ມາດຕະການທາງດ້ານການຄ້າທີ່ບໍ່ແມ່ນພາສີ ຖືກນິຍາມໂດຍທົ່ວໄປວ່າ ແມ່ນບັນດາມາດຕະການດ້ານນະ ໂຍບາຍ ນອກຈາກອັດຕາພາສີທໍາມະດາ ທີ່ສາມາດສົ່ງຜົນກະທົບທາງດ້ານເສດຖະກິດອັນສຳຄັນ ຕໍ່ການຄ້າດ້ານສິນຄ້າສາກົນ, ການປ່ຽນແປງປະລິມານການຄ້າ, ຫຼື ລາຄາ ຫຼື ທັງສອງຢ່າງ (UNCTAD/DITC/ TAB/2009/3). ເນື່ອງຈາກນິຍາມນີ້ແມ່ນກວ້າງ, ການຈັດປະເພດຢ່າງລະອຽດຈຶ່ງມີຄວາມສໍາຄັນ ເພື່ອການລະບຸ ແລະ ຈຳແນກທີ່ດີຂຶ້ນ ລະຫວ່າງຮູບແບບຕ່າງໆຂອງມາດຕະການທາງດ້ານການຄ້າທີ່ບໍ່ແມ່ນພາສີ.

ການຈັດປະເພດຂອງມາດຕະການທາງດ້ານການຄ້າທີ່ບໍ່ແມ່ນພາສີທີ່ນໍາສະເໜີໃນທີ່ນີ້ ແມ່ນການຈັດປະ ເພດຂອງອົງປະກອບ ຂອງບັນດາມາດຕະການທັງໝົດເຫຼົ່ານັ້ນ ທີ່ຖືວ່າກ່ຽວຂ້ອງກັບສະຖານະການປະຈຸບັນໃນການຄ້າສາກົນ. ການຈັດປະເພດດັ່ງກ່າວແມ່ນອີງຕາມລະບົບການໃສ່ລະຫັດຂອງອົງການ UNCTAD ແລະ ໄດ້ຖືກພັດທະນາໂດຍຫຼາຍອົງການຈັດຕັ້ງສາກົນ ທີ່ກໍ່ຕັ້ງເປັນກຸ່ມທີ່ເອີ້ນວ່າ ກຸ່ມ MAST (ທີມງານສະໜັບສະໜູນທີ່ມາຈາກຫຼາຍອົງການ) ເພື່ອສະໜັບສະໜູນກຸ່ມບຸກຄົນທີ່ມີຊື່ສຽງ ກ່ຽວກັບວຽກງານສິ່ງກີດ ຂວາງດ້ານການຄ້າທີ່ບໍ່ແມ່ນພາສີ ທີ່ສ້າງຕັ້ງຂຶ້ນໂດຍເລຂາທິການໃຫຍ່ຂອງອົງການ UNCTAD ໃນປີ 2006. ບົດສະເໜີສຸດທ້າຍໂດຍກຸ່ມ MAST ແມ່ນຖືກປັບປຸງໂດຍອົງການ UNCTAD ແລະ ພະແນກກ່ຽວຂ້ອງທັງໝົດຂອງກອງເລຂາ WTO. ການຈັດປະເພດໄດ້ຮັບການທົດສອບໃນພາກສະໜາມ ໂດຍອົງການ UNCTAD ແລະ ITC ສຳລັບການເກັບກຳຂໍ້ມູນ. ວຽກງານດັ່ງກ່າວແມ່ນດຳເນີນຢູ່ໃນລະຫວ່າງປີ 2007 ເຖິງ 2012. ເອກະສານສະບັບນີ້ ຖືກນໍາສະເໜີເປັນສະບັບປີ 2012, ລວມເອົາໝາກຜົນຂອງການປຶກສາຫາລື ແລະ ການທົດສອບ. ການຈັດປະເພດດັ່ງກ່າວ ຖືເປັນການພັດທະນາ ແລະ ໄດ້ປັບໃຫ້ສອດຄ່ອງກັບສະພາບຄວາມເປັນຈິງຂອງການຄ້າສາກົນ ແລະ ຄວາມຕ້ອງການໃນການເກັບກໍາຂໍ້ມູນ.

ທີມງານ MAST ທີ່ໄດ້ປຶກສາຫາລື ແລະ ສະເໜີການຈັດປະເພດນີ້ ເຊິ່ງປະກອບດ້ວຍ: ອົງການອາຫານ ແລະ ກະສິກຳ ຂອງສະຫະປະຊາຊາດ, ກອງທຶນການເງິນສາກົນ, ສູນການຄ້າສາກົນ, ອົງການຮ່ວມມືທາງດ້ານເສດຖະກິດ ແລະ ການພັດທະນາ, ກອງປະຊຸມສະຫະປະຊາຊາດ ດ້ານການຄ້າ ແລະ ການພັດທະນາ, ອົງການພັດທະນາອຸດສາຫະກຳຂອງສະຫະປະຊາຊາດ, ທະນາຄານໂລກ, ອົງການການຄ້າໂລກ (WTO).

