ກອງປະຊຸມ ຄະນະກໍາມາທິການຮ່ວມ ຄັ້ງທີ 08 ລະຫວ່າງ ລັດຖະບານ ສປປ ລາວ ແລະ ສະຫະພາບເອີຣົບ ໄດ້ຈັດຂື້ນວັນທີ 17 ກຸມພາ 2017 ທີ່ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມ ລະຫວ່າງ ທ່ານ ຂັວນຕາ ພາລິວົງ ຫົວໜ້າກົມເອີຣົບ ແລະ ອາເມຣິກາ, ກະຊວງການຕ່າງປະເທດ ແລະ ທ່ານ ເດວິດ ດາລີ ຫົວໜ້າພະແນກອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້. ມີປະທານກອງປະຊຸມ ຄັ້ງວັນທີ 16 ກຸມພາ 2017 ຂອງຄະນະເຮັດວຽກທັງ 03 ດ້ານ ເຂົ້າຮ່ວມ ຄື: ດ້ານການຮ່ວມມື, ການຄ້າ, ແລະ ສິດທິມະນຸດ ພ້ອມດ້ວຍຜູ້ຕາງໜ້າຈາກບັນດາກະຊວງຂອງ ສປປ ລາວ, ພະນັກງານຂອງປະເທດສະມາຊິກສະຫະພາບເອີຣົບ ແລະ ຄະນະຜູ້ແທນສະຫະພາບເອີຣົບ ທີ່ ນະຄອນຫຼວງວຽງຈັນ.

ກອງປະຊຸມດໍາເນີນໄປຕາມວາລະ. ທັງສອງຝ່າຍໄດ້ແລກປ່ຽນຄໍາຄິດຄໍາເຫັນ ແລະ ລາຍງານຜົນການຮ່ວມມືໃນຫຼາຍຂົງເຂດວຽກງານ ເຊັ່ນ: ການຮ່ວມມືຂອງຄະນະເຮັດວຽກດ້ານການຮ່ວມມື ລາວ-ເອີຣົບ, ຄະນະເຮັດວຽກດ້ານການຄ້າ, ວຽກງານດ້ານສິດທິມະນຸດ, ວຽກງານດ້ານສິ່ງແວດລ້ອມ, ບາງວຽກງານດ້ານການພັດທະນາຂອງ ສະຫະພາບເອີຣົບ ແລະ ສປປ ລາວ ທີ່ໄດ້ປະຕິບັດສໍາເລັດ ແລະ ແຜນການການຮ່ວມມືໃນຕໍ່ໜ້າ, ການຮ່ວມມືດ້ານນະວັດຕະກໍາ ແລະ ຄວາມຄິດສ້າງສັນ, ການຟອກເງິນ ແລະ ບັນຫາອື່ນໆ.

ສໍາລັບວຽກການຮ່ວມມືດ້ານການຄ້າ ລະຫວ່າງ ສປປ ລາວ ແລະ ສະຫະພາບເອີຣົບ, ກອງປະຊຸມໄດ້ລາຍງານໃຫ້ຮູ້ວ່າ: ກອງປະຊຸມຄະນະເຮັດວຽກດ້ານການຄ້າ ຄັ້ງທີ 06 ໄດ້ຈັດຂື້ນໃນວັນທີ 16 ກຸມພາ 2017 ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ ໂດຍການເປັນປະທານຮ່ວມ ລະຫວ່າງ ທ່ານ ພູວຽງ ວົງສາ, ຮອງຫົວໜ້າກົມແຜນການ ແລະ ການຮ່ວມມື, ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ທ່ານ ຟິລິບ ດູປູອິດ, ຫົວໜ້າ ທີ່ປຶກສາລັດຖະມົນຕີ ພະແນກການຄ້າຂອງຄະນະຜູ້ແທນສະຫະພາບເອີຣົບ ປະຈໍາລາຊາອານາຈັກໄທ. ກອງປະຊຸມດັ່ງກ່າວ ດໍາເນີນໄປດ້ວຍບັນຍາກາດເປັນກັນເອງ ແລະ ສ້າງສັນ, ທັງສອງຝ່າຍໄດ້ໃຫ້ຄວາມສໍາຄັນຕໍ່ຄວາມຈໍາເປັນຂອງການແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບ ການຄ້າ ແລະ ການລົງທຶນ ຢ່າງເປັນປົກະຕິ.

