ສາລະບານ

ໝວດທີ I - ບົດບັນຍັດທົ່ວໄປ

ມາດຕາ 1. ຈຸດປະສົງ
ມາດຕາ 2. ຂອບເຂດການນໍາໃຊ້
ມາດຕາ 3. ຄວາມໝາຍຂອງຄໍາສັບ

ໝວດທີ II - ຫຼັກການພື້ນຖານ ໃນການນໍາໃຊ້ມາດຕະການສຸຂະອະນາໄມ ແລະ ເຕັກນິກ

ມາດຕາ 4. ຫຼັກການພື້ນຖານ
ມາດຕາ 5. ຄວາມຈໍາເປັນໃນການປົກປ້ອງສຸຂະພາບຂອງຜູ້ບໍລິໂພກ
ມາດຕາ 6. ມາດຕະຖານ ທີ່ໄດ້ກໍານົດໃນ ສປປ ລາວ
ມາດຕາ 7. ຄວາມໂປ່ງໃສ
ມາດຕາ 8. ການບໍ່ຈໍາແນກໃນການປະຕິບັດ

ໝວດທີ III - ວຽກງານຄຸ້ມຄອງຄວາມປອດໄພຂອງອາຫານ

ມາດຕາ 9. ການຮັບປະກັນຄວາມປອດໄພຂອງອາຫານ
ມາດຕາ 10. ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງຄວາມປອດໄພຂອງອາຫານ
ມາດຕາ 11. ການປະເມີນຄວາມສ່ຽງ
ມາດຕາ 12. ການຮັບຮູ້ມາດຕະຖານອາຫານຂອງຕ່າງປະເທດ

ໝວດທີ IV - ສິດ ແລະ ໜ້າທີ່ຂອງຂະແໜງການສາທາລະນະສຸກ

ມາດຕາ 13. ສິດ ແລະ ໜ້າທ່ີຂອງກະຊວງສາທາລະນະສຸກ
ມາດຕາ 14. ສິດ ແລະ ໜ້າທ່ີຂອງພະແນກສາທາລະນະສຸກ ແຂວງ ແລະ ນະຄອນຫຼວງ
ມາດຕາ 15. ສິດ ແລະ ໜ້າທີ່ ຫ້ອງການສາທາລະນະສຸກເມືອງ

ໝວດທີ V - ການແກ້ໄຂຂໍ້ຂັດແຍ່ງ

ມາດຕາ 16. ຂັ້ນຕອນການແກ້ໄຂຂໍ້ຂັດແຍ່ງ
ມາດຕາ 17. ການປຶກສາຫາລື
ມາດຕາ 18. ການຮ້ອງຮຽນ
ມາດຕາ 19. ການຮ້ອງຟ້ອງ

ໝວດທີ VI - ບົດບັນຍັດສຸດທ້າຍ

ມາດຕາ 20. ການຈັດຕັ້ງປະຕິບັດ
ມາດຕາ 21. ຜົນສັກສິດ


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ກະຊວງສາທາລະນະສຸກ                     ເລກທີ 518/ກຊສ
ນະຄອນຫຼວງວຽງຈັນ, ວັນທີ18 ມີນາ 2009

ຂໍ້ຕົກລົງ ວ່າດ້ວຍຫຼັກການພື້ນຖານ
ໃນການນໍາໃຊ້ມາດຕະການສຸຂະອະນາໄມ ແລະ ເຕັກນິກ
ເພື່ອຄຸ້ມຄອງຄວາມປອດໄພຂອງອາຫານ

  • ອີງຕາມ ກົດໝາຍວ່າດ້ວຍອາຫານ ສະບັບເລກທີ 04/ສພຊ, ລົງວັນທີ 15 ພຶດສະພາ 2004
  • ອີງຕາມ ດໍາລັດຂອງນາຍົກລັດຖະມົນຕີວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງສາ ທາລະນະສຸກ ສະບັບເລກທີ 114/ນຍ, ລົງວັນທີ 4 ກໍລະກົດ 2008
  • ອີງຕາມ ການສະເຫນີຂອງກົມອາຫານ ແລະ ຢາ

ລັດຖະມົນຕີວ່າການກະຊວງສາທາລະນະສຸກອອກຂໍ້ຕົກລົງ:

ໝວດທີ I
ບົດບັນຍັດ
ທົ່ວໄປ

ມາດຕາ 1. ຈຸດປະສົງ

ຂໍ້ຕົກລົງສະບັບນີ້ກໍານົດຫຼັກການພື້ນຖານ ແລະ ວິທີການໃນການນໍາໃຊ້ມາດຕະການສຸຂະອະນາໄມ ແລະ ເຕັກນິກໃນການຄຸ້ມຄອງ, ຕິດຕາມ ແລະກວດກາ ການດໍາເນີນກິດຈະການ ແລະ ທຸລະກິດອາຫານ ແນໃສ່ສົ່ງເສີມຄຸນນະພາບ, ຮັບປະກັນມາດຕະຖານ ແລະ  ຄວາມປອດໄພຂອງອາຫານ ເພື່ອປົກປ້ອງສຸຂະພາບ ແລະ ຊີວິດຂອງຜູ້ບໍລິໂພກ. ພ້ອມກັນນັ້ນ ກໍ່ເພື່ອເປັນການສົ່ງເສີມທຸລະກິດອາຫານ ໃຫ້ມີການ ພັດທະນາ ແລະ ຂະຫຍາຍຕົວ ໂດຍໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງວຽກງານ ໃນການ ເຊື່ອມໂຍງເສດຖະກິດກັບສາກົນ. ຂ້າງເທິງ

ມາດຕາ 2. ຂອບເຂດການນໍາໃຊ້

ຕົກລົງສະບັບນີ້ມີຂອບເຂດການນໍາໃຊ້ໃນທຸກມາດຕະການສຸຂະອະນາໄມ ແລະ ເຕັກນິກ ຕໍ່ກິດຈະການ ແລະ ທຸລະກິດອາຫານ ເພື່ອປົກປ້ອງສຸຂະພາບ ແລະ ຊີວິດຂອງຜູ້ບໍລິໂພກ. ຂ້າງເທິງ

