ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດຖະນະຖາວອນ

ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ          

ເລກທີ 143/ປທສ
ນະຄອນຫຼວງວຽງຈັນ, ວັນທີ 20 ມັງກອນ 2017

ຂໍ້ຕົກລົງ
ວ່າດ້ວຍ ການດໍາເນີນທຸລະກິດຊອບແວ ແລະ ສູນບໍລິການຂໍ້ມູນຂ່າວສານຜ່ານອິນເຕີເນັດ

-   ອີງຕາມ ດໍາລັດຂອງນາຍົກລັດຖະມົນຕີ ວ່າດ້ວຍ ສູນຂໍ້ມູນຂ່າວສານຜ່ານອິນເຕີເນັດ ສະບັບເລກທີ  412/ລບ,      ລົງວັນທີ 10 ພະຈິກ 2016.
-   ອີງຕາມ ດໍາລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງ ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ສະບັບເລກທີ 303/ນຍ, ລົງວັນທີ 26 ກັນຍາ 2011.

ລັດຖະມົນຕີ ອອກຂໍ້ຕົກລົງ:

ໝວດທີ 1
ບົດບັນຍັດທົ່ວໄປ

ມາດຕາ 1.   ຈຸດປະສົງ

     ຂໍ້ຕົກລົງສະບັບນີ້ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ໃນການຄຸ້ມຄອງ,  ຕິດຕາມ ແລະ ກວດກາ ການດໍາເນີນທຸລະກິດຊອບແວ ແລະ ສູນບໍລິການຂໍ້ມູນຂ່າວສານຜ່ານອິນເຕີເນັດ ເພື່ອສົ່ງເສີມ ແລະ ພັດທະນາ ການນໍາໃຊ້ ແລະ ການບໍລິການໃຫ້ມີປະສິດທິພາບ ແນ່ໃສ່ໃຫ້ມີຄວາມເປັນລະບຽບ, ປອດໄພ, ຍຸຕິທໍາ ຕໍ່ຜູ້ຊົມໃຊ້ ແລະ ສັງຄົມ ປະກອບ ສ່ວນເຂົ້າໃນການສ້າງສາ ແລະ ພັດທະນາປະເທດຊາດ.

ມາດຕາ 2.   ການດໍາເນີນທຸລະກິດຊອບແວ ແລະ ສູນບໍລິການຂໍ້ມູນຂ່າວສານຜ່ານອິນເຕີເນັດ

     ການດໍາເນີນທຸລະກິດຊອບແວ ແມ່ນການເຄື່ອນໄຫວທາງທຸລະກິດ ໃນການບໍລິການສ້າງ, ພັດທະນາ, ຈໍາໜ່າຍ ແລະ ບໍລິການອື່ນ ດ້ານຊອບແວ.
     ການດໍາເນີນທຸລະກິດສູນບໍລິການຂໍ້ມູນຂ່າວສານ ແມ່ນການເຄື່ອນໄຫວທາງທຸລະກິດ ໃນການບໍລິການການສ້າງ, ພັດທະນາ ແລະ ສະໜອງບໍລິການຂໍ້ມູນຂ່າວສານ ໃນຮູບແບບເອເລັກໂຕຣນິກ.
     ການດຳເນີນທຸລະກິດຊອບແວ ແລະ ສູນບໍລິການຂໍ້ມູນຂ່າວສານຜ່ານອິນເຕີເນັດ ຕ້ອງໄດ້ຮັບໃບອະນຸຍາດຈາກ ຂະແໜງການໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ. ຂ້າງເທິງ

ມາດຕາ 3.   ການອະທິບາຍສັບ

     ຄຳສັບທີ່ໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍ ດັ່ງນີ້:

1.  ຊອບແວ (Software) ໝາຍເຖິງ ໂປຣແກຣມ ຫຼື ຊຸດຄຳສັ່ງ ທີ່ບັນຊາຄອມພິວເຕີ ຫຼື ອຸປະກອນ ເອເລັກໂຕຣນິກອື່ນ ໃຫ້ປະຕິບັດງານສະເພາະໃດໜຶ່ງ;
2.  ສູນບໍລິການຂໍ້ມູນຂ່າວສານຜ່ານອິນເຕີເນັດ (Internet Content Center) ໝາຍເຖິງ ສູນໃຫ້ບໍລິການຂໍ້ມູນຂ່າວສານຕ່າງໆ ໃນຮູບແບບເອເລັກໂຕຣນິກ ເປັນຕົ້ນ ສື່ສັງຄົມອອນລາຍ, ວີດີໂອ, ຮູບພາບ, ສຽງ, ເພງ, ໜັງສືຜ່ານອິນເຕີເນັດ;
3.  ຂໍ້ມູນເອເລັກໂຕຣນິກ ໝາຍເຖິງ ຂໍ້ມູນທີ່ບັນທຶກ ຫຼື ເກັບຮັກສາໄວ້ໃນຮູບແບບດິຈິຕອນ ຊຶ່ງສາມາດອ່ານໄດ້ ດ້ວຍລະບົບສະແດງຂໍ້ມູນ, ການພິມອອກ ຫຼື ດ້ວຍຮູບແບບອື່ນ;
4.  ຖານຂໍ້ມູນ (Data Base) ໝາຍເຖິງ ບ່ອນເກັບຮັກສາຂໍ້ມູນໃນຮູບແບບເອເລັກໂຕຣນິກໄວ້ຢ່າງເປັນລະບົບທີ່ສາມາດຄຸ້ມຄອງ, ປັບປຸງ ແລະ ນຳໃຊ້ໄດ້;
5.  ສູນກາງເຊື່ອມຕໍ່ອິນເຕີເນັດ (National Internet Exchange, International Internet Gateway) ໝາຍເຖິງ ຈຸດເຊື່ອມຕໍ່ລະຫວ່າງຜູ້ໃຫ້ບໍລິການອິນເຕີເນັດພາຍໃນປະເທດນຳກັນ ແລະ ລະຫວ່າງເຄືອຂ່າຍອິນເຕີເນັດພາຍໃນ ແລະ ສາກົນ;
6.  ເວັບໄຊ (Website) ໝາຍເຖິງ ລະບົບຂໍ້ມູນຂ່າວສານ ທີ່ສ້າງຂຶ້ນເປັນໜຶ່ງ ຫຼື ຫຼາຍໜ້າເວັບ;
7.  ຄວາມຖືກຕ້ອງຂອງຊອບແວ (Correctness) ໝາຍເຖິງ ການປະມວນຜົນຂອງຊອບແວ ຕ້ອງມີຄວາມຖືກຕ້ອງ ແລະ ປອດໄພ;
8.  ຄວາມໜ້າເຊື່ອຖືຂອງຊອບແວ (Reliability) ໝາຍເຖິງ ຕ້ອງມີຄວາມຜິດພາດໜ້ອຍທີ່ສຸດ ຖ້າເກີດຂໍ້ຜິດພາດຕ້ອງສາມາດແກ້ໄຂໄດ້ງ່າຍ ແລະ ໃຊ້ເວລາໜ້ອຍທີ່ສຸດ;
9.  ປະສິດທິພາບຂອງຊອບແວ (Efficiency) ໝາຍເຖິງ ຕ້ອງມີການນໍາໃຊ້ຊັບພະຍາກອນລະບົບຄອມພິວເຕີ ແລະ ອິນເຕີເນັດ ໜ້ອຍທີ່ສຸດ;
10.  ມາວແວ (Malicious Software) ໝາຍເຖິງ ຊອບແວ ຫຼື ໂປຣແກຣມທີ່ສ້າງຂື້ນເພື່ອທໍາລາຍລະບົບຄອມພິວເຕີ, ລັກເອົາຂໍ້ມູນຄອມພິວເຕີ ຫຼື ເປັນຊ່ອງທາງໃນການເຂົ້າມາດັດແປງ ຫຼື ຄວບຄຸມເຄື່ອງຄອມພິວເຕີ;
11.  ISO/IEC 29110 (International Organization for Standardization/ International Electrotechnical Commission 29910) ໝາຍເຖິງ ມາດຕະຖານສາກົນທີ່ກ່ຽວຂ້ອງໃນການພັດທະນາຊອບແວ ເພື່ອໃຊ້ໃນຂະບວນການຜະລິດວິສະວະກໍາຊອບແວ;
12.  ຜູ້ດໍາເນີນທຸລະກິດ ໝາຍເຖິງ ຜູ້ທີ່ໄດ້ຮັບອະນຸຍາດຈາກຂະແໜງການ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ໃນການດໍາເນີນທຸລະກິດທາງດ້ານຊອບແວ ແລະ ສູນບໍລິການຂໍ້ມູນຂ່າວສານ;
13.  ຂະບວນການ ໝາຍເຖິງ ຂັ້ນຕອນການສ້າງ, ການພັດທະນາ ແລະ ການເຄື່ອນໄຫວ ອື່ນໆ;
14.  ຜະລິດຕະພັນເຕັກໂນໂລຊີສື່ສານຂໍ້ມູນຂ່າວສານ ໝາຍເຖິງ ຊອບແວ, ຮາດແວ ແລະ ຂໍ້ມູນຂ່າວສານ ທີ່ກ່ຽວຂ້ອງກັບການສື່ສານຂໍ້ມູນຂ່າວສານ;
15.  ໄວຣັສ (Virus) ໝາຍເຖິງ ໂປຣແກຣມທີ່ສ້າງຂຶ້ນສະເພາະ ຊຶ່ງສາມາດແຜ່ກະຈາຍ, ສ້າງຄວາມເສຍຫາຍ ຫຼື ທຳລາຍລະບົບຄອມພິວເຕີ, ເຄືອຂ່າຍຄອມພິວເຕີ ແລະ ຂໍ້ມູນຄອມພິວເຕີ;

ມາດຕາ 4.   ຂອບເຂດການນໍາໃຊ້

     ຂໍ້ຕົກລົງສະບັບນີ້ ນໍາໃຊ້ສໍາລັບບຸກຄົນ ຫຼື ນິຕິບຸກຄົນ ທີ່ດໍາເນີນທຸລະກິດທາງດ້ານຊອບແວ ແລະ ສູນບໍລິການຂໍ້ມູນຂ່າວສານຜ່ານອິນເຕີເນັດ ຢູ່ພາຍໃນ ສປປ ລາວ. ຂ້າງເທິງ

ໝວດທີ 2
ການອະນຸຍາດ

ມາດຕາ 5.   ປະເພດການດຳເນີນທຸລະກິດ

     ການດຳເນີນທຸລະກິດທາງດ້ານຊອບແວ ແລະ ສູນບໍລິການຂໍ້ມູນຂ່າວສານ ຜ່ານອິນເຕີເນັດມີ ສອງ ປະເພດ ດັ່ງນີ້:

1.  ການດຳເນີນທຸລະກິດຊອບແວ;
2.  ການດໍາເນີນທຸລະກິດສູນບໍລິການຂໍ້ມູນຂ່າວສານຜ່ານອິນເຕີເນັດ.

5.1 ຜູ້ດໍາເນີນທຸລະກິດຊອບແວ

     ຜູ້ດໍາເນີນທຸລະກິດຊອບແວ ແມ່ນຜູ້ທີ່ເຄື່ອນໄຫວທາງທຸລະກິດໃນການບໍລິການສ້າງ, ພັດທະນາ, ຕິດຕັ້ງ, ຈໍາໜ່າຍ ແລະ ໃຫ້ເຊົ່າໃຊ້ຊອບແວ.