ກອງປະຊຸມຮັບຮູ້ເຖິງແນວໂນ້ມໂດຍລວມຂອງການຄ້າສອງຝ່າຍ ທີ່ຢູ່ໃນທ່າຫຼຸດລົງ ແລະ ຢຸດຈຶ້ງ ໃນພາກການສົ່ງອອກຂອງ ສປປ ລາວ ໄປຍັງສະຫະພາບເອີຣົບ ໂດຍເນັ້ນເຖິງຄວາມສໍາຄັນຂອງການຄ້າສິນຄ້າທຸກຢ່າງຍົກເວັ້ນອາວຸດ ຊຶ່ງເປັນສ່ວນໜຶ່ງຂອງການໃຫ້ສິທິພິເສດດ້ານການຄ້າຂອງສະຫະພາບເອີຣົບ (Generalized System of Preferences: GSP) ໂດຍຍົກເວັ້ນການຈັດເກັບພາສີນໍາເຂົ້າ ແລະ ຍົກເລີກການກໍານົດໂຄຕ້ານໍາເຂົ້າໃຫ້ແກ່ ສິນຄ້ານໍາເຂົ້າທີ່ມີແຫຼ່ງກໍາເນີດມາຈາກປະເທດດ້ອຍພັດທະນາ ຊຶ່ງຄວບຄຸມເອົາທຸກປະເພດສິນຄ້າ ຍົກເວັ້ນອາວຸດ  ໂດຍມີຈຸດປະສົງເພື່ອເຮັດໃຫ້ປະເທດດ້ອຍພັດທະນາມີລາຍໄດ້ຈາກການສົ່ງອອກເພີ່ມຂື້ນ ແລະ ເສດຖະກິດຂະຫຍາຍໂຕ. ສໍາລັບ ສປປ ລາວ ແມ່ນໄດ້ຮັບສິດທິພິເສດທາງດ້ານການຄ້າຫຼາຍກວ່າ 50 ປະເທດໃນໂລກ. ໃນນັ້ນ, ໃຫ້ສິດທິພິເສດຝ່າຍດຽວ ມີ 42 ປະເທດ ຄື: ສະຫະພາບເອີຣົບ 28 ປະເທດ ລວມມູນຄ່າການສົ່ງອອກຂອງ ສປປ ລາວ ໂດຍນຳໃຊ້ສິດທິພິເສດທາງການຄ້າໃນປີ 2016 ທຽບໃສ່ປີ 2015 ແມ່ນຫຼຸດລົງ ໂດຍມີສາເຫດມາຈາກ 04 ປັດໄຈຫຼັກ ຄື: 1. ຄຸນນະພາບສິນຄ້າສົ່ງອອກຂອງ ສປປ ລາວ ຍັງບໍ່ບັນລຸຄຸນນະພາບ ແລະ ມາດຕະຖານຂອງປະເທດປາຍທາງ, 2. ຜູ້ສົ່ງອອກລາວຍັງຂາດຄວາມຮັບຮູ້ ແລະ ຄວາມເຂົ້າໃຈຕໍ່ກັບສິດທິພິເສດດ້ານການຄ້າທີ່ລາວເຮົາໄດ້ຮັບ ເຮັດໃຫ້ການນໍາໃຊ້ສິດທິພິເສດຕ່າງໆຍັງບໍ່ເປັນປົກະຕິ, 3. ວິສາຫະກິດຢູ່ລາວ ສ່ວນຫຼາຍເປັນວິສາຫະກິດຂະໜາດນ້ອຍ ມີລັກສະນະການຜະລິດແບບຄອບຄົວ ເຮັດໃຫ້ບໍ່ມີຄວາມເຂົ້າໃຈໃນການນໍາໃຊ້ສິດທິພິເສດທາງດ້ານການຄ້າ, 4. ສໍາລັບການນໍາໃຊ້ສິດທິພິເສດທາງດ້ານການຄ້າ ກໍຄືການນໍາໃຊ້ໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ ຫຼື ໃບ (CO) ເຈົ້າໜ້າທີ່ປະເທດປາຍທາງຍັງບໍ່ອໍານວຍຄວາມສະດວກເທົ່າທີ່ຄວນ ໂດຍສະເພາະຮຽກຮ້ອງໃຫ້ມີເອກະສານເພີ່ມຕື່ມ. ນອກຈາກນັ້ນ, ຍັງພົບບັນຫາ ແລະ ສິ່ງທ້າທາຍອື່ນໆ ເຊັ່ນ: ເອກະສານທີ່ຕິດພັນກັບລະບຽບການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ ລ້ວນແລ້ວແຕ່ເປັນພາສາອັງກິດ ຊຶ່ງບັນດາເຫດຜົນດັ່ງກ່າວຂ້າງເທິງໄດ້ກາຍເປັນອຸປະສັກໃນການຍາດແຍ່ງເອົາບັນດາສິດທິພິເສດທາງດ້ານການຄ້າ ທີ່ລາວເຮົາໄດ້ຮັບພາຍໃຕ້ຂອບການຮ່ວມມື ແລະ ເງື່ອນໄຂຕ່າງໆ ເພື່ອໃຫ້ກາຍເປັນເຄື່ອງມືໃນການພັດທະນາ ແລະ ຂັບເຄື່ອນການເຕີບໂຕທາງດ້ານເສດຖະກິດ ແບບຖືເອົາການສົ່ງອອກເປັນຕົວນໍາ  ເພື່ອເຮັດໃຫ້ ສປປ ລາວ ຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາພາຍໃນປີ 2020.

