ກອງປະຊຸມໜ່ວຍງານມາດຕະການທາງດ້ານການຄ້າທີ່ບໍ່ແມ່ນພາສີ ຄັ້ງທີ 03 ໄດ້ຈັດຂື້ນ ໃນວັນທີ 18 ພຶດສະພາ 2017 ທີ່ ໂຮງແຮມ ລາວພລາຊາ ໂດຍ ກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ ໃນນາມຫ້ອງການປະຈໍາກອງເລຂາອໍານວຍຄວາມສະດວກທາງດ້ານການຄ້າ ແລະ ໜ່ວຍງານມາດຕະການທາງດ້ານການຄ້າທີ່ບໍ່ແມ່ນພາສີ (NTMs-WG) ພາຍໃຕ້ທຶນສະໜັບສະໜູນຂອງໂຄງການຊ່ວຍເຫຼືອລ້າຫຼາຍຝ່າຍເພື່ອພັດທະນາການຄ້າ (TDF2) ເຊິ່ງໄດ້ຮັບກຽດເປັນປະທານໂດຍ ທ່ານ ເຂັມເດັດ ສີຫາວົງ ຮອງຫົວໜ້າ ກົມການນໍາເຂົ້າ ແລະ ສົ່ງອອກ , ມີບັນດາຜູ້ເຂົ້າຮ່ວມຈາກຂະແໜງການລັດ ທີ່ເປັນສະມາຊິກໜ່ວຍງານ NTMs ເຂົ້າຮ່ວມ ທັງໝົດ 40 ທ່ານ.

ບັນດາຜູ້ເຂົ້າຮ່ວມກອງປະຊຸມ ໄດ້ຮັບຟັງບົດນໍາສະເໜີ ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດວຽກງານ NTMs, ຜົນງານ ແລະ ການປັບປຸງມາດຕະການ NTMs ໃນໄລຍະຜ່ານມາຂອງຂະແໜງອຸດສາຫະກໍາ ແລະ ການຄ້າ ຊຶ່ງເປັນຂະແໜງການລິເລີ່ມເຮັດບົດປະເມີນຜົນກະທົບດ້ານລະບຽບການ ຫຼື Regulatory Impact Assessment (RIA) ການປັບປຸງການອອກໃບອະນຸຍາດນໍາເຂົ້າສິນຄ້າ ໂດຍສະເພາະແມ່ນຊິ້ນສ່ວນຍານພາຫະນະ ແລະ ນໍ້າມັນດິບ, ນໍ້າມັນເຄິ່ງສຳເລັດ ທີ່ນໍາມາປະກອບ, ກັ່ນຕອງ ຫຼື ຜະລິດຢູ່ໂຮງງານ, ຊຶ່ງໄດ້ຕັດຂັ້ນຂອດໃນການອອກອະນຸຍາດສິນຄ້າປະເພດດັ່ງກ່າວຫຼຸດລົງ, ແນໃສ່ສ້າງສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ການດຳເນີນທຸລະກິດ ແລະ ເປັນການຫຼຸດຜ່ອນຄ່າໃຊ້ຈ່າຍ ແລະ ເວລາ, ຊຶ່ງຈະເປັນແບບຢ່າງໃນການເຮັດບົດປະເມີນໃຫ້ຂະແໜງການອື່ນໆໃນການເຮັດການປະເມີນ RIA ໃນຕໍ່ໜ້າ. ພ້ອມນັ້ນຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ຮັບຟັງບົດແນະນໍາການເຮັດ RIA, ວິທີການເກັບກໍາຂໍ້ມູນ ກ່ຽວກັບ ການເຮັດບົດປະເມີນ RIA .

 ທ່ານ ເຂັມເດັດ ສີຫາວົງ ຮອງຫົວໜ້າກົມການນໍາເຂົ້າ ແລະ ສົ່ງອອກ ໄດ້ຕີລາຄາສູງຕໍ່ກອງປະຊຸມຂອງໜ່ວຍງານມາດຕະການທາງດ້ານການຄ້າທີ່ບໍ່ແມ່ນພາສີ NTMs-WG ແລະ ຜູ້ເຂົ້າຮ່ວມກອງປະຊຸມທັງໝົດທີ່ໃຫ້ຄວາມສົນໃຈ ແລະ ມີຄວາມຕັ້ງໃຈຮັບຟັງການນໍາສະເໜີ ສະແດງອອກໃນການປະກອບຄໍາຄິດເຫັນຢ່າງກົງໄປກົງມາ ຊຶ່ງໄດ້ເຮັດໃຫ້ກອງປະຊຸມດັ່ງກ່າວໄດ້ຮັບຜົນສໍາເລັດ ແລະ ບັນລຸຕາມຈຸດປະສົງ. ພາຍຫຼັງສໍາເລັດກອງປະຊຸມໃນຄັ້ງນີ້, ກົມການນຳເຂົ້າ ແລະ ສົ່ງອອກ ຈະສືບຕໍ່ເຮັດວຽກຢ່າງໃກ້ຊິດກັບບັນດາຂະແໜງການທີ່ເປັນຈຸດປະສານງານຂອງໜ່ວຍງານ NTMs ເພື່ອສືບຕໍ່ປັບປຸງວຽກງານ NTMs ແລະ ເຮັດບົດ RIA ຂອງຂະແໜງການອື່ນທີ່ຕິດພັນກັບການອອກອະນຸຍາດນໍາເຂົ້າ-ສົ່ງອອກ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.