ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ກະຊວງສາທາລະນະສຸກ                                    ເລກທີ 2660/16.ກອຢ
ກົມອາຫານ ແລະ ຢາ                        ນະຄອນຫຼວງ,ວັນທີ່ 16 ມິຖຸນາ 2016    
ໂທ:021 243657

ແຈ້ງການ

ຮຽນ : ທ່ານ ຫົວໜ້າ ອຳນວຍການ ໂຮງງານຜະລິດຢາ ແລະ ບໍລິສັດ ຂາອອກ-ຂາເຂົ້າດ້ານຢາ ແລະ ຜະລິດຕະພັນການແພດ ໃນທົ່ວປະເທດ.

ເລື່ອງ : ການປະກອບເອກະສານຂໍອະນຸມັດນຳ ເຂົ້າວັດຖຸດິບ, ອຸປະກອນບັນຈຸ, ຢາປົວພະຍາດ ແລະ ອຸປະກອນການແພດ ມາຮັບໃຊ້ການຜະລິດ ແລະ ເພື່ອຈຳໜ່າຍ.

-       ອີງຕາມ ນະໂຍບາຍແຫ່ງຊາດດ້ານຢາ ເພື່ອຮັບປະກັນຄຸນນະພາບຂອງຜະລິດຕະພັນຢາໃຫ້ບັນລຸມາດຕະຖານສາກົນ.
-       ອີງຕາມ ກົດໝາຍວ່າດ້ວຍຢາ ແລະ ຜະລິດຕະພັນການແພດ (ສະບັບປັບປຸງ) ເລກທີ່07/ສພຊ,ລົງວັນທີ່ 21 ທັນວາ 2011.
-       ອີງຕາມ ຂໍ້ກຳນົດ ກົດລະບຽບ ຫຼື ບັນດານິຕິກຳຢູ່ລຸ່ມກົດໝາຍ ທີ່ກ່ຽວຂ້ອງກັບຢາ ແລະ ຜະລິດຕະພັນການແພດ.

ເພື່ອຮັບປະກັນໃຫ້ຢາ ແລະ ຜະລິດຕະພັນການແພດ ທີ່ຜະລິດ ແລະ ຈຳໝາຍ ໃນ ສປປ ລາວ ມີຄຸນນະພາບ, ປະສິດທິພາບ, ຄວາມປອດໄພ ແລະ ລາຄາສົມເຫດສົມຜົນ ນໍາໃຊ້ເຂົ້າໃນວຽກງານກັນພະຍາດ ແລະ ປິ່ນປົວສຸຂະພາບຂອງຄົນເຈັບຢ່າງມີປະສິດທິຜົນ.

ກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ,ຂໍແຈ້ງມາຍັງບັນດາໂຮງງານຜະລິດຢາ ແລະ ບໍລິສັດ ຂາອອກ-ຂາເຂົ້າ ດ້ານຢາ ແລະ ຜະລິດຕະພັນການແພດ ທົ່ວປະເທດ ກ່ຽວກັບການປະກອບເອກະສານເພື່ອຂໍອະນຸຍາດນຳເຂົ້າວັດຖຸດິບ,ອຸປະກອນບັນຈຸ,ຢາປົວພະຍາດ ແລະ ອຸປະກອນການແພດ ມາຮັບໃຊ້ການຜະລິດ ແລະ ເພື່ອຈຳໜ່າຍ ຕ້ອງປະຕິບັດດັ່ງນີ້:

    I.      ເອກະສານສະເໜີນຳເຂົ້າປະກອບ:

1.    ໃບສະເໜີຂໍອະນຸຍາດນຳເຂົ້າວັດຖຸດິບຕາມການກຳນົດ ຂອງກົມອາຫານ ແລະ ຢາ, ເຊັນຮັບຮູ້ຈາກວິຊາການ ແລະ ອຳນວຍການໂຮງງານ/ບໍລິສັດ.
2.    ໃບສັ່ງຊື້ຂອງໂຮງງານ ຫຼື ບໍລິສັດ (Purchase order).(ຈຳນວນ 3 ຊຸດ)
3.    ໃບນຳສົ່ງສິນຄ້າ (Invoice) ຕ້ອງລະບຸເລກຊຸດຜະລິດ, ວັນເດືອນປີຜະລິດ ແລະ ວັນເດືອນປີໝົດອາຍຸ (ຊື່ຜະລິດຕະພັນໃຫ້ຂຽນລະອຽດຈະແຈ້ງ ຕາມຊື່ທີ່ໄດ້ຂື້ນທະບຽນ, ບໍ່ໃຫ້ຂຽນຫຍໍ້ ຫຼື ໃສ່ພຽງແຕ່ລະຫັດຂອງສິນຄ້າ) (ຈຳນວນ 3 ຊຸດ) 
4.    ໃບມັດຫໍ່ສິນຄ້າ (Packing list) (ຈຳນວນ 3 ຊຸດ)

   II.      ເອກະສານການຢັ້ງຢືນທີ່ຕ້ອງຄັດເພີ່ມເຕີມ:

ນອກຈາກບັນດາເອກະສານເຊີ່ງໄດ້ລະບຸໃນຂໍ້ I (1, 2, 3 ແລະ 4) ທີ່ຕ້ອງຍື່ນສະເໜີຂໍອະນຸຍາດນຳເຂົ້າ, ຍັງມີເອກະສານທາງວິຊາການຈຳນວນໜື່ງ ຕ້ອງຄັດຕິດມາ ເພື່ອຮັບປະກັນຄຸນນະພາບໃນຂອດການຈໍລະຈອນຈຳໜ່າຍ ດັ່ງລາຍລະອຽດຄື:

  • ສຳລັບການນຳເຂົ້າວັດຖຸດິບ:

-       ໃບຢັ້ງຢືນການຜະລິດທີ່ດີ ຂອງໂຮງງານຜະລິດ ເຊິ່ງອອກໃຫ້ໂດຍອົງການຄຸ້ມຄອງຂອງປະເທດຜູ້ພະລິດວັດຖຸດິບ ຫຼື ໃບຢັ້ງຢືນຈາກ ອົງການອະນາໄມໂລກ (WHO Prequalification)
-       ໃບຢັ້ງຢືນການວິໄຈຄຸນນະພາບຂອງຊຸດຜະລິດທີ່ຂໍນຳເຂົ້າ ( Certificate of Analysis )

  • ສຳລັບອຸປະກອນບັນຈຸ:

-       ອຸປະກອນບັນຈຸທີ່ສະເໜີນຳເຂົ້າ ຕ້ອງແມ່ນລາຍການທີ່ຈະນຳມາບັນຈຸຜະລິດຕະພັນທີ່ໄດ້ຂື້ນທະບຽນແລ້ວ,ຖ້າແມ່ນລາຍການທີ່ບໍ່ທັນຂື້ນທະບຽນ ຕ້ອງແມ່ນລາຍການທີ່ໄດ້ຜ່ານການອະນຸຍາດຜະລິດຢາຕົວຢ່າງແລ້ວ.

  • ສຳລັບ Vaccin:

-       Certificate of lot released ຂອງຊຸດຜະລິດຕະພັນທີ່ນຳເຂົ້າ ເຊິ່ງອອກໃຫ້ໂດຍອົງການຄຸ້ມຄອງດ້ານຢາຂອງປະເທດຜູ້ຜະລິດ.
-       ໃບຢັ້ງຢືນການຜະລິດທີ່ດີ (GMP Certificate) ຈາກປະເທດຜູ້ຜະລິດ ແລະ/ຫຼື  WHO  Praqualification Certificate.

