“ກອງປະຊຸມຝຶກອົບຮົມ ກ່ຽວກັບ ວິທີການນຳໃຊ້ສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ ແລະ ການຈັດຕັ້ງປະຕິບັດການຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົວເອງ ພາຍໃຕ້ໂຄງການທົດລອງຂອງສະຫະພາບເອີຣົບ (REX)” ໄດ້ຈັດຂື້ນ ໃນວັນທີ 24-25 ມັງກອນ 2017, ທີ່ ໂຮງແຮມ ເມີກຽວ ນະຄອນຫຼວງວຽງຈັນ ໂດຍ ກົມການນຳເຂົ້າ ແລະ ສົ່ງອອກ ໃນນາມຫ້ອງການປະຈຳກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າ   ພາຍໃຕ້ທຶນສະໜັບສະໜູນ ຈາກໂຄງການຊ່ວຍເຫຼືອລ້າຫຼາຍຝ່າຍ ເພື່ອການພັດທະນາດ້ານການຄ້າ (TDF2). ກອງປະຊຸມນີ້ ໄດ້ຮັບກຽດເປັນປະທານໂດຍ ທ່ານ ນາງ ບານສະຕິ ເທບພະວົງ, ຫົວໜ້າກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ເຊິ່ງມີຜູ້ເຂົ້າຮ່ວມຈາກພາກລັດຈຳນວນໜຶ່ງ ແລະ ພາກທຸລະກິດ ໂດຍສະເພາະແມ່ນຂະແໜງຕັດຫຍິບເພື່ອສົ່ງອອກໄປປະເທດ EU ເຂົ້າຮ່ວມທັງໝົດຈຳນວນ  60 ທ່ານ.

ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອ (1) ຝຶກອົບຮົມ ກ່ຽວກັບ ວິທີນຳໃຊ້ LTP ແລະ (2) ເຜີຍແຜ່ລະບຽບການຈັດຕັ້ງປະຕິບັດການຢັ້ງຢືນແຫຼ່ງກໍາເນີດສິນຄ້າດ້ວຍຕົນເອງພາຍໃຕ້ໂຄງການທົດລອງ ຂອງສະຫະພາບເອີຣົບ ຫຼື REX ໂດຍສະເພາະແມ່ນເງື່ອນໄຂຂອງຜູ້ທີ່ສາມາດຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ, ການອອກໃບຢັ້ງຢືນຜູ້ສົ່ງອອກທີ່ໄດ້ຮັບສິດຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ, ການລົງທະບຽນຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງໃນລະບົບ REX ແລະ ວິທີການຢັ້ງຢືນແຫຼ່ງກໍາເນີດສິນຄ້າດ້ວຍຕົນເອງ.

ທ່ານ ນາງ ບານສະຕິ ເທບພະວົງ ກ່າວວ່າ: “ການກະກຽມຄວາມພ້ອມຂອງ ສປປ ລາວ ເພື່ອຫັນເຂົ້າໃນການສ້າງບາດກ້າວໃໝ່ແຫ່ງ ການຫັນເປັນທັນສະໄໝເທື່ອລະກ້າວ ຕາມທິດທາງຂອງພັກ ແລະ ລັດຖະບານ ທີ່ໄດ້ເອົາໃຈໃສ່ ແລະ ໃຫ້ຄວາມສຳຄັນກັບວຽກງານການອຳນວຍຄວາມສະດວກທາງດ້ານການຄ້າ. ສະນັ້ນ, ການຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງພາຍໃຕ້ໂຄງການທົດລອງຂອງ ສະຫະພາບເອີຣົບ ຈຶ່ງເປັນບາດກ້າວອັນສໍາຄັນ ຂອງການປະຕິຮູບລະບົບການໃຫ້ບໍລິການເອກະສານ ໃຫ້ມີຄວາມ ກະທັດຮັດ, ງ່າຍດາຍ, ສະດວກ, ວ່ອງໄວ. ເນື່ອງຈາກລະບົບການຢື່ນເອກະສານດ້ວຍຕົນເອງຜ່ານທາງເອເລັກໂຕຣນິກ ເປັນການໝູນໃຊ້ເຕັກໂນໂລຊີເຂົ້າຊ່ວຍໃນການບໍລິການເພື່ອຫັນຈາກລະບົບການບໍລິການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍເຈ້ຍສໍ ມາເປັນ ລະບົບອອນລາຍດ້ວຍຕົນເອງ ຫຼື ອັດຕະໂນມັດ. ພ້ອມນັ້ນ ສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ ກໍເປັນບາດກ້າວອັນສຳຄັນໃນການຫັນເປັນທັນສະໄໝ ໂດຍການສ້າງຄວາມໂປ່ງໃສ ເພື່ອຊ່ວຍຫຼຸດຜ່ອນເວລາ ແລະ ຕົ້ນທຶນໃຫ້ຜູ້ປະກອບການ ແລະ ສ້າງຄວາມສາມາດໃນການແຂ່ງຂັນໃຫ້ຫຼາຍຂຶ້ນ. ທັງໝົດນັ້ນ, ກໍ່ເພື່ອເປັນການປະກອບສ່ວນ ສ້າງສະພາບແວດລ້ອມການດໍາເນີນທຸລະກິດ-ການຄ້າ ທີ່ເອື້ອອໍານວຍແກ່ພາກທຸລະກິດຜູ້ສົ່ງອອກສິນຄ້າໃນຍຸກແຫ່ງການເຊື່ອມໂຍງເສດຖະກິດກັບສາກົນ. ”

ບັນດານັກສຳມະນາກອນ ໄດ້ເອົາໃຈໃສ່ຮັບຟັງ ການນຳສະເໜີຂອງນັກວິທະຍາກອນເປັນຢ່າງດີ ເຊິ່ງເຮັດໃຫ້ບັນຍາກາດຂອງກອງປະຊຸມເປັນໄປດ້ວຍຄວາມຄຶກຄື້ນ ໂດຍສະເພາະແມ່ນ ໄດ້ຕັ້ງຄຳຖາມເຈາະຈີ້ມໃສ່ຈຸດທີ່ຕົນເອງຍັງບໍ່ເຂົ້າໃຈ ເຊິ່ງເຮັດໃຫ້ຜົນຂອງການຝຶກອົບຮົມໃນຄັ້ງນີ້ ໄດ້ຮັບໝາກຜົນເປັນຢ່າງດີ. 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.