“ກອງປະຊຸມ ເຜີຍແຜ່ ບັນດານິຕິກຳ ທີ່ຕິດພັນກັບວຽກງານການນຳເຂົ້າ-ສົ່ງອອກ, ຜ່ານແດນ, ການຄ້າຊາຍແດນ, ວຽກງານແຫຼ່ງກຳເນີີດສິນຄ້າ ແລະ ການຊອກຫາຂໍ້ມູນ ສູນຂໍ້ມູນຂ່າວສານທາງດ້ານການຄ້າຂອງ ສປປ ລາວ ສຳລັບ 06 ແຂວງພາກເໜືອ” ໄດ້ຈັດຂື້ນ ໃນວັນທີ 22-23 ທັນວາ 2016, ທີ່ ຫ້ອງປະຊຸມຫ້ອງການປົກຄອງ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໂດຍ ກົມການນຳເຂົ້າ ແລະ ສົ່ງອອກ ໃນນາມຫ້ອງການປະຈຳກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າ   ພາຍໃຕ້ທຶນສະໜັບສະໜູນ ຈາກໂຄງການຊ່ວຍເຫຼືອລ້າຫຼາຍຝ່າຍ ເພື່ອການພັດທະນາດ້ານການຄ້າ (TDF2). ກອງປະຊຸມນີ້ ໄດ້ຮັບກຽດເປັນປະທານໂດຍ ທ່ານ ໄຊທິເດດ ອິນທະສອນ, ຮອງຫົວໜ້າກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ເຊິ່ງມີຜູ້ເຂົ້າຮ່ວມຈາກທັງພາກລັດ ແລະ ພາກທຸລະກິດ ເຂົ້າຮ່ວມທັງໝົດຈຳນວນ 65 ທ່ານ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອເຜີຍແຜ່ ລະບຽບການແຫຼ່ງກຳເນີດສິນຄ້າຂອງ ສປປ ລາວ, ແນະນຳການນຳໃຊ້ລະບົບ e-CO, ການນຳໃຊ້ລະບົບແຊວເຊີຂອງອາຊຽນ ແລະ ອີຢູ, ການນຳໃຊ້ ເວັບໄຊທ໌ ສູນຂໍ້ມູນຂ່າວສານທາງດ້ານການຄ້າຂອງ ສປປ ລາວ. ສຳລັບປະເພດນິຕິກຳ ປະກອບມີ: ແຈ້ງການຈັດຕັ້ງປະຕິບັດ ເນື້ອໃນບົດບັນທຶກກອງປະຊຸມການຮ່ວມມືພັດທະນາການຄ້າຊາຍແດນ, ຄຳສັ່ງແນະນຳ ກ່ຽວກັບ ຂັ້ນຕອນການຢັ້ງຢືນຜະລິດຕະພັນໄມ້ຂື້ນລົດ ເພື່ອສົ່ງອອກໄປຕ່າງປະເທດ ສະບັບເລກທີ 2143/ອຄ.ກຂອ ລົງວັນທີ 25 ພະຈິກ 2016, ແຈ້ງການ ກ່ຽວກັບ ຂັ້ນຕອນການຢັ້ງຢືນຜະລິດຕະພັນໄມ້ (ຂື້ນລົດ) ເພື່ອສົ່ງອອກໄປຕ່າງປະເທດ ສະບັບເລກທີ 1818/ຫສນຍ.ກສສ ລົງວັນທີ 18 ພະຈິກ 2016 ແລະ ອື່ນໆ.

ທ່ານ ໄຊທິເດດ ອິນທະສອນ ກ່າວວ່າ: “ກອງປະຊຸມຄັ້ງນີ້ ຖືເປັນກອງປະຊຸມທີ່ມີຄວາມໝາຍສຳຄັນຍິ່ງ ແລະ ຈະເກີດປະໂຫຍດແກ່ບັນດາທ່ານ ເຊິ່ງຂໍ້ມູນທີ່ເຜີຍແຜ່ນີ້ ຈະເພີ່ມຄວາມເຂົ້າໃຈທີ່ເລິກເຊິ່ງ ກ່ຽວກັບ ລະບຽບການແຫຼ່ງກຳເນີດສິນຄ້າຂອງ ສປປ ລາວ, ການຮ່າງຂໍ້ຕົກລົງການຄ້າຊາຍແດນ, ການຊອກຫາຂໍ້ມູນຕ່າງໆ, ແລະ ນິຕິກຳໃໝ່ທີ່ຕິດພັນກັບການຄ້າ ເຮັດໃຫ້ບັນດາທ່ານ ສາມາດນຳໄປຈັດຕັ້ງປະຕິບັດຢ່າງຖືກຕ້ອງສອດຄ່ອງ ແລະ ກົມກຽວກັນ ລະຫວ່າງ ຂັ້ນສູນກາງ ແລະ ທ້ອງຖິ່ນ”.

ນອກຈາກນີ້ ກອງປະຊຸມດັ່ງກ່າວກໍຍັງເປັນເວທີ ໃນການຮັບຟັງບັນຫາ, ຂໍ້ສະເໜີ ແລະ ປຶກສາຫາລື ກ່ຽວກັບ ສະພາບການຈັດຕັ້ງປະຕິບັດວຽກງານການນຳເຂົ້າ-ສົ່ງອອກ ກໍ່ຄືວຽກອຳນວຍຄວາມສະດວກທາງດ້ານການຄ້າ ໃນບັນດາແຂວງພາກເໜືອ ເຊິ່ງກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າຈະນຳມາລາຍງານໃຫ້ຂັ້ນເທິງຊາບ ເພື່ອຊອກຫາວິທີທາງແກ້ໄຂຮ່ວມກັນເປັນບາດກ້າວຕໍ່ໄປ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.