ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ສັນຕິພາບ  ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ກະຊວງກະສິກໍາ ແລະ ປ່າໄມ້                   ເລກທີ 2136/ກປ
ນະຄອນຫລວງວຽງຈັນ, ວັນທີ 20 ຕຸລາ 2011

ຄໍາສັ່ງຂອງລັດຖະມົນຕີ
ກ່ຽວກັບການເພີ່ມທະວີຄວາມເອົາໃຈໃສ່ໃນການຄຸ້ມຄອງ ແລະ ກວດກາສຸຂານາໄມພືດ
ທີ່ຈະສົ່ງອອກ ໃຫ້ສອດຄ່ອງກັບລະບຽບການດ້ານສຸຂານາໄມພືດຂອງປະເທດປາຍທາງ

ເຖິງ:

  • ທ່ານຫົວໜ້າກົມ, ກອງ ແລະ ສະຖາບັນອ້ອມຂ້າງກະຊວງກະສິດກໍາ ແລະ ປ່າໄມ້.
  • ທ່ານຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ປະຈໍາແຂວງ ແລະ ນະຄອນຫລວງວຽງຈັນ.
  • ທ່ານຫົວໜ້າດ່ານປ້ອງກັນພືອຊາຍແດນ.
  • ອີງຕາມ ກົດໝາຍວ່າດ້ວຍການປ້ອງກັນພືດ ສະບັບເລກທີ່ 06/ສພຊ, ລົງວັນທີ່ 09 ທັນວາ 2008.
  • ອີງຕາມ ດໍາລັດຂອງນາຍຍົກລັດຖະມົນ ສະບັບເລກທີ່ 148/ນຍ, ລົງວັນທີ 10 ພືດສະພາ 2007 ວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງກະສິກໍາ ແລະ ປ່າໄມ້.
  • ອີງໃສ່ການລາຍງານຂອງກົມປູກຝັງ ສະບັບເລກທີ່ 1198/ກປຝ, ລົງວັນທີ 17 ຕຸລາ 2011.

   ວຽກງານການປ້ອງກັນພືດ ແລະ ກັກກັນພືດ ເປັນວຽກງານໜຶ່ງທີ່ຕິດພັນກັບນະໂຍບາຍເປິດກ້ວາງການພົວພັນຮ່ວມມືກັບຕ່າງປະເທດ, ໂດຍສະເພາະແມ່ນການແລກປ່ຽນບົດຮຽນ, ຂໍ້ມູນຂ່າວສານ, ການຄົ້ນຄ້ວາວີທະຍາສາດເຕັກນິດໂນໂລຊີ ຕະຫລອດຮອດການເຂົ້າຮ່ວມປະຕິບັດສັນຍາ-ສົນທິສັນຍາກັນດ້ານສຸຂານາໄມພືດທີ່ ສປປ ລາວ ເປັນພາຄີ.

   ໃນໄລຍະຜ່ານມາ, ພວກເຮົາກໍ່ໄດ້ມີການແລກປ່ຽນຄ້າຂາຍຜິລິດຕະພັນພືດກະສິກໍາກັບພາກພື້ນ ແລະ ສາກົນໄດ້ເປັນຢ່າງດີ ອັນເປັນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງຊາດ. ແຕ່ເຖິງຢ່າງໃດກໍ່ຕາມ ການແລກປ່ຽນ, ຄ້າຂາຍດັ່ງກ່າວ ບາງຄັ້ງ ບໍ່ທັນສອດຄ່ອງກັບ ລະບຽບການ ດ້ານສຸຂານາໄມພືດ ຂອງປະເທດປາຍທາງ, ເກີດມີປະກົດການຫຍໍ້ທໍ້ຕາມມາ ເຊັ່ນ: ພືດທີ່ສົ່ງອອກໄປຖືກປັບໃໝ ຫລື ຖືກລົງໂທດໃນຮູບການຕ່າງໆ ຈາກປະເທດປາຍທາງ.

