ສປປ ລາວ ໄດ້ຮັບສິດທິພິເສດທາງການຄ້າຫຼາຍກວ່າ 50 ປະເທດໃນໂລກ. ໃນນັ້ນ, ໃຫ້ສິດທິພິເສດຝ່າຍດຽວ ມີ 42 ປະເທດ ຄື: ສະຫະພາບເອີຣົບ 28 ປະເທດ (ໂອຕຣີສ, ແບນຊິກ, ບຸນກາລີ, ໄຊປຣັສ, ສາທາລະນະລັດເຊັກ, ເດນມາກ, ແອັດໂຕນີ, ເຢຍລະມັນ, ເກຣັກ, ແຟງລັງ, ຝຣັ່ງ, ຮົງກາລີ, ອຽກລັງ, ອີຕາລີ, ລັດວີ, ລີທົວນີ, ລຸກຊໍາບວກ, ມົວຕາ, ເນເທີແລນ, ໂປໂລ້ຍ, ປ໊ອກຕຸຍການ, ໂຣມານີ, ສະໂລວັກ, ສະໂລເວນີ, ແອັດສະປາຍ, ສະວີເດັນ, ອັງກິດ ແລະ ໂຄເອເຊຍ), ສະວິດ, ການາດາ, ອົດສະຕາລີ, ນິວຊີແລນ, ຕວກກີ, ນອກແວ, ລັດເຊຍ, ເບລາຣຸສ, ກາຊັກສະຖານ,   ຍີ່ປຸ່ນ, ສປ ຈີນ, ສ.ເກົາຫຼີ, ອິນເດຍ ແລະ ຈີນໄຕ້ຫວັນ ແມ່ນການຍົກເວັ້ນ ຫຼື ຫຼຸດຜ່ອນພາສີແບບບໍ່ຫວັງຜົນຕອບແທນ. ນອກຈາກນັ້ນ, ຍັງໄດ້ຮັບສິດທິພິເສດແບບຕອບແທນກັນ ມີ 15 ປະເທດ (09 ປະເທດສະມາຊິກອາຊຽນ, ສປ ຈີນ, ສ.ເກົາຫຼີ, ຍີ່ປຸ່ນ, ອິນເດຍ, ອົດສະຕາລີ ແລະ ນິວຊີແລນ) ໂດຍຜ່ານການເຈລະຈາຕໍ່ລອງໃນການຍົກເວັ້ນ ຫຼື ຫຼຸດຜ່ອນພາສີໃຫ້ແກ່ກັນ.

ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ມີພາລະບົດບາດໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ຈຶ່ງໄດ້ມອບສິດໃຫ້ ພະແນກອຸດສາຫະກຳ ແລະ ການຄ້າແຂວງ ແລະ ນະຄອນຫຼວງ, ເຂດນິຄົມອຸດສາຫະກໍາ ແລະ ການຄ້າວຽງຈັນ-ໂນນທອງ, ເຂດເສດຖະກິດພິເສດສະຫວັນ-ເຊໂນ ແລະ ສະພາອຸດສາຫະກຳ ແລະ ການຄ້າແຫ່ງຊາດ ແລະ ແຂວງໃນຂອບເຂດທົ່ວປະເທດສາມາດອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າໄດ້ ເພື່ອແນໃສ່ອຳນວຍຄວາມສະດວກໃຫ້ຜູ້ປະກອບການຕາມທິດສາມສ້າງ.

ເພື່ອເປັນການປະຕິຮູບລະບົບການບໍລິການ ແນໃສ່ບໍລິການຜູ້ປະກອບການ ກ່ຽວກັບການອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ. ໂດຍສາມາດອອກໄດ້ 03 ຮູບແບບ ຄື:  ອອກດ້ວຍເຈ້ຍ (Manual), ອອກທາງເອເລັກໂຕຣນິກ (e-CO) ແລະ ອອກດ້ວຍຕົນເອງຂອງອາຊຽນ ແລະ ສະຫະພາບເອີຣົບ (Self-Certification) ເພື່ອອໍານວຍຄວາມສະດວກ, ຫຼຸດຜ່ອນຂັ້ນຕອນ, ປະຢັດເວລາ, ປະຢັດຕົ້ນທຶນ ແລະ ການແຂ່ງຂັ້ນໃນເວທີສາກົນຂອງພາກທຸລະກິດ.