5.2 ຜູ້ດໍາເນີນທຸລະກິດສູນບໍລິການຂໍ້ມູນຂ່າວສານຜ່ານອິນເຕີເນັດ

ຜູ້ດໍາເນີນທຸລະກິດສູນບໍລິການຂໍ້ມູນຂ່າວສານຜ່ານອິນເຕີເນັດ ແມ່ນຜູ້ທີ່ເຄື່ອນໄຫວທາງທຸລະກິດໃນການສ້າງ, ພັດທະນາ ແລະ ໃຫ້ບໍລິການຂໍ້ຄວາມ, ຮູບພາບ, ສຽງ, ວິດີໂອ ໃນຮູບແບບຂໍ້ມູນເອເລັກໂຕຣນິກ ທີ່ສະແດງຜົນຜ່ານອຸປະກອນເອເລັກໂຕຣນິກທີ່ມີການເຊື່ອມຕໍ່ກັບອິນເຕີເນັດ.

ມາດຕາ 6.   ມາດຕະຖານເຕັກນິກ ແລະ ຄວາມປອດໄພ

6.1  ມາດຕະຖານເຕັກນິກ

     ມາດຕະຖານເຕັກນິກຊອບແວ ແລະ ສູນບໍລິການຂໍ້ມູນຂ່າວສານຜ່ານອິນເຕີເນັດ ຕ້ອງມີ ດັ່ງນີ້:

1.  ຮອງຮັບຕົວອັກສອນພາສາລາວ;
2.  ມີຄວາມຖືກຕ້ອງ (Correctness) ແລະ ໜ້າເຊື່ອຖື (Reliability);
3.  ມີປະສິດທິພາບ (Efficiency), ໃຊ້ງານງ່າຍ (User friendliness), ງ່າຍໃນການຕິດຕັ້ງ ແລະ ບໍາລຸງຮັກສາ (Maintainability);
4.  ມີຄູ່ມືແນະນໍາການນໍາໃຊ້ (User Documentation);
5.  ຮັບປະກັນຜະລິດຕະພັນບໍ່ໃຫ້ມີໄວຣັສ (Virus) ຫຼື ມາວແວ (Malware);
6.  ສອດຄ່ອງຕາມມາດຕະຖານເຕັກນິກສາກົນ ໃນການພັດທະນາຜະລິດຕະພັນ ທາງດ້ານຊອບແວ ISO/IEC 29110.
7.  ຂໍ້ມູນ ແລະ ຖານຂໍ້ມູນຕ້ອງເກັບໄວ້ໃນດິນແດນຂອງ ສປປ ລາວ;
8.  ຮັບປະກັນການເຊື່ອມຕໍ່ ຜ່ານສູນກາງເຊື່ອມຕໍ່ອິນເຕີເນັດທີ່ຂື້ນກັບ ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ.

6.2   ມາດຕະຖານຄວາມປອດໄພ

      ມາດຕະຖານຄວາມປອດໄພຂອງຊອບແວ ແລະ ຂໍ້ມູນແບບເອເລັກໂຕນິກຜ່ານອິນເຕີເນັດ ຕ້ອງມີ ດັ່ງນີ້:

1.  ມີລະບົບເກັບຮັກສາຂໍ້ມູນທັງໝົດໄວ້ຢ່າງໜ້ອຍ 90 ວັນ ແລະ ລະບົບການກູ້ຄືນຂໍ້ມູນ;
2.  ມີການຄວບຄຸມການເຂົ້າເຖິງ ແລະ ການພິສູດຕົວຕົນ ກ່ອນການນໍາໃຊ້ຊອບແວ ແລະ ສູນບໍລິການຂໍ້ມູນຂ່າວສານຜ່ານອິນເຕີເນັດ;
3.  ການເກັບຮັກສາຂໍ້ມູນທີ່ເປັນຄວາມລັບຂອງຜູ້ຊົມໃຊ້ ແລະ ການສົ່ງ-ຮັບຂໍ້ມູນສໍາຄັນ ຕ້ອງມີການເຂົ້າລະຫັດເພື່ອຄວາມປອດໄພ;
4.  ໃນການເຂົ້າເຖິງຂໍ້ມູນທີ່ສໍາຄັນຂອງຜູ້ນໍາໃຊ້ທີ່ຢູ່ໃນລະບົບ ຕ້ອງແມ່ນຜູ້ທີ່ໄດ້ຮັບອະນຸຍາດໃຫ້ເຂົ້າເຖິງເທົ່ານັ້ນ;
5.  ການລະບຸອຸປະກອນທີ່ເຊື່ອມຕໍ່ເຂົ້າກັບລະບົບການສື່ສານຂໍ້ມູນຂ່າວສານ ເພື່ອກວດສອບການເຊື່ອມຕໍ່ຂອງອຸປະກອນດັ່ງກ່າວວ່າມາຈາກສະເພາະອຸປະກອນເຄືອຂ່າຍທີ່ໄດ້ຮັບອະນຸຍາດ ຫຼື ສະຖານທີ່ ທີ່ໄດ້ຮັບອະນຸຍາດໃນການເຊື່ອມຕໍ່. ຂ້າງເທິງ

ມາດຕາ 7.   ການຂໍອະນຸຍາດ

     ນິຕິບຸກຄົນ ທີ່ມີຈຸດປະສົງດໍາເນີນທຸລະກິດຊອບແວ ແລະ ສູນບໍລິການຂໍ້ມູນຂ່າວສານຜ່ານອິນເຕີເນັດ ຕ້ອງຂໍໃບອະນຸຍາດດໍາເນີນທຸລະກິດ ນໍາຂະແໜງການ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ.

