຽກງານນ້ຳມັນເຊື້ອໄຟຊີວະພາບ;
4. ສົມຮູ້ຮ່ວມຄິດໃຫ້ ຫຼື ຮັບສິນບົນໃນການດຳເນີນກິດຈະການນ້ຳມັນເຊື້ອໄຟຊີວະພາບ;
5. ບຸກຄົນທີ່ບໍ່ໄດ້ສົ່ງເສີມການປູກເກັບຊື້ວັດຖຸດິບ ໂດຍບໍ່ໄດ້ຮັບອະນຸຍາດຈາກ ຜູ້ສົ່ງເສີມ;
6. ກົດລາຄາ ໃນການເກັບຊື້;
7. ມີການກະທຳອື່ນທີ່ເປັນການລະເມີດລະບຽບກົດໝາຍ.

ມາດຕາ 42  ຂໍ້ຫ້າມສຳລັບຜູ້ດຳເນີນທຸລະກິດນ້ຳມັນເຊື້ອໄຟຊີວະພາບ

     ຫ້າມຜູ້ປະກອບການພາຍໃນ ແລະ ຕ່າງປະເທດມີການກະທຳ ດັ່ງນີ້:

1. ດຳເນີນກິດຈະການກ່ຽວກັບ ກິດຈະການນ້ຳມັນເຊື້ອໄຟຊີວະພາບ ໂດຍບໍ່ໄດ້ຮັບອະນຸຍາດ;
2. ສົມຮູ້ຮ່ວມຄິດກັບພະນັກງານ, ເຈົ້າໜ້າທີ່ ທີ່ກ່ຽວຂ້ອງທີ່ຜະລິດນ້ຳມັນເຊື້ອໄຟຊີວະພາບ ບໍ່ໄດ້ມາດຕະຖານ;
3. ກົດໜ່ວງທ່ວງດຶງກ່ຽວກັບວິທີການ ແລະ ມາດຕະການແກ້ໄຂບັນຫາທີ່ເກີດຂຶ້ນ ກັບວຽກງານນ້ຳມັນເຊື້ອໄຟຊີວະພາບ;
4. ນຳໃຊ້ນ້ຳມັນເຊື້ອໄຟຊີວະພາບ ທີ່ຜະລິດພາຍໃນ ແລະ ນຳເຂົ້າຈາກຕ່າງປະເທດເພື່ອຈຸດປະສົງອື່ນ ທີ່ກະທົບຕໍ່ຄວາມໝັ້ນຄົງຂອງຊາດ;
5. ຫ້າມນຳເຂົ້ານ້ຳມັນເຊື້ອໄຟຊີວະພາບ ໂດຍບໍ່ໄດ້ຮັບອະນຸຍາດຈາກພາກສ່ວນທີ່ກ່ຽວຂ້ອງ;
6. ເມີນເສີຍຕໍ່ການຕິດຕາມ, ກວດກາ ແລະ ຂັດຂວາງການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ;
7. ຫ້າມຈຳໜ່າຍນ້ຳມັນເຊື້ອໄຟຊີວະພາບ ທີ່ຍັງເປັນທາດເຫຼົ້າ ເພື່ອເປົ້າໝາຍອື່ນທາງດ້ານສຸລາ;
8. ການກະທຳອື່ນທີ່ເປັນການລະເມີດກົດໝາຍ.

ມາດຕາ 43.  ຂໍ້ຫ້າມສຳລັບເຈົ້າໜ້າທີ່ ແລະ ພະນັກງານທີ່ກ່ຽວຂ້ອງ

     ຫ້າມພະນັກງານ ແລະ ເຈົ້າໜ້າທີ່ມີການກະທຳ ດັ່ງນີ້:

1. ສວຍໃຊ້ໜ້າທີ່ຕຳແໜ່ງ ແລະ ຮັບຄ່າຈ້າງສິນບົນ ເພື່ອຜົນປະໂຫຍດສ່ວນຕົວຈາກທຸລະກິດນ້ຳມັນເຊື້ອໄຟຊີວະພາບ;
2. ໃຊ້ສິດໜ້າທີ່ເກີນຂອບເຂດ ຊຶ່ງກໍ່ຄວາມເສຍຫາຍໃຫ້ແກ່ຜົນປະໂຫຍດຂອງລັດ, ລວມໝູ່ ຫຼື ສິດຜົນປະໂຫຍດອັນຊອບທຳຂອງປະຊາຊົນ;
3. ເປີດເຜີຍຂໍ້ມູນຄວາມລັບ ກ່ຽວກັບທຸລະກິດນ້ຳມັນເຊື້ອໄຟຊີວະພາບ;
4. ປອມແປງເອກະສານຕ່າງໆ;
5. ໃຊ້ຄວາມຮຸນແຮງ, ບັງຄັບ, ນາບຂູ່ ແລະ ນຳໃຊ້ມາດຕະການອື່ນທີ່ບໍ່ຖືກຕ້ອງຕາມກົດໝາຍ;
6. ມີການກະທຳອື່ນທີ່ເປັນການລະເມີດລະບຽບກົດໝາຍ. ຂ້າງເທິງ

