ສາລະບານ

ໝວດທີ 1 ບົດບັນຍັດທົ່ວໄປ
ມາດຕາ 1 ຈຸດປະສົງ
ມາດຕາ 2 ລົດບັນທຸກນ້ຳມັນເຊື້ອໄຟ
ມາດຕາ 3 ອະທິບາຍຄຳສັບ
ມາດຕາ 4 ຂອບເຂດການນຳໃຊ້
ໝວດທີ 2 ສິດ ແລະ ພັນທະ
ມາດຕາ 5 ສິດຂອງຜູ້ດຳເນີນທຸລະກິດ, ຜູ້ບໍລິການ ແລະ ຜູ້ຊົມໃຊ້ລົດບັນທຸກນ້ຳມັນເຊື້ອໄຟ
ມາດຕາ 6 ພັນທະຂອງຜູ້ດຳເນີນທຸລະກິດ , ຜູ້ບໍລິການ ແລະ ຜູ້ຊົມໃຊ້ລົດບັນທຸກນ້ຳມັນເຊື້ອໄຟ
ໝວດທີ 3 ອົງການຄຸ້ມຄອງ, ກວດກາ ແລະ ກວດສອບລົດບັນທຸກນໍ້າມັນເຊື້ອໄຟ
ມາດຕາ 7 ອົງການຄຸ້ມຄອງ, ກວດກາ ແລະ ກວດສອບລົດບັນທຸກນໍ້າມັນເຊື້ອໄຟ
ມາດຕາ 8 ສິດຂອງອົງການຄຸ້ມຄອງ, ກວດກາ ແລະ ກວດສອບລົດບັນທຸກນໍ້າມັນເຊື້ອໄຟ
ມາດຕາ 9 ໜ້າທີ່ຂອງອົງການຄຸ້ມຄອງ, ກວດກາ ແລະ ກວດສອບລົດບັນທຸກນໍ້າມັນເຊື້ອໄຟ
ໝວດທີ 4 ການຈົດທະບຽນ ແລະ ກວດສອບ
ມາດຕາ 10 ການຢັ້ງຢືນຄວາມຖືກຕ້ອງ
ມາດຕາ 11 ການຍື່ນຄຳຮ້ອງຂໍຈົດທະບຽນ ແລະ ຂໍກວດສອບ
ມາດຕາ 12 ສຳນວນຄຳຮ້ອງຂໍຈົດທະບຽນ ແລະ ກວດສອບ
ມາດຕາ 13 ອາຍຸຂອງການຢັ້ງຢືນການກວດສອບ
ມາດຕາ 14 ການຕໍ່ອາຍຸໃບຢັ້ງຢືນການກວດສອບ
ມາດຕາ 15 ການເກັບຄ່າທຳນຽມຈົດທະບຽນ, ຄ່າບໍລິການກວດສອບ ແລະ ຄ່າປັບໃໝ
ມາດຕາ 16 ຫຼັກການກວດສອບ
ມາດຕາ 17 ຄ່າອະນຸຍາດ
ມາດຕາ 18 ຮູບແບບການກວດສອບ
ມາດຕາ 19 ການຢັ້ງຢືນຄືນ ຄວາມຖືກຕ້ອງ
ໝວດທີ 5 ຂໍ້ຫ້າມ
ມາດຕາ 20 ຂໍ້ຫ້າມສຳລັບຜູ້ດຳເນີນທຸລະກິດ
ມາດຕາ 21 ຂໍ້ຫ້າມສຳລັບ ພະນັກງານ ແລະ ເຈົ້າໜ້າທີ່ກວດສອບ
ມາດຕາ 22 ຂໍ້ຫ້າມບຸກຄົນ, ນິຕິບຸກຄົນ ຫລື ການຈັດຕັ້ງອື່ນ
ໝວດທີ 6 ນະໂຍບາຍຕໍ່ຜູ້ທີ່ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ
ມາດຕາ 23 ນະ ໂຍບາຍ ຕໍ່ຜູ້ ທີ່ ມີ ຜົນງານ
ມາດຕາ 24 ມາດຕະການຕໍ່ຜູ້ລະເມີດ
ໝວດທີ 7 ບົດບັນຍັດສຸດທ້າຍ
ມາດຕາ 25 ການຈັດຕັ້ງປະຕິບັດ
ມາດຕາ 26 ຜົນສັກສິດ


ສາທາລະນະ ລັດ ປະຊາ ທິປະ ໄຕ ປະຊາຊົນ ລາວ
ສັນຕິພາບ ເອກະລາດ ປະຊາທິປະ ໄຕ ເອກະ ພາບ ວັດທະນະຖາວອນ

ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ               ເລກທີ    1397 /ກວຕ
ນະຄອນຫຼວງວຽງຈັນ, ວັນທີ   27 ທັນວາ 2016

ຂໍ້ຕົກລົງ
ຂອງ ລັດຖະມົນຕີ ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ
ວ່າດ້ວຍ ການຄຸ້ມຄອງລົດບັນທຸກນ້ຳມັນເຊື້ອໄຟ

-    ອີງ ຕາມ ກົດໝາຍວ່າ ດ້ວຍ ການວັ ດແທກ ສະບັບ ປັບປຸງ ເລກທີ 36/ສພຊ, ລົງ ວັນ ທີ 13 ທັນວາ 2013;
-    ອີງ ຕາມ ດຳລັດຂອງ ນາຍົກລັດຖະມົນຕີ ວ່າ ດ້ວຍ ການຈັດ ຕັ້ງ ແລະ ເຄື່ອນ ໄຫວ ຂອງກະຊວງ ວິທະຍາສາດ ແລະ ເຕັກ ໂນ ໂລ ຊີ ສະບັບ ເລກທີ 309/ນຍ, ລົງ ວັນ ທີ 28 ກັນຍາ 2011;
-    ອີງ ຕາມ ການ ຄົ້ນ ຄ້ວາສະ ເໜີ ຂອງ ກົມ ມາດຕະຖານ ແລະ ວັດ ແທກ, ເລກທີ 2041/ກວຕ-ກມວ, ລົງ ວັນ ທີ 08 ກັນຍາ 2016.