          ຜ່ານຈາກການຈັດຕັ້ງປະຕິບັດໃນ 01 ປີຜ່ານມາ ສາມາດສົ່ງອອກ ພາຍໃຕ້ການນຳໃຊ້ໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດທາງການຄ້າ ຂອງ ສປປ ລາວ ດັ່ງລຸ່ມນີ້:

ການສົ່ງອອກປີ 2016 ແລະ ປຽບທຽບກັບ ປີ 2015

ລ/ດ ຊື່ຟອມ ປີ 2015 (USD) ປີ 2016 (USD) % ເພີ່ມຂຶ້ນ-ຫຼຸດລົງ
1 AT 153,720,529.81 208,639,287.00 35.73
2 A 119,259,595.61 91,300,860.20 (23.44)
3 D 645,899,060.39 587,527,698.57 (9.04)
4 E 53,116,627.72 79,821,164.73 50.28
5 S 66,298,344.96 86,286,259.88 30.15
6 SPT 3,517,578.13 5,484,220.00 55.91
7 AI 78,553,390.64 56,103,488.07 (28.58)
8 AK 8,357,379.12 2,734,848.59 (67.28)
9 AJ 11,124,538.24 11,300,748.79 1.58
10 AANZ 110,107.99 320,416.90 191.00
11 DFTP 31,514,528.74 808,577.30 (97.43)
12 APTA 18,300.00 6,340.00 (65.36)
13 CO-KOREA 1,048,619.63 1,496,593.90 42.72
Total: 1,172,538,600.98 1,131,830,503.93 (3.47)


 ແຫຼ່ງຂໍ້ມູນ: ທຸກພາກສ່ວນທີ່ໄດ້ຮັບສິດໃນການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ ໃນຂອບເຂດທົ່ວປະເທດ.
ຕົວເລກທີຢູ່ໃນວົງເລັບແມ່ນຫຼຸດລົງ.

ຈາກຕາຕະລາງຂ້າງເທິງ ເຫັນວ່າ: ລວມມູນຄ່າການສົ່ງອອກໂດຍການນຳໃຊ້ສິດທິພິເສດທາງການຄ້າໃນປີ 2016 ມີມູນຄ່າ 1,131,830,503.93 ໂດລາສະຫະລັດ ຖ້າສົມທຽບໃສ່ ປີ 2015 ແມ່ນຫຼຸດລົງ 3,47%. ໃນນັ້ນ, ແບບຟອມທີ່ມີການນຳໃຊ້ຫຼາຍກວ່າໝູ່ແມ່ນ ຟອມ D ຊຶ່ງມູນຄ່າສົ່ງອອກໃນປີ 2016 ແມ່ນ 587,527,698.57 ໂດລາສະຫະລັດ, ທຽບໃສ່ ປີ 2015 ຫຼຸດລົງ 9.04%. ຮອງລົງມາແມ່ນຟອມ AT (ຟອມ AT ສຳລັບເຄື່ອງນຸ່ງຫົ່ມໄປສະຫະພາບເອີຣົບ) ມູນຄ່າການສົ່ງອອກ ປີ 2016 ແມ່ນ  208,639,287.00 ໂດລາສະຫະລັດ, ເມື່ອທຽບໃສ່ປີທີ່ຜ່ານມາເພີ່ມຂຶ້ນ 35.73%. ອັນດັບສາມໄດ້ແກ່ຟອມ A (ສໍາລັບສິນຄ້າທົ່ວໄປ) ລວມມູນຄ່າການສົ່ງອອກໃນປີ 2016 ແມ່ນ 91,300,860.20 ໂດລາສະຫະລັດ, ເມື່ອທຽບໃສ່ປີທີ່ຜ່ານມາ ເຫັນວ່າ ຫຼຸດລົງ 23.44%.

ສາເຫດທີ່ເຮັດໃຫ້ມູນຄ່າການນຳໃຊ້ໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ (CO) ຫຼຸດລົງຍ້ອນ:

1.    ຄຸນນະພາບຂອງສິນຄ້າສົ່ງອອກຂອງລາວຍັງບໍ່ທັນໄດ້ມາດຕະຖານຂອງປະເທດປາຍທາງ, ນອກນັ້ນ, ຄຸນນະພາບຂອງສີມືແຮງງານ ແລະ ປະລິມານແຮງງານກໍ່ຍັງມີຄວາມຈຳກັດ ຍັງບໍ່ທັນສາມາດຕອບສະໜອງໄດ້ຕາມຄວາມຕ້ອງການ;