ມາດຕາ 8.   ເງື່ອນໄຂພິຈາລະນາອອກໃບອະນຸຍາດ

     ການພິຈາລະນາອອກໃບອະນຸຍາດໃນການດໍາເນີນທຸລະກິດຊອບແວ ແລະ ສູນບໍລິການຂໍ້ມູນຂ່າວສານຜ່ານອິນເຕີເນັດ ຕ້ອງມີເງື່ອນໄຂ ດັ່ງນີ້:

1.  ມີວິຊາການທີ່ກ່ຽວຂ້ອງ ກັບປະເພດຂອງການບໍລິການ;
2.  ມີສະຖານທີ່ຕັ້ງເໝາະສົມ;
3.  ບໍ່ຢູ່ໃນຊ່ວງໄລຍະທີ່ຖືກອາຍັດຊັບສິນ, ຢູ່ໃນຂະບວນການລົ້ມລະລາຍ ຫຼື ຖືກສານຕັດສິນເປັນຜູ້ລົ້ມລະລາຍຕາມກົດໝາຍຂອງ ສປປ ລາວ.
4.  ຕ້ອງປະກອບເອກະສານ ຕາມທີ່ກໍານົດໃນເອກະສານຊ້ອນທ້າຍ.

ມາດຕາ 9.   ການພິຈາລະນາອອກໃບອະນຸຍາດ

     ການຄົ້ນຄວ້າ, ພິຈາລະນາ ອອກໃບອະນຸຍາດ ຕ້ອງສໍາເລັດພາຍໃນກໍານົດເວລາ 10 ວັນ ລັດຖະການ ນັບແຕ່ວັນທີ່ໄດ້ຮັບຄໍາຮ້ອງເປັນຕົ້ນໄປ.
     ໃນກໍລະນີເອກະສານ ບໍ່ຖືກຕ້ອງ, ບໍ່ຄົບຖ້ວນ ຫຼື ບໍ່ມີເງື່ອນໄຂໄດ້ຮັບອະນຸຍາດ ຕ້ອງແຈ້ງໃຫ້ຜູ້ຂໍອະນຸຍາດຮັບຊາບ ພາຍໃນກໍານົດເວລາ 5 ວັນ ລັດຖະການ.

ມາດຕາ 10.   ການຕໍ່, ປ່ຽນແປງ, ໂຈະ ຫຼື ຍຸບເລີກ

     ການຕໍ່ໃບອະນຸຍາດປະເພດການດໍາເນີນທຸລະກິດຊອບແວ ແລະ ສູນບໍລິການຂໍ້ມູນຂ່າວສານຜ່ານອິນເຕີເນັດ ຕ້ອງປະກອບເອກະສານທີ່ລະບຸໄວ້ໃນເອກະສານຊ້ອນທ້າຍ ແລະ ຍື່ນໃບຄໍາຮ້ອງຂໍຕໍ່ ກ່ອນວັນໝົດອາຍຸ ຢ່າງໜ້ອຍ 30 ວັນ ຊຶ່ງອົງການຄຸ້ມຄອງ ແລະ ກວດກາ ຈະໃຊ້ເວລາພິຈາລະນາພາຍໃນ 5 ວັນ ລັດຖະການ.
     ບຸກຄົນ ຫຼື ນິຕິບຸກຄົນ ທີ່ມີຈຸດປະສົງ ຂໍປ່ຽນແປງເນື້ອໃນໃບອະນຸຍາດ, ໂຈະ ຫຼື ຍຸບເລີກ ການດໍາເນີນທຸລະກິດຂອງຕົນ ຕ້ອງໄດ້ຮັບອະນຸຍາດຈາກຂະແໜງການໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ໂດຍສະເໜີ ແລະ ປະກອບ ເອກະສານ ເພື່ອຊີ້ແຈງເຫດຜົນ.

ມາດຕາ 11.   ຂອບເຂດຂອງການດໍາເນີນທຸລະກິດ

     ໃບອະນຸຍາດປະເພດການດໍາເນີນທຸລະກິດການໃຫ້ບໍລິການຊອບແວ ແລະ ສູນບໍລິການຂໍ້ມູນຂ່າວສານຜ່ານອິນເຕີເນັດ ສາມາດນໍາໃຊ້ໄດ້ໃນຂອບເຂດທີ່ກໍານົດໃນໃບອະນຸຍາດເທົ່ານັ້ນ ແລະ ມີອາຍຸການນໍາໃຊ້ ໜື່ງປີ ນັບແຕ່ວັນທີອອກໃບອະນຸຍາດ ເປັນຕົ້ນໄປ. 

ມາດຕາ 12.   ຄ່າທໍານຽມ ແລະ ຄ່າບໍລິການ

     ຄ່າທໍານຽມ ແລະ ຄ່າບໍລິການ ໃນການຂໍອະນຸຍາດການດໍາເນີນທຸລະກິດຊອບແວ ແລະ ສູນບໍລິການຂໍ້ມູນຂ່າວສານຜ່ານອິນເຕີເນັດ ແມ່ນໃຫ້ປະຕິບັດຕາມທີ່ໄດ້ກໍານົດໄວ້ໃນລະບຽບການສະເພາະ ກ່ຽວກັບຄ່າທໍານຽມ ແລະ ຄ່າບໍລິການ ທີ່ປະກາດໃຊ້ໃນແຕ່ໄລຍະ. ຂ້າງເທິງ

ໝວດທີ 3
ສິດ ແລະ ພັນທະ

ມາດຕາ 13.   ສິດ ແລະ ພັນທະ ຂອງຜູ້ດໍາເນີນທຸລະກິດ

     ຜູ້ດໍາເນີນທຸລະກິດຊອບແວ ແລະ ສູນບໍລິການຂໍ້ມູນຂ່າວສານຜ່ານອິນເຕີເນັດ ມີສິດ ແລະ ພັນທະ ດັ່ງນີ້:

1.  ໃຫ້ບໍລິການຕາມປະເພດທຸລະກິດ ທີ່ຕົນໄດ້ຮັບອະນຸຍາດ;
2.  ສະເໜີຂໍຕໍ່, ປ່ຽນແປງ, ໂຈະ ຫຼື ຍຸບເລີກ ການດໍາເນີນກິດຈະການຂອງຕົນ;
3.  ປົກປ້ອງສິດ ແລະ ຜົນປະໂຫຍດໃນການໃຫ້ບໍລິການຂອງຕົນ;
4.  ຮັບປະກັນການໃຫ້ບໍລິການຢ່າງມີຄຸນນະພາບ ແລະ ມີການບໍາລຸງຮັກສາຕາມຄວາມເໝາະສົມຂອງແຕ່ລະປະເພດຂອງຊອບແວ ແລະ ສູນບໍລິການຂໍ້ມູນຂ່າວສານຜ່ານອິນເຕີເນັດ;
5.  ຮັບຜິດຊອບຕໍ່ຂໍ້ມູນຂ່າວສານຂອງຕົນ ແລະ ບໍ່ໃຫ້ມີຜົນກະທົບ ຕໍ່ຜູ້ອື່ນ;
6.  ເຄົາລົບສິດ ແລະ ຮັກສາຂໍ້ມູນສ່ວນຕົວຂອງຜູ້ໃຊ້ບໍລິການ, ບໍ່ເປີດເຜີຍຂໍ້ມູນສ່ວນຕົວຂອງຜູ້ໃຊ້ບໍລິການ ຍົກເວັ້ນມີການສະເໜີຂອງອົງການຈັດຕັ້ງລັດທີ່ມີສິດອໍານາດກ່ຽວຂ້ອງ;
7.  ໃຫ້ການຮ່ວມມື, ຕິດຕາມ, ກວດກາ ແລະ ສະກັດກັ້ນ ການເຄື່ອນໄຫວດ້ານຊອບແວ ແລະ ສູນບໍລິການຂໍ້ມູນຂ່າວສານຜ່ານອິນເຕີເນັດ ຂອງບຸກຄົນ ແລະ ນິຕິບຸກຄົນ ພາຍໃນປະເທດ ທີ່ສ້າງຜົນກະທົບຕໍ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫົງບ ແລະ ວັດທະນະທໍາ-ສັງຄົມ;
8.  ນໍາໃຊ້ສິດ ແລະ ປະຕິບັດພັນທະອື່ນ ຕາມທີ່ກໍານົດໄວ້ໃນກົດໝາຍ ຫຼື ລະບຽບການ.

ມາດຕາ 14.   ສິດ ແລະ ພັນທະ ຂອງຜູ້ໃຊ້ບໍລິການ

     ຜູ້ໃຊ້ບໍລິການຊອບແວ  ແລະ ສູນບໍລິການຂໍ້ມູນຂ່າວສານຜ່ານອິນເຕີເນັດ ມີສິດ ດັ່ງນີ້:

1.  ໄດ້ຮັບການບໍລິການທີ່ມີຄຸນນະພາບ, ສະດວກ, ວ່ອງໄວ ແລະ ປອດໄພ;
2.  ທວງຖາມ ແລະ ຮ້ອງຟ້ອງຜູ້ດໍາເນີນທຸລະກິດຕາມຂັ້ນຕອນຂະບວນການຍຸຕິທໍາ ເພື່ອໃຫ້ຄວາມເປັນທໍາຕໍ່ຜູ້ຊົມໃຊ້;
3.  ສະເໜີຕໍ່ອົງການຄຸ້ມຄອງ ແລະ ກວດກາ ກ່ຽວກັບຄຸນນະພາບການບໍລິການ, ມາດຕະຖານເຕັກນິກ ແລະ ຄ່າບໍລິການຕ່າງໆ ຂອງຜູ້ດໍາເນີນທຸລະກິດ;
4.  ຮັບຜິດຊອບຕໍ່ຂໍ້ມູນຂ່າວສານຂອງຕົນ ຊຶ່ງອາດເປັນຜົນກະທົບຕໍ່ບຸກຄົນ, ນິຕິບຸກຄົນ, ອົງການຈັດຕັ້ງ ແລະ ສັງຄົມ ທີ່ເປັນການລະເມີດຕໍ່ກົດໝາຍ ຫຼື ລະບຽບການ;
5.  ຈ່າຍຄ່າບໍລິການຕາມລະບຽບການ;
6.  ນໍາໃຊ້ສິດ ແລະ ປະຕິບັດພັນທະອື່ນ ຕາມທີ່ກໍານົດໄວ້ໃນກົດໝາຍ ຫຼື ລະບຽບການ. ຂ້າງເທິງ

ໝວດທີ 4
ຂໍ້ຫ້າມ

ມາດຕາ 15.   ຂໍ້ຫ້າມທົ່ວໄປ

     ຫ້າມບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ມີພຶດຕິກໍາ ດັ່ງນີ້:

1.  ດໍາເນີນທຸລະກິດໂດຍບໍ່ໄດ້ຮັບອະນຸຍາດຈາກຂະແໜງການ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ;
2.  ກີດກັ້ນ, ຂັດຂວາງການດໍາເນີນທຸລະກິດການດໍາເນີນທຸລະກິດຊອບແວ ແລະ ສູນບໍລິການຂໍ້ມູນຂ່າວ ສານຜ່ານອິນເຕີເນັດ;
3.  ຮ່ວມມື, ສ້າງເງື່ອນໄຂ ຫຼື ອໍານວຍຄວາມສະດວກໃຫ້ແກ່ບຸກຄົນ, ນິຕິບຸກຄົນໃດໜຶ່ງ ໃນການລະເມີດຂໍ້ຫ້າມ ທີ່ກໍານົດໄວ້ໃນຂໍ້ຕົກລົງສະບັບນີ້;
4.  ມີພຶດຕິກໍາອື່ນ ທີ່ເປັນການລະເມີດຕໍ່ກົດໝາຍ ຫຼື ລະບຽບການທີ່ກ່ຽວຂ້ອງ.

