ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ ໃນນາມຫ້ອງການປະຈໍາກອງເລຂາອໍານວຍ ຄວາມສະດວກທາງດ້ານການຄ້າ ໄດ້ຈັດກອງປະຊຸມພາຍໃຕ້ຫົວຂໍ້ “ກອງປະຊຸມປຶກສາຫາລືກ່ຽວກັບບັນຫາການເຄື່ອນຍ້າຍ ແລະ ການສົ່ງອອກຖ່ານຂາວ ແລະ ບັນຫາການເຄື່ອນຍ້າຍໝາກເດືອຍ” ໃນຕອນເຊົ້າ ຂອງວັນທີ 7 ມີນາ 2017 ທີ່ໂຮງແຮມ ເມີກຽວ ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງ ທ່ານ ເຂັມເດັດ ສີຫາວົງ, ຮອງຫົວໜ້າກົມການນຳເຂົ້າ ແລະ ສົ່ງອອກ ເຊິ່ງມີຜູ້ເຂົ້າຮ່ວມຈາກບັນດາຂະແໜງການກ່ຽວຂ້ອງເຊັ່ນ: ກະຊວງການເງິນ, ກະຊວງກະສິກໍາ ແລະ ປ່າໄມ້, ກະຊວງອຸດສາຫະກໍາ ແລະ ການຄ້າ,  ແລະ ພ້ອມດ້ວຍນັກທຸລະກິດສົ່ງອອກຖ່ານຂາວ ແລະ ໝາກເດືອຍ ລວມທັງໝົດ 35 ທ່ານ.

ກອງປະຊຸມໃນຄັ້ງນີ້ ຈັດຂຶ້ນເພື່ອເປີດເວທີໃຫ້ຂະແໜງການກ່ຽວຂ້ອງພາກລັດ ແລະ ພາກສ່ວນທຸລະກິດປຶກສາຫາລືແລກປ່ຽນຄໍາຄິດເຫັນ ພ້ອມທັງສະເໜີທາງອອກທີ່ເໝາະສົມ ຕໍ່ກັບການເຄື່ອນຍ້າຍຖ່ານຂາວ ຢູ່ແຂວງ ສາລະວັນ ແລະ    ການເຄື່ອນຍ້າຍໝາກເດືອຍຈາກແຂວງ ວຽງຈັນ ໄປຫາແຂວງອື່ນໆ. ຂັ້ນຕອນ ແລະ ເວລາທີ່ໃຊ້ໃນການເຄື່ອນຍ້າຍຜະລິດຕະພັນຖ່ານຂາວ ຢູ່ ແຂວງ ສາລະວັນ ມີ 17 ຂັ້ນຕອນ ແລະ ໃຊ້ເວລາທັງໝົດ 26 ວັນ ຍ້ອນວ່າ: 1) ການກວດກາຕົວຈິງມີຂັ້ນຕອນຊ້ຳຊ້ອນກັນ; 2) ມີແບບຟອມ ຫຼື ໃບຢັ້ງຢືນ ຂອງແຕ່ລະແໜງການທີ່ແຕກຕ່າງກັນ; 3) ຍັງບໍ່ມີນິຕິກໍາຄຸ້ມຄອງສະເພາະ ກ່ຽວກັບຂັ້ນຕອນການເຄື່ອນຍ້າຍຖ່ານຂາວຢູ່ພາຍໃນ ແລະ ການສົ່ງອອກໄປຕ່າງປະເທດ. ດັ່ງນັ້ນ, ໃນກອງປະຊຸມຈຶ່ງໄດ້ສະເໜີທາງອອກ ຄື: ຄວນມີການສ້າງນິຕິກໍາ ຫຼື ລະບຽບການສະເພາະ ກ່ຽວກັບການເຄື່ອນຍ້າຍຖ່ານຂາວພາຍໃນ ແລະ ການສົ່ງອອກໄປຕ່າງປະເທດ. ໂດຍໃຫ້ມີການສົມທົບກັນລະຫວ່າງ 