ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ກະຊວງການເງິນ                ເລກທີ 0236 /ກງ
ນະຄອນຫລວງວຽງຈັນ, ວັນທີ 26 ມັງກອນ 2017

ແຈ້ງການ

ເຖິງ :    - ກົມພາສີ, ກະຊວງການເງິນ.
             - ບັນດາພາສີຊາຍແດນໃນຂອບເຂດທົ່ວປະເທດ.

ເລື່ອງ :   ໃຫ້ຢຸດຕິການອະນຸຍາດນຳເຂົ້າເພື່ອສົ່ງອອກສຳລັບສິນຄ້າປະເພດພາຫະນະ,ນ້ຳມັນເຊື້ອໄຟ ແລະ ນຳ້ມັນເຊື້ອໄຟຜ່ານແດນ ຢ່າງຊີ້ນເຊິງ.

-   ອິງຕາມ ກົດໝາຍວ່າດ້ວຍພາສີ ສະບັບເລກທີ່ 04/ສພຊ,ລົງວັນທີ 20 ທັນວາ 2011 ແລະ ສະບັບປັບປຸງບາງມາດຕາ ເລກທີ່ 57/ສພຊ,ລົງວັນທີ່ 24 ທັນວາ 2014.
-   ອິງຕາມ ດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 80/ນຍ,ລົງວັນທີ່ 28 ກຸມພາ 2007 ວ່າດ້ວຍການຈັດຕັ້ງ ແລະ ການເຄືອນໄຫວຂອງກະຊວງການເງີນ.
-   ອິງຕາມ ຂໍ້ຕົກລົງຂອງ ລັດຖະມົນຕີກະຊວງການເງິນ ສະບັບເລກທີ 0462/ກງ,ລົງວັນທີ 14/03/2003 ວ່າດ້ວຍການເກັບຄ່າທຳນຽມເດັດຖານ ສຳລັບບາງສິນຄ້າ,ເຄື່ອງຂອງ ນຳເຂົ້າເພື່ອສົ່ງອອກຕໍ່.
-   ອິງຕາມ ແຈ້ງການຂອງຫ້ອງການວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ່ 1401/ຫສນຍ.ກລຂ,ລົງວັນທີ່ 25 ມັງກອນ 2017.

ເພື່ອຮັບປະກັນເກັບລາຍຮັບພາສີ-ອາກອນເຂົ້າງົບປະມານແຫ່ງລັດ ແລະ ການຄຸ້ມຄອງການນຳເຂົ້າສິນຄ້າຍຸດທະສາດປະເພດພາຫະນະ ແລະ ນຳ້ມັນເຊື້ອໄຟ ໃຫ້ມີຄວາມຮັດກຸມ ແລະຖືກຕາມກົດໝາຍ  ແລະ ລະບຽບການ.

ຮອງນາຍົກລັດຖະມົນຕີ,ລັດຖະມົນຕີກະຊວງການເງີນ ອອກແຈ້ງການ:

1.            ໃຫ້ກົມພາສີຢຸດຕິການອະນຸຍາດນຳເຂົ້າເພື່ອສົ່ງອອກສຳລັບສິນຄ້າປະເພດພາຫະນະ,ນຳ້ມັນເຊື້ອໄຟ ຕາມທີ່ກຳນົດໄວ້ໃນຂໍ້ຕົກລົງຂອງລັດຖະມົນຕີກະຊວງການເງີນ ສະບັບເລກທີ 0462/ກງ, ລົງວັນທີ 14/03/2003 ແລະ ແຈ້ງການສະບັບເລກທີ 4485/ກງ,ລົງວັນທີ 23/12/2016.