ມາດຕາ 16.   ຂໍ້ຫ້າມພະນັກງານຄຸ້ມຄອງ ແລະ ກວດກາ

     ຫ້າມພະນັກງານຂະແໜງການ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ມີພຶດຕິກໍາ ດັ່ງນີ້:

1.  ກົດໜ່ວງ, ຖ່ວງດຶງ ແລະ ປອມແປງເອກະສານ;
2.  ສວຍໃຊ້ໜ້າທີ່ຕໍາແໜ່ງ ເພື່ອຫາຜົນປະໂຫຍດສ່ວນຕົວກັບຜູ້ດໍາເນີນທຸລະກິດ;
3.  ເປີດເຜີຍຂໍ້ມູນລັບ ຂອງຜູ້ດໍາເນີນທຸລະກິດ;
4.  ມີພຶດຕິກໍາອື່ນ ທີ່ລະເມີດຕໍ່ກົດໝາຍ ຫຼື ລະບຽບການ ທີ່ກ່ຽວຂ້ອງ.

ມາດຕາ 17.   ຂໍ້ຫ້າມສໍາລັບຜູ້ດໍາເນີນທຸລະກິດ

     ຫ້າມຜູ້ດໍາເນີນທຸລະກິດເນີນທຸລະກິດຊອບແວ ແລະ ສູນບໍລິການຂໍ້ມູນຂ່າວສານຜ່ານອິນເຕີເນັດ ມີພຶດຕິກໍາ ດັ່ງນີ້:

1.  ນໍາໃບອະນຸຍາດໃຫ້ຄົນອື່ນໃຊ້, ເຊົ່າ ຫຼື ໂອນ;
2.  ໃຫ້ບໍລິການນອກເໜືອຈາກປະເພດການໃຫ້ບໍລິການ, ຕາມທີ່ກໍານົດໃນໃບອະນຸຍາດ ຫຼື ຂອບເຂດທີ່ກໍານົດໄວ້;
3.  ອຸດໜູນ, ຄອບງໍາ ຫຼື ໃຊ້ອໍານາດການຕະຫຼາດທີ່ບໍ່ເປັນທໍາ ຕໍ່ຜູ້ໃຫ້ບໍລິການອື່ນ;
4.  ມີພຶດຕິກໍາອື່ນ ທີ່ເປັນການລະເມີດກົດໝາຍ ແລະ ລະບຽບການ ທີ່ກ່ຽວຂ້ອງ. ຂ້າງເທິງ

ໝວດທີ 5
ການຄຸ້ມຄອງ ແລະ ກວດກາ

ມາດຕາ 18.   ອົງການຄຸ້ມຄອງ ແລະ ກວດກາ ການດໍາເນີນທຸລະກິດຊອບແວ ແລະ ສູນບໍລິການຂໍ້ມູນຂ່າວສານຜ່ານອິນເຕີເນັດ

     ອົງການຄຸ້ມຄອງ ແລະ ກວດກາ ການດໍາເນີນທຸລະກິດຊອບແວ ແລະ ສູນບໍລິການຂໍ້ມູນຂ່າວສານຜ່ານອິນເຕີເນັດ ແມ່ນຂະແໜງການ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ  ໂດຍປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ.

ມາດຕາ 19.   ສິດ ແລະ ໜ້າທີ່ຂອງກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ

     ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ມີສິດ ແລະ ໜ້າທີ່ ດັ່ງນີ້:

1.  ພິຈາລະນາອອກ, ຕໍ່, ປ່ຽນແປງ, ໂຈະ ແລະ ຖອນໃບອະນຸຍາດ;
2.  ຕິດຕາມ ແລະ ກວດກາ ການປະຕິບັດເງື່ອນໄຂ, ມາດຕະຖານ ແລະ ລະບຽບການ ຕາມຂໍ້ຕົກລົງສະບັບນີ້;
3.  ກ່າວເຕືອນ, ສຶກສາອົບຮົມ ຫຼື ປັບໃໝ ຕໍ່ບຸກຄົນ ແລະ ນິຕິບຸກຄົນ ທີ່ລະເມີດຂໍ້ຕົກລົງສະບັບນີ້ ແລະ ລະບຽບການອື່ນ ທີ່ກ່ຽວຂ້ອງ;
4.  ພິຈາລະນາແກ້ໄຂຄໍາສະເໜີ ກ່ຽວກັບການອະນຸຍາດການດໍາເນີນທຸລະກິດຊອບແວ ແລະ ສູນບໍລິການຂໍ້ມູນຂ່າວສານຜ່ານອິນເຕີເນັດ ເປັນຕົ້ນ ຄຸນນະພາບຜະລິດຕະພັນ, ການບໍລິການ, ມາດຕະຖານເຕັກນິກ, ຄວາມປອດໄພ, ຄ່າບໍລິການ ແລະ ອື່ນໆ;
5.  ເກັບຄ່າທໍານຽມ ແລະ ຄ່າບໍລິການ ໃນການອອກໃບອະນຸຍາດ ແລະ ຄ່າອື່ນໆ ຕາມກົດໝາຍ ຫຼື ລະບຽບການ ກໍານົດໄວ້;
6.  ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມທີ່່ກໍານົດໄວ້ໃນກົດໝາຍ ແລະ ລະບຽບການ.

