ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງການເງິນ           ເລກທີ 2560/ກງ
ນະຄອນຫຼວງວຽງຈັນ, ວັນທີ 09 ສິງຫາ 2016

ຄຳແນະນຳ

ວ່າດ້ວຍການປະຕິບັດນະໂຍບາຍພາສີ-ອາກອນ ສຳລັບການນຳເຂົ້າວັດຖຸ, ອຸປະກອນ ແລະ
ພາຫະນະຕ່າງໆຂອງແຜນງານ/ໂຄງການ ທີ່ນຳໃຊ້ທຶນກູ້ຢືມ ແລະ ຊ່ວຍເຫຼືອລ້າຈາກຕ່າງປະເທດ

-   ອີງຕາມກົດໝາຍວ່າດ້ວຍງົບປະມານແຫ່ງລັດ (ສະບັບປັບປຸງ) ສະບັບເລກທີ 71/ສພຊ, ລົງວັນທີ 16 ທັນວາ 2015;
-   ອີງຕາມກົດໝາຍວ່າດ້ວຍພາສີ (ສະບັບປັບປຸງ) ສະບັບເລກທີ 57/ສພຊ, ລົງວັນທີ 24 ທັນວາ 2014;
-   ອີງຕາມກົດໝາຍວ່າດ້ວຍສ່ວຍສາອາກອນ (ສະບັບປັບປຸງ) ສະບັບເລກທີ 70/ສພຊ, ລົງວັນທີ 15 ທັນວາ 2015;
-   ອີງຕາມກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ ສະບັບເລກທີ 52/ສພຊ, ລົງວັນທີ 23 ກໍລະກົດ 2014;
-   ອີງຕາມດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການປະຍັດ ແລະ ຕ້ານການຟູມເຟືອຍ ສະບັບເລກທີ 78/ລບ, ລົງວັນທີ 10 ມີນາ 2015;
-   ອີງຕາມດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງການເງິນ ສະບັບເລກທີ 80/ລບ, ລົງວັນທີ 28 ກຸມພາ 2007.

ລັດຖະມົນຕີກະຊວງການເງິນ ອອກຄຳແນະນຳ

1. ຈຸດປະສົງ

    ຄຳແນະນຳສະບັບນີ້ ແມ່ນວາງອອກເພື່ອກຳນົດການປະຕິບັດນະໂຍບາຍພາສີ-ອາກອນ, ຂັ້ນຕອນ ແລະ ວິທີການອະນຸມັດ ສຳລັບການນຳເຂົ້າວັດຖຸ, ອຸປະກອນ ແລະ ພາຫະນະຕ່າງໆຂອງແຜນງານ/ໂຄງການ ທີ່ນຳໃຊ້ທຶນກູ້ຢືມ ແລະ ຊ່ວຍເຫຼືອລ້າຈາກຕ່າງປະເທດ (ຕໍ່ໄປນີ້ເອີ້ນຫຍໍ້ວ່າ ແຜນງານ/ໂຄງການ), ແນໃສ່ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາກະຊວງ/ຂະແໜງການ ແລະ ທ້ອງຖິ່ນ ສາມາດຈັດຕັ້ງປະຕິບັດແຜນງານ/ໂຄງການ ໄດ້ຢ່າງຄ່ອງຕົວ, ນຳໃຊ້ທຶນຮອນຢ່າງປະຢັດ ແລະ ມີປະສິດທິຜົນ, ຮັບປະກັນການນຳເຂົ້າ ມີຄວາມໂປ່ງໃສ ແລະ ກວດສອບໄດ້. 

