ກອງປະຊຸມທຸລະກິດລາວຄັ້ງທີ 10 ໄດ້ຈັດຂື້ນ ໃນວັນທີ 28 ມີນາ 2017 ທີ່ໂຮງແຮມດອນຈັນພາເລສ, ນະຄອນຫຼວງວຽງຈັນ ເພື່ອພ້ອມກັນປຶກສາຫາລື ຄວາມຄືບໜ້າ ໃນການແກ້ໄຂບັນດາບັນຫາ ທີ່ພາກເອກະຊົນກຳລັງປະເຊີນ ໃນການດຳເນີນທຸລະກິດ ແລະ ເພື່ອນຳສະເໜີ ບັນດາແຜນງານຂອງລັດຖະບານ ໃນການ ປັບປຸງສະພາບແວດລ້ອມທາງດ້ານທຸລະກິດ ຂອງ ສປປ ລາວ ໃຫ້ດີຂື້ນກ່ວາເກົ່າ.

ກອງປະຊຸມດັ່ງກ່າວ ໄດ້ດຳເນີນໄປເປັນເວລາ ເຄິ່ງມື້ ເຊິ່ງຈັດໂດຍ ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (LNCCI) ຊຶ່ງມີຜູ້ເຂົ້າຮ່ວມຈຳນວນ 300 ກ່ວາທ່ານ ທີ່ເປັນຕົວແທນຈາກພາກເອກະຊົນ, ພາກລັດຖະບານ ແລະ ບັນດາຜູ້ໃຫ້ທຶນ.

ໃນກອງປະຊຸມ, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ສປປ ລາວ ທັງເປັນປະທານຂອງກອງປະຊຸມ ທ່ານໄດ້ກ່າວໃຫ້ເຫັນເຖິງ ຄວາມຕ້ອງການ ໃນການປັບປຸງ ບັນດາກົດໝາຍ, ລະບຽບການ ແລະ ຂັ້ນຕອນ ເພື່ອສົ່ງເສີມການລົງທຶນ ແລະ ຮອງຮັບການເຕີບໂຕທີ່ຍືນຍົງຂອງພາກເອກະຊົນ ໂດຍທ່ານໄດ້ກ່າວວ່າ “ໄປຄຽງຄູ່ກັບການຮັກສາສະຖຽນລະພາບຂອງເສດຖະກິດມະຫາພາກ, ພວກເຮົາຈະໄດ້ຕັ້ງໜ້າປັບປຸງສະພາບແວດລ້ອມຂອງການດຳເນີນທຸລະກິດ ເພື່ອສົ່ງເສີມການກໍ່ຕັ້ງ ແລະ ຂະຫຍາຍທຸລະກິດ ເຊິ່ງເປັນແຫຼ່ງສ້າງວຽກເຮັດງານທຳຕົ້ນຕໍໃຫ້ແກ່ ໄວໜຸ່ມທີ່ເຂົ້າສູ່ຕະຫຼາດແຮງງານໃນແຕ່ລະປີ, ເຊິ່ງມີຕົວເລກຄາດຄະເນສະເລ່ຍຕໍ່ປີ ສູງເຖິງ 90,000 ຄົນ ໃນໄລຍະ 10ປີ ຕໍ່ໜ້າ, ພ້ອມທັງເປັນແຫຼ່ງຮອງຮັບແຮງງານທີ່ຈະເຄື່ອນຍ້າຍອອກຈາກພາກກະສີກຳເທື່ອລະກ້າວ.”

ທ່ານ ນາງ ເຂັມມະນີ ພົນເສນາ, ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ເນັ້ນໃຫ້ເຫັນການປັບປຸງສະພາບແວດລ້ອມດ້ານລະບຽບການ ແລະ ຂັ້ນຕອນ ຊຶ່ງແມ່ນ ເງື່ອນໄຂທີ່ຈຳເປັນສຳລັບການເຕີບໂຕທາງດ້ານທຸລະກິດຂອງພາກເອກະຊົນ ໂດຍທ່ານໄດ້ກ່າວວ່າ “ເຖິງແມ່ນວ່າຕະຫຼອດໄລຍະທີ່ຜ່ານມາ ພວກເຮົາໄດ້ມີຄວາມພະຍາຍາມຫຼາຍ ແຕ່ບັນດາທຸລະກິດລາວ ຍັງຄົງປະເຊີນກັບສິ່ງທ້າທາຍຫຼາຍ ຕໍ່ກັບບັນດາບັນຫາທີ່ຕິດພັນກັບການບັງຄັບໃຊ້ ບັນດາກົດໝາຍ ແລະ ລະບຽບການທີ່ບໍມີປະສິດທິຜົນໃນຂອບເຂດທົ່ວປະເທດ. ເຊິ່ງລວມເຖິງ ຄວາມບໍ່ເປັນເອກະພາບກັນ ລະຫວ່າງສູນກາງ ແລະ ທ້ອງຖິ່ນ ເປັນຕົ້ນແມ່ນການຈົດທະບຽນວິສາຫະກິດ ແລະ ຂໍອະນຸຍາດດຳເນີນທຸລະກິດຕ່າງໆ, ການເກັບອາກອນນຳພາກທຸລະກິດ, ການປະຕິບັດລະບຽບການນຳເຂົ້າ ແລະ ສົ່ງອອກສິນຄ້າ ແລະ ອື່ນໆ. ສິ່ງເຫຼົ່ານີ້ ລ້ວນແລ້ວແຕ່ ເປັນການສ້າງອຸປະສັກໃຫ້ແກ່ການກໍ່ຕັ້ງ ແລະ ຂະຫຍາຍທຸລະກິດ ກໍ່ຄືການສ້າງວຽກເຮັດງານທຳ ແລະ ການລົບລ້າງຄວາມທຸກຍາກ. ໃນຂົງເຂດການສົ່ງເສີມຄວາມເຂັ້ມແຂງຂອງພາກທຸລະກິດກໍ່ເຊັ່ນກັນ ພວກເຮົາຍັງມີຫຼາຍດ້ານທີ່ຕ້ອງໄດ້ຖອດຖອນບົດຮຽນ ແລະ ຊອກວິທີເພີ່ມປະສິດທິຜົນຂອງການຊ່ວຍເຫຼືອທີ່ມີຢູ່.”   