ມາດຕາ 20.   ສິດ ແລະ ໜ້າທີ່ຂອງ ພະແນກ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແຂວງ/ນະຄອນ

     ພະແນກໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານແຂວງ/ນະຄອນ ມີສິດ ແລະ ໜ້າທີ່ ດັ່ງນີ້:

1.  ພິຈາລະນາອອກ, ຕໍ່, ປ່ຽນແປງ, ໂຈະ ແລະ ຖອນໃບອະນຸຍາດຕາມ ກະຊວງ ໄປສະນີ, ໂທລະຄົມມະ ນາຄົມ ແລະ ການສື່ສານ ກໍານົດໃຫ້;
2.  ຕິດຕາມ ແລະ ກວດກາ ການປະຕິບັດເງື່ອນໄຂ ແລະ ລະບຽບການຕາມຂໍ້ຕົກລົງສະບັບນີ້;
3.  ກ່າວເຕືອນ, ສຶກສາອົບຮົມ ຫຼື ປັບໃໝ ຕໍ່ບຸກຄົນ ແລະ ນິຕິບຸກຄົນ ທີ່ລະເມີດຂໍ້ຕົກລົງສະບັບນີ້;
4.  ປະຕິບັດສິດອື່ນ ຕາມທີ່ກໍານົດໄວ້ໃນກົດໝາຍ ແລະ ລະບຽບການ. ຂ້າງເທິງ

ໝວດທີ 6
ມາດຕະການຕໍ່ຜູ້ລະເມີດ

ມາດຕາ 21.   ມາດຕະການຕໍ່ຜູ້ລະເມີດ

      ບຸກຄົນ ຫຼື ນິຕິບຸກຄົນ ທີ່ໄດ້ລະເມີດຂໍ້ຕົກລົງສະບັບນີ້ ຈະຖືກສຶກສາອົບຮົມ, ປັບໃໝ, ໂຈະ ຫຼື ຖອນ ໃບອະນຸຍາດ ແລ້ວແຕ່ກໍລະນີເບົາ ຫຼື ໜັກ ລວມທັງໃຊ້ແທນຄ່າເສຍຫາຍທີ່ຕົນໄດ້ກໍ່ຂື້ນ.

ມາດຕາ 22.   ມາດຕະການສຶກສາອົບຮົມ

     ພະນັກງານລັດ ຫຼື ຜູ້ດໍາເນີນທຸລະກິດ ທີ່ລະເມີດ ຂໍ້ຕົກລົງສະບັບນີ້ ຈະຖືກສຶກສາອົບຮົມ ດັ່ງນີ້: 

1.  ພະນັກງານຂອງລັດທີ່ເຮັດວຽກຄຸ້ມຄອງ ບໍ່ໃຫ້ຄວາມສະດວກ, ຊັກຊ້າ, ກົດໜ່ວງທ່ວງດຶງ ການພິຈາ ລະນາຄໍາຮ້ອງຂໍອະນຸຍາດ ໂດຍບໍ່ມີເຫດຜົນ, ໃຊ້ມາລະຍາດ ຫຼື ຄໍາເວົ້າທີ່ບໍ່ເໝາະສົມ;
2.  ຜູ້ດໍາເນີນທຸລະກິດ ບໍ່ໃຫ້ຄວາມສະດວກແກ່ຜູ້ຊົມໃຊ້ ຫຼື ລະເມີດຂໍ້ຫ້າມໃນສະຖານເບົາ.

ມາດຕາ 23.   ມາດຕະການທາງວິໄນ

     ພະນັກງານຄຸ້ມຄອງ ແລະ ກວດກາ ທີ່ລະເມີດຂໍ້ຫ້າມໃນຂໍ້ຕົກລົງສະບັບນີ້ ທີ່ບໍ່ເປັນການກະທໍາຜິດທາງ ອາຍາ ແລະ ກໍ່ຄວາມເສຍຫາຍເລັກນ້ອຍ ຈະຖືກລົງວິໄນຕາມແຕ່ລະກໍລະນີ ດັ່ງນີ້:

1.  ຕໍານິ ຫຼື ກ່າວເຕືອນ ພ້ອມທັງບັນທຶກໄວ້ໃນສໍານວນເອກະສານຊີວະປະຫວັດ ຂອງຜູ້ກ່ຽວ;
2.  ໂຈະການເລື່ອນຊັ້ນ, ຂັ້ນເງິນເດືອນ ແລະ ການຍ້ອງຍໍ;
3.  ປົດຕໍາແໜ່ງ ຫຼື ຍົກຍ້າຍໄປຮັບໜ້າທີ່ອື່ນ ທີ່ມີຕໍາແໜ່ງຕໍ່າກວ່າເກົ່າ;
4.  ໃຫ້ອອກຈາກລັດຖະກອນ ໂດຍບໍ່ໄດ້ຮັບນະໂຍບາຍໃດໆ.

     ຜູ້ຖືກລົງວິໄນ ຕ້ອງສົ່ງຊັບສິນທີ່ຕົນໄດ້ມາຢ່າງບໍ່ຖືກຕ້ອງນັ້ນ ຄືນໃຫ້ການຈັດຕັ້ງຢ່າງຄົບຖ້ວນ.