ລັດ ຖະມົນຕີ ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ຕົກລົງ:
ໝວດທີ 1
ບົດບັນຍັດທົ່ວໄປ

ມາດຕາ 1. ຈຸດປະສົງ
 ຂໍ້ຕົກລົງສະບັບນີ້ກຳນົດນະໂຍບາຍ, ຫຼັກການ, ລະບຽບການ ແລະ ມາດຕະການເພື່ອຄຸ້ມຄອງການເຄື່ອນໄຫວຂອງບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທີ່ດໍາເນີນທຸລະກິດ, ດໍາເນີນການບໍລິການ ແລະ ຊົມໃຊ້ລົດບັນທຸກນ້ຳມັນເຊື້ອໄຟໃນ ສປປລາວ, ເພື່ອເຮັດໃຫ້ການເຄື່ອນໄຫວວຽກງານດັ່ງກ່າວດໍາເນີນໄປຢ່າງເປັນເອກະພາບ, ຖືກຕ້ອງ, ຊັດເຈນຮັບປະກັນສິດຜົນປະໂຫຍດອັນຊອບທຳຂອງຜູ້ດຳເນີນທຸລະກິດ, ຜູ້ບໍລິການ ແລະ ຜູ້ຊົມໃຊ້ ແນໃສ່ຮັບປະກັນໃຫ້ສັງຄົມມີຄວາມຍຸຕິທຳ , ປອດໄພ ແລະ ຊຸກຍູ້ສົ່ງເສີມຜູ້ດຳເນີນທຸລະກິດ, ຜູ້ລົງທຶນໃນຂົງເຂດດັ່ງກ່າວໃຫ້ນັບມື້ນັບຫຼາຍຂຶ້ນ.

ມາດຕາ 2 ລົດ ບັນທຸກ ນ້ຳມັນ ເຊື້ອ ໄຟ
ລົດບັນທຸກນ້ຳມັນເຊື້ອໄຟແມ່ນລົດທີ່ໄດ້ອອກແບບສະເພາະທີ່ບັນທຸກນ້ຳມັນເຊື້ອໄຟ, ເພື່ອນຳໃຊ້ເຂົ້າໃນການຂົນສົ່ງນ້ຳມັນເຊື້ອໄຟໃຫ້ແກ່ຜູ້ຜະລິດ, ຜູ້ຈຳໜ່າຍ ແລະ ສະຖານີປ້ຳນ້ຳມັນ.

ມາດຕາ 3 ອະທິບາຍຄຳ ສັບ
ຄຳສັບທີ່ນຳໃຊ້ໃນຂໍ້ຕົກລົງສະບັບນີ້ມີຄວາມໝາຍດັ່ງນີ້:
1.    ບໍລິມາດບັນຈຸທີ່ກຳນົດ ໝາຍເຖິງບໍລິມາດທີ່ບັນຈຸຢູ່ໃນຖັງພາຍໃຕ້ເງື່ອນໄຂຂອງການດຳເນີນການ ແລະ ອຸນຫະພູມອ້າງອີງ;
2.    ບໍລິ ມາດ ບັນຈຸ ທັງໝົດ ໝາຍ ເຖິງ ບໍລິ ມາດ ບັນຈຸນ້ຳມັນເຊື້ອໄຟຕົວຈິງ ທີ່ບັນຈຸຢູ່ໃນຖັງ ພາຍ ໃຕ້ເງື່ອນ ໄຂ ຂອງການ ດຳເນີນ ການ ແລະ ອຸນຫະພູມ ອ້າງ ອີງ;
3.    ບໍລິ ມາດ ບັນຈຸ ຂະຫຍາຍຕົວ    ໝາຍ ເຖິງ ຄ່າ ຜິດ ດ່ຽງລະຫວ່າງ ບໍລິ ມາດ ບັນຈຸ ທັງໝົດ ແລະ ບໍລິມາດ ບັນຈຸ ທີ່ ກຳນົດ;
4.    ການ ກວດສອບ      ໝາຍ ເຖິງ ການ ດຳ ເນີ ນການ ກຳນົດ ບໍລິ ມາດ ບັນຈຸ ຕົວຈິງຂອງ ນ້ຳມັນ ເຊື້ອໄຟຢູ່ໃນຖັງ ຢູ່ ໃນ ລະດັບ ຕ່າງໆ ເພື່ອ ກຳນົດ ຂີດໝາຍ;
5.    ແກນ ວັດ ແທກ ທາງ ຕັ້ງ ໝາຍ ເຖິງ ເສັ້ນ ແກນ ຕັ້ງ ທີ່ ກຳນົດ ຂີດໝາຍລະດັບ ຂອງ ບໍລິ ມາດ;
6.    ຈຸດ ອ້າງ ອີງ P: ໝາຍ ເຖິງ ຈຸດໝຶ່ງທີ່ຢູ່ ເທິງ ແກນ ວັດແທກ ທາງ ຕັ້ງ(P), ໂດຍ ອີງ ໃສ່ໄລ ຍະຄວາມ ສູງ ທີ່ແທກ ໄດ້ ຈາກ ຮູ ຖັງ. ( ໃບ ຊ້ອນ ທ້າຍ 01);
7.    ຄວາມ ສູງ ອ້າງ ອີງ H: ໝາຍ ເຖິງ ໄລຍະ ຫ່າງ ທີ່ ວັດ ແທກ ໄດ້ ຕາມ ການ ວັດ ແທກ ທາງ ຕັ້ງ (H) ລະຫວ່າງ ຈຸດ ອ້າງ ອີງ P ແລະ ສົ້ນ ລຸ່ມສຸດຂອງ ແກນ ວັດ ແທກ ທາງ ຕັ້ງ ແລະ ຢູ່ ເບື້ອງ ໃນ ຂອງ ຖັງ ຫຼື ຢູ່ ເທິງ ແຜ່ນ ລາດ ພຽງ (DipPlate).( ໃບ ຊ້ອນ ທ້າຍ 01);
8.  ຄວາມ ວ່ອງ ຂອງ ຖັງ ໃນ ໄລຍະ h:        ໝາຍ ເຖິງ ການ ປ່ຽນ ແປງ ຂອງໄລຍະ ຂອງ ລະດັບ ບໍລິ ມາດ   h, ຫານ ໃຫ້ ກັບ ການ ປ່ຽນ ແປງ ຂອງບໍລິ ມາດ ທີ່ ສອດ ຄ່ອງ ກັນ,  V/V ສຳລັບ ບໍລິ ມາດ ບັນຈຸ V ທີ່ ສອດຄ່ອງ ກັບ ລະດັບ ສູງ h. ( ໃບ ຊ້ອນ ທ້າຍ 01);
9.    ໄລຍະ ສູງ C: ໝາຍ ເຖິງ ໄລຍະ ຫ່າງ ລະຫວ່າງໜ້າພຽງຂອງ ທາດ ແຫຼວ ແລະ ຈຸດ ອ້າງ ອີງ P, ທີ່ ວັດ ແທກ ໄດ້ ຕາມ ແກນ ວັດ ແທກ ທາງ ຕັ້ງ. ( ໃບ ຊ້ອນ ທ້າຍ 01);
10.  ກະດານ ສອບ ທຽບ ໝາຍ ເຖິງ ກະດານ ທີ່ ສະ ແດງ ກ່ຽວກັບ ຕຳລາ ຄະນິດສາດ V(h) ແລະ ກໍ່ ເຊັ່ນ ດຽວກັນ ກັບ V(C) ທີ່ ໄດ້ ສະ ແດງ ເຖິງ ການ ພົວພັນ ກັບ ລະດັບ ສູງ h (ແລະ ກໍ່ ເຊັ່ນ ດຽວກັນ ກັບ ໄລຍະສູງ C) (ທີ່ ບໍ່ ໄດ້ ຂື້ນ ກັບ ການ ປ່ຽນ ແປງ) ແລະ ບໍລິ ມາດ V (ທີ່ ບໍ່ ໄດ້ ຂຶ້ນ ກັບ ການ ປ່ຽນ ແປງ).