ໝວດທີ 7
ການຄຸ້ມຄອງ ແລະ ການກວດກາວຽກງານນ້ຳມັນເຊື້ອໄຟຊີວະພາບ

ມາດຕາ 44  ອົງການຄຸ້ມຄອງ ແລະ ກວດກາ

     ລັດຖະບານຄຸ້ມຄອງ ແລະ ກວດກາ ວຽກງານນ້ຳມັນເຊື້ອໄຟຊີວະພາບຢ່າງລວມສູນ ແລະ ເປັນເອກະພາບໃນຂອບເຂດທົ່ວປະເທດ ໂດຍມອບໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ເປັນເຈົ້າການ ຮັບຜິດຊອບໂດຍກົງ ແລະ ປະສານສົມທົບກັບຂະແໜງການອື່ນທີ່ກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖິ່ນ ໃນການຄົ້ນຄວ້າ, ກຳນົດນະໂຍບາຍ, ວາງແຜນຍຸດທະສາດ, ລະບຽບການ, ວິທີການ ແລະ ມາດຕະການ ໃນການຄຸ້ມຄອງວຽກງານນ້ຳມັນເຊື້ອໄຟຊີວະພາບ.

     ອົງການຄຸ້ມຄອງ ແລະ ກວດກາວຽກງານນ້ຳມັນເຊື້ອໄຟຊີວະພາບ ປະກອບດ້ວຍ:

1. ກະຊວງພະລັງງານ ແລະ ບໍ່ແຮ່;
2. ພະແນກພະລັງງານ ແລະ ບໍ່ແຮ່ ແຂວງ, ນະຄອນ;
3. ຫ້ອງການພະລັງງານ ແລະ ບໍ່ແຮ່ ເມືອງ, ເທດສະບານ.

ມາດຕາ 45  ສິດ ແລະ ໜ້າທີ່ ຂອງກະຊວງພະລັງງານ ແລະ ບໍ່ແຮ່

     ໃນການຄຸ້ມຄອງ ແລະ ກວດກາ ວຽກງານນ້ຳມັນເຊື້ອໄຟຊີວະພາບ ກະຊວງພະລັງງານ ແລະ ບໍ່ແຮ່ ມີສິດ ແລະ ໜ້າທີ່ດັ່ງນີ້:

1. ຄົ້ນຄວ່າ, ຜັນຂະຫຍາຍແນວທາງ, ແຜນຍຸດທະສາດ, ແຜນນະໂຍບາຍ ແລະ ນະໂຍບາຍຕ່າງໆ ໃຫ້ກາຍເປັນແຜນງານ, ໂຄງການລະອຽດ ກົດໝາຍ ແລະ ລະບຽບການກ່ຽວກັບວຽກງານນ້ຳມັນເຊື້ອໄຟຊີວະພາບ;
2. ໂຄສະນາເຜີຍແຜ່ກົດໝາຍ ແລະ ລະບຽບການ ກ່ຽວກັບນ້ຳມັນເຊື້ອໄຟຊີວະພາບ ໃຫ້ທົ່ວປວງຊົນ ແນໃສ່ສຶກສາອົບຮົມ, ສ້າງຈິດສຳນຶກ ໃນການນຳໃຊ້ນ້ຳມັນເຊື້ອໄຟຊີວະພາບ;
3. ຊີ້ນຳການຈັດຕັ້ງປະຕິບັດວຽກງານ ນ້ຳມັນເຊື້ອໄຟຊີວະພາບ ໃນຂອບເຂດທົ່ວປະເທດ ໂດຍປະສານສົມທົບກັບກະຊວງ, ອົງການອື່ນ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ;
4. ສຶກສາຄົ້ນຄວ້າໂຄງສ້າງລາຄານ້ຳມັນເຊື້ອໄຟຊີວະພາບ ແລ້ວນຳສະເໜີຕໍ່ລັດຖະບານ ເພື່ອພິຈາລະນາຮັບຮອງ ພ້ອມທັງກຳນົດການນຳເຂົ້ານ້ຳມັນເຊື້ອໄຟຊີວະພາບ ຕາມຄວາມຈຳເປັນ ແລະ ຄວາມຕ້ອງການຂອງຕະຫຼາດ;
5. ອອກໃບອະນຸຍາດດຳເນີນທຸລະກິດນ້ຳມັນເຊື້ອໄຟຊີວະພາບ ເປັນຕົ້ນ ການຜະລິດ ແລະ ການປຸງແຕ່ງຂະໜາດໃຫຍ່ ແລະ ການຈຳໜ່າຍລວມທັງການຕໍ່ອາຍຸ, ການສັ່ງໂຈະ ຫຼື ຖອນໃບອະນຸຍາດດຳເນີນທຸລະກິດນ້ຳມັນເຊື້ອໄຟຊີວະພາບ ຂອງຜູ້ລົງທຶນຂະໜາດໃຫຍ່;
6. ບຳລຸງ, ກໍ່ສ້າງ ແລະ ຍົກລະດັບວິຊາການ, ພະນັກງານບໍລິຫານຄຸ້ມຄອງກ່ຽວກັບວຽກງານນ້ຳມັນເຊື້ອໄຟຊີວະພາບ;
7. ຄຸ້ມຄອງ, ຕິດຕາມ, ກວດກາດ້ານວິຊາການກ່ຽວກັບທຸລະກິດນ້ຳມັນເຊື້ອໄຟຊີວະພາບ ທັງພາກລັດ ແລະ ເອກະຊົນ ລວມທັງການກ່າວເຕືອນ ຫຼື ປັບໄໝ ຜູ້ດຳເນີນນ້ຳມັນເຊື້ອໄຟຊີວະພາບ ທີ່ບໍ່ໄດ້ມາດຕະຖານ;
8. ເກັບກຳ, ສັງລວມ, ສຶກສາຄົ້ນຄວ້າ, ວິໄຈ ຂໍ້ມູນກ່ຽວກັບນ້ຳມັນເຊື້ອໄຟຊີວະພາບ ເພື່ອສົ່ງເສີມການຜະລິດນ້ຳມັນເຊື້ອໄຟຊີວະພາບ ໃຫ້ມີຄຸນນະພາບ ແລະ ໄດ້ມາດຕະຖານສາກົນ;
9. ປະສານສົມທົບກັບຂະແໜງວິທະຍາສາດ ແລະ ເຕັກໂນໂລຊີ ໃນການກວດກາຄຸນນະພາບ, ການເກັບຕົວຢ່າງ ແລະ ວິເຄາະນ້ຳມັນເຊື້ອໄຟຊີວະພາບ ໃນທຸກຂະບວນການຜະລິດ ແລະ ພື້ນທີ່ຜະລິດວັດຖຸດິບ, ການປຸງແຕ່ງນ້ຳມັນເຊື້ອໄຟຊີວະພາບ ລວມທັງສະຖານທີ່ຜະລິດ, ສາງເກັບມ້ຽນ ແລະ ປ້ຳຂາຍຍ່ອຍ;
10. ພົວພັນຮ່ວມມືກັບສາກົນ, ກັບຕ່າງປະເທດກ່ຽວກັບວຽກງານນ້ຳມັນເຊື້ອໄຟຊີວະພາບ ແລະ ການຊອກແຫຼ່ງທຶນເພື່ອພັດທະນາວຽກງານດັ່ງກ່າວ ຕາມການມອບໝາຍຂອງຂັ້ນເທິງ;
11. ສະຫຼູບ ແລະ ລາຍງານ ຜົນການຈັດຕັ້ງປະຕິບັດວຽກງານນ້ຳມັນເຊື້ອໄຟຊີວະພາບ ຕໍ່ຂັ້ນເທິງ ຢ່າງເປັນປົກກະຕິ;
12. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ. ຂ້າງເທິງ

ມາດຕາ 46  ສິດ ແລະ ໜ້າທີ່ ຂອງພະແນກພະລັງງານ ແລະ ບໍ່ແຮ່ ແຂວງ, ນະຄອນ

     ໃນການຄຸ້ມຄອງ ແລະ ກວດກາ ວຽກງານນ້ຳມັນເຊື້ອໄຟຊີວະພາບ ພະແນກພະລັງງານ ແລະ ບໍ່ແຮ່ແຂວງ, ນະຄອນ ມີສິດ ແລະ ໜ້າທີ່ຕາມຂອບເຂດຄວາມຮັບຜິດຊອບ ດັ່ງນີ້:

1. ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ນະໂຍບາຍ, ຍຸດທະສາດ, ມະຕິ, ຄຳສັ່ງ, ກົດໝາຍ ແລະ ລະບຽບການ, ແຜນດຳເນີນງານ ເພື່ອຄຸ້ມຄອງວຽກງານນ້ຳມັນເຊື້ອໄຟຊີວະພາບ;
2. ໂຄສະນາເຜີຍແຜ່ ກົດໝາຍ ແລະ ລະບຽບການ ກ່ຽວກັບນ້ຳມັນເຊື້ອໄຟຊີວະພາບ ໃຫ້ປະຊາຊົນແນໃສ່ສຶກສາອົບຮົມ, ສ້າງຈິດສຳນຶກ ກ່ຽວກັບການນຳໃຊ້ນ້ຳມັນເຊື້ອໄຟຊີວະພາບ ໃຫ້ແກ່ປະຊາຊົນ ພາຍໃນແຂວງ, ນະຄອນ ຂອງຕົນ;
3. ຊີ້ນຳ, ຕິດຕາມ ແລະ ປະເມີນ ການຈັດຕັ້ງປະຕິບັດວຽກງານນ້ຳມັນເຊື້ອໄຟຊີວະພາບ ຂອງຫ້ອງການພະລັງງານ ແລະ ບໍ່ແຮ່ ເມືອງ, ເທດສະບານ ໂດຍປະສານສົມທົບກັບພະແນກການອື່ນ ພາຍໃນແຂວງ, ນະຄອນ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ;
4. ອອກໃບອະນຸຍາດດຳເນີນທຸລະກິດນ້ຳມັນເຊື້ອໄຟຊີວະພາບ ເປັນຕົ້ນ ການຜະລິດ ແລະ ການປຸງແຕ່ງຂະໜາດກາງ ແລະ ການຈຳໜ່າຍ ລວມທັງການຕໍ່ອາຍຸ, ການສັ່ງໂຈະ ຫຼື ການຖອນໃບອະນຸຍາດດຳເນີນທຸລະກິດນ້ຳມັນເຊື້ອໄຟຊີວະພາບ ຂອງຜູ້ລົງທຶນ ຂະໜາດກາງ;
5. ເປັນເຈົ້າການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອຈັດສັນທີ່ດິນ ແລະ ປຸກລະດົມປະຊາຊົນປູກພືດພະລັງງານ ເພື່ອຕອບສະໜອງເປັນວັດຖຸດິບໃຫ້ແກ່ ການຜະລິດ ແລະ ການປຸງແຕ່ງນ້ຳມັນເຊື້ອໄຟຊີວະພາບ ລວມທັງການເກັບມ້ຽນ ແລະ ທ້ອນໂຮມ ສິ່ງເສດເຫຼືອທີ່ສາມາດນຳໃຊ້ເປັນວັດຖຸດິບໃນການຜະລິດ, ການປຸງແຕ່ງ ນ້ຳມັນເຊື້ອໄຟຊີວະພາບ ຢ່າງເປັນລະບົບ ແລະ ບໍ່ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ;
6. ຄຸ້ມຄອງ, ຕິດຕາມ ແລະ ກວດກາດ້ານວິຊາການ ກ່ຽວກັບທຸລະກິດນ້ຳມັນເຊື້ອໄຟຊີວະພາບ ທັງພາກລັດ ແລະ ເອກະຊົນລວມທັງການກ່າວເຕືອນ ຫຼື ສະເໜີຕໍ່ກະຊວງພະລັງງານ ແລະ ບໍ່ແຮ່ ປະຕິບັດມາດຕະການປັບໄໝ ຜູ້ດຳເນີນທຸລະກິດນ້ຳມັນເຊື້ອໄຟຊີວະພາບ ທີ່ບໍ່ໄດ້ມາດຕະຖານພາຍໃນແຂວງ, ນະຄອນ ຂອງຕົນ;
7. ປະສານສົມທົບກັບ ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງ, ນະຄອນ ໃນການກວດກາຄຸນນະພາບ, ການເກັບຕົວຢ່າງ ແລະ ວິເຄາະນ້ຳມັນເຊື້ອໄຟຊີວະພາບໃນທຸກຂະບວນການຜະລິດ ແລະ ພື້ນທີ່ຜະລິດວັດຖຸດິບ, ການປຸງແຕ່ງນ້ຳມັນເຊື້ອໄຟຊີວະພາບ ລວມທັງສະຖານທີ່ຜະລິດ, ສາງເກັບມ້ຽນ ແລະ ປ້ຳຂາຍຍ່ອຍ;
8. ສະຫຼຸບ ແລະ ລາຍງານ ຜົນການຈັດຕັ້ງປະຕິບັດວຽກງານນ້ຳມັນເຊື້ອໄຟຊີວະພາບ ຕໍ່ຂັ້ນເທິງ ຢ່າງເປັນປົກກະຕິ;
9. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ, ລະບຽບການ ແລະ ຕາມການມອບໝາຍ. ຂ້າງເທິງ