ການຈັດປະເພດດັ່ງກ່າວນີ້ ປະກອບດ້ວຍ ບັນດາມາດຕະການທາງດ້ານເຕັກນິກເຊັ່ນ: ມາດຕະການສຸຂານາໄມ ຫຼື ມາດຕະການປົກປ້ອງສິ່ງແວດລ້ອມ, ເຊັ່ນດຽວກັບການນໍາໃຊ້ແບບປະເພນີອື່ນໆ ເພື່ອໃຫ້ກາຍເປັນເຄື່ອງມືຂອງນະໂຍບາຍການຄ້າ, ເຊັ່ນຕົວຢ່າງ: ໂກຕ້າ, ການຄວບຄຸມລາຄາ, ການຈໍາກັດການສົ່ງອອກ ຫຼື ມາດຕະການສຸກ ເສີນເພື່ອປົກປ້ອງການຄ້າ ແລະ ຍັງມີມາດຕະການຫຼັງຊາຍແດນອື່ນໆ ເຊັ່ນ: ການແຂ່ງຂັນ, ມາດຕະການດ້ານການລົງທຶນທີ່ຕິດພັນກັບການຄ້າ, ການຈັດຊື້ຈັດຈ້າງຂອງລັດຖະບານ ຫຼື ການຈໍາກັດການຈໍາໜ່າຍ.

ການຈັດປະເພດນີ້ ບໍ່ໄດ້ຕັດສິນກ່ຽວກັບຄວາມຊອບທຳ, ຄວາມພຽງພໍ, ຄວາມຈຳເປັນ ຫຼື ການເລືອກປະຕິບັດຂອງຮູບແບບຂອງການແຊກແຊງນະໂຍບາຍໃດກໍ່ຕາມ  ທີ່ຖືກນໍາໃຊ້ໃນການຄ້າສາກົນ. ການຈັດປະເພດ ຮັບຮູ້ສິ່ງທີ່ມີຢູ່ແລ້ວ ແລະ ໄດ້ຖືກອອກແບບເພື່ອຈັດລຽງຂໍ້ມູນໃນຮູບແບບຂອງຖານຂໍ້ມູນ. ຄວາມໂປ່ງໃສ, ຄວາມໜ້າເຊື່ອຖື ແລະ ຄວາມສາມາດປຽບທຽບໄດ້ ຂອງຂໍ້ມູນຂ່າວສານ ສາມາດປະກອບສ່ວນເພື່ອໃຫ້ເຂົ້າໃຈປະກົດການ ແລະ ຊ່ວຍຜູ້ສົ່ງອອກໃນທົ່ວໂລກໃຫ້ເຂົ້າເຖິງຂໍ້ມູນ ຄືດັ່ງທີ່ໄດ້ເກີດຂຶ້ນກັບອັດຕາພາສີ. ພ້ອມນັ້ນ, ຄວາມໂປ່ງໃສຂອງຂໍ້ມູນຂ່າວສານ ກໍ່ມີຄວາມຈໍາເປັນເຊັ່ນກັນສໍາລັບການເຈລະຈາໃດໆ ທີ່ສາມາດນໍາໄປສູ່ຄວາມກົມກຽວ ແລະ ການຍອມຮັບເຊິ່ງກັນ ແລະ ກັນ ແລະ ທັງເສີມຂະຫຍາຍການຄ້າ.

ການຈັດປະເພດຂອງສາກົນ ໄດ້ພັດທະນາໂຄງສ້າງແບບກິ່ງໄມ້/ສາຂາ ເຊິ່ງເປັນບ່ອນທີ່ບັນດາມາດຕະການຖືກຈັດເຂົ້າເປັນຫຼາຍພາກ ຂຶ້ນກັບຂອບເຂດ ແລະ/ຫຼື ການອອກແບບຂອງບັນດາມາດຕະການເຫຼົ່ານັ້ນ. ຕໍ່ມາ, ແຕ່ລະພາກແມ່ນຖືກໃຈ້ແຍກຕໍ່ໄປອີກຕື່ມເປັນຫຼາຍໆກຸ່ມຍ່ອຍ ເພື່ອເຮັດໃຫ້ການຈັດປະເພດລະບຽບການຕ່າງໆທີ່ສົ່ງຜົນກະທົບຕໍ່ການຄ້າ ມີຄວາມຊັດເຈນຂຶ້ນ. ການຈັດປະເພດຂອງມາດຕະການທາງດ້ານການຄ້າທີ່ບໍ່ແມ່ນພາສີ ລວມມີ 16 ພາກ (A ເຖິງ P), ແຕ່ລະພາກຖືກແບ່ງອອກເປັນກຸ່ມທີ່ມີຄວາມເລິກເຖິງ 3 ລະດັບ (1, 2 ແລະ 3 ຕົວເລກ, ໂດຍອີງໃສ່ເຫດຜົນດຽວກັນກັບການຈັດປະເພດລະບົບເອກະພາບຂອງສິນຄ້າ). ເຖິງແມ່ນວ່າ ບາງພາກມີຮອດ 3 ລະດັບຕົວເລກຂອງການແຍກປະເພດ, ແຕ່ສ່ວນຫຼາຍແມ່ນຢຸດຢູ່ທີ່ 2 ຕົວເລກ. ພາກຂອງການຈັດປະເພດຖືກສະແດງໃນຕາຕະລາງລຸ່ມນີ້. ທຸກພາກ ສະທ້ອນໃຫ້ເຫັນເຖິງຂໍ້ຮຽກຮ້ອງຕ່າງໆກ່ຽວກັບການນຳເຂົ້າຂອງປະເທດຜູ້ນໍາເຂົ້າ, ຍົກເວັ້ນບັນດາມາດຕະການທີ່ວາງອອກຕໍ່ກັບການສົ່ງອອກໂດຍປະເທດຜູ້ສົ່ງອອກ (ພາກ P).

# ຫົວຂໍ້ ດາວໂຫຼດ
1 UNCTAD International Classification of Non-Tariff Measures 2010 Version PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.