2. ນະໂຍບາຍພາສີ-ອາກອນ

    ການປະຕິບັດນະໂຍບາຍ ແລະ ພັນທະພາສີ-ອາກອນ ສຳລັບການນຳເຂົ້າວັດຖຸ, ອຸປະກອນ ແລະ ພາຫະນະຕ່າງໆ ຂອງແຜນງານ/ໂຄງການ ຕ້ອງດຳເນີນຕາມການຕົກລົງໃນສັນຍາ, ສັນຍາສະໜອງທຶນ ຫຼື ໜັງສືແລກປ່ຽນທີ່ລັດຖະບານ ໄດ້ອະນຸຍາດໃຫ້ເຊັນກັບຜູ້ໃຫ້ທຶນຄື:

   (ກ) ໃນກໍລະນີສັນຍາຮ່ວມມື, ສັນຍາສະໜອງທຶນ ຫຼື ໜັງສືແລກປ່ຽນ ກຳນົດໃຫ້ຍົກເວັ້ນພາສີ-ອາກອນ ແລະ ຄ່າທຳນຽມຕ່າງໆ ແມ່ນໃຫ້ປະຕິບັດການຍົກເວັ້ນຕາມພັນທະດັ່ງກ່າວ.
  (ຂ) ໃນກໍລະນີສັນຍາຮ່ວມມື, ສັນຍາສະໜອງທຶນ ຫຼື ໜັງສືແລກປ່ຽນ ບໍ່ໄດ້ກຳນົດການຍົກເວັ້ນ ແມ່ນໃຫ້ປະຕິບັດພັນທະພາສີ-ອາກອນ ແລະ ຄ່າທຳນຽມຕ່າງໆ.

3. ການຮັບຮອງແຜນນຳເຂົ້າ

   (ກ) ພາກສ່ວນຮັບຜິດຊອບແຜນງານ/ໂຄງການ ມີໜ້າທີ່ສ້າງແຜນການນຳເຂົ້າ (Master List) ວັດຖຸ, ອຸປະກອນ ແລະ ພາຫະນະຕ່າງໆ ບົນພື້ນຖານການອອກແບບ, ການຄິດໄລ່ ໃຫ້ສອດຄ່ອງກັບລະບຽບການ ທີ່ອົງການກ່ຽວຂ້ອງຮັບຮອງ, ຮັບປະກັນຫຼັກການປະຢັດ ແລະ ມີປະສິດທິຜົນ ເຊັ່ນ: ອີງຕາມມາດຕາ 8 ຂອງດຳລັດສະບັບເລກທີ 78/ລບ, ລົງວັນທີ 10 ມີນາ 2015: ຫ້າມໃຊ້ງົບປະມານຂອງລັດ, ວິສາຫະກິດຂອງລັດ ແລະ ເງິນຊ່ວຍເຫຼືອທາງການເພື່ອການພັດທະນາ ເພື່ອຊື້ພາຫະນະ ທີ່ຫຼູຫຼາ ແລະ ມີລາຄາສູງເກີນ ສີ່ຮ້ອຍລ້ານກີບ ຮັບໃຊ້ບໍລິຫານລວມ ແລະ ຮັບໃຊ້ພະນັກງານຕຳແໜ່ງບໍລິຫານ;

  (ຂ) ໃນແຜນການນຳເຂົ້າ ຕ້ອງລະບຸຈະແຈ້ງປະເພດ, ໝວດສິນຄ້າ, ຮູບແບບການນຳເຂົ້າ (ຊົ່ວຄາວ ຫຼື ຖາວອນ), ອາຍຸການນຳໃຊ້ຂອງແຜນການນຳເຂົ້າ, ນະໂຍບາຍພາສີ-ອາກອນ ແລະ ຄ່າທຳນຽມຕ່າງໆ (ຍົກເວັ້ນ ຫຼື ບໍ່ຍົກເວັ້ນ);

  (ຄ) ຂັ້ນຕອນຮັບຮອງແຜນການນຳເຂົ້າ ມາຮັບໃຊ້ແຜນງານ/ໂຄງການ ທີ່ມີການກໍ່ສ້າງ-ສ້ອມແປງຂະໜາດໃຫຍ່ ມີດັ່ງນີ້:

     + ໂຄງການກໍ່ສ້າງ-ສ້ອງແປງ ຂົວ, ທາງ, ທາງນ້ຳ, ທາງທໍ່, ທາງລົດໄຟ, ສະໜາມບິນ, ຕະຝັ່ງເຈື່ອນ, ນ້ຳປະປາ ແລະ ອາຄານສຳນັກງານ ແມ່ນໃຫ້ສະເໜີເຖິງກະຊວງໂຍທາທິການ ແລະ ຂົນສົ່ງ ພິຈາລະນາກວດກາການປະຕິບັດມາດຕະຖານທາງດ້ານເຕັກນິກ ແລະ ຮັບຮອງແຜນດັ່ງກ່າວ;
    + ໂຄງການກໍ່ສ້າງ-ສ້ອງແປງ ໂຮງານຜະລິດໄຟຟ້າ (ພະລັງງານນ້ຳ, ພະລັງງານຄວາມຮ້ອນ, ພະລັງງານແສງຕາເວັນ, ພະລັງງານຊີວະມວນ ແລະ ພະລັງງານລົມ), ສະຖານີ ແລະ ສາຍສົ່ງໄຟຟ້າ ແມ່ນໃຫ້ສະເໜີເຖິງກະຊວງພະລັງງານ ແລະ ບໍ່ແຮ່ ພິຈາລະນາກວດກາການປະຕິບັດມາດຕະຖານທາງດ້ານເຕັກນິກ ແລະ ຮັບຮອງແຜນດັ່ງກ່າວ;
    + ແຜນງານ/ໂຄງການກໍ່ສ້າງ-ສ້ອມແປງຊົນລະປະທານ, ອ່າງເກັບນ້ຳ ແລະ ຄູກັ້ນນ້ຳ ແມ່ນໃຫ້ສະເໜີເຖິງ ກະຊວງກະສິກຳ ແລະ ປ່າໄມ້ ພິຈາລະນາກວດກາການປະຕິບັດມາດຕະຖານທາງດ້ານເຕັກນິກ ແລະ ຮັບຮອງແຜນດັ່ງກ່າວ;

  (ງ) ການສະເໜີຂໍນຳເຂົ້າວັດຖຸ, ອຸປະກອນ ແລະ ພາຫະນະຕ່າງໆສຳລັບແຜນງານ/ໂຄງການ ທີ່ບໍ່ນອນໃນຂໍ້ (ຄ) ຂ້າງເທິງນີ້ມີຄື: ໂຄງການຂະໜາດນ້ອຍ, ບາງກິດຈະກຳທີ່ສຳຄັນຂອງໜ່ວຍງານລັດ ມີການນຳເຂົ້າບໍ່ຫຼາຍ (ຫຼື ນຳເຂົ້າເທື່ອດຽວ) ທີ່ໄດ້ຮັບການຊ່ວຍເຫຼືອຈາກຕ່າງປະເທດເຊັ່ນ ຈາກລັດຖະບານຕ່າງປະເທດ, ສະຖາບັນການເງິນສາກົນ, ອົງການຈັດຕັ້ງສາກົນ (ລວມທັງອົງການຈັດຕັ້ງສາກົນທີ່ບໍ່ຂຶ້ນກັບລັດຖະບານ (NGOs) ແລະ ອົງການທີ່ບໍ່ຫວັງຜົນກ່ຳໄລຕ່າງໆ), ມູນນິທິ, ນິຕິບຸກຄົນ, ບຸກຄົນຕ່າງປະເທດ ແລະ ນິຕິບຸກຄົນຊ່ວຍເຫຼືອສັງຄົມທີ່ລັດຖະບານຮັບຮອງ, ແມ່ນໃຫ້ປະຕິບັດດັ່ງນີ້:

     + ກະຊວງ/ຂະແໜງການ ຫຼື ທ້ອງຖິ່ນ ທີ່ໄດ້ຮັບການຊ່ວຍເຫຼືອ ຢັ້ງຢືນຄວາມຖືກຕ້ອງ ແລະ ສອດຄ່ອງຕາມເປົ້າໝາຍຂອງແຜນງານ/ໂຄງການ/ກິດຈະກຳ ໃນແຕ່ລະການສະເໜີນຳເຂົ້າ, ສົ່ງເຖິງກະຊວງການເງິນ ເພື່ອພິຈາລະນາອະນຸມັດຕາມລະບຽບການ;
    + ໂຄງການທີ່ໄດ້ຮັບການຊ່ວຍເຫຼືອລ້າ ຈາກອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານ (NGOs), ບຸກຄົນ, ນິຕິບຸກຄົນ, ມູນນິທິຕ່າງໆ ແມ່ນໃຫ້ກະຊວງ/ຂະແໜງການ ຫຼື ທ້ອງຖິ່ນ ທີ່ເປັນເຈົ້າຂອງໂຄງການ ສະເໜີເຖິງກະຊວງການຕ່າງປະເທດ ເພື່ອພິຈາລະນາອະນຸມັດຕາມລະບຽບການ.

