ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງອຸດສາຫະກຳ ແລະ ການຄ້າ
ກົມການຄ້າພາຍໃນ        ເລກທີ 1429/ຄພນ
ນະຄອນຫຼວງວຽງຈັນ, ວັນທີ 22 ທັນວາ 2016

ແຈ້ງການ

ເຖິງ: ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງວຽງຈັນ
ເລື່ອງ: ການເຄື່ອນຍ້າຍສິນຄ້າປະເພດໄມ້ ພາຍໃນປະເທດ.

-   ອີງຕາມ ຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ກົມການຄ້າພາຍໃນ ສະບັບເລກທີ 1753/ອຄ, ລົງວັນທີ 19 ກັນຍາ 2016.

     ເພື່ອອຳນວຍຄວາມສະດວກ ໃຫ້ແກ່ບັນດາຫົວໜ່ວຍທຸລະກິດທີ່ດຳເນີນທຸລະກິດ ແລະ ຫຼີກເວັ້ນຜົນກະທົບຕໍ່ການດຳເນີນທຸລະກິດ ໃນການເຄື່ອນຍ້າຍສິນຄ້າພາຍໃນປະເທດ (ເປັນຕົ້ນ: ຜະລິດຕະພັນໄມ້ແປຮູບ, ໄມ້ເຄິ່ງສຳເລັດຮູບ, ໄມ້ສຳເລັດຮູບ) ໃຫ້ມີຄວາມສະດວກຄ່ອງຕົວ, ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ ໃນໄລຍະລໍຖ້າການປັບປຸງນິຕິກຳ ກ່ຽວກັບການເຄື່ອນຍ້າຍສິນຄ້າພາຍໃນປະເທດ ຂອງ ກະຊວງອຸດສາຫະກຳ ແລະ ການຄ້າ.

ກົມການຄ້າພາຍໃນ ຂໍຖືເປັນກຽດແຈ້ງມາຍັງທ່ານ ດັ່ງນີ້:

1.  ການເຄື່ອນຍ້າຍສິນຄ້າພາຍໃນປະເທດ ເປັນຕົ້ນ: ຜະລິດຕະພັນໄມ້ແປຮູບ, ໄມ້ເຄິ່ງສຳເລັດຮູບ, ໄມ້ສຳເລັດຮູບ ໃຫ້ປະກອບມີເອກະສານຕົ້ນຕໍ ດັ່ງນີ້:

- ໃບແຈ້ງລາຄາສິນຄ້າຂອງບໍລິສັດ (Invoice)
- ໃບແຈ້ງລາຍການສິນຄ້າຂອງບໍລິສັດ (Packing List)
- ໃບ ອ.5 (ຂອງຂະແໜງອຸດສາຫະກຳ ແລະ ການຄ້າ)
- ໃບຢັ້ງຢືນເຄື່ອນຍ້າຍໄມ້ (ຂອງຂະແໜງກະສິກຳ ແລະ ປ່າໄມ້)
- ໃບເກັບເງິນອາກອນມູນຄ່າເພີ່ມ ແລະ ຄ່າທຳນຽມຕ່າງໆ (ຂອງຂະແໜງການເງິນ)

2.  ຖ້າຫາກຫົວໜ່ວຍທຸລະກິດມີເອກະສານຄົບຖ້ວນ ຖືກຕ້ອງຕາມ ຂໍ້ 1 ຂອງແຈ້ງການສະບັບນີ້ ແມ່ນສາມາດເຄື່ອນຍ້າຍສິນຄ້າປະເພດໄມ້ ພາຍໃນປະເທດໄດ້ເລີຍ.

     ສະນັ້ນ, ຈິ່ງແຈ້ງມາຍັງທ່ານ ແລະ ພາກສ່ວນທີ່ກ່ຽວຂ້ອງເພື່ອຊາບ ແລະ ພ້ອມກັນປະຕິບັດແຈ້ງການສະບັບນີ້.

ຫົວໜ້າກົມການຄ້າພາຍໃນ
(ເຊັນ ແລະ ປະທັບກາ)

ບຸນທຽນ ແກ້ວສີພາ

ຂ້າງເທິງ

# ຫົວຂໍ້ ດາວໂຫຼດ
1 Notification on the transport of wood domestic No. 1429/DTD, dated 22 December 2016 PDF
2 ແຈ້ງການ ການເຄື່ອນຍ້າຍສິນຄ້າປະເພດໄມ້ ພາຍໃນປະເທດ ສະບັບເລກທີ 1429/ຄພນ, ລົງວັນທີ 22 ທັນວາ 2016 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.