ມາດຕາ 3. ຄວາມໝາຍຂອງຄໍາສັບ

  • ມາດຕະການສຸຂະອະນາໄມ: ໝາຍເຖິງທຸກມາດຕະການທີ່ນໍາໃຊ້ເພື່ອປົກປ້ອງສຸຂະພາບ ແລະ ຊິວິດ ຂອງຄົນເຮົາ ຈາກຄວາມສ່ຽງທີ່ຈະເກີດຂື້ນຈາກ ທາດເພີ້ມໃສ່ອາຫານ, ສານປົນເປື້ອນ, ທາດເບື່ອ ຫຼື ບັນດາເຊື້ອພະຍາດທີ່ກໍ່ໃຫ້ເກີດ ອາຫານເປັນພິດ.
  • ມາດຕະການເຕັກນິກ: ໝາຍເຖິງທຸກມາດຕະການດ້ານເຕັກນິກທີ່ນໍາໃຊ້ເຂົ້າໃນການຄຸ້ມຄອງ, ກວດກາການຜະລິດ, ການປຸງແຕ່ງ, ການນໍາເຂົ້າ, ການບັນຈຸມັດຫໍ່ ແລະ ໃສ່ສະຫຼາກອາຫານ, ລວມທັງການ ຄວບຄຸມ, ການກວດກາ ແລະ ຂັ້ນຕອນ ໃນການຮັບຮອງ.ແລະ ຈໍາໜ່າຍອາ ຫານ ໃນ ສປປ ລາວ.
  • ການປຸງແຕ່ງອາຫານ ໝາຍເຖິງການນໍາເອົາວັດຖຸມາ ປະກອບປຸງແຕ່ງເປັນອາຫານ, ຊຶ່ງຕ້ອງຮັບປະ ກັນ ໃຫ້ມີຄວາມປອດໄພ, ອະນາໄມ ແລະ ມີຄຸນນະພາບ
  • ການສ້າງສິ່ງກີດຂວາງທີ່ບໍ່ຈໍາເປັນແກ່ກິດຈະການອາຫານ ໝາຍເຖິງການນໍາໃຊ້ ທຸກມາດຕະການ ໂດຍ ບໍ່ອີງໃສ່ຫຼັກການ ແລະພື້ນຖານວິທະຍາສາດມາເປັນຂໍ້ອ້າງເພື່ອສ້າງສິ່ງກີດຂວາງແກ່ກິດຈະການອາຫານ.
  • ການປະເມີນຄວາມສ່ຽງ ໝາຍເຖິງການຕີລາຄາຄວາມເປັນໄປໄດ້ຂອງຜົນກະທົບດ້ານລົບທີ່ຈະເກີດຂຶ້ນ ແກ່ສຸຂະພາບ ແລະ ຊີວິດຂອງຄົນຈາກການບໍລິໂພກ ຫຼື ນໍາໃຊ້ຜະລິດຕະພັນອາຫານໃດໜຶ່ງໃນຊວງໄລ ຍະເວລາສະເພາະໃດໜຶ່ງ.
  • ທຸລະກິດອາຫານ ໝາຍເຖິງທຸລະກິດປຸງແຕ່ງອາຫານ, ທຸລະກິດຜະລິດອາຫານ, ທຸລະກິດບໍລິການອາ ຫານ, ທຸລະກິດການນໍາເຂົ້າ-ສົ່ງອອກອາຫານ, ທຸລະກິດເກັບມ້ຽນອາຫານ, ທຸລະກິດຂົນສົ່ງອາຫານ ແລະ ທຸລະກິດຈໍາໜ່າຍອາຫານ
  • ທຸລະກິດຜະລິດອາຫານ ຫມາຍເຖິງ ການຜະລິດທາງດ້ານອຸດສາຫະກໍາ ແລະ ຫັດຖະກໍາຂອງອາຫານ, ລວມທັງການຜະລິດໃນລັກສະນະເສດຖະກິດຄອບຄົວ ເພື່ອຮັບໃຊ້ສັງຄົມພາຍໃນ ສປປ ລາວ ແລະ ສົ່ງ ອອກ
  • ວຽກງານຕ່ອງໂສ້ຂອງອາຫານແບບເຊື່ອມສານ ໝາຍເຖິງວຽກງານການ ຄວບຄຸມຄວາມປອດໄພຂອງ ອາຫານ ຕະຫລອດທັງໝົດຕ່ອງໂສ້ຂອງອາຫານ ຈາກບ່ອນປູກລ້ຽງ ໄປເຖິງການບໍລິໂພກຊຶ່ງພົວພັນກັບ ທຸກຂະແໜງການທີ່ກ່ຽວຂ້ອງ.
  • ກິດຈະການອາຫານ ໝາຍເຖິງກິດຈະການຕ່າງໆກ່ຽວກັບອາຫານ ຊຶ່ງປະກອບດ້ວຍ ການຜະລິດເບື້ອງ ຕົ້ນ, ການປຸງແຕ່ງ, ການບໍລິການ, ການຜະລິດອຸດສະຫະກໍາ ແລະ ຫັດຖະກໍາ, ການເກັບຮັກສາ, ການ ຈໍາໜ່າຍ, ການເກັບມ້ຽນ, ການຂົນສົ່ງ, ການນໍາເຂົ້າ, ສົ່ງອອກ ແລະ ການບໍລິຈາກອາຫານ. (ມາດຕາ 17 ຂອງກົດໝາຍວ່າດ້ວຍອາຫານ) ຂ້າງເທິງ

ໝວດທີ II
ຫຼັກການ
ພື້ນຖານ
ໃນການນໍາໃຊ້ມາດຕະການສຸຂະອະນາໄມ ແລະ ເຕັກນິກ

ມາດຕາ 4. ຫຼັກການພື້ນຖານ

ການນໍາໃຊ້ມາດຕະການສຸຂະອະນາໄມ ແລະ ເຕັກນິກເຂົ້າໃນການຄຸ້ມຄອງຄວາມປອດໄພຂອງອາ ຫານ ຕ້ອງປະຕິບັດຕາມຫຼັກການພື້ນຖານ ດັ່ງລຸ່ມນີ້:

  1. ຄວາມຈໍາເປັນໃນການປົກປ້ອງສຸຂະພາບຂອງຜູ້ບໍລິໂພກ;
  2. ປະຕິບັດຕາມມາດຕະຖານ ທີ່ໄດ້ກໍານົດໃນ ສປປ ລາວ;
  3. ຮັບປະກັນຄວາມໂປ່ງໃສ;
  4. ບໍ່ຈໍາແນກໃນການປະຕິບັດ. ຂ້າງເທິງ

