ໃນໄລຍະຫຼາຍທົດສະວັດຜ່ານມາ, ການເຈລະຈາການຄ້າໃນລະດັບພາກພື້ນ ແລະ ຫຼາຍຝ່າຍ ແລະ ການເປີດເສລີແບບຝ່າຍດຽວ ໄດ້ຫຼຸດຜ່ອນອັດຕາພາສີນຳເຂົ້າຢ່າງຫຼວງຫຼາຍ. ເຖິງຢ່າງໃດກໍ່ຕາມ, ມາດຕະການທາງດ້ານການຄ້າທີ່ບໍ່ແມ່ນພາສີ (NTMs) ໄດ້ກາຍ ເປັນສິ່ງທ້າທາຍທີ່ເພີ່ມຂຶ້ນ ສຳລັບຜູ້ສົ່ງອອກ ແລະ ຜູ້ກຳນົດນະໂຍບາຍ. ຄວາມສາມາດທີ່ຈະໄດ້ຮັບ ແລະ ສ້າງປະໂຫຍດຈາກການເຂົ້າເຖິງຕະຫຼາດ ແມ່ນຂຶ້ນກັບການປະຕິບັດທີ່ສອດຄ່ອງກັບບັນດາມາດຕະການດ້ານລະບຽບການດ້ານການຄ້າຫຼາຍຂຶ້ນ ເຊັ່ນ: ຂໍ້ຮຽກຮ້ອງດ້ານສຸຂານາໄມ ແລະ ສຸຂານາໄມພືດ ແລະ ມາດຕະຖານສິນຄ້າ. ອົງການ UNCTAD ໄດ້ມີສ່ວນຮ່ວມຢ່າງຕັ້ງໜ້າເຂົ້າໃນການຄົ້ນຄວ້າ ແລະ ກິດຈະກຳຕ່າງໆ ກ່ຽວກັບບັນຫາທີ່ຕິດພັນກັບ NTMs. ໃນປີ 1994, ອົງການ UNCTAD ໄດ້ເລີ່ມເກັບກຳ ແລະ ຈັດປະເພດ NTMs. ໃນຂະນະທີ່ຖານຂໍ້ມູນການວິເຄາະດ້ານການຄ້າ ແລະ ລະບົບຂໍ້ມູນຂ່າວສານດ້ານການຄ້າ ຂອງ UNCTAD ຂຽນຫຍໍ້ວ່າ TRAINS ຍັງຄົງເປັນຖານຂໍ້ມູນກ່ຽວກັບ NTMs ທີ່ຄົບຊຸດທີ່ສຸດ, ເຊິ່ງຮຽກຮ້ອງໃຫ້ມີການປັບປຸງຢ່າງຫຼວງ ຫຼາຍເພື່ອໃຫ້ທັນກັບຄວາມສະຫຼັບຊັບຊ້ອນທີ່ເພີ່ມຂຶ້ນຂອງ NTMs ແລະ ຄວາມຕ້ອງການສໍາລັບຂໍ້ມູນ NTMs. ເພື່ອພັດທະນາຍຸດທະສາດທີ່ຈະຫຼຸດຜ່ອນຊ່ອງຫວ່າງດ້ານຄວາມໂປ່ງໃສ, ໃນປີ 2006, ອົງການ UNCTAD ໄດ້ສ້າງຕັ້ງກຸ່ມຂອງບຸກຄົນທີ່ສຳຄັນ ກ່ຽວກັບສິ່ງກີດຂວາງດ້ານການຄ້າທີ່ບໍ່ແມ່ນພາສີ ເຊິ່ງປະກອບດ້ວຍນັກເສດຖະສາດແຖວໜ້າ ຈາກບັນດາອົງການຈັດຕັ້ງສາກົນ. ທີມງານສະໜັບສະໜູນອົງການຈັດຕັ້ງຫຼາຍຝ່າຍ ໄດ້ໃຫ້ການສະໜັບສະໜູນຢ່າງຫຼວງຫຼາຍ. ດ້ວຍເຫດນີ້, ຂໍ້ລິເລີ່ມກ່ຽວກັບຄວາມໂປ່ງໃສດ້ານການຄ້າ (TNT) ຈຶ່ງໄດ້ຮັບການເປີດໂຕໂດຍອົງການ UNCTAD, ທະນາຄານພັດທະນາອັຟຣິກາ, ສູນການຄ້າສາກົນ ແລະ ທະນາ ຄານໂລກ. ອົງການ UNCTAD ເຮັດໜ້າທີ່ນຳພາຄວາມພະຍາຍາມຂອງສາກົນໃນການເກັບກຳຂໍ້ມູນ NTMs ທາງການ.

ການເກັບກຳຂໍ້ມູນກ່ຽວກັບ NTMs ຮຽກຮ້ອງໃຫ້ມີການຈັດປະເພດເອກະສານດ້ານນິຕິກຳ (ລະບຽບການ, ຄໍາສັັ່ງແນະນໍາ, ຫຼັກການ ແລະ ອື່ນໆທີ່ຄ້າຍຄືກັນ) ເພື່ອໃຫ້ເໝາະສົມກັບລະຫັດ NTMs ທີ່ໄດ້ກຳນົດໄວ້ລ່ວງໜ້າ. ລະຫັດເຫຼົ່ານີ້ ໄດ້ຖືກກໍານົດຢູ່ໃນສິ່ງພິມ “ການຈັດປະເພດຂອງມາດຕະການດ້ານການຄ້າທີ່ບໍ່ແມ່ນພາສີ.