   ເພື່ອອໍານວຍຄວາມສະດວກໃຫ້ແກ່ຜູ້ປະກອບການສົ່ງອອກພືດ ແລະ ຜູ້ດໍາເນີນທຸລະກິດ ດ້ານສຸຂານາໄມພືອ, ຫລີກເວັ້ນຜົນກະທົບດ້ານລົບຕໍ່ການຜິລິດພືດເປັນສິນຄ້າສົ່ງອອກຂອງ ສປປ ລາວ ໄປຕ່າງປະເທດ ໃນໄລຍະສັ້ນ ແລະ ໄລຍະຍາວ, ທັງຮັບປະກັນໃຫ້ແກ່ ການປະຕິບັດ ລະບຽບການສຸຂານາໄມພືດ ຂອງອົງການປ້ອງກັນພືດສາກົນ (IPPC), ອົງການການຄ້າໂລກ (SPS-WTO) ແລະ ລະບຽບການດ້ານສຸຂານາໄມພືດ ຂອງປະເທດປາຍທາງນັ້ນ.

ລັດຖະມົນຕີວ່າການກະຊວງກະສິກໍາ ແລະ ປ່າໄມ້ ອອກຄໍາສັ່ງ ດັ່ງນີ້:

  1. ໃຫ້ກົມປູກຝັງ ປະສານສົມທັບກັບຂະແໜງການກ່ຽວຂ້ອງ ທັງໃນຂັ້ນສູນກາງ ແລະ ທ້ອງຖິ່ນ ເພື່ອຊອກຮູ້ ຂໍ້ມູນ ແລະ ລະບຽບການກ່ຽວກັບ ການນໍາເຂົ້າ ພືດຂອງປະເທດປາຍທາງ, ໂດຍສະເພາະ ແມ່ນບັນດາລາຍການ ຫລື ບັນຊີຕ້ອງຫ້າມ ຈາກສໍານັກງານທີ່ຮັບຜິດຊອບ ອອກອະນຸຍາດ ນໍາເຂົ້າພືດ ຂອງປະເທດປາຍທາງ ທີ່ເປັນຄູ່ທາງການຄ້າພືດ ແລະ ຜິລິດຕະພັນພືດ ຕົ້ນຕໍຂອງ ສປປ ລາວ ເຊັ່ນ: ຣາຊະອານາຈັກໄທ, ສສ ຫວຽດນາມ, ສປ ຈີນ, ຍີ່ປຸ່ນ, ຕະຫລາດຮ່ວມເອີຣົບ ແລະປະເທດອື່ນໆ ເພື່ອຮັບປະກັນ ດ້ານຂໍ້ມູນຂ່າວສານ ແລະ ລະບຽບການ ທີ່ກ່ຽວຂ້ອງ ໃຫ້ແກ່ຜູ້ປະກອບການ ສົ່ງອອກພືດ ແລະ ຜູ້ດໍາເນີນທຸລະກິດ ດ້ານສຸຂານາໄມພືດ ໄດ້ຈັດຕັ້ງປະຕິບັດ ແຕ່ຫົວທີ.
  2. ມອບໃຫ້ກົມປູກຝັງ ສ້າງບົດແນະນໍາລະອຽດ ກ່ຽວກັບຂັ້ນຕອນ ການປະຕິບັດ ສໍາລັບສົ່ງອອກພືດ ທີນອນຢູ່ໃນລາຍການ ຫລື ບັນຊີຕ້ອງຫ້າມ ຂອງບັນປະເທດ ທີ່ເປັນຄູ່ທາງການຄ້າພືດ ແລະ ຜິລິດຕະພັນພືດຕົ້ນຕໍ ຂອງ ສປປ ລາວ, ພ້ອມທັງກປະກອບ ຂໍ້ມູນກ່ຽວກັບ ສະພາບການຜະລິດ ແລະ ບັນຊີສັດຕູພືດ ໃຫ້ແກ່ອົງການ ທີ່ກ່ຽວຂ້ອງຂອງ ປະເທດປາຍທາງ ຄົ້ນຄ້ວາ ປະເມີນຄວາມສ່ຽງຈາກສັດຕູພືດ, ຂອບເຂດເວລາ ແລະ ເຕັກນິການເຈລະນາ, ເງື່ອນໄຂ ປະຕິບັດສຸຂານາໄມ ພືດ ແລະ ອື່ນໆ ທີ່ກ່ຽວຂ້ອງ ເພື່ອໃຫ້ຜູ້ປະກອບການຂອງ ສປປ ລາວ ສາມາດ ໃຫ້ຄວາມຮ່ວມມື ໃນທາງປະຕິບັດ.
  3. ໃຫ້ພະແນກກະສິກໍາ ແລະ ປ່າໄມ້ປະຈໍາແຂວງ ແລະ ນະຄອນຫລວງວຽງຈັນ ສືບຕໍ່ເອົາໃນໂຄສະນາ ເຜີຍແຜ່ ຂໍ້ມູນຂ່າວສານ ໃຫ້ຜູ້ປະກອບການ ສົ່ງອອກພືດ ແລະ ຜະລິດຕະພັນພືດ ຕັ້ງແຕ່ຂອດການຜະລິດ ໄປຈົນເຖິງຂອດການສົ່ງອອກ, ໂດຍສະເພາະແມ່ນ ບັນດາລາຍການ ຫລື ບັນຊີຕ້ອງຫ້າມ ຈາກສໍານັກງານ ທີ່ຮັບຜິດຊອບອອກອະນຸຍາດນໍາເຂົ້າ ຂອງປະເທດປາຍທາງ (ຈຸດສອບຖານ SPS). ໃນກໍລະນີ ຜູ້ປະກອບການຫາກມີແຜນຜະລິດ ຫລື ສົ່ງອອກພືດທີ່ນອນຢູ່ໃນລາຍການ ຫລື ບັນຊີຕ້ອງຫ້າມ ຂອງປະເທດປາຍທາງ ຕ້ອງຮີບຮ້ອນເປັນເຈົ້າການ ປະສານສົມທົບກັບຜູ້ປູກຝັງ ເພື່ອກະກຽມຂໍ້ມູນສະພາບການຜະລິດ ແລະ ສັດຕູພືດ ສົ່ງໃຫ້ປະເທດປາຍທາງ ປະເມີນຄວາມສ່ຽງສັດຕູພືດ ແລະ ກໍານົດເງື່ນໄຂ ການປະຕິບັດດ້ານສຸຂານາໄມພືດ ເພື່ອໃຊ້ເປັນບ່ອນອີງໃນການພິຈາລະນາ ອອກອະນຸຍາດ ນໍາເຂົ້າ ຂອງປະເທດປາຍທາງ.
  4. ໃຫ້ດ່ານປ້ອງກັນພືດຊາຍແດນທົ່ວປະເທດ ເພີ່ມທະວີຄວາມເອົາໃຈໃສ່ ໃນການກວດກາ ການສົ່ງອອກພືດ ແລະ ຜະລິດຕະພັນພືດ ຕາມຫລັກການ ມາດຕະຖານສາກົນ ດ້ານມາດຕະການສຸຂານາໄມພືດ ຂອງສົນທິສັນຍາປ້ອງກັນພືດສາກົນ ສະບັບທີ 23 (ISPM No.23: Guidelines for inspection) ໃຫ້ມີເອກະສານຄົບຖ້ວນ ຕາມຂໍ້ກໍານົດ ກົດລະບຽບຂອງປະເທດປາຍທາງ, ກ່ອນສົ່ງອອກພືດ ແລະ ຜະລິດະພັນພືດ ຕ້ອງມີການຢັ້ງຢືນ ສຸຂານາໄມພືດ ຊື່ງອອກໃຫ້ໂດຍ ອົງການຄຸ້ມຄອງປ້ອງກັນພືດ ຫລື ອົງການປ້ອງກັນພືດ ແຫ່ງຊາດ (NPPO-National Plant Protection Organization) ໂດຍແມ່ນກົມປູກຝັງ, ຂະແໜງປູກຝັງ ແລະ ໜ່ວຍງານປູກຝັງ ເປັນເສນາທິການໃຫ້ແກ່ ຂະແໜງການກະສິກໍາ ແລະ ປ່າໄມ້ໃນຂັ້ນຂອງຕົນ.
  5. ຫ້າມອອກໃບຢັ້ງຢືນ ສຸຂານາໄມພືດ ໃຫ້ແກ່ພືດ ແລະ ຜະລິດຕະພັນພືດ ທີ່ຢູ່ໃນລາຍການ ຫລື ບັນຊີຕ້ອງຫ້າມ ຂອງປະເທດປາຍທາງ, ເວັ້ນເສຍແຕ່ໄດ້ຮັບອະນຸຍາດ ໃຫ້ນໍາເຂົ້າ ເປັນກໍລະນີພິເສດ ຈາກອົງການທີ່ກ່ຽວຂ້ອງ ຂອງປະເທດປາຍທາງນັ້ນ ແລະ ຕ້ອງຮັບປະກັນ ການກວດກາ ແລະ ຢັ້ງຢືນສຸຂານາໄມພືດ ໃຫ້ເປັນໄປຕາມເງື່ອນໄຂ ດ້ານສຸຂານາໄມພືດ ທີ່ກໍານົດໃຫ້ຕາມ ການອະນຸຍາດນໍາເຂົ້າ.
  6. ໃຫ້ກົມປູກຝັງ, ກົມແຜນການ, ພະແນກກະສິກໍາ ແລະ ປ່າໄມ້ປະຈໍາແຂວງ. ນະຄອນຫລວງວຽງຈັນ ແລະ ດ່ານປ້ອງກັນພືດຊາຍແດນ ເພີມທະວີຄວາມເຂັ້ມງວດ ໃນການປະຕິບັດ ລະບອບສ່ອງແສງ ລາຍງານຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດ ຄໍາສັ່ງສະບັບນີ້, ມີຂໍ້ສະດວກ ແລະ ຫຍຸ້ງຍານແນວໃດ ໃຫ້ລາຍງານນໍາ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຮັບຊາບຢ່າງເປັນປົກກະຕິ ເພື່ອຫາວີທີແກ້ໄຂຢ່າງທັນການ.
  7. ຄໍາສັ່ງສະບັບນີ້ ມີຜົນນໍາໃຊ້ໄດ້ ນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ.