ມາດຕາ 4 ຂອບ ເຂດ ການ ນຳ ໃຊ້
ຂໍ້ ຕົກລົງ ສະບັບ ນີ້ນຳ ໃຊ້ສຳລັບ ຜູ້ ດຳ ເນີນ ທຸລະ ກິດ, ຜູ້ບໍລິການ ແລະ ຜູ້ ນໍາ ໃຊ້ ລົດບັນທຸກນ້ຳມັນ ເຊື້ອ ໄຟ ທຸກ ປະ ເພດຢູ່ ໃນ ສປປລາວ.

ໝວດທີ 2
ສິດ ແລະ ພັນທະ

ມາດຕາ 5 ສິດຂອງ ຜູ້ ດຳ ເນີນທຸລະກິດ, ຜູ້ ບໍລິການ ແລະ ຜູ້ ຊົມ ໃຊ້ລົດບັນທຸກ ນ້ຳມັນ ເຊື້ອ ໄຟ
ກ. ສິດຜູ້ ດຳ ເນີນ ທຸລະ ກິດ

1.     ລົດ ບັນທຸກ ນ້ຳມັນ ເຊື້ອ ໄຟ ທຸກ ປະ ເພດ ທີ່ໄດ້ ຮັບ ການ ຢັ້ງຢືນການກວດສອບແລ້ວ ມີ ສິດ ໂຄສະ ນາ ແລະ ເຜີຍ ແຜ່ມາດຕະຖານ ດ້ານ ບໍລິ ມາດ ຫາກ ເຫັນ ວ່າ ໄດ້ສອດຄ່ອງ ກັບ ຂໍ້ ຕົກລົງ ສະບັບ ນີ້ ເພື່ອສົ່ງ ເສີມ ການ ບໍລິການ ຂອງ ຕົນ;
2.     ຮ້ອງ ຂໍ ຄວາມ ເປັນ ທຳ ຕໍ່ພາກ ສ່ວນ ທີ່ກ່ຽວຂ້ອງ ຫາກ ເຫັນ ວ່າການ ກວດ ສອບນັ້ນບໍ່ ໄດ້ຮັບຄວາມຍຸຕິ ທຳ;
3.     ປະຕິບັດ ສິດອື່ນໆ ຕາມ ທີ່ ໄດ້ ກຳນົດ ໄວ້ ໃນ ລະບຽບກົດໝາຍ.
ຂ. ສິດຜູ້ຜູ້ ຊົມ ໃຊ້
1.  ມີ ສິດ ເລືອກ ໃຊ້ ບໍລິການ ລົດ ບັນທຸກ ນ້ຳມັນ ເຊື້ອ ໄຟ ທີ່ ໄດ້ ຕາ ມມາດຕະຖານ ແລະ ໄດ້ ຮັບ ການ ຢັ້ງຢືນ ຄວາມ ຖືກຕ້ອງ ຂອງ ການກວດ ສອບ.
2.  ຮ້ອງທຸກ ຕໍ່ພາກ ສ່ວນ ທີ່ ກ່ຽວຂ້ອງ ເມື່ອ ເຫັນ ວ່າການ ໃຊ້ ບໍລິການ ບໍ່ ໄດ້ ຮັບ ຄວາມເປັນ ທຳ ແລະ ບໍ່ສອດຄ່ອງ ກັບ ຂໍ້ ຕົກລົງ ສະບັບ ນີ້.
3.  ປະຕິບັດ ສິດອື່ນໆ ຕາມ ທີ່ ໄດ້ ກຳນົດ ໄວ້ ໃນ ລະບຽບກົດໝາຍ.

ມາດຕາ 6 ພັນທະ ຂອງ ຜູ້ ດຳ ເນີນທຸລະກິດ , ຜູ້ບໍລິການ ແລະ ຜູ້ ຊົມ ໃຊ້ລົດບັນທຸກ ນ້ຳມັນ ເຊື້ອ ໄຟ
ກ. ພັນທະຜູ້ ດຳ ເນີນ ທຸລະ ກິດ
ແລະ ຜູ້ບໍລິການ ມີພັນທະດັ່ງນີ້:
1. ປະຕິບັດ ລະບຽບຫຼັກການ ຂອງການ ຄຸ້ມ ຄອງ ລົດ ບັນທຸກ ນ້ຳມັນ ເຊື້ອ ໄຟທີ່ໄດ້ກຳນົດໄວ້;
2. ນຳເອົາລົດບັນທຸກນ້ຳມັນເຊື້ອໄຟຂອງຕົນໄປຈົດທະບຽນແລະກວດສອບຄວາມຖືກຕ້ອງ;
3. ຮັບຜິດຊອບ ທຸກ ຜົນ ເສຍ ຫາຍ ທີ່ ເກີດ ຂື້ນ ຈາກ ລົດ ບັນທຸກ ນ້ຳມັນ ເຊື້ອ ໄຟ ທີ່ ຕົນ ໄດ້ ດຳເນີນ ທຸລະ ກິດ ນັ້ນ;
4. ໃຫ້ ຄວາມ ຮ່ວມ ມື ແລະ ອຳນວຍ ຄວາມ ສະດວກ ໃຫ້ ເຈົ້າໜ້າທີ່ ກວດ ສອບ ໃນ ແຕ່ ລະ ຄັ້ງ ຫລື ອົງການ ຄຸ້ມ ຄອງ ທີ່ ກ່ຽວຂ້ອງ;
5. ປະຕິບັດ ພັນທະ ອື່ນໆ ຕາມ ທີ່ ໄດ້ ກຳນົດ ໄວ້ ໃນ ລະບຽບກົດໝາຍ.
ຂ. ພັນທະຜູ້ ຊົມ ໃຊ້ ມີພັນທະດັ່ງນີ້:
1. ສະໜອງຂໍ້ ມູນ ຕ່າງໆໃຫ້ ພາກ ສ່ວນ ກ່ຽວຂ້ອງກ່ຽວກັບ ລົດ ບັນທຸກ ນ້ຳມັນ ເຊື້ອ ໄຟ;
2. ປະຕິບັດ ຕາມ ລະບຽບການ ໃນ ການ ຄຸ້ມ ຄອງ ລົດ ບັນທຸ ກນ້ຳມັນ ເຊື້ອໄຟ ເພື່ອ ໃຫຖືກຕ້ອງຕາມ ລະບຽບການ;
3. ປະຕິບັດ ພັນທະ ອື່ນໆ ຕາມ ທີ່ ໄດ້ ກຳນົດ ໄວ້ ໃນ ລະບຽບກົດໝາຍ.

