ໃນວັນທີ 02 ມີນາ 2017 ຢູ່ທີ່ ໂຮງແຮມ ເມີກຽວ, ນະຄອນຫຼວງວຽງຈັນ, ກົມການນໍາເຂົ້າ ແລະ ສົ່ງອອກ ໃນນາມຫ້ອງການປະຈໍາກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າ ໄດ້ຈັດ “ກອງປະຊຸມ ທົບທວນແຜນຍຸດທະສາດອໍານວຍຄວາມສະດວກທາງດ້ານການຄ້າຂອງ ສປປ ລາວ ສົກປີ 2011-2015 ແລະ ປຶກສາຫາລື ກ່ຽວກັບ ຮ່າງແຜນດຳເນີນງານຈັດຕັ້ງປະຕິບັດຍຸດທະສາດອໍານວຍຄວາມສະດວກທາງດ້ານການຄ້າ ຂອງ ສປປ ລາວ ໄລຍະປີ 2017-2020” ເຊິ່ງເປັນກອງປະຊຸມລະດັບວິຊາການເພື່ອກະກຽມໃຫ້ແກ່ກອງປະຊຸມ ກອງເລຂາອໍານວຍຄວາມສະດວກທາງດ້ານການຄ້າ (ກຂອຄ) ຄັ້ງທີ VI  ທີ່ຈະຈັດຂື້ນໃນອະນາຄົດອັນໃກ້. ກອງປະຊຸມໃນຄັ້ງນີ້ ເປັນປະທານໂດຍ ທ່ານ ເຂັມເດັດ ສີຫາວົງ ຮອງຫົວໜ້າກົມການນໍາເຂົ້າ ແລະ ສົ່ງອອກ, ໂດຍມີຜູ້ເຂົ້າຮ່ວມຈາກທັງພາກລັດ ແລະ ພາກເອກະຊົນ ຈຳນວນ 45 ທ່ານ.

ຈຸດປະສົງຂອງກອງປະຊຸມ  ແມ່ນເພື່ອທົບທວນຄືນ ແຜນຍຸດທະສາດ ອໍານວຍຄວາມສະດວກທາງດ້ານການຄ້າ (ອຄ) ຂອງ ສປປ ລາວ ໄລຍະປີ 2011-2015 ແລະ ນໍາສະເໜີຮ່າງແຜນດຳເນີນງານຍຸດທະສາດວຽກງານ ອຄ ຂອງ ສປປ ລາວ ໄລຍະ 2017-2020. ການທົບທວນແຜນຍຸດທະສາດ ອຄ ຂອງ ສປປ ລາວ ສົກປີ 2011-2015 ໄດ້ຊີ້ໃຫ້ເຫັນເຖິງຜົນສຳເລັດໃນຫຼາຍໆດ້ານ, ເຊິ່ງລວມມີ ການສ້າງຄວາມງ່າຍດາຍໃຫ້ກັບຂັ້ນຕອນການແຈ້ງພາສີ, ການສະໜອງອຸປະກອນ ແລະ ສິ່ງອໍານວຍຄວາມສະດວກຕ່າງໆ, ການຈັດຕັ້ງປະຕິບັດພັນທະຂອງ ສປປ ລາວ ໃນຂອບ WTO, ASEAN ແລະ GMS ແລະ ການສ້າງໜ່ວຍງານອໍານວຍຄວາມສະດວກທາງດ້ານການຄ້າແຫ່ງຊາດ. ເຖິງວ່າຍັງມີຫຼາຍຂໍ້ຄົງຄ້າງ ທີ່ຕ້ອງໄດ້ສືບຕໍ່ເອົາໃຈໃສ່ແກ້ໄຂ ເປັນຕົ້ນແມ່ນ ການປະສານງານລະຫວ່າງກົມກອງທີ່ກ່ຽວຂ້ອງທີ່ຢູ່ຂັ້ນສູນກາງ, ແລະ ການປະສານງານລະຫວ່າງພາກລັດ ກັບ ພາກທຸລະກິດ, ແລະ ການປະສານງານລະຫວ່າງສູນກາງ ແລະ ທ້ອງຖີ່ນ ໃນການຈັດຕັ້ງຜັນຂະຫຍາຍແຜນຍຸດທະສາດ ອຄ ໃຫ້ບັນລຸເປົ້າໝາຍທີ່ວາງໄວ້. ພ້ອມນັ້ນ, ການສ້າງຄວາມກົມກຽວ ແລະ ເປັນເອກະພາບຂອງການຈັດຕັ້ງປະຕິບັດນິຕິກຳທີ່ກ່ຽວຂ້ອງກັບການຄ້າ ກໍເປັນວຽກງານທີ່ຕ້ອງໄດ້ເອົາໃຈໃສ່ປັບປຸງ ເຊັ່ນດຽວກັນກັບການເພີ່ມຂື້ນຂອງມາດຕະການທາງດ້ານການຄ້າທີ່ບໍ່ແມ່ນພາສີ ທີ່ກາຍເປັນມາດຕະການກີດກັ້ນການເພີ່ມຂື້ນຂອງມາດຕະການທາງດ້ານຄ້າທີ່ບໍ່ແມ່ນພາສີ ທີ່ກາຍເປັນມາດຕະການກີດດັ້ນການຄ້າເຊັ່ນ: ການກວດກາຕາມເສັ້ນທາງຫຼາຍຈຸດ ແລະ ການເກັບຄ່າທຳນຽມຫຼາຍຈຸດ.

ສຳລັບແຜນດຳເນີນງານຍຸດທະສາດ ອຄ ໄລຍະ 2017-2020 ແມ່ນຈະເນັ້ນໃສ່ ເຮັດໃຫ້ ສປປ ລາວ ມີຄວາມໄດ້ປຽບໃນການແຂ່ງຂັນການຄ້າ ດ້ວຍການຫຼຸດຜ່ອນເວລາ ແລະ ຄ່າໃຊ້ຈ່າຍໃນການດຳເນີນການຄ້າລົງ, ເຮັດໃຫ້ການຈັດຕັ້ງປະຕິບັດມາດຕະການ ອຄ ໃຫ້ມີປະສິດທິຜົນຫຼາຍຂື້ນ ໂດຍຜ່ານການກວດກາໃນຈຸດດຽວ, ການບໍລິການປະຕູດຽວແຫ່ງຊາດ, ການນໍາໃຊ້ລະບອບຜູ້ປະກອບການລະດັບມາດຕະຖານເອອີໂອ (AEO) ແລະ ເຮັດໃຫ້ຂັ້ນຕອນການແຈ້ງພາສີຂ້າມແດນກັບບັນດາປະເທດໃກ້ຄຽງມີການເຊື່ອມໂຍງກັນ. ນອກນັ້ນ, ກໍຈະສຸມໃສ່ ການຈັດຕັ້ງປະຕິບັດສັນຍາ ອຄ ຂອງອົງການການຄ້າໂລກ ໃຫ້ໄດ້ຢ່າງເຕັມສ່ວນ ພາຍໃນປີ 2020 ເນື່ອງຈາກ ສັນຍານີ້ ຈະເປັນທ່າແຮງທີ່ຈະຊ່ວຍເຮັດໃຫ້ຫຼຸດຜ່ອນຕົ້ນທຶນທາງດ້ານການຄ້າ ໄດ້ເຖິງ 19%. ສິ່ງນີ້ ຈະສໍາເລັດໄດ້ດ້ວຍການປັບປຸງຂອດການປະສານງານ ໂດຍສະເພາະ ຢູ່ຂັ້ນທ້ອງຖິ່ນ ແລະ ການປະສານງານຮ່ວມມືກັນຢ່າງໃກ້ຊິດກັບພາກເອກະຊົນ ເພື່ອຮັບປະກັນວ່າ ພວກເຂົາເຈົ້າໄດ້ຮັບຜົນປະໂຫຍດຈາກມາດຕະການອໍານວຍຄວາມສະດວກທາງດ້ານການຄ້າຕາມທີ່ໄດ້ຄາດໝາຍໄວ້.

