ສາລະບານ

ໝວດທີ I  ບົດບັນຍັດທົ່ວໄປ

ມາດຕາ 1   ຈຸດປະສົງ
ມາດຕາ 2   ການຈັດຕັ້ງປະຕິບັດການຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ ພາຍໃຕ້ໂຄງການທົດລອງຂອງສະຫະພາບເອີຣົບ 
ມາດຕາ 3   ການອະທິບາຍຄໍາສັບ
ມາດຕາ 4   ຂອບເຂດການນຳໃຊ້

ໝວດທີ II   ການຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ

ມາດຕາ 5   ເງື່ອນໄຂຂອງຜູ້ທີ່ສາມາດຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ
ມາດຕາ 6   ການອອກໃບຢັ້ງຢືນຜູ້ສົ່ງອອກທີ່ໄດ້ຮັບສິດຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ
ມາດຕາ 7   ການລົງທະບຽນຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງໃນລະບົບ REX
ມາດຕາ 8   ວິທີການຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ

ໝວດທີ III   ສິດ ແລະ ພັນທະຂອງຜູ້ສົ່ງອອກ

ມາດຕາ 9   ຂອບເຂດສິດຂອງ ຜູ້ສົ່ງອອກທີ່ໄດ້ສິດຢັ້ງຢືນແຫຼ່ງກໍາເນີດສິນຄ້າດ້ວຍຕົນເອງ
ມາດຕາ 10   ພັນທະຂອງຜູ້ສົ່ງອອກທີ່ໄດ້ສິດຢັ້ງຢືນແຫຼ່ງກໍາເນີດສິນຄ້າດ້ວຍຕົນເອງ

ໝວດທີ IV ຂໍ້ຫ້າມ

ມາດຕາ 11   ຂໍ້ຫ້າມສຳລັບຜູ້ສົ່ງອອກ ທີ່ໄດ້ສິດຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ
ມາດຕາ 12   ຂໍ້ຫ້າມສຳລັບພະນັກງານຂອງອົງການຄຸ້ມຄອງແຫຼ່ງກຳເນີດສິນຄ້າ

ໝວດທີ V ອົງການຄຸ້ມຄອງ ການຈັດຕັ້ງປະຕິບັດການຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ ພາຍໃຕ້ໂຄງການທົດລອງ ຂອງສະຫະພາບເອີຣົບ

ມາດຕາ 13    ອົງການຄຸ້ມຄອງ
ມາດຕາ 14    ສິດ ແລະ ໜ້າທີ່ ຂອງອົງການຄຸ້ມຄອງ

ໝວດທີ VI ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 15   ນະໂຍບາຍຕໍ່ຜູ້ມີຜົນງານ
ມາດຕາ 16   ມາດຕະການຕໍ່ຜູ້ລະເມີດ

ໝວດທີ VII ບົດບັນຍັດສຸດທ້າຍ

ມາດຕາ 17   ການຈັດຕັ້ງປະຕິບັດ
ມາດຕາ 18   ຜົນສັກສິດ


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງ ອຸດສາຫະກໍາ ແລະ ການຄ້າ          ເລກທີ 0087/ອຄ.ກຂອ
ນະຄອນຫຼວງວຽງຈັນ, ວັນທີ 19 ມັງກອນ 2017

ຂໍ້ຕົກລົງ
ວ່າດ້ວຍ ການຈັດຕັ້ງປະຕິບັດການຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ ພາຍໃຕ້ ໂຄງການທົດລອງ ຂອງສະຫະພາບເອີຣົບ

 

-    ອີງຕາມ ດຳລັດສະບັບເລກທີ 522/ນຍ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ກະຊວງອຸດສະຫະກຳ ແລະ ການຄ້າ, ລົງວັນທີ 23 ທັນວາ 2011;
-    ອີງຕາມ ລະບຽບການຈັດຕັ້ງປະຕິບັດ ຂອງສະຫະພາບເອີຣົບ, ສະບັບເລກທີ 2015/428, ລົງວັນທີ 10 ມີນາ 2015 ແລະ ສະບັບເລກທີ 2015/2447, ລົງວັນທີ 25 ພະຈິກ 2015.
-    ອີງຕາມ ໜັງສືສະເໜີຂອງ ກົມການນຳເຂົ້າ ແລະ ສົ່ງອອກ, ສະບັບເລກທີ 0065/ກຂອ.ຄຄ, ລົງວັນທີ 06 ມັງກອນ 2017.

ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ອອກຂໍ້ຕົກລົງ:

ໝວດທີ I
ບົດບັນຍັດທົ່ວໄປ

ມາດຕາ 1 ຈຸດປະສົງ

ຂໍ້ຕົກລົງສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບ ການຈັດຕັ້ງປະຕິບັດການຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ ພາຍໃຕ້ໂຄງການທົດລອງ ຂອງສະຫະພາບເອີ ຣົບ, ສະວິດ ແລະ ນອກແວ ເພື່ອອຳນວຍຄວາມສະດວກໃຫ້ແກ່ຜູ້ດຳເນີນການສົ່ງອອກສິນຄ້າທີ່ໄດ້ຮັບສິດທິພິເສດທາງດ້ານການຄ້າ ແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດຖືກຕ້ອງ, ສອດຄ່ອງກັບກົດໝາຍ ແລະ ລະບຽບການຂອງ ສປປ ລາວ ແລະ ສາກົນ.

ມາດຕາ 2 ການຈັດຕັ້ງປະຕິບັດການຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ ພາຍໃຕ້ໂຄງການທົດລອງຂອງສະຫະພາບເອີຣົບ 

ການຈັດຕັ້ງປະຕິບັດການຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ ພາຍໃຕ້ໂຄງການທົດລອງຂອງສະຫະພາບເອີຣົບ ແມ່ນ ຜູ້ສົ່ງອອກສິນຄ້າເປັນຜູ້ດຳເນີນການຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ ຕາມເງື່ອນໄຂຂອງໂຄງການທົດລອງ ຂອງສະຫະພາບເອີຣົບ, ສະວິດ ແລະ ນອກແວ  ທີ່ ສປປ ລາວ ໄດ້ຮັບສິດທິພິເສດທາງດ້ານການຄ້າ. ຂ້າງເທິງ

ມາດຕາ 3 ການອະທິບາຍຄໍາສັບ

ຄຳສັບຕ່າງໆທີ່ນຳໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍ ດັ່ງນີ້:

1.    ການຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ ໝາຍເຖິງ ຜູ້ສົ່ງອອກສິນຄ້າອອກໃບແຈ້ງລາຍລະອຽດແຫຼ່ງກຳັນດານດັ່ງກ່າວມີປະສິດຕິຈິກ 2015 ເນີດສິນຄ້າ (Statement on Origin) ດ້ວຍຕົນເອງ ໃນການສົ່ງສິນຄ້າອອກແຕ່ລະຄັ້ງ ພາຍໃຕ້ໂຄງການທົດລອງ ຂອງສະຫະພາບເອີຣົບ;
2.    ໃບຢັ້ງຢືນຜູ້ສົ່ງອອກທີ່ໄດ້ຮັບສິດຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ (Certificate of Certified Exporter) ໝາຍເຖິງ ໃບຢັ້ງຢືນການໄດ້ຮັບສິດເປັນຜູ້ສົ່ງອອກທີ່ໄດ້ເງື່ອນໄຂໃນການຢັ້ງຢືນແຫຼ່ງກຳ ເນີດສິນຄ້າດ້ວຍຕົນເອງ ຊຶ່ງອອກໂດຍອົງການຄຸ້ມຄອງການຈັດຕັ້ງປະຕິບັດການຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ ພາຍໃຕ້ໂຄງການທົດລອງ ຂອງສະຫະພາບເອີຣົບ;
3.    ລະບົບການລົງທະບຽນເປັນຜູ້ສົ່ງອອກ (Registered Exporter System: REX) ໝາຍເຖິງ ຜູ້ສົ່ງອອກທີ່ລົງທະບຽນນຳອົງການຄຸ້ມຄອງການຈັດຕັ້ງປະຕິບັດການຢັ້ງຢືນແຫຼ່ງກຳເນີດສິນຄ້າ ຂອງສະຫະ ພາບເອີຣົບ ເພື່ອຂໍສິດຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ;
4.    ໃບແຈ້ງລາຍລະອຽດແຫຼ່ງກຳັນດານດັ່ງກ່າວມີປະສິດຕິຈິກ 2015 ເນີດສິນຄ້າ (Statement on Origin) ໝາຍເຖິງ ການຢັ້ງຢືນແຫຼ່ງກຳເນີດສິນຄ້າຂອງຜູ້ສົ່ງອອກດ້ວຍຕົນເອງ ຕໍ່ເຈົ້າໜ້າທີ່ພາສີຂອງບັນດາປະເທດສະມາຊິກ ຂອງສະຫະ ພາບເອີຣົບ, ສະວິດ ແລະ ນອກແວ ເພື່ອຂໍນຳໃຊ້ສິດໃນການຫຼຸດຜ່ອນ ຫຼື ຍົກເວັ້ນອັດຕາພາສີນຳເຂົ້າ ພາຍໃຕ້ລະບົບສິດທິພິເສດທາງດ້ານການຄ້າ.

