“ກອງປະຊຸມປຶກສາຫາລື ລະຫວ່າງພາກລັດ ແລະ  ພາກທຸລະກິດ ກ່ຽວກັບ ແຜນການຈັດຕັ້ງປະຕິບັດ ສັນຍາອຳນວຍຄວາມສະດວກທາງດ້ານການຄ້າ ໃນຂອບອົງການການຄ້າໂລກ” ໄດ້ຈັດຂື້ນ ໃນວັນທີ 14 ທັນວາ 2016, ທີ່ ໂຮງແຮມ ລາວພລາຊ່າ, ນະຄອນຫຼວງວຽງຈັນ ໂດຍ ກົມການນຳເຂົ້າ ແລະ ສົ່ງອອກ ໃນນາມຫ້ອງການປະຈຳກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າ   ພາຍໃຕ້ທຶນສະໜັບສະໜູນ ຈາກໂຄງການຊ່ວຍເຫຼືອລ້າຫຼາຍຝ່າຍ ເພື່ອການພັດທະນາດ້ານການຄ້າ (TDF2). ກອງປະຊຸມນີ້ ໄດ້ຮັບກຽດເປັນປະທານໂດຍ ທ່ານ ເຂັມເດັດ ສີຫາວົງ, ຮອງຫົວໜ້າກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ເຊິ່ງມີຜູ້ເຂົ້າຮ່ວມຈາກພາກລັດ ທັງໝົດຈຳນວນ 40 ທ່ານ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອປຶກສາຫາລື, ຮັບຟັງຄຳຄິດຄຳເຫັນຈາກພາກລັດ ໃນການກະກຽມການຈັດຕັ້ງຜັນຂະຫຍາຍ ສັນຍາອຳນວຍຄວາມສະດວກທາງດ້ານການຄ້າ ທີ່ ກຂອຄ ໄດ້ສ້າງແຜນດຳເນີນງານ ສັນຍາອຳນວຍຄວາມສະດວກທາງດ້ານການຄ້າ (ສັນຍາ ອຄ) ຊື່ງຈະໄດ້ກວດຄືນບັນດາມາດຕະການທີ່ນອນຢູ່ໃນໝວດ B ມາດຕະການທີ່ຍັງຕ້ອງໃຊ້ເວລາໃນການປັບປຸງບັນດານິຕິກຳ ແລະ ຄວາມພ້ອມໃນການຈັດຕັ້ງປະຕິບັດສັນຍາ ອຄ, ແລະ ໝວດ C ເປັນບັນດາມາດຕະການທີ່ຕ້ອງການເວລາ ແລະ ຕ້ອງການຂໍຄວາມຊ່ວຍເຫຼືອຈາກອົງການຈັດຕັ້ງສາກົນ. ກອງປະຊຸມດັ່ງກ່າວນີ້ ເປັນກອງປະຊຸມທີ່ສືບຕໍ່ຈາກກອງປະຊຸມກັບພາກທຸລະກິດໃນວັນທີ 8 ທັນວາ 2016 ທີ່ຜ່ານມາ.

ບັນດາຜູ້ເຂົ້າຮ່ວມ ໄດ້ຕັ້ງຄຳຖາມເຈາະຈີ້ມກັບແຕ່ລະມາດຕະການ ເພື່ອໃຫ້ມີຄວາມເຂົ້າໃຈແຈ້ງ ຕໍ່ການຈັດຕັ້ງປະຕິບັດ ສັນຍາດັ່ງກ່າວ  ແລະ ນຳໄປຜັນຂະຫຍາຍເຂົ້າໃນວຽກງານຕົວຈິງໃນຕໍ່ໜ້າ. ໃນນີ້ ທີ່ປະຊຸມໄດ້ເຫັນດີວ່າ (1) ການສ້າງນິຕິກຳລຸ່ມກົດໝາຍຂອງບັນດາຂະແໜງການຕ່າງໆ ຄວນມີບົດແນະນຳອ້າງອີງຈາກຂະແໜງການຍຸດຕິທຳ ເພື່ອເຮັດໃຫ້ການສ້າງນິຕິກຳລຸ່ມກົດໝາຍຂອງບັນດາຂະແໜງການມີຄວາມເປັນເອກະພາບ ແລະ ສອດຄ່ອງນິຕິກຳຫຼັກ; (2) ບັນດາລະບຽບການ ກ່ຽວກັບ ຄ່າທຳນຽມ ແລະ ຄ່າປັບໃໝ່ຕ່າງໆ ຄວນມີການເຜີຍແຜ່ໃຫ້ແກ່ພາກທຸລະກິດຊາບຢ່າງກວ້າງຂວາງ; (3) ລະບຽບການຢັ້ງຢືນການຮັບຮອງລ່ວງໜ້າຂອງພາສີ ຄວນມີການເຜີຍແຜ່ໃຫ້ກວ້າງຂວາງຂື້ນ ລວມທັງໄດ້ປຶກສາຫາລືບັນຫາອື່ນໆ ເພື່ອເປັນການກະກຽມໃຫ້ແກ່ການຈັດຕັ້ງປະຕິບັດ ສັນຍາ ອຄ ທີ່ຈະເຮັດໃຫ້ພາກທຸລະກິດ ປະຫຍັດເວລາ ແລະ ຄ່າໃຊ້ຈ່າຍໃນການດຳເນີນທຸລະກິດ ໃນ ສປປ ລາວ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.