  • ສຳລັບອຸປະກອນການແພດ:

-       ໃບຢັ້ງຢືນ ISO 13485 ຢັ້ງຢືນຈາກອົງການຄຸ້ມຄອງຂອງປະເທດຜູ້ຜະລິດ ຫຼື ສະຖາບັນທີ່ໄດ້ຮັບຮອງຈາກພາກລັດ
-       ໃບຢັ້ງຢືນການວິໄຈຄຸນນະພາບ (ສຳລັບອຸປະກອນທີ່ນຳໃຊ້ຊິ້ນເປືອງ Consumable Devices) ຕາມມາດຕະຖານການກວດກາວິໄຈຂອງອົງການອະນາໄມໂລກ.
-       ສຳລັບອຸປະກອນການແພດທີ່ເປັນເຄື່ອງມືສອງ (ເຄື່ອງທີ່ໃຊ້ແລ້ວ) ແມ່ນບໍ່ພິຈາລະນາໃຫ້ນຳເຂົ້າ.

ການດຳເນີນທຸລະກິດຂອງໂຮງງານຜະລິດຢາ,ບໍລິສັດ ຂາອອກ-ຂາເຂົ້າດ້ານຢາ ແລຜະລິດຕະພັນການແພດ ແລະ ບໍລິສັດຂາຍຍົກພາຍໃນ ໂດຍສະເພາະການສະໜອງວັດຖຸດິບ ແລະ ຜະລິດຕະພັນສຳເລັດຮູບ ຕ້ອງມີການສັນຍາກັບແຫຼ່ງສະໜອງ ບົນພື້ນຖານຄວາມຮັບຜິດຊອບດ້ານຄຸນນະພາບ,ປະສິດທິພາບ ແລະ ຄວາມປອດໄພຕໍ່ຜູ້ນຳໃຊ້.ສຳລັບເອການສານຢັ້ງຢືນທີ່ປະກອບ,ຖ້າຫາກວ່າບໍ່ແມ່ນສະບັບຕົ້ນ ໃຫ້ຈຳກາຢັ້ງຢືນຈາກບໍລິສັດກ່ຽວຂ້ອງ.

ແຈ້ງການສະບັບນີ້ມີຜົນສັກສິດໃນການຈັດຕັ້ງປະຕິບັດພາຍຫຼັງ 30 ວັນ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.

ດັ່ງນັ້ນ,ຈື່ງແຈ້ງມາຍັງທ່ານ ເພື່ອຊາບ ແລະ ໃຫ້ຄວາມຮ່ວມມືໃນການປະຕິບັດຕາມແຈ້ງການນີ້ດ້ວຍ.

ຫົວໜ້າ ກົມອາຫານ ແລະ ຢາ
(ເຊັນ ແລະ ປະທັບກາ)

ດຣ. ສົມທະວີ ຈາງວີສົມມິດ

 