ມາດຕາ 4 ຂອບເຂດການນຳໃຊ້

        ຂໍ້ຕົກລົງສະບັບນີ້ ນຳໃຊ້ສຳລັບຜູ້ດຳເນີນທຸລະກິດ ທີ່ສົ່ງອອກສິນຄ້າໄປ ສະຫະພາບເອີຣົບ, ສະວິດ, ນອກແວ ແລະ ປະເທດທີ່ໄດ້ຮັບສິດທິພິເສດທາງດ້ານການຄ້າຄື: (ບຣູໄນ, ກຳປູເຈຍ, ອິນໂດເນເຊຍ, ລາວ, ຟີລິບປີນ, ມາເລເຊຍ, ສິງກະໂປ, ມຽນມາ, ໄທ ແລະ ຫວຽດນາມ) ເພື່ອການສະສົມມູນຄ່າເພີ່ມພາຍໃນກຸ່ມຕາມລະບຽບການຈັດຕັ້ງປະຕິບັດ ຂອງສະຫະພາບເອີຣົບ, ສະວິດ ແລະ ນອກແວ. ຂ້າງເທິງ

ໝວດທີ II
ການຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ

ມາດຕາ 5 ເງື່ອນໄຂຂອງຜູ້ທີ່ສາມາດຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ

        ຜູ້ທີ່ສາມາດຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງໄດ້ຕ້ອງມີເງື່ອນໄຂ ດັ່ງນີ້:

1.    ເປັນຜູ້ດຳເນີນທຸລະກິດນຳເຂົ້າ ແລະ ສົ່ງອອກສິນຄ້າ ທີ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການຂອງ ສປປ ລາວ;
2.    ເປັນຜູ້ທີ່ໄດ້ສິດຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ ພາຍໃຕ້ໂຄງການທົດລອງ ຂອງສະຫະພາບເອີຣົບ;
3.    ໄດ້ລົງທະບຽນຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງໃນລະບົບ REX.

ມາດຕາ 6 ການອອກໃບຢັ້ງຢືນຜູ້ສົ່ງອອກທີ່ໄດ້ຮັບສິດຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ

        ຜູ້ທີ່ມີຈຸດປະສົງຕ້ອງການເປັນຜູ້ໄດ້ຮັບສິດຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ ພາຍໃຕ້ໂຄງ ການທົດລອງ ຂອງສະຫະພາບເອີຣົບ ຕ້ອງປະຕິບັດຕາມຂັ້ນຕອນ ດັ່ງນີ້:

