ຜ່ານການຕິດຕາມກວດກາການນຳເຂົ້າຍານພະຫະນະ ຂອງ ກະຊວງອຸດສາຫະກຳ ແລະ ການຄ້າ ໃນໄລຍະຜ່ານມາ, ເຫັນວ່າ ມີບໍລິສັດນຳເຂົ້າຍານພາຫະນະ ເພື່ອມາຈຳໜ່າຍຢູ່ ສປປ ລາວ ເປັນຈຳນວນຫຼວງຫຼາຍ. ໃນນັ້ນ ມີທັງບໍລິສັດທີ່ມີການເຄື່ອນໄຫວ ແລະ ຈຳນວນໜຶ່ງບໍ່ມີການເຄື່ອນໄຫວແລ້ວ ແຕ່ບໍ່ໄດ້ມາແຈ້ງໃຫ້ອົງການຄຸ້ມຄອງການນຳເຂົ້າ ແລະ ສົ່ງອອກຍານພາຫະນະຊາບ.

ດັ່ງນັ້ນ ເພື່ອເຮັດໃຫ້ວຽກງານການຄຸ້ມຄອງຍານພາຫະນະມີຄວາມຮັດກຸມ ແລະ ສອດຄ່ອງກັບລະບຽບຫຼັກການ, ກະຊວງອຸດສາຫະກຳ ແລະ ການຄ້າ ຈຶ່ງໄດ້ອອກ ແຈ້ງການ ເລື່ອງ ກວດກາຄືນບັນດາເງື່ອນໄຂຂອງການເປັນຜູ້ນຳເຂົ້າພາຫະນະ ເພື່ອມາຈຳໜ່າຍ ຢູ່ ສປປ ລາວ ປະຈຳປີ 2017 ສະບັບເລກທີ 1270/ຫອຄ.ກຂອ, ລົງວັນທີ 09 ມິຖຸນາ 2017. ແຈ້ງການສະບັບນີ້ ແຈ້ງເຖິງ ບັນດາບໍລິສັດນຳເຂົ້າຍານພາຫະນະຈຳນວນ 73 ບໍລິສັດ (ດາວໂຫຼດລາຍຊື່ບໍລິສັດ ທີ່ນີ້ ) ເພື່ອເຂົ້າມາພົວພັນແຈ້ງເຈດຈຳນົງໃນການເຄື່ອນໄຫວກິດຈະການນຳເຂົ້າ ແລະ ຈຳໜ່າຍພາຫະນະ ຄື:

1.    ສໍາລັບບໍລິສັດທີ່ມີຈຸດປະສົງຈະສືບຕໍ່ດຳເນີນກິດຈະການນຳເຂົ້າພາຫະນະເພື່ອຈຳໜ່າຍໃຫ້ກະກຽມຂໍ້ມູນດັ່ງນີ້:

-       ທະບຽນວິສາຫະກິດ (ສໍາເນົາ)
-       ທະບຽນອາກອນ (ສຳເນົາ)
-       ໃບຢັ້ງຢືນມອບພັນທະອາກອນປະຈຳປີ (ສໍາເນົາ)
-       ໜັງສືຢັ້ງຢືນການເປັນຕົວແທນຈຳໜ່າຍທີ່ຕົນໄດ້ຮັບມອບສິດ (ຂໍ້ມູນຜູ້ປະສານງານຂອງບໍລິສັດທີ່ມອບສິດໃຫ້)

2.    ສຳລັບບໍລິສັດທີ່ຈະຢຸດຕິການເຄື່ອນໄຫວໃນໝວດນຳເຂົ້າຍານພາຫະນະແມ່ນໃຫ້ເຮັດໜັງສືແຈ້ງເຈດຈຳນົງເປັນລາຍລັກອັກສອນມາຍັງກົມການນຳເຂົ້າ ແລະ ສົ່ງອອກ.

ກຳນົດເວລາເຂົ້າມາພົວພັນນຳກົມການນຳເຂົ້າ ແລະ ສົ່ງອອກ ພາຍໃນວັນທີ 12 ມິຖຸນາ 2017 ຫາ ວັນທີ 14 ກໍລະກົດ 2017. ຫຼັງຈາກຮອດກໍານົດເວລາ, ຖ້າບໍລິສັດໃດຫາກບໍ່ມາພົວພັນ ກົມການນໍາເຂົ້າ ແລະ ສົ່ງອອກຈະໄດ້ໂຈະການນໍາເຂົ້າຍານພາຫະນະ ແລະ ລຶບຊື່ອອກຈາກບັນຊີບໍລິສັດທີ່ມີເງື່ອນໄຂນຳເຂົ້າຍານພາຫະນະ ຫຼື ຖືວ່າເປັນບໍລິສັດທີ່ບໍ່ມີສິດນຳເຂົ້າຍານພາຫະນະໄດ້.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.