ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ອອກ ຂໍ້ຕົກລົງ ວ່າດ້ວຍ ການຄຸ້ມຄອງ ໝໍ້ແທກນໍ້າປະປາ ຢູ່ ສປປ ລາວ ສະບັບເລກທີ 0543/ກວຕ, ລົງວັນທີ 16 ພຶດສະພາ 2017 ເຊິ່ງໄດ້ກໍານົດ ນະໂຍບາຍ, ຫຼັກການ, ລະບຽນການ ແລະ ມາດຕະການ ກ່ຽວກັບ ການຄຸ້ມຄອງ, ກວດທຽບ, ສອບທຽບ ແລະ ຈົດທະບຽນ ແລະ ກວດຄືນໝໍ້ແທກນໍ້າປະປາ ທີ່ຜະລິດ, ນໍາເຂົ້າ, ສົ່ງອອກ, ນໍາໃຊ້ ແລະ ບໍລິການຢູ່ ສປປ  ລາວ ໃຫ້ມີຄວາມເປັນເອກະພາບ, ບົນພື້ນຖານຄວາມຖືກຕ້ອງ, ຊັດເຈນ ຊຶ່ງສອດຄ່ອງກັບລະບຽບການຂອງພາກພື້ນ ແລະ ສາກົນ, ແນໃສ່ຊຸກຍູ້ສົ່ງເສີມການບໍລິການທີ່ມີຄຸນນະພາບ ແລະ ແທດເໝາະກັບສະພາບຄວາມເປັນຈິງ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ.

ໝໍ້ແທກນ້ຳປະປາ ແມ່ນອຸປະກອນວັດແທກທີ່ນຳໃຊ້ຢ່າງຕໍ່ເນື່ອງ ໃນການວັດແທກຄ່າຂອງປະລິມານນ້ຳ ຊຶ່ງສະແດງ ແລະ ບັນທຶກປະລິມານນ້ຳທີ່ໄຫຼຜ່ານ ເປັນຕົວເລກທີ່ສາມາດຄຳນວນໄດ້. ຄຸນລັກສະນະຂອງໝໍ້ແທກນ້ຳປະປາ ຕ້ອງສາມາດນຳໃຊ້ໄດ້ໃນທຸກສະພາວະຂອງອຸນຫະພູມ  ແລະ ຄວາມດັນທີ່ກໍານົດໄວ້. ເຊິ່ງກ່ອນຈະນຳເຂົ້າ, ສົ່ງອອກ, ນຳໃຊ້ ແລະ ໃຫ້ບໍລິການທຸລະກິດ ກ່ຽວກັບ ໝໍ້ແທກນ້ຳປະປາຢູ່ໃນ ສປປ ລາວ ຕ້ອງໄດ້ຜ່ານການກວດທຽບ, ສອບທຽບ, ແລະ ຈົດທະບຽນ ແລະ ກວດຄືນຄວາມຖືກຕ້ອງກ່ອນ.ສໍາລັບຂັ້ນຕອນການຍື່ນຄໍາຮ້ອງຂໍຈົດທະບຽນ ແລະ ກວດຄືນໝໍ້ແທກນໍ້າປະປາ ຜູ້ປະກອບການຕ້ອງປະກອບເອກະສານຄື: 1. ໃບສະເໜີ; 2. ສໍາເນົາເອກະສານ ການປະກອບທຸລະກິດໝໍ້ແທກນໍ້າປະປາ; 3. ສໍາເນົາເອກະສານຂໍຜະລິດ, ນໍາເຂົ້າ, ສົ່ງອອກ ແລະ ໃຫ້ການບໍລິການໝໍ້ແທກນໍ້າປະປາ; 4. ໃບຢັ້ງຢືນຄຸນນະພາບຈາກຕົ້ນທາງ; 5. ເອກະສານອື່ນໆທີ່ກ່ຽວຂ້ອງ (ຖ້າຈໍາເປັນ) ແລ້ວສົ່ງເອກະສານດັ່ງກ່າວເຖິງ ກົມມາດຕະຖານ ແລະ ວັດແທກ ຫຼື ພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງ, ນະຄອນຫຼວງ ເຊິ່ງການອອກໃບຢັ້ງຢືນ ຜົນການສອບທຽບ ແລະ ຈົດທະບຽນໝໍ້ແທກນໍ້າປະປາ ແມ່ນອອກໃຫ້ເທື່ອດຽວໂດຍບໍ່ມີກໍານົດ.

ຂໍ້ຕົກລົງສະບັບນີ້ ມີຜົນສັກສິດນັບແຕ່ມື້ລົງລາຍເຊັນ (16 ພຶດສະພາ 2017) ເປັນຕົ້ນໄປ ແລະ ພາຍຫຼັງໄດ້ລົງໃນຈົດໝາຍເຫດການທາງລັດຖະການ (21 ມິຖຸນາ 2017) 15 ວັນ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.