1.    ຜ່ານການຄັດເລືອກເປັນຜູ້ສົ່ງອອກທີ່ໄດ້ສິດຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ ທີ່ໄດ້ກຳນົດໄວ້ໃນ ຄຳແນະນຳ ກ່ຽວກັບ ການຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ, ສະບັບເລກທີ 2225/ອຄ.ກຂອ, ລົງວັນທີ 05 ທັນວາ 2014;
2.    ຕື່ມຂໍ້ມູນ ຕາມແບບຟອມໃບສະເໜີທີ່ອົງການຄຸ້ມຄອງແຫຼ່ງກຳເນີດສິນຄ້າ ໄດ້ກຳນົດໄວ້ພ້ອມຄັດຕິດສຳເນົາເອກະສານປະກອບມີ: ໃບຮັບຮອງສິນຄ້າໄດ້ແຫຼ່ງກຳເນີດ ແລະ ໃບແຈ້ງຂີດຄວາມສາມາດໃນການສົ່ງອອກປະຈຳປີ ແລ້ວສົ່ງໃຫ້ອົງການຄຸ້ມຄອງການຈັດຕັ້ງປະຕິບັດການຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ ພາຍໃຕ້ໂຄງການທົດລອງ ຂອງສະຫະພາບເອີຣົບ;
3.    ພາຍຫຼັງໄດ້ຮັບໃບສະເໜີ ພ້ອມດ້ວຍເອກະສານຄັດຕິດທີ່ຖືກຕ້ອງ ແລະ ຄົບຖ້ວນ ອົງການຄຸ້ມຄອງແຫຼ່ງກຳເນີດສິນຄ້າ ຕ້ອງພິຈາລະນາອອກໃບຢັ້ງຢືນຜູ້ສົ່ງອອກທີ່ໄດ້ຮັບສິດຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ ໃຫ້ຜູ້ສະເໜີພາຍໃນກຳນົດເວລາ 3 ວັນລັດຖະການ.

ມາດຕາ 7 ການລົງທະບຽນຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງໃນລະບົບ REX

          ພາຍຫຼັງໄດ້ຮັບໃບຢັ້ງຢືນຜູ້ສົ່ງອອກທີ່ໄດ້ຮັບສິດຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ ຜູ້ສົ່ງອອກ ຕ້ອງປະກອບແບບຟອມສະໝັກ (Pre - Application) ສະເໜີຕໍ່ອົງການຄຸ້ມຄອງການຈັດຕັ້ງປະຕິບັດການຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ ເພື່ອລົງທະບຽນໃນລະບົບ REX ຫຼັງຈາກສຳເລັດການລົງທະບຽນ ຜູ້ສົ່ງອອກຈຶ່ງສາມາດຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ.

ມາດຕາ 8 ວິທີການຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ

ວິທີການຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ ແມ່ນຜູ້ສົ່ງອອກສິນຄ້າ ເປັນຜູ້ແຈ້ງລາຍລະ ອຽດແຫຼ່ງກຳັນດານດັ່ງກ່າວມີປະສິດຕິຈິກ 2015 ເນີດສິນຄ້າ (Statement on Origin) ດ້ວຍຕົນເອງ ໃຫ້ປະເທດປາຍທາງທີ່ນຳເຂົ້າສິນ ຄ້າໃນການສົ່ງອອກສິນຄ້າແຕ່ລະຄັ້ງ ຊຶ່ງໃບແຈ້ງລາຍລະອຽດແຫຼ່ງກຳັນດານດັ່ງກ່າວມີປະສິດຕິຈິກ 2015 ເນີດສິນຄ້າ ແມ່ນ ໃຊ້ປ່ຽນແທນໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ (ຟອມ A) ເພື່ອຂໍການຫຼຸດຜ່ອນ ຫຼື ຍົກເວັ້ນອັດຕາພາສີນຳເຂົ້າສິນຄ້າໄປ ສະຫະພາບເອີຣົບ, ສະວິດ ແລະ ນອກແວ. ຂ້າງເທິງ

ໝວດທີ III
ສິດ ແລະ ພັນທະຂອງຜູ້ສົ່ງອອກ

ມາດຕາ 9 ຂອບເຂດສິດຂອງ ຜູ້ສົ່ງອອກທີ່ໄດ້ສິດຢັ້ງຢືນແຫຼ່ງກໍາເນີດສິນຄ້າດ້ວຍຕົນເອງ

        ຂອບເຂດສິດຂອງຜູ້ສົ່ງອອກທີ່ໄດ້ສິດຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ ມີດັ່ງນີ້:

1.    ສາມາດຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ ພາຍໃຕ້ໂຄງການທົດລອງ ຂອງສະຫະພາບເອີຣົບ;
2.    ໄດ້ຮັບສິດຕາມທີ່ກຳນົດໄວ້ຕາມກົດໝາຍ ແລະ ລະບຽບການຂອງ ສປປ ລາວ.