ມາດຕາ 5. ຄວາມຈໍາເປັນໃນການປົກປ້ອງສຸຂະພາບຂອງຜູ້ບໍລິໂພກ

ໃນການປົກປ້ອງສຸຂະພາບ ແລະ ຊີວິດຂອງຜູ້ບໍລິໂພກ ຕ້ອງຮັບປະກັນໃຫ້ອາຫານ ມີອະນາໄມ ແລະ ຄວາມປອດໄພ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 14 ແລະ 15 ຂອງກົດໝາຍວ່າດ້ວຍອາຫານ ແລະ ຕ້ອງຫຼີກເວັ້ນການສ້າງສິ່ງກີດຂວາງທີ່ບໍ່ຈໍາເປັນແກ່ກິດຈະການອາຫານ ໂດຍບໍ່ໄດ້ອີງໃສ່ລະບຽບຫຼັກການ ແລະ ພື້ນຖານວິທະຍາສາດ. ຂ້າງເທິງ

ມາດຕາ 6. ມາດຕະຖານ ທີ່ໄດ້ກໍານົດໃນ ສປປ ລາວ

ອາຫານທີ່ຜະລິດ, ສົ່ງອອກ-ນໍາເຂົ້າ ແລະ ຈໍາໜ່າຍ ຕ້ອງປະຕິບັດຕາມມາດຕະຖານທີ່ ສປປລາວ ໄດ້ກໍານົດອອກ ໂດຍອີງໃສ່ມາດຕະຖານ, ຂໍ້ກໍານົດ ຫຼື ຄໍາແນະນໍາ ຂອງກົດລະຫັດອາຫານສາກົນ.  ໃນ ກໍລະນີ ທີ່ມາດຕະຖານຂອງ ສປປ ລາວ ຫາກ ສູງກວ່າ ຫຼື ບໍ່ມີໃນມາດຕະ ຖານ, ຂໍ້ກໍານົດ ຫຼື ຄໍາແນະ ນໍາຂອງກົດລະຫັດອາຫານສາກົນ, ຕ້ອງມີການຊີ້ແຈງ ແລະ ອະທິ ບາຍ ບົນພື້ນຖານວິທະຍາສາດ. ຂ້າງເທິງ

ມາດຕາ 7. ຄວາມໂປ່ງໃສ

  1. ທຸກມາດຕະການທີ່ຈະມີຜົນບັງຄັບໃຊ້ ຫຼື ມີການປ່ຽນແປງ ຕ້ອງມີສ່ວນຮ່ວມຂອງພາກສ່ວນທີ່ກ່ຽວຂ້ອງ, ມີການເຜີຍແຜ່ ແລະ ແຈ້ງການເປັນລາຍລັກອັກສອນ ຜ່ານສື່ມວນຊົນ ຢ່າງທັນການ ເພື່ອໃຫ້ໜ່ວຍງານ ພາກລັດ, ພາກທຸລະກິດ, ປະຊາຊົນ ແລະ ປະເທດຄູ່ຄ້າທີ່ກ່ຽວຂ້ອງ ຮັບຊາບ. ໄລຍະເວລາຂອງການເຜີຍແຜ່ ແລະ ແຈ້ງການ ຄວນມີການກໍານົດອັນເໝາະສົມ ເພື່ອໃຫ້ພາກສ່ວນ ທີ່ກ່ຽວຂ້ອງມີເວລາກະ ກຽມ ໃນການຈັດຕັ້ງປະຕິບັດ, ຍົກເວັ້ນກໍລະນີສຸກເສີນ.
  2. ພາກສ່ວນທີ່ກ່ຽວຂ້ອງ ມີໜ້າທີ່ສະໜອງຂໍ້ມູນກ່ຽວກັບ ການນໍາໃຊ້ມາດຕະການສຸຂະອະນາໄມ ແລະ ເຕັກນິກໃຫ້ສູນສະໜອງ (Enquiry Point) ແລະ ສູນແຈ້ງການ (Notification Point) ຂໍ້ມູນສຸ ຂະອະນາໄມພືດ ແລະ ສັດ ແລະ ມາດຕະການເຕັກນິກທີ່ເປັນສິ່ງກີດຂວາງຕໍ່ການຄ້າ (SPS/TBT).
  3. ທຸກມາດຕະການ, ແບບຟອມ, ຂັ້ນຕອນ, ໄລຍະເວລາ, ຄ່າທໍານຽມ ແລະ ຂໍ້ມູນອື່ນໆ ທີ່ຈໍາເປັນແກ່ການປະກອບກິດຈະການ ແລະ ທຸລະກິດອາຫານ ຕ້ອງມີການເຜີຍແຜ່ ແລະ ແຈ້ງການຢ່າງເໝາະສົມ, ພ້ອມທັງ ຕິດປະກາດໄວ້ໃນສະຖານທີ່ບໍລິການ ເພື່ອຄວາມສະດວກແກ່ຜູ້ປະກອບກິດຈະການອາຫານ ແລະ ທຸລະກິດອາຫານ. ຂ້າງເທິງ

