“ກອງປະຊຸມທົບທວນ ການຈັດຕັ້ງປະຕິບັດວຽກປະສານງານ ສະໜອງຂໍ້ມູນຂ່າວສານທາງດ້ານການຄ້າ ໃນໄລຍະ 10 ເດືອນຜ່ານມາ ແລະ ແຜນການປີ 2017” ໄດ້ຈັດຂື້ນ ໃນວັນທີ 18 ມັງກອນ 2017, ທີ່ ໂຮງແຮມ ລາວພລາຊ່າ ນະຄອນຫຼວງວຽງຈັນ ໂດຍ ກົມການນຳເຂົ້າ ແລະ ສົ່ງອອກ ໃນນາມຫ້ອງການປະຈຳກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າ   ພາຍໃຕ້ທຶນສະໜັບສະໜູນ ຈາກໂຄງການຊ່ວຍເຫຼືອລ້າຫຼາຍຝ່າຍ ເພື່ອການພັດທະນາດ້ານການຄ້າ (TDF2). ກອງປະຊຸມນີ້ ໄດ້ຮັບກຽດເປັນປະທານໂດຍ ທ່ານ ນາງ ບານສະຕິ ເທບພະວົງ, ຫົວໜ້າກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ເຊິ່ງມີຜູ້ເຂົ້າຮ່ວມທີ່ເປັນຈຸດປະສານງານຂອງ ສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ (LTP) ເຂົ້າຮ່ວມທັງໝົດຈຳນວນ  45 ທ່ານ.

ໂດຍປົກກະຕິແລ້ວ, LTP ຈັດກອງປະຊຸມຮ່ວມກັບຈຸດປະສານງານ 2 ຄັ້ງຕໍ່ປີ ເຊິ່ງກອງປະຊຸມຄັ້ງນີ້ ເປັນຄັ້ງທີ 03 ແລະ ເປັນຄັ້ງທີ 02 ຂອງປີ 2016. ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອສະຫຼຸບຄືນຜົນການຈັດຕັ້ງປະຕິບັດວຽກປະສານງານສະໜອງຂໍ້ມູນຂ່າວສານ ໃນໄລຍະ 10 ເດືອນ (ແຕ່ເດືອນມີນາ ຫາ ທັນວາ 2016) ແລະ ແຜນການປີ 2017 ຂອງສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ. ພ້ອມດຽວກັນນັ້ນ ກໍເປັນເວທີປຶກສາຫາລື ແລກປ່ຽນຄຳຄິດຄຳເຫັນ ກ່ຽວກັບ: (1) ການປັບປຸງລະບົບຖານຂໍ້ມູນນິຕິກຳ LTP; (2) ປັບປຸງຂໍ້ມູນ ແຜນວາດຂັ້ນຕອນ ການນຳເຂົ້າ, ສົ່ງອອກ, ແລະ ຜ່ານແດນ ຂອງສິນຄ້າ ລວມທັງ ນິຕິກຳ ແລະ ມາດຕະການທີ່ນຳໃຊ້ໃນການຄຸ້ມຄອງສິນຄ້າດັ່ງກ່າວ.

ໃນໄລຍະປີ 2016 ທີ່ຜ່ານມາ, ຜົນງານອັນພົ້ນເດັ່ນຂອງ LTP ແມ່ນໄດ້ຮັບລາງວັນ 2016 ASCIO Award ໃນປະເພດລາງວັນເຕັກໂນໂລຊີຂໍ້ມູນຂ່າວສານດີເດັ່ນ ສຳລັບລັດຖະບານ (Digital Government Award). ຊຶ່ງເປັນການຍ້ອງຍໍລັດຖະບານລາວ ທີ່ປະຍຸກໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ເຂົ້າໃນວຽກງານເພື່ອເພີ່ມຄວາມໂປ່ງໃສໃຫ້ແກ່ການເຂົ້າເຖິງຂໍ້ມູນຂ່າວສານ ແລະ ອຳນວຍຄວາມສະດວກໃຫ້ ທັງພາກລັດ ແລະ ບັນດາຫົວໜ່ວຍທຸລະກິດ.

ເຖິງຢ່າງໃດກໍ່ຕາມ ເພື່ອສືບຕໍ່ຮັກສາມາດຕະຖານ ແລະ ຄວາມຍືນຍົງຂອງ LTP, ທີ່ປະຊຸມ ໄດ້ແລກປ່ຽນປະກອບຄວາມຄິດເຫັນ ເພື່ອພັດທະນາ LTP ຢ່າງກົງໄປກົງມາ ແລະ ຟົດຟື້ນ. ໂດຍສະເພາະ ໄດ້ປຶກສາຫາລືກ່ຽວກັບບັນຫາທີ່ຕິດພັນກັບວຽກງານປະສານງານ ສະໜອງຂໍ້ມູນ ໂດຍສະເພາະ ການປັບປຸງໄກການປະສານການປະສານງານເພື່ອໃຫ້ LTP ມີຄວາມຫຼາກຫຼາຍທາງດ້ານເນື້ອໃນ ແລະ ມີຄວາມວ່ອງໄວໃນການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານທາງດ້ານດການຄ້າ ໃຫ້ສາທະລະນະຮັບຮູ້ຫຼາຍຂື້ນ ແລະ ອື່ນໆ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.