03 ຂະແໜງການ (ກະສິກໍາ ແລະ ປ່າໄມ້, ອຸດສາຫະກໍາ ແລະ ການຄ້າ, ແລະ ການເງິນ) ຊຶ່ງນິຕິກໍາອາດແບ່ງເປັນ 02 ກໍລະນີ ຄື: ການເຄື່ອນຍ້າຍເພື່ອມາຄັດເລືອກຫຸ້ມຫໍ່ ແລະ ການເຄື່ອນຍ້າຍເພື່ອມາຈໍາໜ່າຍ ຫຼື ສົ່ງອອກ ແລະ ຄວນສ້າງນິຕິກໍາຂັ້ນຕອນການສົ່ງອອກຖ່ານຂາວ ໂດຍອີງຕາມແຈ້ງການເລກທີ 1818/ຫສນຍ.ກສສ, ວັນທີ 18 ພະຈິກ 2016 ກ່ຽວກັບຂັ້ນຕອນການຢັ້ງຢືນຜະລິດຕະພັນໄມ້ “ຂຶ້ນລົດ” ເພື່ອສົ່ງອອກໄປ ຕ່າງປະເທດ ໄດ້ມອບໃຫ້ກະຊວງກະສິກໍາ ແລະ ປາໄມ້ເປັນເຈົ້າການໃນການຄົ້ນຄວ້າ ແລະ ສ້າງລະບຽບການເພື່ອຄຸ້ມຄອງ ການສົ່ງອອກຜະລິດຕະພັນຖ່ານຂ່າວທີ່ຜະລິດຈາກໄມ້ຕິ້ວ.

ສໍາລັບການເຄື່ອນຍ້າຍສິນຄ້າກະສິກໍາ (ໝາກເດືອຍ) ຢູ່ເມືອງ ກາສີ ແລະ ເມືອງ ສັງທອງ ແຂວງ ວຽງຈັນ, ເມືອງ ໜືນ ແຂວງ ຫຼວງພະບາງ ເຊິ່ງພົບບັນຫາຄວາມບໍ່ເປັນເອກະພາບ ໃນການປະຕິບັດວຽກງານຂອງເຈົ້າໜ້າທີ່ລັດ ໃນການກວດກາການເຄື່ອນຍ້າຍສິນຄ້າກະສິກໍາ (ໝາກເດືອຍ) ຈາກພື້ນທີ່ຜະລິດຫາໂຮງງານ ແລະ ການຈັດຕັ້ງຜັນຂະຫຍາຍບັນດານິຕິກໍາຍັງບໍ່ມີຄວາມເປັນເອກະພາບກັນ ລະຫວ່າງ ສູນກາງ ກັບທ້ອງຖິ່ນ ແລະ ລະຫວ່າງ ທ້ອງຖິ່ນ ກັບທ້ອງຖິ່ນດ້ວຍກັນ. ສະນັ້ນ, ຈິ່ງສະເໜີໃຫ້ກອງປະຊຸມປຶກສາຫາລືແກ້ໄຂ ດັ່ງນີ້: ໃນໄລຍະສັ້ນ ແມ່ນໃຫ້ພາກສ່ວນທີ່ກ່ຽວຂ້ອງ ຄື: ກະຊວງ ກະສິກໍາ ແລະ ປ່າໄມ້ ເຮັດແຈ້ງການໃຫ້ບັນດາພະແນກ ກປ ແຂວງ ແລະ ຫ້ອງການ ກປ ເມືອງ ທົ່ວປະເທດ ກ່ຽວກັບການຫ້າມອອກໃບຢັ້ງຢືນຜະລິດຕະຜົນທາງກະສິກໍາ ແລະ ສະເໜີໃຫ້ກົມການຄ້າພາຍໃນ ເຮັດແຈ້ງການເຖິງບັນດາພະແນກ ອຄ ແຂວງ ແລະ ຫ້ອງການ ອຄ ເມືອງທົ່ວປະເທດ ກ່ຽວກັບການຫ້າມອອກໃບຕິດຕາມການເຄື່ອນຍ້າຍສິນຄ້າພາຍໃນປະເທດເຊັ່ນດຽວກັນ. ຕໍ່ກັບບັນຫານີ້ ກົມປູກຝັງ,  ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ສົມທົບກັບພະແນກກະສິກໍາ ແລະ ປ່າໄມ້ແຂວງວຽງຈັນ ຈັດກອງປະຊຸມປຶກສາຫາລືກັບບໍລິສັດໂທະຈິໂມະໂຕະລາວຈໍາກັດຜູ້ດຽວ. ໃນກອງປະຊຸມໄດ້ໃຫ້ບໍລິສັດ ປະສານສົມທົບ ພ້ອມສໍາເນົາເອກະສານການດໍາເນີນທຸລະກິດກະສິກໍາ ແລະ ປ່າໄມ້ ເພື່ອແຈ້ງໃຫ້ພະແນກກະສິກໍາ ແລະ ປ່າໄມ້, ຂະແໜງປູກ ຝັງແຂວງວຽງຈັນ ຮັບຊາບ ເພື່ອຮັບປະກັນໃນການຄຸ້ມຄອງ ແລະ ອໍານວຍຄວາມສະດວກ ໃນການດໍາເນີນທຸລະກິດໃຫ້ ສອດຄ່ອງຕາມລະບຽບກົດໝາຍ ຂອງ ສປປ ລາວ.

ການຜະລິດ ແລະ ສົ່ງອອກຖ່ານຂາວ ເປັນທຸລະກິດໜຶ່ງທີ່ໄດ້ຮັບຄວາມສົນໃຈຈາກຜູ້ລົງທຶນທັງພາຍໃນ ແລະ ຕ່າງປະເທດໃນໄລຍະທີ່ຜ່ານມາ ເຊິ່ງເປັນຂະແໜງການທີ່ຊ່ວຍສ້າງວຽກເຮັດງານທຳ ແລະ ສ້າງລາຍຮັບໃຫ້ຜູ້ມີສ່ວນຮ່ວມໃນການຜະລິດ ທັງໄດ້ປະກອບສ່ວນເຂົ້າງົບປະມານລັດ. ໃນແຕ່ລະປີ ສປປ ລາວ ໄດ້ສົ່ງອອກຜະລິດຕະພັນຖ່ານຂາວ ໄປຍີ່ປຸ່ນສະ ເລ່ຍປະມານ 8 ພັນ ໂຕນ/ປີ ຫຼື ເທົ່າກັບ 5,33% ແລະ ສ ເກົາຫຼີ 6 ພັນໂຕນ/ປີ ຫຼື ເທົ່າກັບ 5% ຂອງການນຳເຂົ້າຖ່ານຂາວທັງໜົດ (ແຫຼ່ງຂໍ້ມູນ: ITC). ຖ່ານຂາວ ແມ່ນຜະລິດຕະພັນທີ່ຜະລິດຈາກວັດຖຸດິບໄມ້ຕິ້ວ ເຊິ່ງເປັນໄມ້ຊະນິດໜຶ່ງ ທີ່ມີກະຈາຍຢູ່ທົ່ວໄປໃນ ສປປ ລາວ ມັກເກີດຕາມປ່າເລົ່າ ແລະ ສາມາດປູກໄດ້ ປະມານ 3-5 ປີ ແມ່ນສາມາດເກັບກ່ຽວເຮັດເປັນວັດຖຸດິບສໍາລັບຜະລິດຖ່ານຂາວໄດ້. ການຜະລິດຖ່ານຂາວ ໃນ ສປປ ລາວ ແມ່ນມີທ່າແຮງໃນການຂະຫຍາຍຕົວ ແລະ ມີໂອກາດຍາດສ່ວນແບ່ງຈາກຕະຫຼາດຍີ່ປຸ່ນ ແລະ ສ ເກົາຫຼີ ໃຫ້ໄດ້ຫຼາຍຂຶ້ນ ຖ້າຫາກໄດ້ຮັບການຄຸ້ມຄອງ ແລະ ຊຸກຍູ້ສົ່ງ ເສີມຢ່າງເໝາະສົມ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.