ມາດຕາ 10 ພັນທະຂອງຜູ້ສົ່ງອອກທີ່ໄດ້ສິດຢັ້ງຢືນແຫຼ່ງກໍາເນີດສິນຄ້າດ້ວຍຕົນເອງ

        ຜູ້ສົ່ງອອກທີ່ໄດ້ສິດຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ ມີພັນທະ ດັ່ງນີ້:

1.    ປະຕິບັດຕາມເງື່ອນໄຂຂອງຜູ້ທີ່ສາມາດຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ ຕາມທີ່ໄດ້ກຳນົດໄວ້ໃນຂໍ້ຕົກລົງສະບັບນີ້ຢ່າງເຂັ້ມງວດ;
2.    ເກັບຮັກສາເອກະສານທີ່ກ່ຽວຂ້ອງກັບການຜະລິດສິນຄ້າ ແລະ ການຢັ້ງຢືນແຫຼ່ງກຳເນີດສິນຄ້າຄົບຊຸດຢ່າງໜ້ອຍ 03 ປີ ນັບແຕ່ມື້ເລີ່ມຕົ້ນຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ ເພື່ອເປັນຂໍ້ມູນອ້າງອີງໃນເວລາຖືກກວດສອບ ຫຼື ຊັກຖາມຄືນມາ ໃນກໍລະນີມີຂໍ້ສົງໄສຈາກປະເທດປາຍທາງຕາມລະບຽບການຢັ້ງຢືນແຫຼ່ງກຳເນີດສິນຄ້າ ຂອງສະຫະພາບເອີຣົບ, ສະວິດ ແລະ ນອກແວ;
3.    ໃຫ້ຄວາມຮ່ວມມື ແລະ ສະໜອງຂໍ້ມູນຕ່າງໆໃຫ້ອົງການຄຸ້ມຄອງແຫຼ່ງກຳເນີດສິນຄ້າ ເພື່ອຕິດຕາມ ການຈັດຕັ້ງປະຕິບັດ. ໃນກໍລະນີມີການກວດສອບຄືນແຫຼ່ງກຳເນີດສິນຄ້າ ຕ້ອງໃຫ້ຄວາມຮ່ວມມືໃນການຊີ້ແຈງ, ອະທິບາຍຕໍ່ບັນຫາທີ່ເຈົ້າໜ້າທີ່ກ່ຽວຂ້ອງທັງພາຍໃນ ແລະ ຕ່າງປະເທດສົງໄສ ກ່ຽວກັບ ຂະບວນການ ແລະ ຂັ້ນຕອນຂອງການຜະລິດສິນຄ້າ ເພື່ອເປັນບ່ອນອີງໃນການພິຈາລະນາແກ້ໄຂບັນຫາ;
4.   ລາຍງານສະຖິຕິການສົ່ງອອກສິນຄ້າພາຍໃຕ້ການຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງໃຫ້ອົງການຄຸ້ມຄອງການຈັດຕັ້ງປະຕິບັດການຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ ຢ່າງເປັນປົກກະຕິໃນແຕ່ລະເດືອນ ແລະ ປີ;
5.    ປະຕິບັດພັນທະອື່ນໆ ຕາມທີ່ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ. ຂ້າງເທິງ

ໝວດທີ IV
ຂໍ້ຫ້າມ

ມາດຕາ 11 ຂໍ້ຫ້າມສຳລັບຜູ້ສົ່ງອອກ ທີ່ໄດ້ສິດຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ

ຫ້າມຜູ້ສົ່ງອອກທີ່ໄດ້ສິດຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງມີພຶດຕິກຳ ດັ່ງນີ້:

1.    ປອມແປງເອກະສານ ຫຼື ແຈ້ງຂໍ້ມູນທີ່ບໍ່ຖືກຕ້ອງຕາມຄວາມເປັນຈິງ;
2.    ການລັກລອບເອົາສິນຄ້າທີ່ບໍ່ໄດ້ແຫຼ່ງກຳເນີດມາຂໍສິດຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ;
3.    ມີພຶດຕິກຳອື່ນທີ່ເປັນການລະເມີດກົດໝາຍ ແລະ ລະບຽບການ.