ໝວດທີ 3
ອົງການ ຄຸ້ມ ຄອງ, ກວດກາ ແລະ ກວດ ສອບ ລົດ ບັນທຸກ ນໍ້າມັນ ເຊື້ອ ໄຟ

ມາດຕາ 7 ອົງການ ຄຸ້ມ ຄອງ, ກວດກາ ແລະ ກວດ ສອບ ລົດ ບັນທຸກ ນໍ້າມັນ ເຊື້ອ ໄຟ
ອົງການຄຸ້ມ ຄອງ, ກວດກາ ແລະ ກວດ ສອບ ລົດ ບັນທຸກ ນໍ້າມັນ ເຊື້ອ ໄຟ ແມ່ນ ກົມມາດຕະຖານ ແລະ ວັດແທກ, ພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງ, ນະຄອນຫຼວງ ຕາມ ການມອບ  ໝາຍ ຫຼື ຕາມ ການ ແບ່ງ ຂັ້ນ ຄຸ້ມ ຄອງ.

ມາດຕາ
8 ສິດ ຂອງອົງການ ຄຸ້ມ ຄອງ, ກວດກາ ແລະ ກວດ ສອບ ລົດ ບັນທຸກ ນໍ້າມັນ ເຊື້ອ ໄຟ
1.    ຄຸ້ມ ຄອງ ລະບົບ ການກວດ ກາ ແລ ະ ກວດສອບລົດ ບັນທຸກ ນໍ້າມັນ ເຊື້ອ ໄຟ ໃຫ້ ສອດຄ່ອງຕາມມາດ ຕະຖານ, ລະບຽບການ ເຕັກນິກ ແຫ່ງ ຊາດ ແລະ ຂໍ້ ກໍານົດ ຂອງ ພາກ ພື້ນ ແລະ ສາກົນທີ່ກໍານົດໄວ້;
2.    ອອກ ໃບ ຢັ້ງຢືນ ຄວາມ ຖືກຕ້ອງຂອງລົດ ບັນທຸກ ນໍ້າມັນ ເຊື້ອ ໄຟ ພາຍຫຼັງ ໄດ້ ຮັບ ການ ກວດກາ ທີ່ຖືກ ຕ້ອງ ຕາມ ມາດຕະຖານ;
3.    ການກວດ ກາ ແລ ະ ກວດສອບລົດ ບັນທຸກ ນໍ້າມັນ ເຊື້ອ ໄຟ ຕາມ ແຜນ ປົກກະຕິ ແມ່ນ ກວດ ສອບ 01 ຄັ້ງ ຕໍ່ ປີ ແລະ ມີ ການກວດ ສອບ ແບບ ສຸກ ເສີນ ຫຼື ຕາມ ການ ຮ້ອງ ຮຽນ;
4.    ພາຍຫຼັງ ກວດກາ ແລະ ກວດ ສອບລົດ ບັນທຸກ ນໍ້າມັນ ເຊື້ອ ໄຟ ຖ້າເຫັນວ່າບໍ່ສອດຄ່ອງຕາມມາດ ຕະຖານ, ພາກພື້ນ ແລະ ສາກົນ ຕ້ອງປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ເພື່ອສັ່ງໂຈະຊົ່ວຄາວການນໍາ ໄປ ໃຫ້ບໍລິການ ເພື່ອ ລາຍ ງານ ຂັ້ນ ເທິງ ພິຈາລະນາ ແກ້ ໄຂ.

ມາດຕາ 9 ໜ້າທີ່ຂອງອົງ ການ ຄຸ້ມ ຄອງ, ກວດກາ ແລະ ກວດ ສອບລົດ ບັນທຸກ ນໍ້າມັນ ເຊື້ອ ໄຟ
1.     ປະສານສົມທົບກັບພາກ ສ່ວນກ່ຽວຂ້ອງ ໃນການກວດກາລົດ ບັນທຸກ ນໍ້າມັນ ເຊື້ອ ໄຟ ໃຫ້ສອດຄ່ອງຕາມມາດຕະຖານ ແຫ່ງ ຊາດ ແລະ ພາກພື້ນ;
2.     ຍຸຕິ ທຳ, ໂປ່ ງ ໃສ, ສະ ເໝີພາບ ແລະ ມີ ຄວາມ ບໍລິສຸດ ໃນ ໜ້າ ທີ່ຄວາມ ຮັບຜິດຊອບ ;
3.     ກໍານົດ ເວລາ ໃນ ການຈັດ ຕັ້ງ ປະຕິບັດ ການ ກວດກາ ແລະ ກວດ ສອບ ລົດ ບັນທຸກ ນໍ້າມັນ ເຊື້ອ ໄຟ ຢ່າງ ຈະ ແຈ້ງ ໃຫ້ ແກ່ ຜູ້ຜະລິດ, ນໍາ ເຂົ້າ ແລະ ບໍລິການ;
4.     ແນະນໍາຜູ້ຜະລິດ, ນໍາ ເຂົ້າ ແລະ ບໍລິການ ກ່ຽວກັບຂັ້ນຕອນການແຈ້ງ ເອກະສານ ຂໍອະນຸຍາດ ໃນ ການກວດກາ ແລະ ກວດ ສອບ ລົດ ບັນທຸກ ນໍ້າມັນ ເຊື້ອ ໄຟ;
5.     ເກັບ ຮັກສາ ແລະ ສະໜອງຂໍ້ ມູນ ຕ່າງໆ ໃຫ້ ພາກສ່ວນ ກ່ຽວຂ້ອງ ກ່ຽວ ກັບວຽກ ງານ ການ ກວດກາ ແລະ ກວດ ສອບ ລົດ ບັນທຸກ ນໍ້າມັນ ເຊື້ອ ໄຟ;
6.     ລາຍ ງານ ກ່ຽວ ກັບ ສະພາບ ການ ເຄື່ອນ ໄຫວ  ກວດກາ ແລະ ກວດ ສອບ ລົດ ບັນທຸກ ນໍ້າມັນ ເຊື້ອ ໄຟ ຕໍ່ພາກສ່ວນ ທີ່ ກ່ຽວຂ້ອງ ແລະ ຂັ້ນ ເທິງ.
7.     ອອກ ໃບ ຢັ້ງຢືນຄວາມ ຖືກຕ້ອງ ຂອງ ການກວດ ສອບ ລົດ ບັນທຸກ ນໍ້າມັນ ເຊື້ອ ໄຟ ທີ່ ໄດ້ ຕາມ ມາດຕະຖານ;
8.    ປະຕິບັດໜ້າທີ່ອື່ນໆ ຕາມ ທີ່ ໄດ້ ກໍານົດ ໄວ້ ໃນ ລະບຽບ ແລະ ກົດໝາຍ ທີ່ ກ່ຽວຂ້ອງ.