# ຫົວຂໍ້ ດາວໂຫຼດ
1 Notification on the Documents to Request for Import License of Raw Materials, Container Equipment, Drug, and Medical Equipment for Production and Contribution No. 2660/16.FDD, dated 16 June 2016 PDF
2 ແຈ້ງການ ກ່ຽວກັບ ການປະກອບເອກະສານຂໍອະນຸມັດ ນຳເຂົ້າວັດຖຸດິບ, ອຸປະກອນບັນຈຸ, ຢາປົວພະຍາດ ແລະ ອຸປະກອນການແພດ ມາຮັບໃຊ້ການຜະລິດ ແລະ ເພື່ອຈຳໜ່າຍ ສະບັບເລກທີ 2660/16ກອຢ, ລົງວັນທີ 16 ມິຖຸນາ 2016 PDF
ມາດຕະການ / ມາດຕະຖານ
# ຊື່ ປະເພດ ອົງກອນ ລາຍລະອຽດ ກົດໝາຍ ສຶ້ນສຸດ ໃຊ້ກັບ
1 ການນໍາເຂົ້າຢາ ຕ້ອງມີໃບຢັ້ງຢືນຈາກປະເທດຕົ້ນທາງ TBT ກະຊວງ ສາທາລະນະສຸກ ການນໍາເຂົ້າຢາ ເຊ່ັ່ນ: Vaccin ຕ້ອງມີໃບຢັ້ງຢືນທີ່ອອກໂດຍປະເທດຕົ້ນທາງ ເຊັ່ນ: Certificate of lot released, ໃບຢັ້ງຢືນການຜະລິດທີ່ດີ (GMP) ຫຼື/ແລະ ໃບຢັ້ງຢືນ WHO Prequalification ຄັດຕິດມາພ້ອມໃນເວລາຂໍອະນຸຍາດນໍາເຂົ້າ ກັບ ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ ແຈ້ງການ ກ່ຽວກັບ ການປະກອບເອກະສານຂໍອະນຸມັດ ນຳເຂົ້າວັດຖຸດິບ, ອຸປະກອນບັນຈຸ, ຢາປົວພະຍາດ ແລະ ອຸປະກອນການແພດ ມາຮັບໃຊ້ການຜະລິດ ແລະ ເພື່ອຈຳໜ່າຍ ສະບັບເລກທີ 2660/16ກອຢ, ລົງວັນທີ 16 ມິຖຸນາ 2016 9999-12-31 ALL
2 ຕ້ອງມີໃບອະນຸຍາດນຳເຂົ້າ - ຜະລິດຕະພັນການແພດ ຕ້ອງໄດ້ຮັບອະນຸມັດ ກະຊວງ ສາທາລະນະສຸກ ການນຳເຂົ້າຜະລິດຕະພັນການແພດ ຕ້ອງມີໃບອະນຸຍາດນຳເຂົ້າທີ່ອອກໂດຍ ກົມອາຫານ ແລະ ຢາ, ກະຊວງ ສາທາລະນະສຸກ. ແຈ້ງການ ກ່ຽວກັບ ການປະກອບເອກະສານຂໍອະນຸມັດ ນຳເຂົ້າວັດຖຸດິບ, ອຸປະກອນບັນຈຸ, ຢາປົວພະຍາດ ແລະ ອຸປະກອນການແພດ ມາຮັບໃຊ້ການຜະລິດ ແລະ ເພື່ອຈຳໜ່າຍ ສະບັບເລກທີ 2660/16ກອຢ, ລົງວັນທີ 16 ມິຖຸນາ 2016 9999-12-31 ALL
3 ຕ້ອງໃບມີຢັ້ງຢືນອອກໂດຍປະເທດຜູ້ສົ່ງອອກ - ຜະລິດຕະພັນການແພດ TBT ກະຊວງ ສາທາລະນະສຸກ ການນໍາເຂົ້າຜະລິດຕະພັນການແພດ ຕ້ອງປະກອບມີເອກະສານທີ່ຢັ້ງຢືນຈາກປະເທດຕົ້ນທາງ ເຊັ່ນ: ໃບຢັ້ງຢືນ ISO, ໃບຢັ້ງຢືນການວິໄຈຄຸນນະພາບ ແລະ ອື່ນໆ ຄັດຕິດມາພ້ອມໃນເວລາຂໍອະນຸຍາດນໍາເຂົ້າ ກັບ ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ. ແຈ້ງການ ກ່ຽວກັບ ການປະກອບເອກະສານຂໍອະນຸມັດ ນຳເຂົ້າວັດຖຸດິບ, ອຸປະກອນບັນຈຸ, ຢາປົວພະຍາດ ແລະ ອຸປະກອນການແພດ ມາຮັບໃຊ້ການຜະລິດ ແລະ ເພື່ອຈຳໜ່າຍ ສະບັບເລກທີ 2660/16ກອຢ, ລົງວັນທີ 16 ມິຖຸນາ 2016 9999-12-31 ALL
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.