ກອງປະຊຸມຄະນະກຳມາທິການຂົນສົ່ງອານຸພາກພື້ນແມ່ນ້ຳຂອງ ໄດ້ຈັດກອງປະຊຸມລະດັບລັດຖະມົນຕີ ຄັ້ງທີ 5 ໄດ້ຈັດຂຶ້ນ ທີ່ຊຽງໃໝ່, ຣາຊະອານາຈັກໄທ ໃນລະຫວ່າງວັນທີ 15-16 ທັນວາ 2016 ທີ່ຜ່ານມາ ໂດຍການເປັນປະທານຮ່ວມ ທ່ານ ອາຄົມເຕີມ ພິດທະຍາໄພຊິດ, ລັດຖະມົນຕີ ກະຊວງຄົມມະນາຄົມ ແຫ່ງຣາຊະອານາຈັກໄທ ທ່ານ Hideaki lwasaki, ຫົວໜ້າພະແນກຄົມມະນາຄົມ ແລະ ຂົນສົ່ງຕາເວັນອອກສຽງໃຕ້, ທະນາຄານພັດ ທະນາອາຊີ (ADB). ກອງປະຊຸມໃນຄັ້ງນີ້ ມີຜູ້ເຂົ້າຮ່ວມຈາກ 06 ປະເທດສະມາຊິກອະນຸພາກພື້ນແມ່ນ້ຳຂອງ, ໂດຍມີຫົວໜ້າຄະນະແມ່ນຂັ້ນລັດຖະມົນຕີ ແລະ ຮອງລັດຖະມົນຕີ, ພ້ອມດ້ວຍ  ແລະ ຕາງໜ້າຈາກຄູ່ຮ່ວມພັດ ທະນາຈຳນວນໜຶ່ງ. ສຳລັບຄະນະຜູ້ແທນຈາກ ສປປ ລາວ, ແມ່ນນຳໂດຍ ທ່ານ ວຽງສະຫວັດ ສີພັນດອນ, ຮອງລັດຖະມົນຕີ, ກະຊວງໂຍທາທິການ ແລະ ຂົນສົ່ງ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອພິຈາລະນາຮັບຮອງເອົາບົດລາຍງານ ແລະ ຂໍ້ສະເໜີ ກ່ຽວກັບ ຂັ້ນຕອນ ແລະ ແຜນການລິເລີ່ມທົດລອງຈັດຕັ້ງປະຕິບັດສັນຍາ ວ່າດ້ວຍ ການອໍານວຍຄວາມສະດວກດ້ານການ ຂົນສົ່ງຂ້າມແດນ ໃນຂອບຮ່ວມມືອະນຸພາກພື້ນແມ່ນໍ້າຂອງ (GMS-CBTA); ສະແດງຈຸດຢືນ ແລະ ຄວາມພ້ອມຂອງແຕ່ລະປະເທດສະມາຊິກໃນການຈັດຕັ້ງປະຕິບັດສັນຍາດັ່ງກ່າວ; ແລະ ຮັບຮອງເອົາຖະແຫຼງການຮ່ວມຂອງກອງປະຊຸມຄະນະກໍາມາທິການຂົນສົ່ງລະດັບລັດຖະມົນຕີ ຄັ້ງທີ 5.