ໝວດທີ 4
ການຈົດທະບຽນ ແລະ ກວດສອບ

ມາດຕາ 10 ການຢັ້ງຢືນຄວາມຖືກຕ້ອງ
    ບຸກຄົນ, ນິຕິບຸກຄົນ ຫລື ການຈັດ ຕັ້ງ ທີ່ ເປັນ ເຈົ້າ ຂອງລົດ ບັນທຸກ ນ້ຳມັນ ເຊື້ອ ໄຟ ທຸກ ປະ ເພດ ຢູ່ ສປປ ລາວ ກ່ອນຈະນຳໃຊ້ ຕ້ອງ ໄດ້ ຜ່ານ ການຈົດທະບຽນ ແລະ ຢັ້ງຢືນການກວດ ສອບຄວາມ ຖືກຕ້ອງ ຈາກກະຊວງ ວິທະຍາສາດ ແລະ ເຕັກ ໂນ ໂລ ຊີ ຫລື ພະ ແນ ກ ວິທະຍາສາດ ແລະ ເຕັກ ໂນ ໂລ ຊີ ແຂວງ, ນະຄອນຫຼວງ.  ໃນ ກໍລະນີ ເປັນ ຂອງ ສ່ວນ ບຸກຄົນ ຫຼື ຜູ້ ປະກອບ ການ ທີ່ ໃຫ້ ບໍລິການກ່ຽວ ກັບລົດ ບັນທຸກ ນ້ຳມັນ ເຊື້ອ ໄຟ  ກ່ອນ ຈະ ນຳ ລົດ ເຂົ້າ ມາກວດສອບ ຕ້ອງໄດ້ຮັບການຢັ້ງຢືນລະບົບກວດກາເຕັກນິກ ຂອງລົດ ດັ່ງກ່າວຢ່າງຖືກຕ້ອງ ຄົບຖ້ວນ ຈາກບໍລິສັດນ້ຳມັນເຊື້ອໄຟໃດໜື່ງ ຫຼື ຈາກພາກສ່ວນທີ່ກ່ຽວຂ້ອງ.

ມາດຕາ 11 ການຍື່ນຄຳຮ້ອງຂໍຈົດທະບຽນ ແລະ ຂໍກວດສອບ
ບຸກຄົນ, ນິຕິບຸກຄົນ ຫລື ການຈັດ ຕັ້ງ ທີ່ ດຳ ເນີນ ທຸລະ ກິດ ກ່ຽວກັບ ລົດ ບັນທຸກ ນ້ຳ ມັນ ເຊື້ອ ໄຟຢູ່ ສປປ ລາວ ສາມາດ ຍື່ນ ຄຳ ຮ້ອງ ຂໍ ຈົດ ທະບຽນ ແລະ ຂໍກວດສອບນຳ ກະຊວງ ວິທະຍາສາດ ແລະ ເຕັກໂນ ໂລຊີ ຫລື ພະ ແນ ກ ວິທະຍາສາດ ແລະ ເຕັກ ໂນ ໂລ ຊີ ແຂວງ, ນະຄອນຫຼວງ.

ມາດຕາ 12 ສຳນວນຄຳຮ້ອງຂໍຈົດ ທະບຽນ ແລະ ກວດ ສອບ
  ສຳນວນຄຳຮ້ອງຂໍຈົດ ທະບຽນລົດບັນທຸກນຳມັນເຊື້ອໄຟ ປະກອບດ້ວຍ:
1.     ແບບຟອມຄຳຮ້ອງ;
2.     ໃບ ຄຳ ຮ້ອງ ຂໍ ຈົດ ທະບຽນ;
3.     ທະບຽນລົດ;
4.     ສຳ ເນົາ ເອກະສານ ທີ່ ດຳ ເນີນ ທຸລະ ກິດ.
ການຈົດທະບຽນລົດບັນທຸກນ້ຳມັນເຊື້ອໄຟ ແມ່ນ ໄດ້ ອອກ ໃຫ້ ພຽງ ເທື່ອ ດຽວ ໂດຍ ບໍ່ມີ ກຳນົດ. 

ມາດຕາ 13 ອາຍຸ ຂອງ ການ ຢັ້ງຢືນການ ກວດ ສອບ
ອາຍຸ ຂອງການ ຢັ້ງຢືນ ການກວດ ສອບ ມີ ກຳນົດນຳ ໃຊ້ໄດ້ພຽງ 01 ປີ ນັບ ແຕ່ ວັນອອກ ໃບ ຢັ້ງ ຢືນການກວດ ສອບ ເປັນ ຕົ້ນ ໄປ.

ມາດຕາ 14 ການຕໍ່ອາຍຸໃບຢັ້ງຢືນການກວດສອບ
  ບຸກຄົນ, ນິຕິບຸກຄົນ ຫລື ກາ ນຈັດ ຕັ້ງ ທີ່ ໃຫ້ ບໍລິການ ລົດ ບັນທຸກ ນ້ຳມັນ ເຊື້ອ ໄຟ ຕ້ອງ ໄດ້ ນຳ ເອົາລົດ ຂອງ ຕົນ ເຂົ້າ ມາກ ວດສອບ ຄືນ ໃໝ່ ພາຍ ໃນ ກຳນົດ ເວລາ 30 ວັນ ກ່ອນ ໃບ ຢັ້ງຢືນ ການກວດ ສອບຈະໝົດອາຍຸ ການ ນໍາ ໃຊ້, ຖ້າ ບໍ່ ດັ່ງ ນັ້ນ ຕ້ອງ ຖືກ ປັບ ໃໝ ຕາມ ທີ່ ໄດ້ ກຳນົດ ໄວ້ ໃນມາດຕາ 15 ຂໍ້ 2 ແລະ ຕ້ອງ ໄດ້ ດຳເນີນການກວດ ສອບຄືນຕາມລະບຽບການ (ໃນກໍລະນີຢຸດໃຊ້ບໍລິການໃຫ້ມາແຈ້ງຕໍ່ ພາກ ສ່ວນ ກ່ຽວຂ້ອງ).

