ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງການເງິນ     ເລກທີ 3431/ກງ
ນະຄອນຫຼວງວຽງຈັນ, ວັນທີ 10 ຕຸລາ 2016

ແຈ້ງການ

ເຖິງ: ກົມພາສີ.

ເລື່ອງ: ໃຫ້ໂຈະການອະນຸຍາດນຳເຂົ້າສົ່ງອອກຕໍ່ ສຳລັບສິນຄ້າປະເພດພາຫະນະ, ນ້ຳມັນເຊື້ອໄຟ ຕາມທີ່ກຳນົດໄວ້ໃນຂໍ້ຕົກລົງຂອງລັດຖະມົນຕີ ສະບັບເລກທີ 0462/ກງ, ລົງວັນທີ 14 ມີນາ 2003.

 

-   ອີງຕາມ ກົດໝາຍວ່າດ້ວຍພາສີ ສະບັບເລກທີ 04/ສພຊ, ລົງວັນທີ 20 ທັນວາ 2011 ແລະ ກົດໝາຍວ່າດ້ວຍພາສີສະບັບປັບປຸງບາງມາດຕາ ສະບັບເລກທີ 057/ສພຊ, ລົງວັນທີ 24 ທັນວາ 2014;
-   ອີງຕາມ ດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 80/ນຍ, ລົງວັນທີ 28 ກຸມພາ 2007 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກະຊວງການເງິນ;
-   ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີ ສະບັບເລກທີ 0462/ກງ, ລົງວັນທີ 14 ຕຸລາ 2003, ວ່າດ້ວຍການເກັບຄ່າທຳນຽມເດັດຖານ ສຳລັບສິນຄ້າ, ເຄື່ອງຂອງ ນຳເຂົ້າເພື່ອສົ່ງອອກຕໍ່.

     ຜ່ານມາການຈັດຕັ້ງປະຕິບັດຂໍ້ຕົກລົງຂອງກະຊວງການເງິນ ສະບັບເລກທີ 0462/ກງ, ລົງວັນທີ 14 ມີນາ 2003 ວ່າດ້ວຍການເກັບຄ່າທຳນຽມເດັດຖານ ສຳລັບສິນຄ້າ, ເຄື່ອງຂອງ ນຳເຂົ້າເພື່ອສົ່ງອອກຕໍ່ ໄດ້ສ້າງທ່າແຮງໃນການຈັດເກັບລາຍຮັບເຂົ້າງົບປະມານຈຳນວນໜຶ່ງໃຫ້ແກ່ຂະແໜງພາສີ, ໄປຄຽງຄູ່ກັນນັ້ນ, ໃນໄລຍະປະຈຸບັນເຫັນໄດ້ວ່າການຄຸ້ມຄອງການນຳເຂົ້າສິນຄ້າ, ເຄື່ອງຂອງເພື່ອສົ່ງອອກຕໍ່ ບາງປະເພດສິນຄ້າກົນໄກການຄຸ້ມຄອງ ຍັງບໍ່ທັນຮັດກຸມເທົ່າທີ່ຄວນ ເປັນຕົ້ນສິນຄ້າປະເພດ: ນ້ຳມັນເຊື້ອໄຟ, ພາຫະນະ. ຂ້າງເທິງ

ລັດຖະມົນຕີກະຊວງການເງິນ ອອກແຈ້ງການ:

1.    ໃຫ້ກົມພາສີ ໂຈະການອະນຸຍາດນຳເຂົ້າເພື່ອສົ່ງອອກຕໍ່ ສຳລັບສິນຄ້າປະເພດ: ນ້ຳມັນເຊື້ອໄຟ ແລະ ພາຫະນະ ຕາມທີ່ກຳນົດໄວ້ໃນຂໍ້ຕົກລົງຂອງລັດຖະມົນຕີ ສະບັບເລກທີ 0462/ກງ, ລົງວັນທີ 14 ມີນາ 2003 ຈົນກວ່າຈະມີການປັບປຸງລະບຽບການດັ່ງກ່າວໃຫ້ສຳເລັດ.
2.    ສິນຄ້າປະເພດອື່ນ ນອກຈາກສິນຄ້າປະເພດ: ນ້ຳມັນເຊື້ອໄຟ ແລະ ພາຫະນະ ແມ່ນໃຫ້ກົມພາສີສືບຕໍ່ຈັດຕັ້ງປະຕິບັດຕາມຂໍ້ຕົກລົງຂອງລັດຖະມົນຕີ ສະບັບເລກທີ 0462/ກງ, ລົງວັນທີ 14 ມີນາ 2003.
3.    ໃຫ້ກົມພາສີ ປະສານສົມທົບກັບຂະແໜງການກ່ຽວຂ້ອງ ເອົາໃຈໃສ່ຈັດຕັ້ງຄຸ້ມຄອງ ຕິດຕາມກວດກາສິນຄ້າ, ເຄື່ອງຂອງນຳເຂົ້າສົ່ງອອກຕໍ່ ໃຫ້ເຂັ້ມງວດຮັດກຸມ ແນໃສ່ເພື່ອກຳຈັດຊ່ອງຫວ່າງ ບໍ່ໃຫ້ມີການຫຼົບຫຼີກ, ເຊື່ອງອຳ ແລະ ຈຳໜ່າຍພາຍໃນປະເທດ.

ດັ່ງນັ້ນ, ຈຶ່ງແຈ້ງມາເພື່ອຊາບ ແລະ ຈັດຕັ້ງປະຕິບັດຕາມ ຢ່າງເຂັ້ມງວດ.

ລັດຖະມົນຕີກະຊວງການເງິນ
(ເຊັນ ແລະ ປະທັບກາ)

ບຸນໂຈມ ອຸບົນປະເສີດ

ນຳສົ່ງ:

-   ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ   01 ສະບັບ
-   ກະຊວງອຸດສາຫະກຳ ແລະ ການຄ້າ   01 ສະບັບ
-   ເກັບມ້ຽນສຳເນົາ   01 ສະບັບ

ຂ້າງເທິງ

# ຫົວຂໍ້ ດາວໂຫຼດ
1 Notification No. 3431/MOF, dated 10 October 2016 on the Termination to Permit the Import for Re-export of Vehicle and Fuel as Specified in the Decision of the Minister No. 0462/MOF, dated 14 March 2003 PDF
2 ແຈ້ງການ ສະບັບເລກທີ 3431/ກງ, ລົງວັນທີ 10 ຕຸລາ 2016 ກ່ຽວກັບ ໃຫ້ໂຈະການອະນຸຍາດນຳເຂົ້າສົ່ງອອກຕໍ່ ສຳລັບສິນຄ້າປະເພດພາຫະນະ, ນ້ຳມັນເຊື້ອໄຟ ຕາມທີ່ກຳນົດໄວ້ໃນຂໍ້ຕົກລົງຂອງລັດຖະມົນຕີ ສະບັບເລກທີ 0462/ກງ, ລົງວັນທີ 14 ມີນາ 2003 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.