ໃນຫຼາຍປີຜ່ານມາ ບັນດາດ່ານພາສີສາກົນ ໃນຂອບເຂດທົ່ວປະເທດ ໄດ້ເກັບຄ່າພາສີ-ອາກອນ ແລະ ພັນທະອື່ນໆ ເປັນເງິນສົດ. ເພື່ອຫຼຸດຜ່ອນຄວາມສ່ຽງໃນການເກັບຮັກສາ ແລະ ເຄື່ອນຍ້າຍເງິນສົດ ໂດຍສະເພາະ ການເຄື່ອນຍ້າຍຈາກຄັງເງິນປະຈໍາແຕ່ລະດ່ານໄປຫາຄັງເງິນແຫ່ງຊາດຢູ່ສູນກາງ ລັດຖະບານແຫ່ງ ສປປ ລາວ ຈິ່ງໃຫ້ຄວາມສໍາຄັນແກ່ການປະຕິຮູບວິທີການຊໍາລະ ໂດຍຫັນຈາກການຊໍາລະຄ່າພາສີ - ອາກອນ ແລະ ພັນທະອື່ນໆ ສໍາລັບສິນຄ້າ-ເຄື່ອງຂອງ ທີ່ສົ່ງອອກ-ນໍາເຂົ້າ ແລະ ຜ່ານແດນ ດ້ວຍເງິນສົດ ມາເປັນການຊຳລະດ້ວຍລະບົບທະນາຄານ ຜ່ານບັດ Smart Tax ຢູ່ບັນດາດ່ານພາສີສາກົນ ໃນຂອບເຂດທົ່ວປະເທດ. ເປົ້າໝາຍຂອງການປະຕິຮູບການເກັບຄ່າພາສີ-ອາກອນ ແລະ ພັນທະອື່ນໆ ຢູ່ບັນດາດ່ານພາສີສາກົນ ບໍ່ເນັ້ນແຕ່ເພື່ອຫຼຸດຜ່ອນຄວາມສ່ຽງທີ່ກ່າວມາຂ້າງເທິງນັ້ນ ຍັງແນ່ໃສ່ຮັບປະກັນການເກັບລາຍຮັບເຂົ້າງົບປະມານລັດແບບລວມສູນ ພ້ອມທັງສ້າງຄວາມສະດວກສະບາຍໃຫ້ແກ່ຜູ້ແຈ້ງພາສີ (ບຸກຄົນ, ນິຕິບຸກຄົນ ຫຼື ອົງການຈັດຕັ້ງ) ໂດຍການຊໍາລະຄ່າພາສີ-ອາກອນ ແລະ ພັນທະອື່ນໆ ຜ່ານບັດ Smart Tax.

 ເພື່ອຮອງຮັບວຽກງານດັ່ງກ່າວ ກະຊວງການເງິນ ໄດ້ອອກຂໍ້ຕົກລົງ ວ່າດ້ວຍ ການອະນຸຍາດນໍາໃຊ້ບັດຊຳລະຄ່າພາສີ-ອາກອນ ແລະ ພັນທະອື່ນໆ (Smart Tax)  ຢູ່ບັນດາດ່ານພາສີສາກົນ ໃນຂອບເຂດທົ່ວປະເທດ, ໃນວັນທີ 04 ພະຈິກ 2014. ຕໍ່ມາ, ເພື່ອເປັນການແນະນໍາຂັ້ນຕອນ, ວິທີການອອກບັດ ແລະ ການນໍາໃຊ້ບັດຊໍາລະພາສີ-ອາກອນ ແລະ ພັນທະອື່ນໆ, ໃນວັນທີ 06 ຕຸລາ 2014 ກົມພາສີ, ກະຊວງການເງິນ ຈິ່ງອອກບົດແນະນໍາ ກ່ຽວກັບ ການນໍາໃຊ້ບັດຊໍາລະພາສີ-ອາກອນ ແລະ ພັນທະອື່ນໆ, ແຕ່ເນື່ອງຈາກ ມີຂໍ້ຈໍາກັດດ້ານເຄື່ອງມືອຸປະກອນ ແລະ ຍັງບໍ່ມີລະບຽບການຄຸ້ມຄອງສະເພາະ ຈິ່ງບໍ່ສາມາດຈັດຕັ້ງປະຕິບັດນິຕິກໍາທີ່ກ່າວມານັ້ນໄດ້. ຈົນມາເຖິງ ວັນທີ 24 ກຸມພາ 2017,  ກະຊວງການເງິນ ໄດ້ອອກແຈ້ງການຈັດຕັ້ງປະຕິບັດ ການຊໍາລະຄ່າພາສີ-ອາກອນ ແລະ ພັນທະອື່ນໆ ຜ່ານບັດ Smart Tax   ຢູ່ 8 ດ່ານພາສີສາກົນເປົ້າໝາຍ ຄື: ດ່ານພາສີສາກົນນໍ້າເຫືອງ, ດ່ານພາສີສາກົນພູດູ່, ແລະ ດ່ານພາສີສາກົນນ້ຳເງິນ (ແຂວງ ໄຊຍະບູລີ); ດ່ານພາສີສາກົນນ້ຳກັ່ນ (ແຂວງ ຊຽງຂວາງ); ດ່ານພາສີສາກົນພູເກືອ (ແຂວງ ອັດຕະປື); ດ່ານພາສີສາກົນປາກຊັນ ແລະ ດ່ານພາສີສາກົນນໍ້າພ້າວ (ແຂວງ ບໍລິຄໍາໄຊ) ເຊິ່ງບັນດາດ່ານພາສີສາກົນເປົ້າໝາຍດັ່ງກ່າວ ໄດ້ເລີ່ມຕິດຕັ້ງ ແລະ ທົດລອງນໍາໃຊ້ລະບົບທະນາຄານຜ່ານບັດ (Smart Tax)    ຕົວຈິງ ໃນເດືອນ ມີນາ 2017 ທີ່ຜ່ານມາ ແລະ ຈະມີແຜນຂະຫຍາຍການຕິດຕັ້ງລະບົບດັ່ງກ່າວ ໃນແຕ່ລະດ່ານພາສີສາກົນ ໃນຂອບເຂດທົ່ວປະເທດ ຕາມສະພາບ ແລະ ເງື່ອນໄຂຕົວຈິງ.

ກ່ອນຈະສາມາດນໍາໃຊ້ບັດຊໍາລະພາສີ-ອາກອນ ແລະ ພັນທະອື່ນໆ ຫຼື Smart Tax   ຊຶ່ງຜູ້ແຈ້ງພາສີ (ບຸກຄົນ, ນິຕິບຸກຄົນ ຫຼື ອົງການຈັດຕັ້ງ) ຈະຕ້ອງຊື້ບັດດັ່ງກ່າວກັບທະນາຄານທຸລະກິດຂອງລັດ ເພື່ອລົງທະບຽນນໍາໃຊ້. ໃນກໍລະນີຜູ້ແຈ້ງພາສີ ມີເງິນຝາກຢູ່ທະນາຄານທຸລະກິດຂອງລັດ ແມ່ນສາມາດໂອນເງິນເຂົ້າບັດ Smart Tax    ຈາກບັນຊີຂອງຕົນໄດ້ ແຕ່ຖ້າຍັງບໍ່ມີ ຜູ້ແຈ້ງພາສີ ສາມາດໄປພົວພັນນໍາບັນດາທະນາຄານທຸລະກິດຂອງລັດ ຕາມຈຸດບໍລິການຕ່າງໆ ເພື່ອນໍາເອົາເງິນສົດ ຫຼື ແຊັກໂອນເງິນເຂົ້າໃສ່ໃນບັດຂອງຕົນ. ພາຍຫຼັງທີ່ຜູ້ແຈ້ງພາສີ ໄດ້ດໍາເນີນການຕາມຂັ້ນຕອນການແຈ້ງພາສີເປັນລາຍລະອຽດຕາມລະບຽບກົດໝາຍທີ່ໄດ້ກໍານົດໄວ້ແລ້ວ ແມ່ນສາມາດຊໍາລະຄ່າພາສີ-ອາກອນ ແລະ ພັນທະອື່ນໆ ຜ່ານບັດ Smart Tax  ມູນຄ່າການຊໍາລະຈະສະແດງອອກຢູ່ໜ້າຈໍຂອງເຄື່ອງອ່ານບັດ ເຊິ່ງຜູ້ແຈ້ງພາສີ ສາມາດກວດເບີ່ງມູນຄ່າທີ່ຕ້ອງຊໍາລະໄດ້. ສໍາລັບ ຜູ້ປະກອບການ ຫຼື ພາກສ່ວນທຸລະກິດ ທີ່ກໍາລັງດໍາເນີນທຸລະກິດກ່ຽວກັບການນໍາເຂົ້າ ແລະ ສົ່ງອອກສິນຄ້າ ຜ່ານບັນດາດ່ານພາສີສາກົນຂ້າງເທິງ ແມ່ນຈໍາເປັນຕ້ອງນໍາໃຊ້ບັດ Smart Tax  ສ່ວນຂໍ້ມູນລະອຽດກ່ຽວກັບການນໍາໃຊ້ບັດ Smart Tax  ແມ່ນສາມາດສອບຖາມເພີ່ມເຕີມກັບພະແນກການເງິນ ຫຼື ກົມພາສີ, ກະຊວງການເງິນ. 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.