ມາດຕາ 12 ຂໍ້ຫ້າມສຳລັບພະນັກງານຂອງອົງການຄຸ້ມຄອງແຫຼ່ງກຳເນີດສິນຄ້າ

ຫ້າມພະນັກງານ ຂອງອົງການຄຸ້ມຄອງການຈັດຕັ້ງປະຕິບັດການຢັ້ງຢືນແຫຼ່ງກຳເນີດສິນຄ້າມີພຶດຕິກໍາ ດັ່ງນີ້:

1.   ກົດໜ່ວງຖ່ວງດຶງເອກະສານ, ສວຍໃຊ້ໜ້າທີ່ຕໍາແໜ່ງ ເພື່ອຜົນປະໂຫຍດສ່ວນຕົວ, ພັກພວກ ແລະ ຍາດຕິພີ່ນ້ອງ;
2.   ສົມຮູ້ຮ່ວມຄິດກັບຜູ້ຂໍສິດຢັ້ງຢືນແຫຼ່ງກໍາເນີດສິນຄ້າດ້ວຍຕົນເອງປອມແປງເອກະສານ;
3.   ມີພຶດຕິກໍາອື່ນທີ່ເປັນການລະເມີດກົດໝາຍ ແລະ ລະບຽບການ. ຂ້າງເທິງ

ໝວດທີ V
ອົງການຄຸ້ມຄອງ ການຈັດຕັ້ງປະຕິບັດການຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ ພາຍໃຕ້ໂຄງການທົດລອງ ຂອງສະຫະພາບເອີຣົບ

ມາດຕາ 13  ອົງການຄຸ້ມຄອງ

ອົງການຄຸ້ມຄອງການຈັດຕັ້ງປະຕິບັດການຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ ພາຍໃຕ້ໂຄງ ການທົດລອງ ຂອງສະຫະພາບເອີຣົບ ແມ່ນມອບໃຫ້ກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງອຸດສາ ຫະກໍາ ແລະ ການຄ້າ ເປັນເຈົ້າການໂດຍປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງເພື່ອຄຸ້ມຄອງວຽກງານດັ່ງກ່າວ.

ມາດຕາ 14  ສິດ ແລະ ໜ້າທີ່ ຂອງອົງການຄຸ້ມຄອງ

ອົງການຄຸ້ມຄອງການຈັດຕັ້ງປະຕິບັດການຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ ພາຍໃຕ້ໂຄງ ການທົດລອງ ຂອງສະຫະພາບເອີຣົບ ມີສິດ ແລະ ໜ້າທີ່ ດັ່ງນີ້:

1.   ຄັດເລືອກ ຜູ້ສົ່ງອອກທີ່ມີເງື່ອນໄຂ ແລະ ແນະນໍາການລົງທະບຽນ ເພື່ອຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ;
2.   ຄົ້ນຄວ້າ, ຕິດຕາມການນຳໃຊ້ລະບົບຂອງຜູ້ສົ່ງອອກ ແລະ ພິຈາລະນາການມອບສິດ, ໂຈະ ຫຼື ຖອນ ໃບຢັ້ງຢືນຜູ້ສົ່ງອອກທີ່ໄດ້ຮັບສິດຢັ້ງຢືນແຫຼ່ງກໍາເນີດສິນຄ້າດ້ວຍຕົນເອງ;
3.   ດຳເນີນການລົງທະບຽນໃຫ້ຜູ້ສົ່ງອອກ ເປັນຜູ້ສົ່ງອອກໃນລະບົບ REX;
4.   ສະໜອງຂໍ້ມູນ, ດັດແກ້, ຍົກເລີກ ການລົງທະບຽນເປັນຜູ້ສົ່ງອອກໃນລະບົບ REX;
5.   ຕິດຕາມ ແລະ ກວດກາ ການຈັດຕັ້ງປະຕິບັດການນຳໃຊ້ລະບົບ REX;
6.   ລົງຕິດຕາມ ແລະ ກວດກາຂະບວນການຜະລິດສິນຄ້າຢູ່ ບໍລິສັດ/ໂຮງງານ ສຳລັບສິນຄ້າທີ່ສົ່ງອອກພາຍໃຕ້ໂຄງການຢັ້ງຢືນແຫຼ່ງກຳເນີດສິນຄ້າ ຂອງສະຫະພາບເອີຣົບ ໂດຍບໍ່ຈຳເປັນແຈ້ງກ່ອນລ່ວງໜ້າ;
7.   ເປັນເຈົ້າການໃນການຈັດຝຶກອົບຮົມໃຫ້ແກ່ພະນັກງານທີ່ກ່ຽວຂ້ອງ ກ່ຽວກັບ ວຽກງານການຢັ້ງຢືນແຫຼ່ງກໍາເນີດສິນຄ້າດ້ວຍຕົນເອງ ຜ່ານລະບົບ REX;
8.   ສະຫຼຸບ ແລະ ລາຍງານ ກ່ຽວກັບ ການຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງໃຫ້ຄະນະນໍາ ກະຊວງ ແລະ ຄະນະກຳມາທິການ ຂອງສະຫະພາບເອີຣົບ ເປັນແຕ່ລະໄລຍະ. ຂ້າງເທິງ