ມາດຕາ 8. ການບໍ່ຈໍາແນກໃນການປະຕິບັດ

ມາດຕະການສຸຂະອະນາໄມ ແລະ ເຕັກນິກ ຕ້ອງຮັບປະກັນຫຼັກການບໍ່ຈໍາແນກໃນການປະ ຕິບັດ ຊຶ່ງແມ່ນການກໍານົດ ແລະ ຈັດຕັ້ງປະຕິບັດລະບຽບຫຼັກການ ທີ່ມີຄວາມສະເໝີພາບລະຫວ່າງ ບັນດາປະເທດ ຫຼື ບັນດາຜູ້ດໍາເນີນທຸລະກິດອາຫານ. ຂ້າງເທິງ

ໝວດທີ III
ວຽກງານຄຸ້ມຄອງຄວາມປອດໄພຂອງອາຫານ

ມາດຕາ 9. ການຮັບປະກັນຄວາມປອດໄພຂອງອາຫານ

ວຽກງານຮັບປະກັນຄວາມປອດໄພຂອງອາຫານໃນ ສປປ ລາວ ປະກອບດ້ວຍ ການຄຸ້ມຄອງ, ຕິດ ຕາມ, ກວດກາ, ສ້າງນິຕິກໍາ, ວິເຄາະຄວາມສ່ຽງ, ວຽກງານຕ່ອງໂສ້ຂອງອາຫານແບບເຊື່ອມສານ, ສ້າງຄວາມສາມາດຂອງບຸກຄະລາກອນ, ວຽກງານເກັບກໍາຂໍ້ມູນ ແລະ ຄົ້ນຄວ້າວິທະ ຍາສາດ, ວຽກງານມາດ ຕະຖານສາກົນ ແລະ ການຄ້າ, ວຽກງານການຮ່ວມມືພາຍໃນ ແລະ ສາກົນ, ຊຶ່ງທັງໝົດນີ້ໃຫ້ສອດຄ່ອງກັບນະໂຍບາຍວ່າດ້ວຍຄວາມປອດໄພຂອງອາຫານ. ຂ້າງເທິງ

ມາດຕາ 10. ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງຄວາມປອດໄພຂອງອາຫານ

ວຽກງານຄຸ້ມຄອງຄວາມປອດໄພຂອງອາຫານໃນ ສປປລາວ ຕ້ອງອີງໃສ່ນະໂຍບາຍວ່າດ້ວຍຄວາມ ປອດໄພຂອງອາຫານ ແລະ ກົດໝາຍວ່າດ້ວຍອາຫານ, ລວມທັງນິຕິກໍາຕ່າງໆທີ່ກ່ຽວຂ້ອງກັບອາຫານທີ່ໄດ້ນໍາໃຊ້ແລ້ວເປັນບ່ອນອີງໃນການເຄື່ອນໄຫວຈັດຕັ້ງປະຕິບັດ.

ໃນກໍລະນີ ການເຄື່ອນໄຫວຈັດຕັ້ງປະຕິບັດ ດັ່ງກ່າວຫາກຂັດ ຫຼື ບໍ່ໄດ້ກວມລວມເອົາຫຼັກການພື້ນ ຖານທີ່ໄດ້ກໍານົດໄວ້ໃນຂໍ້ຕົກລົງນີ້, ໃຫ້ຖືເອົາຂໍ້ຕົກລົງສະບັບນີ້ເປັນບ່ອນອີງໃນການ ເຄື່ອນໄຫວຈັດຕັ້ງປະຕິບັດ. ຂ້າງເທິງ

ມາດຕາ 11. ການປະເມີນຄວາມສ່ຽງ

ມາດຕະການຄວາມປອດໄພຂອງອາຫານ ຕ້ອງອີງໃສ່ພື້ນຖານການປະເມີນຄວາມສ່ຽງທີ່ເໝາະສົມ ແລະ ສອດຄ່ອງກັບສາກົນ ຫຼື ພາກພື້ນ, ທັງຮັບປະກັນຄວາມໂປ່ງໃສ ແລະ ຫຼັກການ ບໍ່ຈໍາແນກໃນການປະຕິບັດ. ຂ້າງເທິງ

ມາດຕາ 12. ການຮັບຮູ້ມາດຕະຖານອາຫານຂອງຕ່າງປະເທດ

ສປປ ລາວ ຮັບຮູ້ມາດຕະຖານອາຫານຂອງປະເທດທີ່ມີກົດໝາຍ ແລະ ລະບຽບການທີ່ໄດ້ຮັບ ຮອງເອົາມາດຕະຖານຂອງກົດລະຫັດອາຫານສາກົນ (Codex Alimentarius). 