ມາດຕາ 15 ການເກັບຄ່າທຳນຽມຈົດທະບຽນ, ຄ່າບໍລິການກວດສອບ ແລະ ຄ່າປັບໃໝ
ລົດ ບັນທຸກ ນ້ຳມັນ ເຊື້ອ ໄຟ ຕ້ອງ ໄດ້ ເສຍ ຄ່າ ທຳນຽມ,ຄ່າ ບໍລິການ ກວດ ສອບ ແລະ ຄ່າ ປັບ ໃໝດັ່ງ ນີ້:
1.   ຄ່າທໍານຽມ, ກວດສອບ, ກວດຄຶນ ແມ່ນອີງຕາມລັດຖະບັນຍັດຂອງປະທານປະເທດ ວ່າດ້ວຍຄ່າທໍານຽມ ແລະ ຄ່າບໍລິການ ກ່ຽວກັບວຽກງານວັດແທກທີ່ ປະກາດ ໃຊ້ ໃນ ແຕ່ລະ ໄລຍະ;
2.  ຄ່າປັບ ໃໝແມ່ນອີງຕາມ ດຳລັດຂອງ ນາຍົກລັດຖະມົນຕີ ວ່າດ້ວຍການ ປັບໃໝ ແລະ ມາດຕະການຕໍ່ຜູ້ລະເມີດກົດໝາຍມາດຕະຖານ ແລະ ກົດໝາຍການວັດແທກ.

ມາດຕາ 16 ຫຼັກການກວດສອບ
ການ ດຳ ເນີນ ການກວດ ສອບ ລົດ ບັນທຸກ ນ້ຳມັນ ເຊື້ອ ໄຟ ມີ ຫຼັກການ ດັ່ງ ນີ້:
1.  ການດຳເນີນການກວດສອບ ທຸກ ຄັ້ງທີ່ ພະນັກ ງານ ລົງ ກວດ ສອບ ຕ້ອງ ໄດ້ ມີ ບັດ ສຳລັບ ກວດສອບສະເພາະ ທີ່ ອອກ ໃຫ້ ໂດຍ ກົມ ມາດຕະຖານ ແລະ ວັດ ແທກ, ກະຊວງ ວິທະຍາສາດ ແລະ ເຕັກ ໂນ ໂລ ຊີ ຫລື ພະ ແນ ກວິທະຍາສາດ ແລະ ເຕັກ ໂນ ໂລ ຊີ ແຂວງ, ນະຄອນ, ທີ່ ໄດ້ ຖືກ ມອບໝາຍ;
2.  ເວລາ ກວດ ສອບຕົວ ຈິງ ຕ້ອງຊ້ອງໜ້າ ລະຫວ່າງເຈົ້າ ຂອງ ລົດ ບັນທຸກ ນ້ຳມັນ ເຊື້ອ ໄຟກັບ ພະນັກ ງານກວດ ສອບທີ່ ກ່ຽວຂ້ອງ ແລະ ຖ້າຫາກ ວ່າການ ກວດ ສອບຖືກຕ້ອງຕາມ ລະບຽບ ການ ແລ້ວ ພະນັກງານ ກວດ ສອບຈະ ໄດ້ຕິດຕັ້ງເຄື່ອງໝາຍລະດັບບໍລິມາດທີ່ຖືກຕ້ອງໃສ່ ແກນວັດແທກທາງຕັ້ງພ້ອມທັງບັນທຶກ ຂໍ້ ມູນ ທີ່ກ່ຽວຂ້ອງ ລົງໃສ່ ສະຕິ ກ ເກີ້ ຕິ ດ ໃສ່ ກັບ ຖັງ ລົດລາຍ ລະອຽດດັ່ງ ນີ້:
- ເລກ ລຳດັບ ການກວດ ສອບ.
- ສາ ຖານ ທີ່ ແລະ ວັນ, ເດືອນ ,ປີ ກ ວດສອບ
- ວັນ, ເດືອນ, ປີ ໝົດອາຍຸ
ສຳລັບຖັງ ລົດ ບັນທຸກ ນ້ຳມັນ ເຊື້ອ ໄຟທີ່ ໄດ້ ນຳ ໃຊ້ ແຜ່ນ ແປ້ນ ເພື່ອ ວັດ ແທກ ລະດັບ ບໍລິ ມາດ ບັນຈຸຂອງນ້ຳມັນ ເຊື້ອ ໄຟ, ແຜ່ນ ແປ້ນ ເຫຼົ່ານັ້ນ ຕ້ອງ ໄດ້ ປະ ທັບເລກ ລະຫັດ ຂອງ ກົມມາດ ຕະຖານ ແລະ ວັດ ແທກ.

ມາດຕາ 17 ຄ່າ ອະນຸຍາດ
      ຄ່າ ອະນຸຍາດ ຜິດພາດ ສູງ ສຸດ ຂອງ ການກວດ ສອບຈະ ຕ້ອງ ປະຕິ ດບັດ ດັ່ງ ລຸ ມນີ້:
   -   ເທົ່າ ກັບ ± 0.2% ຂອງ ບໍລິ ມາດ ກຳ ນົດ                 
   -  ເທົ່າ ກັບ ± 0.5% ຂອງ ບໍລິ ມາດ ທີ່ ວັດ ແທກ ໄດ້ (ລວມທັງ ຄ່າ ຜິດພາດຂອງ ການກວດ ສອບ, ການ ກຳນົດ ລະດັບ ຂອງ ທາດ ແຫຼວ, ການ ວັດ ແທກ ອຸນຫະ ພູນ, ຄວາມໜາ ແໜ້ນ, ຄວາມດັນ ແລະ ອຸປະກອນ ການ ວັດ ແທກ).