ທ່ານ ອຸເດດ ສຸວັນນະວົງ, ປະທາານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໄດ້ເລັງໃຫ້ເຫັນ ບົດບາດຄວາມສຳຄັນຂອງ ກອງປະຊຸມທຸລະກິດລາວ ໃນການສົ່ງເສີມ ສະພາບແວດລ້ອມທີ່ເອື້ອອຳນວຍ ສຳລັບນັກທຸລະກິດ ໂດຍທ່ານໄດ້ກ່າວວ່າ “ນັບຕັ້ງແຕ່ມີການປັບປຸງໂຄງສ້າງຂອງຂະບວນການປຶກສາຫາລືຄືນໃໝ່ ໃນເດືອນພຶດສະພາທີ່ຜ່ານມາ, ພວກເຮົາສາມາດແກ້ໄຂໄດ້ 4 ບັນຫາທີ່ຍົກຂື້ນໂດຍພາກເອກະຊົນ, ມີ 14 ກໍລະນີ ກຳລັງຢູ່ໃນຂັ້ນຕອນການແກ້ໄຂ ແລະ ມີ 13 ກໍລະນີທີ່ຈຳເປັນຕ້ອງມີການຄົ້ນຄ້ວາເພີ່ມເຕີມ ແລະ ຕ້ອງໄດ້ໃຊ້ເວລາໃນການແກ້ໄຂ. ພວກເຮົາໄດ້ຮັບການສະໜັບສະໜູນເປັນພິເສດຈາກລັດຖະບານ ແລະ ບັນດາຕົວແທນຈາກພາກລັດ ໃນການແກ້ໄຂບັນຫາ ພ້ອມດ້ວຍທິດທາງແກ້ໄຂທີ່ພວກເຮົານຳສະເໜີ.” 

ກຸ່ມບັນຫາທີ່ຖືກຍົກຂື້ນໂດຍພາກເອກະຊົນ ຕໍ່ກັບກອງປະຊຸມທຸລະກິດລາວໃນຄັ້ງນີ້ ລວມມີ 4 ບັນຫາ ຄື: 1) ບັນຫາທີ່ຕິດພັນດ້ານອາກອນ, ພິເສດແມ່ນອາກອນມູນຄ່າເພີ່ມສໍາລັບການໃຫ້ບໍລິການດ້ານອິນເຕີເນັດ 2) ບັນຫາດ້ານຄ່າການຂົນສົ່ງ, ມູນຄ່າການນໍາເຂົ້າ ແລະ ສົ່ງອອກສິນຄ້າທີ່ສູງ 3) ບັນຫາທີ່ຕິດພັນກັບລະບຽບການດ້ານການຈົດທະບຽນວິສາຫະກິດ ແລະ ຂໍອະນຸຍາດດຳເນີນທຸລະກິດ ແລະ 4) ບັນຫາທີ່ຕິດພັນກັບ ການເຂົ້າເຖິງແຫຼ່ງທຶນ ສຳລັບວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ການເຂົ້າຫາຂໍ້ມູນຕະຫຼາດແຮງງານ.

ບັນດາຕົວແທນຈາກກະຊວງທີ່ກ່ຽວຂ້ອງ ໄດ້ພ້ອມກັນໃຫ້ຄວາມກະຈ່າງແຈ້ງ ແລະ ໄດ້ມີຄຳຕອບຕໍ່ກັບ ທຸກໆບັນຫາ ທີ່ນຳສະເໜີ ໂດຍບັນດາຜູ້ຕ່າງໜ້າຂອງພາກເອກະຊົນ.   

ໃນຕອນທ້າຍກອງປະຊຸມ, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ກ່າວສະຫຼຸບພ້ອມທັງໃຫ້ຄຳໝັ້ນໝາຍວ່າ ພາກລັດ ຍັງຈະໄດ້ມີການອອກຂໍ້ຕົກລົງອີກຫຼາຍສະບັບ ເພື່ອຮອງຮັບການແກ້ໄຂ ບັນດາບັນຫາສະເພາະ ທີ່ນຳສະເໜີໂດຍພາກເອກະຊົນ ແລະ  ໃຫ້ຄວາມໝັ້ນໃຈວ່າ ລັດຖະບານຈະນຳເອົາທຸກໆບັນຫາ ທີ່ຖືກຍົກຂື້ນໃນກອງປະຊຸມນີ້ໄປພິຈາລະນາ ແລະ ພ້ອມທັງໄດ້ເນັ້ນໃຫ້ເຫັນເຖິງຄວາມຈຳເປັນໃນການສືບຕໍ່ຈັດກອງປະຊຸມປຶກສາຫາລືແບບນີ້ໃນອະນາຄົດ.

ແຫຼ່ງທີ່ມາ: ກົມແຜນການ ແລະ ການຮ່ວມມື, ກະຊວງອຸດສາຫະກຳ ແລະ ການຄ້າ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.