ມາດຕາ 47  ສິດ ແລະ ໜ້າທີ່ ຫ້ອງການພະລັງງານ ແລະ ບໍ່ແຮ່ ເມືອງ, ເທດສະບານ

     ໃນການຄຸ້ມຄອງ ແລະ ກວດກາ ວຽກງານນ້ຳມັນເຊື້ອໄຟຊີວະພາບ ຫ້ອງການພະລັງງານ ແລະ ບໍ່ແຮ່ເມືອງ, ເທດສະບານ ມີສິດ ແລະ ໜ້າທີ່ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ດັ່ງນີ້:

1. ຈັດຕັ້ງປະຕິບັດແຜນການ, ຂໍ້ຕົກລົງ, ຄຳສັ່ງ, ຄຳແນະນຳລວມທັງກົດໝາຍ ແລະ ລະບຽບການ, ແຜນດຳເນີນງານ ກ່ຽວກັບວຽກງານນ້ຳມັນເຊື້ອໄຟຊີວະພາບ;
2. ເຜີຍແຜ່ ກົດໝາຍ ແລະ ລະບຽບການ ກ່ຽວກັບນ້ຳມັນເຊື້ອໄຟຊີວະພາບ ໃຫ້ປະຊາຊົນ ແນໃສ່ສຶກສາອົບຮົມ, ສ້າງຈິດສຳນຶກ ກ່ຽວກັບການນຳໃຊ້ນ້ຳມັນເຊື້ອໄຟຊີວະພາບ ໃຫ້ແກ່ປະຊາຊົນ ພາຍໃນເມືອງ, ເທດສະບານ ຂອງຕົນ;
3. ອອກໃບອະນຸຍາດດຳເນີນທຸລະກິດນ້ຳມັນເຊື້ອໄຟຊີວະພາບ ເປັນຕົ້ນ ການຜະລິດ ແລະ ການປຸງແຕ່ງຂະໜາດນ້ອຍ ແລະ ການຈຳໜ່າຍ ລວມທັງການຕໍ່ອາຍຸ, ການສັ່ງໂຈະ ຫຼື ການຖອນໃບອະນຸຍາດດຳເນີນທຸລະກິດນ້ຳມັນເຊື້ອໄຟຊີວະພາບ ຂອງຜູ້ລົງທຶນ ຂະໜາດນ້ອຍ;
4. ເປັນເຈົ້າການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອຈັດສັນທີ່ດິນ ແລະ ປຸກລະດົມປະຊາຊົນປູກພືດພະລັງງານ ເພື່ອຕອບສະໜອງເປັນວັດຖຸດິບໃຫ້ແກ່ ການຜະລິດ ແລະ ການປຸງແຕ່ງນ້ຳມັນເຊື້ອໄຟຊີວະພາບ ລວມທັງການເກັບມ້ຽນ ແລະ ທ້ອນໂຮມ ສິ່ງເສດເຫຼືອທີ່ສາມາດນຳໃຊ້ເປັນວັດຖຸດິບໃນການຜະລິດ, ການປຸງແຕ່ງ ນ້ຳມັນເຊື້ອໄຟຊີວະພາບ ຢ່າງເປັນລະບົບ ແລະ ບໍ່ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ;
5. ຄຸ້ມຄອງ, ຕິດຕາມ ແລະ ກວດກາດ້ານວິຊາການ ກ່ຽວກັບທຸລະກິດນ້ຳມັນເຊື້ອໄຟຊີວະພາບ ທັງພາກລັດ ແລະ ເອກະຊົນລວມທັງການກ່າວເຕືອນ ຫຼື ສະເໜີຕໍ່ກະຊວງພະລັງງານ ແລະ ບໍ່ແຮ່ ປະຕິບັດມາດຕະການປັບໄໝ ຜູ້ດຳເນີນທຸລະກິດນ້ຳມັນເຊື້ອໄຟຊີວະພາບ ທີ່ບໍ່ໄດ້ມາດຕະຖານພາຍໃນແຂວງ, ນະຄອນ ຂອງຕົນ;
6. ປະສານສົມທົບກັບ ຫ້ອງການວິທະຍາສາດ ແລະ ເຕັກໂນໂລຊີ ເມືອງ, ເທດສະບານ ໃນການກວດກາຄຸນນະພາບ, ການເກັບຕົວຢ່າງ ແລະ ວິເຄາະນ້ຳມັນເຊື້ອໄຟຊີວະພາບໃນທຸກຂະບວນການຜະລິດ ແລະ ພື້ນທີ່ຜະລິດວັດຖຸດິບ, ການປຸງແຕ່ງນ້ຳມັນເຊື້ອໄຟຊີວະພາບ ລວມທັງສະຖານທີ່ຜະລິດ, ສາງເກັບມ້ຽນ ແລະ ປ້ຳຂາຍຍ່ອຍ;
7. ສະຫຼຸບ ແລະ ລາຍງານ ຜົນການຈັດຕັ້ງປະຕິບັດວຽກງານນ້ຳມັນເຊື້ອໄຟຊີວະພາບ ຕໍ່ຂັ້ນເທິງ ຢ່າງເປັນປົກກະຕິ;
8. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ, ລະບຽບການ ແລະ ຕາມການມອບໝາຍ. ຂ້າງເທິງ

