ກະຊວງກະສິກຳ ແລະ ປ່າໄມ້ ອອກ ຄຳສັ່ງ ກ່ຽວກັບ ການຢຸດຕິຊົ່ວຄາວ ການສີດພົ່ນຢາຂ້າເຊື້ອພາຫະນະທົ່ວໄປທີ່ເຂົ້າມາ ສປປ ລາວ ສະບັບ ເລກທີ 3773/ກປ, ລົງວັນທີ 14 ທັນວາ 2016 ເຊິ່ງໄດ້ແຈ້ງຢຸດຕິເປັນການຊົ່ວຄາວ ການສີດພົ່ນຢາຂ້າເຊື້ອພາຫະນະທົ່ວໄປ ທີ່ບໍ່ໄດ້ຂົນສົ່ງສັດ, ຜະລິດຕະພັນສັດ, ພືດ ຫຼື ຜະລິດຕະພັນພືດ ຢູ່ບັນດາດ່ານຊາຍແດນໃນຂອບເຂດທົ່ວປະເທດ ຈົນກວ່າຈະມີແຈ້ງການປ່ຽນແປງຢ່າງເປັນທາງການ ຈາກກະຊວງກະສິກຳ ແລະ ປ່າໄມ້.

ສຳລັບພາຫະນະຂົນສົ່ງສະເພາະສັດ, ຜະລິດຕະພັນສັດ, ພືດ ຫຼື ຜະລິດຕະພັນພືດ ທີ່ເຂົ້າມາ ສປປ ລາວ ແມ່ນອະນຸຍາດໃຫ້ສີດພົ່ນຕາມຫຼັກການ. ໂດຍເຈົ້າໜ້າທີ່ກັກກັນພືດ ແລະ ເຈົ້າໜ້າທີ່ສັດຕະວະແພດ ປະຈຳດ່ານ ແມ່ນຍັງຄົງສືບຕໍ່ປະຕິບັດການກວດກາສັດ ແລະ ພືດ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ. ນອກຈາກນີ້, ກໍຈະບໍ່ມີການເກັບຄ່າບໍລິການ ສີດພົ່ນຢາຂ້າເຊື້ອໃສ່ພາຫະນະທຸກປະເພດທີ່ເຂົ້າມາໃນ ສປປ ລາວ ທັງພາຫະນະທົ່ວໄປ ແລະ ພາຫະນະຂົນສົ່ງສັດ, ຜະລິດຕະພັນສັດ, ພືດ ຫຼື ຜະລິດຕະພັນພືດ.

ຄຳສັ່ງສະບັບນີ້ ມອບໃຫ້ ກົມປູກຝັງ, ແລະ ກົມລ້ຽງສັດ ແລະ ການປະມົງ ເປັນເຈົ້າການ ຕິດຕາມ, ປະເມີນຄວາມສ່ຽງ ແລະ ເຝົ້າລະວັງສະພາບການລະບາດຂອງສັດຕູພືດ ແລະ ພະຍາດສັດ ຢູ່ບັນດາປະເທດໃກ້ຄຽງ, ຂົງເຂດ, ພາກພື້ນ ແລະ ສາກົນຢ່າງໃກ້ຊິດ. ໃນກໍລະນີມີຄວາມຈຳເປັນຕ້ອງໄດ້ປະຕິບັດມາດຕະການສີດພົ່ນຢາຂ້າເຊື້ອຍານພາຫະນະທົ່ວໄປນັ້ນ, ກະຊວງກະສິກຳ ແລະ ປ່າໄມ້ ຈະເປັນຜູ້ອອກແຈ້ງການ ຕາມຄວາມຈຳເປັນ ໃນແຕ່ລະໄລຍະ.

ຄຳສັ່ງສະບັບນີ້ ມີຜົນສັກສິດ ນັບແຕ່ວັນທີ 14 ທັນວາ 2016 ເປັນຕົ້ນໄປ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.