ມາດຕາ 24.   ມາດຕະການປັບໃໝ

     ບຸກຄົນ ຫຼື ນິຕິບຸກຄົນ ທີ່ລະເມີດຂໍ້ຕົກລົງສະບັບນີ້ ຈະຖືກປັບໃໝ ດັ່ງນີ້:

1.  ດໍາເນີນທຸລະກິດການໃຫ້ບໍລິການຊອບແວ ແລະ ສູນບໍລິການຂໍ້ມູນຂ່າວສານຜ່ານອິນເຕີເນັດ ໂດຍບໍ່ໄດ້ຮັບອະນຸຍາດ ຈະຖືກປັບໃໝ 10,000,000 ກີບ;
2.  ນໍາໃບອະນຸຍາດໃຫ້ຜູ້ອື່ນນໍາໃຊ້, ເຊົ່າ ຫຼື ໂອນ ຈະຖືກປັບໃໝ 5,000,000 ກີບ;
3.  ໃຫ້ບໍລິການນອກເໜືອຈາກປະເພດການບໍລິການ, ໃນໃບອະນຸຍາດ ຫຼື ຂອບເຂດທີ່ກໍານົດໄວ້ ຈະຖືກປັບໃໝ 2,000,000 ກີບ;
4.  ປອມແປງ, ສະໜອງຂໍ້ມູນທີ່ບໍ່ຖືກຕ້ອງ, ເຊື່ອງອໍາຂໍ້ມູນ ຫຼື ບໍ່ໃຫ້ຄວາມຮ່ວມມື ກັບອົງການຄຸ້ມຄອງ ແລະ ກວດກາ ຈະຖືກປັບໃໝ 5,000,000 ກີບ;
5.  ໂຄສະນາໃສ່ຮ້າຍປ້າຍສີ ຫຼື ສ້າງຄວາມເສຍຫາຍໃຫ້ຜູ້ບໍລິການລາຍອື່ນ ຈະຖືກປັບໃໝ 5,000,000 ກີບ;
6.  ບໍ່ຕໍ່ໃບອະນຸຍາດ ພາຍໃນ 30 ວັນ ຫຼັງຈາກໃບອະນຸຍາດໝົດອາຍຸແລ້ວ ຈະຖືກປັບໃໝ 1,000,000 ກີບ.

ມາດຕາ 25.   ມາດຕະການໂຈະ ແລະ ຖອນໃບອະນຸຍາດ

     ອົງການຄຸ້ມຄອງ ແລະ ກວດກາ ຈະໂຈະໃບອະນຸຍາດປະເພດການດໍາເນີນທຸລະກິດຊອບແວ ແລະ ສູນບໍລິການຂໍ້ມູນຂ່າວສານຜ່ານອິນເຕີເນັດ ໃນກໍລະນີ ດັ່ງລຸ່ມນີ້:

1.  ບໍລິການເກີນປະເພດ ຫຼື ຂອບເຂດສິດຂອງໃບອະນຸຍາດ;
2.  ປອມແປງ, ເຊື່ອງອໍາຂໍ້ມູນ ຫຼື ສະໜອງຂໍ້ມູນທີ່ບໍ່ຖືກຕ້ອງ ຕາມການກໍານົດຂອງອົງການຄຸ້ມຄອງ ແລະ ກວດກາ;
3.  ບໍ່ຊໍາລະຄ່າທໍານຽມ, ຄ່າບໍລິການ ຫຼື ອາກອນໃຫ້ລັດຕາມລະບຽບການ;
4.  ລະເມີດກົດໝາຍ ລະ ລະບຽບການອື່ນທີ່ກ່ຽວຂ້ອງ.

     ອົງການຄຸ້ມຄອງ ແລະ ກວດກາ ຈະຖອນໃບອະນຸຍາດປະເພດການດໍາເນີນທຸລະກິດຊອບແວ ແລະ ສູນບໍລິການຂໍ້ມູນຂ່າວສານຜ່ານອິນເຕີເນັດ ໃນກໍລະນີ ດັ່ງລຸ່ມນີ້:

1.  ນໍາໃບອະນຸຍາດໃຫ້ຜູ້ອື່ນນໍາໃຊ້, ເຊົ່າ ຫຼື ໂອນ ໂດຍບໍ່ໄດ້ຮັບອະນຸຍາດ;
2.  ຖືກໂຈະໃບອະນຸຍາດແລ້ວ ບໍ່ປະຕິບັດຕາມອົງການຄຸ້ມຄອງ ແລະ ກວດກາ ແຈ້ງການ ພາຍໃນໄລຍະເວລາ 90 ວັນ;
3.  ລະເມີດກົດໝາຍ ແລະ ລະບຽບການອື່ນ ທີ່ກ່ຽວຂ້ອງ. ຂ້າງເທິງ

ໝວດທີ 7
ບົດບັນຍັດສຸດທ້າຍ

ມາດຕາ 26.   ການຈັດຕັ້ງປະຕິບັດ

     ມອບໃຫ້ ກົມເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ພະແນກໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແຂວງ/ນະຄອນ ຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ ຢ່າງເຂັ້ມງວດ.

ມາດຕາ 27.   ຜົນສັກສິດ

     ຂໍ້ຕົກລົງສະບັບນີ້ ມີຜົນສັກສິດ ນັບແຕ່ໄດ້ລົງລາຍເຊັນ ແລະ ພາຍຫຼັງທີ່ໄດ້ລົງໃນຈົດໝາຍເຫດທາງລັດຖະການ ສິບຫ້າວັນ.

ລັດຖະມົນຕີ

(ເຊັນ ແລະ ປະທັບຕາ)
ດຣ. ທະວີສັກ ມະໂນທັມ

ຂ້າງເທິງ

# ຫົວຂໍ້ ດາວໂຫຼດ
1 Decision on Software and Data Center Business No. 143/MPT, dated 20 January 2017 PDF
2 ຂໍ້ຕົກລົງ ວ່າດ້ວຍ ການດໍາເນີນທຸລະກິດຊອບແວ ແລະ ສູນບໍລິການຂໍ້ມູນຂ່າວສານຜ່ານອິນເຕີເນັດ ສະບັບເລກທີ 143/ປທສ, ລົງວັນທີ 20 ມັງກອນ 2017 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.