“ກອງປະຊຸມປຶກສາຫາລື ລະຫວ່າງພາກລັດ ແລະ ພາກທຸລະກິດ ກ່ຽວກັບ ແຜນການຈັດຕັ້ງປະຕິບັດ ສັນຍາອຳນວຍຄວາມສະດວກທາງດ້ານການຄ້າ ໃນຂອບອົງການການຄ້າໂລກ” ຈະຈັດຂື້ນ ໃນວັນທີ 8 ທັນວາ 2016 ສຳລັບພາກທຸລະກິດ ແລະ ວັນທີ 14 ທັນວາ 2016 ສຳລັບພາກລັດ ທີ່ ໂຮງແຮມ ລາວພລາຊ່າ ໂດຍ ກົມການນຳເຂົ້າ ແລະ ສົ່ງອອກ ໃນນາມຫ້ອງການກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າ (ກຂອຄ). ກອງປະຊຸມນີ້ ຈະໄດ້ຮັບກຽດເປັນປະທານໂດຍ ທ່ານ ນາງ ບານສະຕິ ເທບພະວົງ, ຫົວໜ້າກົມການນຳເຂົ້າ ແລະ ສົ່ງອອກ, ຮອງຫົວໜ້າກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າ,  ກະຊວງອຸດສາຫະກຳ ແລະ ການຄ້າ.

ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອປຶກສາຫາລື, ຮັບຟັງຄຳຄິດຄຳເຫັນ ຈາກພາກລັດ ແລະ ພາກເອກະຊົນ ໃນການກະກຽມການຈັດຕັ້ງຜັນຂະຫຍາຍ ສັນຍາອຳນວຍຄວາມສະດວກທາງດ້ານການຄ້າ ທີ່ ກຂອຄ ໄດ້ສ້າງແຜນດຳເນີນງານ ສັນຍາອຳນວຍຄວາມສະດວກທາງດ້ານການຄ້າ (ສັນຍາ ອຄ) ຊື່ງຈະໄດ້ກວດຄືນບັນດາມາດຕະການທີ່ນອນຢູ່ໃນໝວດ B ມາດຕະການທີ່ຍັງຕ້ອງໃຊ້ເວລາໃນການປັບປຸງບັນດານິຕິກຳ ແລະ ຄວາມພ້ອມໃນການຈັດຕັ້ງປະຕິບັດສັນຍາ ອຄ, ແລະ ໝວດ C ເປັນບັນດາມາດຕະການທີ່ຕ້ອງການເວລາ ແລະ ຕ້ອງການຂໍຄວາມຊ່ວຍເຫຼືອຈາກອົງການຈັດຕັ້ງສາກົນ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.