ໃນວັນທີ 26 ເມສາ 2017, ທີ່ນະຄອນຫຼວງວຽງຈັນ, ທ່ານ ນາງ ເຂັມມະນີ ພົນເສນາ, ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ຕາງໜ້າລັດຖະບານ ແຫ່ງ ສປປ ລາວ ແລະ ທ່ານ ປອ ເຈີນ ຕວັນ ແອັງ, ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ຕາງໜ້າລັດຖະບານ ແຫ່ງ ສສ ຫວຽດນາມ ໄດ້ຮ່ວມລົງນາມ ໃນອະນຸສັນຍາເພື່ອປັບປຸງມາດຕາ 6 ຂອງ ສັນຍາວ່າດ້ວຍ ສິນຄ້າຜ່ານແດນ ທີ່ໄດ້ລົງນາມ ໃນວັນທີ 13 ມີນາ 2009 ໂດຍກໍານົດໃຫ້ຄູ່ສັນຍາຕ້ອງອໍານວຍຄວາມສະດວກໃຫ້ການຜ່ານແດນຂອງສິນຄ້າ ຜ່ານດິນແດນຂອງແຕ່ລະຄູ່ສັນຍາ ໂດຍຜ່ານດ່ານສາກົນ ແລະ ເສັ້ນທາງທີ່ສະດວກທີ່ສຸດ.
ສັນຍາ ວ່າດ້ວຍ ສິນຄ້າຜ່ານແດນດັ່ງກ່າວ ມີທັງໝົດ 14 ມາດຕາ ໄດ້ກໍານົດຫຼັກການ ແລະ ມາດຕະການໃນການຂົນສົ່ງສິນຄ້າຜ່ານແດນຂອງສອງປະເທດ. ໂດຍອີງຕາມມາດຕາ 6 ຂອງສັນຍາທີ່ຜ່ານມາໄດ້ລະບຸໄວ້ວ່າ ສິນຄ້າຜ່ານແດນ ຈະຕ້ອງຜ່ານບັນດາຄູ່ດ່ານຊາຍແດນ ແລະ ເສັ້ນທາງຜ່ານແດນທີ່ໄດ້ກໍານົດໄວ້ ຄື: ເສັ້ນທາງເລກທີ 9 (ຄູ່ດ່ານຊາຍແດນແດນສະຫວັນ - ລາວບາວ); ເສັ້ນທາງເລກທີ 8 (ຄູ່ດ່ານຊາຍແດນນໍ້າພາວ - ເກົາແຈວ); ເສັ້ນທາງເລກທີ 217 (ຄູ່ດ່ານຊາຍແດນນໍ້າໂສ້ຍ - ນາແມວ); ເສັ້ນທາງເລກທີ 42 (ຄູ່ດ່ານຊາຍແດນປາງຫົກ - ໄຕຈາງ); ເສັ້ນທາງເລກທີ 7 (ຄູ່ດ່ານຊາຍແດນນໍ້າກັ່ນ - ນໍ້າກັ່ນ); ເສັ້ນທາງເລກທີ 12 (ຄູ່ດ່ານຊາຍແດນນາເພົ້າ - ຈາລໍ); ເສັ້ນທາງເລກທີ 18 (ຄູ່ດ່ານຊາຍແດນພູເກືອ - ເບີອີ). ເຊິ່ງເຫັນວ່າມີພຽງ 07 ໃນຈໍານວນ 08 ຄູ່ດ່ານສາກົນທີ່ສາມາດຂົນສົ່ງສິນຄ້າຜ່ານແດນ ແລະ ຕ້ອງຂົນສົ່ງຕາມເສັ້ນທາງທີ່ໄດ້ກໍານົດໄວ້ ເຮັດໃຫ້ສ້າງຄວາມຫຍຸ້ງຍາກໃຫ້ແກ່ການຂົນສົ່ງຜ່ານແດນ ທີ່ນັບມື້ນັບຫຼາຍຂື້ນ.
ດັ່ງນັ້ນ, ອະນຸສັນຍາເພື່ອປັບປຸງສັນຍາວ່າດ້ວຍສິນຄ້າຜ່ານແດນ (2009) ຈະສ້າງຄວາມສະດວກໃຫ້ຜູ້ປະກອບການດ້ານການຂົນສົ່ງ ແລະ ນັກທຸລະກິດນໍາເຂົ້າ ແລະ ສົ່ງອອກ ມີທາງເລືອກຫຼາຍຂຶ້ນ ເພື່ອຂົນສົ່ງສິນຄ້າຜ່ານແດນໄປຕາມເສັ້ນທາງທີ່ເຫັນວ່າ ມີຄວາມສະດວກກວ່າ ແລະ ເພື່ອຊ່ວຍຫຼຸດຜ່ອນຕົ້ນທຶນໃນການຂົນສົ່ງ. ໃນທາງອ້ອມ ກໍ່ເປັນການຊຸກຍູ້ສົ່ງເສີມການຄ້າຂອງສອງປະເທດ ຫຼື ສາກົນ ໃຫ້ມີການຂະຫຍາຍຕົວ ໂດຍສະເພາະແມ່ນການສົ່ງອອກສິນຄ້າຂອງ ສປປ ລາວ ໄປປະເທດທີ່ສາມ ໂດຍຜ່ານດິນແດນ ສສ ຫວຽດນາມ ແລະ ສິນຄ້າ ສສ ຫວຽດນາມ ສົ່ງອອກໄປປະເທດທີ່ສາມ ໂດຍຜ່ານດິນແດນ ສປປ ລາວ.

# ຫົວຂໍ້ ດາວໂຫຼດ
1 Goods in Transit between Lao PDR and the Socialist Republic of Viet Nam Can Transit via the International Border Checkpoints and the Most Convenient Routes PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.