ມາດຕາ 48  ເນື້ອໃນການກວດກາ

     ການກວດກາທຸລະກິດນ້ຳມັນເຊື້ອໄຟຊີວະພາບມີເນື້ອໃນ ຕົ້ນຕໍດັ່ງນີ້:

1.  ການປະຕິບັດຂັ້ນຕອນການຜະລິດ, ການປຸງແຕ່ງ, ການຈຳໜ່າຍ ແລະ ການບໍລິການ;
2.  ການປະຕິບັດມາດຕະການຄວາມປອດໄພທາງດ້ານວິຊາການ;
3.  ການປນະຕິບັດກົດໝາຍ, ມາດຕະການ ແລະ ສັນຍາກ່ຽວກັບທຸລະກິດນ້ຳມັນເຊື້ອໄຟຊີວະພາບ;
4.  ການອອກແບບ, ການກໍ່ສ້າງ, ຕິດຕັ້ງ ແລະ ຄຸ້ມຄອງອຸປະກອນ ແລະ ສິ່ງປະກອບສ້າງດ້ານນ້ຳມັນເຊື້ອໄຟຊີວະພາບ;
5.  ການນຳໃຊ້ມາດຕະການຈຳກັດຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ;
6.  ການທົດແທນຄ່າເສຍຫາຍຕໍ່ສິ່ງແວດລ້ອມ, ຊີວິດ ແລະ ຊັບສິນຂອງປະຊາຊົນ;
7.  ລະບົບການເງິນ, ນະໂຍບາຍ ແລະ ສະຫວັດດີການສັງຄົມ;
8.  ຄຸນນະພາບຂອງນ້ຳມັນເຊື້ອໄຟຊີວະພາບ;
9.  ປະຕິບັດການກວດກາອື່ນຕາມລະບຽບກົດໝາຍ.

ມາດຕາ 50  ຮູບການກວດກາ

     ການກວດກາທຸລະກິດມີສາມຮູບການດັ່ງນີ້:

1.  ການກວດກາປົກກະຕິ;
2.  ການກດວກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າ;
3.  ການກວດກາແບບສະເພາະກິດ/ກະທັນຫັນ.

     ການກວດກາປົກກະຕິແມ່ນ ການກວດກາທີ່ດຳເນີນໄປຕາມແຜນການຢ່າງເປັນປະຈຳ ແລະ ມີກຳນົດເວລາອັນແນ່ນອນ.
    ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າແມ່ນ ການກວດການອກແຜນການເມື່ອເຫັນວ່າມີຄວາມຈຳເປັນ ຊຶ່ງຕ້ອງແຈ້ງໃຫ້ຜູ້ຖືກກວດກາຊາບລ່ວງໜ້າ.
    ການກວດກາແບບສະເພາະກິດ/ກະທັນຫັນແມ່ນ ການກວດກາໂດຍຮີບດ່ວນຊຶ່ງບໍ່ໄດ້ແຈ້ງໃຫ້ຜູ້ຖືກກວດກາຊາບລ່ວງໜ້າ. ຂ້າງເທິງ

ໝວດທີ 8
ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 51  ນະໂຍບາຍຕໍ່ຜູ້ມີຜົນງານ

     ບຸກຄົນ, ນິຕິບຸກຄົນ ຫຼື ອົງການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ທີ່ມີຜົນງານດີເດັ່ນ ໃນການຈັດຕັ້ງປະຕິບັດດຳລັດສະບັບນີ້ ເປັນຕົ້ນໃນການເຄື່ອນໄຫວກິດຈະການນ້ຳມັນເຊື້ອໄຟຊີວະພາບ ແລະ ການປົກປັກຮັກສາສິ່ງແວດລ້ອມ ຈະໄດ້ຮັບການຍ້ອງຍໍ ແລະ ນະໂຍບາຍອື່ນໆຕາມລະບຽບກົດໝາຍ.