ໃນກອງປະຊຸມ ປະເທດສະມາຊິກໄດ້ປຶກສາຫາລື ແລະ ເຫັນດີເປັນເອກະພາບກັນ ໃນຫຼາຍບັນຫາທີ່ສໍາຄັນ ຄື: (1) ໄດ້ຮັບຮອງເອົາບົດຖະແຫຼງການຂອງກອງປະຊຸມຄະນະກໍາມາທິການຂົນສົ່ງລະດັບລັດຖະມົນຕີ ຄັ້ງນີ້; ແລະ (2) ເລີ້ມຕົ້ນຈັດຕັ້ງປະຕິບັດສັນຍາ ວ່າດ້ວຍ ການອໍານວຍຄວາມສະດວກດ້ານການຂົນສົ່ງຂ້າມແດນ ໃນຂອບຮ່ວມມືອະນຸພາກພື້ນແມ່ນໍ້າຂອງ (GMS-CBTA) ໂດຍອີງໃສ່ບົດບັນທຶກຊ່ວຍຈຳທີ່ຈະລົງນາມກັນ. ບົດບັນ ທຶກຊ່ວຍຈໍາດັ່ງກ່າວກໍານົດສອງໜ້າວຽກຕົ້ນຕໍ ຄື: ການອອກໃບອະນຸຍາດຂົນສົ່ງ ແລະ ການນໍາໃຊ້ປຶ້ມນໍາເຂົ້າພາ ຫະນະຊົ່ວຄາວ ເຊິ່ງການຈັດຕັ້ງປະຕິບັດຈະດໍາເນີນໃນ ເວລາ 12 ເດືອນ ກ່ອນການປະເມີນຜົນຄືນຜົນການຈັດຕັ້ງປະຕິບັດ. ບົດບັນທຶກຊ່ວຍຈໍາດັ່ງກ່າວຈະຮ່ວມລົງນາມໂດຍ 05 ປະເທດ (ຍົກເວັ້ນ ສ ມຽນມາ) ຊຶ່ງຈະບໍ່ກໍານົດເອົາວັນທີທີ່ຈະເຊັນລົງນາມຮ່ວມກັນ, ແຕ່ຈະອີງໃສ່ຄວາມພ້ອມ ແລະ ຂັ້ນຕອນການຂໍອະນຸມັດພາຍໃນຂອງແຕ່ລະປະເທດ. ພາຍຫຼັງທີ່ປະເທດພາຄີຄູ່ສັນຍາໃດລົງນາມໃນບົດບັນທຶກຊ່ວຍຈຳແລ້ວ ປະເທດນັ້ນ ສາມາດອອກໃບອະນຸຍາດຂົນສົ່ງ ແລະ ປຶ້ມນໍາເຂົ້າພາຫະນະຊົ່ວຄາວໄດ້ທັນທີ ຊຶ່ງຄາດວ່າຈະມີຜົນບັງຄັບໃຊ້ນັບແຕ່ວັນທີ 01 ມີນາ 2017 ເປັນຕົ້ນໄປ, ໃນເງື່ອນໄຂທີ່ທຸກປະເທດສະມາຊິກໄດ້ສໍາເລັດການລົງນາມໃນບົດບັນທຶກຊ່ວຍຈຳ. ສໍາລັບ ສ ມຽນມາ ແມ່ນຂໍເລີ່ມໃນຮູບແບບການເຮັດສັນຍາຈັດຕັ້ງປະຕິບັດ CBTA ເບື້ອງຕົ້ນສອງຝ່າຍ ແຕ່ເຖິງແນວໃດກໍ່ຕາມຄາດວ່າ ສ ມຽນມາ ຈະສາມາດລົງນາມໃນບົດບັນທຶກຊ່ວຍຈຳດັ່ງກ່າວໄດ້ ພາຍໃນປີ 2019.

ການອອກໃບອະນຸຍາດຂົນສົ່ງ ແລະ ການນຳໃຊ້ປື້ມນຳເຂົ້າພາຫະນະຊົ່ວຄາວ ໃນເບື້ອງຕົ້ນ ແມ່ນສອງໜ້າ ວຽກທີ່ສຳຄັນໃນການຈັດຕັ້ງປະຕິບັດບົດບັນທຶກຊ່ວຍຈຳ ເຊິ່ງຈະຊ່ວຍສ້າງສິ່ງອຳນວຍຄວາມສະດວກໃຫ້ແກ່ການຂົນສົ່ງຂ້າມແດນ ລະຫວ່າງປະເທດ GMS ເປັນການຊຸກຍູ້ສົ່ງເສີ່ມການເຊື່ອມໂຍງກັນດ້ານເສດຖະກິດ-ການຄ້າ ໃຫ້ສະນິດແໜ້ນ. ໃນນັ້ນ ສປປ ລາວ ເປັນຈຸດເຊື່ອມຕໍ່ທີ່ສຳຄັນໃນການຂົນສົ່ງທາງບົກລະຫວ່າງ ໄທ, ສສ ຫວຽດ ນາມ, ແລະ ສປ ຈີນ ຈະສ້າງໂອກາດໃຫ້ຂະແໜງການຂົນສົ່ງ ຫຼື ຜູ້ປະກອບການດ້ານການຂົນສົ່ງຜ່ານແດນ ສປປ ລາວ ແລະ ປະເທດເພື່ອນບ້ານ ສາມາດບໍລິການຂົນສົ່ງຜ່ານແດນ ສປປ ລາວ ໄດ້ສະດວກຂຶ້ນ ເພື່ອຂົນສົ່ງສິນຄ້າໄປປະເທດທີ 03 ຕາມລະບຽບຫຼັກການທີ່ໄດ້ກຳນົດໄວ້ໃນບົດບັນທຶກຊ່ວຍຈຳສະບັບນີ້.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.