ກອງປະຊຸມປຶກສາຫາລື ກ່ຽວກັບ ລະບຽບການທີ່ຄຸ້ມຄອງການຄ້າຂອງສິນຄ້າທີ່ສາມາດນຳໃຊ້ໄດ້ສອງດ້ານ ຂອງ ສປປ ລາວ ແລະ ການກຳນົດແນວທາງໃນການປັບປຸງ ຫຼື Workshop on the Lao PDR National Dual-Use trade Control’s Legal Framework and Perspective of Enhancement  ໄດ້ຈັດຂື້ນໃນລະຫວ່າງວັນທີ 24-25 ພຶດສະພາ 2017 ທີ່ໂຮງແຮມແລນມາກ ໂດຍກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ໂຄງການ EU Partner to Partner (EU P2P). ກອງປະຊຸມຝຶກອົບຮົມຄັ້ງນີ້ ໄດ້ຮັບກຽດເປັນປະທານໂດຍ ທ່ານ ນາງ ມະນີວອນ ວົງໄຊ, ຮອງຫົວໜ້າກົມການນຳເຂົ້າ ແລະ ສົ່ງອອກ, ແລະ ການເຂົ້າຮ່ວມເປີດງານຂອງ ທ່ານ Bryan Fornari, ຫົວໜ້າພະແນກການຮ່ວມມື ເພື່ອການພັດທະນາ ຂອງຫ້ອງການ ຜູ້ຕາງໜ້າ ສະຫະພາບເອີຣົບ ປະຈຳ ສປປ ລາວ ເຊິ່ງມີຜູ້ເຂົ້າຮ່ວມທີ່ມາຈາກຂະແໜງການຄຸ້ມຄອງການນຳເຂົ້າ-ສົ່ງອອກຈຳນວນ 15 ທ່ານ.

ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອປຶກສາຫາລື ແລະ ສົນທະນາແລກປ່ຽນຄຳຄິດຄຳເຫັນຕໍ່ກັບລະບຽບການທີ່ມີຢູ່ ຂອງ ສປປ ລາວ ທີ່ນຳໃຊ້ເພື່ອຄຸ້ມຄອງການນຳເຂົ້າ ຫຼື ສົ່ງອອກສິນຄ້າທີ່ຖືວ່າເປັນສິນຄ້າຍຸດທະສາດທີ່ສາມາດນຳໃຊ້ໄດ້ສອງດ້ານ ເຊັ່ນ: ເຄມີ, ປຸ໋ຍ, ແລະ ອື່ນໆ  ຊຶ່ງສິນຄ້າປະເພດນີ້ສາມາດນຳໃຊ້ໃນກິດຈະການທົ່ວໄປ ຫຼື ນຳໄປພັດທະນາເປັນອາວຸດທີ່ມີອະນຸພາບການທຳລາຍລ້າງສູງກໍໄດ້.

 

ຄະນະທີມງານຊ່ຽວຊານຂອງໂຄງການ EU P2P ໄດ້ສຶກສາບາງນິຕິກຳຂອງ ສປປ ລາວ, ໂດຍສະເພາະແມ່ນກົດໝາຍເຄມີ ຊຶ່ງຫາກໍຖືກຮັບຮອງຈາກສະພາແຫ່ງຊາດ ແລະ ໄດ້ມີຄຳເຫັນໃນທັດສະນະວິຊາການເພື່ອເປັນແນວທາງໃນການຜັນຂະຫຍາຍ ແລະ ປັບປຸງໃຫ້ນິຕິກຳຂອງ ສປປ ລາວ ເຮົາທີ່ນຳໃຊ້ຢູ່ມີຄວາມຮັດກຸມ ແລະ ຮັບປະກັນທາງໃນການຄຸ້ມຄອງ. ທີ່ປະຊຸມໄດ້ຮັບຟັງການນຳສະເໜີບົດຮຽນ ແລະ ບາງການຈັດຕັ້ງປະຕິບັັດທີ່ດີທີ່ສຸດ (Best practice)  ຂອງຫຼາຍປະເທດໃນການຄຸ້ມຄອງການສົ່ງອອກສິນຄ້າ ແລະ ການນຳສະເໜີກ່ຽວກັບເອກະສານຢັ້ງຢືນກ່ຽວກັບຜູ້ນຳໃຊ້ສຸດ ທ້າຍ (the end-user certificate) ແລະ ແບບຟອມຂອງໃບອະນຸຍາດຈາກຊ່ຽວຊານຂອງໂຄງການ. ຜູ້ເຂົ້າຮ່ວມກອງປະຊຸມຄັ້ງນີ້ ໄດ້ເອົາໃຈໃສ່ຮັບຟັງ ແລະ ຕັ້ງໜ້າປະກອບຄຳຄິດເຫັນຢ່າງກົງໄປກົງມາ ເຊິ່ງຈະຊ່ວຍໃຫ້ການກຳ ນົດ ທິດ ທາງ ໃນ ການປັບປຸງການຄຸ້ມຄອງການຄ້າຂອງສິນຄ້າທີ່ສາມາດນຳໃຊ້ໄດ້ສອງທາງມີຄວາມຮັດ ກຸມຫຼາຍຂື້ນກວ່າເກົ່າ.

ກອງປະຊຸມຄັ້ງນີ້ ເປັນກອງປະຊຸຸມສືບເນື່ອງມາຈາກ ກອງປະຊຸມຝຶກອົບຮົມ ການຄຸ້ມຄອງການສົ່ງອອກສຳລັບສິນຄ້າທີ່ສາມາດນຳໃຊ້ໄດ້ສອງທາງ ທີ່ໄດ້ຈັດໃນເດືອນພະຈິກ 2016 ທີ່ຜ່ານມາ. ສຳລັບທິດທາງໃນຕໍ່ໜ້າ ກົມການນຳເຂົ້າ ແລະ ສົ່ງອອກ ຈະໄດ້ຈັດຝຶກອົບຮົມເພືຶ່ອສ້າງຄວາມຮັບຮູ້ ກ່ຽວກັບ ການຄຸ້ມຄອງການຄ້າຂອງສິນຄ້າທີ່ສາມາດນຳໃຊ້ໄດ້ສອງດ້ານ ໃຫ້ຂະແໜງການທີ່ກ່ຽວຂ້ອງ ແລະ ສາທາລະນະຮັບຊາບ ເປັນບາດກ້າວຕໍ່ໄປ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.