“ກອງປະຊຸມປຶກສາຫາລືກ່ຽວກັບແນວທາງການປັບປຸງການອອກໃບອະນຸຍາດນຳເຂົ້າຍານພາຫະນະ ແລະ ນໍ້າມັນເຊື້ອໄຟ” ໄດ້ຈັດຂື້ນ ໃນວັນທີ 15-16 ກຸມພາ 2017, ທີ່ ຫ້ອງປະຊຸມກະຊວງອຸດສາຫະກຳ ແລະ ການຄ້າ ໂດຍໄດ້ຮັບກຽດເປັນປະທານຂອງ ທ່ານ ນາງ ມະນີວອນ ວົງໄຊ, ຮອງຫົວໜ້າກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ເຊິ່ງມີຜູ້ເຂົ້າຮ່ວມຈາກພາກລັດ ແລະ ທຸລະກິດທີ່ກ່ຽວຂ້ອງທັງໝົດ  51 ທ່ານ.

ກອງປະຊຸມໃນຄັ້ງນີ້ ແມ່ນສືບຕໍ່ມາຈາກກອງປະຊຸມຂອງ NTMs-WG ຄັ້ງທີ 2 ທີ່ຈັດຂຶ້ນໃນທ້າຍເດືອນ ມັງກອນ 2017 ທີ່ຜ່ານມາ ເຊິ່ງໄດ້ແບ່ງເປັນ 2 ພາກ ຄື: (1) ນຳສະເໜີຜົນການປະເມີນຜົນກະທົບ ແລະ ແນວທາງການປັບປຸງຂອງການອອກອະນຸຍາດນຳເຂົ້າຍານພາຫະນະ ແລະ (2) ນໍາສະເໜີຜົນການປະເມີນຜົນກະທົບ ແລະ ແນວທາງການປັບປຸງການອອກອະນຸຍາດນໍາເຂົ້ານໍ້າມັນເຊື້ອໄຟ.

ຜ່ານການປະເມີນເຫັນວ່າ ການອອກອະນຸຍາດດັ່ງກ່າວ ແມ່ນຕ້ອງໄດ້ໄປຜ່ານຫຼາຍຂະແໜງການ ຊຶ່ງໃຊ້ເວລາດົນສົມຄວນ ໂດຍສະເພາະແມ່ນ ການຂໍອະນຸຍາດນໍາເຂົ້າຍານພາຫະນະ ເພື່ອຮັບໃຊ້ໂຄງການລົງທຶນ ແລະ ນໍ້າມັນເຊື້ອໄຟ ທີ່ນໍາເຂົ້າມາຮັບ ໃຊ້ໂຄງການລົງທຶນ. ອີກຢ່າງໜຶ່ງກໍ່ເຫັນວ່າຍັງມີການຮຽກຮ້ອງບາງເອກະສານທີ່ບໍ່ຈຳເປັນ ຊຶ່ງເປັນການສ້າງຂອດຫຍຸ້ງຍາກບໍ່ໜ້ອຍໃຫ້ແກ່ພາກທຸລະກິດນຳເຂົ້າ. ໃນນີ້, ພາກທຸລະກິດ ກໍໄດ້ສະເໜີຫຼາຍຂໍ້ຄິດເຫັນທີ່ເປັນປະໂຫຍດຕໍ່ກອງປະຊຸມ ກໍ່ຄືການປະເມີນຜົນກະທົບດ້ານລະບຽບການ, ຄວາມລ່າຊ້າ ແລະ ການປະກອບເອກະສານທີ່ມີລັກສະນະຊໍ້າຊ້ອນ ທີ່ທາງພາກທຸລະກິດສະເໜີໃຫ້ກອງລເຂາອຳນວຍຄວາມສະດວກທາງດ້ານການຄ້າ ນຳໄປປຶກສາຫາລືກັບຂະແໜງການກ່ຽວຂ້ອງ ເພື່ອພິຈາລະນາ.

ໃນຕອນທ້າຍກອງປະຊຸມ ໄດ້ເຫັນດີເປັນເອກະພາບໃນການປັບປຸງຫຼາຍດ້ານເຊັ່ນ: (1). ເຫັນດີລົບລ້າງການອອກໃບອະນຸຍາດນຳເຂົ້າຍານພາຫະນະ ແລະ ສີ້ນສ່ວນມາປະກອບຢູ່ໂຮງງານ ທີ່ອອກໂດຍ ກົມການນຳເຂົ້າ ແລະ ສົ່ງອອກ ໂດຍມອບໃຫ້ກົມອຸດສາຫະກຳ ແລະ ຫັດຖະກຳ ເປັນຜູ້ຄຸ້ມຄອງອອກອະນຸຍາດພຽງຜູ້ດຽວ; (2) ເຫັນດີຕັດບາງຂັ້ນຕອນ ແລະ ເອກະສານທີ່ບໍ່ຈຳເປັນ ສຳລັບການພິຈາລະນາອອກອະນຸຍາດນຳເຂົ້າຍານພາຫະນະ ແລະ ນໍ້າມັນເຊື້ອໄຟ ເຊັ່ນ: ສັນຍາຊື້-ຂາຍ, ບົດສະຫຼຸບການນຳເຂົ້າທີ່ຢັ້ງຢືນໂດຍເຈົ້າໜ້າທີ່ພາສີປະຈຳດ່ານນຳເຂົ້າ, ປື້້ມຕິດຕາມການນຳເຂົ້ານ້ໍາມັນເຊື້ອໄຟ,  ການຢັ້ງຢືນ ເລກຈັກ-ເລກຖັງ ເພື່ອນຳໄປຂື້ນປ້າຍລົດ ແລະ  ອື່ນໆ; (3) ໂດຍລວມເຫັນດີໃຫ້ອັບໂຫຼດແຜນວາດຂັ້ນຕອນ ແລະ ເອກະສານນຳເຂົ້າຍານພາຫະນະ ແລະ ສີ້ນສ່ວນ ທີ່ທາງທີມ NTMs ສັງລວມ ລົງໃນ LTP ເພື່ອສ້າງຄວາມໂປ່ງໃສ ໃຫ້ແກ່ທຸລະກິດນຳເຂົ້າຍານພາຫະນະ ແລະ ນໍ້າມັນເຊື້ອໄຟ ແລະ ອີກຫຼາຍໆບັນຫາ ທີ່ທາງພາກລັດ ແລະ ເອກະຊົນໄດ້ຍົກຂື້ນໃນຫ້ອງປະຊຸມ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.