ໃນກໍລະນີທີ່ອາຫານບໍ່ບັນລຸຕາມມາດຕະຖານຂ້າງເທິງນັ້ນ ແມ່ນສາມາດປະຕິເສດໄດ້. ຂ້າງເທິງ

ໝວດທີ IV
ສິດ ແລະ ໜ້າທີ່ຂອງຂະແໜງການສາທາລະນະສຸກ

ມາດຕາ 13. ສິດ ແລະ ໜ້າທ່ີຂອງກະຊວງສາທາລະນະສຸກ

ໃນການນໍາໃຊ້ມາດຕະການສຸຂະອະນາໄມ ແລະ ເຕັກນິກເຂົ້າໃນວຽກງານຄວາມປອດໄພ ຂອງອາ ຫານ, ກະຊວງສາທາລະນະສຸກ ນອກຈາກມີສິດ ແລະ ໜ້າທີ່ຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ແລ້ວ ຍັງມີ ສິດ ແລະ ໜ້າທີ່ເພີ່ມເຕີມ ດັ່ງນີ້:

  1. ຜັນຂະຫຍາຍເນື້ອໃນຈິດໃຈ ຂອງຫຼັກການພື້ນຖານໃນມາດຕາ 4 ເຂົ້າໃນຂົງເຂດວຽກງານຮັບປະກັນຄວາມປອດໄພອາຫານ ໃນ ສປປ ລາວ
  2. ຕິດຕາມ, ສັງລວມ, ຕີລາຄາ ແລະ ປະເມີນຜົນການນໍາໃຊ້ຫຼັກການພື້ນຖານທີ່ໄດ້ກໍານົດໄວ້ໃນມາດຕາ 4 ຂອງຂໍ້ຕົກລົງສະບັບນີ້ ພ້ອມທັງມີສິດໃນການປັບປຸງ ແລະ ດັດແກ້ນິຕິກໍາດ້ານອາຫານ ທີ່ບໍ່ສອດ ຄ່ອງກັບຂໍ້ຕົກລົງສະບັບນີ້
  3.     ປະສານກັບຂະແໜງການອື່ນໆທີ່ກ່ຽວຂ້ອງ ເພື່ອຮັບປະກັນການນໍາໃຊ້ຫຼັກການພື້ນຖານ ໃນຂໍ້ຕົກລົງ ສະບັບນີ້ເຂົ້າໃນວຽກງານຮັບປະກັນຄວາມປອດໄພຂອງອາຫານ, ຕາມທີ່ໄດ້ກໍານົດໄວ້ໃນເອກະສານຊ້ອນທ້າຍ 1 ຂອງ ນະໂຍບາຍວ່າດ້ວຍຄວາມປອດໄພຂອງອາຫານ
  4.     ພົວພັນ, ຮ່ວມມື ແລະ ເຈລະຈາໃນຂົງເຂດວຽກງານການນໍາໃຊ້ມາດຕະການສຸຂະອະນາໄມ ແລະ ເຕັກນິກທີ່ກ່ຽວກັບທຸລະກິດອາຫານ ທັງພາຍໃນ ແລະ ສາກົນ
  5. ເຜີຍແຜ່ຫຼັກການພື້ນຖານໃນຂໍ້ຕົກລົງສະບັບນີ້ ໃຫ້ຂະແໜງການທີ່ກ່ຽວຂ້ອງ ທັງພາກລັດ ແລະ ເອກະຊົນໃຫ້ຮັບຮູ້ ແລະ ເຂົ້າໃຈ ເພື່ອສ້າງຄວາມສະດວກໃຫ້ແກ່ ການຈັດຕັ້ງປະຕິບັດ ໃນຂອບເຂດທົ່ວ ປະເທດ. ຂ້າງເທິງ