ເຖິງແນວໃດກໍຕາມ, ສະຫະພາບເອີຣົບ ກໍ່ຢືນຢັນຈະຊ່ວຍ ສປປ ລາວ ຢ່າງເຕັມທີ່ ໂດຍສະເພາະຄວາມພະຍາຍາມປະຕິບັດຕາມມາດຕະຖານສາກົນ, ພັນທະອື່ນທີ່ ສປປ ລາວ ມີ ໃນການເຂົ້າຮ່ວມອົງການການຄ້າໂລກ ໃນເດືອນ ກຸມພາ ປີ 2013 ຊຶ່ງທັງສອງຝ່າຍເຫັນດີວ່າ ການຈັດຕັ້ງປະຕິບັດການປະຕິຮູບວຽກງານທີ່ກ່ຽວຂ້ອງຕ້ອງການເວລາ ເຖິງແມ່ນວ່າວຽກງານປະຕິຮູບດ້ານການການລົງທຶນຈະຖືກຮັບຮອງແລ້ວກໍຕາມ, ແຕ່ວ່າຫຼາຍວຽກງານຂອງອົງການການຄ້າໂລກ ແມ່ນຈໍາເປັນ ຕ້ອງໄດ້ຮີບດ່ວນ ເພື່ອກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີ ຊຶ່ງຈະຈັດຂື້ນໃນທ້າຍປີນີ້ ທີ່ເມືອງ ບູໂນ ໄອຣິສ, ປະເທດ ອາຊັງຕິນ.