ມາດຕາ 18 ຮູບແບບການກວດສອບ
    ການ ດຳ ເນີນ ການກວດສອບ ລົດ ບັນທຸກ ນ້ຳມັນ ເຊື້ອ ໄຟ ປະກອບ ມີ 02 ຮູບແບບ ດັ່ງ ນີ້:
1. ກວດ ສອບຕາມ ແຜນ ປົກກະຕິ 01 ຄັ້ງ/ປີ.
2. ກວດ ສອບ ແບບ ກະທັນຫັນ ແລະ ຕາມ ຮ້ອງ ຮຽນ.
ການກວດ ສອບຕາມ ແຜນ ປົກກະຕິ ແມ່ນ ການກວດ ສອບ ທີ່ ດຳ ເນີນ ໄປ ຕາມ ແຜນການ ຢ່າງ ເປັນປະຈຳ ແລະ ມີ ກຳນົດ ເວລາ ອັນ ແນ່ນອນ;
ການກວດ ສອບ ແບບ ກະທັນຫັນ ແລະ ຕາມ ຮ້ອງ ຮຽນ ແມ່ນ ການກວດ ສອບ ໂດຍ ຮີບ ດ່ວນຊຶ່ ງ ບໍ່ ໄດ້ ແຈ້ງ ໃຫ້ ຜູ້ ຖືກ ກວດ ສອບ ຊາບ ລ່ວງ ໜ້າ.

ມາດຕາ 19 ການຢັ້ງຢືນຄືນ ຄວາມຖືກຕ້ອງ
ພາຍຫລັງ ທີ່ໄດ້ ທຳການກວດ ສອບ ແລະ ອອກ ໃບ ຢັ້ງຢືນ ໃຫ້ ແລ້ວ ແຕ່ຢູ່ໃນຊ່ວງໄລຍະເວລາທີ່ໃບຢັ້ງຢືນຍັງບໍໍ່ທັນໝົດອາຍຸການ ນຳ ໃຊ້, ຖ້າ ຫາກ ຜູ້ ເປັນ ເຈົ້າ ຂອງ ລົດ ມີ ຄວາມ ຈຳ ເປັນ ຕ້ອງ ສ້ອມ ແປງ ພາກສ່ວນທີ່ ກ່ຽວຂ້ອງ ເຖິງ ບໍລິ ມາດ ນ້ຳມັນ ຂອງ ຖັງ ຫຼື ບໍ່ ໄດ້ ຢູ່ ໃນ ສະພາບ ເດີມ ນັ້ນ ຕ້ອງ ໄດ້ ແຈ້ງ ໃຫ້ ໜ່ວຍ ງານ ບໍລິການ ກວດ ສອບ ຂອງ ກະຊວງ ວິທະຍາສາດ ແລະ ເຕັກ ໂນ ໂລ ຊີ ຫລື ພະ ແນ ກວິທະຍາສາດ ແລະ ເຕັກ ໂນ ໂລ ຊີ ແຂວງ, ນະຄອນຫຼວງ, ທີ່ ໄດ້ ຖືກ ມອບໝາຍ ກ່ອນ ການ ລົງມື ສ້ອມ ແປງ ຖ້າບໍ່ ດັ່ງ ນັ້ນ ຈະ ຖື ວ່າ ຜູ້ກ່ຽວ ລະ ເມີດ ຕໍ່ ຂໍ້ ຕົກລົງ ສະບັບ ນີ້ ແລະ ຕ້ອງ ຖືກ ປັບ ໃໝ ຕາມ ທີ່ ໄດ້ ລະບຸ ໄວ້ໃນ ມາດຕາ 15 ແລະ 24 ຕາມ ແຕ່ ກໍລະນີ ເບົາ ຫຼື ໜັກ ແລະ ຕ້ອງ ໄດ້ ດຳເນີນການກວດ ສອບຄວາມ ຖືກຕ້ອງຄືນ ໃໝ່ ຕາມລະບຽບການ.

ໝວດທີ 5
ຂໍ້ຫ້າມ

ມາດຕາ 20 ຂໍ້ ຫ້າມ ສຳລັບ ຜູ້ ດຳ ເນີນ ທຸລະ ກິດ
ຜູ້ດຳເນີນທຸລະກິດກ່ຽວກັບລົດບັນທຸກນ້ຳມັນເຊື້ອໄຟທຸກ ປະ ເພດ ຫ້າມກະທຳ ດັ່ງຕໍ່ ໄປ ນີ້:
1.  ຫ້າມລັກ ໂລບ, ປອມ ແປງ, ດັດ ແກ້ ເຄື່ອງມື ແລະ ອຸປະກອນ ທີ່ ກ່ຽວກັບ ລົດ ບັນທຸກ ນ້ຳມັນ ເຊື້ອ ໄຟ ໂດຍ ບໍ່ ໄດ້ ຮັບ ອະນຸຍາດຈາກ ກະຊວງ ວິທະຍາສາດ ແລະ ເຕັກ ໂນ ໂລ ຊີ ຫລື ພະ ແນ ກ ວິທະຍາສາດ ແລະ ເຕັກ ໂນ ໂລ ຊີ ແຂວງ, ນະຄອນ ທີ່ ໄດ້ ຖືກ ມອບໝາຍ;
2.  ຫ້າ ມຂັດຂວາງ ການ ປະຕິບັດ ງານ ຂອງ ເຈົ້າໜ້າທີ່ ກວດ ສອບ ແລະ ກວດກາວຽກງານວັດແທກ, ໃຫ້ ສິນ ບົນ, ສົມຮູ້ ຮ່ວມ ຄິດ ກັບ ເຈົ້າໜ້າທີ່ ກວດ ສອບ;
3.  ຫ້າມປອມ ແປງ ເອກະສານ, ການ ຢັ້ງຢືນ ທີ່ ກ່ຽວກັບ ລົດ ບັນທຸກ ນ້ຳມັນ ເຊື້ອ ໄຟ.
4.  ຫ້າມ ລັກ ໂລບ ການ ວັດ ແທກ ໃນ ເລ ລາ ຊື້ ຂາຍ ສິນຄ້າ.

ມາດຕາ 21 ຂໍ້ຫ້າມສຳລັບ ພະນັກງານ ແລະ ເຈົ້າໜ້າທີ່ກວດສອບ
  ພະນັກງານ ແລະ ເຈົ້າໜ້າທີ່ ກວດ ສອບລົດບັນທຸກນ້ຳມັນເຊື້ອໄຟ ຫ້າມກະທຳ ດັ່ງຕໍ່ ໄປນີ້:
1.  ຂາດ ຄວາມ ຮັບຜິດຊອບ ແລະ ປະລະໜ້າທີ່ ຕໍ່ວຽກງານ ກວດ ສອບ.
2.  ປະຕິບັດໜ້າທີ່ ໂດຍ ບໍ່ມີ ຄວາມ ຍຸດຕິ ທຳ ຫຼື ລຳອຽງຕໍ່ບຸກຄົນນິຕິຍຸກຄົນ ຫຼື ການຈັດຕັ້ງ ໃດໜື່ງ;
3.  ຮັບ ສິນ ບົນ ຫຼື ສວຍ ໃຊ້ໜ້າທີ່ ເພື່ອ ຜົນ ປະ ໂຫຍດ ສ່ວນ ຕົວ, ຄອບ ຄົວ ຫລື ຍາດ ພີ່ນ້ອງ;
4.  ບັງຄັບ, ນາບ ຂູ່ ໃຊ້ ຄວາມ ຮຸນ ແຮງ ຕໍ່ ບຸກຄົນ ອື່ນ ທີ່ ກ່ຽວຂ້ອງ ;
5.  ປອມ ແປງ, ແກ່ຍາວ ເວລາ ແລະ ຖ່ວງ ດຶງ ເອກະສາ ນການ ຢັ້ງຢືນການກວດ ສອບ.