2.            ໃຫ້ບໍລິສັດ ແວວເອັສ ການຄ້າຂາອອກ-ຂາເຂົ້າ ຈຳກັດ ບໍລິສັດ ສີຈັນທອງທິບ ການຄ້າຂາອອກ-ຂາເຂົ້າ ແລະ ບໍລິສັດ ອື່ນໆ ຢຸດຕິການນຳເຂົ້ານຳ້ມັນເຊື້ອໄຟເພື່ອສົ່ງອອກໄດ້ອະນຸມັດຜ່ານມາ. ໃຫ້ບໍລິສັດ ຂົນສົ່ງສາກົນ ຈຳກັດ ແລະບໍລິສັດອື່ນໆ ຢຸດຕິການດຳເນີນທຸລະກິດນຳເຂົ້ານຳ້ມັນເຊື້ອໄຟ ເພື່ອເຮັດບໍລິການຜ່ານແດນຜ່ານມາ.ສ່ວນລະບຽບການຄຸ້ມຄອງນຳ້ມັນເຊື້ອໄຟຜ່ານແດນຕາມລະບຽບການຜ່ານສາກົນ ກະຊວງການເງິນ ຈະສົມທົບກັບພາກສ່ວນກ່ຽວຂ້ອງ ເພື່ອປັບປຸງໃຫ້ຖືກຕ້ອງ ຕາມລະບຽບການສາກົນ.

3.            ສຳລັບນຳ້ມັນເຊື້ອໄຟທີ່ຕັ້ງໂປະຂາຍຕາມລຳແມ່ນຳ້ຂອງ ມອບໃຫ້ຂະແໜງພາສີ ສົມທົບກັບຂະແໜງສ່ວຍສາອາກອນ, ອຸດສາຫະກຳ-ການຄ້າ ແລະ ພາກສ່ວນກ່ຽວຂ້ອງ ດຳເນີນ. ການກວດກາມາດຖານເຕັກນິກໃນການດຳເນີນທຸລະກິດ ຖ້າມີຊ່ອງຫວ່າງການຫຼົບຫຼີກໜີພາສີ-ອາກອນ ແມ່ນໃຫ້ຍົກເລີກ.

4.            ການນຳເຂົ້າສິນຄ້າປະເພດພາຫະນະ ແລະ ນຳ້ມັນເຊຶື້້ອໄຟ ຕ້ອງນຳເຂົ້າ ແລະ ແຈ້ງເສຍພາສີ-ອາກອນ ຜ່ານແດນພາສີສາກົນເທົ່ານັ້ນ,ຫ້າມນຳເຂົ້າຜ່ານແດນພາສີທ້ອງຖີ່ນ ແລະ ດ່ານພາສີປະເພນີຢ່າງເດັດຂາດ.

5.            ໃຫ້ກົມພາສີປະສານສົມທົບຂະແໜງການກ່ຽວຂ້ອງ ໂຄສະນາ,ເຜີຍແຜ່ ແລະ ເອົາໃຈໃສ່ຄຸ້ມຄອງ,ຕິດຕາມ,ກວດກາ ແລະ ຈັດຕັ້ງປະຕິບັດຢ່າງເຂັ້ມງວດ.

6.            ແຈ້ງການສະບັບນີ້ມີຜົນສັກສິດນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ ທຸກຂໍ້ກຳນົດ,ລະບຽບການທີ່ຂັດກັບແຈ້ງການສະບັບນີ້ລ້ວນແຕ່ຖືກຍົກເລີກ.

             ດັ່ງນັນ,ຈຶ່ງແຈ້ງການມາຍັງ ທ່ານ ເພື່ອຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດຢ່າງເຂັ້ມງວດ

ຮອງນາຍົກລັດຖະມົນຕີ,

ລັດຖະມົນຕີກະຊວງການເງິນ

ສົມດີ ດວງດີ

 

# ຫົວຂໍ້ ດາວໂຫຼດ
1 Notification on Strictly Cease the Permission for the Import for Re-export of Vehicle, Petroleum and Transit Petroleum No. 0236/MOF, dated 26 January 2017 PDF
2 ແຈ້ງການ ກ່ຽວກັບ ໃຫ້ຢຸດຕິການອະນຸຍາດນຳເຂົ້າເພື່ອສົ່ງອອກສຳລັບສິນຄ້າປະເພດຍານພາຫະນະ, ນ້ຳມັນເຊື້ອໄຟ ແລະ ນ້ຳມັນເຊື້ອໄຟຜ່ານແດນ ຢ່າງຊິ້ນເຊີງ ສະບັບເລກທີ 0236/ກງ, ລົງວັນທີ 26 ມັງກອນ 2017 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.