ມາດຕາ 52  ມາດຕະການຕໍ່ຜູ້ລະເມີດ

     ບຸກຄົນ, ນິຕິບຸກຄົນ ຫຼື ອົງການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ທີ່ລະເມີດດຳລັດສະບັບນີ້ ຈະຖືກປະຕິບັດມາດຕະການ ສຶກສາອົບຮົມ, ກ່າວເຕືອນ, ລົງວິໄນ. ປັບໄໝ, ໃຊ້ແທນທາງແພ່ງ ຫຼື ດຳເນີນຄະດີຕາມແຕ່ລະກໍລະນີເບົາ ຫຼື ໜັກ.

ມາດຕາ 53  ມາດຕະການຕັກເຕືອນ ແລະ ສຶກສາອົບຮົມ

      ບຸກຄົນ, ນິຕິບຸກຄົນ ຫຼື ອົງການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ທີ່ໄດ້ລະເມີດດຳລັດສະບັບນີ້, ຂໍ້ຫ້າມໃນສະຖານເບົາ ຫຼື ບໍ່ປະຕິບັດຕາມ ມາດຕະຖານຄຸນນຸພາບແຫ່ງຊາດ, ຊຶ່ງກໍ່ຄວາມເສຍຫາຍບໍ່ຫຼວງຫຼາຍ, ບໍ່ລາຍງານກ່ຽວກັບການດຳເນີນກິດຈະການ, ລາຍງານບໍ່ທັນຕາມກຳນົດເວລາຈະຖືກກ່າວເຕືອນ ແລະ ສຶກສາອົບຮົມ.

ມາດຕາ 54  ມາດຕະການທາງວິໄນ

     ເຈົ້າໜ້າທີ່ ຫຼື ພະນັກງານ ທີ່ລະເມີດລະບຽບກົດໝາຍ ແລະ ຂໍ້ຫ້າມຕາມທີ່ລະບຸໃນດຳລັດສະບັບນີ້ ທີ່ເປັນການກະທຳບໍ່ຮ້າຍແຮງ, ຊຶ່ງເປັນການກະທຳຄວາມຜິດທາງອາຍາ ແລະ ກໍຄວາມເສຍຫາຍ ແລະ ບໍ່ຈິງໃຈລາຍງານການກະທຳຂອງຕົນ, ຫຼົບຫຼີກ ຈາກຄວາມຜິດຂອງຕົນ ຈະຖືກປະຕິບັດມາດຕະການທາງວິໃນ ດັ່ງລຸ່ມນີ້:

1.  ກ່າວເຕືອນຄວາມຜິດ ແລ້ວບັນທຶກລົງໃນຊີວະປະຫວັດ;
2.  ໂຈະການເລື່ອນຊັ້ນ, ຂັ້ນເງິນເດືອນ ແລະ ການຍ້ອງຍໍ;
3.  ຍົກຍ້າຍໄປຮັບຕຳແໜ່ງໃໝ່ ຕ່ຳກ່ວາເກົ່າ;
4.  ຖືກໄລ່ອອກຈາກການໂດຍບໍ່ໄດ້ຮັບນະໂຍບາຍໃດໆ.

     ຜູ້ຖືກລົງວິໃນ ຍັງຕ້ອງສົ່ງຊັບສິນທີ່ຕົນໄດ້ມາ ໂດຍບໍ່ຖືກຕ້ອງຕາມກົດໝາຍນັ້ນຄືນໃຫ້ແກ່ລັດ. ຂ້າງເທິງ

ມາດຕາ 55  ມາດຕະການປັບໄໝ

      ບຸກຄົນ, ນິຕິບຸກຄົນ ຫຼື ອົງການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ທີ່ໄດ້ລະເມີດດຳລັດສະບັບນີ້ ແລະ ກໍ່ຄວາມເສຍຫາຍ ຊຶ່ງບໍ່ມີອົງປະກອບ ຂອງການກະທຳຜິດທາງອາຍາ ຈະຖືກປັບໄໝ ເນື່ອງມາຈາກການກະທຳໃດໜຶ່ງດັ່ງນີ້:

1.  ດຳເນີນທຸລະກິດນ້ຳມັນເຊື້ອໄຟຊີວະພາບ ໂດຍບໍ່ໄດ້ຮັບອະນຸຍາດ;
2.  ກໍ່ສ້າງ, ຕິດຕັ້ງອຸປະກອນ ແລະ ສິ່ງປະກອບສ້າງໂຮງງານຜະລິດນ້ຳມັນເຊື້ອໄຟຊີວະພາບ ໂດຍບໍ່ໄດ້ຮັບອະນຸຍາດ;
3.  ບໍ່ປະຕິບັດຕາມມາດຕະຖານຄຸນນະພາບແຫ່ງຊາດ ແລະ ມາດຕະການຄວາມປອດໄພ;
4.  ບໍ່ປະຕິບັດຕາມມາດຕະການ ໃນການຈຳກັດຜົນກະທົບອັນບໍ່ດີ ຕໍ່ສິ່ງແວດລ້ອມ;
5.  ບໍ່ເສຍພາສີອາກອນ ແລະ ບໍ່ປະຕິບັດພັນທະອື່ນ ຕາມລະບຽບກົດໝາຍ;
6.  ບໍ່ໃຊ້ແທນຄ່າເສຍຫາຍທີ່ຕົນໄດ້ກໍ່ຄວາມເສຍຫາຍແກ່ສິ່ງແວດລ້ອມ, ຊີວິດ ແລະ ຊັບສິນຂອງປະຊາຊົນ.

ມາດຕາ 56  ມາດຕະການທາງແພ່ງ

     ບຸກຄົນ, ນິຕິບຸກຄົນ ຫຼື ອົງການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ທີ່ໄດ້ລະເມີດດຳລັດສະບັບນີ້ ແລະ ກໍ່ຄວາມເສຍຫາຍແກ່ຜູ້ອື່ນ ຕ້ອງໄດ້ໃຊ້ແທນຄ່າເສຍຫາຍທີ່ເກີດຂຶ້ນ.

ມາດຕາ 57  ມາດຕະການທາງອາຍາ

      ບຸກຄົນ, ນິຕິບຸກຄົນ ຫຼື ອົງການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ທີ່ໄດ້ລະເມີດດຳລັດສະບັບນີ້, ຊຶ່ງເປັນການກະທຳຜິດທາງອາຍາ ກໍຈະຖືກດຳເນີນຄະດີ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍອາຍາ. ຂ້າງເທິງ

ໝວດທີ 9
ບົດບັນຍັດສຸດທ້າຍ

ມາດຕາ 58  ການຈັດຕັ້ງປະຕິບັດ

     ມອບໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ເປັນເຈົ້າການປະສານສົມທົບກັບຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນ ທີ່ກ່ຽວຂ້ອງຜັນຂະຫຍາຍ, ເຜີຍແຜ່ ແລະ ຈັດຕັ້ງປະຕິບັດດຳລັດສະບັບນີ້ໃຫ້ມີປະສິດທິຜົນ ແລະ ໄດ້ຮັບຜົນດີ.
    ກະຊວງ, ອົງການປົກຄອງທ້ອງຖິ່ນ, ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ຈົ່ງຮັບຮູ້ ແລະ ຈັດຕັ້ງປະຕິບັດຕາມດຳລັດສະບັບນີ້ຢ່າງເຂັ້ມງວດ.

ມາດຕາ 59  ຜົນສັກສິດ

     ດຳລັດສະບັບນີ້ມີຜົນສັກສິດນັບແຕ່ວັນລົງລາຍເຊັນ ແລະ ພາຍຫຼັງໄດ້ລົງໃນຈົດໝາຍເຫດທາງລັດຖະການສິບຫ້າວັນ.
    ຂໍ້ກຳນົດ, ບົດບັນຍັດໃດ ທີ່ຂັດກັບດຳລັດສະບັບນີ້ ລ້ວນແຕ່ຖືກຍົກເລີກ.

ລັດຖະບານແຫ່ງ ສປປ ລາວ
ນາຍົກລັດຖະມົນຕີ

(ເຊັນ ແລະ ປະທັບກາ)
ທອງລຸນ ສີສຸລິດ

ຂ້າງເທິງ

# ຫົວຂໍ້ ດາວໂຫຼດ
1 ດຳລັດ ວ່າດ້ວຍ ນໍ້າມັນເຊື້ອໄຟຊີວະພາບ ສະບັບເລກທີ 410/ລບ, ລົງວັນທີ 10 ພະຈິກ 2016 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.