ມາດຕາ 22 ຂໍ້ຫ້າມ ບຸກຄົນ, ນິຕິບຸກຄົນ ຫລື ການຈັດ ຕັ້ງ ອື່ນ
   ບຸກຄົນ, ນິຕິບຸກຄົນ ຫລື ການ ຈັດ ຕັ້ງ ອື່ນ ຫ້າມມີ ການ ກະທຳ ດັ່ງຕໍ່ ໄປ ນີ້:
1.          ສ້າງ ອຸປະສັກ ຂີດ ຂວາງ, ແຊກ ແຊງ ການ ເຮັດ ວຽກ ຂອງ ເຈົ້າໜ້າທີ່ ກວດ ສອບ
2.          ສົມຮູ້ ຮ່ວມ ຄິດ, ຊ່ວຍ ເຫຼືອ, ປິດ ບັງ, ຊຸກ ເຊື່ອງ ຜູ້ ລະ ເມີດ ລະບຽບ ຫຼື ຂໍ້ ຕົກລົງ ສະບັບ ນີ້.

ໝວດທີ 6
ນະ ໂຍບາຍ ຕໍ່ຜູ້ ທີ່ ມີ ຜົນງານ ແລະ ມາດ ຕະການ ຕໍ່ຜູ້ ລະ ເມີດ

ມາດຕາ 23 ນະ ໂຍບາຍ ຕໍ່ຜູ້ ທີ່ ມີ ຜົນງານ
ບຸກຄົນ, ນິຕິບຸກຄົນ ຫລື ການຈັດຕັ້ງ ທີ່ ມີ ຜົນງານ ດີ ເດັ່ນ ໃນການ ຈັດ ຕັ້ງ ປະຕິບັດລະບຽບ, ກົດໝາຍ ຫລື ຂໍ້ ຕົກລົງ ສະບັບ ນີ້ ໄດ້ ຢ່າງ ມີ ປະສິດທິພາບ ຈະ ໄດ້ ຮັບ ການ ຍ້ອງຍໍ ຫລື ໄດ້ ຮັບ ການ ປະຕິບັດ ນະ ໂຍບາຍ ອື່ນ ຕາມ ລະບຽບການ.

ມາດຕາ 24 ມາດ ຕະການ ຕໍ່ ຜູ້ ລະ ເມີດ
ບຸກ ຄົນ, ນິຕິບຸກຄົນ ຫລື ການຈັດ ຕັ້ງ ທີ່ ລະ ເມີດ ຂໍ້ ຕົກລົງ ສະບັບ ຈະ ຖືກ ຕັກ ເຕືອນ, ສຶກສາ ອົບຮົມ, ປັບ ໃໝ, ປະຕິບັດ ວິ ໃນ, ໃຊ້ ທາງ ແພ່ງ ຫລື ລົງ ໂທດທາງ ອາຍາ ຕາມ ກໍລະນີ ເບົາ ຫລື ໜັກ.ຂ້າງເທິງ

ໝວດທີ 7
ບົດ ບັນຍັດ ສຸດ ທ້າຍ

ມາດຕາ 25 ການຈັດ ຕັ້ງ ປະຕິບັດ
ກະຊວງ ວິທະຍາສາດ ແລະ ເຕັກ ໂນ ໂລ ຊີ ມອບ ໃຫ້ ກົມ ມາດຕະຖານ ແລະ ວັດ ແທກ ສົມທົບ ກັບຂະ ແໜງການ ແລະ ການຈັດ ຕັ້ງ ທີ່ ກ່ຽວຂ້ອງ ເປັນ ຜູ້ ຈັດ ຕັ້ງ ປະຕິບັດ ຂໍ້ ຕົກລົງສະບັບ ນີ້ ຕາມ ພາລະບົດ ບາດ ຂອງ ຕົນ.

ມາດຕາ 26 ຜົນ ສັກ ສິດ
ຂໍ້ ຕົກລົງສະບັບນີ້ ປ່ຽນ ແທນ ຂໍ້ ກຳນົດ ວ່າ ດ້ວຍ ການ ຂຶ້ນ ທະບຽນ ແລະ ກວດ ສອບລົດ ບັນທຸກນ້ຳມັນເຊື້ອ ໄຟ ສະບັບເລກທີ 209/ສນຍ.ອວຕຊ, ລົງ ວັນ ທີ 14 ກຸມພາ 2008. ຂໍ້ ຕົກລົງ ສະບັບ ນີ້ ມີ ຜົນ ສັກສິດ ນັບ ແຕ່ ມື້ ລົງ ລາຍ ເຊັນ ເປັນ ຕົ້ນ ໄປ ແລະ ພາຍຫຼັງ 15 ວັນ ນັບ ແຕ່ ວັນ ພິມ ລົງ ໃນ ຈົດໝາຍ ເຫດ ທາງ ລັດຖະການ ເປັນ ຕົ້ນ ໄປ; ທຸກ ຂໍ້ ຕົກລົງ ແລະ ລະບຽບການ ອື່ນທີ່ ປະກາດ ໃຊ້ ໃນ ເມື່ອ ກ່ອນ ຫາກ ຂັດ ກັບ ຂໍ້ ຕົກລົງ ສະບັບ ນີ້ ລ້ວນ ແຕ່ ຖືກ ລົບ ລ້າງ.

ລັດຖະມົນຕີ

ກະຊວງ ວິທະຍາສາດ ແລະ ເຕັກ ໂນ ໂລຊີ

ບໍ່ວຽງຄຳ ວົງດາລາ

 

# ຫົວຂໍ້ ດາວໂຫຼດ
1 Decision on the Management of Fuel Trucks in Lao PDR No. 1397/MOST, dated 27 December 2016 PDF
2 ຂໍ້ຕົກລົງ ວ່າດ້ວຍ ການຄຸ້ມຄອງລົດບັນທຸກນ້ຳມັນເຊື້ອໄຟ ຢູ່ ສປປ ລາວ ສະບັບເລກທີ 1397/ກວຕ, ລົງວັນທີ 27 ທັນວາ 2016 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.