ໝວດທີ VI
ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 15 ນະໂຍບາຍຕໍ່ຜູ້ມີຜົນງານ

         ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທີ່ມີຜົນງານອັນດີເດັ່ນໃນການຈັດຕັ້ງປະຕິບັດ ຂໍ້ຕົກລົງສະບັບນີ້ ຈະໄດ້ຮັບການຍ້ອງຍໍ ແລະ ນະໂຍບາຍອື່ນ ຕາມຄວາມເໝາະສົມ.

ມາດຕາ 16 ມາດຕະການຕໍ່ຜູ້ລະເມີດ

        ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ລະເມີດຕໍ່ຂໍ້ຕົກລົງສະບັບນີ້ ຈະຖືກ ກ່າວເຕືອນ, ສຶກສາອົບຮົມ, ປະຕິບັດວິໄນ, ປັບໄໝ, ຮັບຜິດຊອບທາງແພ່ງ ຫຼື ລົງໂທດທາງອາຍາ ຕາມແຕ່ລະກໍ ລະນີ. ນອກນີ້ ຍັງຈະປະຕິບັດໂທດເພີ່ມ ເປັນຕົ້ນ ລົບລ້າງໃນການໄດ້ສິດຢັ້ງຢືນແຫຼ່ງກໍາເນີດສິນຄ້າດ້ວຍຕົນເອງ, ໃຫ້ໂຈະ ຫຼື ຢຸດຕິການເຄື່ອນໄຫວທຸລະກິດຂອງຜູ້ລະເມີດ. ຂ້າງເທິງ

ໝວດທີ VII
ບົດບັນຍັດສຸດທ້າຍ

ມາດຕາ 17 ການຈັດຕັ້ງປະຕິບັດ

      ມອບໃຫ້ກົມການນໍາເຂົ້າ ແລະ ສົ່ງອອກ ເປັນເຈົ້າການໂດຍປະສານສົມທົບກັບພາກສ່ວນກ່ຽວ ຂ້ອງໃນການຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ໃຫ້ມີປະສິດທິຜົນສູງ.

ມາດຕາ 18 ຜົນສັກສິດ

      ຂໍ້ຕົກລົງສະບັບນີ້ມີຜົນບັງຄັບໃຊ້ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ ແລະ ພາຍຫຼັງ 15 ວັນ ທີ່ໄດ້ພິມລົງຈົດໝາຍທາງລັດຖະການ.

ລັດຖະມົນຕີ
(ເຊັນ ແລະ ປະທັບຕາ)

ເຂັມມະນີ ພົນເສນາ

ຂ້າງເທິງ

# ຫົວຂໍ້ ດາວໂຫຼດ
1 Decision on the Implementation of Pilot Project of Registered Exporters System of EU No. 0087/MOIC.DIMEX, dated 19 January 2017 PDF
2 ຂໍ້ຕົກລົງ ວ່າດ້ວຍ ການຈັດຕັ້ງປະຕິບັດການຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ ພາຍໃຕ້ ໂຄງການທົດລອງ ຂອງສະຫະພາບເອີຣົບ ສະບັບເລກທີ 0087/ອຄ.ກຂອ, ລົງວັນທີ 19 ມັງກອນ 2017 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.