ອົງການອຸດສາຫະກຳຄອມພິວເຕີ້ອາຊຽນ-ໂອຊຽນນຽນ (ASOCIO) ເປັນກຸ່ມສະມາຄົມອຸດສາຫະກຳໄອທີ ທີ່ຕາງໜ້າໃຫ້ເສດຖະກິດ ໃນພາກພື້ນອາຊີ ແລະ ໂອຊີເນຍ, ໄດ້ຮັບການສ້າງຕັ້ງຂື້ນໃນປີ 1984 ໂດຍມີຈຸດປະສົງເພື່ອສົ່ງເສີມ, ຊຸກຍູ້ ແລະ ສະໜັບສະໜຸນ ສາຍພົວພັນ ແລະ ການຄ້າ ລະຫວ່າງປະເທດສະມາຊິກ ພ້ອມທັງພັດທະນາອຸດສາຫະກຳຄອມພິວເຕີ້ໃນພາກພື້ນ ໄດ້ຈັດກອງປະຊຸມສຸດຍອດ (ASOCIO ICT Summit) ຂື້ນໃນວັນທີ 13-17 ພະຈິກ 2016 ໂດຍການເປັນປະທານຂອງ ສະຫະພັນຄອມພິວເຕີ້ມຽນມາ ທີ່ ຢາງກຸງ, ປະເທດມຽນມາ ພາຍໃຕ້ຫົວຂໍ້ “ເລັ່ງການປ່ຽນແປງທາງດ້ານດິຈິຕອລ ໂດຍການໃຊ້ໂອກາດຂອງການເປັນປະຊາຄົມເສດຖະກິດອາຊຽນ”.

ກອງປະຊຸມຄັ້ງນີ້ ໄດ້ຈັດພິທີມອບລາງວັນໃຫ້ແກ່ ຜູ້ຄຸ້ມຄອງເຕັກໂນໂລຊີຂໍ້ມູນຂ່າວສານດີເດັ່ນ ອອກເປັນ 3 ປະເພດຄື: ລາງວັນເຕັກໂນໂລຊີຂໍ້ມູນຂ່າວສານດີເດັ່ນ ສຳລັບບໍລິສັດ (2016 ASOCIO ICT Award Outstanding ICT Company), ລາງວັນເຕັກໂນໂລຊີຂໍ້ມູນຂ່າວສານດີເດັ່ນ ສຳລັບອົງການຈັດຕັ້ງ (2016 ASOCIO ICT Award Outstanding User Organization), ແລະ ລາງວັນເຕັກໂນໂລຊີຂໍ້ມູນຂ່າວສານດີເດັ່ນ ສຳລັບລັດຖະບານ (2016 ASOCIO ICT Award Digital Government).

ທ່ານ ອິນທະສອນ ທິຣະກຸນ (ທ່ານທຳອິດ ເບື້ອງຊ້າຍ), ເລຂາທິການເອກ ປະຈຳສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ມຽນມາ
ຕາງໜ້າ ລັດຖະບານແຫ່ງ ສປປ ລາວ ຂື້ນຮັບລາງວັນ

ໃນກາງເດືອນຕຸລາ 2016 ທີ່ຜ່ານມາ, ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ສົ່ງຜົນງານການໝູນໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ຄື: ເວັບໄຊທ໌ ສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ (Lao PDR Trade Portal) ແລະ ລະບົບບໍລິການ ອອກໃບຢັ້ງຢຶນແຫຼ່ງກຳເນີນສິນຄ້າ ທາງເອເລັກໂຕຣນິກ (e-CO) ເຂົ້າປະກວດຊິງລາງວັນ 2016 ASOCIO Award ໂດຍມີສະມາຄົມເຕັກໂນໂລຊີຂໍ້ມູນຂ່າວສານການຄ້າລາວ ເປັນຜູ້ສະໜັບສະໜູນທາງດ້ານການປະສານງານກັບຄະນະຈັດຕັ້ງການປະກວດ ດັ່ງກ່າວ ແລະ ກໍໄດ້ຖືກເລືອກ  ໃຫ້ເປັນໜຶ່ງໃນຜູ້ທີ່ໄດ້ຮັບລາງວັນເຕັກໂນໂລຊີຂໍ້ມູນຂ່າວສານ ດີເດັ່ນ ສຳລັບລັດຖະບານ (2016 ASOCIO ICT Award Digital Government). ລາງວັນນີ້ ເປັນລາງວັນສຳລັບພາກລັດຖະບານ ທີ່ປະຍຸກໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ເຂົ້າໃນວຽກງານ ເພື່ອເພີ່ມປະສິດທິພາບຂອດການເຮັດວຽກ ດ້ວຍຮູບແບບການດຳເນີນງານທີ່ມີຄວາມໂປ່ງໃສ ແລະ ເປັນການອຳນວຍຄວາມສະດວກທາງດ້ານການຄ້າ ໃຫ້ທັງບັນດາພາກລັດ, ບັນດາຫົວໜ່ວຍທຸລະກິດ ແລະ ຜູ້ຊົມໃຊ້ ທັງພາຍໃນ ແລະ ຕ່າງປະເທດ ຊຶ່ງກໍ່ໃຫ້ເກີດຜົນປະໂຫຍດຢ່າງຫຼວງຫຼາຍແກ່ສັງຄົມ. 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.