2.    ຜູ້ປະກອບການຂອງລາວເຮົາຍັງບໍ່ທັນເຂົ້າໃຈ ກ່ຽວກັບ ຜົນປະໂຫຍດທີ່ຈະໄດ້ຮັບ ແລະ ວິທີການນຳໃຊ້ໃບ CO ເທົ່າທີ່ຄວນ. ຍ້ອນວ່າ ເວລາພາກລັດຈັດຝຶກອົບຮົມ ແລະ ເຜີຍແຜ່ລະບຽບການຕ່າງໆ ຜູ້ບໍລິຫານລະດັບສູງຂອງບໍລິສັດບໍ່ເຂົ້າຮ່ວມ ແລະ ເຫັນໄດ້ຄວາມສຳຄັນຂອງວຽກງານດັ່ງກ່າວ;

3.    ຜູ້ປະກອບການຂອງລາວນຳໃຊ້ໃບ CO ສ່ວນໃຫຍ່ແມ່ນ ອີງຕາມຄວາມຕ້ອງການຂອງລູກຄ້າເປັນຕົ້ນຕໍ, ຖ້າຫາກລູກຄ້າບໍ່ມີຄວາມຕ້ອງການກໍ່ບໍ່ໄດ້ນຳໃຊ້. ສະນັ້ນ, ການອອກຟອມຈຶ່ງບໍ່ເປັນປົກກະຕິ;

4.    ວິສາຫະກິດຂອງ ສປປ ລາວ ສ່ວນຫຼາຍແມ່ນ ວິສາຫະກິດຂະໜາດນ້ອຍທີ່ເຮັດການຜະລິດສິນຄ້າກະສິກຳ, ຊຶ່ງເຮັດການຜະລິດນັ້ນກໍ່ເຮັດແບບຄອບຄົວ ເມື່ອເກັບກ່ຽວແລ້ວກໍ່ສົ່ງອອກເລີຍ ໂດຍບໍ່ມີການສຶກສາຂໍ້ມູນ ກ່ຽວກັບ ສິດທິພິເສດທາງດ້ານການຄ້າແຕ່ຢ່າງໃດ;

5.    ກໍລະນີຜູ້ປະກອບການຂອງລາວ ສົ່ງອອກສິນຄ້າ ໂດຍມີການນຳໃຊ້ໃບ  CO ເຈົ້າໜ້າທີ່ພາສີປະເທດປາຍທາງຍັງສ້າງຄວາມຫຍຸ້ງຍາກໃຫ້ ໂດຍສະເພາະ ຮຽກຮ້ອງເອກະສານເພີ່ມຕື່ມ, ແຕ່ກົງກັນຂ້າມ ເວລາອອກແບບເສຍພາສີຂາເຂົ້າປົກກະຕິແມ່ນ ມີຄວາມວ່ອງໄວ.

ບັນຫາ ແລະ ສິ່ງທ້າທາຍ ຂອງການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ ຊຶ່ງໂດຍລວມແລ້ວແມ່ນ ເອກະສານທີ່ຕິດພັນກັບລະບຽບການລ້ວນແລ້ວແຕ່ເປັນພາສາອັງກິດ, ຂາດບຸກຄະລາກອນທີ່ລົງເລິກ ກ່ຽວກັບວຽກງານແຫຼ່ງກຳເນີດສິນຄ້າ ເນື່ອງຈາກຕ້ອງໄດ້ກວດສອບເງື່ອນໄຂຂອງສິນຄ້າກ່ອນການອອກ ຟອມ, ການຕື່ມຂໍ້ມູນໃສ່ແບບຟອມ ແລະ ການເກັບຮັກສາເອກະສານ ເພື່ອປ້ອງກັນການກວດກາຄືນຂອງເຈົ້າໜ້າທີ່ທັງພາຍໃນ ແລະ ຕ່າງປະເທດ. ນອກຈາກນັ້ນ, ການປະຕິຮູບລະບົບບໍລິການຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ, ເຊິ່ງເປັນບັນຫາທີ່ລະອຽດອ່ອນ ແລະ ທ້າທາຍ ສຳລັບພາກລັດ ແລະ ພາກທຸລະກິດ ທີ່ຕິດພັນກັບລະບົບການຄຸ້ມຄອງ. ສະນັ້ນ, ຕ້ອງໄດ້ເພີ່ມຄວາມເຂົ້າໃຈວຽກງານດັ່ງກ່າວໃຫ້ແກ່ຂະແໜງການກ່ຽວຂ້ອງ. 

# ຫົວຂໍ້ ດາວໂຫຼດ
1 Report on the implementation of the issuance of Certificate of Origin in Lao PDR in 2016 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.