ສປປ ລາວ ສະແດງຄວາມຍິນດີ ຕໍ່ການຊ່ວຍເຫຼືອຂອງສະຫະພາບເອີຣົບ ເຂົ້າໃນໂຄງການຊ່ວຍເຫຼືອລ້າ ເພື່ອພັດທະນາການຄ້າຫຼາຍຝ່າຍ ຊຶ່ງກາຍເປັນກຸນແຈສໍາຄັນປະກອບສ່ວນເຂົ້າໃນການພັດທະນາທາງດ້ານເສດຖະກິດຂອງປະເທດ. ທັງນີ້ເຫັນວ່າ ຫຼາຍວຽກປະຕິຮູບທີ່ຈໍາເປັນກໍໄດ້ຈັດຕັ້ງປະຕິບັດສໍາເລັດແລ້ວ ເຊັ່ນ: ການປັບປຸງສະພາບດ້ານການລົງທຶນ ແລະ ການປັບປຸງກົດໝາຍສົ່ງເສີມການລົງທຶນ ໃນ ສປປ ລາວ. ນອກຈາກນີ້, ຄະນະຜູ້ແທນລາວ ຍັງໄດ້ແຈ້ງໃຫ້ຊາບ ກ່ຽວກັບ ການປັບໂຄງສ້າງຂອງກອງປະຊຸມທຸລະກິດລາວ (Lao Business Forum: LBF). ໃນຄະນະດຽວກັນ, ສະຫະພາບເອີຮົບກໍໄດ້ເນັ້ນໃຫ້ເຫັນເຖິງຄວາມສໍາຄັນໃນການຈັດປະຊຸມປຶກສາຫາລື ແລະ ກອງປະຊຸມທຸລະກິດລາວ ຢ່າງເປັນປົກະຕິ ໃນຖານະເປັນເວທີໃນການເຈລະຈາ ລະຫວ່າງ ພາກລັດຖະບານ ແລະ ພາກທຸລະກິດ.

ໃນຕອນທ້າຍຂອງກອງປະຊຸມ, ທັງສອງຝ່າຍໄດ້ຕີລາຄາສູງຕໍ່ຄວາມສໍາຄັນ ຂອງຄະນະກໍາມາທິການຮ່ວມ ຊຶ່ງເປັນໂອກາດ ໃນການປຶກສາຫາລື ກ່ຽວກັບ ວາລະທົ່ວໄປ ແລະ ການຮ່ວມມືໃນຂົງເຂດຕ່າງໆ. ສປປ ລາວ ໄດ້ສະແດງໃຫ້ເຫັນເຖິງຄວາມກ້າວໜ້າຂອງວຽກງານໄລຍະຜ່ານມາໃນຫຼາຍຂົງເຂດ ລວມເຖິງການເປີດກວ້າງໃນຫົວຂໍ້ຕ່າງໆ. ປະທານຂອງກອງປະຊຸມຄັ້ງນີ້ ຫວັງວ່າ ແຜນງານການຮ່ວມມືນີ້ຈະໄດ້ຮັບໝາກຜົນ ແລະ ເຮັດໃຫ້ການຮ່ວມມືຂອງທັງສອງຝ່າຍເຂົ້າໃນລວງເລິກ. ລັດຖະບານລາວ ໄດ້ສະແດງຄວາມຍິນດີຕໍ່ການຊ່ວຍເຫຼືອ ແລະ ສະໜັບສະໜູນຈາກສະຫະພາບເອີຣົບ ໂດຍເຊື່ອໝັ້ນວ່າ ຈະເປັນຕົວຊ່ວຍປະກອບສ່ວນອັນສໍາຄັນເຮັດໃຫ້ແຜນພັດທະນາທາງດ້ານເສດຖະກິດ ແລະ ສັງຄົມ ຂອງ ສປປ ລາວ ໄດ້ຮັບຜົນສໍາເລັດ.

ແຫຼ່ງຂໍ້ມູນ: ຫ້ອງການສະຫະພາບເອີຣົບປະຈໍາລາວ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.