ໃນວັນທີ 13 ມິຖຸນາ 2017 ຢູ່ທີ່ ໂຮງແຮມ ເມີກຽວ ນະຄອນຫຼວງວຽງຈັນ, ກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ ໃນນາມຫ້ອງການປະຈໍາກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າ ແລະ ໜ່ວຍງານມາດຕະການທາງການຄ້າທີ່ບໍ່ແມ່ນພາສີ (NTMs) ໄດ້ຈັດ “ກອງປະຊຸມປຶກສາຫາລື ລະຫວ່າງ ພາກລັດ ແລະ ພາກທຸລະກິດ ກ່ຽວກັບ ການຄັດເລືອກມາດຕະການ NTMs (ຂະແໜງປູກຝັງ ແລະ ລ້ຽງສັດ)” ໂດຍການເປັນປະທານຂອງ ທ່ານ ເຂັມເດັດ ສີຫາວົງ, ຮອງຫົວໜ້າກົມການນໍາເຂົ້າ ແລະ ສົ່ງອອກ, ຊຶ່ງມີຜູ້ເຂົ້າຮ່ວມຈາກພາກລັດ ແລະ ທຸລະກິດທັງໝົດ 40 ທ່ານ. ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ແມ່ນ ເພື່ອແລກປ່ຽນ ແລະ ຮັບຟັງຄໍາຄິດເຫັນຂອງພາກທຸລະກິດ ເພື່ອຊອກຮູ້ບັນຫາຂໍ້ຫຍຸ້ງຍາກໃນການຈັດຕັ້ງປະຕິບັດມາດຕະການທາງດ້ານການຄ້າທີ່ບໍ່ແມ່ນພາສີ ທີ່ຕິດພັນກັບການນໍາເຂົ້າສິນຄ້າທີ່ຄຸ້ມຄອງໂດຍກົມລ້ຽງສັດ ແລະ ການປະມົງ, ກະຊວງກະສິກຳ ແລະ ປ່າໄມ້.

ກອງປະຊຸມໄດ້ຮັບຟັງການນໍາສະເໜີຈາກ ກົມການນໍາເຂົ້າ ແລະ ສົ່ງອອກ ກ່ຽວກັບ ການຈັດຕັ້ງປະຕິບັດວຽກງານມາດຕະການທາງດ້ານການຄ້າທີ່ບໍ່ແມ່ນພາສີ NTMs ໃນໄລຍະຜ່ານມາ ແລະ ການນໍາສະເໜີຈາກກົມລ້ຽງສັດ ແລະ ການປະມົງ ກ່ຽວກັບ ລາຍການສິນຄ້າທີ່ໄດ້ຄັດເລືອກມາ ເພື່ອເຮັດປະເມີນ RIA ໂດຍສະເພາະແມ່ນສິນຄ້າປະເພດ ສັດປີກ ແລະ ໝູເປັນ. ເນື່ອງຈາກວ່າສິນຄ້າດັ່ງກ່າວເປັນສິນຄ້າຍຸດທະສາດ, ມີຜົນກະທົບໄວທາງຕໍ່ສັງຄົມ ໂດຍສະເພາະແມ່ນຕະຫຼາດພາຍໃນຂອງສປປ ລາວ ແລະ ເພື່ອເຮັດໃຫ້ການນໍາເຂົ້າສິນຄ້າດັ່ງກ່າວມີຄວາມເປັນລະບຽບ, ປອດໄພ ແລະ ຖືກຕ້ອງຕາມກົດລະບຽບວາງອອກ. ຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ຮັບຟັງການນໍາສະເໜີຈາກ ກົມປູກຝັງ ກ່ຽວກັບ ລາຍການສິນຄ້າຍຸດທະສາດປະເພດແນວພັນພືດ ແລະ ຢາປາບສັດຕູພືດ ທີ່ຂະແໜງປູກຝັງຄຸ້ມຄອງ ແລະ ອອກອະນຸຍາດນໍາເຂົ້າ, ເພື່ອເຮັດຫຼຸດຜ່ອນການແຜ່ລະບາດຂອງສັດຕູພືດໃນ ສປປ ລາວ ແລະ ຜົນກະທົບອື່ນໆ ທີ່ອາດເກີດຂື້ນຈາກການນຳເຂົ້າລາຍການສິນຄ້າດັ່ງກ່າວ.   

ຜູ້ເຂົ້າຮ່ວມກອງປະຊຸມຈາກພາກລັດ ແລະ ພາກທຸລະກິດ ໄດ້ໃຫ້ຄວາມສົນໃຈຕໍ່ຫົວຂໍ້ການປຶກສາຫາລື ໃນກອງປະຊຸມຄັ້ງນີ້ ແລະ ໄດ້ປະກອບສ່ວນຢ່າງກົງໄປກົງມາ ໃນວາລະດຳເນີນກອງປະຊຸມ. ກອງປະຊຸມໄດ້ຮັບເອົາຄໍາຄິດເຫັນ ແລະ ຄຳສະເໜີຂອງພາກທຸລະກິດຕໍ່ກັບການຄັດເລືອກລາຍການສິນຄ້າ ເພື່ອຈະນຳໄປຄົ້ນຄວ້າ ແລະ ສະເໜີຕໍ່ຂັ້ນເທິງ ເພື່ອມີຄຳເຫັນ ແລະ ໃຫ້ທິດຊີ້ນຳໃນການເຮັດການປະເມີນຜົນກະທົບດ້ານລະບຽບການໃນຂັ້ນຕໍ່ໄປ.

ທ່ານ ເຂັມເດັດ ສີຫາວົງ, ຮອງຫົວໜ້າກົມການນໍາເຂົ້າ ແລະ ສົ່ງອອກ ໄດ້ຕີລາຄາສູງຕໍ່ຜົນສໍາເລັດຂອງກອງປະຊຸມໃນຄັ້ງນີ້ ແລະ ສະແດງຄວາມຂອບໃຈມາຍັງຂະແໜງການລັດ ແລະ ເອກະຊົນທີ່ກ່ຽວຂ້ອງທີ່ໃຫ້ຄວາມສົນໃຈຕໍ່ກັບວຽກງານດັ່ງກ່າວ, ຊຶ່ງທ່ານໄດ້ກ່າວບາງຕອນວ່າ: ວຽກງານທົບທວນຄືນມາດຕະການທາງດ້ານການຄ້າທີ່ບໍ່ແມ່ນພາສີ ຖືເປັນວຽກໜຶ່ງທີ່ສຳຄັນ ແລະ ຕິດພັນກັບຫຼາຍຂະແໜງການ ນັບທັງພາກລັດ ແລະ ພາກທຸລະກິດ, ຊຶ່ງຕ້ອງໄດ້ມີການປຶກສາຫາລື ຢ່າງລະອຽດໃນການການເຮັດການປະເມີນຜົນກະທົບດ້ານລະບຽບການ, ເພື່ອແນໃສ່ການສ້າງສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ການດຳເນີນທຸລະກິດໃນສປປ ລາວ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.