ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງອຸດສາຫະກຳ ແລະ ການຄ້າ                                                  
ກົມອຸດສາຫະກໍາ ແລະ ຫັດຖະກຳ                                                    ເລກທີ 1161 /ກອຫ.ມຖ
                                                                    ນະຄອນຫຼວງວຽງຈັນ, ວັນທີ 30 ພະຈິກ 2016

ແຈ້ງການ

          ຮຽນ  :   ທ່ານ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫຼວງວຽງຈັນ.

          ເລື່ອງ :   ແບບຟອມເອກະສານການຢັ້ງຢືນ ຜະລິດຕະພັນໄມ້ທຳມະຊາດ ແລະ ຜະລິດຕະພັນໄມ້ສວນປູກ ເພື່ອສົ່ງອອກ.

-     ອີງຕາມຄຳສັ່ງສະບັບເລກທີ 15/ນຍ, ລົງວັນທີ 13 ພຶດສະພາ 2016 ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ ແລະ ກວດກາ ການຂຸດຄົ້ນໄມ້, ການເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້;
-     ອີງຕາມຂໍ້ຕົກລົງສະບັບເລກທີ 1833/ອຄ, ລົງວັນທີ 03 ຕຸລາ 2016 ຂອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ວ່າດ້ວຍການຮັບຮອງເອົາ ລາຍການ (ບັນຊີ) ຜະລິດຕະພັນໄມ້ ເພື່ອສົ່ງອອກ ແລະ ຫ້າມສົ່ງອອກ.
-     ອີງຕາມຄຳສັ່ງແນະນຳ   ສະບັບເລກທີ 2143/ອຄ.ກຂອ, ລົງວັນທີ 25 ພະຈິກ 2016 ກ່ຽວກັບຂັ້ນຕອນການຢັ້ງຢືນຜະລິດຕະພັນໄມ້ຂຶ້ນລົດ ເພື່ອສົ່ງອອກຕ່າງປະເທດ.

  ເພື່ອເປັນການຈັດຕັ້ງປະຕິບັດຂໍ້ຕົກລົງເລກທີ 1833/ອຄ, ລົງວັນທີ 03 ຕຸລາ 2016 ແລະ ຄຳສັ່ງແນະນຳ ສະບັບເລກທີ 2143/ອຄ.ກຂອ, ລົງວັນທີ 25 ພະຈິກ 2016 ໃຫ້ໄດ້ຮັບຜົນຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງ ທັງຮັບປະກັນຄວາມເປັນເອກະພາບ ໃນການປະຕິບັດວຽກງານຕົວຈິງ ໃນຂອບເຂດທົ່ວປະເທດ.

ກົມອຸດສາຫະກຳ ແລະ ຫັດຖະກໍາ ອອກແຈ້ງການ:

1.     ໃຫ້ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫຼວງ ເປັນເຈົ້າການໃນການກວດກາ ແລະ ຢັ້ງຢືນຜະ ລິດຕະພັນໄມ້ ຈາກປ່າທຳມະຊາດ ແລະ ຢັ້ງຢືນຜະລິດຕະພັນໄມ້ ຈາກສວນປູກ ເພື່ອສົ່ງອອກໂດຍຖືກຕ້ອງ ແລະ ສອດຄ່ອງ ຕາມທີ່ໄດ້ກຳນົດໄວ້ໃນເອກະສານຊ້ອນທ້າຍ 01 ຂອງຂໍ້ຕົກລົງ ເລກທີ 1833/ອຄ, ລົງວັນທີ  03 ຕຸລາ 2016, ຊຶ່ງນໍາໃຊ້ແບບຟອມໃບຢັ້ງຢືນຄືດັ່ງນີ້:

1.1   ການຢັ້ງຢືນຜະລິດຕະພັນໄມ້ ຈາກປ່າທຳມະຊາດ ເພື່ອສົ່ງອອກ ແມ່ນໃຫ້ນຳໃຊ້ແບບຟອມ (ອ.ຄ 01) ໂດຍສົມທົບກັບ  ຄະນະກໍາມະການຈາກ ຂະແໜງການເງິນ  ແລະ ຂະແໜງການກະສິກຳ ແລະ ປ່າໄມ້.
1.2   ການຢັ້ງຢືນຜະລິດຕະພັນໄມ້ ຈາກສວນປູກ ເພື່ອສົ່ງອອກ ແມ່ນໃຫ້ນຳໃຊ້ແບບຟອມ (ອ.ຄ 02) ໂດຍສົມທົບກັບຄະນະກໍາມະການຈາກ ຂະແໜງການກະສິກໍາ ແລະ ປ່າໄມ້.

2.     ພາຍຫຼັງທີ່ຄະນະກໍາມະການໄດ້ກວດກາທີ່ເຫັນວ່າແຫຼ່ງທີ່ມາຂອງຜະລິດຕະພັນໄມ້ ມີຄວາມຖືກຕ້ອງຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງກຳນົດແລ້ວ ເປັນຕົ້ນ ການປະຕິບັດພັນທະຕ່າງໆ ຖືກຕ້ອງຄົບຖ້ວນແລ້ວ ຕ້ອງສືບຕໍ່ຕິດຕາມການນຳເອົາຜະລິດຕະພັນໄມ້ຂຶ້ນລົດ ຫຼື ພາຫະນະຂົນສົ່ງ ທັງນີ້ກໍ່ເພື່ອຮັບປະກັນ ບໍ່ໃຫ້ມີການນຳເອົາຜະລິດຕະພັນໄມ້ ທີ່ຫ້າມສົ່ງອອກ ປະປົນໃສ່.

3.     ຄະນະກໍາມະການຕ້ອງແນະນຳໃຫ້ເຈົ້າຂອງຜະລິດຕະພັນໄມ້ ທີ່ຈະສົ່ງອອກ ຕ້ອງໄດ້ດຳເນີນການແຈ້ງຕໍ່ເຈົ້າໜ້າທີ່ ພາສີ ເພື່ອແຈ້ງພາສີຕາມກົດໝາຍ ແລະ ລະບຽບກຳນົດ ເມື່ອເວລາໄດ້ເຄື່ອນຍ້າຍຜະລິດຕະພັນໄມ້ຮອດ ດ່ານຊາຍແດນ.

4.     ກໍລະນີເຈົ້າໜ້າທີ່ຢູ່ດ່ານຊາຍແດນ ກວດພົບເຫັນຜະລິດຕະພັນໄມ້ມາຈາກແຫຼ່ງອື່ນ ປະປົນຢູ່ນຳ ຫຼື ບໍ່ສອດຄ່ອງກັບເອກະສານຢັ້ງຢືນອະນຸຍາດໃນເບື້ອງຕົ້ນ,  ແຕ່ສາຍລວດ ແລະ  ເມັດກົ່ວຍັງມີສະພາບປົກກະຕິ  ແມ່ນເປັນ

ຄວາມຮັບຜິດຊອບຂອງຄະນະກຳມະການກວດກາຮ່ວມກັບເຈົ້າຂອງ ຜະລິດຕະພັນ ແລະ ເຈົ້າຂອງໂຮງງານ.

5.     ກໍລະນີຖ້າຫາກມີການແກ້ໄຂ, ທຳລາຍ ຫຼື ປ່ຽນແປງສະພາບຂອງສາຍລວດ, ເມັດກົ່ວທີ່ໜີບໄວ້ ຫຼື ດັດປັບລົດເພື່ອເອົາໄມ້ສອດໄສ້ ແມ່ນເປັນຄວາມຮັບຜິດຊອບຂອງເຈົ້າຂອງຜະລິດຕະພັນ, ເຈົ້າຂອງໂຮງງານ ແລະ ຂອງເຈົ້າຂອງລົດ.