  (ຈ) ການສະເໜີຂໍນຳເຂົ້າວັດຖຸ, ອຸປະກອນ ແລະ ພາຫະນະຕ່າງໆ ຕິດພັນກັບຊ່ຽວຊານ ທີ່ເຊັນສັນຍາວ່າຈ້າງກັບແຜນງານ/ໂຄງການ ເພື່ອມາຮັບໃຊ້ສ່ວນຕົວ ແມ່ນຈະບໍ່ໄດ້ຮັບການຍົກເວັ້ນພາສີ-ອາກອນ ແລະ ຄ່ທຳນຽມຕ່າງໆ.

  (ສ) ຫາກມີກໍລະນີສຸກເສີນ ຫຼື ມີການປ່ຽນແປງແຜນການຈັດຕັ້ງປະຕິບັດແຜນງານ/ໂຄງການ ແລະ ມີຄວາມຈຳເປັນດັດແກ້ແຜນການນຳເຂົ້າ ແມ່ນໃຫ້ດຳເນີນຂັ້ນຕອນຂໍການຮັບຮອງຄືນໃໝ່.

4. ຂັ້ນຕອນການພິຈາລະນາການປະຕິບັດນະໂຍບາຍພາສີ-ອາກອນ

  (ກ) ພາຍຫຼັງແຜນນຳເຂົ້າໄດ້ຖືກຮັບຮອງແລ້ວ; ໃຫ້ພາກສ່ວນຮັບຜິດຊອບການຈັດຕັ້ງປະຕິບັດແຜນງານ/ໂຄງການ ສົ່ງແຜນດັ່ງກ່າວໃຫ້ກະຊວງການເງິນ ເພື່ອອອກກຂໍ້ຕົກລົງ ນຳໃຊ້ເປັນບ່ອນອີງໃຫ້ແກ່ການປະຕິບັດນະໂຍບາຍພາສີ-ອາກອນ ແລະ ຄ່າທຳນຽມຕ່າງໆ.

  (ຂ) ເອກະສານປະກອບສຳລັບການພິຈາລະນາ ມີດັ່ງນີ້:

     + ໜັງສືສະເໜີຂອງພາກສ່ວນຮັບຜິດຊອບການຈັດຕັ້ງແຜນງານ/ໂຄງການ ເຊັນໂດຍຜູ້ສັ່ງການ (ລັດຖະມົນຕີກະຊວງ, ເຈົ້າແຂວງ, ເຈົ້າຄອງນະຄອນຫຼວງວຽງຈັນ) ເຖິງທ່ານລັດຖະມົນຕີກະຊວງການເງິນ;
    + ສັນຍາຮ່ວມມື/ສັນຍາສະໜອງທຶນ/ໜັງສືແລກປ່ຽນ (ປະກອບມາໃນຄັ້ງທຳອິດ);
    + ແຜນງານຈັດຊື້-ຈັດຈ້າງປະຈຳປີຂອງແຜນງານ/ໂຄງການທີ່ຜູ້ໃຫ້ທຶນໄດ້ຮັບຮູ້;
    + ສັນຍາຊື້-ຂາຍ ລະຫວ່າງເຈົ້າຂອງໂຄງການກັບຜູ້ສະໜອງສິນຄ້າ;
    + ໃບແຈ້ງລາຄາສິນຄ້າ (invoice);
    + ໃບຢັ້ງຢືນການອະນຸຍາດນຳເຂົ້າສຳລັບສິນຄ້າ ຫຼື ອຸປະກອນທີ່ຂຶ້ນກັບການຄຸ້ມຄອງຂອງຂະແໜງການ ເຊັ່ນ ນ້ຳມັນເຊື້່ອໄຟ, ເຫຼັກເສັ້ນ, ຊີມັງ, ພາຫະນະຕ່າງໆ, ສານເຄມີ, ເຄື່ອງມື ຫຼື ອຸປະກອນການແພດ, ເຄື່ອງຫ້ອງວິໄຈ, ເຄື່ອງສາຍແສງ, ແນວພັນພືດ, ສັດ ແລະ ອຸປະກອນເຕັກນິກຕ່າງໆ ຕາມແຕ່ລະປະເພດຂອງສິນຄ້າ ທີ່ໄດ້ກຳນົດໄວ້ໃນລະບຽບການກ່ຽວຂ້ອງ.