ຮ່າງແຜນດຳເນີນງານຍຸດທະສາດ ອຄ ໄລຍະ 2017-2020 ໄດ້ກໍານົດ 06 ມາດຕະການຍຸດທະສາດຄື: (1) ການພັດທະນາກົນໄກທາງດ້ານສະຖາບັນການຈັດຕັ້ງ ເພື່ອການປະສານງານລະຫວ່າງກົມກອງທີ່ກ່ຽວຂ້ອງຢ່າງມີປະສິດທິຜົນ; (2) ສ້າງຄວາມເຂັ້ມເເຂງໃຫ້ແກ່ໂຄງສ້າງການບໍລິຫານລັດໃນຂັ້ນທ້ອງຖິ່ນເພື່ອປັບປຸງການສື່ສານ, ການຕິດຕາມກວດກາ ແລະ ຈັດຕັ້ງປະຕິບັດມາດຕະການອໍານວຍຄວາມສະດວກທາງດ້ານການຄ້າ; (3) ການຮ່ວມມືລະຫວ່າງປະເທດ ແລະ ການເຊື່ອມໂຍງພາກພື້ນ; (4) ການປະສານງານຮ່ວມມືກັບພາກເອກະຊົນ; (5) ບັນດາມາດຕະການບູລິມະສິດ ເພື່ອສ້າງຄວາມສະດວກງ່າຍດາຍໃຫ້ແກ່ຂັ້ນຕອນ, ເຊັ່ນ: ລະບົບແຈ້ງພາສີປະຕູດຽວແຫ່ງຊາດ, ການກວດສອບ ແລະ ການຈ່າຍເງິນທີ່ຈຸດດຽວ; (6) ການຈັດຕັ້ງປະຕິບັດສັນຍາ ອຄ ຢ່າງເຕັມສ່ວນ ໂດຍເລັ່ງລັດໃສ່ຂອບເຂດກໍານົດເວລາ.

ຜູ້ເຂົ້າຮ່ວມກອງປະຊຸມໄດ້ປະກອບຄຳຄິດເຫັນຢ່າງກົງໄປກົງມາ ແລະ ສ້າງສັນ ຕໍ່ກັບ ຮ່າງບົດທົບທວນແຜນຍຸດທະສາດ ອຄ 2011-2015 ແລະ ຮ່າງແຜນດຳເນີນງານຍຸດທະສາດ ອຄ 2017-2020 ໂດຍສ່ວນໃຫຍ່ໄດ້ເຫັນດີເປັນເອກະພາບ ໃຫ້ມີການປັບປຸງກົນໄກປະສານງານລະຫວ່າງກົມກອງກ່ຽວຂ້ອງຢູ່ຂັ້ນສູນກາງ ແລະ ລະຫວ່າງສູນກາງ ກັບ ທ້ອງຖິ່ນໃຫ້ມີປະສິດຕິຜົນຂື້ນກ່ອນເກົ່າ. ບັນດາຄຳເຫັນຂອງຜູ້ເຂົ້າຮ່ວມກອງປະຊຸມ ຈະເປັນຂໍ້ມູນອັນມີປະໂຫຍດໃນການປັບປຸງຮ່າງບົດທົບທວນຍຸດທະສາດ ອຄ 2011-2015 ແລະ ຮ່າງແຜນດຳເນີນງານຍຸດທະສາດ ອຄ 2017-2020 ໃນຕໍ່ໜ້າ, ເພື່ອຈະໄດ້ນຳສະເໜີລາຍງານໃຫ້ກອງເລຂາ ອຄ  ພິຈາລະນາ ຮັບຮອງໃນບາດກ້າວຕໍ່ໄປ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.