6.     ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ ຕ້ອງປະສານສົມທົບ ກັບພະແນກກະສິກຳ ແລະ ປ່າໄມ້, ພະແນກການເງິນ ເພື່ອພ້ອມກັນປະຕິບັດວຽກງານຕາມພາລະໜ້າທີ່ ດັ່ງທີ່ໄດ້ກໍານົດໃວ້ໃນ ຂໍ້ 3) ຂອງຄໍາສັ່ງສະບັບເລກທີ 2143/ອຄ.ກຂອ, ລົງວັນທີ 25 ພະຈິກ 2016 ຢ່າງເຂັ້ມງວດ. ຄຽງຄູ່ກັນນີ້ກໍ່ຕ້ອງປະສານສົມທົບກັບເຈົ້າໜ້າທີ່ພາສີປະຈຳດ່ານ ແລະ ບັນດາໂຮງງານປຸງແຕ່ງໄມ້ ເພື່ອສົ່ງອອກ ໃຫ້ຮັບຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດໃຫ້ເປັນເອກະພາບກັນ.

7.     ອະນຸຍາດໃຫ້ນຳໃຊ້ແບບຟອມໃບຢັ້ງຢືນ ຜະລິດຕະພັນໄມ້ ຈາກປ່າທໍາມະຊາດ ເພື່ອສົ່ງອອກ “ ອ.ຄ 01 ”  ແລະ ໃບຢັ້ງຢືນຜະລິດຕະພັນໄມ້ ຈາກສວນປູກ ເພື່ອສົ່ງອອກ “ ອ.ຄ 02 ” ຢ່າງເປັນທາງການນັບແຕ່ມື້ລົງລາຍເຊັນ ເປັນຕົ້ນໄປ ແລະ ບໍ່ອະນຸຍາດໃຫ້ນຳໃຊ້ແບບຟອມເອກະສານອື່ນ  ທີ່ແຕກຕ່າງຈາກນີ້,  ຊຶ່ງລວມທັງແບບຟອມໃບຢັ້ງຢືນຕາມຄຳສັ່ງແນະນຳ ສະບັບເລກທີ 1153/ອຄ.ກຂອ ທີ່ໄດ້ຖືກລົບລ້າງແລ້ວນັ້ນ.

8.     ແຈ້ງການສະບັບນີ້ມີຜົນສັກສິດນັບແຕ່ມື້ທີ່ໄດ້ລົງລາຍເຊັນເປັນຕົ້ນໄປ.

    ດັ່ງນັ້ນ, ຈຶ່ງໄດ້ແຈ້ງມາຍັງທ່ານ ເພື່ອຊາບ ແລະ ປະຕິບັດຕາມເນື້ອໃນແຈ້ງການສະບັບນີ້ຢ່າງເຂັ້ມງວດ.

                                                                   ດ້ວຍຄວາມນັບຖື,

                                                                                    ເຊັນແທນ ຫົວໜ້າກົມ                                                                                                                         ຮອງຫົວໜ້າກົມ

                                                                                     (ເຊັນ ແລະ ປະທັບຕາ)

                                                                                         ສົມຟອງ ສຸລິວັນ

ຂ້າງເທິງ

# ຫົວຂໍ້ ດາວໂຫຼດ
1 Notification on the Application to Certify Natural Wooden Product and Planted Wooden Product for Export No.1161/DOIH.SD, dated 30 November 2016 PDF
2 ແຈ້ງການ ກ່ຽວກັບ ແບບຟອມເອກະສານການຢັ້ງຢືນ ຜະລິດຕະພັນໄມ້ທຳມະຊາດ ແລະ ຜະລິດຕະພັນໄມ້ສວນປູກ ເພື່ອສົ່ງອອກ ສະບັບເລກທີ 1161/ກອຫ.ມຖ, ລົງວັນທີ 30 ພະຈິກ 2016 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.