5. ຄວາມຮັບຜິດຊອບຂອງບັນດາກົມພາຍໃນກະຊວງການເງິນ ແລະ ພາກສ່ວນຈັດຕັ້ງປະຕິບັດແຜນງານ/ໂຄງການ.

   1) ກົມການເງິນຕ່າງປະເທດ ມີຄວາມຮັບຜິດຊອບດັ່ງນີ້:

     + ສັງລວມລາຍງານ ຕໍ່ລັດຖະມົນຕີກະຊວງການເງິນ ເພື່ອພິຈາລະນາອອກຂໍ້ຕົກລົງ ກ່ຽວກັບແຜນນຳເຂົ້າ ໃຫ້ສາມາດນຳໃຊ້ເປັນບ່ອນອີງ ສຳລັບການປະຕິບັດນະໂຍບາຍພາສີ-ອາກອນ ແລະ ຄ່າທຳນຽມຕ່າງໆ;
    + ກວດກາຄວາມຖືກຕ້ອງຂອງເອກະສານ ແລ້ວນຳສົ່ງໃຫ້ກົມພາສີ ພິຈາລະນາໃນການນຳເຂົ້າຕົວຈິງ;
    + ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອຮັບປະກັນໃນການສະເໜີແຜນນຳເຂົ້າ ສອດຄ່ອງກັບເປົ້າໝາຍຂອງແຜນງານ/ໂຄງການ.

   2) ກົມພາສີ ມີຄວາມຮັບຜິດຊອບ ດັ່ງນີ້:

     + ດຳເນີນການກວດກາ, ຕິດຕາມການນຳເຂົ້າວັດຖຸ, ອຸປະກອນ ແລະ ພາຫະນະຕ່າງໆ ທີ່ມາຮັບໃຊ້ແຜນງານ/ໂຄງການ ເພື່ອຮັບປະກັນຄວາມຮັດກຸມ ແລະ ສອດຄ່ອງກັບແຜນການນຳເຂົ້າ;
    + ປະສານສົມທົບກັບກົມການເງິນຕ່າງປະເທດ ແລະ ແຜນງານ/ໂຄງການ ເພື່ອຮັບປະກັນໃຫ້ການນຳເຂົ້າວັດຖຸ, ອຸປະກອນ ແລະ ພາຫະນະຕ່າງໆ ດ້ວຍຮູບການນຳເຂົ້າຖາວອນ ຫຼື ຊົ່ວຄາວ ໄດ້ຖືກນຳໃຊ້ເຂົ້າໃນເປົ້າໝາຍແຜນງານ/ໂຄງການ. ຖ້າຫາກມີການສວຍໃຊ້ເຊັ່ນ: ນຳໄປຈຳໜ່າຍພາຍໃນປະເທດ, ນຳເຂົ້າເກີນແຜນຄວາມຕ້ອງການ ຫຼື ເກີນມູນຄ່າສັນຍາ ໂດຍບໍ່ໄດ້ຮັບປະນຸຍາດ, ຕ້ອງໄດ້ປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ເພື່ອພິຈາລະນາການປະຕິບັດມາດຕະການຕາມລະບຽບກົດໝາຍ;
    + ສະຫຼຸບ ແລະ ລາຍງານການນຳເຂົ້າວັດຖຸ, ອຸປະກອນ ແລະ ພາຫະນະຕ່າງໆ ທີ່ມາຮັບໃຊ້ແຜນງານ/ໂຄງການ ແຕ່ລະໄຕມາດ ໃຫ້ຄະນະນຳກະຊວງການເງິນຮັບຊາບ ແລະ ສຳເນົາສົ່ງກົມການເງິນຕ່າງປະເທດ, ກະຊວງການເງິນ ແລະ ກົມຮ່ວມມືສາກົນ, ກະຊວງແຜນການ ແລະ ການລົງທຶນ.