ມາດຕາ 14. ສິດ ແລະ ໜ້າທ່ີຂອງພະແນກສາທາລະນະສຸກ ແຂວງ ແລະ ນະຄອນຫຼວງ

ພະແນກສາທາລະນະສຸກ ແຂວງ ແລະ ນະຄອນຫຼວງ ນອກຈາກມີສິດ ແລະ ມີໜ້າທີ່ ຕາມພາລະບົດບາດຂອງຕົນແລ້ວ, ຍັງມີສິດ ແລະ ໜ້າທີ່ເພີ່ມເຕີມດັ່ງລຸ່ມນີ້:

  1. ຈັດຕັ້ງປະຕິບັດ, ຕິດຕາມ, ກວດກາ ແລະ ສັງລວມ ການນໍາໃຊ້ຫຼັກການພື້ນຖານທີ່ໄດ້ກໍານົດໄວ້ໃນມາດຕາ 4 ຂອງຂໍ້ຕົກລົງສະບັບນີ້ ແລ້ວລາຍງານໃຫ້ກະຊວງສາທາລະນະສຸກ ຮັບຊາບເປັນປະຈໍາ
  2. ເຜີຍແຜ່ຫຼັກການພື້ນຖານໃນຂໍ້ຕົກລົງສະບັບນີ້ໃຫ້ແກ່ ພາກສ່ວນທີ່ກ່ຽວຂ້ອງ ທັງພາກລັດ ແລະ ເອກຊົນທີ່ຢູ່ພາຍໃຕ້ສິດ ແລະ ອໍານາດຂອງຕົນຮັບຮູ້ ແລະ ເຂົ້າໃຈ.
  3. ປະສານກັບຂະແໜງການອື່ນທີ່ກ່ຽວຂ້ອງ ພາຍໃນແຂວງ ເພື່ອຮັບປະກັນການນໍາໃຊ້ຫຼັກການພື້ນຖານໃນຂໍ້ຕົກລົງສະບັບນີ້ ເຂົ້າໃນວຽກງານຮັບປະກັນຄວາມປອດໄພຂອງອາຫານ.
  4. ມີສິດ ແລະ ໜ້າທີຕາມການຊີ້ນໍາຂອງກະຊວງສາທາລະນະສຸກ ໃນການນໍາໃຊ້ມາດຕະການສຸຂະອະ ນາໄມ ແລະ ເຕັກນິກເຂົ້າໃນວຽກງານຮັບປະກັນຄວາມປອດໄພຂອງອາຫານ. ຂ້າງເທິງ

ມາດຕາ 15. ສິດ ແລະ ໜ້າທີ່ ຫ້ອງການສາທາລະນະສຸກເມືອງ

ຫ້ອງການສາທາລະນະສຸກເມືອງ, ນອກຈາກມີສິດ ແລະ ມີໜ້າທີ່ ຕາມພາລະບົດບາດຂອງຕົນແລ້ວ, ຍັງມີສິດ ແລະ ໜ້າທີ່ ໃນການຈັດຕັ້ງປະຕິບັດການນໍາໃຊ້ຫຼັກການພື້ນຖານທີ່ໄດ້ກໍານົດໄວ້ໃນມາດຕາ 4 ຂອງຂໍ້ຕົກລົງສະບັບນີ້, ແລ້ວລາຍງານໃຫ້ພະແນກສາທາລະນະສຸກແຂວງຮັບຊາບເປັນແຕ່ລະໄລຍະ. ຂ້າງເທິງ

ໝວດທີ V
ການແກ້ໄຂຂໍ້ຂັດແຍ່ງ

ມາດຕາ 16. ຂັ້ນຕອນການແກ້ໄຂຂໍ້ຂັດແຍ່ງ

ການແກ້ໄຂຂໍ້ຂັດແຍ່ງປະກອບດ້ວຍ 3 ຂັ້ນຕອນດັ່ງນີ້:

  1. ການປຶກສາຫາລື
  2. ການຮ້ອງຮຽນ
  3. ການຮ້ອງຟ້ອງ ຂ້າງເທິງ

ມາດຕາ 17. ການປຶກສາຫາລື

ທຸກຂໍ້ຂັດແຍ່ງທີ່ຕິດພັນກັບຂໍ້ຕົກລົງສະບັບນີ້, ທຸກຝ່າຍທີ່ກ່ຽວຂ້ອງສາມາດສະເໜີໃຫ້ມີການປຶກສາຫາລື ເພື່ອຫາເຫດຜົນ ແລະ ສ້າງຄວາມເຂົ້າໃຈ ເຊຶ່ງກັນ ແລະ ກັນ. ແຕ່ລະຝ່າຍຄວນໃຫ້ເວລາທີ່ເໝາະສົມໃນການສະໜອງຂໍ້ມູນອັນຈໍາເປັນເພື່ອຄວາມສະດວກແກ່ການປຶກສາຫາລືດັ່ງກ່າວ. ຂ້າງເທິງ

ມາດຕາ 18. ການຮ້ອງຮຽນ

ຜ່ານການປຶກສາຫາລືແລ້ວ, ຫາກຍັງບໍ່ສາມາດແກ້ໄຂໄດ້. ໂຈດສາມາດຍື່ນຂ້ໍຮ້ອງຮຽນຕໍ່ຂະແໜງ ການສາທາລະນະສຸກ ຫຼື ຂະແໜງການອື່ນໆທີ່ກ່ຽວຂ້ອງສູງກວ່ານັ້ນໄດ້, ແຕ່ຕ້ອງໃຫ້ຄວາມເປັນທໍາ ແລະ ພິຈາລະນາແກ້ໄຂຂໍ້ຂັດແຍ່ງດັ່ງກ່າວພາຍໃນໄລຍະເວລາ 90 ວັນ. ຂ້າງເທິງ

ມາດຕາ 19. ການຮ້ອງຟ້ອງ

ໃນກໍລະນີທີ່ຝ່າຍໃດຝ່າຍໜຶ່ງ ຫາກບໍ່ພໍໃຈກັບການແກ້ໄຂຂໍ້ຮ້ອງຮຽນ ຕາມທີ່ໄດ້ລະບຸໄວ້ໃນມາດຕາ 18, ສາມາດຮ້ອງຟ້ອງຕໍ່ສານໄດ້ຕາມລະບຽບກົດໝາຍ. ຂ້າງເທິງ

ໝວດທີ VI
ບົດບັນຍັດສຸດທ້າຍ

ມາດຕາ 20. ການຈັດຕັ້ງປະຕິບັດ

ມອບໃຫ້ ກົມອາຫານແລະຢາ, ກະຊວງສາທາລະນະສຸກ ເປັນເຈົ້າການໃນການຜັນຂະຫຍາຍ ແລະ ສົມທົບ ກັບບັນດາພະແນກສາທາລະນະສຸກແຂວງ, ນະຄອນຫລວງ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ໃນ ຂອບເຂດທົ່ວປະເທດ ໃນການຈັດຕັ້ງປະຕິບັດດໍາລັດ ສະບັບນີ້ ໃຫ້ປະກົດຜົນເປັນຈິງ. ຂ້າງເທິງ

ມາດຕາ 21. ຜົນສັກສິດ

ຂໍ້ຕົກລົງສະບັບນີ້ ມີຜົນສັກສິດ ພາຍຫຼັງ 30 ວັນນັບແຕ່ມື້ລົງລາຍເຊັນ ເປັນຕົ້ນໄປ, ຂໍ້ຕົກລົງ ແລະ ລະບຽບການສະບັບໃດ ທີ່ຂັດກັບຂໍ້ຕົກລົງສະບັບນີ້ ຕ້ອງອີງໃສ່ມາດຕາ 10 ວັກ 2 ຂອງຂໍ້ຕົກລົງສະບັບນີ້ເປັນບ່ອນອີງໃນການຈັດຕັ້ງປະຕິບັດ ແລະ ປັບປຸງ. ຂ້າງເທິງ

ລັດຖະມົນຕີວ່າການກະຊວງສາທາລະນະສຸກ
( ເຊັນ ແລະ ປະທັບກາ )

 

# ຫົວຂໍ້ ດາວໂຫຼດ
1 Ministerial Regulation On The Basic Principles In The Application Of Sanitary And Technical Measures For The Food Safety Management No. 518/MoH PDF
2 ຂໍ້ຕົກລົງ ວ່າດ້ວຍ ຫຼັກການພື້ນຖານ ໃນການນໍາໃຊ້ ມາດຕະການສຸຂະອະນາໄມ ແລະ ເຕັກນິກ ເພື່ອຄຸ້ມຄອງຄວາມປອດໄພ ຂອງອາຫານ ເລກທີ 518/ກຊສ PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.