ການຈັດປະເພດ NTMs ໄດ້ຖືກພັດທະນາ ແລະ ເຫັນດີຈາກຫຼາຍອົງການຈັດຕັ້ງສາກົນ ໃນຮູບແບບການລິເລີ່ມຂອງຫຼາຍອົງການ ກ່ຽວກັບ NTMs ນຳພາໂດຍອົງການ UNCTAD. ການຈັດປະເພດດັ່ງກ່າວ ໄດ້ຖືກອອກແບບເພື່ອອໍານວຍຄວາມສະດວກໃນການເກັບກຳ, ວິເຄາະ ແລະ ເຜີຍແຜ່ຂໍ້ມູນ ກ່ຽວກັບ NTMs, ໂດຍມີຈຸດປະສົງສຸດທ້າຍ ເພື່ອເພີ່ມຄວາມໂປ່ງໃສ ແລະ ຄວາມເຂົ້າໃຈ ກ່ຽວກັບວຽກງານດັ່ງກ່າວ.

ບັນຫາທີ່ເກີດຂຶ້ນຊໍ້າແລ້ວຊໍ້າອີກສຳລັບຜູ້ເກັບກຳຂໍ້ມູນຄືວ່າ ບັນດາເອກະສານ ແລະ ລະບຽບການ ກ່ຽວກັບ NTMs ມັກຈະອີງໃສ່ຄໍາສັບກົດໝາຍ ແລະ/ຫຼື ເຕັກນິກ ເຊິ່ງອາດເຮັດໃຫ້ມີຄວາມຫຍຸ້ງຍາກໃນການທີ່ຈະກໍານົດລະຫັດອັນດຽວ ໃຫ້ມີຄວາມເໝາະສົມທີ່ສຸດ. ສໍາລັບຜູ້ເກັບກໍາຂໍ້ມູນ ມັກຕ້ອງໄດ້ມີການຕີຄວາມໝາຍ ເມື່ອຈັດປະເພດມາດຕະການຕ່າງໆ ທີ່ໄດ້ກຳນົດຢູ່ໃນເອກະສານດ້ານນິຕິກຳ ແລະ ລະບຽບການ ໂດຍໃຫ້ສອດຄ່ອງກັບລະຫັດ NTMs ທີ່ໄດ້ກຳນົດໄວ້ລ່ວງໜ້າ.

ຈຸດປະສົງຂອງຄູ່ມືສະບັບນີ້ ແມ່ນເພື່ອໃຫ້ຄໍາແນະນຳແກ່ຜູ້ເກັບກຳຂໍ້ມູນ ໃນການສ້າງຄວາມກົມກຽວໃນຂະບວນການເກັບກຳຂໍ້ມູນ NTMs ແລະ ເພື່ອຫຼຸດຜ່ອນຄວາມບໍ່ແນ່ນອນໃນລະຫວ່າງຂະບວນການຈັດໝວດ ແລະ ຈັດປະເພດ. ໃນການຕັ້ງປະຕິບັດດັ່ງກ່າວ, ຄູ່ມືນີ້ ນໍາສະເໜີເຫດຜົນຂອງການຈັດປະເພດ NTMs, ແລະ ອະທິບາຍວິທີເລືອກລະຫັດທີ່ເໝາະສົມທີ່ສຸດ. ຄູ່ມືສະບັບນີ້ ໄດ້ໃຫ້ຕົວຢ່າງຫຼາຍອັນ, ແລະ ໄດ້ຮັບການປັບປຸງ ຢ່າງເປັນປະຈໍາ ເພື່ອຕອບບັນດາຂໍ້ສົງໃສ ແລະ ຄຳຖາມ ທີ່ຖືກຍົກຂຶ້ນໃນລະຫວ່າງການເກັບກໍາຂໍ້ມູນ.

ຄູ່ມືສະບັບນີ້ໄດ້ຖືກສ້າງຂຶ້ນ ດ້ວຍຄວາມຕັ້ງໃຈທີ່ຈະລວມເອົາຫຼາຍໆກໍລະນີເທົ່າທີ່ຈະເປັນໄປໄດ້. ເຖິງຢ່າງໃດກໍ່ຕາມ, ຖ້າຍັງມີຄວາມບໍ່ແນ່ໃຈ, ຂໍຊຸກຍູ້ໃຫ້ບັນດາຜູ້ເກັບກໍາຂໍ້ມູນສົ່ງຄໍາຖາມຂອງຕົນໄປທີ່ [email protected] ພ້ອມທັງຄັດຕິດສໍາເນົາເອກະສານນິຕິກໍາ ແລະ ລະບຸລະຫັດທີ່ບໍ່ແນ່ໃຈ ມາພ້ອມ.

# ຫົວຂໍ້ ດາວໂຫຼດ
1 UNCTAD Guidelines to Collect Data on Official Non-Tariff Measures, September 2014 Version PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.