   3) ພາກສ່ວນຈັດຕັ້ງປະຕິບັດແຜນງານ/ໂຄງການ ມີຄວາມຮັບຜິດຊອບ ດັ່ງນີ້:

     + ກະກຽມແຜນນຳເຂົ້າ ໂດຍຄຳນຶງເຖິງການປະຕິບັດນະໂຍບາຍພາສີ-ອາກອນ ທີ່ກຳນົດໄວ້ໃນຄຳແນະນຳສະບັບນີ້, ປະກອບເອກະສານ ທີ່ຈຳເປັນຕ່າງໆ ດັ່ງທີ່ລະບຸໄວ້ໃນຂໍ້ 4.(ຂ) ຂ້າງເທິງນີ້;
    + ຄຸ້ມຄອງຕິດຕາມການນຳໃຊ້ວັດຖຸ, ອຸປະກອນ ແລະ ພາຫະນະຕ່າງໆ ໃຫ້ສອດຄ່ອງກັບເປົ້າໝາຍຂອງແຜນງານ/ໂຄງການ;
    + ສະຫຼຸບ ແລະ ລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດແຜນນຳເຂົ້າ ແລະ ການນຳໃຊ້ຊັບສົມບັດຂອງແຜນງານ/ໂຄງການ ສົ່ງໃຫ້ກົມການເງິນຕ່າງປະເທດ ແລະ ກົມຄຸ້ມຄອງຊັບສິນຂອງລັດ, ກະຊວງການເງິນ ໃນແຕ່ລະໄຕມາດ ເພື່ອເປັນບ່ອນອີງໃນການຕິດຕາມ.

6. ວິທີການຈັດຕັ້ງປະຕິບັດ

   (ກ) ມອບໃຫ້ກົມການເງິນຕ່າງປະເທດ, ກົມພາສີ ແລະ ກົມສ່ວຍສາອາກອນ ຈັດຕັ້ງເຜີຍແຜ່ຄຳແນະນຳສະບັບນີ້ ໃຫ້ພາກສ່ວນຈັດຕັ້ງປະຕິບັດແຜນງານ/ໂຄງການ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ໄດ້ຮັບຊາບ ເພື່ອພ້ອມກັນຈັດຕັ້ງປະຕິບັດຢ່າງເຂັ້ມງວດ;

   (ຂ) ຄຳແນະນຳສະບັບນີ້ມີຜົນນຳໃຊ້ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.

(ເຊັນແທນ) ລັດຖະມົນຕີກະຊວງການເງິນ
(ເຊັນ ແລະ ປະທັບກາ)

ບຸນໂຈມ ອຸບົນປະເສີດ

 

# ຫົວຂໍ້ ດາວໂຫຼດ
1 Instruction on the Implementation of Tariff-Tax Exemption for the Import of Object, Equipment and Vehicle for Loan and ODA Projects No. 2560/MOF, dated 09 August 2016 PDF
2 ຄຳແນະນຳ ວ່າດ້ວຍ ການຈັດຕັ້ງປະຕິບັດນະໂຍບາຍພາສີ-ອາກອນ ສຳລັບການນຳເຂົ້າວັດຖຸ, ອຸປະກອນ ແລະ ພາຫະນະຕ່າງໆ ຂອງແຜນງານ/ໂຄງການ ທີ່ນຳໃຊ້ທຶນກູ້ຢືມ ແລະ ຊ່ວຍເຫຼືອລ້າຈາກຕ່າງປະເທດ ສະບັບເລກທີ 2560/ກງ, ລົງວັນທີ 09 ສິງຫາ 2016 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.