ລັດຖະມົນຕີວ່າການກະຊວງກະສິກໍາ ແລະ ປ່າໄມ້

 

ບ່ອນນໍາສົ່ງ:

  1. ຫ້ອງການວ່າການສູນກາງພັກ  01 ສະບັບ (ໃຊ້ຕາງລາຍງານ)
  2. ຫ້ອງວ່າການລັດຖະບານ  01 ສະບັບ (ໃຊ້ຕາງລາຍງານ)
  3. ກະຊວງອຸດສາຫະກໍາ ແລະ ການຄ້າ   01 ສະບັບ (ເພື່ອຊາບ)
  4. ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ  01 ສະບັບ (ເພື່ອແຈ້ງນັກທຸລະກິດ)
  5. ຫ້ອງການປະສານງານຜະລິດເປັນສິນຄ້າ ກປ  01 ສະບັບ (ເພື່ອປະຕິບັດ)
  6. ເກັບມ້ຽນ  01 ສະບັບ.

ຂ້າງເທິງ

# ຫົວຂໍ້ ດາວໂຫຼດ
1 Ministerial order on tightening the level of phytosanitary control for exporting plants to be in line with the Phytosanitary regulations of the destination country No. 2136/MAF PDF
2 ຄໍາສັ່ງ ຂອງລັດຖະມົນຕີ ກ່ຽວກັບ ການເພີ່ມທະວີ ຄວາມເອົາໃຈໃສ່ ໃນການຄຸ້ມຄອງ ແລະ ກວດກາ ສຸຂານາໄມພືດ ທີ່ຈະສົ່ງອອກ ໃຫ້ສອດຄ່ອງກັບລະບຽບການ ດ້ານສຸຂານາໄມພືດ ຂອງປະເທດປາຍທາງ ເລກທີ 2136/ກປ PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.